ລາວໂຮມລາວ ເພື່ອປະຊາທິປະໄຕ

Members Login
Username 
 
Password 
    Remember Me  
Post Info TOPIC: Why? Why? Why? ເປັນຫຍັງ? ເປັນຫຍັງ?
Anonymous

Date:
Why? Why? Why? ເປັນຫຍັງ? ເປັນຫຍັງ?
Permalink   
 


ເປັນຫຍັງ ຍັງມີ ຄົນລາວ

ຫຼາຍແທ້ໆ ຍັງພາກັນ ຂຽນໂຕໜັງສື ໄທຍ ໃນ Facebook ??

ຂ້ຽ ຢາກໃຫ້ເພີ່ນ ມີຄຳສັ່ງ ຫຼື ກົດໝາຍ ອອກມາ ບັງຄັບ...

ພີ່ນ້ອງ ຊາວລາວ ຄິດວ່າ ແນວໃດ ??



__________________
Anonymous

Date:
Permalink   
 

Because! Because! Because! ເພາະວ່າ! ເພາະວ່າ! ເພາະວ່າ!

ຫວັງວ່າທ່ານຜູ້ທີ່ຕັ້ງກະທູ້ນີ້ຄົງເຂົ້າໃຈວ່າບໍ່ມີຄົນລາວຄົນໃດຢາກຈະຂຽນບໍ່ວ່າລົງໃນ Facebook

ເປັນພາສາຫລືອັກສອນໄທດອກຖ້າວ່າບໍ່ມີຄວາມຈຳເປັນ. ຄົນລາວທີ່ຂຽນເປັນພາສາໄທນັ້ນແມ່ນຜູ່

ທີ່ໃຊ້ສາມາດໂຟນ ເດີ້, ບໍ່ແມ່ນຜູ່ທີ່ໃຊ້ ຄອມພິວເຕີ. ບໍ່ມີສາມາດໂຟນຫຍີ່ຫໍ້ໃດສາມາດອ່ານແລະຂຽນ

ພາສາລາວໄດ້ກ່ອນ iPhone 6 ຈະອອກມາສູ້ຕະຫລາດໂລກ. ດຽວນີ້ ໄອໂຟນ 6 ຊນິດດຽວນີ້ເທົ່າ

ນັ້ນທີ່ສາມາດ ດາວໂຫລດ ຟອນແລະຄີບອດພາສາລາວໄດ້ (ດາວໂຫລດເອົາເທົ່ານັ້ນ ຍັງບໍ່ທັນມີລາວ

ຟອນແລະຄີບອດໃນໂຕຂອງມັນເທື່ອເໝືອນກັນກັບພາສາຂອງຊາດອື່ນໆໃນໂລກນີ້). ໄອໂຟນ 6 ກໍ

ແມ່ນ made in usa ເທົ່ານັ້ນທີ່ສາມາດອ່ານພາສາລາວໄດ້ ແຕ່ບໍ່ສາມາດພິມໄດ້. ສ່ວນໄອໂຟນ 6

made in china ແມ່ນແລ້ວຊາດໂລດ ອ່ານກໍບໍ່ໄດ້ດາວໂຫລດກໍບໍ່ໄດ້.

ທ່ານຈົ່ງເຂົ້າໃຈຕາມນີ້, ໃຊ້ສາມາດໂຟນ ຈະບໍ່ເໝືອນໃຊ້ຄອມພິວເຕີ ເພາະຄອມພິວເຕີນັບແຕ່ວິນໂດ 6

ຂຶ້ນມາອ່ານແລະພິມພາສາລາວໄດ້ ແຕ່ກໍຕ້ອງໄດ້ດາວໂຫລດເອົາຈຶ່ງພິມໄດ້.

    



__________________
Anonymous

Date:
Permalink   
 

ກະດຽວວ່າ ເວລານີ້ ຢູ່ເມືອງລາວ ເພີ່ນມີ Lao font ອອກມາ ແລະໃຊ້ຢ່າງ 

ເປັນທາງການແລ້ວ  ຊື່ວ່າ Phetsarath ບໍ່ແມ່ນ ຊັ້ນບໍ່ ?

ເພີ່ນບອກ ຮ້ານຂາຍ Cell Phones (ບໍ່ວ່າຈະ smart ຫຼື stupid)

ໃຫ້ download & install Lao font ກ່ອນຈະຂາຍ ບໍ່ແມ່ນ ຊັ້ນບໍ່ ???



__________________
Anonymous

Date:
Permalink   
 

Anonymous wrote:

ເປັນຫຍັງ ຍັງມີ ຄົນລາວ

ຫຼາຍແທ້ໆ ຍັງພາກັນ ຂຽນໂຕໜັງສື ໄທຍ ໃນ Facebook ??

ຂ້ຽ ຢາກໃຫ້ເພີ່ນ ມີຄຳສັ່ງ ຫຼື ກົດໝາຍ ອອກມາ ບັງຄັບ...

ພີ່ນ້ອງ ຊາວລາວ ຄິດວ່າ ແນວໃດ ??


 ເປັນຍອ້ນຜູ້ນຳລາວແດງປົກຄອງບ້ານເມືອງແຕກຫັກ ລູກຫລານລາວຕ້ອງໜີອອກນອກປະເທດ ເລີຍບໍ່ມີໂອກາດໄດ້ຮຽນພາສາລາວ

ສະໄໜນັ້ນຕອນຢູ່ສູນ ອຸບົນ ເຂົາມີໂຮງຮຽນສອນພາສາໄທຍ ປໍ1ຮອດປໍ6 ລູກຫລານລາວກໍເລີຍຖືໂອກາດ ຮຽນໃນຕອນນັ້ນ

ຫລັງຈາກສູນອຸບົນປິດ ບາງຄອບຄົວກໍກັບລາວ ບາງຄອບຄົວກໍອອກໄປຢູ່ນຳຍາດພີ່ນ້ອງຢູ່ໄທຍ

ທ່ານຈະເຫັນຕາມ Facebook ຂອງຄົນລາວ ສ່ວນຫລາຍເຂົາຈະຂຽນແຕ່ພາສາໄທຍ ບາງຄົນອ່ານຂຽນພາສາຊາດໂຕເອງຍັງບໍ່ໄດ້

 

 



__________________
Anonymous

Date:
Permalink   
 

Anonymous wrote:

ກະດຽວວ່າ ເວລານີ້ ຢູ່ເມືອງລາວ ເພີ່ນມີ Lao font ອອກມາ ແລະໃຊ້ຢ່າງ 

ເປັນທາງການແລ້ວ  ຊື່ວ່າ Phetsarath ບໍ່ແມ່ນ ຊັ້ນບໍ່ ?

ເພີ່ນບອກ ຮ້ານຂາຍ Cell Phones (ບໍ່ວ່າຈະ smart ຫຼື stupid)

ໃຫ້ download & install Lao font ກ່ອນຈະຂາຍ ບໍ່ແມ່ນ ຊັ້ນບໍ່ ???


 ຮ້ານຂາຍ cell phones couldn't even download Lao font & keyboard ໄດ້ເລີຍ

ເພາະ cell phones ທີ່ຂາຍຢູ່ໃນລາວນັ້ນແມ່ນລ້ວນແລ້ວ Made from China ທີ່ລ້ວນແລ້ວແຕ່

ເປັນ stupid phones ທັງນັ້ນ. iPhone ກໍມີແຕ່ຂອງທຽມມາແຕ່ຈີນ ໃຊ້ໄປໃຊ້ມາກໍກັບກາຍເປັນລະ

ເບີດແຕກໃສ່ມືໃສ່ຫູບາດເຈັບກັນໄປຕາມໆກັນ ບາງຄົນຈົນເຖິງແກ່ຊີວິດ. Smart phones ທີ່ຜລິດຈາກ

ອາເມຣິກາ ແລະ ເກົາຫຼີໃຕ້ ແມ່ນສົມຊື່ ສາມາດໂຟນອິຫລີ ທີ່ສາມາດ Install & Download ພາສາ

ລາວເຮົາໄດ້ ແຕ່ຍັງບໍ່ທັນມີ ລາວຟອນແລະຄີບອດ ຢູ່ໃນຕົບຂອງມັນດັ່ງພາສາໄທແລະປະເທດອື່ນໆທີ່ Factory

built in ສຳເຣັດຮູບມາໂລດ.



__________________
Anonymous

Date:
Permalink   
 

ເບື່ອພວກລາວອົບພະຍົບ ຜູ້ທີ່ຂີ້ໂມ້ ມັກອວດຮູ້ ອວດສະຫຼາດນີ້ເດ່

ເຄື່ອງ Smart Phone Samsung ທຸກລຸ່ນ ແມ່ນອ່ານ/ຂຽນ

ພາສາລາວໄດ້ໝົດ. ເຄື່ອງ Microft Windows Phone ກໍ່ໄດ້

iPhoone ແມ່ນ ຈາກ iPhone 5 ຂື້ນມາໄດ້ໝົດ. ກໍລະນີທີ່ມີ

ຜູ້ໃຊ້ ໂຕອັກສອນໄທນັ້ນ ອາດເປັນຍ້ອນຄວາມເຄີຍຊີນ, ຫຼື ວ່າ

ມີຈຸດປະສົງໃຫ້ຄົນໄທ ອ່ານໄດ້

ກະລຸນານາເບີ່ງໃນແງ່ດີແດ່ຈັກໜ່ອຍບໍ່ທ່ານລາວນອກ

 



__________________
Anonymous

Date:
Permalink   
 

Anonymous wrote:

ເບື່ອພວກລາວອົບພະຍົບ ຜູ້ທີ່ຂີ້ໂມ້ ມັກອວດຮູ້ ອວດສະຫຼາດນີ້ເດ່

ເຄື່ອງ Smart Phone Samsung ທຸກລຸ່ນ ແມ່ນອ່ານ/ຂຽນ

ພາສາລາວໄດ້ໝົດ. ເຄື່ອງ Microft Windows Phone ກໍ່ໄດ້

iPhoone ແມ່ນ ຈາກ iPhone 5 ຂື້ນມາໄດ້ໝົດ. ກໍລະນີທີ່ມີ

ຜູ້ໃຊ້ ໂຕອັກສອນໄທນັ້ນ ອາດເປັນຍ້ອນຄວາມເຄີຍຊີນ, ຫຼື ວ່າ

ມີຈຸດປະສົງໃຫ້ຄົນໄທ ອ່ານໄດ້

ກະລຸນານາເບີ່ງໃນແງ່ດີແດ່ຈັກໜ່ອຍບໍ່ທ່ານລາວນອກ

 


 ຜູ້ທີ່ຂຽນຄຳເຫັນຂ້າງເທິງເປັນສີຟ້ານີ້ກະລຸນາຢ່າດູຖູກຄົນລາວ

ອົບພະຍົບ ເພາະເຂົາເອົາຄວາມຈິງອອກມາເວົ້າອະທິບາຍສູ່ຟັງ

ເຖິງເຫດຜົນຂອງຄວາມເປັນຈິງ. ຂ້ອຍກໍຄົນລາວໃນທີ່ໃຊ້ສາມາດ

ໂຟນມາຫລາຍປີແລ້ວທີ່ບໍ່ສາມາດອ່ານແລະຂຽນພາສາລາວໄດ້ 

ຍາດພີ່ນ້ອງຂ້ອຍຢູ່ຕ່າງປະເທດສົ່ງຂໍ້ຄວາມເປັນພາສາລາວຫາ

ທາງມືຖືຂ້ອຍ ອ່ານບໍ່ອອກ ນີ້ເປັນຄວາມຈິງ. ຂ້ອຍໄປຫາຮ້ານຂາຍ

ມືຖືທີ່ຂ້ອຍຊື້ມານັ້ນເພື່ອໃຫ້ເພິ່ນຊ່ອຍດາວໂຫລດຟອນແລະແປ້ນ

ພິມພາສາລາວໃຫ້ ແຕ່ທາງຮ້ານບອຂ້ອຍວ່າໂຟນຂ້ອຍບໍ່ສາມາດເຮັດ

ໄດ້. ເຈົ້າຈະເຊື່ອຫລືບໍ່ເຊື່ອກໍສຸດແລ້ວ ຄວາມຈິງຍ່ອມເປັນຄວາມຈິງ.



__________________


Newbie

Status: Offline
Posts: 1
Date:
Permalink   
 

ຂອ້ຍກໍໄຊ້ iphone 5c ຂຽນພາສາລາວເດີ້



__________________
Anonymous

Date:
Permalink   
 

11698820_868031179917418_5978357857325116345_n.jpg?oh=e4d5f8721b857ec46b2600b38a8d49d3&oe=56B905B3

11667251_868031176584085_5242499462791362347_n.jpg?oh=bd715e86993b75b5a2f9c2a1d5ca320a&oe=56BD5A3E

11659421_868031173250752_8053370305587886943_n.jpg?oh=4584568aed57a59b275cfea7ebd98cd6&oe=56CACBEE

11227964_868031183250751_8092633760854744209_n.jpg?oh=92249746ba2f6e5022e8389d41c628cd&oe=56C27E60

ໄດ້ມາຈາກ Facebook ຂອງ Lin Sam

 



__________________
ລຸງເຕ້ຍ

Date:
Permalink   
 

ບາງຄັ້ງຂ້ອຍກໍ່ຮູ້ສຶກນ້ອຍໃຈເໝືອນກັນທີ່ເຫັນຄົນລາວໃຊ້ຕົວອັກສອນຕ່າງຊາດ

ເປັນພາຫະນະສື່ສານລະຫວ່າງຄົນລາວດ້ວຍກັນຍ້ອນວ່າ devices ລຸ້ນເກົ່າ​ໆ
ແລະ operate system ເກົ່າມັນບໍ່ support ຕົກອັກສອນລາວ ຈຳເປັນ

ຕ້ອງໄດ້ໃຊ້ຕົວອັກສອນຕ່າງຊາດ.

ສຳລັບຜູ່ທີ່ໃຊ້ McIntouch, Linux ຄົງບໍ່ມີບັນຫາ ແຕ່ສຳລັບຜູ່ໃຊ້ Windows XP

ມີບັນຫາແທ້. ແປ້ນພິມພາສາລາວຢູ່ເວັບ LaoScript.net ກໍ່ໃຫ້ໃຊ້ແຕ່ 30 ວັນ, ຖ້າໄປ

ເອົາຢູ່ເວັບ Phetsarath.gov.lao ກໍ່ອາດຈະໄດ້ແຕ່ບາງຄົນພັດມັກ SaysetthaOT

ຍ້ອນຫຍັງ?

ສຳລັບຜູ່ທີ່ໃຊ້ Windows Vista, 7, 8.1 ຫຼື Windows 10 ບໍ່ມີບັນຫາ
ເພາະເຂົາເອົາຕົວອັກສອນດອກຈຳປາເຂົ້າໄວ້ໃຫ້ແລ້ວ ແຕ່ຕ້ອງໃຊ້ເວລາປະມາ 5 ວິນາທີ
ຕິດຕັ້ງແປ້ນພິມລາວ.

ຂ້ອຍໃຊ້ BlackBerry Torch 9800 ກໍ່ບໍ່ສາມາດອ່ານຫຼືພິມພາສາລາວໄດ້
ຫຼານຊາຍເອົາເຂົ້າໃຫ້ແລ້ວ Multiple Language Pack ແຕ່ກໍ່ຍັງອ່ານແລະພິມບໍ່ໄດ້.

 



__________________
Anonymous

Date:
Permalink   
 

 

bill seth wrote:

ຂອ້ຍກໍໄຊ້ iphone 5c ຂຽນພາສາລາວເດີ້


 iPhone 5c ເຈົ້າເກ່ງລະສາມາດສົມຊື່ສາມາດໂຟນເນາະທີ່ຂຽນພາສາ

ລາວໄດ້. ແມ່ນປະເທດໃດຜະຫລິດ ຢ່າບອກເດີ້ວ່າ made in China

ເພາະກ່ອນ iPhone 6 ອອກມາວາງຕະຫລາດນັ້ນຂ້ອຍກໍໃຊ້ແຕ່ iPhone 5

ທຸກຫລຸ້ນທີ່ made in USA ແຕ່ບໍ່ສາມາດອ່ານແລະພິມພາສາລາວໄດ້ ຈຶ່ງຈຳ

ເປັນຕ້ອງໃຊ້ພາສາໄທເພື່ອສື່ສານກັບພີ່ນ້ອງຄົນລາວຢູ່ລາວເພາະຈະໃຊ້ພາສາອັງກິດ

ຂະເຈົ້າກໍບໍ່ເຂົ້າໃຈ. ຖ້າວ່າໃຊ້ຄັອມແມ່ນບໍ່ມີບັນຫາໃນການອ່ານຫລືພິມພາສາລາວ

ແຕ່ຕ້ອງໄດ້ດາວໂຫລດເອົາທັງຟອນແລະແປ້ນພິມຈື່ງໄດ້.



__________________
Anonymous

Date:
Permalink   
 

Anonymous wrote:

 

bill seth wrote:

ຂອ້ຍກໍໄຊ້ iphone 5c ຂຽນພາສາລາວເດີ້


 iPhone 5c ເຈົ້າເກ່ງລະສາມາດສົມຊື່ສາມາດໂຟນເນາະທີ່ຂຽນພາສາ

ລາວໄດ້. ແມ່ນປະເທດໃດຜະຫລິດ ຢ່າບອກເດີ້ວ່າ made in China

ເພາະກ່ອນ iPhone 6 ອອກມາວາງຕະຫລາດນັ້ນຂ້ອຍກໍໃຊ້ແຕ່ iPhone 5

ທຸກຫລຸ້ນທີ່ made in USA ແຕ່ບໍ່ສາມາດອ່ານແລະພິມພາສາລາວໄດ້ ຈຶ່ງຈຳ

ເປັນຕ້ອງໃຊ້ພາສາໄທເພື່ອສື່ສານກັບພີ່ນ້ອງຄົນລາວຢູ່ລາວເພາະຈະໃຊ້ພາສາອັງກິດ

ຂະເຈົ້າກໍບໍ່ເຂົ້າໃຈ. ຖ້າວ່າໃຊ້ຄັອມແມ່ນບໍ່ມີບັນຫາໃນການອ່ານຫລືພິມພາສາລາວ

ແຕ່ຕ້ອງໄດ້ດາວໂຫລດເອົາທັງຟອນແລະແປ້ນພິມຈື່ງໄດ້.


 ຖ້າຄອມເຈົ້າໄຊ້ window vista ຂື້ນໄປ ຮອດ window 10 ຄື ປະຈຸບັນ ແມ່ນບໍ່ມີຄວາມຈຳເປັນຈະໄປ

ດາວໂຫຼດຟອນ ແລະ ແປ້ນພິມເລີຍ.ພຽງແຕ່ໄປຕັ້ງຄ່າຢູ່ regional language ບ່ອນມີເຄື່ອງໝາຍ

ຮູບໂມງ ແລະ ໜ່ວຍໂລກກໍ່ໄດ້ເລື້ອງແລ້ວ.



__________________
Anonymous

Date:
Permalink   
 

ຂໍ​ລອງ ແດ່​ເດີ ພີ່​ນ້ອງ 

ຫາ​ກະ​ຕິດ​ຕັ້ງ​ໃໝ່ ....



__________________
Page 1 of 1  sorted by
 
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard