ລາວໂຮມລາວ ເພື່ອປະຊາທິປະໄຕ

Members Login
Username 
 
Password 
    Remember Me  
Post Info TOPIC: ປວັດສາດລາວໃນອະດີດແລະປັຈຸບັນແມ່ນ Same ****
Anonymous

Date:
ປວັດສາດລາວໃນອະດີດແລະປັຈຸບັນແມ່ນ Same ****
Permalink   
 


ອານາຈັກ ລ້ານຊ້າງ ອະດີດເປັນອານາຈັກທີ່ມີຄວາມເກງຂາມຕໍ່ຂ້າເສິກສັຕຣູຫລືຜູ້ຫວັງທຳລາຍເຜົາຜານຍາດແຍ່ງ

ເອົາດີນແດນ ເພາະດ້ວຍຄວາມເປັນອັນນຶ່ງອັນດຽວກັນແລະສາມັກຄີກັນປົກປ້ອງຜືນແຜ່ນດິນຮ່ວມກັນ ຈຶ່ງເປັນອານາ

ຈັກທີ່ແຂງແກ່ນມາແຕ່ສມັຍຣາຊະການຂອງເຈົ້າຟ້າງຸ່ມຈົນມາເຖິງຣາຊະການຂອງເຈົ້າອານຸວົງ.  ໃນຣະຍະເວລານານ

ກວ່າເກືອຍເຖິງ 300 ປີ ຊຶ່ງເຣີ່ມແຕ່ສມັຍການທ້ອນໂຮມແຜ່ນດິນລາວລ້ານຊ້າງຂອງເຈົ້າຟ້າງຸ່ມມາເຖິງປາງສມັຍຂອງ

ເຈົ້າອານຸວົງກ່ອນເສັຍຊັຍໃຫ້ສຍາມ ອານາຈັກລ້ານຊ້າງແມ່ນຮຸ່ງເຮືອງສີວິລັຍທີ່ສຸດຈົນລືຊາສ່າໄປເຖິງເອີໂຣປ. ດ້ວຍ

ຄວາມຮຸ່ງເຮືອງສີວິລັຍ ອານາຈັກລ້ານຊ້າງຈຶ່ງເປັນເໝືອນນຶ່ງຕ່ອນຊີ້ນດິບກ້ອນໃຫຍ່ກ້ອນນຶ່ງທີ່ເປັນເປົ້າໃນສາຍຕາຂອງ

ເຫລົ່າເສືອຫີວທີ່ຢູ້ອ້ອມລ້ອມເຊັ່ນ: ຈີນ ແກວຫລືອານາມ ແລະ ພະມ້າ.               ອານາຈັກລ້ານຊ້າງເຖິງຈະຖືກເສືອ

ຫີວເຫລົ່ານັ້ນເຂົ້າມາບຸກໂຈມຕີແລະຍຶດເອົາດີແດນຫລືເມືອງສຳຄັນໃນຍຸກທີ່ກ່າວມານັ້ນກໍບໍ່ສາມາດຢູ່ນານເຖິງເດືອນ

ກໍຖືກລາວດັບສູນຂ້າເສິກສັຕຣູແລະຍຶດຜືນແຜ່ນດິນຄືນມາໄດ້ແລະຍັງໄດ້ສັ່ງສອນບົດຮຽນໃຫ້ສັຕຣູຫລາບຈຳແລະ

ເຈັບປວດທີ່ສຸດດັ່ງທີ່ພົງສາວະດານລາວລ້ານຊ້າງໄດ້ບັນທຶກໄວ້ ທ້າວລ້ານຄຳແດງ ສັ່ງສອນແກວຫລືອານາມໃນຣາຊະ

ການຂອງພຣະເຈົ້າໄຊຍະຈັກະພັດແຜ່ນແຜ້ວ ທີ່ ໃຊ້ແຜນການອັນປີຊາສາມາດເຂົ້າຈູ່ໂຈມເພື່ອຍຶດເອົາອານາຈັກຊຽງ

ທອງຄືນມາພາຍຫລັງທີ່ຕົກໄປຢູ່ໃນອົ້ງມືຂອງແກວ. ເຈົ້າລ້ານຄຳແດງໄດ້ສັງຫານດັບສູນກອງກຳລັງຂອງແກວຫລືອາ

ນາມເປັນຊື່ໃນຍຸກນັ້ນຫລາຍກ່ວາສາມໝື່ນຄົນ ແລະຈົ່ງໃຫ້ເຫລືອໄວ້ພຽງ 7 ນາຍທະຫານໃຫ້ນຳເອົາຂ່າວກັບໄປແຈ້ງ

ໃຫ້ເຈົ້າຈອມຈັກະພັດແກວໃຫ້ຮັບຊາບເທົ່ານັ້ນ.

( ປວັດຂອງເຈົ້າລ້ານຄຳແດງ ແລະ ເຈົ້າໄຊຍະຈັກະພັດແຜ່ນແຜ້ວ ໄດ້ຕັດອອກຈາກພົງສາວະດານລ້ານຊ້າງຕົ້ນສບັບ

ເດີມແຕ່ປີ 1976 ເປັນຕົ້ນມາື ຄົນລາວໃນ ສປປລ ໃນຍຸກນີ້ຈະບໍ່ຮູ້ປວັດນີ້ເລີຍ ນອກຈາກຈະຮຽນຮູ້ຈາກຊາວລາວນອກ

ປະເທດເທົ່ານັ້ນ)

ພາຍຫລັງແກວໄດ້ຮັບບົດຮຽນອັນເຈັບແສບຈາກເຈົ້າລ້ານຄຳແດງມາໄດ້ຣະຍະນຶ່ງຈຶ່ງໄດ້ສຳພັນທະໄມຕຣີກັບອານາຈັກ

ລ້ານຊ້າງຢ່າງແໜ້ນແຟ້ນແລະໄດ້ຕົກລັງສັນຍາຊ່ວຍເຫລືອຊຶ່ງກັນແລະກັນແລະເປັນເພື່ອນຮ່ວມຣົບກັນບໍ່ວ່າຈະຢູ່ໃນສະ

ຖານະການໃດ ອານາມ ແລະ ລ້ານຊ້າງ ຈະບໍມີສົງຄາມກັນອີກ ນີ້ເປັນຂໍ້ສເນີແບບຍອມຈຳນົນຂອງອນານຈັກແກວອານາມ

ຕໍ່ລ້ານຊ້າງພາຍຫລັງໄດ້ຖືກເຈົ້າລ້ານສັ່ງສອນແລະໃຫ້ບົດຮຽນອັນແສນແສບ.         ມີຈີນຫລືຫໍ້ຫລາຍທຸງສີເຂົ້າມາບຸກ

ໂຈມຕີແລະປຸ້ນເອົາຂອງມີຄ່າຂອງລ້ານເຮົາໄປຫລາຍໆຄັ້ງແຕ່ກໍບໍ່ສາມາດຢູ່ໄດ້ນານເປັນເດືອນເປັນປີ ຜົນສຸດທ້າຍກໍຖືກ

ຕີໂຕ້ຕອບໃຫ້ອອກຈາກອານາຈັກລ້ານຊ້າງໄປ ແລະຜົນສຸດທ້າຍພວກຈີນກໍເລີກລາຄວາມຕັ້ງໃຈຂອງພວກເຂົາໄປຊື່ໆ. ຍັງ

ມີສັຕຣູອີກກຸ່ມນຶ່ງໃນຍຸກນັ້ນກໍຄື ພະມ້າ ທີ່ພະຍາຍາມເຂົ້າມາບຸກໂຈມຕີປຸ້ນຈີ້ເອົາສັບສົມບັດຂອງລ້ານຊ້າງໄປ ແຕ່ກໍຖືກລາວ

ລ້ານຊ້າງຕີ ຍຶດຄືນ ແລະຊັບໄລ່ພວກເຂົາກັບອານາຈັກຂອງພວກເຂົາຢ່າງພິລາດອາດຫານຂອງຄວາມຮ່ວມໄມ້ຮ່ວມມືເປັນ

ຈິດນຶ່ງໃຈດຽວຂອງຄົນລ້ານຊ້າງໃນຍຸກນັ້ນ ແລະສິ່ງທີ່ປະກົດເຫດການໃຫ້ເຫັນກໍຄືຄວາມປີຊາສາມາດຂອງເຈົ້າໄຊຍະເສຖາ

ທິຣາຊທີ່ພິສິດຫລືປາບພະມ້າຂັບໄລ່ພວກເຂົາກັບໄປອນານັກຂອງເຂົາ ຈົນພະມ້າມີຄວາມເກງຂາມຕໍ່ເຈົ້າໄຊຍະເສຖາທີ່ສຸດ.

ນອກຈາກຈະປົກປ້ອງອານາຈັກລ້ານຊ້າງຂອງຕົນເອງແລ້ວ ເຈົ້າໄຊຍະເສຖາ ຍັງອາສາສມັກຊ່ອຍສຍາມປາຍປາມແລະຂັບ

ໄລ່ພະມ້າໃຫ້ອອກຈາກດິນແດນສຍາມສຳເຣັດອີກຈົນກະສັດສຍາມມອບພຣະທິດໃຫ້ເຈົ້າໄຊຍະເສຖາເພື່ອເປັນພຣະມະເຫ

ສີ, ແຕ່ ນີສັຍຂອງໄທສາຍາມທີ່ມີນິສັຍຫັກຫລັງ ເຈົ້າໄຊຍະເສຖາກໍຖືກລອບສັງຫານໂດຍພໍ່ເຖົ້າໃນເວລາໄປຄ້ອງຊ້າງປ່າຢູ່

ພາກໃຕ້ຂອງລາວ ປະມານໃນເຂດອັຕະປືໃນຍຸກນີ້.

 

ຍັງມີຕໍ່.



__________________
Anonymous

Date:
Permalink   
 

ຄວາມເປັນອັນນຶ່ງອັນດຽວກັນຮ່ວມແຮງຮ່ວມໃຈກັນປົກປັກຮັກສາເຂດນ້ຳແດນດິນລ້ານຊ້າງທີ່ຣິເຣີ່ມມາແຕ່ສມັຍພຣະເຈົ້າ

ຟ້າງຸ່ມທ້ອນໂຮມແຜ່ນດິນລາວມາເຖິງກ່ອນລ້ານຊ້າງຈະຕົກເປັນຫົວເມືອງຂຶ້ນຂອງສຍາມນັ້ນ ໄດ້ສແດງໃຫ້ເຫັນວ່າ ລ້ານ

ຊ້າງເປັນອານາຈັກທີ່ກ້ວາງໃຫຍ່ໄພສານແລະເຂັ້ມແຂງທາງດ້ານການປ້ອງກັນຜືນແຜ່ນດິນຈົນເປັນອານາຈັກທີ່ຕ່າງຊາດມີ

ຄວາມເກງຂາມທີ່ສຸດ.

ແຕ່, ດ້ວຍຄວາມໂລບມາກໂລພາຂອງສອງກະສັດກໍຄືກະສັດຫລວງພະບາງແລະຈຳປາສັກໃນຍຸກສມັຍເຈົ້າອານຸວົງທີ່ຢາກ

ຍຶດຄອງອານາຈັກລ້ານຊ້າງໃຫ້ຢູ່ພາຍໃຕ້ການປົກຄອງຂອງຕົນເອງ, ນອກຈາກສອງກະສັດນີ້ແລ້ວທີ່ເປັນກະບົດຊາດກໍຍັງມີ

ເຈົ້າຊຽງຂວາງປະລໍຫົວຂຶ້ນມາອີກ ທີ່ຖືກກະສັດສຍາມປັ່ນຫົວໃຫ້ເປັນໄສ້ເສິກແກ່ເຂົາ.      ຜີເຮືອນບໍ່ດີຜີປ່າແຊກ........ຜີ

ປອບຈອບກິນຄົນໂຊ.......ສຸພາສິດລາວເຮົາສອງອັນນີ້ແມ່ນເກີດຂຶ້ນກັບອານາຈັກລ້ານຊ້າງມາແລ້ວທີ່ສຍາມໃຊ້ຍຸທະສາດ

ທາງການສ້າງຄວາມຍຸແຍ່ໃຫ້ເກີດຄວາມແຕກແຍກພາຍໃນຂອງລ້ານຊ້າງ. ເມື່ອສຍາມເຫັນຄວາມແຕກແຍກພາຍໃນຂອງ

ລ້ານຊ້າງທີ່ແຍກກັນອອກມາເປັນ 3 ອານາຈັກໃຫຍ່ແລ້ວ ( ອານາຈັກຫລວງພະບາງ, ວຽງຈັນ ແລະ ອານາຈັກຈຳປາສັກ)

ສຍາມຈຶ່ງເຮີ່ມຕົ້ນດ້ວຍການເປີດສົງຄາມກັບອານາຈັກຈຳປາສັກກ່ອນໝູ່ ເມື່ອຍຶດຈຳປາສັກໄດ້ແລ້ວກໍໄດ້ຕັ້ງນາມສະກຸນໃຫ້

ກະບົດຊາດກະສັດຈຳປາສັກນັ້ນວ່າ: ( ນ. ຈຳປາສັກ ) ແລະໃຫ້ຕະກູນກະສັດຕະກູນນີ້ຄອງອານາຈັກຈຳປາສັກ ແລະເປັນມື

ຂວາຂອງສຍາມໃນແຜນການທີ່ພວກເຂົາຈະຍຶດອານາຈັກ ວຽງຈັນ. ກະສັດສຍາມໄດ້ຕົວະຍົວະຫລອກລວງກະສັດຈຳປາສັກ

ວ່າ ຖ້າຊ່ວຍພວກມັນຍຶດວຽງຈັນໄດ້ເມື່ອໃດແລ້ວສຍາມຈະມອບອານາຈັກຈຳປາສັກຄືນໃຫ້ກະບົດ ນ.ຈຳປາສັກ ຂຶ້ນເປັນກະ

ສັດປົກຄອງຈຳປາສັກໂດຍບໍ່ຕົກຢູ່ພາຍໃຕ້ອຳນາດຂອງສຍາມ. ສຍາມຍັງສົ່ງທູດຂຶ້ນໄປເຈຣະຈາກັບກະສັດອານາຈັກຫລວງ

ພະບາງເພື່ອຊ່ວຍໂຈມຕີກະສັດອານາຈັກວັຍງຈັນ, ເຈົ້າຫລວງພະບາງກໍຫລົງກົນອຸບາຍຂອງສຍາມທີ່ວ່າຖ້າຍຶດວຽງຈັນໄດ້ຈະ

ມອບໃຫ້ຢູ່ພາຍໃຕ້ການປົກຄອງຂອງກະສັດຫລວງພະບາງ. ກະສັດຫລວງພະບາງໄດ້ຕົກລົງເປັນມືຊ້າຍຂອງສຍາມ ເຂົ້າຮ່ວມ

ໂຈມຕີວຽງຈັນຮ່ວມກັບສຍາມ.

ແຕ່ ເມື່ອສຍາມຍຶດວຽງຈັນໄດ້ ພວກມັນກໍປະກາດໃຫ້ກະສັດຫລວງພະບາງແລະຈຳປາສັດໃຫ້ຢູ່ພາຍໃຕ້ຕີນຂອງພວກເຂົາ

ຖ້າແມ່ນໃຜຝືນແມ່ນປະຫານຄໍຂາດອອກຈາກບ່າໄລ່ເທົ່ານັ້ນ. ນີ້ລະຄືຜົນງານຂອງຄວາມແຕກແຍກສາມັກຄີຂອງຝູງກະສັດ

ລ້ານຊ້າງໃນຍຸກເຈົ້າອານຸວົງ ລ້ານຊ້າງເສັຍທັງຜືນແຜ່ນດິນ ປະຊາກອນ ແລະ ມູນມໍຣະດົກຂອງຊາດ



__________________
Anonymous

Date:
Permalink   
 

ພາກ 3.

 

ຄວາມສູນເສັຍຜືນແຜ່ນດິນທີ່ເຈົ້າຟ້າງຸ່ມໄດ້ທ້ອນໂຮມເອົາມາໃນຣາຊະການຂອງພຣະອົງ ຊຶ່ງອານາຈັກລ້ານຊ້າງຫລືປະເທດລາວມີອານາເຂດ

ອັນກ້ວາງໃຫຍ່ໄພສານທີ່ນກັກະວີລາວໄດ້ແຕ່ງກາບກອນເອົາໄວ້ວ່າ: ປະເທດຂ້ອຍສັນຊື່ເມືອງລາວ ລວງກ້ວາງຍາວສຸດຕາເຫຼືອອ່ານ ນ້ຳຂອງ

ຜ່ານໄຫຼ "ຜ່າ" ເຄິ່ງກາງ......

ລອງອົາແມ່ນ້ຳຂອງເປັນຫຼັກມາຕັ້ງເປັນຈຸດໃຈກາງຂອງພູມປະເທດຂອງລາວໃນສມັຍທີ່ເປັນອານາຈັກລ້ານຊ້າງລອງເບິ່ງວ່າອານາເຂດຂອງລາວ

ລ້ານຊ້າງນັ້ນຈະກ້ວາງໄກໄປຮອດໃສກັນແດ່? ສາຍພູແດນແກວເປັນເສັ້ນຂນານທາງທິດຕາເວັອອກ ໂຄລາດເປັນເສັ້ນຂນານທາງຕາເວັນຕົກ,

ແຕ່ດຽວນີ້ 3/4 ຂອງຜືນແຜ່ນດິນເຫຼົ່ານັ້ນທີ່ມີສາຍານາມວ່າ ນ້ຳຂອງຜ່ານໄຫຼຜ່າເຄິ່ງກາງ ນັ້ນກໍໄດ້ຖືກສຍາມຍາດເອົາໄປ ຍັງບໍ່ແລ້ວເທົ່າ

ນັ້ນ ລາວລ້ານຊ້າງຍັງຕົກເປັນຫົວເມືອງຂຶ້ນຂອງພວກມັນຈົນເຖິງວັນທີ່ ຝຣັ່ງເສສ ເຂົ້າມາຍຶດຄອງອິນດູຈີນ ຈຶ່ງເກີດໃຫ້ມີຮູບແຜນທີ່ປະເທດ

ລາວປະກົດຂຶ້ນໃນແຜນທີ່ໂລກນຳເຂົາ ຖ້າຝຣັ່ງບໍ່ເຂົ້າມາ ຄຳວ່າລາວຫລືປະເທດລາວແມ່ນຫາຍສາບສູນໄປຮຽບຮ້ອຍ. ຍ້ອນບຸນຄຸນຂອງຝຣັ່ງ

ແທ້ໆ ປະເທດລາວຈຶ່ງຍັງເຫຼືອຕ່ອມຫຍ້າຕ່ອມນ້ອຍໆເອົາໄວ້ເປັນປະເທດລາວຫລື ສປປລາວ ຢູ່ທຸກມື້ນີ້.

ນີ້ລະເຫດຜົນທີ່ລ້ານຊ້າງເສັຍໄຊຫຼືຕົກເປັນຫົວເມືອງຂຶ້ນຂອງສຍາມ ກໍຍ້ອນກະສັດອັບປີຫຼວງພະບາງແລະຈຳປາສັກທີ່ບໍ່ມີການສຶກສາບໍ່ມີໄຫວ

ພິກ ຈຶ່ງປະກາດເປັນກະບົດບໍ່ຍອມຮ່ວມຫລືຂຶ້ນກັບອານາຈັກລາວລ້ານຊ້າງ ຈຶ່ງປະກາດອອກມາເປັນເອກະຣາດສ່ວນຕົວຕາມແຜນການຂອງ

ກະສັດສຍາມໄດ້ວາງໄວ້. ຄວາມໂງ່ງ່າວຕ່າວຕຸນຂອງສອງກະສັດທີ່ປະກາດແຍກຕົວອອກຈາກວຽງຈັນ ເມື່ອສຍາມຍຶດວຽງຈັນໄດ້ພວກມັນ

ສັ່ງການໃຫ້ກະສັດຫຼວງພະບາງແລະຈຳປາສັກມາຢູ່ພາຍໃຕ້ກ້ອງຕີນຂອງສຍາມໂດຍບໍ່ມີຄຳຕໍ່ວ່າໃດໆທັງສິ້ນ.

ຍຸກປັຈຸບັນນີ້ກໍເຊັ່ນດຽວກັນ ຍ້ອນຜູ້ນຳຂອງ ສປປ ລາວ ດ້ອຍການສຶກສາ ປັນຍາປູ້ບໍ່ສູ້ພວກແກວແລະຈີນທີ່ມີຜູ້ນຳທີ່ສລາດແລະມີການສຶກ

ສາສູງ ຈຶ່ງຖືກພວກເຂົາຈູງດັງເໝືອນຄວາຍ ແລະຫຼົງກົນອຸບາຍພ້ອມກັບອຳາດຜຸກຂາດທີ່ໄດ້ເຊັນສັນຍາກັນແບບ ສປປລາວ ເສັຍປຽບຮອບ

ດ້ານກັບແກວ. ການທີ່ຣັຖະບານ ສປປລາວ ອະນຸຍາດໃຫ້ຈີນແລະແກວເຂົ້າມາສຳປະທານທີ່ດິນເປັນເວລານານເຖິງ 99ປີ ນັ້ນກໍບໍ່ຕ່າງຫຍັງ

ກັບເມື່ອສມັຍຕົກເປັນຫົວເມືອງຂຶ້ນຂອງສຍາມແລະຝຣັ່ງເສສເລີຍ. ປະເທດລາວຍັງບໍ່ສາມາດເດີນກ້າວອອກຈາກວົງຈອນອຸບາດຂອງຄວາມ

ເປັນຫົວເມືອງຂຶ້ນຂອງຕ່າງຊາດໄດ້ເລີຍດັ່ງທີ່ເຫັນໆກັນໃນຍຸກນີ້ສມັຍນີ້ທີ່ຖືກຕ່າງຊາດກົດດັນໃຫ້ເຮັດຕາມທຳຕາມຄວາມຕ້ອງກາຂອງເຂົາ

ດັ່ງທີ່ເຫັນປະຈັກກັບສາຍຕາທີ່ແກວຈີນແລະໄທສັ່ງການໃຫ້ຍຶດເອົາດິນໄຮ່ດິນນາປະຊາຊົນໄປໃຫ້ພວກມັນສຳປະທານ ຈົນປະຊາຊົນຜູ້ບໍ່ຍິນ

ຍອມຕ້ອງໄປຈົບຢູ່ທີ່ຄຸກຕະລາງຢ່າງໄຮ້ມະນຸສຍາທັມ. ໂຮງງານເຂື່ອນໄຟຟ້ານ້ຳຕົກຢູ່ໃນປະເທດລາວ 90% ທີ່ມີແມ່ນເປັນຂອງນາຍທຶນ

ໄທແລະຕ່າງຊາດເປັນຫຸ້ນສ່ວນໃຫຍ່ທັງນັ້ນ ນອກຈາກເຂື່ອນໄຟຟ້ານ້ຳຕົກແລ້ວ ກໍມີບໍ່ແຮ່ຕ່າງໆທີ່ຂຸດົ້ນຂຶ້ນມາກໍລ້ວນແລ້ວແຕ່ນາຍທຶນຕ່າງ

ຊາດເປັນຫຸ້ນສ່ວນໃຫຍ່ທັງນັ້ນ. ອັນນີ້ລະຂ້າພະເຈົ້າຈຶ່ງເວົ້າວ່າ ປວັດສາດລາວໃນອະດີດແລະປັຈຸບັນມັນກໍ ເຊມສຽດ Same S-H-I-T

ກັນນັ້ນແລ້ວ. ຍຸກນີ້ສມັຍນີ້ກໍບໍ່ຕ່າງຫຍັງກັບຍຸກລ້ານຊ້າງແຕກແຍກສາມັກຄີ ຍຸກນີ້ຄົກເປັນຫົວເມືອງຂຶ້ນຄັ້ງດຽວຕັ້ງ 3 ປະເທດ: ແກວ,

ຈີນ ແລະ ໄທ ແບບບໍ່ຮູ້ສຶກຕົວ, ກ່ວາຈະຮູ້ສຶກຕົວກໍພຸ້ນລະເດີ້ 99 ປິທາງໜ້າພຸ້ນ. ເມື່ອເຖິງຕອນນັ້ນແລ້ວຄົນລາວທີ່ເປັນເຊື້ອຊາດລາວ

ແທ້ໆນັ້ນກະກັບກາຍເປັນພົລະເມືອງຊັ້ນສອງ ເພສະ 99ປີ ທາງໜ້າ ສາມາດກ່າວໄດ້ວ່າຈະມີພົລະເມືອງທີ່ເປັນຄົນຈີນ ຄົນແກວ ທີ່ພາກັນ

ມາອອກແມ່ແຜ່ລູກຢູ່ລາວຢ່າງຕ່ຳ 25 ຫາ 30 ລ້ານຄົນ ແລະພວກເຫຼົ່ານີ້ລະຈະເປັນຜູ້ທີ່ປົກຄອງຫຼືຂຶ້ນມາເປັນກຳລັງທາງຝ່າຍຣັຖບານຫຼື

ເອີ້ນກັນອີກຢ່າງນຶ່ງວ່າເປັນຜູ້ບໍຣິຫານປະເທດລາ ເພາະພວກເຂົາມີສິດ 100% ເປັນຄົນຈີນແລະແກວແຕ່ເປັນສັນຊາດລາວເພາະພວກ

ເຂົາເກີດຢູ່ໃນຜືນແຜ່ນດິນລາວ. ອັນນີ້ລະເປັນປຜນຍຸະສາດການຍາດແຍ່ງດິນແດນຫຼທລ່າຫົວເມືອງຂຶ້ນແບບໃໝ່ຂອງຍຸກໂລກທັນສມັຍ

ຫລືຍຸກໂລກ ໄຮແທັກ. ເຊມສຽດ....ເຊມສຽດ.....ເຊມສຽດ.....ບໍ່?????????????????? ສປປ ລາວ?????



__________________
Anonymous

Date:
Permalink   
 

ພາກ...ພິສະດານຂອງຄວາມເປັນພົລະເມືອງລາວ.

 

ພາຍຫລັງຍຶດອຳນາດໃນວັນທີ 2 ທັນວາ 1975, ໜຶ່ງປີຜ່ານໄປ ຄວາມສັນຕິບໍ່ມີເກີດຂຶ້ນຢູ່ພາຍໃນ ສປປ ລາວ ດັ່ງຄຳໝັ້ນສັນຍາຂອງ

ຄນະຣັຖະບານຂອງໄກສອນ ແລະ ສຸພານຸວົງ ໃຫ້ໄວ້ກັບແກວຜູ້ເປັນນາຍເໜືອຫົວ, ແກວຈຶ່ງໄດ້ສັ່ງໃຫ້ຣັຖະບານ ສປປ ລາວ ລົງມືໃຊ້

ມາຕະການເດັດຂາດກັບອາດີດປະຊາຊົນລາວທີ່ຢູ່ພາຍໃຕ້ການປົກຄອງຂອງຣັຖະບານຝ່າຍວຽງຈັນ ທີ່ພວກແກວຄິດວ່າເປັນຕົ້ນເຫດ

ກໍ່ຄວາມຫວຸ້ນວາຍແລະຕໍ່ຕ້ານຣະບອບໃໝ່. ພວກຣັຖະບານແກວແດງໄດ້ເອົາການຕໍ່ສູ້ຂອງພວກຊົນເຜົ່າລາວມົ້ງອະດີດລູກນ້ອງຫລື

ປະຊາຊົນຂອງວັງປາວ ທີ່ມີປະສິດຕິພາບໃນການສູ້ຮົບມີຊັ້ນເຊີງເໜືອກ່ວາກອງກຳລັງປົດປ່ອຍປະຊາຊົນລາວຂອງຣັຖະບານໄກສອນ

ແລະສຸພານຸວົງ ແລະໄດ້ກ່າວປະນາມຣັຖະບານ ສປປ ລາວຢ່າງໜັກວ່າບໍ່ສາມາດທຳລາຍກອງກຳລັງຂອງເຈົ້າຟ້າຫລືມົ້ງຂອງອະດີດ

ຕີນມືຂອງນາຍພົນວັງປາວ ທັງໆທີ່ກອງກຳລັງຂອງມົ້ງບໍ່ມີໜ່ວຍສນັບສນູນທຸກດ້ານບໍ່ວ່າທາງພາກພື້ນດິນ,ທາງນ້ຳ ແລະ ທາງອາກາດ

ເໝືອນດັ່ງເມື່ອກ່ອນການຍຶດອຳນາດທົ່ວປະເທດ. ພວກມົ້ງຍັງບໍ່ມີກຳລັງໄຟທີ່ເປັນກອງກຳລັງສນັບສນູນ,   ບໍ່ມີຣົຖຍົນຂົນສົ່ງລຳລຽງ

ກອງກຳລັງທະຫານພ້ອມອາວຸດຍຸດໂທປະກອນສົງຄາມ ແລະ ສະບຽງອາຫານ ຢາປົວບາດແພແລະແພທໝໍພະຍາບານເຂື່ອນທີ່. ແຕ່

ກົງກັນຂ້າມກັບກອງກຳລັງຂອງກອງທັບປົດປ່ອຍປະຊາຊົນລາວທີ່ມີກອງກຳລັງສນັບສນູນທຸກເຫລົ່າທັບ ແລະ  ຍັງມີກອງກຳລັງ ສນັບ

ສນູນທາງອາກາດຂອງໂຊຫວຽດທີ່ໃຊ້ຍົນປວຍຫວ່ານຝົນເຫລືອງລົງເປັນຢາເບືອເຂັ່ນຂ້າຊາວມົ້ງທີ່ອາສັຍຢູ່ຕາມຮ່ອມພູຜາປ່າໄມ້

ຕ່າງໆທົ່ວປະເທດ ແລະຍັງໃຊ້ຍົນຂອງໂຊຫວຽດປວຍຫວ່ານນ້ຳມັນລົງໃສ່ໄຮ່ນາຂອງເຜົ່າມົ້ງແລ້ວເອົາໄຟຈູດໃຫ້ໄໝ້ຈົນວອດວາຍ

ທັງໄຮ່ນາແລະບ້ານເຮືອນຂອງປະຊາຊົນຊາວເຂົາ. ການເຂື່ອນຍ້າຍແລະຂົນສົ່ງກອງກຳລັງທະຫານກໍມີທັງຍົນທັງຣົຖ ທັນຕໍ່ສະພາບ

ການ ແລະສດວກຍິ່ງກວ່າໃນປາງສົງຄາມກ່ອນປົດປ່ອຍປະເທດເປັນຮ້ອຍເທື່ອພັນເທື່ອ ແຕ່ກໍຍັງບໍ່ສາມາດເອົາຊະນະກອງກຳລັງຂອງ

ມົ້ງໄດ້, ດັ່ງນັ້ນ ຣັຖະບານແກວຈຶ່ງສົ່ງກຳລັງທະຫານຫລາຍກ່ວາ 5 ກອງພົນເຂົ້າມາປະຈຳການຢູ່ໃນ ສປປ ລາວ ນັບແຕ່ວັນທີ 1 ມະ

ກາຣາຄົມ ປີ 1976. ນັກຊ່ຽວຊານດ້ານການເມືອງຂອງຈີນໄດ້ຖແລງການອອກວ່າ ເປັນແຜນການຂອງແກວແດງທີ່ຕ້ອງການເອົາທະ

ຫານຂອງພວກມັນເຂົ້າມາປະຈຳການຢູ່ລາວເພື່ອຫວັງຄວບຄຸມຣັຖບານ ແລະ ປະເທດ ສປປ ລາວ ທາງອ້ອມ ທີ່ເອົາຄວາມອ່ອນແອ

ຂອງກອງທັບປົດປ່ອຍປະຊາຊົນລາວທີ່ບໍ່ສາມາດເອົາຊະນະພວກມົ້ງໄດ້.

ເຖິງແກວແດງຈະສົ່ງກອງທັບຂອງພວກມັນເຂົ້າມາຕັ້ງຖານທັບຢູ່ພາຍໃນປະເທດ ສປປ ລາວ ຫລາຍກ່ວາ 5 ກອງພົນ (ກອງພົນຂອງ

ແກວແດງແມ່ນເຕັມກອງພົນ ທີ່ມີທະຫານເກືອບເຖິງສິບພັນຄົນ) ແຕ່ກໍບໍ່ເຫັນຈະປາບພວກມົ້ງລົງໄດ້ດັ່ງທີ່ຄວາມໂອ້ອວດຄູຍໂມ້ຂອງ

ຣັຖະບານ ສປປ ລາວ ໃນເວລານັ້ນ. ສົງຄາມມົ້ງກັບແກວແດງເລີ່ມໜັກຂຶ້ນພາຍຫລັງແກວສົ່ງ 5 ກອງພົນທະຫານເຂົ້າມາຢູ່ໃນ ສ

ປປ ລາວ ໃນປີ 76 ແລະມາສິ້ນສຸດລົງໃນປິ 1986 ເພາະຝ່າຍມົ້ງຂາດເຂີນອາວຸດສົງຄາມ.  ຫລັງຈາກສົງຄາມມົ້ງຢຸດຕິລົງ ແທນທີ່

ຣັຖະບານແກວຕ້ອງຖອນກອງກຳລັງ 5 ກອງພົນທີ່ມີຫະຫານເກືອບເຖິງ 50ພັນ ຄົນຂອງພວກເຂົາຄືນປະເທດ ແຕ່ພວກມັນໄດ້ສເນີ

ໃຫ້ ໄກສອນ ແລະ ສຸພານຸວົງຮັບຊາບນຳທີ່ພວກມັນຈະໃຫ້ຫະທານຈຳນວນດັ່ງກ່າວນັ້ນສືບປະຈຳການຢູ່ລາວຈົນກ່ວາ ສປປ ລາວ

ຈະພົ້ນຈາກເສັ້ນຂີດອັນຕຣາຍ ແລະເພື່ອຕອບສນອງຕາມເຊັນສັນຍາທີ່ເຊັນກັນໄວ້ຮະຫວ່າງ ໄກສອນ ແລະ ຟາມວັນດົງ.     ໃນທີ່

ສຸດພວກທະຫານເຫລົ່ານັ້ນກໍພາກັນທະຍອຍອອກຈາກການເປັນທະຫານມາເປັນປະຊາຊົນລາວໄປຕາມກໍລະນີແຕ່ລະບຸກຄົນ ບາງ

ຄົນກໍລັກເຕັ້ນໂຕນໂຍນໜີອອກຈາກກົມກອງມາເປັນປະຊາຊົນລາວປອມ ເມື່ອພວກເຂົາມີຫລັກແຫລ່ງອັນສົມບູນແລ້ວພວກເຂົາກໍ

ຕິດຕໍ່ເອົາພີ່ເອົານ້ອງຂອງພວກມັນເຂົ້າມາທພມາຫາກິນຢູ່ໃນປະເທດ ສປປ ລາວ, ເພາະຣັຖະບານ ສປປ ລາວ ມີກົດໝາຍທີ່ເປັນ

ເງື່ອນໄຂອັນສະດວກໃຫ້ແກ່ພວກມັນທຽບເທົ່າກັບປະຊາຊົນລາວທີ່ເປັນເຈົ້າຂອງປະເທດ.

ພວກແກວໄດ້ລຸຫລັ່ງທັ່ງເທເຂົ້າມາລາວປະປົນກັນຣະຫວ່າງທີ່ຖືກຕ້ອງ ແລະ ຜິດກົດໝາຍ ແຕ່ຣັຖະບານລາວບໍ່ສາມາດຈັບກຸມ

ຜູ້ທີ່ເຂົ້າມາແບບຜິດກົດໝາຍສົ່ງຄືນປະເທດມັນ ເພາະຢ້ານແຕະຕ້ອງຈິດໃຈ ແລະ ນະໂຍບາຍທີ່ສອງນາຍົກຣັຖມົນຕຣີຂອງສອງ

ປະເທດໄດ້ເຊັນສັນຍາກັນໄວ້. ຄົນລາວຫລືເຈົ້າໜ້າທີ່ ສປປ ລາວ ມີຄວາມເກງກົວຕໍ່ຄົນແກວທີ່ເຂົ້າມາຢູ່ໃນລາວບໍວ່າຢູ່ໃນສະຖາ

ນະໃດ ຈະບໍສາມາດຈັບກຸມຄຸມຂັງຫລືສົ່ງພວກມັນຄືນປະເທດມັນໄດ້ ຈົນເປັນເດີ້ມອັນໃຫຍ່ໃຫ້ພວກມັນເຮັດຜິດກົດໝາຍໄດ້ທຸກ

ຢ່າງ ດັ່ງ ຈາກຄະດີເບົາລັກເລັກຄະໂມຍນ້ອຍຂຶ້ນເຖິງຂ້າເຈົ້າເອົາຂອງ ຂົ່ມຂືນສຳເລົາຈົນຍິງສາວລາວຕາຍກໍບໍມີຄວາມຜິດ ເພາະ

ກົດໝາຍລາວບໍ່ສາມາດເອົາແກວຂຶ້ນສານຕັດສິນຄະດີໄດ້ ເພາະເກງໃຈຢ້ານແຕະຕ້ອງນະໂຍບາຍທີ່ເຊັນກັນໄວ້. ເຈົ້າໜ້າທີ່ປາຍ

ປາມຢາເສບຕິດຈັບໄດ້ແກວຄ້າຢາຂາຍຢາບ້າ ແຕ່ເຮັດຫຍັງບໍ່ໄດ້ມີແຕ່ສົ່ງພວກມັນກັບປະເທດມັນ ແຕ່ເຈົ້າໜ້າທີ່ແກວຈັບຄົນລາວ

ຄ້າຂາຍຢາເສບຄິດຫລືຢາບ້າ ເຂົາເອົາຂຶ້ນສານຕັດສິນປະຫານຊີວິດ ແລະກໍນຳເອົາໄປຍິງເປົ້າຢູ່ສນາມຍິງເປົ້າຫລືແດນປະຫານ

ຂອງພວກມັນໂດຍທັນທີທັນໃດໂລດ. ເສຖະກິດໃນລາວ ເກືອບຫລາຍກວ່າ 50% ເປັນຂອງນາຍທຶນແກວ ນັບແຕ່ປີ 1986 ເປັນຕົ້ນ

ມາ, 30% ເປັນຂອງນາຍທຶນຈີນ 15% ເປັນຂອງນາຍທຶນໄທ ແລະ 5% ເປັນຂອວນາຍທຶນລາວ.



__________________
Anonymous

Date:
Permalink   
 

ພາກ....ພິສດານຂອງການເປັນພົບະເມືອງລາວ (ພາກ 2)

 

ແມວບໍ່ຢູ່ ໜູພາກັນອາລະວາດ ພາຍຫລັງການໝັບຫ່າຂອງສອງຜູ້ນຳໂຕສຳຄັນຂອງຜູ້ກໍ່ຕັ້ງພັກປະຊາຊົນປະຕິວັດລາວ, ໄກສອນ ພົມວິຫານ ແລະ

ສຸພານຸວົງ, ກໍເປັນໂອກາດຂອງຜູ້ມີອຳນາດທີ່ສືບຕໍ່ອຳນາດຈາກສອງຜູ້ນຳທີ່ແຈບບັກຍອດໄປນັ້ນລືມຄຳວ່າສິລທັມປະຕິວັດທີ່ໄດ້ພາກັນທ້ອນຫອມຝັງ

ຈິດໃຈກັນມາເປັນເວລາຫລາຍກ່ວາ 30 ປີ ຂອງການປະຕິວັດ.   ໂດຍການເຣີ່ມຕົ້ນຂອງອີ່ແມ່ໝ້າຍ ທອງວິນ ພົມວິຫານ ອອກອາຣະວາດຍຶດເອົາ

ເຮືອນຊານບ້ານຊ່ອງແລະດິນດອນຕ່ອນຫຍ້າຂອງອະດີດເຈົ້ານາຍພໍ່ຄ້າຊາວຂາຍ ແລະປະຊາຊົນລາວຝ່າຍວຽງຈັນທີ່ພາຄອບຄົວໂຕນໜີອອກຈາກປະ

ເທດມາເປັນຂອງຕົນເອງ ໂດຍບໍ່ສົນໃຈທີ່ຜິດຕໍ່ນະໂຍບາຍຂອງນັກປະຕິວັດທີ່ເຄີຍຝັງຄຳຂັວນ ສລິທັມປະຕິວັດ ໄວ້ໃນດວງໃຈຂອງພວກເຂົາມາໄດ້

ນານກ່ວາ 30ປີ. ຄຳໄຕ ສີພັນດອນ ພາຍຫລັງກັບກາຍເປັນຜູ້ມີອຳນາດລົ້ນຟ້າກໍອອກອາຣະວາດເອົາປ້າຍທີ່ດິນໄປປັກໝາຍເປັນທີ່ດິນຂອງມັນເອງ

ຢູ່ໃນ 4 ແຂວງພາກໃຕ້, ມັນສັງເກດເບິ່ງວ່າບ່ອນໃດຈະເປັນແຫຼ່ງກຳເນີດແລະຂຍາຍເສຖະກິດໃນອານາຄົດມັນກໍສັ່ງການໃຫ້ກະຊວງໂຍທາສ້າງທາງ

ຣົຖເຂົ້າໄປຫາໃນເຂດນັ້ນ ແລະ ແລ້ວມັນກໍເອົາປ້າຍທີ່ເປັນຊື່ຂອງມັນມາປັກໝາຍໄວ້າວ່າເປັນຕາດິນຂອງມັນ ແລະ ມັນກໍສັ່ງພວກກົມຕາດິນເຮັດໃບ

ຕາດິນເປັນຊື່ຂອງມັນຮວມແລ້ວນັບເປັນຫລາຍຮ້ອຍໃບ ແຕ່ລະຕາດິນທີ່ເປັນຊື່ຂອງມັນມີຕ່ຳສຸດແມ່ນສິບເອັກເກີຂຶ້ນໄປ. ສ່ວນຫລາຍດິນດອນທີ່ມັນ

ປັກຫລັກໝາຍເປັນຊື່ທີ່ລົງທະບຽນເປັນຂອງມັນນັ້ນເປັນດິນໄຮ່ນາຮົ້ວສວນຂອງປະຊາຊົນຊາວເຜົ່າຕ່າງໆ ແລະມັນອ້າງວ່າໃນອະດີດເປັນດິນດອນຕ່ອນ

ຫຍ້າຂອງພໍ່ແມ່ມັນ, ຈະເຮັດຈັ່ງໃດໄດ້ອັນປະຊາຊົນທີ່ຕໍ່ວ່າວ່າເປັນດິນດອນຂອງພວກຂະເຈົ້າທີບັນພະບຸຣຸດໄດ້ບຸກເບີກສ້າງຂຶ້ນມາໃຫ້ແລະໄດ້ໃຊ້ເປັນ

ທີ່ທຳມາຫາກິນລ້ຽງຊີວິດຄອບຕົວສືບຕໍ່ກັນມາຫລາຍຊົ້ວຄົນແລ້ວ, ແຕ່ຍ່ອມເສັຍປຽບໃຫ້ຜູ້ມີອຳນາດສເມີ ປະຊາຊົນຜູ້ທີ່ເປັນເຈົ້າຂອງທີ່ດິນໂຕຈິງຈຳ

ຕ້ອງຫອບຄອບຄົວໜີອອກຈາກທີ່ດິນຂອງຕົນເອງດ້ວຍຄວາມຊອກຊ້ຳຈິດໃຈຢ່າງໜັກໜາສາຫັດ.

ມືຍາວສ່າວໄດ້ສ່າວເອົາ.....ທັງຂະໂຫຍງຂອງສັມະຊິກສູນກາງພັກຕ່າງກໍພາກັນເອົາມືຫຍຸມໄດ້ຫຍຸມເອົາວ່າແຕ່ມີໂອກາດວ່າຈະຫຍຸມເອົາສິ່ງໃດໄດ້

ບໍ່ວ່າຕຳແໜ່ງໜ້າທີ່ວຽກງານຕ່າງໆທີ່ມີຜົນປະໂຫຍດຕໍ່ຕົນເອງແລະພວກພ້ອງ. ຍິ່ງໄປກ່ອນນັ້ນແມ່ນພາກັນຕີຫົວກັບແກວເອົາດິນດອນຕ່ອນຫຍ້າ

ທີ່ຍຶດມາຈາກປະຊາຊົນນັ້ນມາຂາຍໃຫ້ເຂົາຫລືໃຫ້ສັຳປະທານທີ່ໃຊ້ເວລານານຫລາຍກ່ວາ 31ປີ ຂຶ້ນເຖິງ 99ປີ. ນອກຈາກຍຶດທີ່ດິນປະຊາຊົນເປັນຂອງ

ຕົນເອງແລ້ວກໍຫັນເຂົ້າໄປຕັດໄມ້ທຳລາຍປ່າ ອະນຸຍາດນາຍທຶນໃຫ້ແກວແລະໄທເຂົ້າມາລັກລອບຕັດໄມ້ແລ້ວຂົນເຂົ້າປະເທດຂອງຂົາ ຈົນແກວເປັນປະ

ເທດອັນດັບນຶ່ງທີ່ສົ່ງໄທ້ແປຮູບອອກສູ່ຕະຫລາດຕ່າງປະເທດ ທັ່ງໆທີ່ປະເທດແກວບໍ່ມີປ່າໄມ້ທັງປະເທດ.

ອິດທິພົນຂອງແກວໄດ້ຄອບງຳຣັຖະບານຂອງ ສປປ ລາວ ມາເຣີ່ມແຕ່ສົງຄາມສມັຍສົງຄາມແກວຣະເບີດຂຶ້ນຈົນມາເຖິງທຸກວັນນີ້, ດັ່ງທີ່ໄດ້ກ່າວມາແລ້ວ

ໃນເບື້ອງຕົ້ນຂອງຄໍລຳນີ້ທີ່ກ່າວວ່າອຳນາດການປົກຄອງຂອງ ສປປ ລາວ ບໍ່ສາມາດເຮັດຫຍັງໃຫ້ພວກແກວທີ່ທຳຜິດກົດໝາຍຢູ່ໃນລາວ ບໍ່ວ່າຈະເປັນ

ໂທດສະຖານໜັກຫລືເບົາກໍຕາມ ແມ່ນແຕ່ແກວກະທຳຜິດກົດຈາຣະຈອນ ຕຖຣວດ ສປປ ລາວ ຍັງບໍ່ສາມາດປັບໃໝພວກມັນໄດ້ ເພາະພາກັນຢ້ານແກວ

ນັບແຕ່ອຳນາດການປົກຄອງຂັ້ນບ້ານຂຶ້ນຮອດຂັ້ນຣັຖະບານ ບໍ່ວ່ານາຍົກຫລືປະທານປະເທດແມ່ນຢ້ານແກວປານແມວຢ້ານໝາ.

ນອກຈາກຮ່ວມຫົວກັບແກວປຸ້ນສັບສົມບັດຂອງຊາດແລ້ວ ຍັງມີນັກການເມືອງທີ່ມີອຳນາດແລະອິທິພົນຫລາຍໂຕຮ່ວມຫົວກັນຍຶດເອົາດິນນນາໄຮ່ສວນ

ຂອງປະຊາຊົນເອົາໄປຂາຍແລະສຳປະທານໃຫ້ນາຍທຶນຈີນໃນພາກເໜືອຂອງລາວ.  ອິດທິພົນຂອວາຍທຶນຈີນເຂົ້າມາຍິ່ງເຜັດແລະເຄັມກ່ອນແກວອີກ

ຈົນປະຊາຊົນລາວຊາວເປົ່າບໍ່ມີສິດເສຣີພາບທຽບເທົ່າກັນຄົນຈີນຫລືນາຍທຶນຈີນໄດ້ເລີຍ. ເຈົ້າໜ້າທີ່ຕຳຣວດແລະທະຫານກໍຖືກນາຍທຶນຈີນຊື້ຈ້າງເອົາເງິນ

ອັດປາກໄວ້ໝົດເພື່ອຄວາມສະດວກຂອງພວກມັນທີ່ທຳທຸຣະກິດແບບຜິດກົດໝາຍ. ຈີນມາເປີດໂຮງໝໍຢູ່ຫລາຍໂຕເມືອງໃນພາກເໜືອແລະລາວມາເຖິງ

ເຂດແຂວງຊຽງຂວາງ, ແຕ່ໂຮງໝໍເຫຼົ່ານັ້ນເປັນແຫຼ່ງໂຈຣະກັມອະວັຍະວະພາຍໃນຂອງມະນຸດກໍຄືປະຊາຊົນລາວເຮົາເອງ. ມີຄົນປ່ວຍມີ່ເປັຄົນລາວຊົນເຜົ່າ

ຕ່າງໆພາຍຫລັງເຂົ້າປິ່ນປົວໃນໂຮງໝໍເຫຼົ່ານັ້ນແລ້ວ ຖ້າບໍ່ຕາຍອອກໂຮງໝໍມາ ພາຍຫຼັງສ່ວນຫລາຍແມ່ນໝາກໄຊ່ຫລັງເຫັ່ຍສູນຫາຍໄປຂ້າງນຶ່ງ ເມື່ອມີ

ໝາກໄຂ່ຫຼງຂ້າງດຽວສຸຂະພາບກໍບໍ່ສົມບູນກໍກັບເຂົ້າໄປປິ່ນປົວໃນໂຮງໝໍບ່ອນເກ່ານັ້ນ ແຕ່ຄັ້ງນີ້ແມ່ນຜ່າຕັດຄັ້ງທີສອງແມ່ນຕາຍລູກດຽວ ແລະຄັ້ງນີ້ທັງ

ໝາກຫົວໃຈ ທັງດວງຕາສອງໜ່ວຍ ແລະ ໝານໄຂ່ຫຼັງໜ່ວຍສຸດທ້າຍແມ່ນຫາຍໄປຢ່າງບໍ່ມີໃຜທີ່ເປັນເຈົ້າຂອງຫລືຍາດພີ່ນອງຂອງຄົນຕາຍສັງເກດຮູ້ຈັກ

ເລີຍ.

ນີ້ຄືພິສິດານຂອງການປັນພົລະເມືອງຂອງຊາວລາວຢູ່ໃນ ສປປ ລາວ.



__________________
Page 1 of 1  sorted by
 
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard