ລາວໂຮມລາວ ເພື່ອປະຊາທິປະໄຕ

Members Login
Username 
 
Password 
    Remember Me  
Post Info TOPIC: ທາງການບຼ໊ອກເຟສບຸກຜູ້ ຜິດກົດ
Anonymous

Date:
ທາງການບຼ໊ອກເຟສບຸກຜູ້ ຜິດກົດ
Permalink   
 


ທາງການບຼ໊ອກເຟສບຸກຜູ້ ຜິດກົດ

image

 

ເຈົ້າຫນ້າທີ່ ກະຊວງ ຮັກສາ ຄວາມສງົບ ລາວ ທ່ານນຶ່ງ ກ່າວວ່າ, ຣັຖບານ ລາວ ຈຳເປັນຕ້ອງ ລົງໂທດ ຜູ້ໃຊ້ ສື່ສັງຄົມ ອອນລາຍ, ທີ່ ສະແດງ ຄວາມເຫັນ ໃນເຣື້ອງ ການເມືອງ ຕໍ່ຕ້ານ ພັກ-ຣັດ, ລົງຮູບ ໂປ້, ໃຊ້ ພາສາ, ບໍ່ສຸພາບ ເພາະເປັນ ການຣະເມີດ ກົດຫມາຍ, ຈື່ງໄດ້ ບລ໊ອກ ເຟສບຸກ ຂອງກຸ່ມ ດັ່ງກ່າວ. ດັ່ງ ທ່ານ ກ່າວວ່າ:

"ຫ້າມແລ້ວ ຕົວນັ້ນ ກ່ຽວກັບ ການເມືອງ ການລົງ ເຟສບຸກ ກໍຕ້ອງ ຢູ່ ໃນ ຂອບເຂດ ປະຊາຊົນ ຈຳນວນ ນື່ງ ກໍເຂົ້າໃຈ ຮັບຮູ້ ແລະ ປະຕີບັດ ຈຳນວນ ນຶ່ງ ກະບໍ່ຮູ້ ແລະ ອີກ ຈຳນວນນື່ງ ແມ່ນກຸ່ມ ບໍ່ຫວັງດີ ຕໍ່ ປະເທດຊາດ ບ້ານເມືອງ ຂອງ ພວກເຮົາ ກໍຕ້ອງ ອີງໃສ່ ຣະບຽບ ກົດຫມາຍ".

ໃນຂນະ ດຽວກັນ ເຈົ້າຫນ້າທີ່ ຣັດວິສາຫະກິດ ໂທຣະຄົມ ມະນາຄົມ ລາວ, ຊຶ່ງ ເປັນຜູ້ ບໍຣິການ ເຄື່ອຂ່າຍ ອິນເຕີແນັດ ໃນລາວ ກໍເວົ້າ ແບບດຽວກັນ ວ່າ ຖ້າຫາກ ປະຊາຊົນ ສະແດງ ຄວາມຄິດ ຄວາມເຫັນ ບໍ່ດີຕໍ່ ພັກ-ຣັຖ ກໍຈະຖືກ ຫນ່ວຍງານ ຄວາມ ຫມັ້ນຄົງ ເອີ້ນ ໄປອົບຮົມ ທາງ ບໍຣິສັດ ບໍ່ມີສິດ ບລ໊ອກ ເວັບໄຊ ຈະຕ້ອງ ເປັນ ຄຳສັ່ງ ຈາກ ທາງກບານ:

"ຢູ່ ລາວ ນີ້ ຖ້າຜູ້ໃດ ໃຊ້ ບໍ່ຖືກ ກົດຫມາຍ ເຂົາຈະຮ້ອງ ໄປ ອົບຮົມ ເລີຍ ຣັຖບານ ຈະ ເປັນ ຄົນຮ້ອງ ບໍ່ແມ່ນເຮົາ ເປັນຜູ້ ບລ໊ອກ  ຕ້ອງແມ່ນ ຜູ້ໃຫຍ່ ເປັນຄົນ ສັ່ງ ການມາ  ເພິ່ນ ຈະຮ້ອງຂໍ ຕ່າງຫາກ ມັນບໍ່ຄື ປະເທດ ອື່ນ".

ສຳລັບ ການໃຊ້ Single Gateway ຫລື ການຮ່ວມ ຊ່ອງທາງ ຈະຣະຈອນ ອິນເຕີເນັດ ປະຕູດຽວ ທີ່ ຈີນ ໃຊ້ ນັ້ນ ສປປລາວ ຍັງບໍ່ທັນ ໃຊ້ ເທື່ອ. ຜູ້ທີ່ ເຟສບຸກ ເຄີຍຖືກ ບລ໊ອກ ມາແລ້ວ ເວົ້າວ່າ:

"ຫ້າມ ບໍ່ໃຫ້ ປະຊາຊົນ ຕໍ່ຕ້ານ ເພິ່ນ ຈັ່ງຊັ້ນ ຈັ່ງຊີ້  ມັນບໍ່ແມ່ນ ຕໍ່ຕ້ານ ໃຫ້ເພິ່ນ ປ່ຽນແປງ ການປົກຄອງ ພຽງຂໍໃຫ້ ມີການ ກວດສອບ ທີ່ດີຂື້ນ ກວ່ານີ້ ອັນນີ້ ຂ້າຣາຊການ ກໍກິນ ຕັ້ງແຕ່ ຂັ້ນບ້ານ ຫາ ຂັ້ນເທິງ ຢາກ ຮ້ອງຫາ ຄວາມ ເປັນທັມ ຣັຖທັມມະນູນ ກໍມີ ແຕ່ວ່າ ໃຫ້ຜູ້ມີ ອຳນາດ ຫລື ຜູ້ຂຽນ ໃຊ້ ປະຊາຊົນ ຕ້ອງ ນຳໃຊ້ ອັນນີ້ ເຮົາຊິເວົ້າ ຫຍັງ ກໍຫາວ່າ ຂາຍຊາດ ແລ້ວ ຜູ້ທີ່ ຂາຍຊາດກິນ ຢູ່ ທຸກມື້ນີ້ ມັນ ແມ່ນຜູ້ໃດ".

ຄົນລາວ ທ່ານນີ້ ໃຫ້ ການ ຢືນຢັນ ວ່າ ຈະໃຊ້ ສື່ອອນລາຍ ສະແດງ ຄວາມເຫັນ ຕໍ່ໄປ ເພາະ ຖ້າຖືກ ປິດ ຫລື ບລ໊ອກ ກໍ ເປີດຄືນ ໃຫມ່. ການໃຊ້ ເຟສບຸກ ເປັນ ທີ່ ນິຍົມ ໃນລາວ ເຖີງແມ່ນວ່າ ທາງການ ລາວ ຈະ ຄວບຄຸມ ຢ່າງ ເຂັ້ມງວດ ກໍຕາມ.



__________________
Anonymous

Date:
Permalink   
 

12 ຕຸລາ ວັນເອກຣາດຂອງລາວ

aa175e0f-cf9b-4562-a68c-7f2d9a33f05a.jpeg

 

ທ່ານ ສົມຈິດ ສຸວັນນະຄີລີ ທີ່ ຣັຖ ເທັກຊັສ ສະຫະຣັຖ ອະເມຣິກາ

 

ວັນທີ 12 ຕຸ¬ລາ 1945 ເປັນວັນ ປະກາດ ເອກຣາດ ຂອງ ປະເທສ ລາວ ທີ່ ຊາວລາວ ຢູ່ຣັຖ ເທັກຊັສ ສະຫະຣັຖ ອະເມຣິກາ ເວົ້າວ່າ, ເປັນວັນ ເອກຣາດ ຂອງ ລາວ ທັງ ປະເທດ, ເປັນວັນ ທີ່ ມີຄວາມໝາຍ ສຳຄັນ ທີ່ສຸດ. ຊຶ່ງ ແຕກຕ່າງ ໄປຈາກ ວັນ ສ້າງຕັ້ງ ສປປ ລາວ ທີ 2 ທັນວາ ທີ່ ເປັນວັນ ຫາຍະນະ ຂອງ ປະຊາຊົນ ລາວ.

ປະຊາຊົນ ລາວ ທັງ ປະເທດ ເສັຽສຣະ ຕໍ່ສູ້ ຢ່າງ ອົງອາດ ກ້າຫານ ພາຍໃຕ້ ການນຳພາ ຂອງ ເຈົ້າ ມະຫາອຸປຣາດ ເພັດຊະຣາດ ກ່ອນຈະໄດ້ ມາ ຊຶ່ງ ວັນທີ 12 ຕຸລາ ທີ່ ສຳຄັນຍິ່ງ ນັ້ນ.
ເຈົ້າ ມະຫາອຸປຣາດ ເພັດຊະຣາດ ໄດ້ ອອກ ຖແລງການ ໃນວັນທີ 1 ກັນຍາ ປະກາດ ອຳນາດ ອະທິປະຕັຍ ແລະ ຜືນແຜ່ນດິນ ອັນ ຄົບຖ້ວນ ຂອງ ປະເທສ ລາວ ຈາກ ພວກລ້າ ເມືອງຂຶ້ນ ຝຣັ່ງ ທີ່ ໄດ້ຄອບຄອງ ລາວ ມາ ຕັ້ງແຕ່ ປີ 1893. ໃນ ຖແລງການ ເວົ້າວ່າ ທຸກ ສັນຍາ ແລະ ຂໍ້ຜູກພັນ ທາງ ການເມືອງ ຣະຫວ່າງ ຝຣັ່ງເສສ ແລະ ລາວ ນັ້ນ, ໝົດ ຄຸນຄ່າ ແລະ ເປັນໂມຄະ ທັງໝົດ; ບໍ່ໃຫ້ ຝຣັ່ງເສສ ຫຍຸ້ງກ່ຽວ ແລະ ແຊກແຊງ ເຂົ້າ ກິຈການ ພາຍໃນ ຂອງ ລາວ ແລະ ເພື່ອ ເຕົ້າໂຮມ ປະເທສ ເປັນ ເອກພາບ.

ແຕ່ ເຈົ້າ ມະຫາຊີວິດ ຫຼວງພຣະບາງ ສີສະຫວ່າງວົງ ບໍ່ເຫັນພ້ອມ ກັບ ຖແລງການ ນັ້ນ, ຍັງ ຕ້ອງການ ຢູ່ພາຍໃຕ້ ການຄອບຄອງ ຂອງພວກ ລ່າເມືອງ ນັ້ນ ຕໍ່ໄປ. ໃນ ສມັຍ ຝຣັ່ງເສສ ປົກຄອງ ປະເທສ ລາວ ໄດ້ ຖືກແບ່ງ ອອກ ເປັນ 2 ເຂດ ຄື ເຂດເໜືອ ແລະ ເຂດໄຕ້. ເຂດເໜືອ ແມ່ນ ຫຼວງພຣະບາງ ເປັນ ເມືອງເອກ ແລະ ເຂດໃຕ້ແມ່ນ ນະຄອນຫຼວງ ວຽງຈັນ. ແຕ່ ການປົກຄອງ ຂຶ້ນຢູ່ ກັບ ຣາຊອານາຈັກ ຫຼວງພຣະບາງ ໂດຍ ມີເຈົ້າ ມະຫາອຸປຣາດ ເພັດຊະຣາດ ເປັນ ນາຍົກ ຣັຖມົນຕຣີ ຂອງ ຣັຖບາລ ຫຼວງພຣະບາງ. ກ່ຽວກັບ ວັນ ເອກຣາດ ຂອງລາວ ຄົບຮອບ 70 ໃນປີ 2015 ນີ້ ທ່ານ ສົມຈິດ ສຸວັນນະຄີລີ ທີ່ ຣັຖ ເທັກຊັສ ສະຫະຣັຖ ອະເມຣິກາ ກ່າວວ່າ: ເຊີນ ທ່ານ ຮັບຟັງ ຕໍ່ໄປໄດ້...



__________________
Page 1 of 1  sorted by
 
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard