ລາວໂຮມລາວ ເພື່ອປະຊາທິປະໄຕ

Members Login
Username 
 
Password 
    Remember Me  
Post Info TOPIC: ສລອງວັນຊາດວຽດນາມ ໃນລາວ
Anonymous

Date:
ສລອງວັນຊາດວຽດນາມ ໃນລາວ
Permalink   
 


defend.jpg

ສລອງວັນຊາດວຽດນາມ ໃນລາວ

ວັນທີ 2 ກັນນານີ້, ກະຊວງປ້ອງກັນປະເທດຮ່ວມກັບສະຖານເອກອັກຄະລັດຖະທູດສສຫວຽດນາມປະຈຳລາວໄດ້ຈັດງານໂຮມຊຸມນຸມສະເຫຼີມສະຫຼອງວັນຊາດສສຫວຽດນາມຄົບຮອບ 70 ປີຂຶ້ນຢູ່ຊວງດັ່ງກ່າວນະຄອນຫຼວງວຽງຈັນ, ໂດຍການເຂົ້າຮ່ວມຂອງທ່ານພົນໂທຈັນສະໝອນ  ຈັນຍາລາດກຳມະການສູນກາງພັກ, ລັດຖະມົນຕີຊ່ວຍວ່າການກະຊວງປ້ອງກັນປະເທດ, ທ່ານຫງວຽນແມັງຮຸ້ງ , ເອກອັກຄະລັດຖະທູດວິສາມັນ, ຜູ້ມີອຳນາດເຕັມແຫ່ງສສຫວຽດນາມປະຈຳລາວ, ພ້ອມດ້ວຍບັນດາການນຳ, ພົນທະຫານແລະນັກຮົບກອງທັບປະຊາຊົນລາວເຂົ້າຮ່ວມຢ່າງຫຼວງຫຼາຍ.
ໃນງານໂຮມຊຸມນຸມອັນຟົດຟື້ນດັ່ງກ່າວລັດຖະມົນຕີຊ່ວຍວ່າການກະຊວງປ້ອງກັນປະເທດໄດ້ຍົກໃຫ້ເຫັນຜົນງານແລະໄຊຊະນະທີ່ກອງທັບແລະປະຊາຊົນຫວຽດນາມຍາດມາໄດ້ຕະຫຼອດໄລຍະ 70 ປີຜ່ານມາແລະໃນວັນທີ 2 ກົນຍາ 1945 ທີ່ສະໜາມຫຼວງບາດິງ, ນະຄອນຫຼວງຮ່າໂນ້ຍປະທານໂຮ່ຈິມິງໄດ້ອ່ານຖະແຫຼ່ງການປະກາດສ້າງຕັ້ງສສຫວຽດ



__________________
Anonymous

Date:
Permalink   
 

ນາມໃຫ້ທົ່ວໂລກໄດ້ຮັບຮຸູ້, ຊຶ່ງມັນແມ່ນເຫດການທີ່ມີຄວຍມໝາຍສຳຄັນທີ່ສຸດໃນປະຫວັດສາດຂອງຫວຽດນາມແລະເປັນຂີດໝາຍຂອງໄຊຊະນະແຫ່ງການຕໍ່ສູ້ອັນຍືດເຍື້ອຍາວນານແລະເຕັມໄປດ້ວຍການເສຍສະຫຼະອັນໃຫຍ່ຫຼວງ, ເພື່ອຄວາມເອັນເອກະລາດແຫ່ງຊາດແລະອິດສະຫຼະພາບແລະເປັນສັງກາດແຫ່ງການຂ້າມຜ່ານລະບອບສັກດີນາ-ຫົວເມືອງຂຶ້ນໄປສູ່ລະບອບໃໝ່ທີ່ບໍ່ເຄີຍມີມາໃນປະຫວັດສາດຂອງສສຫວຽດນາມ, ຊຶ່ງຜົນໄຊນະນະດັ່ງກ່າວຂອງພັກ-ລັດແລະປະຊາຊົນຫວຽດນາມອ້າຍນ້ອງຍາດມາໄດ້ນັ້ນ, ມັນເປັນສິ່ິງຊຸກຍູ້ປຸກລະດົມກຳລັງແຮງຂອງທົ່ວພັກ, ທົ່ວກອງທັບແລະທົ່ວປະຊົນຫວຽດນາມໃນພາລະກິດຕໍ່ສູ້ເພື່ອຄວາມເອັນເອກະລາດແຫ່ງຊາດໃນເມື່ອກ່ອນ. ກໍຄືພາລະກິດປົກປັກຮັກສາແລະສ້າງສາພັດທະນາປະເທດຊາດໃນປັດຈຸບັນ, ກໍຄືການຮ່ວມມືຊ່ວຍເຫຼືອເຊິ່ງກັນແລະກັນຂອງສອງປະເທດລາວ-ຫວຽດນາມເວົ້າລວມເວົ້າສະເພາະແມ່ນສອງກອງທັບຫວຽດນາມ- ລາວ, ກໍຄືການປະຕິວັດໃນເມື່ອກ່ອນ 2 ປະເທດລາວ-ຫວຽດນາມໄດ້ຕິດພັນສະໜິດແໜ້ນແບບກາຍອິຊີ, ຕໍ່ສູ້ຄຽງບ່າຄຽງໄຫຼ່ຈົນສາມາດປົດປ່ອຍປະເທດໄດ້ໃນວັນທີ 2 ທົນວາ 1975 ,ໂອກາດນີ້ພວກເຮົາມີຄວາມເອກອ້າງທະນົງໃຈກັບການເຕີບໃຫຍ່ຂະຫຍາຍຕົວຂອງການປະຕິວັດຂອງສອງປະເທດ, ກໍຄືຄວາມສາມັກຄືມິດຕະພາບອັນເປັນມູນເຊື້ອຂອງສອງປະເທດແລະສອງກອງທັບລາວ-ຫວຽດນາມທີ່ໄດ້ຮັບການຖະນຸຖະໝອມແລະເພີ່ມພູນຄູນສ້າງໃຫ້ຫງອກງາມມາໂດຍສະຫຼອດຈົນເຖິງປັດຈຸບັນສອງປະເທດກໍໄດ້ໃຫ້ການສະໜັບສູໜູນ, ຊ່ວຍເຫຼືອເຊິ່ງກັນແລະກັນແບບສະຫາຍອ້າຍນ້ອງຜູ້ໃກ້ຊິດແບບພິເສດແລະການຮ່ວມມືຮອບດ້ານໃນການປັບປຸງໃຫ້ສອດຄ່ອງກັບຈຸພິເສດໃນໄລຍະໃໝ່, ຕອບສະໜອງຜົນປະໂຫຍດຂອງແຕ່ລະປະເທດໄດ້ດີຂື້ນເປັນລຳດັບ, ພ້ອມນັ້ນກໍໄດ້ຮ່ວມກັນຄົ້ນຄວ້າວິທີການເສີມຂະຫຍາຍທ່າແຮງແລະຄວາມອາດສາມາດຂອງແຕ່ລະຝ່າຍຢູ່ສະເໝີ, ເພື່ອຍົກປະສິດທິຜົນຂອງການຮ່ວມມືລະຫວ່າງສອງປະເທດ-ສອງກັນທັບໃຫ້ນັບມື້ກ້າວສູ່ລວງເລິກ.

ໃນໂອກາດດຽວກັນທ່ານເອກອັກຄະລັດຖະທູດວິສາມັນ, ຜູ້ມີອຳນາດເຕັມແຫ່ງສສຫວຽດນາມປະຈຳລາວຍັງໄດ້ສະແດງຄວາມຊົມຊົມແລະຂອບອົກຂອບໃຈຕໍ່ກອງທັບລາວ, ກໍຄືຄວາມຮັກແພງແບບພິເສດລະຫວ່າງສອງປະເທດລາວ-ຫວຽດນາມຖານສະຫາຍອ້າຍນ້ອງແລະຄວາມສາມັກຄືສູ້ຮົບຂອງບັນດາການນຳກະຊວງປ້ອງກັນປະເທດ, ພົນທະຫານ, ນັກຮົບຂອງລາວທີ່ມີຕໍ່ພັກ-ລັດແລະປວງຊົນຫວຽດນາມຕະຫຼອດມາ.



__________________
Page 1 of 1  sorted by
 
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard