ລາວໂຮມລາວ ເພື່ອປະຊາທິປະໄຕ

Members Login
Username 
 
Password 
    Remember Me  
Post Info TOPIC: ຫ້າງ ຕະຫຼາດເຊົ້າ ຊອບປິງມໍ ມາດຕະຖານ ບໍ່ເປີດແອ "ແມ່ຄ້າຈົ່ມພືມພຳ
Anonymous

Date:
ຫ້າງ ຕະຫຼາດເຊົ້າ ຊອບປິງມໍ ມາດຕະຖານ ບໍ່ເປີດແອ "ແມ່ຄ້າຈົ່ມພືມພຳ
Permalink   
 


12316392_1729330610619937_3894576234959301056_n.jpg?oh=4f82b3d70b461404ab31da94564d9984&oe=56ED0D5812314058_1729330643953267_2587413078558375371_n.jpg?oh=e139d769304074e1b851c8ab2a2048ae&oe=56F183A912321291_1729330663953265_8264664715374562701_n.jpg?oh=4e210c800be361d112686bbc5cad8fb5&oe=56E6072B12299229_1729330680619930_4615991203538282043_n.jpg?oh=6bbc8d1ca534e2af17482836b22eb1ca&oe=56EDEB5A

ຕະຫຼາດເຊົ້ານິນ່າ....ຂອ້ຍ ເມື່ອຍໃຈແຮງ....ບ່ອນທຳມາຫາກິນຂອງຊາວພໍ່ຄ້າ. ບ່ອນຂາຍວັດຖຸມີຄ່າ. ບ່ອນເອັກອ້າງວ່າເປັນຕະຫຼາດເກົ່າແກ່ທີ່ມີມາດົນນານ. ແຂກບ້ານແຂກເມືອງມາແຕ່ທາງໃດ ກໍ່ຕ້ອງພາມາຊົມ ຕະຫຼາດເຊົ້າ..
ນອກຈາກຊາວຄ້າທຸກຄົນຕ້ອງຈ່າຍຄ່າ ພາສີ. ອາກອນ.ໃຫ້ລັດຖະບານທຸກເດືອນຢ່າງເຄັ່ງຄັດແລ້ວ. ຊາວຄ້າຍັງຕ້ອງຈ່າຍຄ່າ ບໍລີມາດ ໃຫ້ກັບທາງນາຍທືນອີກ. ເຊັ່ນ ທາງຮ້ານຂອງເຮົາເປັນຕົ້ນ ຕ້ອງຈ່າຍຄ່າ ບໍລິມາດ ທຸກເດືອນ . ເດືອນລະ 800.000ກິບ .... ແຕ່ທາງຫ້າງບໍ່ເປີດແອເປັນເວລາຫຼາຍເດືອນແຮງ. ແນ່ນອນເຮົາກາບໍ່ຢາກຈ່າຍຄ່າໂງ່. ທີ່ຕ້ອງຈ່າຍເງີນທັງທີ່ແອກາບໍ່ເປີດ . ອາກາດຮ້ອນ ພະນັກງານແຕ່ລະຄົນ ເຮັດວຽກ ຍັງນັ່ງໃນຫ້ອງແອ . ແຕ່ຮ້ານຂາຍວັດຖູມີຄ່າຄື ພວກເຮົາໄດ້ນັ່ງຂາຍເຄື່ອງຮ້ອນໆ ທັງທີຈ່າຍເງີນທຸກເດຶອນ. ແຂກມາຫາຢູ່ຮ້ານ ການັ່ງເຫື່ອຍ້ອຍ ຈົ່ມວ່າຮ້ອນ...ຮ້ານເຮົານິກາອາຍແຂກເດ... ປະເທດລາວເປັນເມືອງຮ້ອນ. ຍາມຫນາວມີແຕ່ບໍ່ຈັກເດືອນ,ກາຜ່ານໄປ. ແຕ່ຍາມຮ້ອນອຸນນະພູມ 30ກວ່າອົງສາ ເປັນເວລາຫຼາຍເດືອນແຮງ ລະຊາວຄ້າຕ້ອງຈ່າຍເງີນ ໃນສ່ວນທີ່ບໍ່ໄດ້ໃຊ້ປະໂຫຍດຫຍັງ. ທາງຫ້າງກາຄວນເປີດແອ ແລະ ແກ້ບັນຫາໃນສ່ວນທີ່ເຈົ້າຕ້ອງຮັບຜິດຊອບ . ຊິໄດ້ຢູ່ນຳກັນຢ່າງສະຫງົບ. ເຈົ້າກາໄດ້ເງີນ ທາງຊາວຄ້າກາໄດ້ເຢັນ ປັນຫາກາບໍ່ເກີດ . ຄັນບອກວ່າແອເພ. ເພດ້າມເດືອນກາພໍແກ້ໄຂບໍ່?? ອັນນີ້ແອເພເປັນ 4-5 ເດືອນລະບໍ່ແກ້ໄຂເລີຍນິ ທາງເຮົາກາບໍ່ດີໃຈຈ່າຍ... ຄັນຈ່າຍແລ້ວຍັງຮ້ອນຢຸ່ນິ ມີຄວາມຮູ້ສຶກຄືຖືກຄົນອື່ນມາເອົາປຽບທັງຢູ່ບໍ່ບ້ານໂຕເອງແທ້ໆ.... ຢູ່ຕະຫຼາດມາແຕ່ນ້ອຍຈົນໃຫຍ່ ຫາກະເຄີຍເປັນແນວນີ້... ຊ່ວຍເຮົາແນ່ ພາກສ່ວນທີ່ກ່ຽວຂ້ອງ. ເຮົານະເມື່ອຍຫຼາຍແລ້ວ. ບໍ່ຈັກຊິເຮັດຈັ່ງໃດ ເວົ້າໄປໃຜກາບໍ່ຟັງ ບໍ່ແກ້ໄຂເລີຍ ບອກສະເຫນີຂື້ນໄປ ລະເປັນຈັ່ງໃດ ໃຜຟັງເຮົາໃຜແກ້ໄຂໃຫ້ເຮົາ . (ຄ່າບໍລິມາດປະກອບມີ ຄ່າແອ . ຄ່າໄຟຍາມນອກ. ຄ່າອານາໄມ . ຄ່າຄົນຍາມອາຄານ. ‪#‎ທັງຫມົດມີ300ກວ່າຮ້ານ‬) ຄ່າບໍລິມາດກາບໍ່ໄດ້ແພງຫຼາຍດອກ. ແຕ່ຈ່າຍແລ້ວຮູ້ສືກໂງ່ ຮ້ອນກາຍັງຮ້ອນຄືເກົ່າ ເປື້ອນກາຍັງເປື້ອນຄືເກົ່າ ບໍ່ດີໃຈເລີຍ ເດືອດຮ້ອນແຮງ . ປັນຫາພາຍໃນຍັງມີຫຼາຍກວ່ານີ້. ເປັນແຕ່ເປັນຫາສ່ວນຫນື່ງເທົ່ານັ້ນ. ແຕ່ຄົນທີ່ເດືອດຮ້ອນແມ່ນຊາວຄ້າ. ເຈັບຫົວແຮງ. ປັນຫາບໍ່ຈົບຈັກເທື່ອ. ຢາກໄດ້ຄວາມເຫັນໃຈນະ ແກ້ໄຂດີໆແມ້ ໃຫ້ມັນຍຸຕິທຳແນ່ ຮູ້ແຕ່ຢາກໄດ້ເງີນ . ປັນຫາມັນເກີດຢູ່ນິເດ ໃຜຊິແກ້. ພວກເຮົາຄ້າຂາຍກາຊົ່ວຊິໄດ້ເງີນ ກາເມື່ອຍຊິຕາຍ. ຊິມາເອົາປຽບກັນເຮັດຫຍັງ. ເຮັດຍາກໃສ່ເຮົາກ່ອນເອົາແທ້ເອົາວ່າ. ບາດຢາກໄດ້ຄວາມຊ່ວຍເຫຼືອກາມາຂໍນຳຊາວຄ້ານິ! ໃຜຊິຢາກຊ່ວຍເຫຼືອເຈົ້າ . ປານນັ້ນຍັງມາຫາວ່າເຮົາຍາກອີກ . ຂ້ອຍຊື້ຮ້ານນຳເຈົ້ານິນ່າ ແພງຫຼາຍສຳ່ໃດຂ້ອຍຍັງຊື້ ສຳ່ຄ່າບໍລິມາດນິນ່າ
ເດືອນ800,000ກີບ ຂ້ອຍຈ່າຍໄດ້ຄັນເຈົ້າແກ້ໄຂໃຫ້ມັນຖືກຕ້ອງ.
# ຂໍຖາມແນ່.ສົມມຸດວ່າ ຖ້າການໄຟຟ້າສົ່ງບີນຈ່າຍຄ່າໄຟມາໃຫ້ທ່ານທຸກເດືອນ ແຕ່ທ່ານບໍ່ໄດ້ໃຊ້ໄຟໃນສ່ວນນັ້ນເລີຍ ທ່ານຊິເຕັມໃຈຈ່າຍບໍ່? ເຫຼືອອົດປັນຫາຫຼາຍແຮງ ບ່ອນຈອດລົດກາພໍບ່ອນຈອດລົດ ຊິເປັນລົມ



__________________
Anonymous

Date:
RE: ຫ້າງ ຕະຫຼາດເຊົ້າ ຊອບປິງມໍ ມາດຕະຖານ ບໍ່ເປີດແອ "ແມ່ຄ້າຈົ່ມພືມພຳ
Permalink   
 


ບໍ່ເປັນຕາໄປເລີຍຕະຫລາດເຊົ້າ ຊອບປິງມໍ ມີຕາຍແຕ່ຫວຽດ ຄິດວ່າເປັນບ່ອນຫວຽດຊຸມແຊວກໍແລ້ວກັນ

ເປິເປຶ້ອນບໍມີຄວາມສະອາດ, ເຂົ້າໄປບັກເໝັນໆຂີ້ເຫຍື້ອນໍ້າເນົ່າຄັບທີບ ເບິ່ງໂລ້ດຢູ່ເດີນຈອດລົດ



__________________
Anonymous

Date:
ຫ້າງ ຕະຫຼາດເຊົ້າ ຊອບປິງມໍ ມາດຕະຖານ ບໍ່ເປີດແອ "ແມ່ຄ້າຈົ່ມພືມພຳ
Permalink   
 


11.jpg10.jpg

ຄວາມຈະເລີນ ຂອງບັກຈຸມມະລີ/ທອງສີງ ພວກມັນເຄີຍຢູ້ແຕ່ໃນຖ້ຳ

ມາເຫັນສະພາບແບບນີ້ ພວກມັນກໍບອກຊາວໂລກວ່າ ປະເທດກູ "ມີຊອບປິງມໍ" ຈະເລີນຮຸ່ງເຮືອງແລ້ວ

12316392_1729330610619937_3894576234959301056_n.jpg?oh=4f82b3d70b461404ab31da94564d9984&oe=56ED0D5812314058_1729330643953267_2587413078558375371_n.jpg?oh=e139d769304074e1b851c8ab2a2048ae&oe=56F183A9



Attachments
__________________
Anonymous

Date:
RE: ຫ້າງ ຕະຫຼາດເຊົ້າ ຊອບປິງມໍ ມາດຕະຖານ ບໍ່ເປີດແອ "ແມ່ຄ້າຈົ່ມພືມພຳ
Permalink   
 


Anonymous wrote:

ບໍ່ເປັນຕາໄປເລີຍຕະຫລາດເຊົ້າ ຊອບປິງມໍ ມີຕາຍແຕ່ຫວຽດ ຄິດວ່າເປັນບ່ອນຫວຽດຊຸມແຊວກໍແລ້ວກັນ

ເປິເປຶ້ອນບໍມີຄວາມສະອາດ, ເຂົ້າໄປບັກເໝັນໆຂີ້ເຫຍື້ອນໍ້າເນົ່າຄັບທີບ ເບິ່ງໂລ້ດຢູ່ເດີນຈອດລົດ


 ແນວຫົວໜ້າໃຫຍ່ພວກເຈົ້າທີ່ຫຳຄໍມັກເລຍກົ້ນຫວຽດ.ເວົ້າໃຫ້ຫວຽດກັບແກວຫຼາຍບໍ່ໄດ້ດອກ.

ຖ້າມັນເປື້ອນກະຢ່າພາກັນໄປ,ເມັນອາດເຕັ້ນເກາະແອວ,ແລ້ວກາງຄືນສີມີວຽກເຮັດໄດ໋.



__________________
Page 1 of 1  sorted by
 
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard