ລາວໂຮມລາວ ເພື່ອປະຊາທິປະໄຕ

Members Login
Username 
 
Password 
    Remember Me  
Post Info TOPIC: ພະນັກງານຍັງລໍຖ້າຄ່າແຮງ
Anonymous

Date:
ພະນັກງານຍັງລໍຖ້າຄ່າແຮງ
Permalink   
 


ພະນັກງານຍັງລໍຖ້າຄ່າແຮງ

03446cbe-ff2e-4061-8d8e-54fa4204177f.jpeg

 

ພະນັກງານ ເອກກະຊົນ ທີ່ ເຮັດວຽກ ກັບ ບໍຣິສັດ ຍິ່ງໂຊກໄຊ ໃນ ສະຖານທີ່ ທ່ອງທ່ຽວ ເຂດ ນ້ຳຕົກ ຄອນພະເພັງ ຈຳນວນ 40 ຄົນ ທີ່ ບໍ່ໄດ້ຮັບ ຄ່າຈ້າງ ມາເປັນ ເວລາ 2 ເດືອນ ນັ້ນ, ປັດຈຸບັນ ຍັງເຮັດວຽກ ຕາມ ປົກກະຕິ, ເພາະ ຫວັງວ່າ ຈະໄດ້ຮັບ ຄ່າຈ້າງ ຍ້ອນຫລັງ ຫລັງຈາກ ຫມົດ ຣະດູ ຝົນ ປີນີ້. ເນື່ອງຈາກ ວ່າ ຫລັງຈາກ ຣະດູຝົນ ຈະມີ ນັກ ທ່ອງທ່ຽວ ເຂົ້າມາ ຫຼາຍ. ດັ່ງ ພະນັກງານ ຄົນນຶ່ງ ເວົ້າວ່າ:

"ຍັງເທື່ອ ຍັງບໍ່ມີ ແຂກເດ ຄັນຫມົດ ຝົນນີ້ ມັນກະ ຊິມີ ເພີ້ມດອກ ຄັນຊິເວົ້າ ແລ້ວ ອອກພັນສາ ນີ້ກະຊິ ຫຼາຍຢູ່ ຄົນຢູ່ໃນ ເຂດ ຄອນພະເພັງ ນີ້ ກະມີຢູ່ 40 ກວ່າຄົນ ຢູ່ໄປ ຈັ່ງຊີ້ຫັ້ນ ແຫລ້ວ ມັນກະມີ ຣາຍຈ່າຍ ຫຼາຍແນວ".

ທ່ານກ່າວ ຕື່ມວ່າ ພະນັກງານ ທີ່ ເຮັດວຽກ ໃນເຂດ ນ້ຳຕົກ ຄອນພະເພັງ ເຫລືອພຽງ ແຕ່ ຄົນ ທ້ອງຖິ່ນ ເທົ່ານັ້ນ ຜູ້ທີ່ມາ ຈາກ ຕ່າງເມືອງ ແລະ ຕ່າງແຂວງ ນັ້ນ ຍ້າຍຫນີ ໄປຫມົດ ແລ້ວ. ທີ່ ຜ່ານມາ ຣາຍໄດ້ ຂອງ ພະນັກງານ ຜູ້ນຶ່ງ ປະມານ 1 ລ້ານ ກີບ ຕໍ່ເດືອນ ຊຶ່ງເປັນ ສາເຫດ ນຶ່ງ ທີ່ພາໃຫ້ ຫຼາຍຄົນ ບໍ່ ລາອອກ ຍ້ອນວ່າ ເປັນວຽກ ທີ່ ຫມັ້ນຄົງ ແລະ ມີຣາຍໄດ້ ສູງ ຮ່ວມທັງ ບໍ່ວຽກເຮັດ ຢູ່ ບ່ອນອື່ນ.

ເອເຊັຽ ເສຣີ ໄດ້ຕິດຕໍ່ ໄປຫາ ບໍຣິສັດ ຍິ່ງໂຊກໄຊ ເພື່ອຮູ້ ຣາຍລະອຽດ ປະກົດ ວ່າ ຜູ້ຈັດການ ບໍຣິສັດ ບໍ່ຢູ່ ຍັງໄປ ຕ່າງ ປະເທດ ຈື່ງ ບໍ່ຮູ້ວ່າ ພວກຂະເຈົ້າ ຈະຖືກ ຈ່າຍເງີນ ເດືອນ ຄືນໃຫ້ ເມື່ອໃດ.

ບໍຣິສັດ ຍິ່ງໂຊກໄຊ ໄດ້ຮັບ ສຳປະທານ ການ ບໍຣິການ ທ່ອງທ່ຽວ ໃນເຂດ ນ້ຳຕົກ ຄອນພະເພັງ ເປັນ ເວລາ ຫຼາຍປີ ໃນ ອະນາຄົດ ບໍຣິສັດ ດັ່ງກ່າວ ຈະພັທນາ ໃຫ້ເປັນ ໂຄງການ ເຂດ ເສຖກິດ ພິເສດ ຄອນພະເພັງ ຕາມແຜນການ ຂອງ ຣັຖບານ.



__________________
Page 1 of 1  sorted by
 
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard