ລາວໂຮມລາວ ເພື່ອປະຊາທິປະໄຕ

Members Login
Username 
 
Password 
    Remember Me  
Post Info TOPIC: ລາວຫຼີກ ຈີນ-ວຽດນາມ ບໍ່ໄດ້
Anonymous

Date:
ລາວຫຼີກ ຈີນ-ວຽດນາມ ບໍ່ໄດ້
Permalink   
 


ລາວຫຼີກ ຈີນ-ວຽດນາມ ບໍ່ໄດ້

image

 

ຊາວຫນຸ່ມ ລາວ ອາຍຸ 28 ປີ ຢູ່ ນະຄອນຫຼວງ ວຽງຈັນ ເວົ້າວ່າ, ໃນ ປັດຈຸບັນ ຈີນ ແລະ ວຽດນາມ ໄດ້ ແຜ່ ອິດທິພົນ ເຂົ້າມາ ລາວ ນັບມື້ ຫຼາຍຂຶ້ນ, ເຊັ່ນ ດ້ານ ເສຖກິດ ແລະ ການເມືອງ ທີ່ ຣັຖບານ ລາວ ບໍ່ສາມາດ ຫລີກລ້ຽງ ໄດ້, ເພາະ ສອງ ປະເທດ ນີ້ ໄດ້ ໃຫ້ການ ຊ່ອຍເຫຼືອ ລາວ ແຕ່ ອະດີດ ຈົນຮອດ ປັດຈຸບັນ. ສປປລາວ ບໍ່ສາມາດ ຈະອຽງໄປ ຂ້າງໃດ ຂ້າງນຶ່ງ ຫຼາຍເກີນໄປ, ແລະ ກໍບໍ່ເປັນ ຂອງແປກ ຍ້ອນວ່າ ກຳພູຊາ ແລະ ພະມ້າ ກໍ ຕົກຢູ່ໃນ ສະພາບ ດຽວ ເຊັ່ນກັນ. ດັ່ງ ທ່ານ ເວົ້າກັບ ເອເຊັຽ ເສຣີ ວ່າ:

"ຄ້າຍໆ ກັບເຮົາ ຕົກຍາກ ລຳບາກ, ແລ້ວມີຄົນ ມາຊ່ອຍເຮົາ, ແລ້ວ ພໍເຮົາຟື້ນ ມາໄດ້, ເຮົາ ຊີ່ໄລ່ ເຂົາໜີ ມັນຍາກ ທີ່ ຈະເຮັດ ແນວນັ້ນ ເພາະ ເຂົາອາດ ຈະຮູ້ນັ້ນ ຮູ້ນີ້ ເຮົາ, ຈົນບໍ່ສາມາດ ຕໍ່ຕ້ານ ເຂົ້າໄດ້ ຫຼາຍຂນາດ ນັ້ນ. ໂດຍສະເພາະ ຖ້າເຂົາມີ ສີບຄົນ ແຕ່ເຮົາ ມີຄົນດຽວ, ຕໍ່ໃຫ້ມັນ ເປັນ ມຽນມາ ກໍ ມີບັນຫາ ຄືກັນ ອີນເດັຽ ເຂົ້າມາ ຫຼາຍ ຈີນ ຫຼາຍ ເປັນບັນຫາ ທີ່ ຫຼາຍປະເທດ ປະສົພ ຢູ່".

ຫນຸ່ມລາວ ຜູ້ນີ້ ເວົ້າຕື່ມວ່າ ການແຊກແຊງ ຈາກຄົນ ຕ່າງຊາດ ເປັນສີ່ງທີ່ ເກີດຂຶ້ນ ທົ່ວໂລກ, ເຊັ່ນ ທີ່ ຢູໂຣບ ກໍມີຄົນ ເອເຊັຽ ເຂົ້າໄປ ຕັ້ງຮາກເຫງົ້າ ຈົນ ຖືກ ກ່າວຫາວ່າ ຢປຍາດ ວຽກງານ ຂອງຂະເຈົ້າ. ໃນ ປະເທດລາວ ກໍເປັນ ແບບດຽວກັນ, ອລະວ່າ ຖ້າຄົນລາວ ມີການ ພັທນາ ສີມື ແຮງງານ ດີ ຄົນຕ່າງຊາດ ກໍຈະບໍ່ ເຂົ້າມາ ລາວ ຫຼາຍປານໃດ ເພາະ ຍາດວຽກ ບໍ່ໄດ້:

"ໃນຄວາມ ເປັນຈິງ ຄື ຖ້າເຮົາ ເກັ່ງ ເຮົາມີ ຄວາມສາມາດ ບໍ່ມີໃຜ ຍາດວຽກ ເຮົາໄດ້ ບັນຫາ ກະຄືເຮົາ ຂີ້ຄ້ານ ເຂົາຈຶ່ງ ມາເຮັດວຽກ ເຮົາໄດ້ ແບບເຂົາເຮັດ ປະຕູ ທາງເຂົ້າ ທາດຫຼວງ ກໍມີແຕ່ ຊ່າງ ວຽດນາມ ມາເຮັດ, ເປັນຫຍັງ ບໍ່ເອົາ ຊ່າງ ລາວ ເຮັດ, ທັ້ງໆທີ່ ເປັນ ສະຖານທີ່ ສຳຄັນ ຂອງ ຄົນລາວ, ກໍເພາະວ່າ ຄົນລາວ ບໍ່ເຮັດ ຄ່າແຮງ ຂະເຈົ້າ ກໍຖືກ ກວ່າ, ຄ່າແຮງ ຄົນລາວ ບໍ່ຖືກ ຫລືວ່າ ສີມື ຄົນລາວ ອາດບໍ່ດີ. ຖ້າເຮົາ ຢາກ ປົກປ້ອງ ຄົນເຮົາ ເຮົາຕ້ອງ ຫມັ້ນໃຈວ່າ ຄົນຂອງເຮົາ ດີ".

ເມື່ອຖາມ ກ່ຽວກັບ ປະເທດ ລາວ ສາມາດ ຫລີກລ້ຽງ ຈາກ ອິດທິພົລ ຂອງ ຈີນ ແລະ ວຽດນາມ ໄດ້ບໍ່, ຊາຍໜຸ່ມ ເວົ້າວ່າ, ມັນເປັນ ບັນຫາ ທາງດ້ານ ເສຖກິດ ແລະ ການເມືອງ ຕ່າງຫາກ ທີ່ ຄົນວຽດນາມ ແລະ ຄົນຈີນ ຫລັ່ງໄຫລ ເຂົ້າມາ ລາວ, ຊຶ່ງ ຣັຖບານ ລາວ ບໍ່ສາມາດ ຄວບຄຸມ ໄດ້.



__________________
Anonymous

Date:
Permalink   
 



__________________
Anonymous

Date:
Permalink   
 

ຍ້ອນຜູ້ນຳລາວຈາກສະໄໝ 1975 ເປັນຕົ້ນມາມັກກິນນໍ້າຫາງຫລີ່ຂອງ ຈີນ-ວຽດນາມ ເໝືອນຄົນຕິດຢາບ້າ.



__________________
Page 1 of 1  sorted by
 
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard