ລາວໂຮມລາວ ເພື່ອປະຊາທິປະໄຕ

Members Login
Username 
 
Password 
    Remember Me  
Post Info TOPIC: ກຸ່ມສິດທິມະນຸດຮຽກຮ້ອງ ໃຫ້ປ່ອຍ ນັກສຶກສາ
Anonymous

Date:
ກຸ່ມສິດທິມະນຸດຮຽກຮ້ອງ ໃຫ້ປ່ອຍ ນັກສຶກສາ
Permalink   
 


ກຸ່ມສິດທິມະນຸດຮຽກຮ້ອງ ໃຫ້ປ່ອຍ ນັກສຶກສ

ສາມ ອົງການ ສິດທິມະນຸດ ຄືດັ່ງ: ສະຫະພັນ ສິດທິມະນຸດ ສາກົນ (FIDH), ອົງການ ຕໍ່ຕ້ານ ຄວາມທາຣຸນ (OMCT) ແລະ ຂະບວນການ ລາວ ເພື່ອ ສິດທິມະນຸດ ໃນລາວ (LMHR) ໄດ້ ຮຽກຮ້ອງ ໃຫ້ ທາງການລາວ ປ່ອຍຕົວ ຜູ້ນຳ ນັກສຶກສາ ທີ່ ຖືກຈັບ ໃນຂນະ ຕຽມການ ປະທ້ວງ ຣັຖບານ ລາວ ເມື່ອປີ 1999, ພາຍຫລັງ ຖືກຂັງຄຸກ ເປັນເວລາ ນານກວ່າ 16 ປີ ແລ້ວ ນັ້ນ. ທ່ານ ແອນເດຣັຽ ຈິອໍເກັຕຕາ (Andrea Giorgetta) ຫົວຫນ້າ ສະຫະພັນ ສິດທິມະນຸດ ສາກົນ ປະຈໍາ ຂົງເຂດ ເອເຊັຍ ໃຫ້ ສຳພາດ ຕໍ່ ສື່ມວນຊົນ ໃນມື້ ວັນທີ 8 ທັນວາ ນີ້ວ່າ:

“ທ່ານ ກ່າວວ່າ ຣັຖບານລາວ ຈະຕ້ອງ ປ່ອຍຕົວ ການນຳ ນັກສຶກສາ 2 ຄົນ ຄື ທ່ານ ທອງປະເສີດ ແລະ ທ່ານ ແສງອາລຸນ ໂດຍທັນທີ ແລະ ບໍ່ມີ ເງື່ອນໄຂ ໃດໆ ຊຶ່ງ ຂນະນີ້ ທັງສອງຄົນ ຍັງຖືກ ຂັງ ຢູ່ຄຸກ ຊ່ຳເຄ້ ນອກເມືອງ ນະຄອນຫຼວງ ວຽງຈັນ, ແລະ ຮຽກຮ້ອງ ໃຫ້ ຣັຖບານ ລາວ ຕ້ອງ ເຜີຍຂໍ້ມູນ ກ່ຽວກັບ ທ່ານ ແກ້ວໃຈ ແລະ ທ່ານ ພູວັນ ທີ່ ບໍ່ທັນຮູ້ ຊະຕາກັມ ຂອງ ທ່ານ ທັງສອງ ນຳ”.

ໃນ ຖແລງການ ຂອງ ສາມ ອົງການ ທີ່ ນໍາເຜີຍແຜ່ ໃນມື້ ວັນທີ 8 ທັນວາ 2015 ນີ້ ໄດ້ ບັລຍາຍ ເຖິງ ສະພາບ ຄວາມໂຫດຮ້າຍ ຂອງການ ຄຸມຂັງ ນັກສຶກສາ ເຫລົ່ານັ້ນ ວ່າ, ພວກຂະເຈົ້າ ຖືກໂສ້ ລ່າມຂາໄວ້ ຕລອດເວລາ ໄດ້ຮັບ ອະນຸຍາດ ໃຫ້ອອກມາ ອາບນໍ້າ ສໍາຣະ ຮ່າງກາຍ ພຽງ ເທື່ອດຽວ ໃນ ທຸກໆ ສອງ ອາທິດ ແລະ ບໍ່ໄດ້ຮັບ ການດູແລ ແບບທີ່ ມະນຸດ ສົມຄວນ ໄດ້ຮັບ, ອິງຕາມ ການ ບອກເລົ່າ ຂອງຜູ້ເຫັນ ເຫດການ ໃນຄຸກ.

ນອກຈາກນີ້ ອົງການ ສິດທິມະນຸດ ທັງສາມ ຍັງຮຽກຮ້ອງ ໃຫ້ ຣັຖບານລາວ ສຶບສວນ ກໍຣະນີ ທ່ານ ຄຳພູວຽງ ທີ່ ເສັຽຊີວິດ ຢູ່ໃນຄຸກ ເມື່ອປີ 2001, ແລະ ບອກສາເຫດ ການເສັຽ ຊີວິດ ຕໍ່ ສັງຄົມ, ຂໍໃຫ້ແຈ້ງ ຊະຕາກັມ ຂອງຜູ້ນຳ ນັກສຶກສາ ອີກ 9 ຄົນ ທີ່ ຖືກຈັບ ໃນຂນະ ຕຽມການ ປະທ້ວງ ເມື່ອປີ 2009, ຮວມທັງ ໃຫ້ເລັ່ງລັດ ການສືບສວນ ກໍຣະນີ ທ່ານ ສົມບັດ ສົມພອນ ນັກພັທນາ ຊຸມຊົນ ທີ່ ຫາຍສາບສູນ ເກືອບຈະຄົບ 3 ປີ ໃນ ມື້ວັນທີ 15 ທັນວາ ນີ້ນຳ.

ສຳລັບ ການ ອະພັຍໂທດ ນັກໂທດ ປະຈຳປີ 2015 ເມື່ອ ວັນຊາດ ທີ່ 2 ທັນວາ ຜ່ານມາ ທີ່ ບໍ່ມີ ນັກໂທດ ການເມືອງ ເລີຍນັ້ນ, ທ່ານ Andrea Giorgetta ກ່າວວ່າ ເປັນເຣື້ອງ ທີ່ ຜິດຫວັງ ແລະ ຮັບບໍ່ໄດ້ ເພາະວ່າ ນັກໂທດ ການເມືອງ ຫຼາຍຄົນ ຖຶກຄຸມຂັງ ມາດົນກວ່າ 16 ປີ ແລ້ວ ສົມຄວນ ທີ່ ຈະໄດ້ຮັບ ການ ພິຈາຣະນາ ອະພັຍໂທດ.

 

 

 



__________________
Page 1 of 1  sorted by
 
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard