ລາວໂຮມລາວ ເພື່ອປະຊາທິປະໄຕ

Members Login
Username 
 
Password 
    Remember Me  
Post Info TOPIC: ຄວາມບໍ່ສະຫງົບໃນນະຄອນຫລວງວຽງຈັນ
Anonymous

Date:
ຄວາມບໍ່ສະຫງົບໃນນະຄອນຫລວງວຽງຈັນ
Permalink   
 


ປກສ ຈັດກໍາລັງຫລາຍຮ້ອຍຄົນລົງແກ້ໄຂໜໍ່ແໜງຄວາມບໍ່ສະຫງົບໃນນະຄອນຫລວງວຽງຈັນ

ກະຊວງປ້ອງກັນຄວາມສະຫງົບເປີດເຜີຍເມື່ອບໍ່ດົນນີ້ວ່າ: ປັດຈຸບັນ, ໄດ້ສົ່ງກໍາລັງເຈົ້າໜ້າທີ່ຫລາຍຮ້ອຍຄົນລົງກໍ່ສ້າງຮາກຖານການເມືອງກໍຄືຮັກສາຄວາມສະຫງົບຕາມຈຸດສໍາຄັນຕ່າງໆໃນ 9 ຕົວເມືອງຂອງນະຄອນຫລວງວຽງຈັນ, ໂດຍສະເພາະແມ່ນການແກ້ໄຂໜໍ່ແໜງຄວາມບໍ່ສະຫງົບເຊັ່ນ: ການປຸ້ນຈີ້-ຊິງຊັບ, ລັກຊັບພົນລະເມືອງ, ຢາເສບຕິດ, ຄ້າຂາຍເຖື່ອນແລະອື່ນໆ. ນອກຈາກນີ້ຈະໄດ້ເພີ່ມທະວີປະ ສານສົມທົບກັບເຈົ້າໜ້າທີ່ໜ່ວຍງານອື່ນໆຄື: ໜ່ວຍສືບຂ່າວ, ກໍາລັງເຈົ້າໜ້າທີ່ບັນດາເມືອງເພື່ອກວດກາບັນດາເປົ້າໝາຍແຕ່ລະປະເພດໃຫ້ກໍາໄດ້ຜູ້ທີ່ເປັນຫົວໂປ່ໂຕການແລະເປັນໄພອັນຕະລາຍຕໍ່ສັງຄົມ, ໂດຍແນໃສ່ກໍາໄດ້ປະຫວັດ, ສາຍພົວພັນສັງຄົມ, ຄອບຄົວ, ທີ່ຢູ່ອາໄສ, ບ່ອນລີ້ຊ້ອນເພື່ອຕິດຕາມການເຄື່ອນ ໄຫວຂອງກຸ່ມຄົນບໍ່ດີດັ່ງກ່າວແລະຈະຕ້ອງໄດ້ສຸມໃສ່ແກ້ໄຂບັນຫາຢາເສບຕິດໃນໝູ່ຊາວໜຸ່ມ, ນັກຮຽນ, ນັກສຶກສາໃຫ້ມີປະສິດທິຜົນກວ່າເກົ່າ, ໂດຍຈະເພີ່ມທະວີການໂຄສະນາເຜີຍແຜ່ຜົນຮ້າຍຂອງຢາເສບຕິດ, ຂຶ້ນເປົ້າໝາຍບຸກຄົນ, ພື້ນທີ່ທີ່ມີຄວາມສ່ຽງເປັນເປົ້າໝາຍຂອງຢາເສບຕິດແລະແກ້ໄຂຈຸດມົ້ວສຸມໃຫ້ໝົດ

ໄປໂດຍສະເພາະບ້ານພັກ, ໂຮງແຮມ, ຮ້ານບັນເທິງແລະສະຖານທີ່ບໍລິການຫລິ້ນການພະນັນທີ່ຕ້ອງຫ້າມ, ອິນເຕີເນັດ, ຕູ້ເກມທີ່ເປັນສາເຫດຕົ້ນຕໍພາໃຫ້ເກີດການມົ້ວສຸມດັ່ງກ່າວໃຫ້ເຂົ້າສູ່ລະບຽບການແລະຄຽງຄູ່ກັນນັ້ນກໍສືບຕໍ່ແກ້ໄຂບັນຫາການຄ້າມະນຸດແລະໂສເພນີ, ການຕົວະຍົວະລອກລວງເອົາຊາວໜຸ່ມແມ່ຍິງລາວໄປຂາຍບໍລິການທາງເພດໃຫ້ຫລຸດລົງເປັນກ້າວໆ. ສ່ວນບັນຫາອຸປະຕິເຫດຕາມທ້ອງຖະໜົນຕ້ອງໄດ້ເພີ່ມທະວີເອົາໃຈໃສ່ໂຄສະນາແລະປະຕິບັດມາດຕະການຕໍ່ຜູ້ລະເມີດລະບຽບຈະລາຈອນຢ່າງເຂັ້ມງວດເຊັ່ນ: ເມົາແລ້ວຂັບຂີ່, ຂັບຂີ່ລົດໄວ, ແກ້ງກວນເມືອງຂັບຂີ່ເປັນພຶງເປັນແພ, ບໍ່ໃສ່ໝວກກັນກະທົບແລະອື່ນໆເຊິ່ງເປັນສາຍເຫດຕົ້ນຕໍ່ພາໃຫ້ເກີດອຸປະຕິເຫດ, ທັງນີ້ກໍເພື່ອເປັນການປາບປາມບັນດາໜໍ່ແໜງກໍ່ຄວາມບໍ່ສະ ຫງົບ, ເປັນໄພອັນຕະລາຍຕໍ່ສັງຄົມແລະກົດໜ່ວງທ່ວງດຶງການພັດທະນາສ້າງສາປະເທດຊາດໃຫ້ໝົດໄປ



__________________
Anonymous

Date:
Permalink   
 

ຈະໃຫ້ສະຫງົບໄດ້ແນວໃດ ຟັງແຕ່ຊື່ຂອງກະຊວງທີ່ກ່ຽວຂ້ອງກັບການປາບປາມຄວາມບໍ່ສະຫງົບຮຽບຮ້ອຍ

ກໍເປັນຊື່ກົງກັນຂ້າມໄປເລີຍ: ກ ປ ສ = ກະຊວງ ປ້ອງກັນ ສະຫງົບ (ຫຼື ຄວາມສະຫງົບ).

ພາສາລາວທີ່ວ່າ ປ້ອງກັນ ແປວ່າ ຕ້ານທານ ໂຕ້ຕອບ ທຳລາຍ ແລະ ຫຼີກເວັ້ນ.

ປ້ອງກັນຄວາມສະຫງົບ ກໍແປວ່າ ຕ້ານທານ ແລະ ທຳລາຍ ຄວາມສະຫງົບ (ແລະມີຄວາມໝາຍວ່າ ເມື່ອຕ້ານທານ

ແລະທຳລາຍຄວາມສະຫງົບ ກໍເປັນຜົນໃຫ້ບໍ່ມີຄວາມສະຫງົບ)

ພວກທີ່ຍາດວິ່ງຊີງຊັບຕາມຖະໜົນຫົນທາງແລະສູນການຄ້າຫຼືສະຖານສາທາລະນະຊົນຕ່າງໆນັ້ນກໍເກີດຂຶ້ນມາຈາກ

ເສດຖະກິດ ແລະ ສັງຄົມອ່ອນແອ. ຄົນຈຳພວກນີ້ແມ່ນຍາດພີ່ນ້ອງຂອງປະທານປະເທດ ຈູມມະລີ ແລະ ນາຍົກ ທອງສິງ

ທັງນັ້ນເປັນສ່ວນໃຫຍ່ ທີ່ພວຫເຂົາຂົນຫລື ອິມພອດ (Imported) ພວກເຂົາເຂົ້າມາຈາກປະເທດ ແກວ. ແລະພວກ

ແກວນີ້ເຈົ້າໜ້າທີ່ ປ ກ ສ ລາວ ບໍ່ສາມາດຈັບກຸມຄຸມຂັງເຂົາໄດ້ ເບິ່ງແຕ່ຕົວຢ່າງພວກແກວຂົ່ມຂືນສາວລາວຈົນຕາຍ ມີ

ບັກແກວຈັກຄົນຕິດຄຸກບໍ່? ບາດກະທຳກັບຄົນລາວເປັນເຈົ້າຂອງປະເທດຊາດແທ້ໆທີ່ໄປຕັດໄມ້ມາປ່ຽນເປັນເສົາເຮືອນທີ່

ພັງຜຸໄປນັ້ນ ຈັບໄປຂັງຄຸກຈົນກ່ວາຈະກຸ້ມຄ່າໄມ້ຖ່ອນນັ້ນ ລາງລາຍຕິດເປັນເຄິ່ງປີ ບາງກໍີຂຶ້ນໄປ. ພວກແກວຂັບລົດຫລືໃຊ້

ຍານພາຫະນະຜິດກົດຈາລະຈອນ ຕຳຫລວດຢຸດລົດເຂົາ ພຽງແຕ່ເຂົາສະປິກແກວອອກມາວ່າ ເງື່ອຍຫວຽດ ເທົ່ານັ້ນ ຕຳຫລວດ

ຈາລະຈອນກໍຫຳຫົດຂຶ້ນຕັນສະໝອງ ກໍຮີບຟ້າວສະປິກແກວບອກເຂົາວ່າ ດີຫຍ່າ ດົງຈີ່ (ໃຜຮູ້ພາສາແກວແປເອົາອງເດີ້). ບາດ

ຄົນລາວມຶງເອີຍ! ບໍ່ຈັກໄຟລ້ຽວ ໄປຕາ ໄຟເບກ ຖໍ່ດັງ ຕີນຫ້ຽນ ສັບປະປິໂຮມທ້ອນເຂົ້າກັນມາຂູ່ຈະເອົາໃບສັ່ງປັບໃຫ້ ຍັງບອກ

ອີກວ່າ ຖ້າບໍ່ຢາກເສຍຄ່າປັບເຕັມໃຫ້ເສຍຕົງໃຫ້ພວກຈາລະຈອນທີ່ນັ້ນເຄິ່ງນຶ່ງແລ້ວພວກມັນຈະປ່ອຍໄປ.

ເວົ້າເລື່ອງພວກຂີ່ລົດກວນເມອງນັ້ນ ລູກພໍ່ໄຮ່ພໍ່ນາປະຊາຊົນທຳມະດາແມ່ນບໍ່ມີປັນຍາຫາເງິນມາຊື້ລົດປະເພດນັ້ນອອກມ່ຂີ່ປ່ວນ

ເມືອງໄດ້ດອກ ແລະກໍບໍ່ມີບາລະມີຄຸ້ມຄອງຈາກພໍ່ແມ່ມາກະທຳໄດ້. ມີແຕ່ລູກເຈົ້າໃຫຍ່ນາຍໂຕຜູ້ທີອຳນາດແລະອິດທິພົນເທົ່ານັ້ນ

ທີ່ຢູ່ໃນແກ້ງພວກນີ້, ພໍແຕ່ ກປສ ມາກວດແລະຢຸດລົດພວກເຂົາ ພຽງແຕ່ພວກເຂົາເອົານາມສະກຸນອອກມາໂຊເທົ່ານັ້ນ ກໍຕາມ

ເຄີຍໝາກໄຂ່ຫຳຕຳຫລວດຈາລະຈອນກໍແລ່ນຂຶ້ນຕັນສະໝອງໂລດ, ແລ້ວກໍປ່ອຍເຂົາໄປ.

ເວົ້າເລື່ອງການຊື້ແລະຈຳໜ່າຍຢາບ້າແລະຢາເສບຕິດຜິດກົດໝາຍສາກົນນັ້ນກໍລ້ວນແລ້ວແຕ່ເປັນເຄືອຄ່າຂອງຜູ້ມີອຳນາດແລະອິດທິພົນ

ທັງນັ້ນ ຈົນສາມາດເອົາປືນສົງຄາມອອກມາໄລ່ຂ້າໄລ່ຍິງກັນຕາມທ້ອງຖະໜົນຫລວງຢູ່ໃນຕົວເມືອງຕໍ່ໜ້າຕໍ່ຕາຂອງປະຊາຊົນແບບທ້າ

ທາຍຕໍ່ກົດໝາຍ. ມີບໍ່ຄົນຫລືປະຊາຊົນຄົນທຳມະດາຈະສາມາດອອກມາກະທຳແບບີ້? ມີຄະດີຍິງກັນຕາຍເປັນຫລາຍສິບຄະດີຕໍ່ປີຜ່ານ

ມານັ້ນ ໄດ້ຂ່າວວ່າຈັບຄົນຮ້າຍໄດ້ບໍ່? ບໍ່ມີຈັກຄະດີເລີຍ, ພວກ ປກສ ເຮັດຫຍັງໄດ້? ທຳທ່າຕາບໍ່ເຫັນຕາມເຄີຍແມ່ນບໍ່?

ເຊີນຮອກພໍ່ຂອງ ປກສ ມາປາບໂລດ ຂໍທ້າວ່າບໍ່ມີທາງຈະປາບໄດ້ສຳເລັດ ເພາະມີແຕ່ພວກພໍ່ຕູ້ຂອງ ກປສ ທັງນັ້ນທີ່ສົ່ງລູກຫລານຂອງ

ເຂົາອອກມາທຳທຸລະກິດທີ່ຜິດກົດໝາຍທຸກຢ່າງ.

ຖ້າວ່າທ່ານໃດ (ພວກລັດຖະບານ ສປປລ) ຄິດວ່າຄຳເຫັນຂອງຂ້າພະເຈົ້າຜິດ ເຊີນອອກມາຕອບໂຕ້ໄດ້ ແລະຂໍທ້າໃຫ້ ບັກຄຳໄຕ ສີພັນ

ດອນ, ບັກແຈ້ງ, ບັກອາແປະຫວາດເມືອງຫຼວງ, ບັກທອງສິງ, ບັກປະທານປະທດ ແລະ ອື່ນໆ ພ້ອມດ້ວຍລູກຫລານເຄືອຍາດຂອງພວກ

ສູອອກມາ ດີເບດ ກັບກູໄດ້.



__________________
Anonymous

Date:
Permalink   
 

Anonymous wrote:

ປກສ ຈັດກໍາລັງຫລາຍຮ້ອຍຄົນລົງແກ້ໄຂໜໍ່ແໜງຄວາມບໍ່ສະຫງົບໃນນະຄອນຫລວງວຽງຈັນ

ກະຊວງປ້ອງກັນຄວາມສະຫງົບເປີດເຜີຍເມື່ອບໍ່ດົນນີ້ວ່າ: ປັດຈຸບັນ, ໄດ້ສົ່ງກໍາລັງເຈົ້າໜ້າທີ່ຫລາຍຮ້ອຍຄົນລົງກໍ່ສ້າງຮາກຖານການເມືອງກໍຄືຮັກສາຄວາມສະຫງົບຕາມຈຸດສໍາຄັນຕ່າງໆໃນ 9 ຕົວເມືອງຂອງນະຄອນຫລວງວຽງຈັນ, ໂດຍສະເພາະແມ່ນການແກ້ໄຂໜໍ່ແໜງຄວາມບໍ່ສະຫງົບເຊັ່ນ: ການປຸ້ນຈີ້-ຊິງຊັບ, ລັກຊັບພົນລະເມືອງ, ຢາເສບຕິດ, ຄ້າຂາຍເຖື່ອນແລະອື່ນໆ. ນອກຈາກນີ້ຈະໄດ້ເພີ່ມທະວີປະ ສານສົມທົບກັບເຈົ້າໜ້າທີ່ໜ່ວຍງານອື່ນໆຄື: ໜ່ວຍສືບຂ່າວ, ກໍາລັງເຈົ້າໜ້າທີ່ບັນດາເມືອງເພື່ອກວດກາບັນດາເປົ້າໝາຍແຕ່ລະປະເພດໃຫ້ກໍາໄດ້ຜູ້ທີ່ເປັນຫົວໂປ່ໂຕການແລະເປັນໄພອັນຕະລາຍຕໍ່ສັງຄົມ, ໂດຍແນໃສ່ກໍາໄດ້ປະຫວັດ, ສາຍພົວພັນສັງຄົມ, ຄອບຄົວ, ທີ່ຢູ່ອາໄສ, ບ່ອນລີ້ຊ້ອນເພື່ອຕິດຕາມການເຄື່ອນ ໄຫວຂອງກຸ່ມຄົນບໍ່ດີດັ່ງກ່າວແລະຈະຕ້ອງໄດ້ສຸມໃສ່ແກ້ໄຂບັນຫາຢາເສບຕິດໃນໝູ່ຊາວໜຸ່ມ, ນັກຮຽນ, ນັກສຶກສາໃຫ້ມີປະສິດທິຜົນກວ່າເກົ່າ, ໂດຍຈະເພີ່ມທະວີການໂຄສະນາເຜີຍແຜ່ຜົນຮ້າຍຂອງຢາເສບຕິດ, ຂຶ້ນເປົ້າໝາຍບຸກຄົນ, ພື້ນທີ່ທີ່ມີຄວາມສ່ຽງເປັນເປົ້າໝາຍຂອງຢາເສບຕິດແລະແກ້ໄຂຈຸດມົ້ວສຸມໃຫ້ໝົດ

ໄປໂດຍສະເພາະບ້ານພັກ, ໂຮງແຮມ, ຮ້ານບັນເທິງແລະສະຖານທີ່ບໍລິການຫລິ້ນການພະນັນທີ່ຕ້ອງຫ້າມ, ອິນເຕີເນັດ, ຕູ້ເກມທີ່ເປັນສາເຫດຕົ້ນຕໍພາໃຫ້ເກີດການມົ້ວສຸມດັ່ງກ່າວໃຫ້ເຂົ້າສູ່ລະບຽບການແລະຄຽງຄູ່ກັນນັ້ນກໍສືບຕໍ່ແກ້ໄຂບັນຫາການຄ້າມະນຸດແລະໂສເພນີ, ການຕົວະຍົວະລອກລວງເອົາຊາວໜຸ່ມແມ່ຍິງລາວໄປຂາຍບໍລິການທາງເພດໃຫ້ຫລຸດລົງເປັນກ້າວໆ. ສ່ວນບັນຫາອຸປະຕິເຫດຕາມທ້ອງຖະໜົນຕ້ອງໄດ້ເພີ່ມທະວີເອົາໃຈໃສ່ໂຄສະນາແລະປະຕິບັດມາດຕະການຕໍ່ຜູ້ລະເມີດລະບຽບຈະລາຈອນຢ່າງເຂັ້ມງວດເຊັ່ນ: ເມົາແລ້ວຂັບຂີ່, ຂັບຂີ່ລົດໄວ, ແກ້ງກວນເມືອງຂັບຂີ່ເປັນພຶງເປັນແພ, ບໍ່ໃສ່ໝວກກັນກະທົບແລະອື່ນໆເຊິ່ງເປັນສາຍເຫດຕົ້ນຕໍ່ພາໃຫ້ເກີດອຸປະຕິເຫດ, ທັງນີ້ກໍເພື່ອເປັນການປາບປາມບັນດາໜໍ່ແໜງກໍ່ຄວາມບໍ່ສະ ຫງົບ, ເປັນໄພອັນຕະລາຍຕໍ່ສັງຄົມແລະກົດໜ່ວງທ່ວງດຶງການພັດທະນາສ້າງສາປະເທດຊາດໃຫ້ໝົດໄປ


 ຖ້າມັນຢາກແກ້ບັນຫາຄືວ່ານີ້,ມັນຕ້ອງເລີ້ມປະຕິບັດມາແຕ່ດົນແລ້ວ.ນີ້ແມ່ນການກຽມພຽງເພື່ອຮັບມື

ວັນເພິ່ນຊິສະຫຼອງວັນທີ 2 ທັນວາ ຊື່ໆດອກເພາະຢ້ານຫົວໜ້າເພິ່ນເຈດໂຫຼຍໃນມື້ດັ່ງກ່າວ.

ເອົາດີໆເດີ ເພາະ ອາດໄດ້ຍິນສຽງຕູ້ມກໍ່ເປັນໄດ້ໃນມື້ນັ້ນ.ເພາະພຍາກັມຊິໄລ່ບັນຊີແລ້ວເພາະພວກ

ສູສ້າງກຳຮ້າຍໜາສາໂຫດຕໍ່ຊາດກໍ່ຄືປະຊາຊົນ ແລະ ຊາວໜຸ່ມດ້ວຍການຈຳໜ່າຍຢາບ້າ.

ບາດບ້າເຂົາຂື້ນຜັດຢ້ານຕາຍເນາະ.



__________________
Page 1 of 1  sorted by
 
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard