ລາວໂຮມລາວ ເພື່ອປະຊາທິປະໄຕ

Members Login
Username 
 
Password 
    Remember Me  
Post Info TOPIC: ຈົດໝາຍເປີດຊອງຈາກ ນາໆຊາດ
Anonymous

Date:
ຈົດໝາຍເປີດຊອງຈາກ ນາໆຊາດ
Permalink   
 


ຈົດໝາຍເປີດຊອງຈາກ ນາໆຊາດ

7217bcd9-6c1c-47ed-9120-2ac618b13d7b.jpeg

 

ກ່ອນຈະເຖິງ ວັນເປີດ ກອງປະຊຸມ ໂຕະມົນ ຣະດັບສູງ ຄັ້ງທີ 12 ທີ່ ຈະມີຂຶ້ນ, ອົງການ ຈັດຕັ້ງ ສາກົນ ໄດ້ ສົ່ງ ຈົດໝາຍ ເປີດຊອງ ຮຽກຮ້ອງ ເຖິງ ຜູ້ເຂົ້າ ຮ່ວມ ໃຊ້ ເວລາ ຊົ່ວ ລະຍະ ນຶ່ງ ອ່ານ ຂໍ້ຄວາມ ວິສັຍທັສ ຂອງ ທ່ານ ສົມບັດ ສົມພອນ ນັກພັທນາ ຊຸມຊົນ ຄົນສໍາຄັນ ໃນລາວ ທີ່ ທ່ານ ໄດ້ ປາສັຍ ຄັ້ງ ສຸດທ້າຍ ຢູ່ ກອງປະຊຸມ ສຸດຍອດ ເອເຊັຽ-ຢູໂຣບ ເມື່ອ ປີ 2012.

ແລະ ມີການ ຮຽກຮ້ອງ ໃຫ້ ກອງປະຊຸມ ພິຈາຣະນາ ຮັບເອົາ ວິສັຍທັສ ດັ່ງກ່າວ ເຂົ້າໃນ ການ ວາງແຜນ ພັທນາ ເສຖກິດ-ສັງຄົມ ຂອງລາວ ໃນ ຖານະ ທີ່ ລາວ ເປັນ ປະເທດ ທີ່ ໄດ້ຮັບການ ຊ່ວຍເຫລືອ ຈາກ ຕ່າງປະເທດ. ແລະ ຜ່ານມາ ກໍມີ ບັນດາ ນັກການທູດ ຫຼາຍຄົນ ໄດ້ຍົກ ບັນຫານີ້ ຕໍ່ ຣັຖບານ ແລະ ບັນຫາ ໃນຄວາມ ເປັນຫ່ວງ ເຣື້ອງ ສິດທິ ມະນຸດ ອື່ນໆ.

ໃນ ຄຳ ປາສັຍ ຂອງ ທ່ານ ສົມບັດ ສົມພອນ ໃນ ປີ 2012 ສ່ວນ ໃຫຽ່ ຈະກ່າວເຖິ ງການ ພັທນາ ທີ່ ຍືນຍົງ ປາສຈາກ ການສົ່ງ ຜົລກະທົບ ຕໍ່ ສິ່ງແວດ ລ້ອມ ແລະ ຊີວິດ ການເປັນຢູ່ ຂອງ ປະຊາຊົນ ທ້ອງຖິ່ນ ຮ່ວມທັງ ການພັທນາ ທີ່ ປະຊາຊົນ ມີສ່ວນ ຮ່ວມນຳ, ຈົນເປັນ ສາເຫດ ເຮັດໃຫ້ ທ່ານ ຫາຍ ສາບສູນ ຫລັງຈາກ ນັ້ນ.

ກອງປະຊຸມ ໂຕະມົນ ຣະດັບສູງ ຄັ້ງທີ 12 ໃນ ລາວ ໃນ ປີນີ້ ທີ່ ຈະຈັດຂຶ້ນ ໃນ ວັນທີ 27 ພືສຈິກາ ທີ່ ນະຄອນຫຼວງ ວຽງຈັນ ກັບ ຄູ່ຮ່ວມ ພັທນາ ແລະ ບັນດາ ປະເທດ ໃຫ້ ການ ຊ່ອຍເຫລືອ ລາວ, ດັ່ງ ທະນາຄານ ໂລກ ທະນາຄານ ພັທນາ ເອເຊັຽ ອົງການ ຊ່ອຍເຫລືອ ສະຫະຣັດ ຫລື UNDP ສະຫະພາບ ຢູ່ໂຮບ ທູດ ຕ່າງ ປະເທດ ໃນລາວ ແລະ ອົງການ ທີ່ ບໍ່ຂຶ້ນ ກັບ ຣັຖບານ ຮ່ວມດ້ວຍ ອົງການ ເອກຣາດ ແລະ ບຸກຄົນ ທີ່ ສຳຄັນ ຫຼາຍທານ.

ຈຸດປະສົງ ຂອງ ກອງປະຊຸມ ດັ່ງກ່າວ ແມ່ນ ເພື່ອ ສະທ້ອນ ຄວາມເຫັນ ຂອງ ຄູ່ຮ່ວມ ພັທນາ ແລະ ອົງການ ຊ່ອຍເຫລືອ ຈາກ ຕ່າງຊາດ ຕໍ່ການ ພັທນາ ເສຖກິດ ແລະ ສັງຄົມ ໃນ ລາວ.



__________________
Page 1 of 1  sorted by
 
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard