ລາວໂຮມລາວ ເພື່ອປະຊາທິປະໄຕ

Members Login
Username 
 
Password 
    Remember Me  
Post Info TOPIC: ພິທີມອບຮັບໜ້າທີ່ ກະຊວງການຕ່າງປະເທດຜູ້ເກົ່າ ແລະຜູ້ໄໝ່
Anonymous

Date:
ພິທີມອບຮັບໜ້າທີ່ ກະຊວງການຕ່າງປະເທດຜູ້ເກົ່າ ແລະຜູ້ໄໝ່
Permalink   
 


11988243_1040388492659489_3277301284541319597_n.jpg?oh=16e31c83c392b34478f320a95332da4b&oe=567A0C75

ອີງຕາມຄວາມຮຽກຮ້ອງຕ້ອງການຂອງວຽກງານໃນຂະແໜງການຕ່າງປະເທດ. ໃນວັນທີ 28 ສິງຫາ 2015, ກະຊວງການຕ່າງປະເທດ ໄດ້ຈັດຕັ້ງພິທີມອບ-ຮັບໜ້າທີ່ ລະຫວ່າງ ເລຂາຄະນະບໍລິຫານງານພັກກະຊວງການຕ່າງປະເທດຜູ່ເກົ່າ ແລະ ຜູ່ວ່າການເລຂາຄະນະບໍລິຫານງານພັກກະຊວງການຕ່າງ ປະເທດຜູ່ໃໝ່, ປະກາດການແຕ່ງຕັ້ງຮອງເລຂາຄະນະບໍລິຫານງານພັກກະຊວງການຕ່າງປະເທດ ແລະ ປະກາດການແຕ່ງຕັ້ງລັດຖະມົນຕີຊ່ວຍວ່າການກະຊວງການຕ່າງປະເທດ, ໂດຍການໃຫ້ກຽດເຂົ້າຮ່ວມເປັນສັກຂີພິຍານຂອງ ສະຫາຍ ດຣ. ນາງ ສູນທອນ ໄຊຍະຈັກ, ກຳມະການສູນກາງພັກ, ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ, ສະຫາຍ ທອງວັນ ທຳມະວົງ, ຕາງໜ້າຄະນະຈັດຕັ້ງສູນກາງພັກ, ຄະນະພັກ, ຄະນະນຳ, ຄະນະໜ່ວຍພັກ, ຫົວໜ້າກົມ, ຮອງກົມ, ຫົວໜ້າພະແນກ ແລະ ຮອງພະແນກຂອງກະຊວງການຕ່າງປະເທດ.

ການມອບ-ຮັບ ຄັ້ງນີ້ ແມ່ນການມອບໜ້າທີ່ ລະຫວ່າງ ສະຫາຍ ທອງລຸນ ສີສຸລິດ, ເລຂາຄະນະບໍລິຫານງານພັກກະຊວງການຕ່າງປະເທດຜູ່ເກົ່າ ແລະ ສະຫາຍ ສະເຫຼີມໄຊ ກົມມະສິດ, ຜູ່ວ່າການເລຂາຄະນະບໍລິຫານງານພັກກະຊວງການຕ່າງປະເທດຜູ່ໃໝ່.

ໄດ້ປະກາດແຕ່ງຕັ້ງ ສະຫາຍ ແສງເພັດ ຮຸ່ງບຸນຍວງ ເປັນຮອງເລຂາຄະນະບໍລິຫານງານພັກກະຊວງ ແລະ ພ້ອມດຽວກັນນັ້ນ ກໍ່ໄດ້ປະກາດການແຕ່ງຕັ້ງລັດຖະມົນຕີຊ່ວຍວ່າການກະຊວງການຕ່າງປະເທດຄົນໃໝ່ອີກ 3 ທ່ານ ຄື: ທ່ານ ແສງເພັດ ຮຸ່ງບຸນຍວງ, ອະດີດຫົວໜ້າກົມຈັດຕັ້ງ-ພະນັກງານ ກະຊວງການຕ່າງປະເທດ, ທ່ານ ທອງສະຫວັນ ພົມວິຫານ, ອະດີດຮອງຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ ແລະ ທ່ານ ນາງ ຄຳເພົາ ເອິນທະວັນ, ອະດີດຫົວໜ້າຫ້ອງການກະຊວງການຕ່າງປະເທດ.

ໃນພິທີ ສະຫາຍ ທອງລຸນ ສີສຸລິດ, ກຳມະການກົມການເມືອງສູນກາງພັກ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີວ່າການກະຊວງການຕ່າງປະເທດ ໄດ້ໃຫ້ກຽດໂອ້ລົມຕໍ່ບັນດາສະຫາຍ ທີ່ເຂົ້າຮ່ວມໃນພິທີຄັ້ງນີ້ ໂດຍໄດ້ສະແດງຄວາມຍິນດີ ແລະ ຍ້ອງຍໍຊົມເຊີຍ ສະຫາຍ ສະເຫຼີມໄຊ ກົມມະສິດ, ລັດຖະມົນຕີຊ່ວຍວ່າການກະຊວງການຕ່າງປະເທດ ທີ່ໄດ້ຮັບແຕ່ງຕັ້ງເປັນຜູ່ວ່າການເລຂາຄະນະບໍລິຫານງານພັກກະຊວງການຕ່າງປະເທດ ຈາກກົມການເມືອງສູນກາງພັກ ແລະ ບັນດາສະຫາຍທີ່ໄດ້ຮັບການແຕ່ງຕັ້ງໃຫ້ດຳລົງຕຳແໜ່ງເປັນລັດຖະມົນຕີຊ່ວຍວ່າການການຕ່າງປະເທດ ໃນຄັ້ງນີ້ ແລະ ໄດ້ຊີ້ນຳໃຫ້ຜູ່ວ່າການເລຂາຄະນະບໍລິຫານງານພັກ, ຮອງເລຂາຄະນະພັກ, ບັນດາສະຫາຍລັດຖະ ມົນຕີຊ່ວຍວ່າການຄົນໃໝ່ ແລະ ບັນດາພະນັກງານຫຼັກແຫຼ່ງທີ່ເຂົ້າຮ່ວມໃນພິທີ ຈົ່ງສືບຕໍ່ເອົາໃຈໃສ່ຊີ້ນຳນຳພາ ດ້ານການເມືອງແນວຄິດແກ່ພະນັກງານ, ວຽກງານວິຊາສະເພາະ ແລະ ວຽກງານຄົ້ນຄວ້າໃນການເປັນເສນາທິການໃຫ້ຂັ້ນເທິງ ເພື່ອສືບຕໍ່ນຳເອົານະໂຍບາຍການຕ່າງປະເທດຂອງພັກ-ລັດ ໄປຈັດຕັ້ງຜັນຂະຫຍາຍໂດຍສະເພາະແມ່ນການປະຕິບັດ ບັນດາມະຕິຂອງກອງປະຊຸມວຽກງານການຕ່າງປະເທດຄັ້ງທີ 12 ແລະ ເນື້ອໃນຂອງກອງປະຊຸມໃຫຍ່ຄັ້ງທີ 3 ຂອງອົງຄະນະພັກກະຊວງການຕ່າງປະເທດ ທີ່ຈະໄຂຂຶ້ນໃນໄວໆນີ້ ໃຫ້ປະກົດຜົນເປັນຈິງ ເພື່ອປະກອບສ່ວນເຂົ້າໃນພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ແລະ ການເຊື່ອມໂຍງເຂົ້າໃນພາກພື້ນ ແລະ ສາກົນ ຂອງປະເທດເຮົາໃນໄລຍະໃໝ່ ໃຫ້ເຕັມໄປດ້ວຍຜົນສຳເລັດອັນສູງເດັ່ນກວ່າເກົ່າ.



__________________
Anonymous

Date:
Permalink   
 

tn_teng%20tang%201.JPGSPS_0117-650x432.jpg

ລາວເຕາະ ອອກໄປ ເອົາລູກຊອດແກວຫວຽດ ສຽບແທນ



__________________
Page 1 of 1  sorted by
 
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard