ລາວໂຮມລາວ ເພື່ອປະຊາທິປະໄຕ

Members Login
Username 
 
Password 
    Remember Me  
Post Info TOPIC: ສປປລາວ ໜີ້ສິນມະຫາສານຍ້ອນພາກັນ ສໍ້ໂກງ
Anonymous

Date:
ສປປລາວ ໜີ້ສິນມະຫາສານຍ້ອນພາກັນ ສໍ້ໂກງ
Permalink   
 


ໜີ້ສິນມະຫາສານຍ້ອນການ ສໍ້ໂກງ

ff4698f0-a849-4b43-8d64-312a8644ace1.jpeg

 

ທາງການ ລາວ ເວົ້າວ່າ ໃນ ປັດຈຸບັນ ສາມາດ ຮິບໂຮມ ໄດ້ແລ້ວ ຢ່າງນ້ອຍ ຣັຖບານ ລາວ ໄດ້ ຕິດຫນີ້ ເຖິງ 29 ພັນ ຕື້ກີບ ທີ່ໄດ້ ລົງທະບຽນ ຢ່າງເປັນ ທາງການ ແຕ່ຍັງບໍ່ ນັບຫນີ້ ກ່ຽວກັບ ໂຄງການ ຣົຖໄຟ ຄວາມໄວສູງ ເທື່ອ. ອີງຕາມ ການຣາຍງານ ຂອງ ກະຊວງ ການເງີນ ໃນ ມໍ່ໆມານີ້.

ດຣ.ລຽນ ທິແກ້ວ ຣັຖມົນຕຣີ ກະຊວງ ການເງິນ ຂອງ ສປປລາວ ເວົ້າວ່າ ເງິນ ຕິດຫນີ້ ຈຳນວນ ດັ່ງກ່າວ ສ່ວນໃຫຍ່ ແມ່ນ ມາຈາກ 20 ຫ້ອງການ ກາງ ຂອງ ຣັຖບານ ໃນ ບັນດາ 4 ແຂວງ ໃຫຍ່ໆ ຮ່ວມດ້ວຍ ນະຄອນຫຼວງ ວຽງຈັນ ທີ່ ຣັຖບານ ລາວ ຈະ ຕ້ອງໄດ້ ໃຊ້ຄືນ ທ່ານໄດ້ ກ່າວ ກ່ຽວກັບ ເຣື້ອງນີ້ ໃນ ກອງປະຊຸມ ບັນດາ ເຈົ້າແຂວງ ໃນ ທົ່ວ ປະເທດ ທີ່ ນະຄອນຫຼວງ ວຽງຈັນ ເມື່ອ ຜ່ານມາ ນີ້.

ທ່ານວ່າ ຫນີ້ສິນ ສ່ວນຫຼາຍ ແມ່ນ ຢຶມເງິນ ມາໃຊ້ ໃນ ການລົງທຶນ ຂອງ ຣັຖ ໃນ ຈຳນວນ 1473 ໂຄງການ ແລະ ສ່ວນໃຫຍ່ ແມ່ນ ການສ້າງ ໂຄງຮ່າງ ພື້ນຖານ ດັ່ງ ຖນົນ ຫົນທາງ ແລະ ການພັທນາ ຕ່າງໆ ໃນລາວ. ທາງການ ລາວ ໄດ້ ອອກ ພັນທະບັດ ໃນການ ຈ່າຍ ຫນີ້ຄືນ ແຕ່ໄດ້ ອອກມາ ຫຼາຍຄັ້ງ ແລ້ວ ຈຶ່ງຢາກ ໃຫ້ ກະຊວງ ຕ່າງໆ ວາງ ມາຕການ ຢ່າງ ເຄັ່ງຄັດ ໃນການ ຢືມເງິນ ມາດຳເນີນ ໂຄງການ ແລະ ໃນ ອະນາຄົດ ໂຄງການ ຕ່າງໆ ຕ້ອງໄດ້ ເຫັນພ້ອມ ຈາກ  ຣັຖບານ ແລະ ສະພາ ແຫ່ງຊາດ ກ່ອນ ຊຶ່ງ ຫນີ້ສິນ ທີ່ ຜ່ານມາ ສ່ວນໃຫຍ່ ບໍ່ໄດ້ຜ່ານ ສະພາ.

ກ່ຽວກັບ ເຣື້ອງ ຫນີ້ສິນ ຂອງ ຣັຖບານ ອັນ ມະຫາສານ ນັກ ວິຊາການ ລາວ ທ່ານນຶ່ງ ໃຫ້ ສຳພາດ ຕໍ່ ເອເຊັຽ ເສຣີ ວ່າ ຍ້ອນຂາດ ການ ບໍຣິຫານ ຈັດການ ການສໍ້ຣາສ ບັງຫຼວງ ແລະ ການ ຮົ່ວໄຫລ ຂອງ ຣາຍໄດ້ ຂອງຣັຖ ນັ້ນເອງ ດັ່ງ ທ່ານ ໃຫ້ ສຳພາດ ວ່າ:

--------------------ສຽງ--------------------------------

ສປປລາວ ເປັນນຶ່ງ ໃນ ບັນດາ ປະເທດ ທີ່ ຕິດຫນີ້ ຕ່າງ ປະເທດ ອັນ ມະຫາສານ ຈົນບາງ ປະເທດ ບໍ່ຢາກ ໃຫ້ ຣັຖບານ ລາວ ຢືມເງິນ ອີກແລ້ວ ຖ້າໃຫ້ຢຶມ ກໍ ຈະເປັນ ດອກເບັ້ຽສູງ ດັ່ງການ ກໍ່ສ້າງ ເສັ້ນທາງ ຣົດໄຟ ຄວາມໄວສູງ ທີ່ ລາວ ຈະກູ້ເງິນ ຈາກ ຈີນ. ສປປລາວ ຕິດຫນີ້ ເກີນຍອດ ຜົລຜລິດ ຮວມ ຂອງຊາດ ໃນ ບາງປີ ແລະ ຫນີ້ ດັ່ງກ່າວ ຈະໄປຮອດ ເຊັ່ນລູກ ເຊັ່ນຫລານ ຂອງ ຄົນລາວ ໃນຊາດ.

 



__________________
Anonymous

Date:
Permalink   
 

ຈົດໝາຍຈາກແຟນເພດຈ໌: ຄ່າທຳນຽມນັ່ງ

ສະບາຍດີທຸກໆ ທ່ານ

ຂ້າພະເຈົ້າຂໍຈົ່ມ ແລະ ຍົກເອົາບັນຫາ ການເກັບຄ່າທຳນຽມທີ່ບໍ່ໄດ້ນອນຢູ່ໃນແຈ້ງການ ທາງການມາເວົ້າອີກ ແລະ ຄິດວ່າຫຼາຍຄົນຄົງພົບບັນຫານີ້ແນ່ນອນ.

ຂ້າພະເຈົ້າແລະໝູ່ສອງຄົນ ໄປເສຍຄ່າທາງ ທີ່ຫ້ອງການອາກອນເມືອງໄຊທານີ. ໄປນັ່ງຖ້າເພາະມີຫຼາຍຄົນຕໍ່ຄິວກັນ. ຫຼັງຈາກນັ້ນ, ກະຮອດຄິວ ຍືນເອກະສານລົດ ແລະ ໄດ້ຮັບໃບເກັບເງິນ. ຄ່າທຸກຢ່າງຖືກໝົດ ແຕ່ມີການຂຽນຢູ່ກ້ອງວ່າ ຄ່າທຳນຽມ ຄົນລະ 5000 ກີບ ທັງໝົດ 10000 ກີບ. ຂ້າພະເຈົ້າເລີຍຖາມພະນັກງານ ທີ່ຂຽນບິນວ່າອັນນີ້ ແມ່ນຄ່າທຳນຽມຫຍັງ? ເພິ່ນຕອບວ່າ ຄ່າທຳນຽມນັ່ງ. ຂ້າພະເຈົ້າເລີຍງົງວ່າ ເປັນຫຍັງຈິ່ງສວຍໂອກາດ ແບບນີ້. ແລະ ຕອນເພິ່ນຂຽນຄ່າທຳນຽມນັ້ນ ກໍ່ຂຽນໃສ່ແຕ່ເຈ້ຍຂອງບິນທີ່ໃຫ້ກັບຂ້າພະເຈົ້າ ສ່ວນເຈ້ຍທີ່ເພິ່ນເກັບໄວ້ນັ້ນ ບໍ່ໄດ້ຂຽນ.

ຂ້າພະເຈົ້າເດົາງ່າຍໆ ວ່າແມ່ນເພິ່ນເກັບຄ່າທຳນຽມໃຫ້ຕົນເອງ. ຖ້າວ່າພະນັກງານຍັງມີພຶດຕິກຳແບບນີ້ ຕາມທີ່ຂ້າພະເຈົ້າເຂົ້າໃຈແມ່ນ ເຮັດຜິດກົດໝາຍ ໂດຍການສວຍໃຊ້ໜ້າທີ່ເພື່ອຜົນປະໂຫຍດຂອງຕົນ ອີງຕາມ ກົດໝາຍຕ້ານການສໍ້ລາດບັງຫຼວງ ຂ້າພະເຈົ້າເວົ້າຖືກບໍ່? ທ່ານສາມາດອ່ານກົດໝາຍໄດ້ທີນີ້: http://on.fb.me/1NvQlv9

ອາດຈະເບິ່ງວ່າເປັນຈຳນວນເງິນບໍ່ຫຼາຍ ແຕ່ຖ້າຫຼາຍຄົນ ມັນກໍ່ຫຼາຍ. ສະນັ້ນ, ຢາກໃຫ້ທາງພາກສ່ວນກວດສອບ ກົງຈັກລັດໄດ້ເອົາໃຈໃສ່ ແກ້ໄຂບັນຫາແບບນີ້ແດ່ ເພາະມັນມີຫຼາຍແທ້ໆ.

ຈາກ: ລຸງດີ
-------------------

11693876_1074371899261148_6378899147722467543_n.png?oh=51a0326898575e865913503914889797&oe=56BB733C



__________________
Anonymous

Date:
Permalink   
 

ໂຈນໃນຄາບພະນັກງານພັກລັດ ມີຢູ່ທຸກສຳນັກງານຫ້ອງການ ໂດຍສະເພາະ ໜ່ວຍງານເສຖະດິ ມີຫຼາຍຕະແທ້!!
ເຊັ່ນ ຕລ ຈາຣະຈອນ, ການເງິນ, ພະນັກງານທີ່ດິນ, ພາສີ-ອາກອນ, ໂຍທາທິການ-ຂົນສົ່ງເຫຼົ່ານີ້ເປັນຕົ້ນ....!

-----------------------------------------------------------------------------------------

ຮູບການແບບນີ້ມັນລະບາດຢູ່ທຸກຂົງເຂດທົ່ວປະເທດ ໂດຍສະເພາະວຽກງານການເງິນ ມັນບໍ່ໄດ້ຮັບການແກ້ໃຂ ສ່ວນຫນຶ່ງກະຍ້ອນວ່າເຂົາເຮັດເປັນຂະບວນການ

ໄດ້ເງິນໄປແລ້ວເຂົາກະແບ່ງກັນ ເອີ້ນວ່າປັນໃຫ້ຫົວຫນ້າ ສຸດທ້າຍບໍ່ຈັກຊິໄປແຈ້ງໃຜ ຮ້ອງຮຽນໄປຮອດຫູຫົວຫນ້າກະຄືເກົ່າແນວ ກິນນຳກັນ.

ບ້ານເມືອງຊິຈະເຮີນໄດ້ແນວໃດ



__________________
Anonymous

Date:
Permalink   
 

ແບບນີ້ ມັນແມ່ນ ການຮ່ວມຫົວກັນ ສໍ້ກົງປະຊາຊົນແບບທາງອອ້ມ ເພາະ ບໍ່ແມ່ນແຕ່ ສະຖານທີ່ດຽວນັ້ນດອກ, ຢູ່

ກະຊວງການເງິນ ກໍແຮງໂຫດ ໂດຍສະເພາະ ເວລາໄປເສັຍຄ່າຈົດທະບຽນຢູ່ ກົມຊັບສິນ ແມ່ນ

ຖາມເອົາແບບ ໂກ໊ໆ 50 000 ກິບ ໂລດ ໂດຍບໍ່ມີບິນຫລື ເອກະສານຢັ້ງຢືນຫຍັງເລີຍ.

ບັນຫານີ້ ມັນເປັນມາແຕ່ ຜູ້ໃຫຍ່ ເພາະ ບໍ່ໃສ່ລະບຽບຫລື ບາງເທືອ່ ຜູ້ໃຫຍ່ ຢູ້ເບື້ອງຫລັງ



__________________
Page 1 of 1  sorted by
 
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard