ລາວໂຮມລາວ ເພື່ອປະຊາທິປະໄຕ

Members Login
Username 
 
Password 
    Remember Me  
Post Info TOPIC: EU-ສປປລ ຫາລືສິດເສຣີພາບ ໃນລາວ
Anonymous

Date:
EU-ສປປລ ຫາລືສິດເສຣີພາບ ໃນລາວ
Permalink   
 


EU-ສປປລ ຫາລືສິດເສຣີພາບ ໃນລາວ

image

 

ເຈົ້າຫນ້າທີ່ ຫ້ອງການ ຢູໂຣບ ປະຈຳ ລາວ ທ່ານນຶ່ງ ເວົ້າວ່າ ສະຫະພາບ ຢູໂຣບ ຈະຫາລື ກັບ ຣັຖບານ ລາວ ກ່ຽວກັບ ບັນຫາ ສິດທິ ມະນຸດ ສີດ ເສຣີພາບ ປະຊາທິປະຕັຍ ການ ປົກຄອງ ແບບ ຣະບົບ ກົດຫມາຍ ແລະ ການມີ ສ່ວນຮ່ວມ ຂອງ ປະຊາຊົນ ລາວ. ດັ່ງ ທ່ານກ່າວ ໃນ ຕອນນຶ່ງ ວ່າ:

"ຫົວຂໍ້ ທຳອິດ ນີ້ແມ່ນ ການພັທນາ ເຣື້ອງ ສະພາບ ສິດທິ ມະນຸດ ຂອງ ແຕ່ລະຝ່າຍ, ຕອນ ທີສອງ ແມ່ນ ການປົກຄອງ ແລະ ຄຸ້ມຄອງ ຣັດ ດ້ວຍ ກົດໝາຍ, ຕົວທີສາມ Democratic Freedom ແລະ People's Participation".

ຜູ້ ຕາງຫນ້າ ສະພາ ຢູໂຣບ ປະຈຳ ພາກພື້ນ ເອເຊັຽ ຕາເວັນອອກ ສ່ຽງໃຕ້ ຈະຫາລື ບັນຫາ ທັງຫມົດ ນີ້ ກັບ ທ່ານ ພູຂົງ ສີສຸລິດ ຫົວຫນ້າ ກົມ ສົນທິ ສັນຍາ ແລະ ກົດໝາຍ ກະຊວງ ຕ່າງ ປະເທດ ລາວ ພ້ອມຄນະ ຢູ່ ນະຄອນຫຼວງ ວຽງຈັນ ໃນ ວັນທີ 6 ພຶສຈິກາ ນີ້.

ສ່ວນ ກໍຣະນີ ທີ່ ສະຫະພັນ ສິດທິ ມະນຸດ ສາກົນ ແລະ ຂະບວນການ ລາວ ເພື່ອ ສິດທິ ມະນຸດ ໄດ້ ອອກ ຖແລງການ ຮ່ວມ ໃນ ວັນ ອັງຄານ ຮຽກ ຮ້ອງ ສະພາ ຢູໂຣບ ໃຫ້ ກົດດັນ ຣັຖບານ ລາວ ໃຫ້ ປັບປຸງ ການນັບຖື ສິດທິ ມະນຸດ ໃຫ້ ດີຂຶ້ນນັ້ນ, ທ່ານ ຄິດວ່າ ເປັນເຣື້ອງ ຣະອຽດອ່ອນ ແລະ ກໍ ບໍ່ສາມາດ ສະແດງ ທ່າທີ ເຊັ່ນນັ້ນ ທ່ານກ່າວ ເພີ້ມວ່າ:

"ຂະເຈົ້າ ກະມີ ຫນ້າທີ່ ເຣື້ອງ ຮຽກຮ້ອງ ຢູ່ແລ້ວ ແຕ່ວ່າ ພວກເຮົາ ກໍເຮັດ ກອບຕົວນີ້ ມັນເປັນ ເວທີ ແລກປ່ຽນ ແມ່ນເຮົາ ຈະໄປຕັ້ງ ເງື່ອນໄຂ ກັບ ຂະເຈົ້າ ຫຼາຍ ມັນ ກະບໍ່ໄດ້ ເພາະວ່າ ມັນເປັນເຣື້ອງ ຣະອຽດອອ່ນ ເຮົາຕ້ອງໄປ ທີລະຂັ້ນ ຕອນ".

ເວທີ ການພົບປະ ຣະຫວ່າງ ສະຫາພາ ບຢູໂຣບ ກັບ ທາງການ ລາວ  ຈະຈັດຂຶ້ນ ຢູ່ ຫໍປະຊຸມ ແຫ່ງຊາດ ນະຄອນຫຼວງ ວຽງຈັນ ຈະມີທູດ ຈາກ ເຢັຽຣະມັນ, ຝຣັ່ງ, ອັງກິດ ປະຈຳ ລາວ ແລະ ຜູ້ຕ່າງຫນ້າ ສະຖານທູດ ໂປແລັນ ແລະ ສວິເດິນ ຈາກ ບາງກອກ ປະເທດໄທ ເດີນທາງ ມາຮ່ວມ ປະຊຸມ ນຳ.



__________________
Page 1 of 1  sorted by
 
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard