ລາວໂຮມລາວ ເພື່ອປະຊາທິປະໄຕ

Members Login
Username 
 
Password 
    Remember Me  
Post Info TOPIC: ໝາລັບໃຊ້ແກວ
Anonymous

Date:
ໝາລັບໃຊ້ແກວ
Permalink   
 


10422366_433755586828227_7422997406338732109_n.jpg?oh=1118762a193d3aba1a936cbf6a94611a&oe=5670542A12002850_433755603494892_5137491539378674733_n.jpg?oh=d0df5e86cb4450707d7664dbded8450f&oe=565D3CD2

ພວກໝາຂີ່ຂ້າລັບໃຊ້ແກວ

ຈູມມາລີ ໄຊຍະສອນ ປະທານປະເທດ ແຫ່ງ ສປປ ລາວ ແລະ ສະຫາຍ ນາງ ປານີ ຢາທໍ່ຕູ້ ປະທານສະພາແຫ່ງຊາດລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຄຳນັບ

ສະຫາຍ ຫງວຽນ ເຕິນ ຢຸງ ນາຍົກລັດຖະມົນຕີ ແຫ່ງ ສສ ຫວຽດນາມ ພ້ອມຄະນະໃນໂອກາດເດີນທາງມາຢ້ຽມຢາມ

ແລະ ເຮັດວຽກຢູ່ ສປປ ລາວ ແຕ່ວັນທີ 13-14 ກັນຍາ 2015.



__________________
Anonymous

Date:
Permalink   
 

ຄົນລາວໃນຍຸກກ່ອນເປັນ ແມວລັບໃຊ້ກາ

ຄົນລາວໃນຍຸກນີ້ເປັນ ໝາລັບໃຊ້ແກວ

ໂອຍ! ຍຸກໃດກໍບໍ່ມົ້ມເປັນຄົນລັບໃຊ້ຕ່າງຊາດ.

 



__________________
Anonymous

Date:
Permalink   
 

laos-viet%2Bsigning.jpg

ເຊັນກັນຕໍ່ ສັນຍາລາວຫວຽດ

ລາວ-ຫວຽດນາມ ຮັດແໜ້ນ​ການ​ພົວພັນ​ຮ່ວມ​ມື​ສອງ​ຝ່າຍ

ໃນວັນທີ 14 ກັນຍາ 2015 ນີ້ ທີ່ຫ້ອງ​ວ່າການ​ລັດຖະບານ, ທ່ານ ທອງສິງ ທໍາມະວົງ ນາຍົກລັດຖະມົນຕີ ​ແຫ່ງ ສປປ ລາວ ​ໄດ້​ພົບ​ປະ​ສອງ​ຝ່າຍ​ກັບ ທ່ານຫງວຽນ ເຕິນ ຢຸງ ນາຍົກລັດຖະມົນຕີ ສສ ຫວຽດນາມ ພ້ອມ​ຄະນະ ​ເຊິ່ງສອງຝ່າຍໄດ້​ທົບ​ທວນ​ຄືນ​ການ​ຮ່ວມ​ມື​​ໃນ​ໄລ​ຍະ​ຜ່ານ​ມາ; ພ້ອມ​ທັງ​ໄດ້​ເປັນ​ເອ​ກະ​ພາບ​ກັນ ແລະ ​ຕີ​ລາ​ຄາ​ສູງ​ມູ​ນ​ເຊື້ອ​ແຫ່ງ​ສາຍ​ພົວ​ພັນ​ມິດ​ຕະ​ພາບ, ຄວາມ​ສາ​ມັກ​ຄີ​ພິ​ເສດ ແລະ ການ​ຮ່ວມ​ມື​ຮອບ​ດ້ານ ລະ​ຫວ່າງ​ ສອງ​ພັກ, ສອງ​ລັດ ແລະ ປະ​ຊາ​ຊົນ​ສອງ​ຊາດ ລາວ-ຫວຽດ​ນາມ ໃນ​ໄລ​ຍະ​ຜ່ານ​ມາ. ສອງ​ຝ່າຍ​ເປັນ​ເອ​ກະ​ພາບ​ນຳ​ກັນ​ວ່າ ເຖິງວ່າ​ສະ​ພາບ​ການ​ພາກ​ພື້ນ ແລະ ສາ​ກົນ​ຈະ​ຜັນ​ແປ​ຢ່າງ​ສັບ​ສົນ ແຕ່ສາຍ​ພົວ​ພັນ​ພິ​ເສດ ລະ​ຫວ່າງ ລາວ-ຫວຽດ​ນາມ ໄດ້​ສືບ​ຕໍ່ຮັບ​ການ​ເພີ່ມ​ພູນ​ຄູນ​ສ້າງ ແລະ ​ຂະ​ຫຍາຍ​ຕົວ​ຢ່າງ​ຕໍ່​ເນື່ອງ, ​ເຊິ່ງໄດ້​ນຳ​ເອົາ​ຜົ​ນ​ປະ​ໂຫຍດ​ຕົວ​ຈິງ​ມາ​ສູ່​ປະ​ຊາ​ຊົນ​ສອງ​ຊາດ ລາວ ແລະ ຫວຽດ​ນາມ.

ນາຍົກລັດຖະມົນຕີ ທອງສິງ ທຳມະວົງ ໄດ້​ຕີ​ລາ​ຄາ​ສູງ​ບັນ​ດາ​ນັກ​ທຸ​ລະ​ກິດ​ລົງ​ທຶນ​ຫວຽດ​ນາມ​ ທີ່​ໄດ້​ປະ​ກອບ​ສ່ວນ​ເຂົ້າ​ໃນ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ-ສັງ​ຄົມຂອງລາວ, ອັນ​ເປັນ​ການ​ປະ​ກອບ​ສ່ວນ​ເຂົ້າ​ໃນ​ການ​ເພີ່ມ​ພູນ​ຄູນ​ສ້າງ​ສາຍ​ພົວ​ພັນ​ມິດ​ຕະ​ພາບ​ແບບ​ພິ​ເສດລາວ-ຫວຽດ​ນາມ, ພ້ອມທັງສະແດງຄວາມຂອບໃຈ ສະຫາຍ ຫວຽດນາມ ທີ່ໄດ້ໃຫ້ການຊ່ວຍເຫລືອຢ່າງມີປະສິດທິຜົນ ແລະ ທັນການ ແກ່ ສປປ ລາວ ຕະຫລອດມາ.ສອງຝ່າຍເຫັນດີເປັນເອກະພາບກັນ ຈະສືບຕໍ່ຮ່ວມມືກັນຢ່າງໃກ້ຊິດ ເພື່ອຊີ້ນຳຊຸກຍູ້ບັນດານັກລົງທຶນຫວຽດນາມ ທີ່ມາລົງທຶນຢູ່ລາວ ໃຫ້ເພີ່ມຄວາມເອົາໃຈໃສ່ເຖິງປະສິດທິພາບການລົງທຶນ ແລະ ຮ່ວມກັນແກ້ໄຂບັນຫາບົ່ມຊ້ອນຕ່າງໆ ທີ່ເກີດຂຶ້ນເພື່ອເຮັດແນວໃດໃຫ້ການລົງທຶນຂອງຫວຽດນາມຢູ່ລາວ ນຳເອົາຜົນປະໂຫຍດມາສູ່ປະຊາຊົນສອງຊາດຢ່າງແທ້ຈິງ. ນອກຈາກ​ນັ້ນ, ຜູ້ ​ນຳ​ທັງ​ສອງ​ຍັງ​ໄດ້​ເຫັນ​ດີ​ເຫັນ​ພ້ອມ​ນຳ​ກັນ​ຈະ​ສືບ​ຕໍ່​ຊີ້​ນຳ​ຂະ​ແໜງ​ ການ​ຕ່າງໆ​ຂອງ​ສອງ​ປະ​ເທດ​ໃຫ້ເອົາ​ໃຈ​ໃສ່ຍົກ​ສູງ​ປະ​ສິດ​ທິ​ຜົນ​ຂອງ​ການ​ ຮ່ວມ​ມື ທັງ​ນີ້​ກໍເພື່ອເຮັດ​ໃຫ້​ສາຍ​ພົວ​ພັນ​ມິດ​ຕະ​ພາບ​ຖານ​ອ້າຍ​ນ້ອງ, ຄວາມ​ສາ​ມັກ​ຄີ​ພິ​ເສດ ແລະ ການ​ຮ່ວມ​ມື​ຮອບ​ດ້ານທີ່​ສອງ​ພັກ, ສອງ​ລັດ​ຖະ​ບານ ແລະ ປະຊາຊົນສອງຊາດ ໃຫ້ຄວາມສໍຳຄັນນັ້ນ, ນັບ​ມື້​ນັບແຕກດອກ​ອອກ​ຜົນ ແລະ ຈະ​ເລີນງອກ​ງາມ​ຂຶ້ນ​ໄປ​ເລື້ອຍໆ. ຫລັງຈາກສຳເລັດການ ພົບປະສອງ​ຝ່າຍ ນາຍົກລັດຖະມົນຕີທັງສອງໄດ້ເຂົ້າຮ່ວມເປັນສັກຂີພິຍານໃນພິທີລົງນາມບົດບັນທຶກຊ່ວຍຈຳລະຫວ່າງລັດຖະບານລາວ-ສສຫວຽດນາມ ກ່ຽວກັບຍຸດທະສາດການຮ່ວມມື


__________________
Anonymous

Date:
Permalink   
 

Anonymous wrote:

ຄົນລາວໃນຍຸກກ່ອນເປັນ ແມວລັບໃຊ້ກາ

ຄົນລາວໃນຍຸກນີ້ເປັນ ໝາລັບໃຊ້ແກວ

ໂອຍ! ຍຸກໃດກໍບໍ່ມົ້ມເປັນຄົນລັບໃຊ້ຕ່າງຊາດ.

 


 ມັນເປັນຍ້ອນເຈົ້າສອງອ້າຍນ້ອງຂີ້ຕະເຟືອຍ ສຸວັນນາ ແລະ ສຸພານຸວົງ.

ລິງຕໍ່ລິງຊິງກັນຂີ້ນໄມ້ບາດໄດ້ໄມ້ແມ່ນແກວຫົວຂອດ.



__________________
Page 1 of 1  sorted by
 
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard