ລາວໂຮມລາວ ເພື່ອປະຊາທິປະໄຕ

Members Login
Username 
 
Password 
    Remember Me  
Post Info TOPIC: ລາວ ​ແລະ​ ສະຫະພາບ​ເອີ​ຣົບ (EU)​ຮ່ວມ​ສົນທະນາ​ດ້ານ​ສິດ​ທິມະນຸ​ດ
Anonymous

Date:
ລາວ ​ແລະ​ ສະຫະພາບ​ເອີ​ຣົບ (EU)​ຮ່ວມ​ສົນທະນາ​ດ້ານ​ສິດ​ທິມະນຸ​ດ
Permalink   
 


ລາວ ​ແລະ​ ສະຫະພາບ​ເອີ​ຣົບ​ ຮ່ວມ​ສົນທະນາ​ດ້ານ​ວຽກງານການ​ປົກຄອງ​ສິດ​ທິມະນຸ​ດ

laos-europe.jpg

ສປປ ລາວ ​ແລະ ສະຫະ​ພາບ​ເອີ​ຣົບ ( ອີ​ຢູ ) ​ໄດ້​ຈັດການ​ພົບ​ປະ​ສົນທະນາຄັ້ງ​ທີ 6 ຂອງ​ຄະນະ​ເຮັດ​ວຽກ​ບໍ່​​ເປັນ​ທາງ​ການ​ດ້ານ​ການ​ປົກ​ຄອງ ​ແລະ ສິດ​ທິມະນຸ​ດທີ່​ນະຄອນຫຼວງ​ວຽງ​ຈັນ,ໃນ​ວັນ​ທີ 6 ພະ​ຈິກ 2015 ພາຍ​ໃຕ້ການ​ເປັນ​ປະທານ​ຂອງ​ທ່ານ ພູ​ໂຂງ ສີ​ສຸລາ​ດ ຫົວໜ້າ​ກົມ​ສົນທິສັນຍາ ​ແລະ ກົດໝາຍ, ກະຊວງ​ການ​ຕ່າງ​ປະ​ເທດ ​ແລະ ທ່ານ ຣານີ​ເອຣີ ຊາບາ​ຕຸກ​ຊິ ( Ranieri Sabatucci ), ຫົວໜ້າໜ່ວຍງານ​ຮັບຜິດຊອບອາຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້, ສຳ​ນັກງານ​ການ​ຕ່າງປະ​ເທດສະຫະ​ພາບ​ເອີຣົບ,ໂດຍ​ມີ​ຕົວ​​ແທນ​ຝ່າຍ​ລາວ​ຈາກ​ ກະຊວງການ​ຕ່າງ​ປະ​ເທດ, ກະຊວງ​ປ້ອງ​ກັນ​ຄວາມ​ສະຫງົບ, ກະຊວງ​ຢຸ​ດຕິ​ທຳ, ກະຊວງ​ພາຍ​ໃນ, ກະຊວງ​ຊັບພະຍາກອນ​ທຳ​ມະ​ຊາດ ​ແລະ ສິ່ງ​ແວດ​ລ້ອມ, ສະພາ​​ແຫ່ງ​ຊາ​ດ, ສູນ​ກາງ​ແນວ​ລາວ​ສ້າງ​ຊາດ, ສະຫະພັນ​​ແມ່ຍິງ, ສະພາ​ການ​ຄ້າ ​ແລະ ອຸດສາຫະກຳ​ແຫ່ງ​ຊາ​ດ ​ແລະ ຕົວ​ແທນ​ຝ່າຍ​ອີ​ຢູຈາກບຣຸກ​ແຊນ, ຫ້​ອງການ​ຕົວ​​ແທນ​ອີ​ຢູປະຈຳ ນະຄອນຫຼວງວຽງ​ຈັນ, ສະຖານທູດ​ຝຣັງ, ອັງ​ກິດ, ​​ເຢຍລະ​ມັນ, ຊູ​ແອັດ, ​ໂປ​ໂລ​ຍ, ປະຈຳລາວ​ເຂົ້າ​ຮ່ວມ.

ໃນ​ການ​ພົບ​ປະ​ສົນທະນາ​ຄັ້ງ​ນີ້,​ ທັງ​ສອງ​ຝ່າຍ​ໄດ້​​ແຈ້ງ​ໃຫ້​ກັນຊາ​ບກ່ຽວ​ກັບ​ຄວາມ​ຄືບ​ໜ້າ​ຂອງ​ການຈັດ​ຕັ້ງ​ ປະຕິບັດຕາມ​ຜົນກອງ​ປະຊຸມ​ຄັ້ງ​ຜ່ານ​ມາທີ່​ຈັດ​ຂຶ້ນ​ໃນ​ເດືອນພຶ​ດສະພາ 2014 ທີ່​ບຣຸກ​ແຊນ, ປະ​ເທດເບ​ນຊິກ, ຊຶ່ງ​ເຫັນ​ວ່າ ສປປ ລາວ ​ໄດ້​ປະ​ຕິ​ບັດ​ຕາມ​ນະ​ໂຍບາຍ​ສົ່ງ​ເສີ​ມ ​ແລະ ປ້​ອງກັນ​ສິດທິ​ມະນຸດຂອງ​ປະຊາຊົນ​ລາວ​ບັນດາ​ເຜົ່າໃນ​ທົ່ວ​ປະ​ເທດດ້​ວຍຜົນສຳ​ ​ເລັດ​ເປັນ​ກ້າ​ວໆ​ມາ, ໂດຍ​ຕັ້ງໜ້າ​ປະຕິບັດ​ພັນ​ທະ​ຂອງ​ຕົນ​ຕໍ່​ສົນທິສັນຍາ​ສາກົນວ່າ​ດ້ວຍ​ສິດທິ​ ມະນຸດທີ່​ໄດ້​ເຂົ້າ​ເປັນ​ພາຄີ, ໂດຍສະ​ເພາະ​ໄດ້​ເອົາ​ໃຈ​ໃສ່​ວຽກ​ງານ​ຈັດ​ກອງ​ປະຊຸມ​ເຜີຍ​​ແຜ່ສົນທິສັນຍາ​ ສາກົນ​ວ່າ​ດ້ວຍ​ສິດທິ​ທະນຸ​ດໃຫ້​​​ແກ່​ເຈົ້າ​ໜ້າ​ທີ່​ຂັ້ນ​ສູນ​ກາງ ​ແລະ ທ້ອງ​ຖິ່ນ​ໄດ້​ຢ່າງ​ກວ້າງ​ຂວາງ.

ຄະນະ​ຜູ້​​ແທນ​ຝ່າຍ​ລາວຍັງ​​ໄດ້​​ແຈ້ງ​ໃຫ້​ຝ່າຍ​ອີ​ຢູ ຊາບ​ກ່ຽວ​ກັບ​ຜົນ​ການ​ທົບ​ທວນ​ຄືນ​ປະຈຳ​ໄລຍະ​ດ້ານ​ສິດ​ທິມະນຸ​ດ ( UPR ) ທີ່ ສປປ ລາວ ​ໄດ້​ລາຍ​ງານ​ຕໍ່​ກອງ​ປະຊຸມ ສປຊ ​ໃນ​ເດືອນ​ທີ​ທຸ​ນາ 2015 ​ແລະ ສະພາບ​ໂດຍ​ລວ​ມຂອງ​ການ​ຮ່ວມື​ດ້ານ​ສິ​ດທິມະນຸດໃນ​ພາກ​ພື້ນ​ອາຊີ ​ແລະ ການ​ກະກຽມ​​ເປັນ​ປະ​ທານ​ອາ​ຊຽນໃນ​ປີ 2016 ຂອງ ສປປ ລາວ.ນອກ​ຈາ​ກ​ໄດ້​ແຈ້ງສະພາບ​ຄວາມ​ຄືບ​ໜ້າໃນ​ການຈັດ​ຕັ້ງປະຕິບັດດ້ານ​ສິດ​ ທິມະນຸ​ດຂອງ​ອີ​ຢູ ​ໃຫ້​ກອງ​ປະຊຸມ​ຊາບ​ແລ້ວ, ຝ່າ​ຍອີ​ຢູ ຍັງ​ໄດ້​​ແຈ້ງ​ກ່ຽວ​ກັບ​ການ​ຮ່ວມ​ມື​ດ້ານ​ການ​ປົ​​ກຄອງ ​​ແລະ ສິດ​ທິມະນຸດ, ການ​ຮ່ວມ​ມື​ໃນ​ການ​ພັດທະນາ​ສັງຄົມ​ໃນ​ອີ​ຢູ ​ແລະ ການ​​ແກ້​ໄຂ​ບັນຫາ​ຊາວອົບ​ພະຍົບທີ່​ຫລັ່ງ​ໄຫລ​ເຂົ້າ​ພາ​ກພື້ນ​ເອີ​ລົບໃນ​ ປັດຈຸ​ບັນ.

ກອງ​ປະຊຸມ​ສົນທະນາ​ດ້ານ​ສິດທິ​ມະນຸ​ດຂອງ​ຄະນະ​ເຮັດ​ວຽກ​ບໍ່​ເປັນ​ທາງ​ການລະ​ ຫວ່າງ​ ລາວ-ອີ​ຢູ ​ແມ່ນ​ກົນ​ໄກ​ໜຶ່ງຂອງ​ຄະນະກຳມາ​ທິການ​ຮ່ວມ​ມື​ສອງ​ຝ່າຍ​ລະ​ຫວ່າ​ງລາວ-ອີ​ຢູ, ເຊິ່ງຈັດ​ຂຶ້ນເ​ພື່ອສົ່ງ​ເສີ​ມ, ສ້າງ​ຄວາ​ມ​ເຂົ້າ​ອົ​ກ​ເຂົ້າ​ໃຈ​ເຊິ່ງກັນ ​ແລະ ກັນ ​ໃນ​ການ​ປະຕິບັດ​ດ້ານ​ສິດ​ທິມະນຸດ ​​ແລະ ການ​ປົກຄອງ ​ໂດຍ​ຜ່ານ​ການ​ສົນທະນາແລກ​ປ່ຽນ​ຂໍ້​ມູນຂ່າວສານ, ປະສົບ​ການ ​ແລະ ບົດ​ຮຽນ​ທີ​ດີ​ນຳ​ກັນ, ໃນ​ວຽກ​ງານ​ສິດທິ​ມະນຸດ​ຂອງ​ທັງ​ສອງ​ຝ່າຍເພື່ອ​ປະກອບ​ສ່ວນ​ໃຫ້​​ແກ່​ການ​ ຮ່ວມມືລະ​ຫວ່າງ ສປປ ລາວ ​ແລະ ອີ​ຢູ ​ໃຫ້​ນັບ​ມື້​ໄດ້​ຮັບ​ການ​ຂະ​ຫຍາ​ຍຕົວ​ຂຶ້ນ​ເລື່ອຍໆ.



__________________
Page 1 of 1  sorted by
 
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard