ລາວໂຮມລາວ ເພື່ອປະຊາທິປະໄຕ

Members Login
Username 
 
Password 
    Remember Me  
Post Info TOPIC: ແມ່ຍິງລາວ 43 ຄົນ ທີ່ ຂາຍ ບໍຣິການ ທາງເພສ ຢູ່ຮ້ານ ຄາຣາໂອເກະ
Anonymous

Date:
ແມ່ຍິງລາວ 43 ຄົນ ທີ່ ຂາຍ ບໍຣິການ ທາງເພສ ຢູ່ຮ້ານ ຄາຣາໂອເກະ
Permalink   
 


ແມ່ຍິງລາວ 43 ຄົນ ທີ່ ຂາຍ ບໍຣິການ ທາງເພສ ຢູ່ຮ້ານ ຄາຣາໂອເກະ

3cccbf2e-ecb7-4d28-869b-5ec5a54a0b9c.jpeg558000014321801.JPEG

 

ເຈົ້າໜ້າທີ່ ເມືອງໂຂງຈຽມ ແຂວງ ອຸບົນ ຂອງໄທ ຈັບ ແມ່ຍິງລາວ 43 ຄົນ ທີ່ ຂາຍ ບໍຣິການ ທາງເພສ ຢູ່ຮ້ານ ຄາຣາໂອເກະ ໃນ ວັນທີ 16 ທັນວາ ນີ້.

ນາງ ສີນະພາ ສະຫວັດດິກຸນ ພະນັກງານ ອາວຸໂສ ຂອງ ສຳນັກງານ ພັທນາ ສັງຄົມ ແລະ ຄວາມໝັ້ນຄົງ ຂອງ ມະນຸດ ແຂວງ ອຸບົນ ເປີດເຜີຍ ຕໍ່ ເອເຊັຽ ເສຣີ ໃນ ວັນທີ 18 ທັນວາ 2015 ນີ້ວ່າ, ແມ່ຍິງລາວ ທັງ 43 ຄົນ ເຕັມໃຈ ຂາຍ ບໍຣິການ, ບໍ່ໄດ້ຖືກ ຫຼອກມາ.

ໃນຈຳນວນ ທັງໝົດ ນັ້ນມີ 14 ຄົນ ທີ່ເຊື່ອວ່າ ອາຍຸ ຍັງບໍ່ຮອດ 18 ປີ ຊຶ່ງ ອາຈເປັນການ ຄ້າມະນຸດ ແລະ ຈະຕ້ອງມີ ການ ດຳເນີນ ຄະດີ ຂັ້ນສານ ກັບ ເຈົ້າຂອງຮ້ານ ຄາຣາໂອເກະ:

"ຈາກການ ໂອ້ລົມ ແມ່ຍິງ ເຫລົ່ານີ້ ເຕັມໃຈ ມາເຮັດ ແລະ ຮູ້ວ່າ ຈະຕ້ອງມາ ເຮັດວຽກຫຍັງ, ແຕ່ວ່າ ກົດໝາຍໄທ ຖ້າອາຍຸ ຕ່ຳກວ່າ 18 ປີ ກໍຈະເປັນ ຄວາມຜິດ ຖານ ຄ້າມະນຸດ, ເພາະສະນັ້ນ ເຣຶ່ອງ ການບັງຄັບ ໃຊ້ ແຮງງານ ຫລື ການບັງຄັບ ຄ້າ ປະເວນີ ຈຶ່ງບໍ່ມີ, ມີແຕ່ເຣຶ່ອງ ຂອງຄວາມ ຍິນຍອມ ມາເຮັດວຽກ ທັງໝົດ ໂດຍມີ ຂະບວນການ".

ປັຈຈຸບັນ ແມ່ຍິງລາວ ທັງ 43 ຄົນ ຖືກ ແບ່ງອອກເປັນ 2 ກຸ່ມ ຄືແຍກ ຜູ້ທີ່ມີ ອາຍຸ ເກີນ 18 ປີ ໄປກັກຕົວ ທີ່ ສະຖານີ ຕຳຣວດ ເມືອງໂຂງຈຽມ ເພື່ອຕັ້ງ ຂໍຫາຄ້າ ບໍຣິການ ທາງເພດ ຫລື ເຂົ້າເມືອງ ຜິດ ກົດໝາຍ.

ສ່ວນທີ່ເຫລືອ ຢູ່ໃນຄວາມ ຄຸ້ມຄອງ ຂອງ ສຳນັກງານ ພັທນາ ສັງຄົມ ແລະ ຄວາມໝັ້ນຄົງ ຂອງ ມະນຸດ ແລະ ຍັງຈະມີ ການພິສູດ ບາງຄົນ ອີກຕື່ມ ຍ້ອນຖື ເອກສານ ປອມ. ດັ່ງ ນາງ ສີນະພາ ກ່າວວ່າ:

"ນາງວ່າ ພໍ ຈັບມາແລ້ວ ເຮົາ ກໍຄັດແຍກ ສ່ວນນຶ່ງ ກໍຢູ່ທີ່ ບ້ານພັກເດັກ ສ່ວນນຶ່ງ ກໍຢູ່ທີ່ ສະຖານີ ຕຳຣວດ ໂຂງຈຽມ. ຕອນນີ້ ກໍຢູ່ໃນ ຣະຫວ່າງ ການພິສູດ ທາງແພດ ວ່າທັງໝົດ 14 ຄົນນັ້ນ ມີອາຍຸ ຕ່ຳກວ່າ 18 ປີ ຈັກຄົນ, ເພາະ ເອກສານ ຂອງ ພວກເຂົາ ຄ້າຍຄື ເອກສານ ປອມ ຊຶ່ງ ຕ້ອງໄດ້ພິສູດ ຜົມ ແລະ ກະດູກ ເປັນ ຫລັກຖານ ຢັ້ງຢືນ".

ນາງກ່າວ ຕື່ມວ່າ ຫາກ ແມ່ຍິງ ຄົນໃດ ອາຍຸ ບໍ່ເຖິງ 18 ປີ ຈະຕ້ອງຖືກ ສົ່ງໄປຢູ່ ໃນຄວາມ ຄຸ້ມຄອງ ຂອງ ບ້ານ ນາຣີສະຫວັດ ແຂວງ ນະຄອນ ຣາຊສີມາ ເປັນເວລາ 6 ເດືອນ ເພື່ອ ເປັນພະຍານ ການຟ້ອງຮ້ອງ ນາຍຈ້າງ ໃນຂໍ້ຫາ ຄ້າມະນຸດ.



__________________
Page 1 of 1  sorted by
 
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard