ລາວໂຮມລາວ ເພື່ອປະຊາທິປະໄຕ

Members Login
Username 
 
Password 
    Remember Me  
Post Info TOPIC: ໃຜແທ້ເປັນຜູ້ນຳພາປະກາດເອກຣາດ 12 ຕຸລາ 1945
Anonymous

Date:
ໃຜແທ້ເປັນຜູ້ນຳພາປະກາດເອກຣາດ 12 ຕຸລາ 1945
Permalink   
 


ຈາກແຫຼ່ງຂ່າວຕ່າງຂອງໜັງສືພິມ ບໍ່ວ່າ ຂປລ ກໍ່ຄື ວຽງຈັນໄໝ່ ແລະ ທີ່ເຄີຍໄດ້ຍິນໄດ້ຟັງຈາກພໍ່ແມ່

ກໍ່ຄືຜູ້ເກີດກ່ອນເລົ່າໃຫ້ຟັງເຫັນວ່າບໍ່ກົງກັນຈັກຢ່າງ.ຍ້ອນເຫດຜົນຢາກຊອຍຫອມໃສ່ປາກຕົນເອງ ຫຼື

ຢາກປ່ຽນປີ້ນປະຫວັດສາດປິດຫູບັງຕາຄົນລຸ້ນຫຼັງແນວນັ້ນບໍ?

ສ່ວນຕົວແລ້ວຄຶດວ່າລຸ້ນພໍ່ແມ່,ປ້າລຸງ,ອາວອາ ແລະ ປະຊາຊົນລາວບັນດາເຜົາທົ່ວປະເທດເວລານັ້ນ

ຄົງມີຄວາມປຼາຖນາຢາກໃຫ້ປະເທດລາວເປັນເອກຣາດເຈົ້າຕົນເອງ,ແລະ ພ້ອມກັນຢູ່ຮ່ວມກັນສ້າງ

ຜືນແຜ່ນດິນນີ້ພາຍໄຕ້ກົດໝາຍທີ່ມີປະຊາທິປະໄຕໂດຽປະຊາຊົນເປັນຜູ້ເລືອກຜູ້ສ້າງໂດຽຜ່ານຕົວແທນ

ທີ່ຕົນເລືອກດ້ວຍສິດປະຊາທິປະໄຕທີ່ສາກົນຍ່ອມຮັບ.ແຕ່ກໍ່ຮູ້ສຶກແປກໃຈເມື່ອໄດ້ອ່ານໜັງສືພິມ

ຂປລ ໃນຫົວຂໍ້ "ສະຫລອງວັນການທູດລາວຄົບຮອບ 70 ປີ ແລະ ວຽຈັນໄໝ່ ໃນຫົວຂໍ້

"12 ຕຸລາ ມູນເຊື້ອແຫ່ງການຕໍ່ສູ້ມີໄຊຂອງຄົນລາວຜູ້ຮັກຊາດ"

ຂປລ ໄດ້ກ່າວເຖິງບຸຄຄົນສຳຄັນລະດັບສູງທີ່ກຳອຳນາດໃນລາວປະຈຸບັນທີ່ເຂົ້າຮ່ວມໃນງານນີ້

ເຊັ່ນ ທ່ານຈູມມະລີ ໄຊຍະສອນ

ທ່ານ ທອງລຸນ ສີສຸລິດ ແລະ ອື່ນໆ

ໃນເນື້ອຄວາມທີ່ມີໃນໜັງສືພິມ ຂປລ ທີ່ອ່ານພໍ້ ມີການເຊື່ອມຍົງ ວັນປະກາດເອກຣາດ

12 ຕຸລາ 1945 ກັບ 2 ທັນວາ 1975 ໂດຽຊີ້ວ່າ ວັນທີ12 ຕຸລາ ກໍ່ຄື 2ທັນວາ ແມ່ນພາຍ

ໄຕ້ການຊີ້ນຳຂອງທ່ານ ໄກສອນ ພົມວິຫານ ແລະ ທ່ານ ສຸພານຸວົງ.ແຕ່ສ່ວນຕົວບໍ່ເຫັນ

ພ້ອມວ່າວັນທີ 12 ຕຸລາ 1945 ແມ່ນສອງຄົນນີ້ເປັນຜູ້ຊີ້ນຳເພາະເວລາວັນປະກາດເອກຣາດ

ບໍ່ມີປະຊາຊົນລາວບັນດາເຜົ່າໄດ້ຖືກຂ້າ,ຖືກໄປທໍລະມານຕາມສູນສຳມະນາ ແລະ ແຕກໜີໄປ

ເພື່ອຄວາມປອດໄພແກ່ຊີວິດຂອງເຂົາທີ່ຕ່າງປະເທດທົ່ວໂລກເໜືອນວັນທີ່ 2 ທັນວາ 1975.

ຕໍ່ເລື້ອງນີ້ເພື່ອນຮ່ວມຊາດມີຄວາມເຫັນແນວໃດກໍ່ອອກມາຂຽນເວົ້າສູ່ກັນຟັງເພື່ອສຶກສາ

ຄວາມຈິງຮ່ວມກັນ.

 

 



__________________
Page 1 of 1  sorted by
 
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard