ລາວໂຮມລາວ ເພື່ອປະຊາທິປະໄຕ

Members Login
Username 
 
Password 
    Remember Me  
Post Info TOPIC: ກົດໝາຍ (ສປປລ) ເປັນກົດໝາຍທີ່ບໍ່ຢູ່ບົນຫລັກນິຕິທັມ.
Anonymous

Date:
ກົດໝາຍ (ສປປລ) ເປັນກົດໝາຍທີ່ບໍ່ຢູ່ບົນຫລັກນິຕິທັມ.
Permalink   
 


ມີນັກສຶກສາທີ່ຮຽນຈົບຈາກສະຖາບັນກົດໝາຍຂອງ ສປປລ ຫລາຍທ່ານໄດ້ກ່າວເປັນສຽງດຽວກັນ

ວ່າຜູ່ມີອຳນາດຂອງພັກລັດໄດ້ໃຊ້ກົດໝາຍກັບປະຊາຊົນຄົນລາວແບບບໍ່ຢູ່ບົນຫລັກນິຕິທັມ, ຊຶ່ງເປັນ

ສິ່ງທີ່ຂັດຕໍ່ຫລັກກົດໝາຍທີ່ພວກຂະເຈົ້າຖືກສິດສອນແລະຮ່ຳຮຽນມາຈາກສະຖາບັນກົດໝາຍແຫ່ງ

ຊາດ. ນັກສຶກສາກົດໝາຍ ສປປລ ໄດ້ຮັບການສິດສອນຈາກອາຈານກົດໝາຍໃຫ້ໃຊ້ກົດໝາຍຢູ່ບົນ

ຫລັກນິຕິທັມເພື່ອຮັກສາໄວ້ຊຶ່ງຄວາມຖືກຕ້ອງແລະຄວາມເປັນທັມ  ແຕ່,    ເມື່ອຮຽນຈົບມາແລ້ວໄດ້

ເມື່ອໄດ້ປະກອບສ່ວນເຂົ້າເປັນລັຖະການທາງດ້ານກົດໝາຍກໍບໍ່ສາມາດໃຊ້ມາດຕະການຢູ່ບົນຫລັກ

ນິຕິທັມດັ່ງທີ່ໄດ້ສຶກສາຮ່ຳຮຽນມາ   ເພາະຖືກກົດໜ່ວງຈາກຜູ່ມີອຳນາດບັງຄັບໃຫ້ບ່າຍບ່ຽງຄວາມ

ເປັນທັມໃຫ້ແກ່ຜູ່ທີ່ຖືກກ່າວຫາມາໂດຍຕະຫລອດເພື່ອຜົນປະໂຫຍດຈະໄດ້ຮັບຂອງຜູ້ທີ່ມີອຳນາດ.

ຍ້ອນກົດໝາຍບໍ່ຢູ່ບົນຫລັກນິຕິທັມນີ້ຈຶ່ງເປັນເຫດໃຫ້ຫລາຍໆບໍລິສັດຂອງຕ່າງປະເທດ (ສ່ວນຫລາຍ

ເປັນປະເທດເສລີຕາເວັນຕົກ) ບໍ່ມີຄວາມໄວ້ວາງໃຈໃນການເຂົ້າໄປເຮັດທຸລະກິດມນປະເທດ ສປປລ,

ຈຶ່ງເປັນເຫດການພັດທະນາປະເທດຂອງ ສປປລ ຊັກຊ້າຫລ້າຫລັງມານານກ່ວາ 45 ປີ.



__________________
Anonymous

Date:
Permalink   
 

ປະຊາຊົນຮ້ອງທຸກແຕ່ຖືກ ເມີນເສີຍ

b30230d8-104a-4030-b4a9-804f3e1775ca.jpeg

 

ພົລເມືອງ ລາວ ທຸກຄົນ ມີສິດ ຮ້ອງຂໍ ຕໍ່ວ່າ, ກ່າວຟ້ອງ ແລະ ສເນີ ຄວາມເຫັນ ຕໍ່ ອົງການ ທີ່ ກ່ຽວຂ້ອງ ຂອງຣັຖ ຊຶ່ງ ສ່ວນໃຫຍ່ ໃນ ປັຈຈຸບັນ ນີ້ ແມ່ນສົ່ງ ເຖິງ ສະພາ ແຫ່ງຊາດ ເພື່ອຂໍໃຫ້ ຊ່ວຍ ພິຈາຣະນາ ກ່ຽວກັບ ບັນຫາ ການ ຣະເມີດ ສິດ ແລະ ຜົລປະໂຫຍດ ອັນຊອບທັມ ຂອງຕົນ ຕາມຣະບຽບ ກົດໝາຍ ເປັນຕົ້ນ ກໍແມ່ນ ກົດໝາຍ ວ່າດ້ວຍ ການແກ້ໄຂ ຄຳຮ້ອງທຸກ, ກົດໝາຍ ວ່າດ້ວຍການ ດຳເນີນ ຄະດີ ແພ່ງ ແລະ ຄະດີ ອາຍາ.

ແຕ່ໜ້າ ເສັຽດາຍ ທີ່ຢູ່ ສປປລາວ ຊຶ່ງ ມີ ກົດໝາຍ ເຖິງ 110 ປາຍ ສະບັບ ນັ້ນ ບໍ່ໄດ້ຮັບ ການຈັດຕັ້ງ ປະຕິບັດ ໃຫ້ເກີດຜົລ ເປັນຈິງ ເທົ່າທີ່ຄວນ, ບໍ່ມີ ຄວາມ ສັກສິດ ພໍເທົ່າໃດ. ແມ່ນແຕ່ ທ່ານ ຈູມມາລີ ໄຊຍະສອນ ເລຂາທິການ ໃຫຍ່ ຄນະ ບໍຣິຫານ ງານ ສູນກາງ ພັກ ປະຊາຊົນ ປະຕິວັດ ລາວ ຜູ້ ຜູກຂາດ ອໍານາດ ເອງ ກໍຍັງ ຮັບຮູ້ ເຣຶ່ອງນີ້ ຢູ່ໃນ ກອງປະຊຸມ ໃຫຍ່ ຄັ້ງທີ 9 ຄື ຄັ້ງ ຫລ້າສຸດ ຂອງ ພັກ

ສະພາຄວາຍ01.jpg



Attachments
__________________
Anonymous

Date:
RE: ກົດໝາຍ (ສປປລ) ເປັນກົດໝາຍທີ່ບໍ່ຢູ່ບົນຫລັກນິຕິທັມ.
Permalink   
 


ສະພາແຫ່ງຊາດ ຂອງ ສປປ ລາວ ບໍ່ຕ່າງຫຍັງກັບໂຮງລະຄອນສັດທີ່ມີແຕ່ຝູງສັດທຸກປະເພດທີ່ເຈົ້າຂອງແລະຄຣູ

ຝຶກແອບສັດເຫລົ່ານັ້ນນຳມາສະແດງ. ສັດເຫລົ່ານັ້ນຕ້ອງສະແດງໄປຕາມບົດບາດແລະເນື້ອເຣື່ອງທີ່ເຈົ້າຂອງແລະ

ຄຣູຝຶກໄດ້ແຕ່ງເອົາໄວ້ເທົ່ານັ້ນ. ພວກ ສສ ຫລືຜູ່ແທນປະຊາຊົນກໍບໍ່ຕ່າງຫຍັງກັບພວກລີງພວກຂ່າງທີ່ໄດ້ຜ່ານການ

ຝຶກສອນມາແລ້ວ ເພາະພວກ ສສ ທີ່ອອກມາໃຫ້ຄວາມເຫັນຫລືໂຕ້ກັນໃນສະພານັ້ນກໍລ້ວນແລ້ວແຕ່ເອົາບົດຄວາມ

ທີ່ທາງເລຂາສູນກາງພັກເປັນຜູ່ຂຽນແຕ່ງອອກມາໃຫ້ອະພິປາຍ, ຖ້າ ສສ ຄົນໃດອອກມາອະພິປາຍດ້ວຍຄຳເຫັນ

ເປັນສ່ວນຕົວແມ່ນຖືກບັນທ່ອນແລະຕັດສິດອອກຈາກການເປັນ ສສ ທັນທີ່ ດັ່ງຕົວຢ່າງທ່ານ ດຣ. ຄຳເຜີຍ. ສະພາ

ແຫ່ງຊາດ ຫລື ໂຮງລະຄອນສັດແຫ່ງນີ້ມີໄວ້ເພື່ອຕົບຕານາໆຊາດຫລືສາກົນວ່າ ສປປ ລາວເປັນປະເທດທີ່ມີປະຊາ

ທິປະຕັຍເທົ່ານັ້ນ, ທີ່ຈິງແລ້ວ ພວກ ສສ ກໍລ້ວນແລ້ວແຕ່ເປັນບຸກຄົນທີ່ທາງສູນກາງພັກເລືອກມາແຕ່ລະເມືອງລະແຂວງ

ກ່ອນຈະສົ່ງລາຍຊື່ໃຫ້ປະຊາຊົນໃນເມືອງນັ້ນແຂວງນັ້ນມາປ່ອນບັດແບບຕົບຕາສາກົນວ່າມີການເລືອກຕັ້ງແບບປະຊາ

ທິປະຕັຍ.  ປະເທດໃດທີ່ມີພັກດຽວຫລືບໍ່ມີພັກຝ່າຍຄ້ານນັ້ນຈະບໍ່ສາມາດພັທະນາປະເທດຊາດໃຫ້ສຳເຣັດໄດ້ ດັ່ງນັນ

ສປປ ລາວຈຶ່ງຍັງເປັນປະເທດທີ່ຫລ້າຫລັງແລະທຸກຍາກທີ່ສຸດຂອງໂລກນີ້ຢູ່.

 

 



__________________
Anonymous

Date:
Permalink   
 

ປະເທດໃດມີກົດໝາຍທີ່ບໍ່ເປັນໄປຕາມຫລັກນິຕິຣັດ ນິຕິທັມ ຫລືເລືອກປະຕິບັດ

ນັ້ນສ່ວນຫລາຍປະເທດນັ້ນໆແມ່ນປົກຄອງໂດຍຣະບອບຜະເດັດການທະຫານ

ແລະປະຊາຊົນປະເທດນັ້ນຈະບໍ່ໄດ້ຮັບຄວາມຍຸຕິທັມເດັດຂາດ ແລະ ກໍບໍ່ມີສິດທີ່

ຈະອອກສິດອອກສຽງຫລືຕິຕຽນປະທ້ວງຄວາມຜິດພາດຂອງຣັຖະບານໄດ້ເດັດ

ຂາດ ຖ້າໃຜຝືນແມ່ນຖືກອູ້ມຫາຍສາບສູນແລະຖືກຂໍ້ຫາຄະດີການເມືອງຫຼືອາດ

ຍາຕິດຄຸກຕິດຕະລາງໄປ ດັ່ງປະເທດ ສປປລາວ ເກົາຫລີເໜືອ ແລະ ປະເທດໄທ

ໃນທຸກວັນນີ້.

 



__________________
Anonymous

Date:
Permalink   
 

ເພີ່ນມີໄວ້ສຳລັບປະຕິບັດກັບຄົນທັມດາສາມັນ

ທີ່ບໍ່ມີອຳນາດ ບໍ່ມີອິດທິພົລຫຍັງ ຫລື ຄົນຊັ້ນຮາກຫຍ້າ

ຄືດັ່ງພາສາປະເທດເພື່ອນບ້ານເຂົາວ່ານັ້ນລະ

ສ່ວນຜູ້ມີເງີນ ມີອຳນາດ ມີອິດທິພົລ ແມ່ນຖືກຍົກເວັ້ນ

 



__________________
Page 1 of 1  sorted by
 
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard