ລາວໂຮມລາວ ເພື່ອປະຊາທິປະໄຕ

Members Login
Username 
 
Password 
    Remember Me  
Post Info TOPIC: ຂ.ສວັນນະເຂດເກັບເງິນ ວັນຊາດ
Anonymous

Date:
ຂ.ສວັນນະເຂດເກັບເງິນ ວັນຊາດ
Permalink   
 


ຂ.ສວັນນະເຂດເກັບເງິນ ວັນຊາດ

b2eeaffb-b226-4073-bef3-a0bfbc062367.jpeg

ທາງການ ແຂວງ ສະຫວັນນະເຂດ ຣະດົມ ທຶນ ຫລື ຂໍແພ່ເງິນ ນຳ ພາກສ່ວນ ຕ່າງໆ ທັງ ພາກຣັຖ ແລະ ເອກກະຊົນ, ອົງການ ຈັດຕັ້ງ ສັງຄົມ, ອົງການ ຈັດຕັ້ງ ສາກົນ, ບໍຣິສັດ, ຫ້າງຮ້ານ ຕລອດ ເຖິງ ພະນັກງານ-ຣັຖກອນ ພາຍໃນ ແຂວງ ເພື່ອ ສລອງ ວັນ ສ້າງຕັ້ງ ສປປລາວ ທີ 2 ທັນວາ ຄົບຮອບ 40 ປີ ແລະ ວັນສຳຄັນ ຕ່າງໆ ຂອງຊາດ ໃ ນທ້າຍປີ 2015 ນີ້.

ອີງຕາມ ຈົດໝາຍ ຂອງເຈົ້າ ແຂວງ ສວັນນະເຂດ ລົງ ວັນທີ 20 ພຶສຈິກາ 2015 ທັ້ງນີ້ ກໍຍ້ອນວ່າ ທາງການ ແຂວງ ບໍ່ມີ ງົບປະມານ ພຽງພໍ ທີ່ຈະໃຊ້ ຈ່າຍເຂົ້າ ໃນການຕຣຽມ ແລະ ດຳເນີນການ ສລອງ ງານ ທີ່ວ່າ ນັ້ນ.

ໃນຈົດໝາຍ ຂອງ ເຈົ້າແຂວງ ທີ່ເຊີນຊວນ ໃຫ້ພາກສ່ວນ ຕ່າງໆ ປະກອບ ສ່ວນທຶນຮອນ ເຂົ້າໃນ ວຽກງານ ທີ່ວ່ານນັ້ນ ກຳນົດ ເອົາ ໄວ້ວ່າ: ຜູ້ ປະກອບສ່ວນ ຈະໄດ້ຮັບ ການຍ້ອງຍໍ ດ້ວຍໃບ ຊົມເຊີຍ, ໃບຍ້ອງຍໍ ຈາກ ເຈົ້າແຂວງ ແລະ ຫຼຽນກາ ຈາກ ຣັຖບາລ ຄື:

- ຜູ້ໃຫ້ຫລຸດ 5 ລ້ານກີບ ລົງມາ ຈະໄດ້ຮັບ ໃບ ຊົມເຊີຍ ຈາກ ເຈົ້າແຂວງ

- ຜູ້ໃຫ້ເກີນ 5 ລ້ານກີບ ຂຶ້ນໄປ ຈະໄດ້ຮັບ ໃບ ຍ້ອງຍໍ ຈາກ ເຈົ້າແຂວງ ແລະ

-ຜູ້ໃຫ້ເກີນ 160 ລ້ານ ກີບ ຂຶ້ນໄປ ຈະໄດ້ຮັບ ຫລຽນກາ ພັທນາ ຂອງ ຣັຖບາລ

ວິທີການ ຂໍແພ່ເງິນ ທີ່ວ່ານີ້ ທາງການລາວ ໄດ້ໃຊ້ມາ ແຕ່ດົນນານ ແລ້ວ ແລະ ການ ເອົາໃບ ຊົມເຊີຍ, ໃບຍ້ອງຍໍ ຂອງແຂວງ ແລະ ຫລຽນກາ ຂອງ ຣັຖລາລ ເປັນສິ່ງ ອອຍໃຈນັ້ນ ກໍມີມາ ແຕ່ ດົນນານ ແລ້ວເຊັ່ນກັນ ຈົນວ່າມີ ຫລາຍຄົນ ພາກັນຈົ່ມ.



__________________
Anonymous

Date:
Permalink   
 

ເພິ່ນຢາກໃຫ້ປະຊາຊົນມີສ່ວນຮ່ວມ ຫຼືເພິ່ນຂາດງົບ?



__________________
Page 1 of 1  sorted by
 
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard