ລາວໂຮມລາວ ເພື່ອປະຊາທິປະໄຕ

Members Login
Username 
 
Password 
    Remember Me  
Post Info TOPIC: 40 ປີຊາວລາວສ່ວນຫຼາຍ ທົນທຸກ
Anonymous

Date:
40 ປີຊາວລາວສ່ວນຫຼາຍ ທົນທຸກ
Permalink   
 


40 ປີຊາວລາວສ່ວນຫຼາຍ ທົນທຸກ

428de4fb-27ee-4e01-8db6-f768988d96ee.jpeg12311047_10205253792055375_3844795088898544431_n.jpg?oh=821e8c5787d1ecfd8f19ed3775c8df5f&oe=56E334C412239210_10205253796095476_6288148717636117181_o.jpg

 40 ປີ ຜ່ານມາ ເທົ່າເຖິງ ປັດຈຸບັນ ຣັຖບານ ລາວ ມີເປົ້າຫມາຍ ໃນການ ພັທນາ ເສຖກິດ ສັງຄົມ ດ້ວຍການ ໃຫ້ ສຳປະທານ ທີ່ດິນ ແລະ ຊັພຍາກອນ ທັມມະຊາດ ໃຫ້ ແກ່ ນັກລົງທຶນ ຕ່າງຊາດ ຍ້ອນວ່າ ລາວ ບໍ່ມີທຶນ ໃນ ການພັທນາ ເພື່ອໃຫ້ ຄົນລາວ ຫລຸດພົ້ນ ຈາກຄວາມ ທຸກຍາກ ໃນປີ 2020 ດັ່ງ ການສ້າງ ເຂື່ອນ ໄຟຟ້າ ການຂຸດ ຄົ້ນ ແຮ່ທາດ ການປູກ ຕົ້ນໄມ້ ເສຖກິດ ແລະ ການສ້າງ ເຂດ ເສຖກິດ ພິເສດ ຫລື ເຂດ ເສຖກິດ ສເພາະ ຫຼາຍແຫ່ງ ໃນລາວ.

ການພັທນາ ຂອງ ຣັຖບານ ໄດ້ ສົ່ງ ຜົລກະທົບ ຕໍ່ ສະພາບ ແວດລ້ອມ ແລະ ວິຖິຊີວິດ ຂອງ ປະຊາຊົນ ທ້ອງຖິ່ນ ຢ່າງ ໃຫຽ່ຫຼວງ ປະຊາຊົນ ຫຼາຍພັນ ຄອບຄົວ ຖືກ ໂຍກຍ້າຍ ຈາກ ບ່ອນຢູ່ອາສັຍ ຍ້ອນ ໂຄງການ ພັທນາ ດັ່ງກ່າວ ຂອງ ຣັຖບານ ແລະ ເທົ່າເຖິງ ປັດຈຸບັນ ບາງ ຄອບຄົວ ຍັງຂາດ ບ່ອນຢູ່ ອາສັຍ ຂາດ ທີ່ດິນ ທຳມາ ຫາກິນ ແລະ ຍັງ ບໍ່ສາມາດ ຕັ້ງຕົວໄດ້ ກໍມີ.

ໂຄງການ ສ້າງເຂື່ອນ ທີ່ ສົ່ງ ຜົລກະທົບ ຕໍ່ ປະຊາຊົນ ທ້ອງຖິ່ນ ກໍມີ ເຂື່ອນ ໄຊຍະບູຣີ ປະຊາຊົນ ກວ່າ  2 ແສນ ຄົນ ທີ່ອາສັຍ ການທຳມາ ຫາກິນ ຕາມລຳ ແມ່ນ້ຳຂອງ ຂ້າງເທິງ ແລະ ຂ້າງລຸ່ມ ເຂື່ອນ ຈະໄດ້ຮັບ ຜົລກະທົບ. ຊາວບ້ານ ຢ່າງຫນ້ອຍ ກວ່າ 2 ພັນ ຄົນ ໃນ ຈຳນວນ ກວ່າ 10 ບ້ານ ຈະຖືກ ໂຍກບ້າຍ.

ເຂື່ອນ ປາກແບງ ຖ້າມີການ ສ້າງ ຈະ ສົ່ງຜົລ ກະທົບ ຕໍ່ ປະຊາຊົນ ຢ່າງຫນ້ອຍ ກວ່າ 1 ແສນ ຄົນ ທີ່ອາສັຍ ຢູ່ຕາມລຳ ແມ່ນ້ຳ ໃກ້ເຂດ ດັ່ງກ່າວ ຂ້າງເທິງ ແລະ ຂ້າງລຸ່ມ, ໃນ ຈຳນວນ 10 ກວ່າ ບ້ານ ແລະ ປະຊາຊົນ ຢ່າງນ້ອຍ 5 ພັນ ຄົນ ຈະຖືກ ໂຍກຍ້າຍ ເຂື່ອນ ນ້ຳເທີນ 2 ທີ່ ສ້າງແລ້ວ ໄດ້ໂຍກຍ້າຍ ປະຊາຊົນ ຢ່າງຫນ້ອຍ 6 ພັນ ຄົນ ສົ່ງ ຜົລກະທົບ ຕໍ່ ປະຊາຊົນ ໃນເຂດລຸ່ມ ນ້ຳ ເຊບັ້ງໄຟ ກວ່າ 1 ແສນ ຄົນ ແຕ່ ບໍຣິສັດ ນ້ຳເທີນ ເບິ່ງແຍງ ຊາວບ້ານ ເປັນຢ່າງດີ.

ນອກຈາກນັ້ນ ກໍຍັງມີ ອີກຫຼາຍ ເຂື່ອນ.ໃນເຂດ ພາກກາງ ນອກຈາກ ເຂື່ອນ ນ້ຳເທີນ ສອງ ແລ້ວ ກໍຍັງມີ ເຂື່ອນ ເທີນຫີນບູນ ແລະ ເຂື່ອນ ເລັກ ເຂື່ອນ ນ້ອຍ ຫຼາຍເຂື່ອນ.

ທາງພາກ ໃຕ້ ກໍມີ ເຂື່ອນ ດອນສະໂຮງ ປະຊາຊົນ 13 ບ້ານ ຈະຖືກ ໂຍກຍ້າຍ ເທົ່າເຖິງ ປັດຈຸບັນ ຍັງບໍ່ໄດ້ ຮັບຄ່າ ຊົດເຊີຍ ເທື່ອ. ດັ່ງ ຊາວບ້ານ ທ່ານນຶ່ງ ກ່າວຕໍ່ ເອເຊັຽ ເສຣີ ໃນວັນທີ 24 ເດືອນ ພຶສຈິກາ ປີ 2015 ວ່າ: --ສຽງ--



__________________
Anonymous

Date:
Permalink   
 

ລາວບໍ່ມີຄວາມພ້ອມສໍາລັບ AEC

image

 

ເຈົ້າຫນ້າທີ່ ຈາກ ອົງການ ຈັດຕັ້ງ ທາງສັງຄົມ ຜູ້ ທີ່ ບໍ່ປະສົງ ອອກຊື່ ທ່ານນຶ່ງ ກ່າວຕໍ່ ເອເຊັຽ ເສຣີ ວ່າ ປະເທດ ລາວ ຍັງບໍ່ ພຽບພ້ອມ ຫຼາຍຢ່າງ ໃນການ ເຂົ້າສູ່ ປະຊາຄົມ ເສຖກິດ ອາຊຽນ ໃນ ທ້າຍປີນີ້ ດັ່ງດ້ານ ຝີມື ແຮງງານ ການ ກໍ່ສ້າງ ໂຄງຮ່າງ ພື້ນຖານ ທາງດ້ານ ເສຖກິດ ແລະ ການຄົມມະນາຄົມ ຂົນສົ່ງ ຮ່ວມທັງ ບຸກຄຣາກອນ ຜູ້ທີ່ມີ ຄວາມສຳພາດ ໃນການ ບໍຣິຫານ ຈັດການ. ດັ່ງ ທ່ານກ່າວ ໃນ ຕອນນຶ່ງວ່າ:

"ແຮງງານ ທີ່ ມີສີມື ກໍຍັງມີ ຫນ້ອຍ ການຕຽມ ຄວາມພ້ອມ ປັບປຸງ  ສ້າງ ບຸກຄຣາກອນ ດ້ານນີ້ ບໍ່ທັນ ເປັນຕົວ ເປັນຕົນ ດ້ານອື່ນ ໂດຍສະເພາະ ແມ່ນ ໂຄງລ່າງ ພື້ນຖານ ຖືວ່າຍັງ ບໍ່ທັນຫຼາຍ ຖາມວ່າ ເພິ່ນ ປັບປຸງບໍ ໃນຣະຍະ ຜ່ານມາ ກໍປັບປຸງ ຢູ່ ຫາກແຕ່ວ່າ ມັນຍັງ ບໍ່ທັນດີພໍ ເນາະ".

ທ່ານກ່າວ ຕື່ມວ່າ ນອກຈາກ ນີ້ ຍັງມີ ນະໂຍບາຍ ເຣື້ອງການ ປັບຄ່າ ພາສີ ການນຳເຂົ້າ ໃຫ້ເປັນ ສູນ ຫລື ບໍ່ເກັບ ພາສີ ເລີຍ ໃນບາງ ສິນຄ້າ ທີ່ ທຸກປະເທດ ອາຊຽນ ຕ້ອງ ປະຕິບັດ ແບບດຽວກັນ ສ້າງຄວາມ ເປັນຫ່ວງ ໃຫ້ແກ່ ຣັຖບານ ລາວ ຍ້ອນວ່າ ຣັຖບານ ລາວ ຍັງຂາດ ງົປມານ ຢູ່ ແລະ ບໍ່ມີ ແຫລ່ງລາຍໄດ້ ອື່ນ ມາທົດແທນ. ທ່ານວ່າ ຍັງເຫລືອ ເວລາ ອີກນື່ງ ເດືອນ ທີ່ ປະຊາຄົມ ເສຖກິດ ອາຊຽນ ຈະເຂົ້າຮ່ວມ ກຸ່ມກັນ ຢ່າງ ເປັນທາງການ ຣັຖບານ ລາວ ຄົງຈະ ກະຕຽມ ບໍ່ທັນ ທ່ານກ່າວ ເພີ້ມວ່າ:

"ພັກ ຣັຖບານ ຂອງລາວ ເຮົາຖືວ່າ ຍັງບໍ່ທັນ ກະກຽມ ທີ່ ຈະຮັບມື ກັບບັນດາ ກິຈກັມ ຕ່າງໆ ເມື່ອເຂົ້າເປັນ ເອອີຊີ ແລ້ວ ໂດຍສະເພາະ ການຫລຸດຜ່ອນ ອັກຕຣາ ພາສີ ເປັນ ສູນໜິ ໃນແຕ່ລະ ສິນຄ້າ ແຕ່ລະຢ່າງ ຕົວນີ້ຄິດວ່າ ສປປລາວ ຍັງມີບັນຫາ ຫຼາຍຢູ່ ທີ່ ຈະບໍ່ມີ ຣາຍໄດ້ ຈາກພາສີ ທີ່ ເປັນ ສູນ".

ບັນດາ 10 ປະເທດ ສະມາຊິກ ອາຊຽນ ຈະເຂົ້າກຸ່ມ ເປັນ ປະຊາຄົມ ເສຖກິດ ອາຊຽນ ຢ່າງ ເປັນທາງການ ໃນ ວັນທີ 31 ທັນວາ ປີນີ້ ແລະ ໃນຂນະ ດຽວກັນ ສປປລາວ ກໍຈະເປັນ ປະທານ ວຽນ ອາຊຽນ ພ້ອມກັນ ໃນປີ 2016 ສືບທອດ ຈາກ ມາເລເຊັຽ.



__________________
Anonymous

Date:
Permalink   
 

 

ແຕ່ກໍ່ມີຊາວລາວຈຳນວນ 1 ລືມຄວາມເຈັບປວດກັບໄປແກ້ຄວາມເວົ້າຂອງຕົນທີ່ເຄີຍຮ້ອງ

 ໃຫ້ໃສ່ອົງການສະຫະປະຊາຊາດກໍ່ຄືປະເທດທີ່ຮັບເອົາພວກເຂົາໄປຕັ້ງຖິ່ນຖານໂດຽວ່າພວກ

 ຕົນຖືກພວກປະເທດລາວຄອມມິວນິດໃນເມື່ອກ່ອນກໍ່ຄືກຸ່ມກຳອຳນາດຜເດັດການໃນລາວ

 ປະຈຸບັນບີບບີສີໄຟຈະດັບຊີວິດຂອງພວກຕົນຄືແນວນີ້ຈຶ່ງໄດ້ເອົາຕົວເຕັ້ນໂຕນໂຍນໜີອອກ

 ຈາກປະເທດເມື່ອ 40 ປີກ່ອນ.ມາບາດນີກັບໄປສະດຸດດີພວກທີ່ຕົນຖືວ່າພວກເຂົາຄືຄົນ

 ຈະເອົາຊີວິດຕົນ,ຖືເປັນຄົນວິເສດປີຊາສາມາດປົດປ່ອຍປະເທດຊາດ ແລະ ໃຫ້ປະເທດຊາດ

 ຈະເລີນຊີວິໄລເຮືອນຊານບ້ານຊອ່ງຂື້ນປາດດອກເຫັດ.ແຕ່ເຂົາພັດລືມເວົ້າ ຫຼື ບໍ່ກ້າເວົ້າວ່າ

 ຜົນທີ່ເຂົາກາຍມາເປັນອົພຍົກເສຍດິນດອນເຮືອນສານທີ່ຕົນເຄີຍສ້າງສາມານັ້ນມັນເປັນ

 ຍ້ອນໃຜ?ບໍ່ແມ່ນຕິວ່າເປັນຍ້ອນຢາກນຳເຈົ້າບຸນອູ້ມ,ພະນະທ່ານຜຸຍມາຕ່າງປະເທດ.

 ບໍ່ກ້າເວົ້າວ່າ 40 ປີ ປ່າໄມ້ທີ່ປົກຄຸ້ມປະເທດລາວດັບກ້ຽງ,ບໍ່ແຮ່ຕ່າງໆຖືກຂຸດຄົ້ນ,ດິນດອນຕ່ອນ

 ຫຍ້າບໍ່ວ່າຂອງພາກສ່ວນປະຊາຊົນທີ່ເຄີຍນຳໄຊ້ມາແຕ່ປູ່ຍ່າຕາຍາຍຖືກບັງຄັບເອົາໄປໃຫ້ບໍລິສັດ

 ຕ່າງດ້າວນຳໄຊ້.ເຮັດໃຫ້ປະຊາຊົນທຸກຕື່ມຂື້ນ.

 ຖ້າວ່າແນ່ຈິ່ງໜັ້ນໃຈຕໍ່ການນຳລາວວ່າດີວ່າເດັ່ນກໍ່ລອງເອົາຄວາມຈິງນີ້ໄປເວົ້າກັບ

 ເຂົາໃຫ້ປະຊາຊົນລາວທີໜີມາພ້ອມກັນກັບພວກທ່ານເຊື່ອໜັ້ນພວກທ່ານເບິ່ງເປັນຫັຽງ!!

ເບິ່ງໂສມໜ້າພວກດັ່ງກ່າວໄດ້ທີ່ນີ້:http://kpl.gov.la/detail.aspx?id=8458



__________________
Anonymous

Date:
Permalink   
 

ຕໍ່(ຄົນລາວຈຳນວນ 1)

ນອກຈາກນີ້ທາງການລາວຂອງສະພາແຫ່ງຊາດກໍ່ຜັດປ່ຽນມາຫຼີ້ນສາກລະຄອນດຽວກັນກັບ

ຂອງແນວລາວສ້າງຊາດສະໄໝທ່ານສີສະຫວາດ ແກ້ວບຸນພັນ ປະດັບຫຼຽນຍ້ອງໄຊ້ໃຫ້ພວກ

ຄົນລາວທີ່ມີທັສນະ ແລະ ບຸຄລິກຄ້າງຄຽງກັນກັບພວກຄົນລາວຂ້າງເທິງນີ້.

ຂໍຍົກຄຳເວົ້າບາງສ່ວນມາໃຫ້ເຫັນ, ເພິ່ນວ່າ:

"ພັກ-ລັດຖະບານ ແລະ ສະພາ​ແຫ່ງ​ຊາດ ຍາມ​ໃດ​ກໍ​ຖື​ສະເໝີ​ວ່າ ພີ່ນ້ອງ​ຄົນເຊື້ອ​ຊາດ​ລາວ

ທີ່​ອາໄສ​ຢູ່​ຕ່າງປະເທດ ແມ່ນ​ພາກສ່ວນ​ໜຶ່ງ​ທີ່​ສຳຄັນ ເຊິ່ງ​ບໍ່​ສາມາດ​ຕັດ​ແຍກ​ອອກ​ຈາກ

ວົງ​ຄະນະ​ຍາດ​ແຫ່ງ​ຊາດ​ລາວ​ໄດ້​ເປັນ​ແຫຼ່ງ​ກຳລັງ​ແຮງ​ອັນ​ໜຶ່ງ​ໃນ​ການ​ສ້າງສາ​ພັດທະນາ​

ປະເທດ​ຊາດ ເປັນ​ຂົວ​ຕໍ່​ໃນ​ການ​ເປີດ​ກວ້າງ​ສາຍ​ພົວພັນ​ມິດຕະພາບ

ແລະ ການ​ຮ່ວມ​ມື​ກັບ​ຕ່າງປະເທດ ແລະ ອົງ​ການຈັດຕັ້ງ​ສາກົນ."

ຟັງແລ້ວກໍ່ໜ້າສັດທາ.ແຕ່ເບິ່ງກົດໝາຍເພິ່ນສ້າງກ່ຽວກັບການຮອງຮັບສິດຂອງຄົນ

ປະເດັນດັ່ງກ່າວ ແລະ ການປະຕິບັດຕໍ່ແມ່ນຜິດກັນປານຟ້າກັບດິນເຊັ່ນຕ້ອງມີທຶນ

ຫຼື ເງິນ ຫ້າແສນໂດລາສະຫະລັດເອີຍ,ບໍ່ມີສິດຖືກຳມະສິດທີ່ດິນເອີຍ

ກໍລະນີ ທ່ານສົມບັດ ສົມພອນ ເອີຍ ແລະ ຄົນອື່ນໆ

ທີ່ຫາຍສາບສູນ ຫຼື ຂັງລືມເອີຍດັ່ງນີ້ເປັນຕົ້ນ.

ເບິ່ງລາຍລະອຽດນໍ້າເຜີ້ງເດືອນ ຫ້າໄດ້ທີ່:

http://www.vientianemai.net/teen/khao/1/15174

 

 

 

 

 

 

 



__________________
Anonymous

Date:
Permalink   
 

01, ທ່ານ ຍົມມະລາ ບົວສະກາວ ຫົວໜ້າພະແນກຜ່າຕັດ ຢູ່ປະເທດຝຣັງ

02, ທ່ານນາງ ວິໄລພອນ ສະຫວັນ ພະນັກງານບຳນານ ຈາກລັດເວີຈີເນຍ ສະຫະລັດອາເມຣິກາ

03, ທ່ານນາງ ສີມະນີວັນ ພະນິທະວົງ ມາຈາກປະເທດຝຣັງ

ສາມຄົນນີ້ ເອົາຮູບພາບ ພວກມັນ ອອກມາໃຫ້ໄດ້ ເພື່ອວິຈານໃຫ້ຊາວໂລກຮູ້

------------------------------------------------------------------------------------------------------------------

ຄວາມຮູ້ສຶກຂອງຄົນເຊື້ອຊາດລາວ ຢູ່ ຕ່າງປະເທດຕໍ່ການມາຮ່ວມສະຫລອງ 40 ປີ ສປປ ລາວ

ຂປລ. ບັນດາຄົນເຊື້ອຊາດລາວຢູ່ຕ່າງປະເທດໄດ້ສະແດງຄວາມຮູ້ສຶກພາກພູມ​ໃຈ, ດີ​ໃຈ ທີ່ໄດ້ເດີນທາງມາຮ່ວມສະເຫລີມສະຫລອງວັນສະຖາປະນາ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຄົບຮອບ 40 ປີເຊິ່ງຫລາຍໆຄົນຕ່າງກໍມີທັດສະນະ ​ແລະ ຄວາມຄິດເຫັນຄ້າຍໆກັນວ່າ: ພາຍໃຕ້ການຊີ້ນ-ນຳພາ ຂອງພັກປະຊາຊົນ ປະຕິວັດລາວ ຕະຫລອດໄລຍະ 40 ປີ ຜ່ານ​ມານີ້ ສປປ ລາວ ​ໄດ້​ມີ​ການ​ພັດທະນາ ​ແລະ ສ້າງສາ​ປະ​ເທດຊາດ​ໃຫ້ມີຄວາມກ້າວໜ້າ ຫລາຍສົມຄວນໃນຫລາຍດ້ານເປັນຕົ້ນ ການພັດທະນາພື້ນຖານໂຄງລ່າງ, ຖະໜົນຫົນທາງ​ໄດ້ມີການພັດທະນາແລະ ປັບປຸງໃຫ້ດີຂຶ້ນ, ​ເສດຖະກິດມີການຂະຫຍາຍຕົວໄວ, ​ເຮືອນ​ຊານ​ບ້ານ​ຊ່ອງ ​ແລະ ການດຳລົງຊີວິດ ຂອງພໍ່ແມ່ປະຊາຊົນລາວ​ບັນດາ​ເຜົ່າ ມີບາດກ້າວອັນໃໝ່.

 ທ່ານ ຍົມມະລາ ບົວສະກາວ ຫົວໜ້າພະແນກຜ່າຕັດ ຢູ່ປະເທດຝຣັງ ໄດ້ໃຫ້ສຳພາດຕໍ່ສື່ມວນຊົນ ໃນໂອກາດເດີນທາງມາຮ່ວມງານສຳຄັນດັ່ງກ່າວ ວ່າ: ຕົນເອງມີຄວມຮູ້ສຶກພາກພູມໃຈແລະ ຂໍສະແດງຄວາມຍ້ອງຍໍຊົມເຊີຍ ທີ່ໄດ້ເຫັນປະເທດລາວ ມີຄວາມກ້າວໜ້າຫລາຍ​​ ເມື່ອທຽບໃສ່ກ່ອນໜ້ານີ້ 40 ປີ, ບ້ານເມືອງໃນປັດຈຸບັນ ມີຄວາມຈະເລີນ ຮຸ່ງເຮືອງ, ມີຄວາມສະຫງົບປອດໄພແລະ ​​ເປັນເທື່ອທຳອິດທີ່ໄດ້ມີໂອກາດ ເດີນທາງມາຮ່ວມງານສະເຫລີມສະຫລອງ ວັນສຳຄັນດັ່ງກ່າວ.

 ຂະນະດຽວກັນ ທ່ານນາງ ວິໄລພອນ ສະຫວັນ ພະນັກງານບຳນານ ຈາກລັດເວີຈີເນຍສະຫະລັດອາເມຣິກາ ກໍໄດ້ສະແດງຄວາມຮູ້ສຶກດີໃຈແລະ ພາບພູມໃຈ ທີ່ພັກ-ລັດຖະບານລາວ ບໍ່ລືມຄົນເຊື້ອຊາວລາວຢູ່ຕ່າງປະເທດ ບໍ່ລືມວ່າພວກເຮົາເປັນວົງສາຂະນະຍາດ ຄົນລາວດ້ວຍກັນ ທີ່ໄດ້ເຊີນພວກເຮົາມາຮ່ວມງາມ ທີ່ມີຄວາມໝາຍຄວາມສຳຄັນ​ໃນ​ຄັ້ງນີ້. ​ເມື່ອໄດ້ກັບຄືນມາຢ້ຽມຢາມ ບ້ານເກີດເມືອງນອນຂອງຕົນແລ້ວເຫັນວ່າ ມີຄວາມຈະເລີນກ້າວໜ້າຫລາຍເມືອທຽບໃສ່ໄລຍະທີ່ປະເທດຊາດ ຍັງບໍ່ທັນໄດ້ຮັບການປົດປ່ອຍ ອອກຈາກແອກປົກຄອງ ຂອງພວກລ່າເມືອງຂຶ້ນ ທັງແບບເກົ່າແລະໃໝ່.

 

 



__________________
Anonymous

Date:
Permalink   
 

 ທ່ານນາງ ສີມະນີວັນ ພະນິທະວົງມາຈາກປະເທດຝຣັງໄດ້ກວ່າວ່າ ຕົນເອງບໍ່ເຄີຍຄາດຄິດມາກ່ອນວ່າ ບ້ານເມືອງເຮົາຈະໄດ້ຮັບການພັດທະນາ​​ໄດ້ວ່ອງໄວປານນີ້ ຕະຫລອດໄລຍະ 30 ກວ່າປີມານີ້ ຕົນເອງໄດ້ມາຢ້ຽມຢາມບ້ານເກີດເມືອງນອນ ກໍຄື ສປປ ລາວນັບແຕ່ ປີ 1988 ​ເຊິ່ງມາແຕ່ລະປີກໍເຫັນວ່າມີການປ່ຽນແປງ ມາໂດຍຕະຫລອດເຮືອນຊານບ້ານຊ່ອງຂອງປະຊາຊົນ, ຖະໜົນຫົນທາງກໍໄດ້ຮັບການປັບປຸງປົວແປງ ໃຫ້ດີຂຶ້ນ​ເລື້ອຍໆ, ຄວາມຮູ້ຄວາມ​ສາມາດດ້ານພາສາຕ່າງປະເທດ ຂອງພະນັກງານ-ລັດຖະກອນ ກໍຄືຊາວໜຸ່ມ ແມ່ນສາມາເວົ້າເພື່ອຕ້ອນຮັບແຂກຕ່າງປະເທດ ໄດ້ຢ່າງສະດວກສະບາຍ ມີ​ຄວາມເອົາໃຈໃສ່ປະກອບສ່ວນ ໃນການສ້າງສາພັດທະນາປະເທດຊາດເພື່ອກຽມເຂົ້າສູ່ປະຊາຄົມອາຊຽນ. ການທີ່ໄດ້ຮັບກຽດມາເຂົ້າຮ່ວມງານໃນຄັ້ງນີ້ ຕົນເອງຮູ້ສຶກພາກພູມ​​ໃຈ​ ​ແລະ ກໍພູມ​ໃຈໃນຄວາມເປັນ​ເຊື້ອ​ຊາດລາວເຖິງ​ແມ່ນວ່າຈະດຳລົງຊີວິດຢູ່ຕ່າງປະເທດແຕ່ເຮົາກໍມີສາຍເລືອດຂອງຄົນລາວ, ​ໄປຢູ່ໃສ່ກໍບໍ່ໄດ້ປະຖິ້ມວັດທະນະທຳແລະ ຮີດຄອງປະເພນີອັນດີງາມຂອງຊາດລາວ ບໍໍ່ໄດ້ປ່ອຍປະລະເລີຍ ກ່ຽວກັບການນຸ່ງຫົ່ມ, ການຕ້ອນຮັບ-ພົບປະສັງສັນກັບຄົນລາວດ້ວຍກັນ.

ໃນໂອກາດດຽວກັນ, ບັນດາຄົນເຊື້ອຊາດລາວທີ່ຢູ່ຕ່າງປະເທດ ຕ່າງກໍໄດ້ອວຍໄຊໃຫ້ພອນ ບັນດາການນຳພັກ-ລັດຖະບານ ຈົ່ງມີສຸຂະພາບແຂງແຮງ ສືບຕໍ່ຊີ້ນຳ-ນຳພາ ​ໃນການສ້າງສາພັດທະນາປະເທດຊາດ ໃຫ້ຈະເລີນກ້າວໜ້າຂຶ້ນໄປເລື້ອຍໆ, ພ້ອມກັນນີ້ ຍັງໄດ້ຮຽກຮ້ອງ​​ໃຫ້ຄົນເຊື້ອຊາດ ​ລາວທີ່​ດຳລົງ​ຊີວິດ​ຢູ່​ຕ່າງປະ​ເທດ ບໍ່​ວ່າ​ຈະ​ຢູ່​ປະ​ເທດ​ໃດ​ກໍ​ຕາມ ຈົ່ງ​ໄດ້​ພາກັນ​ກັບ​ມາຢ້ຽມຢາມ ​ບ້ານ​ເກີດ​ເມືອງ​ນອນ​ທີ່​​ແສນ​ຮັກ​ຂອງ​ຕົນ, ມາ​ເບິ່ງ​ວ່າ​ບ້ານ​ເມືອງ​ເຮົາ​ມີ​ການ​ພັດທະນາ​ຢ່າງ​ໄວວາ, ຖ້າ​ຜູ້​ໃດ​ມີ​ເງື່ອນ​ໄຂ​ ​ແລະ ມີ​ຄວາມ​ຮູ້​ຄວາມ​ສາມາດ​ໃນ​ດ້ານ​ຕ່າງໆ​ ກໍ​ຈົ່ງ​ມາ​ຊ່ວຍ​ສ້າງສາ​ພັດທະນາ ປະ​ເທດສາທາລະນະ​ລັດ ປະຊາທິປະ​ໄຕ ປະຊາຊົນ​ລາວ​ຂອງ​ພວກ​ເຮົາ ​ໃຫ້​ຈະ​ເລີນຮຸ່ງ​ເຮືອງ ທຽບ​ເທົ່າ​ກັບ​ສາກົນ.



__________________
Anonymous

Date:
Permalink   
 

Anonymous wrote:

01, ທ່ານ ຍົມມະລາ ບົວສະກາວ ຫົວໜ້າພະແນກຜ່າຕັດ ຢູ່ປະເທດຝຣັງ

02, ທ່ານນາງ ວິໄລພອນ ສະຫວັນ ພະນັກງານບຳນານ ຈາກລັດເວີຈີເນຍ ສະຫະລັດອາເມຣິກາ

03, ທ່ານນາງ ສີມະນີວັນ ພະນິທະວົງ ມາຈາກປະເທດຝຣັງ

ສາມຄົນນີ້ ເອົາຮູບພາບ ພວກມັນ ອອກມາໃຫ້ໄດ້ ເພື່ອວິຈານໃຫ້ຊາວໂລກຮູ້

------------------------------------------------------------------------------------------------------------------

ຄວາມຮູ້ສຶກຂອງຄົນເຊື້ອຊາດລາວ ຢູ່ ຕ່າງປະເທດຕໍ່ການມາຮ່ວມສະຫລອງ 40 ປີ ສປປ ລາວ

ຂປລ. ບັນດາຄົນເຊື້ອຊາດລາວຢູ່ຕ່າງປະເທດໄດ້ສະແດງຄວາມຮູ້ສຶກພາກພູມ​ໃຈ, ດີ​ໃຈ ທີ່ໄດ້ເດີນທາງມາຮ່ວມສະເຫລີມສະຫລອງວັນສະຖາປະນາ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຄົບຮອບ 40 ປີເຊິ່ງຫລາຍໆຄົນຕ່າງກໍມີທັດສະນະ ​ແລະ ຄວາມຄິດເຫັນຄ້າຍໆກັນວ່າ: ພາຍໃຕ້ການຊີ້ນ-ນຳພາ ຂອງພັກປະຊາຊົນ ປະຕິວັດລາວ ຕະຫລອດໄລຍະ 40 ປີ ຜ່ານ​ມານີ້ ສປປ ລາວ ​ໄດ້​ມີ​ການ​ພັດທະນາ ​ແລະ ສ້າງສາ​ປະ​ເທດຊາດ​ໃຫ້ມີຄວາມກ້າວໜ້າ ຫລາຍສົມຄວນໃນຫລາຍດ້ານເປັນຕົ້ນ ການພັດທະນາພື້ນຖານໂຄງລ່າງ, ຖະໜົນຫົນທາງ​ໄດ້ມີການພັດທະນາແລະ ປັບປຸງໃຫ້ດີຂຶ້ນ, ​ເສດຖະກິດມີການຂະຫຍາຍຕົວໄວ, ​ເຮືອນ​ຊານ​ບ້ານ​ຊ່ອງ ​ແລະ ການດຳລົງຊີວິດ ຂອງພໍ່ແມ່ປະຊາຊົນລາວ​ບັນດາ​ເຜົ່າ ມີບາດກ້າວອັນໃໝ່.

 ທ່ານ ຍົມມະລາ ບົວສະກາວ ຫົວໜ້າພະແນກຜ່າຕັດ ຢູ່ປະເທດຝຣັງ ໄດ້ໃຫ້ສຳພາດຕໍ່ສື່ມວນຊົນ ໃນໂອກາດເດີນທາງມາຮ່ວມງານສຳຄັນດັ່ງກ່າວ ວ່າ: ຕົນເອງມີຄວມຮູ້ສຶກພາກພູມໃຈແລະ ຂໍສະແດງຄວາມຍ້ອງຍໍຊົມເຊີຍ ທີ່ໄດ້ເຫັນປະເທດລາວ ມີຄວາມກ້າວໜ້າຫລາຍ​​ ເມື່ອທຽບໃສ່ກ່ອນໜ້ານີ້ 40 ປີ, ບ້ານເມືອງໃນປັດຈຸບັນ ມີຄວາມຈະເລີນ ຮຸ່ງເຮືອງ, ມີຄວາມສະຫງົບປອດໄພແລະ ​​ເປັນເທື່ອທຳອິດທີ່ໄດ້ມີໂອກາດ ເດີນທາງມາຮ່ວມງານສະເຫລີມສະຫລອງ ວັນສຳຄັນດັ່ງກ່າວ.

 ຂະນະດຽວກັນ ທ່ານນາງ ວິໄລພອນ ສະຫວັນ ພະນັກງານບຳນານ ຈາກລັດເວີຈີເນຍສະຫະລັດອາເມຣິກາ ກໍໄດ້ສະແດງຄວາມຮູ້ສຶກດີໃຈແລະ ພາບພູມໃຈ ທີ່ພັກ-ລັດຖະບານລາວ ບໍ່ລືມຄົນເຊື້ອຊາວລາວຢູ່ຕ່າງປະເທດ ບໍ່ລືມວ່າພວກເຮົາເປັນວົງສາຂະນະຍາດ ຄົນລາວດ້ວຍກັນ ທີ່ໄດ້ເຊີນພວກເຮົາມາຮ່ວມງາມ ທີ່ມີຄວາມໝາຍຄວາມສຳຄັນ​ໃນ​ຄັ້ງນີ້. ​ເມື່ອໄດ້ກັບຄືນມາຢ້ຽມຢາມ ບ້ານເກີດເມືອງນອນຂອງຕົນແລ້ວເຫັນວ່າ ມີຄວາມຈະເລີນກ້າວໜ້າຫລາຍເມືອທຽບໃສ່ໄລຍະທີ່ປະເທດຊາດ ຍັງບໍ່ທັນໄດ້ຮັບການປົດປ່ອຍ ອອກຈາກແອກປົກຄອງ ຂອງພວກລ່າເມືອງຂຶ້ນ ທັງແບບເກົ່າແລະໃໝ່.

 

 


 ພວກນີ້ຖ້າກັບໄປຢູ່ລາວຄົງຈະດີກວ່າມາທົນທຸກຮັບໄຊ້ກິນນໍ້າໄຕ້ສອກພວກຫົວແດງຢ່າງນ້ອຍ

ສະຫາຍ ຍົມມະລາ ບົວສະກາວ ຕ້ອງມີຍົດສູງກວ່າຫົວໜ້າພະແນກຜ່າຕັດແນ່ນອນບໍ່ພາດຈະ

ໄດ້ເປັນ ສຈດລ ແນ່ນອນ ແລະຄົງມີໜ້າມີຕາກວ່ານີ້,ອີກຢ່າງກໍ່ຈະໄດ້ຮັບໄຊ້ ພັກ-ລັດ ຢ່າງສຸດ

ຊຶ້ງແລະຕາຍໃຈ ເຜີໆໄປໄດ້ເມຍເພີ້ມຈາກຖັນແຖວວົງການຂອງບຸຄຄົນພັກ-ລັດ ແລ້ວອະນາຄົດ

ວ່າທີ ລມຕ ຫຼື ລອງນຍກໍ່ອາດຢູ່ຄ່າເອື້ອມມື້ນະ ສະຫາຍ.



__________________
Anonymous

Date:
Permalink   
 

ພວກໜີຕາຍ ອອກນອກປະເທດກັບໄປສະຫລອງ

ວັນມະຫາອຸບາດ ທີ່ 2 ທັນວາ

snapshot_006.jpgsnapshot_002.jpgsnapshot_003.jpgsnapshot_004.jpg



Attachments
__________________
Anonymous

Date:
Permalink   
 

 

ນຶກວ່າມີຄວາມຮູ້ຄວາມຫລັກ ຈະຮູ້ຈັກຖືກຮູ້ຈັກຜິດ ບ້ານເມືອງລົ້ມຈົມ

ສັງຄົມເປິະເປື້ອນເຫນົ່າເຫມັນ ເປັນຫນີ້ເປັນສິນປະເທດອື່ນເຕັມຄໍຫອຍ

ຕົວະຕົ້ມຂົ່ມເຫັງບີບບີ້ບັງຄັບປະຊາຊົນ ຄົນລາວພາກັນເດືອດຮ້ອນໄປທົ່ວແຜ່ນດິນ 

ພວກນີ້ຍັງມີຫນ້າຢາກໄປເລັຍຕີນພວກກຸ່ມຄອມມິວນີສ໌ຢູ່ ທັງໆທີ່ເຫັນຢູ່ເຕັມຕາວ່າ

ພວກມັນກຳລັງກະທຳຄວາມຊົ່ວຕໍ່ຊາດຕໍ່ແຜ່ນດິນ ຕໍ່ປະຊາຊົນຄົນລາວກັນເອັງ. 

ເມື່ອໄປຮ່ວມມືກັບຄົນຊົ່ວ ຈະໃຫ້ຜູ້ອື່ນເອີ້ນຕົນເອັງວ່າຄົນດີໄດ້ແນວໃດ ?

ພວກນີ້ ສະຫມອງຄົງຈະຢູ່ສົ້ນຕີນ



__________________
Page 1 of 1  sorted by
 
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard