ລາວໂຮມລາວ ເພື່ອປະຊາທິປະໄຕ

Members Login
Username 
 
Password 
    Remember Me  
Post Info TOPIC: ເບັ້ຽລ້ຽງຝຶກຊ້ອມສວນສນາມ ຖືກຕັດ
Anonymous

Date:
ເບັ້ຽລ້ຽງຝຶກຊ້ອມສວນສນາມ ຖືກຕັດ
Permalink   
 


10360364_642803022488691_1141043223712445922_n.jpg?oh=81671fd9260e7de5359a4a720c3f73de&oe=56B540FC1623685_645217392247254_6872654631645772428_n.jpg?oh=a071cf71f65769441139184cc2710314&oe=56CC95E21509006_645217342247259_1723802087989080876_n.jpg?oh=f500b7f018c2ed5cc8eda3440e0c61f1&oe=56C1A6A4

ມີ ຣາຍງານ ວ່າ ກອງ ທະຫານ ແລະ ຄນະນັກຮຽນ ທີ່ ໄປຊ້ອມ ສະແດງ ການເດີນ ສວນສະໜາມ, ໄດ້ຮັບເງິນ ຄ່າກິນເຂົ້າ ພຽງແຕ່ 15 ພັນກີບ ຕໍ່ມື້ ແທນທີ່ ຈະເປັນ 30 ພັນກີບ ຕາມທີ່ ຄນະອະນຸ ກັມມະການ ແຈ້ງອອກ ນັ້ນ.

ນາຍ ທະຫານ ທ່ານນຶ່ງ ຜູ້ທີ່ຂໍ ສະຫງວນຊື່ ໄດ້ກ່າວຕໍ່ ເອເຊັຽ ເສຣີ ວ່າ ຢາກໃຫ້ ເຈົ້າໜ້າທີ່ ຢູ່ ໃນຄນະ ອະນຸ ກັມມະການ ມາກວດສອບ ຫາຄວາມຈິງ ເບິ່ງວ່າ ແມ່ນ ໜ່ວຍງານ ໃດ ເປັນຜູ້ ຕັດເງິນ ນັ້ນ. ແຕ່ຈົນ ມາເຖິງ ປັດຈຸບັນ ກໍ ຍັງບໍ່ເຫັນ ມີ ເຈົ້າໜ້າທີ່ ທີ່ ຮັບຜິດຊອບ ທ່ານໃດ ອອກມາ ຊີ້ແຈງ ຣາຍລະອຽດ ກ່ຽວກັບ ເຣື້ອງນີ້.

ໃນການ ຊ້ອມ ເດີນ ສວນສະໜາມ ຄັ້ງນີ້ ຣັຖບານ ລາວ ໄດ້ ມີຄໍາສັ່ງ ອອກມາ ເມື່ອ ເດືອນ ກໍຣະກະດາ ຊຶ່ງ ໃນເບື້ອງຕົ້ນ ແມ່ນ ຈະຈ່າຍ ຄ່າກິນເຂົ້າ ໃຫ້ຜູ້ນຶ່ງ 50 ພັນກີບ ຕໍ່ມື້. ອີງຕາມ ການ ອະນຸມັດ ຂອງ ຄນະອະນຸ ກັມມະການ, ແຕ່ ກະຊວງ ການເງິນ ຈ່າຍໃຫ້ ພຽງແຕ່ 30 ພັນກີບ ຕໍ່ມື້ ເນື່ອງຈາກ ມີບັນຫາ ທາງດ້ານ ການເງິນ.

ສ່ວນ ພະນັກງານ ກະຊວງ ໂຍທາ ທິການ ແລະ ຂົນສົ່ງ 400 ກວ່າຄົນ ແລະ ກະຊວງ ອື່ນໆ ທີ່ ຈະໄປຮ່ວມ ເດີນ ສວນສະໜາມ ນັ້ນ ຕ້ອງໄດ້ ຕັດເຄື່ອງແບບ ສະເພາະ ຊຶ່ງ ຄ່າໃຊ້ຈ່າຍ ນັ້ນ ແມ່ນມອບໃຫ້ ບໍຣິສັດ ຣັຖວິສາຫະກິດ ການບິນລາວ, ບໍຣິສັດ ທາງເລກ 8, ບໍຣິສັດ ວິສາຫະກິດ ບໍຣິການ ຄົມມະນາຄົມ ແລະ ບໍຣິສັດ ກໍ່ສ້າງ ຄົມມະນາຄົມ ເປັນຜູ້ ຮັບຜິດຊອບ.

ນອກຈາກນີ້ ຄ່າໃຊ້ຈ່າຍ ສໍາລັບ ແສງ ສີ ສຽງ ເພື່ອ ຮັບໃຊ້ ໃນງານ ແມ່ນ 1 ລ້ານ ໂດລາ ສະຫະຣັຖ, ຄ່າ ດອກໄມ້ ໄຟ ທີ່ ຈະມາຈູດ ໃນງານ ແມ່ນ 1 ລ້ານ ໂດລາ. ມີຄົນລາວ ຈໍານວນ ນຶ່ງ ເຫັນວ່າ ການໃຊ້ເງິນ ມາຈັດງານ ແບບນີ້ ມັນເປັນການ ສິ້ນເປືອງ ຍ້ອນວ່າ ປະເທດ ລາວ ກໍາລັງ ປະສົບ ບັນຫາ ທາງດ້ານ ການເງິນ ແລະ ຍັງທຸກຍາກ ຢູ່.



__________________
Anonymous

Date:
Permalink   
 

ຄູຣ ອາສາສະໝັກໂຮງຮຽນປະຖົມບ້ານປາກຊາວ ຢຸດການສອນຫລັງບໍ່ໄດ້ຮັບການບັນຈຸເປັນລັດຖະກອນ

11224524_1080687298629608_6970206096634107916_n.jpg?oh=003fa3d15f10921adc18abd19428b505&oe=56F95C97

 

ຄູຣ ສອນອາສາສະໝັກຢູ່ໂຮງຮຽນປະຖົມບ້ານປາກຊາວ ເມືອງໝື່ນ ແຂວງວຽງຈັນ ໄດ້ພາກັນຢຸດເຊົາການສອນໜັງສືໃຫ້ເດັກນ້ອຍນັກຮຽນຢູ່ໂຮງຮຽນດັ່ງກ່າວມາໄດ້ອາທິດໜຶ່ງແລ້ວ, ພາຍຫລັງສິດສອນມາຫລາຍປີ, ແຕ່ຍັງບໍ່ໄດ້ຮັບການບັນຈຸເຂົ້າເປັນພະນັກງານລັດຖະກອນ.ປັດຈຸບັນມີເດັກນ້ອຍນັກຮຽນຈໍານວນບໍ່ໜ້ອຍຢູ່ບ້ານດັ່ງກ່າວແມ່ນບໍ່ໄດ້ໄປໂຮງຮຽນຍ້ອນບໍ່ມີຄູສອນ.

ຕໍ່ບັນຫາດັ່ງກ່າວ, ທ່ານຫົວໜ້າກົມຈັດຕັ້ງກະຊວງສຶກສາທິການ ແລະ ກິລາກໍໄດ້ອອກມາຊີ້ແຈງຕໍ່ນັກຂ່າວພວກເຮົາໃນວັນທີ 18 ພະຈິກນີ້ວ່າ: ສໍາລັບການຈັດສັນຕົວເລກລັດຖະກອນໃໝ່ຂອງຂະແໜງສຶກສາທິການ ແລະ ກິລາໃນສົກປີ 2015-2016 ແມ່ນປະຕິບັດຕາມຂໍ້ຕົກລົງຂອງນາຍົກລັດຖະມົນຕີວ່າດ້ວຍການອະນຸມັດຈໍານວນຕົວເລກລັດຖະກອນໃໝ່ໃນສົກງົບປະມານ 2015-2016 ແລະ ຄໍາແນະນໍາຂອງລັດຖະມົນຕີວ່າການກະຊວງສຶກສາທິການ ແລະ ກິລາ, ໂດຍການຮັບ ແລະ ບັນຈຸຕ້ອງຈັດສັນຕາມບູລິມະສິດຄື:(1) ຄູຣ ອະນຸບານໃຫ້ຮັບ ແລະ ບັນຈຸສະເພາະຄູຣສອນ ປ.ກຽມ ສໍາລັບບ່ອນທີ່ບໍ່ມີໂຮງຮຽນອະນຸບານ ແລະ ໂຮງຮຽນອະນຸບານທີ່ສ້າງຕັ້ງຂຶ້ນໃໝ່.(2) ຄູຣປະຖົມໃຫ້ຮັບ ແລະ ບັນຈຸສະເພາະຜູ້ທີ່ເປັນຄູຣອາສາສະໝັກມາໄດ້ 2-3 ປີສໍາລັບຜູ້ທີ່ສອນດີ, ສອນເກັ່ງ ແລະ ມີຄຸນສົມບັດດີ. (3) ຄູຣສອນມັດທະຍົມຕອນຕົ້ນ ແລະ ຕອນປາຍບັນຈຸສະເພາະຄູຣວິຊາເຄມີ, ຟີຊິກ, ຊີວະ, ໄອທີ, ສີລະປະ, ພາລະ ແລະ ວິຊາຊີບເປັນຕົ້ນຕໍ, ໂດຍຜ່ານການຄັດເລືອກຈາກທ້ອງຖິ່ນ ແລະ ສອບເສັງຕາມລະບຽບຫລັກການ ແລະ ຖ້າທ້ອງຖິ່ນໃດຫາກບໍ່ປະຕິບັດຕາມຂໍ້ຕົກລົງ ແລະ ຄໍາແນະນໍາດັ່ງກ່າວກໍຈະໄດ້ມີການກວດກາ ແລະ ດໍາເນີນມາດຕະການຢ່າງເຂັ້ມງວດ.ແຕ່ແນວໃດກໍຕາມ, ກໍເປັນທີ່ໜ້າເສຍດາຍທີ່ມີກໍລະນີດັ່ງກ່າວເກີດຂຶ້ນ, ເຊິ່ງມັນໄດ້ສົ່ງຜົນກະທົບຕໍ່ການຮຽນ-ການສອນໃຫ້ແກ່ເດັກນ້ອຍທີ່ເປັນອະນາຄົດຂອງຊາດຢູ່ທ້ອງຖິ່ນດັ່ງກ່າວ. ໂດຍກະຊວງສຶກສາທິການ ແລະ ກິລາຈະໄດ້ປະສານສົມທົບກັບພະແນກສຶກສາທິການ ແລະ ກິລາແຂວງດັ່ງກ່າວ, ເພື່ອກວດກາກໍລະນີທິ່ເກີດຂຶ້ນ ແລະ ຊອກວິທີແກ້ໄຂໃຫ້ທ່ວງທັນ ແລະ ຍຸຕິທໍາ.



__________________
Anonymous

Date:
Permalink   
 

ເປັນຕາເຫັນອົກເຫັນໃຈ, ລູກຊາວໄຮ່ຊາວນາຄືໄທເຮົາເຈົ້າຂ້ອຍ ສ່ວນຫລາຍບໍ່ເລືອກທາງສາຍລັດ ກະຍ້ອນມັນເປັນແນວນີ້ແຫລະ ເລືອກເອກະຊົນຍັງສະບາຍໃຈກວ່າ

ພໍໃຈກະເຮັດ ບໍ່ພໍໃຈກະຊອກເຮັດບ່ອນໃຫມ່; ເຮັດນຳລັດເຖິງຊິພໍໃຈຫລືບໍກະຄືວ່າຫັ້ນແຫລະ “ຊິເວົ້າກະບໍ່ໄດ້ ຊິໄອກະບໍ່ດັງ”.

ຄັນວ່ານາມສະກຸນບໍ່ໃຫຍ່ ຫລື ເງິນບໍ່ຫນາ ກະຄືຊິບໍ່ໄດ້ເຮັດ ,ບໍ່ກ້າວຫນ້າ.



__________________
Anonymous

Date:
Permalink   
 

ພໍພິທີແລ້ວ ຄົງຈະໄດ້ຜູ້ລະ 5000 ກີບ...ພໍໄດ້ຊື້ໄມ້ຈີ້ມແຂ້ວຄົນລະອັນ



__________________
Anonymous

Date:
Permalink   
 

1623685_645217392247254_6872654631645772428_n.jpg?oh=a071cf71f65769441139184cc2710314&oe=56CC95E2

ຂ້ອຍໄປຊອ້ມເດີນສະໜາມນຳເພີ່ນ ຈົນເຫື່ອຫຳອອກ ເງີນເພີ່ນໃຫ້ຍັງບໍ່ພໍຊື້ນ້ຳດື່ມ



__________________
Anonymous

Date:
Permalink   
 

ເງິນກະໄປຢືມເຂົາມາເຮັດ ແລ້ວກະຕົ້ມ ປຊຊ ໃຫ້ມາຮ້ອງໂຮ່ວ່າພວກມັນດີ...  

ເພາະມັນຢາກໄດ້ຫນ້າ ໃຫ້ໃຫຍ່ທໍ່ໂຄດຝາຕີນ.

ນັກຂ່າວຈາກທົ່ວໂລກຈະໄດ້ເຫັນຄັກໆວ່າ ປຊຊ ໄດ້ພາກັນອອກມາ

ແລ້ວຈະໄດ້ມີໂອກາດແລ່ນໄປບີບຫຳພວກຊາດຊົ່ວທີ່ມານັ່ງວ່າງທ່າຢູ່ນຳແຖວໆນັ້ນ.



__________________
Anonymous

Date:
Permalink   
 

ພວກ​ຂີ້​ຂ້າ​ແກວ​ແດງ​ພາ​ກັນ​ມາ​ຮ້ອງ​ໂຮ​ພວກ​ແກວ​ກືນ​ກິນ

ປະ​ເທດ​ໂຕ​ເອງ​ແທ້ໆ​ບໍ່​ຮູ້​ເລີຍ ​ມີ​ອາ​ວຸດ​ໃນ​ມື​ແທ້ໆ​ແຕ່​ກາຍ​ເປັນ

ຄົນ​ຂີ້​ຂ້າ​ຕາ​ຂາວ​ບໍ່​ຮູ້​ເລີຍ​ວ່າ​ລາວ​ຈະ​ຊິ້ນ​ຊາດ​ໂອຍ​ນໍ​ເວນ​ກຳ​ເວນ​ກຳ



__________________
Page 1 of 1  sorted by
 
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard