ລາວໂຮມລາວ ເພື່ອປະຊາທິປະໄຕ

Members Login
Username 
 
Password 
    Remember Me  
Post Info TOPIC: APF ບໍ່ຄວນຈັດຢູ່ລາວ
Anonymous

Date:
APF ບໍ່ຄວນຈັດຢູ່ລາວ
Permalink   
 


APF ບໍ່ຄວນຈັດຢູ່ລາວ

image

 

ທ່ານ Phil Robertson ຮອງ ຜູ້ ອຳນວຍການ ອົງການ ສິ້ງຊອມ ສິດທິ ມະນຸດ ປະຈຳ ຂົງເຂດ ເອເຊັຽ ໃຫ້ ກ່າວວ່າ ເອເຊັຽ ເສຣີ ວ່າ, ເຄືອຂ່າຍ ອົງການ ຈັດຕັ້ງ ທາງສັງຄົມ ຂອງ ອາຊຽນ ແລະ ອົງການ ຈັດຕັ້ງ ສາກົນ ທີ່ ເຮັດວຽກ ຢູ່ໃນ ປະເທດ ອາຊຽນ, ໄດ້ສົ່ງ ຫນັງສື ໄປຍັງ ຄນະ ກັມມະການ ຈັດ ກອງປະຊຸມ ພາກ ປະຊາຊົນ ອາຊຽນ ວ່າ, ບໍ່ເຫັນດີ ໃຫ້ຈັດ ກອງປະຊຸມ ຢູ່ລາວ ໃນປີ 2016. ກຸ່ມ ດັ່ງກ່າວ ຕ້ອງການ ໃຫ້ ຈັດຢູ່ ປະເທດ ອື່ນ ບໍ່ແມ່ນ ຢູ່ ສປປ ລາວ. ດັ່ງ ທ່ານ ກ່າວວ່າ:

"ສົມຄວນ ທີ່ APF ຈະຟັງ ເຂົາ ບໍ່ຄວນເຮັດ ຢູ່ລາວ ຣັຖບານ ລາວ ບໍ່ຢາກໃຫ້ ເອົາເຣື້ອງ ກະເທີຍ ເຣື້ອງ ພູເຂົາ ຊາວດອຍ ຄະດີ ສົມບັດ ຣັຖບານ ລາວ ບໍ່ມັກ ຣັຖບານ ລາວ ກໍເລີຍ ສົ່ງ NGO ປອມຕົວ ເປັນ ລັກສນະ ຣັຖວິສາຫະກິດ NGO ມາຮ່ວມ ປະຊຸມ APF ຢູ່ ມາເລ ແຕ່ເຮົາຮູ້ ດີວ່າ ມາແຕ່  ຣັຖບານ ລາວ ເຣື້ອງ ຄວາມ ປອດພັຍ ຮັບຮອງ ບໍ່ໄດ້ ບັນຫາ ໃຫຍ່ ຢູ່ນີ້ນະ".

ທ່ານກ່າວ ຕື່ມວ່າ, ກອງປະຊຸມ ເວທີ ປະຊາຊົນ ອາຊຽນ ແມ່ນ ຈັດຂື້ນ ພ້ອມກັນກັບ ກອງ ປະຊຸມ ຜູ້ນຳ ອາຊຽນ ເພື່ອ ສະທ້ອນ ສຽງ ຂອງ ປະຊາຊົນ ໄປໃຫ້ ຜູ້ນຳ ອາຊຽນ ຮູ້, ຊຶ່ງ ຖ້າຫາກ ບໍ່ສາມາດ ຈັດ ຢູ່ ລາວ ໄດ້ ໃນປີ 2016 ກໍເປັນ ການ ຂວ້າມບາດ ເທື່ອທຳອິດ ໃນ ປວັດສາດ ຂອງ ອົງກອນ ທ່ານ ກ່າວ ເພີ້ມວ່າ:

"ຜູ້ ທີ່ຈັດການ ກໍເປັນ ຄນະ ກັມມະການ ປະເທດ ເຈົ້າພາບ ແຕ່ວ່າຖ້າ ສປປລາວ ບໍ່ໄດ້ເປັນ ເຈົ້າພາບ ໃຜ ຈະເປັນ ເຈົ້າພາບ ຈະເປັນ ລາວ ປະສົມໄທ ບໍ ຫລືໃຜ ກະບໍ່ມີ ປະສົບການ ເພາະວ່າ ບໍ່ເຄີຍ ມີການ ບອຍຄັອດ ຖ້າມີ ບອຍຄັອດ ເທື່ອນີ້ ຈະເປັນ ບອຍຄັອດເທື່ອ ທຳອິດ ຂອງ ASEAN PEOPLE FORUM".

ທ່ານວ່າ ຄນະ ກັມມະການ APF ຈາກ ມາເລເຊັຽ ໄດ້ຫາລື ກັບ ຣັຖບານ ໃນເຣື້ອງນີ້ ແລະໄດ້ຮັບ ຄຳຕອບວ່າ ໃຫ້ມາໃນ ເດືອນ ຕຸລາ ແຕ່ຕາມ ທັສນະ ສ່ວນຕົວ ແລ້ວ ທ່ານ ເຊື່ອຫມັ້ນ ໃນເຣື້ອງ ຄວາມ ປອດພັຍ ແລະ ສິດ ເສຣີພາບ ໃນການ ສະແດງອອກ ແຕ່ຖ້າ ຣັຖບານ ລາວ ບໍ່ປ່ຽນ ທ່າທີ ໃນການ ສະແດງ ຄວາມເຫັນ ຢ່າງເສຣີ ແລະ ປອດພັຍ ແກ່ ຜູ້ເຂົ້າຮ່ວມ ກອງ ປະຊຸມ ແລ້ວ ກໍບໍ່ຈຳ ເປັນທີ່ APF ຈະຈັດ ກອງປະຊຸມ ໃນ ລາວ.



__________________
Page 1 of 1  sorted by
 
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard