ລາວໂຮມລາວ ເພື່ອປະຊາທິປະໄຕ

Members Login
Username 
 
Password 
    Remember Me  
Post Info TOPIC: ຮອງປະທານສູນກາງແນວລາວ ຂາຍຊາດ
Anonymous

Date:
ຮອງປະທານສູນກາງແນວລາວ ຂາຍຊາດ
Permalink   
 


12391983_1098095476888790_6696946817597774737_n.jpg?oh=c2d7c03dcc32c760e48d0ff8874c4a79&oe=5720A688

ພະນັກງານ, ອົງການຕ່າງໆ ແລະ ປະຊາຊົນບັນດາເຜົ່າ ສະເໜີຕໍ່ສະພາແຫ່ງຊາດ ໃນການລົງສະໝັກເລືອກຕັ້ງ ເປັນສະມາຊິກສະພາແຫ່ງຊາດ ໃນຕໍ່ໜ້າຢູ່ທ້ອງຖິ່ນຄວນເລືອ

ເອົາພະນັກງານຫລັກແຫລ່ງ ແລະ ຜູ້ມີບົດບາດສຳຄັນ ຢູ່ທ້ອງຖິ່ນນັ້ນລົງສະໝັກ ເລືອກຕັ້ງເພື່ອສະດວກ ໃນການລົງພົບປະປະຊາຊົນ, ຕິດຕາມກວດກາ ແລະ

ຊີ້ນຳ–ນຳພາປະຊາຊົນສ້າງສາພັດທະນາທ້ອງຖິ່ນ ໃຫ້ນັບມື້ດີຂຶ້ນ.

ທ່ານ ຕົງເຢີ ທໍ່ ກຳມະການສູນກາງພັກ, ຮອງປະທານສູນກາງແນວລາວສ້າງຊາດ ໄດ້ມີຄຳເຫັນຕໍ່ບົດລາຍງານ ການເຄື່ອນໄຫວວຽກງານ 5 ປີ ຂອງສະພາແຫ່ງຊາດຊຸດທີ VII, ຮ່າງວິໄສທັດຮອດປີ 2030, ຍຸດທະສາດພັດທະນາລະບົບສະພາແຕ່ປີ 2016-2025 ແລະ ແຜນການ 5 ປີຂອງສະພາແຫ່ງຊາດຊຸດທີ VIII ວ່າ: ໃນໄລຍະ 5 ປີຜ່ານມາສະພາແຫ່ງຊາດ ໄດ້ມີຜົນງານພົ້ນເດັ່ນຫລາຍດ້ານ ໃນນານເປັນຕົວແທນ ແຫ່ງສິດຜົນປະໂຫຍດອັນຊອບທຳ ຂອງປະຊາຊົນໂດຍລວມແລ້ວ ໄດ້ເອົາໃຈໃສ່ຈັດຕັ້ງປະຕິບັດ ພາລະບົດສິດ ແລະ ໜ້າທີ່ຂອງຕົນໃນການລົງພົບປະປະຊາຊົນ ບັນດາເຜົ່າຢູ່ເຂດເລືອກຕັ້ງຂອງຕົນ ເພື່ອເຜີຍແຜ່ແນວທາງ ນະໂຍບາຍຂອງພັກ, ກົດໝາຍ ແລະ ນິຕິກຳຕ່າງໆ ທັງເປັນການຕິດຕາມກວດກາ ການຈັດຕັ້ງປະຕິບັດຂອງອຳນາດລັດ ເພື່ອສ່ອງແສງພາກສ່ວນຕ່າງໆຂອງພັກ-ລັດໄດ້ຮັບຊາບ ແນໃສ່ໃຫ້ມີວິທີແກ້ໄຂໃຫ້ປະຊາຊົນອັນໄດ້ເຮັດ ໃຫ້ປະຊາຊົນບັນດາເຜົ່າ ໄດ້ເພີ່ມທະວີນ້ຳໃຈປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ, ເປັນເຈົ້າຕົນເອງ ໃນການລຶບລ້າງຄວາມທຸກຍາກ ປະກອບສ່ວນເຂົ້າວຽກງານ ປ້ອງກັນຊາດປ້ອງກັນຄວາມສະຫງົບ ແລະ ອື່ນໆໄດ້ດີກວ່າເກົ່າ. ໃນໄລຍະຜ່ານມາ ການຄັດເລືອກເປົ້າໝາຍ ເປັນສະມາຊິກສະພາແຫ່ງຊາດ ສ່ວນຫລວງຫລາຍເອົາພະນັກງານ ບັນດາຂະແໜງການລົງສະໝັກ, ແຕ່ໃນຕໍ່ໜ້າຄວນເອົານັກພັດທະນາກອນ, ຜູ້ປະກອບການດີເດັ່ນ ແລະ ມີບົດບາດທີ່ສາມາດ ນຳພາປະຊາ ຊົນພັດທະນາຢູ່ກັບທ້ອງຖິ່ນ ຮາກຖານທີ່ເພິ່ນຢູ່ນັ້ນລົງສະໝັກ ເປັນສະມາຊິກສະພາແຫ່ງຊາດ ໂດຍສະເພາະຄັດເລືອກເອົາບຸກຄົນພົ້ນເດັ່ນ ໃນການປະຕິບັດວຽກງານ 3 ສ້າງ.

ນອກຈາກນີ້ ຢາກໃຫ້ ສສຊ ຄວນລົງຮາກຖານ ໃຫ້ທົ່ວເຖິງ ເພາະຜ່ານມາບາງທ່ານ ເຫັນແຕ່ລົງຫາງສຽງເທົ່ານັ້ນ, ບໍ່ເຫັນໄປຊ່ວຍ ແລະ ພົບປະຊາຊົນ ເພື່ອແກ້ໄຂບັນຫາຕ່າງໆ ຂອງເຂົາເຈົ້າ; ຜ່ານມາສູ້ຊົນໄດ້ແຕ່ວຽກຄາດໝາຍ ແຕ່ຜົນໄດ້ຮັບໜ້ອຍເປັນຕົ້ນ ແມ່ນການເຕົ້າໂຮມບ້ານນ້ອຍເປັນບ້ານໃຫຍ່ ເຊິ່ງໂຮມໄດ້ແຕ່ບ້ານເທົ່ານັ້ນ, ແຕ່ການທຳມາຫາກິນ ຂອງປະຊາຊົນຫຍຸ້ງຍາກ ກວ່າເກົ່າ ຍ້ອນ ໄລຍະທາງແຕ່ບ້ານຫາບ່ອນທຳການຜະລິດ ໄກກວ່າເກົ່າ 2-3 ເທົ່າ. ການສອບເສັງເຂົ້າລັດຖະກອນ ຍັງມີຄົນເຈົ້າຄົນຂ້ອຍ ສ່ວນຫລາຍຄົນຢູ່ໃນເມືອງຫລືຕ່າງແຂວງ ໄດ້ລັດຖະກອນແລ້ວ ກໍຂໍຍົກຍ້າຍກັບຄືນພຽງແຕ່ມາເອົາໂກຕາຊື່ໆ. ພ້ອມນີ້ ກໍຄວນມີນະໂຍບາຍຮັບ ແລະ ສົ່ງເສີມລັດຖະຊົນເຜົ່າຢູ່ເຂດຫ່າງໄກສອກຫລີກ. ສະເໜີໃຫ້ສະພາແຫ່ງຊາດ ເພີ່ມທະວີຕິດຕາມກວດກາຢ່າງໃກ້ຊິດ ແລະ ສະກັດກັ້ນການສໍ້ລາດບັງຫລວງໃນຖັນແຖວຄະນະນຳ, ພະນັກງານ ລັດຖະກອນທີ່ກ່ຽວຂ້ອງກັບຄວາມບໍ່ຍຸຕິທຳ, ການພົວພັນປະສານງານກັບອົງການດັ່ງກ່າວ ກັບສະພາແຫ່ງຊາດບໍ່ທັນກົມກຽວ ທັນການເປັນຕົ້ນ ການແກ້ໄຂບັນຫາຊັບສິນຂອງລັດ ຢູ່ແຕ່ລະພາກສ່ວນບໍ່ຄືກັນ ເຮັດໃຫ້ເກີດມີຫາງສຽງ ສັງຄົມ ຍ້ອນແມ່ນຄົນເຈົ້າ ຄົນຂ້ອຍທີ່ໄປຮັບສິນບົນນັບທັງການສໍ້ລາດບັງຫລວງເປັນໝູ່ຄະນະ ແລະ ອື່ນໆ.

ທ່ານ ຍັງໃຫ້ຮູ້ຕື່ມວ່າ: ເພື່ອເຮັດໃຫ້ວຽກງານຕ່າງໆທີ່ກ່າວມານັ້ນ ໄດ້ຮັບການແກ້ໄຂ ປັບປຸງດີ ຂຶ້ນເທື່ອລະກ້າວ. ສະເໜີໃຫ້ສະພາແຫ່ງຊາດ, ພາກສ່ວນກ່ຽວຂ້ອງ ເອົາຄຳຄິດຄຳເຫັນເຫລົ່ານີ້ ໄປ ຄົ້ນຄວ້າແກ້ໄຂຢ່າງທັນການ, ຖ້າແກ້ໄຂໄດ້ກໍຄວນແກ້ໄຂໃຫ້ເຂົາເຈົ້າສຸມໃສ່ເຮັດໃຫ້ປະເທດຊາດກໍຄືຊີ ວິດການເປັນຢູ່ຂອງປະຊາຊົນໄດ້ຮັບການປົວແປງດີຂຶ້ນເທື່ອລະກ້າວ.



__________________
Page 1 of 1  sorted by
 
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard