ລາວໂຮມລາວ ເພື່ອປະຊາທິປະໄຕ

Members Login
Username 
 
Password 
    Remember Me  
Post Info TOPIC: ທ.ບຸນທັນບໍ່ມີໂອກາດ ສູ້ຄະດີ
Anonymous

Date:
ທ.ບຸນທັນບໍ່ມີໂອກາດ ສູ້ຄະດີ
Permalink   
 


ທ.ບຸນທັນບໍ່ມີໂອກາດ ສູ້ຄະດີ

f2c30452-b88c-4966-8d32-d924139d1191.jpeg

 

 

 


ພັລຍາ ຂອງ ທ້າວບຸນທັນ ແລະ ລູກສາວຫຼ້າ ທີ່ ປະເທດ ໂປແລັ

ພາຍຫລັງ ທີ່ ສານ ນະຄອນຫຼວງ ຕັດສິນ ທ້າວ ບຸນທັນ ທໍາມະວົງ ອາຍຸ 52 ປີ ເຊື້ອຊາດລາວ ສັນຊາດ ໂປແລັນ ໃນ ວັນທີ 18 ກັນຍາ ໃນ ຂໍ້ຫາ ໂຄສະນາ ຕ້ານ ສປປລາວ ແລະ ໃສ່ຮ້າຍ ປ້າຍສີ ແນວທາງ ນະໂຍບາຍ ຂອງ ພັກ ແລະ ຣັຖບານ ລາວ ຜ່ານ ສື່ສັງຄົມ ອອນລາຍ, ໂດຍ ການຕັດ ອິສຣະພາບ ຈໍາຄຸກ 4 ປີ 9 ເດືອນ.

ຫລ້າສຸດ ນາງ ບາບາຣາ ປັກລັກ ທໍາມະວົງ Barbara Paklak-Thammavong ອາຍຸ 49, ພັລຍາ ຂອງ ທ້າວ ບຸນທັນ ທໍາມະວົງ ໄດ້ເວົ້າຜ່ານ ສື່ ວ່າ ຕົນເອງ ບໍ່ສະບາຍໃຈ ເນື່ອງຈາກ ວ່າ ສາມີ ຖືກ ຕັດສິນ ໂດຍ ທີ່ບໍ່ມີ ທະນາຍຄວາມ ຊ່ອຍສູ້ ຄະດິີ. ດັ່ງ ນາງໄດ້ກ່າວ ຕໍ່ ເອເຊັຽ ເສຣີ ວ່າ:

"ມັນເປັນເລື້ອງ ທີ່ ໜ້າເສົ້າ ທີ່ ຈໍາຄຸກ ລາວ [ບຸນທັນ] ໂດຍ ທີ່ ຜົວຂອງຂ້ອຍ ບໍ່ມີ ທະນາຍຄວາມ ມາຊ່ວຍ ສູ້ ຄະດີ ແລະ ບໍ່ ໄດ້ຮັບການ ຊ່ວຍເຫຼືອ ໃດໆ ເລີຍ".

ນາງ ຍັງກ່າວ ອີກວ່າ:

"ກໍຍັງມີ ຄວາມຫວັງ ທີ່ ຈະໄດ້ພົບ ກັບ ສາມີ ຂອງຕົນ ແລະ ຕ້ອງການ ຢາກໃຫ້ ສາມີ ກັບ ປະເທດ ໂປແລັນ".

ນາງ ບາບາຣາ ເລົ່າວ່າ, ລາວ ບໍ່ສາມາດ ຕິດຕໍ່ ກັບ ທ້າວ ບຸນທັນ ຕັ້ງແຕ່ ເດືອນ ມິຖຸນາ ເປັນຕົ້ນມາ ຈົນຮອດ ເດືອນ ກໍຣະກະດາ ຈຶ່ງໄດ້ຂ່າວ ວ່າ ສາມີ ຖືກຈັບ.

ຫລັງຈາກ ນັ້ນ ນາງ ກໍໄດ້ ຕິດຕໍ່ ຫາ ເຈົ້າໜ້າທີ່ ສະຖານທູດ ໂປແລັນ ປະຈໍາ ປະເທດໄທ ຂໍໃຫ້ ປະສານ ກັບ ທາງການ ລາວ ເພື່ອ ຂໍເຂົ້າຢ້ຽມ ທ້າວ ບຸນທັນ ຢູ່ໃນຄຸກ.

ສອງ ສັປດາ ກ່ອນທີ່ ຈະມີການ ຕັດສິນ, ເຈົ້າໜ້າທີ່ ຈາກ ສະຖານທູດ ໂປແລັນ ໄດ້ໄປພົບ ກັບ ທ້າວ ບຸນທັນ ຢູ່ ນະຄອນຫຼວງ ວຽງຈັນ, ທາງການ ລາວ ກໍ ອະນຸຍາດ ໃຫ້ ເຈົ້າໜ້າທີ່ ຈາກ ສະຖານທູດ ໂປແລັນ ພົບກັບ ທ້າວ ບຸນທັນ ພຽງແຕ່ 2 ນາທີ ເທົ່ານັ້ນ.

ໃນປີ 1990 ຢູ່ ປະເທດ ໂປແລັນ, ທ້າວ ບຸນທັນ ທໍາມະວົງ ເຄີຍພາ ນັກສຶກສາ ລາວ ຫົວກ້າວໜ້າ ປະທ້ວງ ທາງການ ລາວ. ທ້າວ ບຸນທັນ ໄດ້ ແຕ່ງງານ ກັບ ນາງ ບາບາຣາ ໃນປີ 1993 ແລະ ມີລູກ ນໍາກັນ 2 ຄົນ.

ເມື່ອ ປະມານ 5 ປີ ກ່ອນ ທ້າວ ບຸນທັນ ໄດ້ ຕັດສິນໃຈ ກັບເມື່ອ ປະເທດ ລາວ ເພື່ອເຮັດ ທຸຣະກິດ ຮ່ວມກັບ ນັກ ທຸຣະກິດ ຊາວໂປແລັນ. ທ້າວ ບຸນທັນ ຖືກຈັບ ໃນເດືອນ ມິຖຸນາ 2015.



__________________
Anonymous

Date:
Permalink   
 

ໃນລະບອບຜະເດັດການພັກດຽວທີ່ຂາດປະຊາທິປະໄຕແບບສາກົນເຂົາຮັບຮູ້ດັ່ງ

ສປປ.ລາວນີ້ຈະໄປຫາໂອກາດຕໍ່ສູ້ຄະດີໄດ້ແນວໃດເພາະໃນປະເທດນີ້ເຂົາໄຊ້ພຽງ

ລະບົບສານເຕ້ຍເທົ່ານັ້ນລະ.ເຖິງຈະມີກ້ວນມີສານກໍ່ມີໄວ້ເພື່ອລວງຕາຊາວໂລກ

ທໍ່ນັ້ນລະ.ແຕ່ການພິພາກສາຂອງຜູ້ຕັດສິນກໍ່ປະຕິບັດຕາມໃຈຜູ້ມີອຳນາດເທົ່າ

ນັ້ນເອງ.ກົດໝາຍກໍ່ເປັນພຽງໂຕໜັງສືໃນໜ້າເຈ້ຍເທົ່ານັ້ນ.



__________________
Anonymous

Date:
Permalink   
 

ໜ້າ​ເຫັນ​ໃຈ​ທ່ານ​ບຸນ​ທັນ​ມີ​ຄວາມ​ຮູ້​ແຕ່​ໄປ​ໂດນ​ລີງ​ຈາກ​ຖ້ຳ​ຊຳ

ເໜືອຫຼອກ​ຈົນ​ໄດ້​ທ່ານ​ບຸນ​ທັນ​ຖືກຫຼອກ​ກໍ​ຣະ​ນີ​ດຽວ​ກັນ​ກັບ

ພວກ​ລາວ​ລີງ​ເລີຍ​ແຕ່​ຍັງ​ດີ​ບໍ່​ຖືກ​ຢາ​ລ້າງ​ທ້ອງ​ແຕ່​ພວກ​ລາວ​ລີງ

ສ່ວນຫຼາຍ​ກັບ​ມາ​ມັບ​ຫ່າ



__________________
Anonymous

Date:
Permalink   
 

ໜ້າສົງສານລູກເມັຍຢູ່ທີ່ໂປແລນທີ່ຂາດການຕິດຕໍ່ ຈົນເຖິງວັນຕິດຕໍ່ກັນໄດ້ສານໄດ້ຕັດສິນໃຫ້ຕິດຄຸກໄປແລ້ວ,

ໂດຍທາງຄອບຄົວບໍ່ສາມາດຫາທະນາຍຄວາມສູ້ຄະດີໃຫ້. ເຖິງວ່າກົດໝາຍຂອງ ສປປ ລາວ ເປັນປະຊາທິປະຕັຍ

ແບບຜະເດັດການຂອງຄອມມຸຍນິສກໍຕາມ, ຄວນຕິດຕໍ່ຫາຄອບຄົວແລະແຈ້ງໃຫ້ສະຖານທູດໂປແລນຊາບ ເພາະ

ເປັນກົດເກນຫລມກົດໝາຍສາກົນ ເພາະທ່ານບຸນທັນບໍໄດ້ເປັນຄົນສັນຊາດລາວ ເປັນສັນຊາດໂປໂລຍ. ການກະທຳ

ຂອງຣັຖະບານ ສປປ ລາວ ໃນຄະດີນີ້ແມ່ນຜິດຕໍ່ກົດມາຍສາກົນວ່າດ້ວຍສິດທິມະນຸດ, ຜູ້ຕ້ອງຫາຍ່ອມມີສິດມີທະ

ນາຍຄວາມບໍ່ວ່າຈະເປັນຜູ້ຕ້ອງຫາຄະດີໃດໆກໍຕາມ.

ຢ່າໄປລໍ້ແລ້ກັບກົດກູແບບກົວໝາຍ ສປປ ລາວ ເດີ້ພີ່ນ້ອງເອີຍ ເປັນກົດໝາຍທີ່ເຊື່ອຖືບໍ່ໄດ້.



__________________
Anonymous

Date:
Permalink   
 

stupid stupid

he should have known better

ເວລາ ຢູ່ລາວ... keep your g*d damn mouth shut !!!

I have no sympathy for this idiot !!!!

But, I feel sad for his family............



__________________
Anonymous

Date:
Permalink   
 

ຫນ້າສົງສານເສັຽຫົວໃຫ້ໂຈນຄອມມິວນິດລາວແດງ,ຖ້າຮູ້ວ່າມີຄະດີກັບເມືອຫຍັງ

ສປປລ?ພວກລາວແດງມັນບໍ່ລືມ,ປາກມັນເວົ້າແບບນຶ່ງແຕ່ການກະທັມມັນເຮັດແບບ

ນຶ່ງ,ໃຫ້ຈື່ໄວ້ພວກລາວລີງທັງຫລາຍ



__________________
Page 1 of 1  sorted by
 
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard