ລາວໂຮມລາວ ເພື່ອປະຊາທິປະໄຕ

Members Login
Username 
 
Password 
    Remember Me  
Post Info TOPIC: ເກີດເຫດຍິງກັນ ເສຍຊີວິດ 7, ເຈັບສາຫັດ 2 ທີ່ເມືອງເຊໂປນ 18 ພະຈິກ 2015
Anonymous

Date:
ເກີດເຫດຍິງກັນ ເສຍຊີວິດ 7, ເຈັບສາຫັດ 2 ທີ່ເມືອງເຊໂປນ 18 ພະຈິກ 2015
Permalink   
 


ເກີດເຫດຍິງກັນ ເສຍຊີວິດ 7, ເຈັບສາຫັດ 2 ທີ່ເມືອງເຊໂປນ 18 ພະຈິກ 2015

12279193_1080326021999069_7421240725394691324_n.png?oh=1a42f8d82b801ff904afc4f33a1a0890&oe=56EA9A5A12241172_1080326018665736_4572920573688290648_n.png?oh=425dc4a2cd6f15cb877dff25d877acca&oe=56B0CDAF12240042_1080326058665732_5054523097292705165_n.png?oh=c6f149926d264ff0c8d3a105804d4c62&oe=56E4614A

ສະຫວັນນະເຂດ: ອີງຕາມການລາຍງານຂອງ ກອງບັນຊາການ ປກສ ແຂວງ ສະຫວັນນະເຂດ ໃຫ້ຮູ້ວ່າເວລາປະມານ 03:00 ຕອນເຊົ້າ ວັນທີ 18 ພະຈິກ 2015 ຢູ່ທີ່ບ້ານໃໝ່ທ່າແດງ ເມືອງເຊໂປນ ແຂວງສະຫວັນນະເຂດ, ມີເຫດຍິງກັນເສຍຊີວິດ 7 ສົບ ແລະ ໄດ້ຮັບບາດເຈັບ ສາຫັດ 2 ຄົນ ເຊິ່ງມີລາຍລະອຽດດັ່ງນີ້:

1. ທ້າວ ປາ ອາຍຸ 38 ປີ ອາຊີບ ເຮັດໄຮ່, ເປັນຜູ້ກໍ່ເຫດ, ໄດ້ຮັບບາດເຈັບສາຫັດ, ຖືກຍິຢູ່ຄໍຫອຍ ຊອດຫົວ ຈຳນວນ 1 ລູກ.
2. ນາງ ດວງ ອາຍຸ 35 ປີ, ເມຍຂອງ ທ້າວປາ ຖືກຍິງທີ່ແຂນຊາຍ ຊອດນົມດ້ານຊ້າຍ ຈຳນວນ 2 ລູກ, ເສຍຊີວິດ.
3. ນາງ ອາດົງ ອາຍຸ 15 ປີ ອາຊີບ ນັກຮຽນ, ລູກສາວຂອງ ທ້າວປາ ແລະ ນາງ ດວງ, ຖືກຍິງທີ່ໃບຫູຂວາ ຊອດງ່ອນ 1 ລູກ, ເສຍຊີວິດ.
4. ທ້າວ ປິງ ອາຍຸ 8 ປີ, ອາຊີບ ນັກຮຽນ, ລູກຊາຍຂອງ ທ້າວປາ ແລະ ນາງດວງ ຖືກຍິງເຂົ້າຂະໝັບຂວາ ຊອດງ່ອນ 1 ລູກ, ເສຍຊີວິດ.
5. ນາງ ມ້ວຍ ອາຍຸ 5 ປີ, ອາຊີບ ນັກຮຽນ, ລູກສາວຂອງ ທ້າວປາ ແລະ ນາງດວງ, ຖືກຍິງຂະໝັບຂວາ ຊອດຂະໝັບຊ້າຍ 1 ລູກ, ເສຍຊີວິດ.
6. ນາງ ສ້ວຍ ອາຍຸ 3 ປີ, ລູກຂອງ ທ້າວປາ ແລະ ນາງ ດວງ, ຖືກຍິງ ຂະໝັບຂວາ ຊອດ ຂະໝັບຊ້າຍ 1 ລູກ, ເສຍຊີວິດ.
7. ທ້າວ ໝູ ອາຍຸ 42 ປີ ອາຊີບ ເຮັດໄຮ່, ຄົນເຮືອນໃກ້ທີ່ເຂົ້າໄປຫ້າມ, ຖືກຍິງບ່າຂວາ ຊອດກາງຫຼັງ 1 ລູກ, ໄດ້ຮັບບາດເຈັບສາຫັດ, ສົ່ງໄປປິ່ນປົວ ທີ່ໂຮງໝໍ ເມືອງເຊໂປນ.
8. ທ້າວ ທັນ ຫຼື ແຕະເລຍ ອາຍຸ 48 ປີ ອາຊີບເຮັດໄຮ່, ພີ່ນ້ອງຂອງທ້າວປາ ຖືກຍິງບ່າໄຫຼຂວາ ຊອດແຂນຊ້າຍ 1 ລູກ, ເສຍຊີວິດ.
9. ທ້າວ ລີຊອນ ອາຍຸ 35 ປີ,ອາຊີບ ຄ້າຂາຍ, ລູກນ້າບ່າວ ທ້າວ ປາ, ຖືກຍິງແກ້ມຂວາ ຊອດຫູຊ້າຍ ແລະ ຖືກຕີນນົມຊ້າຍ ຊອດຫຼັງ ລວມ ຈຳນວນ 2 ລູກ, ເສຍຊີວິດ.

ອາວຸດ ທີ່ທ້າວປາ ໃຊ້ໃນການກໍ່ເຫດ ຄັ້ງນີ້ ແມ່ນ ປື່ນ CKC ກະບອກຍາວ, ທີ່ຜູ້ກ່ຽວຖືປະຈຳຕົວ ເພາະເປັນກອງຫຼອນບ້ານ. ເຊິ່ງໃຊ້ຍິງໃນເຫດຄັ້ງນີ້ ທັງໝົດ 11ລູກ, ແລະ ພົບອີກ 1 ລຸກ ຕົກເຮ່ຍຢູ່ກາງເຮືອນ. ຜູ້ກ່ຽວແມ່ນໄດ້ຍິງເມຍແລະລູກກ່ອນ ແລ້ວ ຈິ່ງລົງມາຍິງ ຍາດພີ່ນ້ອງ ແລະ ຍິງທ້າວ ໝູ ທີ່ມາຫ້າມ, ແລ້ວ ຕາມດ້ວຍການພະຍາຍາມ ຈະຍິງຕົນເອງໃຫ້ຕາຍ ແຕ່ໄດ້ຮັບບາດເຈັບສາຫັດ.

ສາເຫດ ຂອງການເກີດເລື່ອງເສົ້າຄັ້ງນີ້ ຍ້ອນທ້າວປາ ເປັນພະຍາດ ເຈັບໂຊມາດົນແລ້ວ, ມີອາການຊືມເສົ້າ ຢາກຮ້າຍ, ຈົນເກີດອາລະວາດ ໃຊ້ປືນ ເຂົ້າກໍ່ເຫດໃນຄັ້ງນີ້.

ເຈົ້າໜ້າທີ່ໄດ້ເຂົ້າກວດສອບ ແລະ ດຳເນີນການຕາມກົດໝາຍຂອງບ້ານເມືອງແລ້ວ.

ຂ່າວ: ກອງບັນຊາການ ປກສ ແຂວງ ສະຫວັນນະເຂດ



__________________
Anonymous

Date:
RE: ເກີດເຫດຍິງກັນ ເສຍຊີວິດ 7, ເຈັບສາຫັດ 2 ທີ່ເມືອງເຊໂປນ 18 ພະຈິກ 2015
Permalink   
 


ໄປຂ້າເຮັດຫຍັງລູກເມຍ...! ຄືບໍ່ໄປຂ້າ ບັກຈຸມມະລີ/ທອງສິງ ມັນບໍຣິຫານປະເທດຊາດລົ້ມຈົມ

ເຮັດໃຫ້ປະຊາຊົນທຸກຍາກລຳບາກ

 



__________________
Anonymous

Date:
Permalink   
 

Anonymous wrote:

ໄປຂ້າເຮັດຫຍັງລູກເມຍ...! ຄືບໍ່ໄປຂ້າ ບັກຈຸມມະລີ/ທອງສິງ ມັນບໍຣິຫານປະເທດຊາດລົ້ມຈົມ

ເຮັດໃຫ້ປະຊາຊົນທຸກຍາກລຳບາກ

 


 ແມ່ນຄວາມ ຖ້າບ້ານເມືອງຈະເຣີນທາງເສຖະກິດແລະສັງຄົມ ການແພທແລະພະຍາບາລ

ກໍຈເຣີນເຊັ່ນກັນ ຫົວໜ້າຄອບຄົວຄົນນີ້ກໍຈະຖືກປິ່ນປົວພຍາດຂອງຜູ່ກ່ຽວໃຫ້ຫາຍຫລືຖ້າ

ເສຖະກິດຂອງປະເທດແຂງແຮງເຮັດໃຫ້ເສຖະກິດຄອບຄົວປະຊາຊົນທົ່ວປະທດບໍ່ຝືດເຄືອງ

ກໍຈະບໍ່ເປັນບັນຫາເຜີ້ມຄວາມຄັບຄັ່ງອຶດອັດຖໍ້ຖອຍຕໍ່ຊີວິດຕົນເອງແລະຄອບຄົວຈົນເກີດເຫຕ

ວິນາສກັມຕໍ່ຄອບຄົວຂອງຜູ່ກ່ຽວແບບນີ້. ຜູ່ກ່ຽວອາດຄິດແລະນຳເອົາຊີວິດການເປັນຢູ່ຂອງ

ບັກຈູມກັບບັກທອງສິງມາທຽບຄຽງກັບຄອບຄົວຜູ່ກ່ຽວທີ່ມັນໄກກັນສວັນກັບນາຣົກ ຊຳ້ບໍ່ໜຳ

ຜູ່ກ່ຽວຍັງມາແບກປືນ ເຊກາເຊ ຮັກສາຄວາມສງົບຊ່ວຍຊາດແຕ່ຊາດບໍ່ມີຍື່ນມືເຂົ້າມາເພື່ອອາ

ສາຊ່ວຍໃຫ້ວິກິດຂອງຄອບຄົວຜູ່ກ່ຽວຜ່ານໄປໄດ້. ຖ້າແມ່ນຜູ່ຂ້າຈະບໍ່ເຮັດຄືຜູ່ກ່ຽວ ຈະແບກປືນ

ເຊກາເຊໄປຈໍ້ຍິງປາກຂອງບັກຈູມກັບທອງສິງທີ່ພວກມັນພາກັນອອກມາອ້າປາກກະກາດແບບ

ກົງກັນຂ້າມກັບຄວາມເປັນຈິງທີ່ວ່າ ປະເທດລາວຈເຣີນແລະຫລຸດພົ້ນຈາກການເປັນປະເທດດ້ອຍ

ພັທະນາແລ້ວ ແລະ ປະຊາຊົນໄດ້ພົ້ນຈາກຄວາມທຸກຍາກແລ້ວ.



__________________
Anonymous

Date:
Permalink   
 

ກອງຫລອນບ້ານ ດຽວນີ້ ເອົາແຕ່ຢາກເອົາ ສ່ວນຫລາຍ ມີແຕ່ຄົນບໍ່ເປັນຕາສະແຕກ

ໄວ້ລຼ້ນຕິດຢາ ກາເອົາມາເປັນກອງຫລອນ ຄົນຂີ້ເມົາ ກີນເຫລົ້າຕາງນ້ຳ ກາເອົາມາເປັນກອງຫລອນ

ເບີ່ງໂຕຈີງໂລດ ຄັນບໍ່ເຊື່ອຂ້ອຍ



__________________
Anonymous

Date:
ເກີດເຫດຍິງກັນ ເສຍຊີວິດ 7, ເຈັບສາຫັດ 2 ທີ່ເມືອງເຊໂປນ 18 ພະຈິກ 2015
Permalink   
 


08.jpg

ເຈັກແປະລົງສົ່ງເສີມ ປະຊາຊົນ ກະຊິກອນ ປູກໝາກເຜັດຂາຍສົ່ງອອກ

ຈາ່ຍຄ່າ ດາວທຽມ/ຣົດໄຟຄວາມໄວປານກາງ ໃຫ້ຈີນ

07.jpg06.jpg

 

 ດາວທຽມ 258 ລາ້ນໂລລາສະຫະລັດ                                         ຣົດໄຟ  6,5 ຕື້ໂດລາສະຫະລັດ



Attachments
__________________
Anonymous

Date:
RE: ເກີດເຫດຍິງກັນ ເສຍຊີວິດ 7, ເຈັບສາຫັດ 2 ທີ່ເມືອງເຊໂປນ 18 ພະຈິກ 2015
Permalink   
 


ມາຮອດມື້ນີ້ປະຊາຊົນສ່ວນຫຼາຍຍັງຄ່ອງຄາໃຈ ຖາມມີເສັ້ນທາງໄຟຟ້າເພື່ອເຮັດຫຍ້ງ? ສ້າງເງື່ອນໄຂໃຫ້ປະຊາຊົນຈີນເຂົ້າມາລາວ ຫຼາຍ ແລະສະດວກຂື້ນບໍ? ເປັນຫຍ້ງບໍ່ສ້າງເສັ້ນທາງດີດີໃຫ້ຄົນລາວດ້ວຍກັນກ່ອນ, ຜົນລະເມືອງລາວຈະໄດ້ຮັບຜົນປະໂຫຍດ ຫຍ້ງ? ຫຼືໄດ້ນຳໃຊ້ເສັ້ນທາງລົດໄຟຟ້າຈັກ % ຂອງຈຳນວນຜົນລະເມືອງທົ່ວປະເທດ? ຫຼື ຢາກໃຫ້ນຳເຂົ້າສີ້ນຄ້າຈາກຈີນເພີ່ມຂີື້ນບໍ? ສິ້ນຄ້າລະດັບຊາດເຮົາມີຫຍ້ງແດ່ທີ່ຈະສົ່ງອອກແມ່ນ ເບຍລາວບໍ? ຫວຽດນາມມີບໍລິສັດເບຍເຖີ່ງ 33 ແຫ່ງແລ້ວ, ຈີນລະມີເທົ່າໃດ?ແລ້ວສົ່ງອອກໄດ້ເທົ່າໃດ?ຂາດຂະເນລາຍຮັບຈະເສັ້ນທາງລົດໄຟຈະໄດ້ເທົ່າໃດ/ ປີ?ຈັກປີປະເທດລາວຈື່ງຈະຊຳລະແລ້ວໜີ້ສີນ?ເງິນລົງທຶນຝ່າຍລະ 40%ກ່ອນແຕ່ລາວ ຖືຮຸ້ນພຽງແຕ່ 30% ເວລາປັນຜົນ : ລາວໄດ້ພຽງແຕ່ 30%, ຈີນ 70%, ກຳໄລໜ້ອຍແທ້ ຍ້ອນຫຍ້ງຈື່ງຖືຮຸ້ນພຽງແຕ່ 30% ເອົາເງິນນີ້ໄປລົງທຶນຢ່າງອື່ນ ຫຼື ສ້າງທາງຢາງທົ່ວປະເທດລາວບໍ່ດີກ່ວາ ບໍ?40ປີແລ້ວຍັງໄປທາງດິນແດງຄື ເກົ່າ, ແມ່ນຢູ່ເຮົາມີທາງລົດໄຟຟ້າລະດັບສາກົນ ແຕ່ທາງຄົນ, ້ທາງໃຫ້ປະຊາຊົນລາວມີພຽງແຕ່ທາງຂີ້ຝຸ່ນ ແລະຍາມຝົນດຳນາກໍ່ໄດ້. ຫຼາຍເສັ້ນທາງຂອງແຕ່ລະແຂວງຢູ່ໃນລາວແຕ່ຍັງເປັນທາງຄືທາງໄປນາຄືເກົ່າ. ທ່ານໃດຕອບໄດ້ບັນດາຄຳຖາມແຕ່ລະຂໍ໊ຂ້າງເທີ່ງກະລະນາຕອບແດ່?



__________________
Anonymous

Date:
Permalink   
 

 

ໄປຂ້າເຮັດຫຍັງລູກເມຍ...!

ຄືບໍ່ໄປຂ້າ

ບັກຜີເຜດຈຸມມະລີ

ບັກຫ່າທອງສິງ

ບັກເຈັກຊາດສຸກອນ ສົມສະຫວາດ

ບັກຄວາຍໄຊສົມພອນ ລູກບັກແກວຫົວຂອດໄກຊົງ

ບັກສອນໄຊອີ່ວຽງທອງ ລູກ ບັກແກວສົບເວີເມືອງໂຂງ

ບັກຊຽງບຸນຍັງວໍຣະຈີດ

ມັນບໍຣິຫານປະເທດຊາດລົ້ມຈົມ

ເຮັດໃຫ້ປະຊາຊົນທຸກຍາກລຳບາກ

ທະຫານຕຳລວດຊ້າຣາຊການພັກລໍເບັ້ຍລ້ຽງກີນເປັນປີໆ

ພວກກູຄິດຮອດຝ່າຍພຣະຣາຊອາຍາຈັກລາວເດ

ຍາມສົງຄາມແທ້ໆ ບໍມີຈັກເຂື່ອນ

ແຕ່ ຂ້າຣາຊການທະຫານຕຳລວດ ນາຍຄູນາຍຫມໍໄດ້ຮັບເງີນເດືອນກ່ອນວັນທີ່ 30ທຸກໆເດືອນ ຈົນຮອດ ເດືອນ11ປີ 1975

ໂຄດແມ່ສຸ ພາກັນຫອບໂຄດຫອບວົງສຸລົງຈາກອຳນາດເຖື່ອນສຸໄດ້ແລ້ວ

ໂຄດແມ່ສຸ ພາກັນຫອບໂຄດຫອບວົງສຸລົງຈາກອຳນາດເຖື່ອນສຸໄດ້ແລ້ວ

ໂຄດແມ່ສຸ ພາກັນຫອບໂຄດຫອບວົງສຸລົງຈາກອຳນາດເຖື່ອນສຸໄດ້ແລ້ວ

 



__________________
Page 1 of 1  sorted by
 
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard