ລາວໂຮມລາວ ເພື່ອປະຊາທິປະໄຕ

Members Login
Username 
 
Password 
    Remember Me  
Post Info TOPIC: ທາງການໂປແລັນໄປຢ້ຽມ ທ.ບຸນທັນ
Anonymous

Date:
ທາງການໂປແລັນໄປຢ້ຽມ ທ.ບຸນທັນ
Permalink   
 


ທາງການໂປແລັນໄປຢ້ຽມ ທ.ບຸນທັນ

2bed9fad-184c-4ce2-9e3c-2cd92c397c2d.jpeg

 

ທ່ານ ອາເລັກຊານເດີ ປາເຊີ (Aleksander Parzych) ຫົວຫນ້າ ກົງສຸນ ສະຖານທູຕ ໂປແລັນ ປະຈຳ ປະເທດ ໄທ ຜູ້ ຮັບຜິດຊອບ ພົວພັນ ກັບ ສປປລາວ ໄດ້ ເດີນທາງ ໄປ ຢ້ຽມ ທ່ານ ບຸນທັນ ທຳມະວົງ ທີ່ຖືກຂັງ ຢູ່ຄຸກ ນະຄອນຫຼວງ ວຽງຈັນ ເມື່ອ ວັນອັງຄານ ຜ່ານມາ.

ທ່ານ ບຸນທັນ ໄດ້ຖືກ ທາງການ ລາວ ລົງໂທດ ອາຍາ ໃນຂໍ້ຫາ ໃສ່ຮ້າຍ ປ້າຍສີ ພັກ-ຣັຖ ສປປ ລາວ. ທ່ານ ຫົວໜ້າ ກົງສຸນ ໂປແລັນ ກ່າວ ຕໍ່ ເອເຊັຍ ເສຣີ ວ່າ:

"ທ່ານ ກ່າວວ່າ ທ່ານໄດ້ຮັບ ອະນຸຍາດ ໃຫ້ ເຂົ້າຢ້ຽມ ທ່ານ ບຸນທັນ ເພື່ອ ເບິ່ງ ສະພາບການ ຄວາມ ເປັນຢູ່ ແລະ ປະສານງານ ຂໍຄວາມ ຊ່ວຍເຫລືອ ຕ່າງໆ ໃນຖານະ ທີ່ ທ່ານ ບຸນທັນ ເປັນ ພົລເມືອງ ໂປແລັນ ຜູ້ນຶ່ງ ທີ່ ຖືກ ຄຸມຂັງ ຢູ່ ຕ່າງ ປະເທດ. ທ່ານ ຢືນຢັນ ວ່າ ໄດ້ພົບກັບ ທ່ານ ບຸນທັນ, ແຕ່ບໍ່ ສາມາດ ເປີດເຜີຍ ຣາຍລະອຽດ ກ່ຽວກັບ ສະພາບ ຂອງການ ຖືກຂັງຄຸກ ໄດ້ ເພາະ ເປັນເຣຶ່ອງ ທີ່ ອາດສົ່ງ ຜົລກະທົບ ຕໍ່ຄະດີ ຄວາມ ໄດ້".

ທ່ານ ກ່າວ ຕື່ມວ່າ ທາງການ ໂປແລັນ ກຽມ ຂໍໃຫ້ ທາງການ ລາວ ອະນຸຍາດ ໃຫ້ ໂອນ ທ່ານ ບຸນທັນ ໄປ ຮັບໂທດ ຢູ່ ໂປແລັນ ຈົນ ຄົບກໍານົດ ຕາມ ການຮ້ອງຂໍ ຂອງ ພັລຍາ ທ່ານ ບຸນທັນ, ໂດຍທີ່ ສະຖານທູຕ ຈະເປັນຄົນ ກາງ ຊ່ວຍເຫລືອ ປະສານງານ ໃຫ້. ສ່ວນຜົນ ຈະອອກມາ ແນວໃດ ນັ້ນ ແມ່ນຂຶ້ນ ຢູ່ກັບການ ຕົກລົງ ຣະຫວ່າງ ຣັຖບານ ລາວ ແລະ ກະຊວງ ຍຸຕິທັມ ໂປແລັນ. ແຕ່ຂັ້ນ ທຳອິດ ນີ້ ທ່ານ ບຸນທັນ ຈະຕ້ອງຍື່ນ ຄຳຮ້ອງ ໄປຫາ ກະຊວງ ຍຸຕິທັມ ໂປແລັນ ກ່ອນທີ່ ຈະສົ່ງຕໍ່ ໄປຫາ ສານ ໂປແລັນ ພິຈາຣະນາ. ຈາກນັ້ນ ທາງການ ໂປແລັນ ຈຶ່ງ ຈະເລີ້ມ ເຈຣຈາ ກັບ ທາງການ ລາວ.

ທ່ານ ບຸນທັນ ທຳມະວົງ ນັກ ທຸຣະກິຈ ລາວ ສັນຊາດ ໂປແລັນ ຖືກ ສານ ນະຄອນຫຼວງ ວຽງຈັນ ຕັດສິນ ລົງໂທດ ຈຳຄຸກ 4 ປີ ກັບ 9 ເດືອນ ຖານ ໃສ່ຮ້າຍ ປ້າຍສີ ພັກແລະຣັຖ ຜ່ານ ສື່ສັງຄົມ ອອນລາຍ, ເມື່ອທ້າຍ ເດືອນ ກັນຍາ ປີນີ້ ໂດຍທີ່ ທ່ານ ບໍ່ມີໂອກາດ ຫາ ທະນາຍຄວາມ ສູ້ ຄະດີ ທີ່ ທ່ານ ຖືກ ທາງການ ລາວ ກ່າວຫາ ນັ້ນໄດ້. ປັຈຈຸບັນ ນີ້ ສປປລາວ ແລະ ໂປແລັນ ບໍ່ມີ ສົນທິ ສັນຍາ ສົ່ງ ນັກໂທດ ຂ້າມແດນ ແຕ່ ທາງການ ໂປແລັນ ສາມາດ ສະເຫນີ ຂໍ ເຈຣະຈາ ກັບ ທາງການ ລາວ ໄດ້ ເພື່ອ ຊ່ວຍເຫລືອ ທ່ານ ບຸນທັນ ເປັນ ກໍຣະນີ ສະເພາະ.



__________________
Page 1 of 1  sorted by
 
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard