ລາວໂຮມລາວ ເພື່ອປະຊາທິປະໄຕ

Members Login
Username 
 
Password 
    Remember Me  
Post Info TOPIC: ເຈົ້າໜ້າທີ່ສືບຫາຄົນຮ້າຍ ລັດ ຍິງຣົດ
Anonymous

Date:
ເຈົ້າໜ້າທີ່ສືບຫາຄົນຮ້າຍ ລັດ ຍິງຣົດ
Permalink   
 


ເຈົ້າໜ້າທີ່ສືບຫາຄົນຮ້າຍ ລັດ ຍິງຣົດ

1624038b-01d9-4cd5-8a7d-b0521ed42dd6.jpeg

 

ໜ່ວຍປ້ອງກັນ ຄວາມສງົບ ແຂວງ ໄຊສົມບູນ ເລັ່ງ ສືບສວນ ຊອກຫາ ຄົນຮ້າຍ ທີ່ ລັດຍິງ ຣົດ ປະຊາຊົນ ຢູ່ເຂດ ເມືອງ ໄຊສົມບູນ ຈົນເຮັດໃຫ້ ມີຄົນ ເສັຽຊີວີດ ສອງຄົນ ໃນ ມື້ວັນທີ 22 ພຶສຈິກາ ຜ່ານມາ ໂດຍເຊື່ອວ່າ ເປັນກຸ່ມຄົນ ບໍ່ດີທີ່ ຊອກຫາ ປູ້ນຈີ້ ຊິງຊັບ ຈາກ ຜູ້ໂດຍສານ. ດັ່ງ ຫົວຫນ້າ ໜ່ວຍປ້ອງກັນ ຄວາມສງົບ ທີ່ ແຂວງ ໄຊສົມບູນ ກ່າວຕໍ່ ເອເຊັຽ ເສຣີ ໃນ ມື້ວັນທີ 11 ທັນວາ ນີ້ວ່າ:

"ລົດ ປະຊາຊົນ ຢູ່ແຖວນີ້ ດອກ ພວກປຸ້ນ ພວກອີ່ຫຍັງນີ້ ຊື່ໆດອກ ປຸ້ນລົດ ປຸ້ນລາ ເຮົາຍັງ ດຳເນີນການ ຢູ່ ກໍຄືພວກ ສະຫາຍຮູ້ ຫັ້ນແຫລ້ວ".

ທ່ານກ່າວ ຕື່ມວ່າ ຂ່າວ ທີ່ວ່າ ແຂວງ ໄຊສົມບູນ ໄດ້ ອອກຣະບຽບ ບໍ່ໃຫ້ ປະຊາຊົນ ອອກນອກ ເຮືອນ ໃນຍາມ ກາງຄືນ ນັ້ນ ແມ່ນແທ້ ເພື່ອ ຄວາມປອດພັຍ ຕໍ່ຊີວີດ ແລະ ຊັບສີນ ຂອງ ປະຊາຊົນ ເນື່ອງຈາກ ວ່າ ກຸ່ມ ຄົນບໍ່ດີ ທີ່ ລັດ ຍິງຣົດ ປະຊາຊົນ ນັ້ນອາດ ກັບຄືນມາ ປຸ້ນຈີ້ ປະຊາຊົນ ອີກ ແລະ ທ່ານ ກ່າວວ່າ ຈະ ບໍ່ຍົກເລີກ ຂໍ້ຫ້າມ ດັ່ງກ່າວ ຈົນກວ່າ ຈະຈັບ ຄົນຮ້າຍໄດ້.

ທ່ານກ່າວວ່າ ນອກຈາກ ເຫດການ ລັດຍິງຣົດ ນີ້ແລ້ວ ກໍບໍ່ມີ ເຫດການ ຮຸນແຮງ ແນວໃດ ເກີດຂຶ້ນອີກ ຢູ່ພາຍໃນ ແຂວງ ທຸກຢ່າງ ກໍສງົບດີ.

ຫົວຫນ້າ ໜ່ວຍ ປ້ອງກັນ ຄວາມສງົບ ບໍ່ຍອມ ກ່າວເຖີງ ຮູບພາບ ໃນ ສື່ສັງຄົມ ອອນລາຍ ທີ່ ມີຂ່າວ ການປະທະ ກັນ ຣະຫວ່າງ ກອງກຳລັງ ຕິດອາວຸດ ກັບ ເຈົ້າຫນ້າທີ່ ທະຫານ ຈົນເຮັດໃຫ້ ທະຫານ ເສັຽຊີວີດ 3 ຄົນ ຊຶ່ງໃນ ປັດຈຸບັນ ຮູບພາບ ດັ່ງກ່າວ ກໍບໍ່ ປະກົດເຫັນ ຢູ່ FACEBOOK ແລ້ວ.

ff12032e-a2a2-4e8f-8ee8-349271aa9055.jpeg



__________________
Page 1 of 1  sorted by
 
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard