ລາວໂຮມລາວ ເພື່ອປະຊາທິປະໄຕ

Members Login
Username 
 
Password 
    Remember Me  
Post Info TOPIC: ການປັບປຸງກົດ ໝາຍ ວ່າດ້ວຍການລົງທຶນຂອງລັດ
Anonymous

Date:
ການປັບປຸງກົດ ໝາຍ ວ່າດ້ວຍການລົງທຶນຂອງລັດ
Permalink   
 
ທີ່ກອງປະຊຸມສະໄໝສາມັນ ເທື່ອທີ 10 ສະພາແຫ່ງຊາດ ຊຸດທີ VII ຈະພິຈາລະນາຮັບຮອງເອົາ ໃນທ້າຍປີນີ້. 

11247511_1077002228998115_5555492721028226036_n.png?oh=3572f3db9a3f9f08759ce25a9be7cd0a&oe=56C2D153

ຂປລ. ກະຊວງແຜນການ ແລະ ການລົງທຶນ (ຜທ) ໄດ້ຈັດກອງປະຊຸມ ປຶກສາຫາລືກ່ຽວກັບ ການປັບປຸງກົດ ໝາຍ ວ່າດ້ວຍການລົງທຶນຂອງລັດ ສະບັບປີ 2009 ຂຶ້ນໃນວັນທີ 11 ພະຈິກ 2015 ນີ້, ໂດຍມີທ່ານ ດຣ. ຄຳລຽນ ພົນເສນາ ລັດຖະມົນຕີ ຊ່ວຍວ່າການກະຊວງ (ຜທ) ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

ກະຊວງແຜນການ ແລະ ການລົງທຶນ ໄດ້ເປັນເສນາທິການ ໃຫ້ລັດຖະບານ ໃນການຄຸ້ມຄອງ ການຈັດຕັ້ງປະຕິບັດ ແຜນພັດທະນາ ເສດຖະກິດ-ສັງຄົມ ກໍຄືແຜນການລົງທຶນຂອງລັດ ສະນັ້ນ, ຈຶ່ງໄດ້ດຳເນີນການຄົ້ນຄວ້າ ປັບປຸງກົດໝາຍດັ່ງກ່າວ ໃຫ້ມີເນື້ອໃນທີ່ສອດຄ່ອງ-ຄົບຖ້ວນ, ສາມາດຮອງຮັບສະພາບ ແລະ ເງື່ອນໄຂໃນປັດຈຸບັນ ແລະ ໃຫ້ຖືກຕ້ອງຕາມຂັ້ນຕອນ, ຫລັກການທີ່ກຳນົດໄວ້ໃນ ກົດໝາຍວ່າດ້ວຍການສ້າງນິຕິກຳ ທັງນີ້ກໍເພື່ອເຮັດໃຫ້ກົດໝາຍ ສະບັບດັ່ງກ່າວ ມີຄວາມສອດຄ່ອງ ແລະ ກົມກຽວກັນກັບຮ່າງກົດໝາຍ ວ່າດ້ວຍສະພາປະຊາຊົນຂັ້ນແຂວງ ທີ່ກອງປະຊຸມສະໄໝສາມັນ ເທື່ອທີ 10 ສະພາແຫ່ງຊາດ ຊຸດທີ VII ຈະພິຈາລະນາຮັບຮອງເອົາ ໃນທ້າຍປີນີ້.

__________________
Anonymous

Date:
Permalink   
 
ວ່າດ້ວຍການລົງທືນຂອງລັດ...ດັ່ງເຊັ່ນສ້າງເມືອງໃຫມ່ບືງທາດຫລວງ..99 ປີ...ທ່ານຄີດວ່າຄູ້ມແລ້ວບໍ?.. ໃຫ້ຊາວຕ່າງຊາດເຂົ້າມາຄ້າຂາຍຕັ້ງຖີ່ນຖານໃນປະເທດ..ເຖີງຊົ່ວຊີວິດຄົນ... ເຄື່ອນໄຟຟ້າແຕ່ລະເຄື່ອນສັນຍາ25ເຖີງ45 ປີໃຫ້ຊາວຕ່າງຊາດເກັບເງີນຄ່າໄຟຈາກປະຊາຊົນ...ຍົກຕົວຢ່າງການລົງທືນຂຸດຄົ້ນບໍຄຳທີ່ອ່າງຄຳ...ຜົນສຸດທ້າຍລາວຍັງເປັນຫນີ້ຢ່າງມະຫາຊານ... ເຮົາກໍເຫັນໆກັນການລົງທືນແຕ່ລະຢ່າງເປັນຜົນປະໂຫຍດສ່ວນຕົວກັນທັງນັ້ນ..ທ່ານໃດເປັນເຈົ້າໂຄງການລວຍມະຫາສານແຕ່ພັກລັດຖະບານປະເທດຊາດຍັງທຸກເຫມືອນເດີມ... ກັບມາເບີ່ງການລົງທືນເຊັນສັນຍາດາວທຽມ...ໃຜໄດ້ຜົນປະໂຫຍດ... ເຊັນສັນຍາລົດໄຟຄວາມໃວສູງໃຜໄດ້ຜົນປະໂຫຍດ...ພວກທ່ານຄວນເບີ່ງໃຫ້ເຖີງຫາກຖານ... ຖະຫນົນຫົນທາງແຕ່ລະຫມູ່ບ້ານ...ປານທາງໄປຜີປາຊ້າ... ນີ້ບໍ່ຄືຄວາມຈະເລີນຂອງປະເທດ...ນີ້ບໍຜົນກຳໄລຂອງການລົງທືນຂອງລັດຖະບານ.... ຄີດເບີ່ງໃຫມ່ແດ່ເດີທ່ານໆເອີຍ...ຖ້າຈະປັບປຸງຄວນປັບປຸງການລົງທືນສ້າງຖະຫນົນຫົນທາງນັ້ນໃຫ້ໄດ້ມາດຕະຖານ. ແລະທົ່ວເຖີງ...ບໍ່ແມ່ນວ່າເຈົ້າໂຄງການຈະແດກຫມົດກ່ອນຈື່ງຮອດກຳມະກອນ... ອອນຊອນປະເທດຊາດບ້ານເມືອງ..ວ່າມາແຕ່ລະຢ່າງບໍ່ມີປ່ຽນແປງ.. ແລະສັບຊ້ອນເຮັດໃຫ້ດີຂື້ນມີແຕ່ໄຊ້ຄຳວ່າປັບປຸງເອົາຜູ່ເກົ່າກີນຢູ່ເຫມືອນເດີມ..

 ແມ່ນໆໆໆ ການໂກງນັ້ນຄວນເລີກໄດ້ແລ້ວແລະຫັນມາເຮັດເພຶ່ອບ້ານເມື່ອງແດ່ຕາຍ...

.ໄປແລ້ວຈະໄດ້ມີຄົນຈົດຈຳວ່າຄັ້ງໜຶ່ງເຄີຍເຮັດດີເພຶ່ອຊາດເພື່ອປະຊາຊົນ

__________________
Anonymous

Date:
Permalink   
 
ເຫດການນີ້ ເກີດຂື້ນແລ້ວທີ່ ເມືອງໄກສອນ ແຂວງສະຫວັນນະເຂດ

ສະຫຼົດ: ມື້ຄືນນີ້ 11 ພະຈິກ 2015, ເກີດເຫດຂ້າປາດຄໍ ຍາຄູບົວ

ວັດໃຫຍ່ໄຊຍະພູມ ເມືອງໄກສອນ ແຂວງສະຫວັນນະເຂດ.
ເຈົ້າໜ້າກຳລັງສືບສວນຫາສາເຫດ!

12234894_1077245535640451_5855676502054703077_n.jpg?oh=e0974ac6390c3e548148af46b9274e9f&oe=56B3E843

12243573_432646483608313_7146323989311823934_n.jpg?oh=a65d05480913d8fc5b62c8fdc06792a8&oe=56B870E8

__________________
Page 1 of 1  sorted by
 
Quick Reply

Please log in to post quick replies.

Create your own FREE Forum
Report Abuse
Powered by ActiveBoard