ລາວໂຮມລາວ ເພື່ອປະຊາທິປະໄຕ

Members Login
Username 
 
Password 
    Remember Me  
Post Info TOPIC: ເຄມີຈາກສວນກ້ວຍກະທົບ ຊາວບ້ານ
Anonymous

Date:
ເຄມີຈາກສວນກ້ວຍກະທົບ ຊາວບ້ານ
Permalink   
 


ເຄມີຈາກສວນກ້ວຍກະທົບ ຊາວບ້ານ

image

 

ປະຊາຊົນ ຢູ່ໃນ 2 ບ້ານ ຄື, ບ້ານ ໜອງບົວ ແລະ ບ້ານ ນໍ້າແກ້ວຫຼວງ ເມືອງສິງ ແຂວງ ຫຼວງນໍ້າທາ, ໄດ້ຮັບຜົນ ກະທົບ ຈາກ ສານເຄມີ ທີ່ ເຂົາເຈົ້າ ໃຊ້ ຢູ່ໃນ ສວນກ້ວຍ ຂອງຈີນ, ທີ່ ສົ່ງກິ່ນ ຂິວ ແລະ ສັດລ້ຽງ ຂອງ ຊາວບ້ານ ກໍ ຕາຍ. ດັ່ງ ຊາວບ້ານ ທ່ານນຶ່ງ ຜູ້ທີ່ໄດ້ ຮັບ ຜົນກະທົບ ໄດ້ ກ່າວຕໍ່ ເອເຊັຽ ເສຣີ ວ່າ:

"ເອີລູກເອີຍ ສີດຢາ ສວນກ້ວຍ ຫັ້ນ ອີ່ແມ່ ຢູ່ໃກ້ ຫັ້ນ, ກະຢູ່ ບໍ່ໄດ້ ຊິເຮັດ ແນວໃດ ຊິຍ້າຍໄປ ບ່ອນອື່ນ ກະບໍ່ຮູ້ ບ່ອນຍ້າຍ".

ແລະ ນອກຈາກ ນັ້ນ ເປັດ ແລະ ໄກ່ ຂອງ ຊາວບ້ານ ກໍຕາຍ ຍ້ອນເຂົ້າໄປ ຫາກິນ ຢູ່ໃນ ສວນກ້ວຍ, ຊຶ່ງ ປະຊາຊົນ ເຊື່ອວ່າ ເປັນຍ້ອນ ສານເຄມີ ຢູ່ ໃນສວນກ້ວຍ ນັ້ນ ແລະ ທີ່ຜ່ານມາ ຊາວບ້ານ ກໍໄດ້ ສະເໜີ ຕໍ່ ອຳນາດ ການ ປົກຄອງ ບ້ານ ແລ້ວ, ເພື່ອ ຂໍໃຫ້ ສະເໜີ ຕໍ່ ໜ່ວຍງານ ເມືອງ ແລະ ແຂວງ, ຂໍໃຫ້ເພິ່ນ ມາຊ່ວຍ ແກ້ໄຂ ແຕ່ບໍ່ເຫັນ ວ່າມີ ໜ່ວຍງານ ໃດ ລົງມາ. ດັ່ງ ຊາວບ້ານ ທ່ານ ດຽວກັນນີ້ ເວົ້າຕື່ມ ອີກວ່າ:

"ດຽວນີ້ ກະ ສະເໜີ ກັນນ່າ ໂຕ ເປັດ ໂຕໄກ່ ແມ່ເຖົ້າ ກໍຕາຍ ຊິ ສະເໜີ ສະເໜີ ຢູ່ການບ້ານ ຫັ້ນ, ນາຍບ້ານ ການຈັດຕັ້ງ ຫັ້ນ, ເຂົາກະຍັງ ບໍ່ແກ້ໄຂ ເທື່ອ ຊິເຮັດ ຈັ່ງໃດ".

ຊາວບ້ານ ຍັງເວົ້າອີກ ວ່າ ຜູ້ ໄດ້ຮັບ ຜົລກະທົບ ມີອາການ ວິນຫົວ ແລະ ປວດຮາກ, ໃນເວລາ ທີ່ ມີການ ສີດຢາ ຢູ່ໃນ ສວນກ້ວຍ, ເນື່ອງຈາກວ່າ ສວນກ້ວຍ ຢູ່ໃກ້ ບ້ານ ພຽງ 50 ແມັດ ເທົ່ານັ້ນ. ປະຊາຊົນ ທັງສອງ ບ້ານ ແມ່ນທົນ ຢູ່ກັບ ກິ່ນ ຂິວ-ເໝັນ ຈາກ ສານເຄມີ ຕ່າງໆ ມາເປັນ ເວລາ 2 - 3 ປີ ແລ້ວ, ແລະ ອາດຈະຕ້ອງ ທົນໄປ ອີກ 5 ຫາ 6 ປີ ຈົນກວ່າ ສັນຍາ ສຳປະທານ ປູກກ້ວຍ ນັ້ນ ຈະ ໝົດໄປ.

ກ່ຽວກັບ ເຣຶ່ອງນີ້ ນັກຂ່າວ ເອເຊັຽ ເສຣີ ພຍາຍາມ ຕິດຕໍໍ່ໄປ ຂໍຄວາມ ກະຈ່າງແຈ້ງ ນໍາ ໜ່ວຍງານ ສິ່ງແວດລ້ອມ ແລະ ໜ່ວຍງານ ກະສິກັມ ແຂວງ ຫຼວງນ້ຳທາ ແຕ່ກໍ່ບໍ່ ສາມາດ ຕິດຕໍ່ ໄດ້. ນອກຈາກ ແຂວງ ຫຼວງນໍ້າທາ ແລ້ວ ຢູ່ ແຂວງ ບໍ່ແກ້ວ, ໄຊຍະບູຣີ, ຜົ້ງສາລີ ແລະ ອຸດົມໄຊ ກໍຍັງມີ ການ ປູກກ້ວຍ ແລະ ໃຊ້ ສານເຄມີ ຢ່າງ ແຜ່ຫຼາຍ.

ໜັງສືພິມ ວຽງຈັນທາມສ ຂອງລາວ ກໍຣາຍງານ ເມື່ອ ວັນທີ 8 ກັນຍາ ວ່າ ທ່ານ ຈັນເພັງ ແກ້ວສີວັນ ຫົວໜ້າ ຜແນກ ຊັພຍາກອນ ທັມມະຊາດ ແລະ ສິ່ງແວດລ້ອມ ແຂວງ ອຸດົມໄຊ ໄດ້ ສົ່ງ ເຈົ້າໜ້າທີ່ ວິຊາການ ລົງໄປ ກວດສອບ ບັນຫາ ສານເຄມີ ຢູ່ໃນ ສວນກ້ວຍ. ແລະ ທ່ານ ຈັນເພັງ ກໍຍອມຮັບ ວ່າມີ ຄວາມເປັນໄປ ໄດ້ ທີ່ ຈະມີການ ໃຊ້ ສານເຄມີ ຢູ່ ໃນສວນກ້ວຍ ເກີດ ການ ຮົ່ວໄຫລ ໃນເວລາ ທີ່ ມີການ ນໍາໃຊ້ ຢູ່ ໃນ ສວນກ້ວຍ.



__________________
Anonymous

Date:
Permalink   
 

ປະເທດຈີນ ມີໜ້າດິນປູກຝັງອັນກ້ວາງໃຫຍ່ໄພສານກ່ອນລາວບໍ່ຈັກກີ່ລ້ານເທົ່າ ເປັນຫຍັງມັນບໍ່ປູກໃສ່

ແຜ່ນດິນປະເທດມັນ? ກໍເພາະເຫດຜົນນີ້ລະມັນຈອ່ງບໍ່ປູກຢູ່ປະເທດມັນເພາະມັນຢ້ານປະຊາຊົນປະທ້ວງ

ເອົາເຂົ້າຂອງສວນໄປຍິງເປົ້າ ມັນຈຶ່ງເອົາເງິນມາລໍ້ລັດຖະບານໂງ່ໆ ປ.4 ຂອງລາວ ແລ້ວມັນກໍໄດ້ດັ່ງ

ໃຈຫວັງ. ປະຊາຊົນລາວຈະຕາຍມັນກໍບໍ່ສົນ ເພາະລັດຖະບານເປັນເຈົ້າຂອງປະຊາຊົນລາວແທ້ໆຍັງບໍ່ສົນ

ໃຈກັບຄົນລາວຜູ້ທີ່ຖືກຄວາມກະທົບກັບເຄມີຈາກສວນກ້ວຍຂອງພວກມັນ ແລ້ວພວກມັນຈະສົນຮັດ

ຫຍັງ.

ຈຳຄຳສຸພາສິດນີ້ເອົນໄວ້ ບັກທອງສິງ ແລະ ບັກຈູມມະລີ

ຜີເຮືອນບໍ່ດີ ຜີປ່າແຊກ.



__________________
Page 1 of 1  sorted by
 
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard