ລາວໂຮມລາວ ເພື່ອປະຊາທິປະໄຕ

Members Login
Username 
 
Password 
    Remember Me  
Post Info TOPIC: ຄວາມສັກສິດຂອງເຈົ້າພໍ່ ຜາແດງ ເມືອງວັງວຽງ.
Anonymous

Date:
ຄວາມສັກສິດຂອງເຈົ້າພໍ່ ຜາແດງ ເມືອງວັງວຽງ.
Permalink   
 


ຄົນທີ່ເກີດໃໝ່ໃຫຍ່ລຸນຂຶ້ນມາໃນຍຸກນີ້ອາດຈະບໍເຊື່ອທາງດ້ານຜີໆສາງໆເຈົ້າປ່າເຈົ້າເຂົາທີ່ເປັນເຈົ້າຖິ່ນເຈົ້າຖານ

ປົກປັກຮັກສາບ້ານເມືອງແລະປະຊາຊາວເຊື້ອທີ່ຢູ່ຕາມທ້ອງຖິ່ນຕ່າງໆທົ່ວຜືນແຜ່ນດິນຫລືພິພົບນີ້. ໃນເມືອງລາວ

ມີຫລາຍແຫ່ງຫລືສະຖານທີ່, ທີ່ຂຶ້ນຊື່ລືຊາວ່າມີເຈົ້າພໍ່ນັນເຈົ້າພໍ່ນີ້  (ໝາຍເຖິງຜີປ່າຜີເຂົາ)  ທີ່ມີລິດເດດມີພະລັງ

ສາມາດປົກປ້ອງເຫດຮ້າຍແລະອັນຕະລາຍໃຫ້ແກ່ທ້ອງຖິ່ນຫລືບ້ານເມືອງທີ່ມີຄົນອາສັຍຢູ່ທີ່ເອີ້ນກັນວ່າເປັນລູກ

ຫລານຂອງເຈົ້າພໍ່ພູນັ້ນເຈົ້າແມ່ຜານີ້ທີ່ຄົນໄດ້ຊ່າລືແລະເລົ່າສູ່ກັນຟັງມາເປັນເວລາອັນຍາວນານສືບຕໍ່ກັນມາຈົນ

ກາຍເປັນນິທານໄປກໍມີ.

ຜາແດງເປັນສັນຍາລັກຂອງເມືອງວັງວຽງຄຽງຄູ່ກັນພູບານຖ້ຳຈັງແລະຜາຕັ້ງທີ່ຊາວເມືອງວັງວຽງພາກັນມີນ້ຳໃຈ

ໃສສັທານັບຖືເຈົ້າພໍ່ຫລືເຈົ້າຖິ່ນເຈົ້າຖານແຫ່ງດັ່ງກ່າວມານີ້ພາຍຫລັງກຳເນີດຂອງເມືອງຊອງໃນອາດີດກ່ອນທີ່ຈະ

ປ່ຽນຊື່ໃາເປັນວັງວຽງ. ຜາແດງມີເຈົ້າພໍ່ (ເປັນເຈົ້າຂອງຜາໜ່ວຍນີ້) ທີ່ອາສັຍຢູ່ ແລະເປັນຜູ້ທີ່ມີລິດເດດອັນແຮງກ້າ

ສາມາດຮັກສາທຸກຢ່າງທີ່ຢູ່ໃນໂຂງເຂດທີ່ຂຶ້ນກັບມົນທົນຂອງເພິ່ນ. ເຖິງຈະມີການປ່ຽນແປງຂອງສັງຄົມມະນຸດມາ

ທຸກຍຸກທຸກສມັຍຊຶ່ງ້ລີ່ມແຕ່ສມັຍຜູ້ຊາຍເກົ້າຜົມຜູ້ຍິງປະນົມຈົນມາເຖິງຍຸກມະນຸດທີ່ມີຄວາມຈະເຣີນທາງດ້ານເທັກ

ນິກທີ່ເຮັດໃຫ້ມະນຸດມີຄວາມປ່ຽນແປງທາງດ້ານສັທາໃນການເຊື່ອແລະນັບຖືຜີສາງນາງໄມ້ໜ້ອຍລົງ, ແຕ່ຄວາມ

ສັກສິດຂອງເຈົ້າພໍ່ເຈົ້າແມ່ພູຜາປ່າເຂົາແຫ່ງຕ່າງໆຍັງຄົງຄອງມາຈົນສະແດງລິດອອກມາໃຫ້ມະນຸດເຫັນກັບຕາຢູ່

ໃນຍຸກທີ່ໃຊ້ອາວຸດສົງຄາມອັນທັນສມັຍໃນຍຸກນີ້.

ທີ່ວັງວຽງ, ເມື່ອກ່ອນມີໂຮງພາບພະຍົນຫລືໂຮງຮູບເງົາທີ່ສ້າງຂຶ້ນໃນລະຍະປີ 1963 ຢູ້ຂ້າງຕະລາດວັງວຽງ, ພາຍ

ຫລັງໂຮງໜັງເປີດຮັບໃຊ້ຊາວເມືອງມາໄດ້ພຽງສາມເດືອນກໍມີເຫດເກີດຂຶ້ນແລະທຳໃຫ້ປະຊາຊົນຊາວເມືອງພາ

ກັນແຕກຕື່ນຈົນຈະຢຽບກັນຕາຍທີ່ພາກັນຫລົ່ງຍາດກັນອອກຈາກປະຕູໂຮງຮູບເງົາໃນວັນນັ້ນ. ເລື່ອງມັນກໍມີຢູ່ວ່າ:

ວັນນັ້ນທາງໂຮງຮູບເງົາໄດ້ນຳເອົາໜັງຜີມາສາຍຊຶ່ງເປັນໜັງໄທໃນເລື່ອງ ແມ່ນາກ, ພໍຮູບເງົາເລີ່ມສາຍໄປໄດ້ປະ

ມານເຄິ່ງຊົ່ວໂມງແລະຮອດຕອນແມ່ນາກຖືກຂ້າຕາຍພ້ອມຖືພາທ້ອງກຳລັງແກ່ ກໍມີເຫດໄຟໄໝ້ຈໍໜັງຂຶ້ນກັບບາດ

ຈົນຄົນພາກັນແຕກຕື່ນແລ່ນຢຽບກັນອອກຈາກໂຮງໜັງ.   ຫລັງຈາກເຫດການເກີດຂຶ້ນທາງໂຮງໜັງກໍຊ່ອມແປງ

ຂຶ້ນມາໃໝ່ແລະສືບຕໍ່ສາຍໜັງໄປໄດ້ພັກໜຶ່ງກໍເກີດໄຟໄໝ້ຈໍໜັງຂຶ້ນອີກ ຄັ້ງນີ້ແມ່ນສາຍໜັງຜີຄືກັນກັບເຫດການ

ເກີດຂຶ້ນມາໃນຄັ້ງທຳອິດນັ້ນ, ແຕ່ຄັ້ງນີ້ເຈົ້າພໍ່ຜາແດງມາອອກປາກເຈົ້າຈ້ຳໃຫ້ມ້າງໂຮງໜັງຖິ້ມເສັຍ ຖ້າບໍ່ດັ່ງນັ້ນຈະ

ມີເຫດຮ້າຍເກີດຂຶ້ນອີກ ແລະໄດ້ປະກາດວ່າຈະຫັກຄໍເຈົ້າຂອງໂຮງໜັງຖ້າບໍ່ປະຕິບັດຕາມ ເພາະເຕືອນມາແລ້ວຄັ້ງ

ໜຶ່ງຍັງດື້ດຶງສືບສາຍໜັງຜີອີກ ໃນທີ່ສຸດເຈົາຂອງໂຮງໜັງກໍບໍສາມາດເປີດກິຈະການໂຮງໜັງໄດ້ຕໍ່ໄປອີກຈຶ່ງຕັດສິນ

ໃຈມ້າງໂຮງໜັງຕາມຂໍ້ສເນີຂອງເຈົ້າພໍ່ປາແດງ.

ເຫດການທີ່ສອງເກີດຂຶ້ນໃນປິ 1969 ຊຶ່ງໃນຍຸກນັ້ນສົງຄາມລາວຂ້າລາວກຳລັງອອກລິດອັນຮ້າຍແຮງ, ຝ່າຍແນວ

ລາວຍຶດສາລາພູຄູນແລະເມືອງກາສີໄດ້ ແຕ່ບໍ່ສາມາດເຂົ້າມາຍຶດວັງວຽງໄດ້ ຈຶ່ງມີແຕ່ມາຫລອນຍິງປອັງໆແປັງໆ

ແລ້ວປົບໜີເທົ່ານັ້ນ. ມື້ໜຶ່ງພວກແນວລາວລິດລອດເຂົ້າມາຕັ້ງຈະຣວດຢູ່ກາງພູບານແລະຍິງໃສ່ສູນກາງ ຢູເສດສ໌

ຂອງສະຫະຣັດຊຶ່ງຕັ້ງຕິດກັບຕະຫລາດວັງວຽງພຽງແຕ່ຮົ້ວໜາມໝາກຈັບຂັ້ນເທົ່ານັ້ນ. ຕອນນັນປະມານ 6 ໂມງ

ເຄິ່ງຕອນເຊົ້າພວມມີພໍ່ຄ້າແມ່ຄ້າຫລັ່ງເຂົ້າມາຊື້ຂາຍກັນພ້ອມດ້ວຍປະຊາຊົນທີ່ໄປຂື້ອາຫານການກິນຈົນແໜ້ນ

ຕະຫລາດ. ຈະຣວດລູກທຳອິດຜິດເປົ້າມາຕົກໃສ່ໃຈກາງຕະຫລາດ ແຕ່ບໍ່ແຕກ ປັກເຈ່ເດ່ຢູ່ໃນຂີ້ດິນ ເຖິງວ່າມັນບໍ່

ແຕກແລ້ວມັນຍັງບໍ່ຕຳບໍ່ຊູນແມ່ນຄ້າທີ່ນັ່ງຂາຍເຄື່ອງນັ້ນ. ລູກທີ່ສອງກໍຕາມມາໃນເວລາຂັ້ນກັນພຽງ ນາທີເຄິ່ງ ເທົ່າ

ນັ້ນ ແລະກໍຜິດເປົ້າໝາຍຢູເສດອີກ ມາຕົກໃສ່ຕະຫລາດຫ່າງຈາກລູກທຳອິດພຽງ 20ມ ເທົ່ານັ້ນ ແລະລູກທີສອງ

ນີ້ກໍບໍ່ແຕກອີກ. ທະຫານກອງປືນໃຫຍ່ຢູ່ຫົວເດີ່ນຍົນວັງວຽງຈັບຈຸດຍິງຈະຫລວດຂອງພວກແນວລາວໄດ້ຈຶ່ງຍິງໂຕ້

ຕອບໄປສອງສາມລູກ, ແລະໃນເວລາປະມານສາມສີ່ນາທີພາຍຫລັງລູກທີ່ສອງພວກແນວລາວກໍຍິມາອີກສອງ

ລູກຕິດກັນ ລູກໜຶ່ງຕົກໃສ່ກາງນ້ຳຊອງແລະແຕກດັງສນັ່ນ ອີກລູກໜຶ່ງຜ່ານຢູເສດໄປຕົກໃສ່ສວນກ້ວຍຟາກນ້ຳ

ເບື້ອງຜາແດງພຸ້ນ ແລະກໍຕົກໃສ່ຕີນບັນໄດຄູບຫລືກະທ້ອມສວນຊຶ່ງມີສອງຜົວເມັຍເຖົ້າຍັງນອນຢູ່ໃນຕູບນັ້ນ ແລະ

ລູກນີ້ກໍບໍ່ແຕກ.

ນີ້ລະຄືຄວາມສັກສິດຂອງເຈົ້າພໍ່ຜາແດງທີ່ປົກປັກຮັກສາລູກຫລານຊາງເມືອງຊອງຂອງເພິ່ນ, ເຫດການອັນນີ້ໄດ້

ສະແດງໃຫ້ປະຊາຊົນຊາວເມືອງວັງວຽງມີຄວາມປະທັບໃຈແລະເຊື່ອຖືເຈົ້າພໍ່ຜາແດງຢ່າງຍິ່ງ.



__________________
Anonymous

Date:
Permalink   
 

(ຕອນ 2.)

ເມືອງວັງວຽງກໍອີກເມືອງນຶ່ງທີ່ປາສະຈາກຕົກເປັນເຫຍື່ອຂອງສົງຄາມທຳລາຍເຜົນຜານນັບແຕ່ປະເທດລາວເຮົາເກີດ

ສົງຄາມການເມືອງຂຶ້ນ$ນປີ 1945 ເຖິງ 1975. ຈະເປັນຍ້ອນເຫດຜົນອັນໃດຝ່າຍຂ້າສຶກສັດຕູ (ຝ່າຍກົງກັນຂ້າມກັບ

ຣັຖະບານ) ຈຶ່ງບໍ່ສາມາດເຂົ້າມາໂຈມຕີທຳລາຍເຜົາຜານເມືອງວັງວຽງໄດ້ ຫລື ຈະເອີ້ນອີກປະເດັນນຶ່ງວ່າໃ່າຍສັດຕູ

ລັກລອບເຂົ້າມາໂຈຣະກັມທຳລາຍຖານທີ່ໝັ້ນຫລືໂຮງການສະຖານທີ່ຕ່າງໆຂອງຣັຖະບານວຽງຈັນແລະສຳຄັນທີ່ສຸດ

ແມ່ນອາຄານອົງການ ຢູເສດ ຂອງອາເມຣິກາ?  ຫລາຍໆຄັ້ງທີ່ພວກແນວລາວຮັກຊາດຍຶດພູຄູນໄດ້, ຍຶດເມືອງກາສີ

ໄດ້, ຍຶດບ້ານຊ້ອນນາຊູ ແລະ ພູແຊ ໄດ້ ແຕ່ກໍຢູ່ບໍຮອດມື້ພວກເຂົາກໍຖືກບຸກໂຈມຕີແລະຍຶດຄືນທີ່ໝັ້ນດັ່ງກ່າວມານັ້ນ

ຈາກໜ່ວຍປະຕິບັດງານພິເສດຂອງ BV58 ວັງວຽງ ມາໂດຍຕລອດ. ຄວາມພະຍາຍາມຂອງຝ່າຍແນວລາວຮັກຊາດ

ທີ່ຈະຍຶດວັງວຽງເພື່ອເປັນຖານທີ່ໝັ້ນຫລືເປັນເຂດປົດປ່ອຍເໝືອນເມືອງວຽງໄຊຊຳເໜືອ ໂພນສວັນຊຽງຂວາງແລະ

ເມືອງອື່ນໆໃນແຂວງຊຳເໜືອ, ຊຽງຂວາງ ແລະ ຟອງສາລີ ແມ່ນບໍ່ສາມາດກະທຳໄດ້.

ເມືອງວັງວຽງມີສນາມບິນ (ຫລືເອີ້ນວ່າເດີ່ນເຮືອບິນຈະເໝາະສົມກ່ວາ) ຂຶ້ນມາແຕ່ປາງນາຍພົນກອງແລຕັ້ງທີ່ໝັ້ນ

ຢູ່ໃນເມືອງນີ້ ຊຶ່ງໄດ້ຮັບຄວາມເອື້ອເຟື້ອໃນການກໍ່ສ້າງເດີ່ນຍົນຂຶ້ນໂດຍທູດທະຫານຝຣັ່ງເສສປະຈຳວັງວຽງ, ແຕ່ທີ່

ຈິງແລ້ວຖານທີ່ໝັ້ນຂອງກອງແລແລະສະຖານທູດຝຣັ່ງບໍໄດ້ຕັ້ງຢູ່ໃນໂຕເມືອງວັງວຽງເລີຍ ຕັ້ງຢູ່ບ້່ານວຽງໄຊ ປະມານ

6 ກລມ ຈາກວັງວຽງໄປທາງໃຕ້. ກອງແລຖືກຂັບໄລ່ເນຣະເທດອອກຈາກວັງວຽງໃນປີ 1966 ໂດຍລູນ້ອງຊັ້ນຈຳຂອງ

ເພິ່ນເອງ ນັ້ນກໍຄື ພັນເອກ ສົມເພັດ ສົດສວັນ ແລະ ພັນເອກ ແພງ ກ້ຽວສຸຫວັດ ຊຶ່ງນາຍົກຣັຖະມັນຕຣີ ສຸວັນນະພູມາ

ເປັນຜູ່ຢູ່ເບື້ອງຫລັງຂອງກໍຣະນີນີ້. ເມື່ອກອງແລຖືກເນຣະເທດອີກບໍ່ພໍເທົ່າໃດອາທິດ ສະຖານທູດທະຫານຝຣັ່ງເສສ

ປະຈຳວັງວຽງກໍຖອນອອກຈາກວັງວຽງກັບສູ່ວຽງຈັນ. ໃນປີ 1967 ສະຫະຣັຖໄດ້ເຂົ້າມາມີບົດບາດແລະສ້າງວັງວຽງ

ເປັນຖານທັບໃນດ້ານການຂົນສົ່ງລຳລຽງອາວຸດຍຸດໂທປະກອນເພື່ອປ້ອນໃຫ້ທະຫານຮັບຈ້າງ CIA ຊຶ່ງລ້ວນແຕ່ເປັນ

ທະຫານໄທຮັບຈ້າງ ແລະອີກສ່ວນນຶ່ງກໍເປັນທະຫານແລະຜູ້ຊ່ຽວຊານການທະຫານຂອງຟີລິປປິນມາປະຈຳການຢູ່

ທີ່ວັງວຽງ. ເດີ່ນຍົນຈາກເປັນເດີ່ນຂີ້ດິນແດງກໍມາເປັນເດີ່ນບິນທີ່ນັາສມັຍ ປູຢາງຫລືຄອນກຣີດແລະສາມາດບໍຣິການ

ຍົນ C123 ບິນຂຶ້ນລົງໄດ້.

ໃນປີ 1969 ສົມຄາມໜັກຂຶ້ນທຸກວັນ ການຂົນສົ່ງທາງບົກຖືກລົດສະຫງັກລົງເພາະບໍສາມາດຕ້ານທານຝ່າຍແນວລາວ

ແລະຫວຽດມິນໄດ້ ຈຶ່ງໃຊ້ການລຳລຽງກຳລັງທະຫານແລະເຄື່ອງອາວຸດສົງຄາມໂດຍທາງອາກາດ. ຍົນບິນຂຶ້ນລົງທີ່ວັງ

ວຽງນັບເປັນຮ້ອຍໆທ່ຽວບິນແຕ່ລະມື້ ຈົນມີອຸບັດເຫດຍົນຂອງຜູ້ຊ່ຽວຊານການທະຫານຂອງສະຫະຣັຖ (ຍົນສ່ວນຕົວ)

ຕົກ ສາມສີ່ຄັນໃນເວລານັ້ນ ແຕ່ທີ່ໜ້າແປກໃຈ ບໍມີໃຜເສັຍຊີວິດໃນເຫດຍົນຕົກນັ້ນ ພຽງແຕ່ບາດເຈັບເລັກໜ້ອຍເທົ່າ

ນັນ. ເຈົ້າພໍ່ຜາແດງອອກມາສູນປາກເຈົ້າຈ້ຳອີກ ຢາກໃຫ້ຢຸດການບິນແລະຂົນສົ່ງທາງອາກາດຍາມກາງຄືນ ເພາະລົບ

ກວນເພິ່ນທີ່ສຸດຈົນບໍ່ສາມາດນວນຫລັບຕາໄດ້ ຖ້າຍັງບືນຢູ່ແລ້ວຢ່າຫາວ່າບໍ່ເຕືອນ.  ພວກຫລ່າມຫລືນາຍພາສາພ້ອມ

ດ້ວຍເຈົ້າແຂວງວັງວຽງ (ວັງວຽງຖືກສະຖາປານາຂຶ້ນເປັນແຂວງໃນປີ 1970) ກໍພາກັນເຂົ້າໄປເຕືອນທະຫານອາເມຣິ

ກາຕາມຄວາມເຊື່ອຖືທີ່ເຊື່ອກັນມາເປັນເວລາຫລາຍຮ້ອຍປີ ແຕ່ພວກອາເມຣິກາບໍເຊື່ອ ຈຶ່ງສືບຕໍບິນໃນເວລາກາງຄືນ.

ຕໍ່ມາປະມານອາທິດໜຶ່ງ ມີຍົນສ່ວນຕົວ 6 ທີ່ນັ່ງຂອງຜູ້ຊ່ຽວຊານອາເມຣິກາມາແຕ່ອຸດອນປະເທດໄທມາລົງທີ່ວັງວຽງ

ແລະເປັນກາງເວັນແສດໆ ຍົນຄັນດັ່ງກ່າວກຳລັງບິນລົງສູ່ເດີ່ນຍົນ ນັກບຍິນກໍປະກົດເຫັນຄວາຍເປັນຝູງປະມານສິບ

ຊາວໂຕຍ່າງຜ່ານເດີ່ນບິນ ເພື່ອຫລີກລ່ຽງການຊົນຝູງຄວາຍຈຶ່ງບັງຄັບເຄື່ອງບິນເພື່ອທະຍານຂຶ້ນສູ່ທ້ອງຟ້າອີກ ແຕ່ວ່າ

ຍົນໝົດແຮງທີ່ຈະສາມາດທະຍານຂຶ້ນໄດ້ຈຶ່ງເຈືອກໄປຕົກຢູ່ຫົວເດີ່ນຍົນ ຈົນເປັນເຫດໃຫ້ມີຄົນຕາຍ 5 ຄົນ ເຫລືອຊີ

ວິດໄວ້ແມ່ນນັກບິນຄົນດຽວເພື່ອເອົາໄວ້ບອກເລົ່າເຫດການໃຫ້ຄົນຟັງ. ນັກບິບເລົ່າວ່າ ເຫັນຝູງຄວາມຍ່າງຜ່ານເດິ່ນ

ບິນຈຶ່ງດັກຫົວຍົນຂຶ້ນສູ່ທ້ອງຟ້າ ແຕ່ພໍຍົນຜ່ານຝູງຄວາຍໄປຈຶ່ງແນມຫລຽວຫລັງມາເບິ່ງເພາະຄິດວ່າບໍ່ຫວິດຝູງຄວາຍ

ເຫລົ່ານັ້ນ ແຕ່ບໍປະກົດເຫັນມີຄວາຍແມ້ແຕ່ຕົບດຽວເລີຍ, ແລະທາງເຈົ້າໜ້າທີ່ຮັກສາຄວາມປອດພັຍຂອງເດີ່ນບິນກໍ

ຢັ້ງຢືນວ່າບໍມີຄວາຍຫລືສັດໃດໆຈະສາມາດລິດລອດເຂົ້າມາເດີ່ນບິນໄດ້ ເພາະເດີ່ນບິນມີຮົ້ວຕາໜ່າງເຫລັກລວດ

ອ້ອມຮອບເດີ່ນບິນ.

ນັບແຕ່ນັ້ນມາ ອາເມຣິກາກໍເລີ່ມເຊື່ອເຈົ້າພໍ່ຜາແດງ ແຕ່ບໍ່ສະແດງອອກ ມາສັງເກດເຫັນທີ່ພວກເຂົາຢຸດການຂົນສົ່ງ

ທາງອາກາດຍາມກາງຄືນພາຍຫລັງເຫດຍົນຫລີກຄວາຍນັ້ນຜ່ານມາ.  ໃນປີດຽວກັນ ມີຍົນກອງທັບອາກາດລາວ

ທີ່ຂົນທະຫານລາວຂຶ້ນໄປຊຳທອງລ້ອງແຈ້ງຈາກເດີ່ນບິນວັງວຽງ ມີທະຫານປະມານ 50 ນາຍ ຢູ່ໃນທ້ຽວບິນທ້ຽວ

ດັ່ງກ່າວ, ພໍແຕ່ບິນອອກຈາກເດີ່ນບິນອອກໄປພຽງສາມສີ່ນາທີ ເຄື່ອງຍົນກໍຕິດຂັດ ນັກບິນຈຶ່ງນຳເຄື່ອງບິນໂຄ້ງຕ່າວ

ມາວັງວຽງ ເພື່ອນຳເອົາເຄື່ອງບິນລົງ ແຕ່ບໍສາມາດນຳເຄື່ອງບິນມາລົງທັນເຫດການ ເຄື່ອງບິນຈຶ່ງຕົກລົງໃສ່ທົ່ງນາ

ຫ່າງຈາກເດີ່ນບິນໄປສາມກິໂລແມດ. ສິ່ງທີ່ມະຫັສຈັນ ບໍມີຄົນໃດເສັຍຊີວິດແລະບາດເຈັບແມ້ແຕ່ຄົນດຽວເລີຍ. ຖ້າ

ສັງເກດເບິ່ງສະພາບຂອງຍົນແລ້ວ ແມ່ນບໍຕາຍກໍຕ້ອງຖືກບາດເຈັບຫລາຍສິບຄົນຢູ່.    ເຫດການນີ້ກໍເຈົ້າພໍ່ຜາແດງ

ເຈົ້າເດີມ ທີ່ອອກມາເຂົ້າສິງເຈົ້າຈ້ຳວ່າ ນັກບິນຄົນໜຶ່ງໄດ້ຍົກມືຂຶ້ນໄຫວ້ວອນຫາໃຫາປົກປັກຮັກສາເພາະຈະຳດ້

ບິນອອກເດີນທາງໄປສູ່ຖິ່ນກັນດານ ຂໍໃຫ້ປອດພັຍທຸກປະການ ດັ່ງນັ້ນເຈົ້າພໍ່ຜາແດງຈຶ່ງຈັດໃຫ້. ເມື່ອເຈົ້າຈ້ຳອອກມາ

ໄບ່ໃຫເຟັງແລ້ວ ເຈົ້າເມືອງວັງວຽງຈຶ່ງຕິດຕໍ່ໄປຍັງນັກບິນທີ່ກຳລັງພັກລໍຖ້າເຄື່ອງບິນຄັນໃໝ່ມາຮັບເອົາ ແລະໄດ້ຖາມ

ນັກບິນສອງຄົນນັ້ນວ່າ ພວກທ່ານມີຂອງດີວິເສດແນວໃດຈຶ່ງສາມາດປົກປ້ອງເຫດອັນຕຣາຍຮ້າຍແຮງດັ່ງນີ້ໄດ້ ແລະ

ຍັງສາມາດປົກປັກຮັກສາທຸກຄົນໃນຍົນນັ້ນໄດ້? ທາງນັກບິນສອງຄົນນັ້ນຕອບວ່າ ພວກເພິ່ນບໍ່ມີຂອງດີຂອງຄົງອັນໃດ

ທັງສິ້ນ, ແຕ່ນັກບິນທ່ານໜຶ່ງບອກວ່າ ເພິ່ນໄຫວ້ວອນຫາເຈົ້າພໍ່ຜາແດງໃຫ້ຮັກສາເບິ່ງແຍງເພິ່ນພ້ອມດ້ວຍທຸກໆຊີວິດ

ທີ່ຮ່ວມເດີນທາງໃນຍົນຄັນດັ່ງກ່າວນີ້ດ້ວຍ. ການທີ່ເພິ່ນໄຫວ້ຫາເຈົ້າພໍ່ຜາແດງກໍເນື່ອງຈາກວ່າໄດ້ຍິນຄຳຊ່າລືກັນວ່າ

ເຈົ້າພໍ່ຜາແດງມີຈິງແລະສັກສິດອີກດ້ວຍ ຈຶ່ງຂໍພອນຈາກເພິ່ນ.



__________________
Anonymous

Date:
Permalink   
 

ໂດຽຍຶດໜັ້ນແລະເຊື່ອໃນຄວາມສັກສິດຂອງເຈົ້າພໍ່ຜາແດງຕາມທີ່ທ່ານຜູ້ເລົ່າໄດ້ພັນລະນາ.

ຜຂ ຈຶ່ງຂໍວິວອນຕໍ່ເຈົ້າພໍ່ຜາແດງຈົ່ງໂດນໃຈໃຫ້ພວກພັກ-ລັດ ທີ່ກຳອຳນາດຢູ່ໃນເວລານີ້

ຊຶ່ງຍາມໃດກໍ່ອ້າງຕົນວ່າສະຫຼາດສ່ອງໃສ,ຈຶ່ງຢາກໃຫ້ເພິ່ນເຮັດໃຫ້ເຫັນຄວາມສ່ອງໃສຕົວຈິງ

ຂອງເພິ່ນໃຫ້ເພິ່ນຮັກເຊື້ອແພງຊາດເຜົ່າພັນລາວ.ບໍ່ແມ່ນວ່າຈະເຮັດຄືປະຈຸບັນທີ່ແບ່ງແຍກ

ເບື່ອເມົາ,ກຳຈັດໃຫ້ຫາຍສາບສູນ,ກັກສິດເສລີພາບຢ່າງບໍ່ສົມເຫດສົມຜົນພຽງແຕ່ເຂົາສແດງ

ຄວາມເຫັນຕ່າງດ້ວຍການຕໍ່ວ່າຕໍ່ຂານປັດສະຈາກກຳລັງ ແລະ ອາວຸດ ປັດສະຈາກການທຳຮ້າຍ

ຮ່າງກ່າຍຢ່າງສີ້ນເຊິງ.ກົງກັນຂ້າມຜູ້ມີອຳນາດກໍ່ທຳການບັງຄັບໃຫ້ເຂົາຫາຍສາບສູນດັ່ງທ່ານ

ສົມບັດ ສົມພອນ ທີ່ເປັນຂ່າວດັ່ງໄປທົ່ວຈັກກະວານ.ແຕ່ຄົນອື່ນທີ່ບໍ່ເປັນຂ່າວກໍ່ຄົງມີບໍ່ໜ້ອຍ

ເໝືອນກັນ.ອີກກໍລະນີໜຶ່ງຫາກໍ່ເປັນຂ່າວດັງສົດໆຮ້ອນນັ້ນຄືກໍລະນີຂອງທ່ານບຸນທັນ ທຳມະວົງ

ລູກບ້ານຫຼານເມືອງຜູ້ທີ່ບໍ່ຍອມລືມເຊື້ອຊາດແລະເຜົ່າພັນລາວເຖິງແມ່ນຈະໄປຖືສັນຊາດອື່ນ

ແລ້ວກໍ່ຕາມເພາະການມີສັນຊາດອື່ນກໍ່ເພື່ອການດຳລົງຊີວິດໃຫ້ມີຄວາມສະດວກໃນປະເທດ

ນັ້ນໆທໍ່ນີ້ເອງແຕ່ຈິດໃຈຍັງແດງເຂັ້ມດາວເລືອດລາວເໝືອນເດີມຄືກັບບູຄຄົນອື່ນທີ່ເອົາສັນ

ຊາດຂອງປະເທດນັ້ນໆ.ແຕ່ເຮັດແນວໃດ ພັກ-ລັດ ຜູ້ປະກາດຕົນເອງວ່າສະຫຼາດສ່ອງໃສເຖິງ

ກັບອ່ານບໍ່ອອກແທງບໍ່ຊອດບັນຫາຊໍ່ານີ້.ແຕ່ຜູ້ນຳປະເທດອອ້ມຂ້າງທີ່ເຂົາບໍ່ໄດ້ຕີຕົນເອງວ່າ

ສະຫຼາດສ່ອງໃສເຂົາຍັງຫົວໄວຮູ້ໝູນໄຊ້ສະພາບການອຳນວຍຄວາມສະດວກແກ່ຄົນເຂົາຕົວ

ຢ່າງໄທທີ່ພາສາເວົ້າຂະນົບທັມນຽມໄກ້ຄຽງກັບລາວ.ຄືບໍ່ມືນຕາເບິ່ງເຂົາແດ່!ຜູ້ສະຫຼາດສ່ອງໃສ

ເອີຍ.ເວົ້າໄປຫຼາຍມັນຍາວ.ຈຶ່ງຂໍກາບວິງວອນເຈົ້າພໍ່ຜາແດງຕັກເຕື່ອນພວກເພິ່ນໃຫ້ຮູ້ຈັກ

ຮັກເຊື້ອແພງຊາດເຜົ່າພັນລາວແດ່ບໍ່ວ່າຢູ່ໃນ ກໍ່ຄືທີ່ຕ່າງປະເທດແດນໄກປະເທດທ່ານທົ່ວໂລກ.

ຖ້າເຮັດແນວໃດເຂົາຜູ້ສະຫຼາດສ່ອງໃສເວົ້າບໍ່ຢ່າວ່າບໍ່ຟັງຂໍໃຫ້ເຈົ້າພໍ່ຜາແດງລົງໂທດພວກນີ້

ໃຫ້ມັນເຫັນທັນຕາໃນເວລາອັນຄວນດ້ວຍເຖີດ.

ສາທຸ,ສາທຸ,ສາທຸ.



__________________
Anonymous

Date:
Permalink   
 

ຂໍເຜີ້ມເຕີມ ຈາກເຈົ້າຂອງກະທູ້.

 

ທ່ານໃດເປັນຄົນພື້ນຖານວັງວຽງທີ່ເກີດແລະເຕີບໂຕຂຶ້ນໃນຕົວເມືອງວັງວຽງແລະອ້ອມແອ້ມໃນວົງຣັສມີສິບຫລັກກິໂລແມັດ

ແລະມີອາຍຸ 6ຂວບໃນປີ 1956 ຂຶ້ນມາຫາ 1974 ກ່ອນບ້ານເມືອງປ່ຽນແປງການປົກຄອງຈາກຣາຊະອານາຈັກມາເປັນສາທາ

ຣະນະຣັດ ຄມນ ອາດຈະຮູ້ຈັກປວັດຄວາມສັກສິດຂອງເຈົ້າພໍ່ຜາແດງທີ່ຮັກສົມຮັກສາປະຊາກອນຊາວເມືອງວັງວຽງຊຶ່ງເຣີ່ມ

ແຕ່ອະດີດເມືອງຊອງມາເປັນວັງວຽງຈາກຄວາມເລົ່າລືຂອງບັນພະບຸຣຸດຂອງທ່ານແລະຈາກຄວາມປະສົບການດ້ວຍທ່ານເອງ,

ນອກຈາກທ່ານໃດຫລືບຸກຄົນໃດທີ່ມີຄວາມຊົງຈຳຫລືສມອງເສື່ອມເທົ່ານັ້ນທີ່ບໍ່ຮັບຮູ້ເຖິງຄວາມສັກສິດຂອງເຈົ້າພໍ່ຜາແດງ.

 

ໃນປາງປະຖົມອະດີດເມືອງຊອງ ຄວາມສັກສິດແລະມີອິດທິເດດອັນສູງສົ່ງຂອງເຈົ້າພໍ່ຜາແດງ, ເມືອງຊອງບໍເຄີຍຕົກຢູ່ພາຍໃຕ້

ອົ້ງມືຂອງຂ້າເສິກສັຕຣູບໍວ່າຈະເປັນສັຕຣູຕ່າງຊາດເຊັ່ນ: ພະມ້າ, ອານາມ, ຫໍ້ທຸກສີທຸງ ແລະ ສຍາມ ເພາະຂ້າເສິກເຫລົ່ານັ້ນ

ບໍ່ສາມາດເຂົ້າມາເຖິງເຂດເມືອງຊອງໄດ້ ແມ່ນແຕ່ຄິດຫລືວາງແຜນຈະບຸກໂຈມຕີກໍມີເຫດການສິ່ງໃດສິ່ງໜຶ່ງເກີດຂຶ້ນກັບເຫລົ່າ

ທະຫານຂອງຟາກຝ່າຍທີ່ຫວັງທຳລາຍຫລືບຸກຈູ່ໂຈມຂຶ້ນກະທັນຫັນເຊັ່ນ ເປັນໂຣຄອະຫິວາ ໄຂ້ປ່າມາເລເຣັຍຫລທໄຂ້ຍຸງ ແລະ

ມີທັງພັຍທັມະຊາດເຊັ່ນພາຍຸຝົນລົມເກີດຂຶ້ນເພື່ອຕັດບັນທ່ອນກອງທະຫານຂອງສັຕຣູລົງທັນທີ. ດ້ວຍເຫດການເກີດຂຶ້ນເຊັ່ນນີ້ຕໍ່

ກອງກຳລັງທະຫານຂອງຝ່າຍກົງກັນຂ້າມທີ່ຄິດວາງແຜນມາໂຈມຕີຖິ່ນຖານແລະລູກຫລານຂອງເຈົ້າພໍ່ຜາແດງ ຈຶ່ງເກີດຊ່າລື

ກັນວ່າເປັນຣິດເດຊຂອງເຈົ້າພໍ່ຜາແດງເອງ ແລະໃນທີ່ສຸດເພິ່ນກໍເຂົ້າສິງເຈົ້າຈ້ຳທຸກໆຄັ້ງທີ່ເພິ່ນອອກໄປຕໍ່ສູ້ກັບຂ້າເສິກສັຕຣູກ່ອນ

ພວກເຂົາຈະຍົກທັບເຂົ້າມາຈູ່ໂຈມເມືອງຊອງ.

 

ໃນຍຸກຄວາມຈະເຣີນທາງເທັກນິກແລະວິທະຍາສາດຊຶ່ງເຣີ່ມສັຕວັດທີ 19 ເປັນຕົ້ນມາ ເຖິງວ່າຈະມີຈຳນວນປະຊາຊາວເມືອງ

ລົດໜ້ອຍຖອຍລົງໃນການເຊື່ອຖືທາງສັຍະສາດ ແລ້ວຫັນໄປນິຍົມຊົມຊອບທາງດ້ານວິທະຍາສາດກໍຕາມ ແຕ່ຄວາມສັກສິດ

ຂອງເຈົ້າພໍ່ຜາແດງກໍຍັງຄົງຕົວຕໍ່ມາຢູ່ສເມີດັ່ງມີປະກົດການເກີດຂຶ້ນຫລາຍໆຄັ້ງທີ່ບົ່ງບອກວ່າເປັນສີມືຂອງເພິ່ນທີ່ປົກປ້ອງຊີວິດ

ຂອງຊາວເມືອງວັງວຽງ ເຖິງຈະປ່ຽນຈາກເມືອງຊອງມາເປັນວັງວຽງແລ້ວກໍຕາມ ດັ່ງຂ້າພະເຈົ້າຈະຍົກເຫດການການລັດຍິງ

ແລະປຸ້ນຣັດໂດຍສານແລະລຳລຽງຂົນສົ່ງຂອງປະຊາຊົນເມືອງວັງວຽງມາໃຫ້ອ່ານກັນດັ່ງຕໍ່ໄປນີ້:

ໃນຣະຍະປີ 1968 ຫາ 1974 ຊຶ່ງເປັນຣະຍະສົງຄາມກາງເມືອງດຸເດືອດ ແລະມີພວກມິດສາຊີບດັກສະກັດຍິງແລະປຸ້ນຣົດຂົນ

ສົ່ງແລະໂດຍສານຊຶ່ງເຈົ້າຂອງຣົດດັ່ງກ່າວມານັ້ນຫາກເປັນປະຊາກອນຊາວເມືອງວັງວຽງກໍຈະຜ່ານແລະແຄ້ວຄາດຈາກໂພຍ

ພັຍໂຫດຮ້າຍນັ້ນໄປໄດ້ຢ່າງປະຕິຫານ, ສ່ວນຫລາຍແມ່ນເຫດທີ່ເກີດຂຶ້ນຕາມເສັ້ນທາງວັງວຽງຫາບ້າຊ້ອນນາຊູ, ວັງວຽງຫາ

ກາສີ ແລະ ວັງວຽງຫາໂພນໂຮງ. ມີຫລາຍໆຄັ້ງທີ່ພວກໂຈນລັດຍິງຣົດທີ່ພູພະຫາຫີນເຫີບ, ບ້ານຊ້ອນຫາຫ້ວຍໝໍ້ວັງວຽງ

ແລະ ກາສີຫາຜາຕັ້ງວັງວຽງ ເກີດມີເຫດການເກີດຂຶ້ນແບບປະຕິຫານ. ເຫດການແບບປະຕິຫານທີ່ວ່າມານີ້ກໍຕືວ່າ ບໍມີຜູ້

ໂດຍສານແລະຄົນຂັບຣົດເສັຍຊີວິດແລະບາດເຈັບແມ້ແຕ່ຄົນດຽວທັງໆທີ່ຣົດທຸກໆຄັນທີ່ຖືກຍິງແມ່ໝຸ່ນກະຈຸຍແລະໄຟໄໝ້

ເປັາໄປເປັນລຳ ແລະສຳຄັນທີ່ສຸດພວກມິດສາຊີບທີ່ກໍ່ເຫດເຫລົ່ານັ້ນຖືກຈັບໄດ້ໝົດທຸກໆຄັ້ງທີ່ພວກເຂົາລົງມືປຸ້ນ ເພາະພວກ

ເຂົາບໍ່ສາມາດຫລົບໜີໄປທາງໃດໄດ້ມີແຕ່ເດີນກ້ຽວໄປວຽນມາຢູ່ໃນຈຸດເກີດເຫດນັ້ນຈົນເຈົ້າໜ້າທີ່ທະຫານຮັກສາຄວາມ

ສງົບມາເຖິງແລ້ວກໍຖືກຈັບແລະຄຸມຕົວໄດ້ ນີ້ເປັນການບອກເລົ່າຂອງພວກມິດສາຊີບເຫລົ່ານັ້ນ.

 

ສິ່ງທີ່ແປກປະຫລາດກໍປະກົດຂຶ້ນມາໃຫ້ຊາວເມືອງວັງວຽງເຫັນກັນມອີກໃນປີ 1975 ພາຍຫລັງປົດປ່ອຍປະເທດ ເຈົ້າພໍ່

ຜາແດງກໍອອກມາສິງເຈົ້າຈ້ຳອີກ ແລະບອກອຳລາພາຈາກລູກຫລານຊາວເມືອງວັງວຽງວ່າເພິ່ນຖືກໄປສັມະນາຢູ່ປາກອູ

ສູນສັມະນາຖ້ຳຕິ່ງ ນີ້ກໍເປັນເຮື່ອງຮືຮາກັນຫລາຍເຕີບທີ່ທັງຄົນທົງຜີຖືກໄປສັມະນາໃນຍຸກ 75 ນັນ. ເຫດການີ້ຂ້າພະເຈົ້າ

ບໍໄດ້ແຕ່ງຫລືຂຽນຂຶ້ນດ້ວຍການຕົບແຕ່ງບັດກະວີສ່ວນຕົວ ແຕ່ຫາກນຳເອົາເຫດການທີ່ເກີດຂຶ້ນຈິງມາເວົ້າແລະເລົ່າສູ່ກັນ

ຟັງ ແຕ່ຄວນໃຊ້ວິຈະຣະຍານໃນການບໍຣິໂພກແລະເຊື່ອຖືທຸກໆເຣື່ອງຣາວທີ່ເກີດຂຶ້ນແບບປະຕິຫານນີ້.

 

 

 



__________________
Page 1 of 1  sorted by
 
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard