ລາວໂຮມລາວ ເພື່ອປະຊາທິປະໄຕ

Members Login
Username 
 
Password 
    Remember Me  
Post Info TOPIC: ຊາວລາວໃຊ້ສະຖານທູດລາວ ຮຽກຮ້ອງ ເສຣີພາບ
Anonymous

Date:
ຊາວລາວໃຊ້ສະຖານທູດລາວ ຮຽກຮ້ອງ ເສຣີພາບ
Permalink   
 


ຊາວລາວໃຊ້ສະຖານທູດລາວ ຮຽກຮ້ອງ ເສຣີພາບ

72505927-a0cf-4f66-9dce-6539e5f121c1.jpeg18.jpg

ຊາວລາວ ທີ່ ໄປເຮັດວຽກ ຢູ່ ປະເທດ ໄທ ຫຼາຍສິບຄົນ ໄດ້ ເຕົ້າໂຮມກັນ ຢູ່ຕໍ່ຫນ້າ ສະຖານທູດ ລາວ ທີ່ ບາງກອກ ປະເທດ ໄທ ໃນຕອນບ່າຍ ຂອງ ວັນທີ 2 ທັນວາ ເພື່ອຍື່ນ ໜັງສື ຮຽກຮ້ອງ ສິດ ເສຣີພາບ ໃນລາວ ໂດຍຜ່ານ ສະຖານທູດ ລາວ ທີ່ ບາງກອກ. ດັ່ງ ຜູ້ຕາງໜ້າ ຊາວລາວ ທ່ານນຶ່ງ ກ່າວວ່າ:

"ຫົວຂໍ້ທີ 1 ກໍຄື ຢຸດການ ສຳປະທານ ທີ່ດີນ ຣະຍະ ຍາວ 90 ປີ ໃຫ້ ນັກລົງທຶນ ຕ່າງຊາດ. ຂໍ້ 2-ມອບສິດທິ ມະນຸດ ໃຫ້ ປະຊາຊົນ ໃນປະເທດ ໄດ້ ປາກເວົ້າ ສະແດງ ຄວາມ ຄິດເຫັນ ເລືອກຕັ້ງ ນາຍົກ ໄດ້. ຂໍ້ 3-ແມ່ນເຣື້ອງ ການ ຫາຍສາບສູນ ຄືຜູ້ໃດ ສະແດງ ຄວາມຄິດ ຕ່າງຈາກ ພັກ-ຣັດ ກໍ ຫາຍສາບສູນ".

ທ່ານກ່າວ ຕື່ມວ່າ ຮູ້ສຶກດີໃຈ ຢ່າງນ້ອຍ ໃນວັນທີ 2 ທັນວາ ພວກທ່ານ ກໍໄດ້ມາ ສະແດງ ອອກເຖິງ ສິດທິ ຂອງ ພົລເມືອງລາວ ຢູ່ ປະເທດໄທ ໃນຂນະທີ່ ການ ເດີນສວນສນາມ ວັນຊາດ ວັນທີ 2 ທັນວາ ຕົນໄດ້ເບີ່ງ ທາງ ໂທລະທັດ ແລ້ວ ກໍ ບໍ່ຮູ້ສຶກ ພູມໃຈ ເລີຍ ຍ້ອນມີ ທຸງຊາດ ວຽດນາມ ຮ່ວມ ຢູ່ນຳ ທ່ານກ່າວ ເພີ້ມວ່າ:

"ມີຮອດ ທຸງຊາດ ວຽດນາມ ບໍ່ພູມໃຈ ເລີຍ ທັ້ງໆທີ່ ເປັນ ວັນຊາດ ຂອງເຮົາເອງ ແຕ່ມີທຸງ ຊາດ ວຽດນາມ ມາປິວສະບັດ ຢູ່ກາງຕົວ ເມືອງໃຫຍ່  ຖາມວ່າ ປະຊາຊົນ ສ່ວນຫຼາຍ ມັກບໍ ມັນກະ ບໍ່ແມ່ນ ກໍຊ່ຳວ່າ ລາວ ເປັນຣັດນຶ່ງ ຂອງ ວຽດນາມ ໄປແລ້ວ".

ໃນຂນະ ດຽວກັນ ຍິງສາວ ລາວ ຄົນນຶ່ງ ທີ່ມາຮ່ວມ ການຊຸມນຸມ ກໍເວົ້າວ່າ ຢາກໃຫ້ ຣັຖບານ ລາວ ເອົາໃຈໃສ່ ຕໍ່ຊີວີດ ການເປັນຢູ່ ຂອງ ປະຊາຊົນ ເພາະຖ້າຫາກ ຢູ່ລາວ ມີວຽກເຮັດ ພວກນາງ ກໍຈະບໍ່ ໜີໄປ ເຮັດວຽກ ໃນໄທ. ນາງ ກ່າວວ່າ:

"ຢາກໃຫ້ ປັບປຸງ ໃຫ້ຄົນລາວ ໄດ້ເຮັດວຽກ ເຮັດງານ ຢູ່ ປະເທດ ເຮົາເອງ ບໍ່ມາ ຊິເມືອຢູ່ບ້ານ ມາເຮັດຫຍັງ ຢູ່ ປະເທດອື່ນ ເຮັດວຽກ ຢູ່ບ້ານເຮົາ ສະບາຍ ອິສຣະ ເສຣີ ຖ້າມານີ້ ເຮົາຕ້ອງ ມີບັດ ແມ່ນບໍ ຄ່າໃຊ້ຈ່າຍ ແມ່ນບໍ ຕ້ອງມີ".

ກຸ່ມຊຸມນຸມ ທັງຫມົດ ຢາກຝາກ ຄວາມຄິດ ຄວາມເຫັນ ໄປເຖິງ ຣັຖບານ ລາວ ວ່າ:

"ຖາມຫາ ທ່ານ ສົມບັດ ສົມພອນ ວ່າ ຫາຍໄປໃສ ຕຳຣວດ ບອກບໍ່ໄດ້ ເຮັດຫຍັງ ແຕ່ ກ້ອງ ວົງຈອນປິດ ມັນກະມີຢູ່ ນ້ອງຢາກຝາກ ຖາມວ່າ ມື້ໃດ ປະເທດລາວ ຈະໄດ້ ປະຊາ ທິປະຕັຍ ຈັກເທື່ອ ປົກຄອງ ຣະບອບ ຄອມມິວນິສ 40 ປີ ແລ້ວ ແຕ່ ຍັງບໍ່ມີ ປະຊາ ທິປະຕັຍ ປະຊາຊົນ ບໍ່ມີສິດ ມີສຽງ ຫຍັງ ຂ້າພະເຈົ້າ ຢາກຝາກ ໄປທາງ ຂັ້ນ ເທິງ ວ່າ ໃຫ້ເພິ່ນ ລົງກັບມາ ເບິ່ງ ປະຊາຊົນ ສິດທິ ຂັ້ນພື້ນຖານ ຂອງ ປະຊາຊົນ ລາວ ມັນໄປຢູ່ໃສ ຫມົດ".

ການຊຸມນຸມ ຢູ່ຕໍ່ຫນ້າ ສະຖານທູດ ລາວ ທີ່ ປະເທດໄທ ເທື່ອນີ້ ເປັນໄປ ໂດຍດີ ບໍ່ມີເຫດການ ຄວາມ ວຸ້ນວາຍ ມີແຕ່ຢາກ ຮຽກຮ້ອງ ສິດ ເສຣີພາບ ແລະ ຄວາມເປັນທັມ ຈາກ ຣັຖບານ ຄອມມິວນິສ ລາວ ໃນການ ປົກຄອງ ປະເທດ ເທົ່ານັ້ນ.



Attachments
__________________
Anonymous

Date:
Permalink   
 

ນີ້ແມ່ນຄົນໄທ ໃຜຈ້າງສູມາເດ ແຮງງານລາວບໍ່ມີໃຜສົນໃຈດອກ ອີກຢ່າງນາຍຈ້າງໄທກໍ່ບໍ່ໃຫ້ພັກວຽກອີກ ຊໍ້າບໍພໍໂຊໂງ່ເຫັນທຸກພັກ ເປັນທຸງຫວຽດນາມອີກ ຄວາຍເອີຍ ຄັນແມ່ນຄົນລາວແທ້ເຂົາຮູ້ໝົດວ່າອັນໃດແມ່ທຸງພັກ ທຸງຊາດ ທຸງຫວຽດ ທຸງຈີນ



__________________
Anonymous

Date:
Permalink   
 

ກະພວກກຸ່ມມັກຊອກເລື່ອງກໍ່ກວນທັງຫລາຍຫັ້ນແລ້ວ

ຈ້າງພວກແກ້ງລົດຈັກຮັບຈ້າງຢູ່ແຖວປາກຊອຍຫັ້ນ

ມາຖ່າຍຮູບພໍຄື

 



__________________
Anonymous

Date:
Permalink   
 

Anonymous wrote:

ນີ້ແມ່ນຄົນໄທ ໃຜຈ້າງສູມາເດ ແຮງງານລາວບໍ່ມີໃຜສົນໃຈດອກ ອີກຢ່າງນາຍຈ້າງໄທກໍ່ບໍ່ໃຫ້ພັກວຽກອີກ ຊໍ້າບໍພໍໂຊໂງ່ເຫັນທຸກພັກ ເປັນທຸງຫວຽດນາມອີກ ຄວາຍເອີຍ ຄັນແມ່ນຄົນລາວແທ້ເຂົາຮູ້ໝົດວ່າອັນໃດແມ່ທຸງພັກ ທຸງຊາດ ທຸງຫວຽດ ທຸງຈີນ


 ແຫກຕາເບີ່ງດີໆ ແດ່ບັກຄວາຍ ມຶງເກີດຢູ່ປະເທດໃດ? ບໍ່ຮູ້ທຸງລາວທຸງຫວຽດ

12311086_992322770807120_6212650234178082883_n.jpg?oh=b816126c551f0348a64f0a124a806f90&oe=56E8959312348099_992322890807108_4795004893430605658_n.jpg?oh=97721eb6b6d5183b1ae88dd9ff4e88e4&oe=56E89E7B12341130_992322840807113_2431957272352119473_n.jpg?oh=d264001364c960b0c5debc9785654ca1&oe=56ED773012313560_992322784140452_6794076566687740843_n.jpg?oh=9b85f5f5d4c72be3575d9ea9d2683a26&oe=56E55EBA12347596_992322637473800_8792936086859365634_n.jpg?oh=6b8af5576640e906b3c6a9e06f17dab3&oe=56E5821612301672_992322710807126_3057738205186142561_n.jpg?oh=30fe038648fc6ea8c28d9b9de40cbad4&oe=56D664AD12289526_992322817473782_3504162663972380315_n.jpg?oh=6d2e21137a24e31cfedf6b691b35c453&oe=57225629

 

ຄັ້ງຕໍ່ໄປ ປິດຂົວມິດຕະພາບ ລາວໄທຍ



__________________
Anonymous

Date:
Permalink   
 

ເກີດການປະທະກັນຢູ່ແຂວງ ໄຊສົມບູນ

ff12032e-a2a2-4e8f-8ee8-349271aa9055.jpeg

 

ກີດເຫດການ ປະທະກັນ ຂອງ ກໍາລັງ ປະກອບ ອາວຸດ ຢູ່ ແຂວງ ໄຊສົມບູນ ມີ ຫະຫານ ຝ່າຍ ຣັຖບານ ເສັຽຊີວິດ 3 ຄົນ ຊາວບ້ານ 1 ຄົນ ແລະ ບາດເຈັບ ຈໍານວນ ນຶ່ງ, ແລະ ນອກນັ້ນ ຍັງມີ ເຫດການ ເຈົ້າໜ້າທີ່ ຕໍາຣວດ ນະຄອນຫຼວງ ວຽງຈັນ ຍຶດອາວຸດ ສົງຄາມ ໄດ້ ຢູ່ດ່ານ ສາກົນ ທ່ານາແລ້ງ ສົ້ນຂົວ ມິຕພາບ ລາວ-ໄທ.

ເຈົ້າໜ້າທີ່ ບໍານານ ທ່ານ ນຶ່ງ ທີ່ໃກ້ຊິດ ກັບ ເຈົ້າໜ້າທີ່ ຣະດັບສູງ ຂອງ ກະຊວງ ປ້ອງກັນ ປະເທດ ໄດ້ກ່າວຕໍ່ ເອເຊັຽ ເສຣີ ວ່າ, ມີການ ປະທະກັນ ຂອງ ກໍາລັງ ປະກອບ ອາວຸດ ຣະຫວ່າງ ກຸ່ມທີ່ ເອີ້ນກັນວ່າ ຝ່າຍຕໍ່ຕ້ານ ຣັຖບານ ແລະ ທະຫານ ຣັຖບານ ຢູ່ເຂດ ນໍ້າຢອນ ແຂວງ ໄຊສົມບູນ ໃນ ວັນທີ  23 - 24 ພືສຈິກາ ທີ່ ຜ່ານມາ ເຮັດໃຫ້ ທະຫານ ຝ່າຍ ຣັຖບານ ເສັຽຊີວິດ 3 ຄົນ ແລະ ບາດເຈັບ ຈໍານວນ ນຶ່ງ, ແຕ່ບໍ່ມີ ຣາຍງານ ການເສັຽຊີວິດ ຂອງ ຝ່າຍ ຕໍ່ຕ້ານ ຣັຖບານ.

ເຈົ້າໜ້າທີ່ ທ່ານນີ້ ກ່າວອີກວ່າ ກ່ອນທີ່ ຈະມີການ ປະທະກັນ ເກີດຂຶ້ນນັ້ນ, ມີການ ລັດ ຍິງລົດ ຢູ່ເຂດ ເມືອງ ລອງຊານ ຢູ່ ແຂວງ ໄຊສົມບູນ ເຮັດໃຫ້ ມີຜູ້ ເສັຽຊີວິດ 1 ຄົນ ແລະ ບາດ ເຈັບ 6 ຄົນ.

ນອກຈາກນີ້ ໃນຣະຍະ ກາງເດືອນ ພືສຈິກາ ທີ່ ຜ່ານມາ ເຈົ້າໜ້າທີ່ ປ້ອງກັນ ຄວາມສະຫງົບ ນະຄອນຫຼວງ ວຽງຈັນ ກໍຍຶດ ອາວຸດ ສົງຄາມ ປະເພດ ປືນ AK ແລະ M16 ທີ່ ມີການແຍກ ຊິ້ນສ່ວນອອກ ເຊື່ອງ ຢູ່ໃນຣົດ ຢູ່ດ່ານ ສາກົນ ທ່ານາແລ້ງ ສົ້ນຂົວ ມິຕພາບ ລາວ-ໄທ ແລະ ສາມາດ ຈັບຕົວ ຜູ້ຕ້ອງສົງໄສ ໄດ້ ທັງໝົດ 8 ຄົນ.

ປະຊາຊົນ ຜູ້ທີ່ ເປັນຍາດ ຂອງຜູ້ຕ້ອງ ສົງໄສ ທ່ານນຶ່ງ ໄດ້ກ່າວຕໍ່ ເອເຊັຽ ເສຣີ ວ່າ ໃນ ເບື້ອງຕົ້ນ ເຈົ້າໜ້າທີ່ ຈັບຜູ້ຕ້ອງ ສົງໄສ 2 ຄົນ ຊື່ ນາງ ກ້ອຍ ແລະ ຜົວ ຂອງລາວ ຢູ່ ດ່ານສາກົນ ທ່ານາແລ້ງ ສົ້ນຂົວ ມິຕພາບ ລາວ-ໄທ ນະຄອນຫຼວງ ວຽງຈັນ, ຊຶ່ງ ທັງສອງ ຜົວເມັຽ ນັ້ນເປັນ ປະຊາຊົນ ຢູ່ເມືອງ ສີສັດຕະນາກ ແລະ ຫລັງຈາກນັ້ນ ເຈົ້າໜ້າທີ່ ຕໍາຣວດ ກໍຈັບຜູ້ ຮ່ວມ ຂະບວນການ ໄດ້ອີກ 6 ຄົນ ຢູ່ ເມືອງງອຍ ແຂວງ ຫຼວງພຣະບາງ ພ້ອມກັບ ອາວຸດ ສົງຄາມ ອີກຈໍານວນ ເຊັ່ນ ປືນ ແລະ ລູກລະເບີດ.

ຣາຍຊື່ ຜູ້ຕ້ອງສົງໄສ ທີ່ ຖືກຈັບ ພ້ອມອາວຸດ ສົງຄາມ ຄັ້ງນີ້ມີ; ນາງ ກ້ອຍ ແລະ ຜົວຂອງນາງ (ບໍ່ຮູ້ຊື່) ທ້າວ ແຊມ, ທ້າວ ແຊມ ດໍາ ຊຶ່ງ ເປັນ ລູກຊາຍ ຂອງ ພະນັກງານ ຕໍາຣວດ ຊັ້ນຜູ້ໃຫຍ່ ທ່ານນຶ່ງ, ແລະ ອີກ 4 ຄົນ ຍັງ ບໍ່ຮູ້ຊື່, ຊຶ່ງ ທັງໝົດ ຖືກຄຸມຂັງ ຢູ່ ກອງ ບັນຊາການ ຕໍາຣວດ ນະຄອນບານ ນະຄອນຫຼວງ ວຽງຈັນ.



__________________
Anonymous

Date:
Permalink   
 

ເບິ່ງໃຫ້ເຕັມຕາວ່າມີທຸງຫວຽດນາມຢູ່ຂະບວນສວນສະໜາມຫຼືບໍ່

12295446_561846357301677_7317468253511190684_n.jpg?oh=e10682c65a26b832f87e8cc3ff1895ff&oe=571DCBB6&__gda__=1457538108_22c3a684394db471622fc1e276afae38



__________________
Page 1 of 1  sorted by
 
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard