ລາວໂຮມລາວ ເພື່ອປະຊາທິປະໄຕ

Members Login
Username 
 
Password 
    Remember Me  
Post Info TOPIC: ທາງການລາວຫ້າມສົ່ງອອກ ໄມ້ທ່ອນ
Anonymous

Date:
ທາງການລາວຫ້າມສົ່ງອອກ ໄມ້ທ່ອນ
Permalink   
 


ທາງການລາວຫ້າມສົ່ງອອກ ໄມ້ທ່ອນ

ຫ້ອງການ ຣັຖບານ ລາວ ອອກ ແຈ້ງການ ຫ້າມ ບໍ່ໃຫ້ ສົ່ງ ໄມ້ທ່ອນ ອອກ ນອກ ປະເທດ, ຊຶ່ງ ໃນນັ້ນ ກຳນົດໄວ້ ວ່າ:

"ບໍ່ ອະນຸຍາດ ໃຫ້ສົ່ງ ໄມ້ທ່ອນ, ໄມ້ ຕີຕັບ ອອກໄປ ຕ່າງ ປະເທດ ຢ່າງ ເດັດຂາດ, ໃຫ້ ປຸງແຕ່ງ ສໍາເຣັດ ຮູບ ແລ້ວ ຈຶ່ງ ສົ່ງອອກ”.

ແຈ້ງການ ສະບັບໃໝ່ ຂອງ ຫ້ອງວ່າການ ຣັຖບານ ນີ້, ມີຂຶ້ນ ໃນ ວັນທີ 18 ສິງຫາ 2015 ຕາມ ການສເນີ ຂອງ ກົມນໍາເຂົ້າ ແລະ ສົ່ງອອກ ກະຊວງ ອຸດສາຫະກັມ ແລະ ການຄ້າ ແລະ ຕາມ ການຕົກລົງ ຂອງ ນາຍົກ ຣັຖມົຕຣີ, ຮອງນາຍົກ ຣັຖມົນຕຣີ ແລະ ຜູ້ຊີ້ນຳ ວຽການ ເສຖກິດ ຂົງເຂດ ການຜລິດ ແລະ ຈໍຣະຈອນ.ແຈ້ງການ ສະບັບນີ້ ປ່ຽນແທນ ແຈ້ງການ ສະບັບ ລົງ ວັນທີ 30 ເມສາ 2015.

ຣັຖບານ ລາວ ເວົ້າວ່າ ແຈ້ງການ ສະບັບກ່ອນ ກໍແມ່ນ ເພື່ອ ເພີ່ມມູລຄ່າ ແກ່ ຜລິຕພັນ ໄມ້ ດ້ວຍການ ແປຮູບໄມ້ ກ່ອນ ສົ່ງອອກ ຂນະທີ່ ສນອງ ໄມ້ທ່ອນ ເປັນ ວັຖຸດິບ ໃຫ້ ໂຮງເລື່ອຍ ທ້ອງຖິ່ນ ແລະ ໂຮງງານ ເຟີນິເຈີ້ ຕ່າງໆ ຫຼາຍຂຶ້ນ, ເພື່ອ ສນອງ ຄວາມຕ້ອງການ ທີ່ ເພີ່ມຂຶ້ນ. ຂນະນີ້ ທຸຣະກິດ ເຟີນິເຈີ້ ຈໍານວນ ນຶ່ງ ປະເຊີນ ກັບ ການຂາດເຂີນ ໄມ້ ທ່ອນ.

ທ່ານ ບຸນເພັງ ແພງສີສະຫວັດ ຈາກ ສະມາຄົມ ເຟີນິເຈີ້ ລາວ ກ່າວຕໍ່ ວຽງຈັນທາມສ ວ່າ, ຫຼາຍເດືອນ ມານີ້ ທຸຣະກິດ ເຟີນິເຈີ້ ຈໍານວນ ນຶ່ງ ໃນທົ່ວ ປະເທດ ຈໍາຕ້ອງ ຢຸດ ກິຈການ ໄປ ຍ້ອນ ບໍ່ສາມາດ ຫາ ໄມ້ທ່ອນ ມາຜລິດ ຕາມ ໃບສັ່ງໄດ້, ແລະ ທາງ ສະມາຄົມ ກໍໄດ້ ຮຽກຮ້ອງ ຂໍໂຄຕ້າ ໄມ້ທ່ອນ ຈາກ ຣັຖບານ ເພື່ອ ໃຫ້ ທຸຣະກິດ ຂອງ ພວກຕົນ ຍືນຍົງ, ແຕ່ ຍັງບໍ່ໄດ້ ຮັບ ອະນຸຍາດ ເທື່ອ.

ບໍຣິສິດ ເຟີນິເຈີ້ ສ່ວນໃຫຍ່ ທີ່ຍັງ ດໍາເນີນ ຢູ່ ໂດຍສະເພາະ ຢູ່ ນະຄອນຫຼວງ ວຽງຈັນ ຕ້ອງໄດ້ຊື້ ໄມ້ທ່ອນ ຈາກ ສນາມໄມ້ ແທນທີ່ ຈະໃຊ້ໄມ້ ທີ່ ສນອງ ໃຫ້ ຕາມ ໂຄຕາ ທີ່ ຣັຖບານ ໃຫ້.

12032243_960372034002194_7838454994583131682_n.jpg?oh=d374e9f67da2a9437d410723fdd1f1d6&oe=566A359B

ທ່ານ ເວົ້າວ່າ ການຂາດເຂີນ ໄມ້ທ່ອນ ສ້າງ ບັນຫາ ແກ່ທາງ ສະມາຄົມ ຂນະທີ່ ທາງ ສະມາຄົມ ພຍາຍາມ ຂຍາຍ ຕລາດ ທີ່ ມີຄວາມ ຕ້ອງການ ສູງ ທັງ ຢູ່ພາຍໃນ ລາວ ແລະ ຕລາດ ຕ່າງ ປະເທດ, ແຕ່ ການສນອງ ແມ່ນ ມີຈໍາກັດ. ຄວາມ ຕ້ອງການ ເຄື່ອງ ເຟີນິເຈີ້ ລາວ ຂອງ ຕລາດ ຈີນ ກໍຫຼາຍ.

ກົມການເມືອງ02.jpg86.jpg



Attachments
__________________
Anonymous

Date:
Permalink   
 

ລົດໄມ້ເລົ່ານີ້ກຳລັງກຽມຈະອອກນອກປະເທດ ໄປອີກແລ້ວ ທີ່ເມືອງລະມາມ ແຂວງເຊກອງ12036500_714628345333667_2534848501748847026_n.jpg?oh=36f33b5be29d37b9a26c1491743a5a76&oe=566BA5EE



__________________
Anonymous

Date:
Permalink   
 

ໂຄດຊົ່ວ ນາມສະກຸນ ສີພັນດອນ

ສັ່ງຕັດໄມ້ກໍແມ່ນ ນາມສະກຸນນີ້ລະທົ່ວປະລາວແຕ່ເໜືອຕະລອດໃຕ້

33.jpg29.jpg31.jpg19.jpg



Attachments
__________________
Anonymous

Date:
Permalink   
 

ໄມ້ໝົດແລ້ວຈຶ່ງມາຫ້າມເນາະ!!!,ພວກຄວາຍ

biggrinconfuse



__________________
Anonymous

Date:
Permalink   
 

Anonymous wrote:

ໄມ້ໝົດແລ້ວຈຶ່ງມາຫ້າມເນາະ!!!,ພວກຄວາຍ

biggrinconfuse


 ຢ່າວ່າແຕ່ຕົ້ນໄມ້ເລີຍ ຮາກມັນກະຍັງບໍໃຫ້ເຫລືອ

ແຕ່ກໍ່ຢ່າໄປເຊື່ອວ່າຈະມີຜົນສັກສິດ ມີແຕ່ຢູ່ເຈັ້ຽ

ຊື່ໆ ຫັ້ນລະ

 



__________________
Anonymous

Date:
Permalink   
 

ທີ່ເມືອງລະມານ ແຂວງເຊກອງ ກຳລັງຈະສົ່ງໄມ້ ໄປປະເທດຫວຽດນາມ

12038537_961382770567787_6017278265243662989_n.jpg?oh=056f1e4ff99c59a8803dc60308112103&oe=569D682012046603_961382800567784_5833167559310832999_n.jpg?oh=f461c130afa89f39cfb31a8615325648&oe=56A5F7C412047204_961382830567781_1601778221380507288_n.jpg?oh=53a202735b3e130ba47561185ff263b4&oe=56AAE5C0



__________________
Anonymous

Date:
Permalink   
 

ທາງເຂົ້າໝູ່ບ້ານນາທັກ ແຂວງໄຊຍະບູລີ ປີ2020ປະຊາຊົນລາວ
ບໍ່ມີຄົນທຸກຍາກມີແຕ່ຄົນລວຍໆ

12049199_961353843904013_8681812771467693178_n.jpg?oh=4febbbefe49c583677ea9a5451f100e6&oe=5699CA5312019879_961353800570684_1251119695463118662_n.jpg?oh=de6ba2c7000b6aad6b3138d7d766e0f0&oe=569A0E5A

 



__________________
Anonymous

Date:
Permalink   
 

ເພິ່ນບໍ່ໄດ້ຫ້າມສົ່ງອອກ 100% ມີແຕ່ວ່າສົ່ງອອກຢາກຂຶ້ນກ່ວາເກົ່າ ຄ່າໃຊ້ຈ່າຍຫລາຍຂຶ້ນກ່ວາເກົ່າ ຫມາຍຄວາມວ່າໃຜມີອິດທິພົນແມ່ນສາມາດແລ່ນຂໍໂກຕານຳລັດທະບານໂດຍກົງເພື່ອສົ່ງອອກ ສ່ວນພໍ່ຄ້ານ້ອຍແມ່ນຕາຍຢ່າງຂຽດ ນີ້ຄືວິທີເພີ້ມມູນຄ່າໄມ້ເພື່ອສົ່ງອອກ ຂອງລັດທະບານ ສຸດຍອດຄວາມສະຫລາດສ່ອງໃສ



__________________
Page 1 of 1  sorted by
 
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard