ລາວໂຮມລາວ ເພື່ອປະຊາທິປະໄຕ

Members Login
Username 
 
Password 
    Remember Me  
Post Info TOPIC: ພົບລາຍຮັບເກືອບ 750 ຕື້ກີບ ທີ່ບັນດາ ກະຊວງ-ແຂວງຕ່າງໆ ບໍ່ມອບເຂົ້າງົບປະມານ
Anonymous

Date:
ພົບລາຍຮັບເກືອບ 750 ຕື້ກີບ ທີ່ບັນດາ ກະຊວງ-ແຂວງຕ່າງໆ ບໍ່ມອບເຂົ້າງົບປະມານ
Permalink   
 
ພົບລາຍຮັບເກືອບ 750 ຕື້ກີບ ທີ່ບັນດາກະຊວງ-ແຂວງຕ່າງໆ ບໍ່ມອບເຂົ້າງົບປະມານ

DSC_9605-viengthong-1.jpg

 ອົງການກວດສອບແຫ່ງລັດ ໄດ້ດຳເນີນການກວດສອບ ບົດສະຫລຸບຕົວເລກຂາດຕົວ ການຈັດຕັ້ງປະຕິບັດ ແຜນງົບປະມານແຫ່ງລັດ ໃນສົກປີ 2013-2014 ຂອງຫົວໜ່ວຍງົບປະມານ, ທະນາຄານ, ໂຄງການ ແລະ ວິສາຫະກິດ ໃນສົກປີດັ່ງກ່າວໄດ້ຈຳນວນ 116 ຫົວໜ່ວຍ, ໃນນັ້ນ ດ້ານລາຍຮັບ ໄດ້ກວດສອບເຫັນເພີ່ມ ລາຍຮັບສ່ວຍສາອາກອນ, ລາຍຮັບຊັບສິນຂອງລັດ, ເງິນຂາຍໄມ້, ເງິນລະດົມ, ຄັງພັດທະນາແຂວງ, ຫັນຊັບສິນເປັນທຶນ, ລາຍຮັບ ຈາກການປ່ອຍເງິນກູ້ ແລະ ອື່ນໆ ຈຳນວນ 749,22 ຕື້ກີບ ເຊິ່ງບັນດາກະຊວງ, ແຂວງເກັບ​ໄດ້ແລ້ວ ແຕ່ບໍ່ມອບເຂົ້າງົບປະມານ ແລະ ໄດ້ນຳໃຊ້ເຂົ້າໃນວຽກງານບໍລິຫານ, ຈ່າຍຊຳລະໜີ້ສິນໂຄງການລົງທຶນ, ຮັກສາໄວ້ໃນຄັງເງິນສົດ, ຝາກໄວ້ຢູ່ໃນທະນາຄານ ແລະ ໃຫ້ບໍລິສັດຢືມ.

ທ່ານ ດຣ. ນາງ ວຽງທອງ ສີພັນດອນ ປະທານອົງການກວດສອບແຫ່ງລັດ ໄດ້ລາຍງານໃຫ້ຮູ້ ໃນວາລະດຳ ເນີນກອງປະຊຸມສະໄໝສາມັນເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ VII ວັນທີ 24 ທັນວາ 2015, ​ໂດຍ​ກ່າວ​ວ່າ: ໄດ້ກວດສອບເຫັນ ເງິນເກີນແຜນທ້ອງຖິ່ນ ຈຳນວນ 206,45 ຕື້ກີບ ທີ່ໄດ້ສະຫລຸບ ເປັນລາຍຮັບ ສົກປີ 2012-2013 ແລະ ໃນສົກປີ 2013-2014 ກະຊວງການເງິນ ໄດ້ນຳມາຈົດເປັນລາຍຮັບງົບປະມານແຫ່ງລັດອີກ ເຊິ່ງເຫັນວ່າເປັນການເອົາຕົວເລກດັ່ງກ່າວ​ ເຂົ້າແຜນຊ້ຳຊ້ອນ; ກວດເຫັນຍອດເຫລືອບັນຊີເງິນຝາກ ອົງການບໍລິຫານວິຊາການ ຢູ່ຄັງເງິນແຫ່ງຊາດປະຈຳສູນກາງ ແລະ ຄັງເງິນປະຈຳແຂວງ ຈຳນວນ 443,26 ຕື້ກີບ; ກວດສອບເຫັນການຍົກເວັ້ນ, ຫລຸດຜ່ອນພາສີ-ອາກອນ ປະເພດນ້ຳມັນເຊື້ອໄຟ, ພາຫະນະ ແລະ ຄ່າຊັກພິເສດໄມ້ຂາອອກ ຈຳນວນ 2.083,37 ຕື້ກີບ ເຊິ່ງຂະແໜງກ່ຽວຂ້ອງ ບໍ່​ໄດ້ສະຫລຸບບັນຊີແຍກລະອຽດ ລະຫວ່າງ ການຍົກເວັ້ນທີ່ຖືກຕ້ອງ ກັບການຍົກເວັ້ນທີ່ບໍ່ສອດຄ່ອງກັບ ກົດໝາຍວ່າດ້ວຍ ການສົ່ງເສີມການລົງທຶນ; ກວດເຫັນການອະນຸມັດໃຫ້ເຊົ່າ ແລະ ສຳປະທານທີ່ດິນລັດ ທີ່ສູນກາງຄຸ້ມຄອງ ໃນເນື້ອທີ່ 23.870 ເຮັກຕາ ມູນຄ່າເກັບຕາມສັນຍາ ຈຳນວນ 251.195 ໂດລາສະຫະລັດຕໍ່ປີ ແລະ ໄດ້ກວດສອບເຫັນການຫັນຊັບສິນ ຂອງລັດເປັນທຶນ ຈຳນວນ 52,88 ຕື້ກີບ ເພື່ອຊຳລະ ໃນໂຄງການກໍ່ສ້າງຕຶກອາຄານ ທີ່ມີມູນຄ່າຕາມສັນຍາ 132,50 ຕື້ກີບ ເຊິ່ງເງິນຈຳນວນ 79,62 ຕື້ກີບ ແມ່ນໄດ້ເອົາເຂົ້າແຜນສະພາແຫ່ງຊາດຮັບຮອງ ແລະ ຈົດທະບຽນສັນຍາຮັບເໝົາກໍ່ສ້າງ. ສ່ວນເງິນທີ່ໄດ້ຫັນເປັນທຶນ ແມ່ນບໍ່ໄດ້ຈົດເຂົ້າເປັນລາຍຮັບ ເພື່ອຈັດສັນເຂົ້າລາຍຈ່າຍຕາມສັນຍາ ເພື່ອໃຫ້ສອດຄ່ອງກັບມາດຕາ 22 ແລະ 23 ຂອງກົດໝາຍ ວ່າດ້ວຍຊັບສິນຂອງລັດ.

ຄຽງ​ຄູ່ກັນນີ້, ອົງການກວດສອບແຫ່ງລັດ ຍັງໄດ້ກວດເຫັນການສັງລວມບັນຊີໜີ້ຄ້າງມອບ ຈາກຫົວໜ່ວຍວິສາຫະກິດ ທີ່ສູນກາງຄຸ້ມຄອງ ເຊິ່ງສ່ວຍສາອາກອນ ບໍ່ໄດ້ຕິດຕາມ, ກວດກາຄືນ ແລະ ໄລ່ລຽງໃນການຈັດຊັ້ນປະເພດໜີ້ສິນ, ການຂຶ້ນທະບຽນວິສາຫະກິດ, ວິສາຫະກິດທີ່ຍັງສືບຕໍ່ເຄື່ອນໄຫວທຸລະກິດ, ວິສາຫະກິດ ທີ່ລົ້ມລະລາຍ, ຢຸດເຊົາການເຄື່ອນໄຫວທຸລະກິດ ຕາມກົດໝາຍວ່າດ້ວຍສ່ວຍສາອາກອນ ແລະ ກວດສອບເຫັນການລະເມີດຕໍ່ກັບ ລະບຽບກົດໝາຍການຄຸ້ມຄອງເງິນ ຈາກການຂາຍໄມ້ໂຄຕາ, ໄມ້ແຂວງອະນຸມັດ, ໄມ້ຢຶດ, ໄມ້ຜ່ານໄປປະເທດທີ 3  ແລະ ໄມ້ເຄື່ອນຍ້າຍ ລະຫວ່າງແຂວງ ແລະ ອື່ນໆ.

__________________
Anonymous

Date:
RE: ພົບລາຍຮັບເກືອບ 750 ຕື້ກີບ ທີ່ບັນດາ ກະຊວງ-ແຂວງຕ່າງໆ ບໍ່ມອບເຂົ້າງົບປະມານ
Permalink   
 
ລທບ ລາວ ເລີ້ມເຮັດແທ້ແລ້ວເດີ ອາທິດຜ່ານມາມີການຈັບກຸມການນຳຂັ້ນສູງຈຳນວນ 6 ຄົນ ມີທັງເລຂາ ລມຕ ຫົວຫນ້າກົມ ຮອງກົມ ງົບປະມານ ກະຊວງການເງີນ ຂໍ້ຫາສໍ້ລາດບັງຫລວງ ລ້ຳລວຍຜິດປົກກະຕິ ແຫລ່ງຂ່າວທັງລັດ ແລະໂທລະໂຄ່ງ ລາວໂພສ ເອເຊັຍເສລີ VOA ຕົກຂ່າວກັນໝົດ ຮາ ຮາ ຮາ ຄາດວ່າຈະມີການຊັກທອດກັນໄປອີກຫລາຍທ່ານ ໂດຍສະເພາະ ນາຍດ່ານພາສີທັງຫລາຍ ຫົວໜ້າກວດກາປ່າໄມ້ ອີກພວກປ່ອຍໄມ້ເອົາເງີນຄັນລະ 2000$ ໄດ້ຍີນຂ່າວວ່າຍາວໜາວ ເປີດແອນອນ ກໍ່ຍັງຮ້ອນຢູ່ວ່າຊັ້ນເດ

__________________
Anonymous

Date:
Permalink   
 
ຖ້າເຮັດແທ້ທຳຈິງກັບຄົນລວຍຜິດປົກກະຕິນັ້ນຄືບໍ່ໄປຈັດການກັບ

ບັກຈູມມະລີປະທານປະເທດແລະບັກທອງສິງນາຍົກນັ້ນແດ່ ເພາະ

ສອງໂຕນີ້ລຳ້ລວຍຜິດປົກກະຕິກ່ອນເພື່ອນທີ່ສຸດ. ຢາກຝາກຂໍ້ຄວາມ

ເຖິງອີ່ລູກສາວບັກຄຳໄຕໃຫ້ຈັດການກັບພ່ຂອງມັນເພາະມັນຮູ້ດີວ່າພໍ່

ຂອງມັນກໍຄົນນຶ່ງທີ່ລຳ້ລວຍຜິດປົກກະຕິ ເພາະຕອນຍ້າຍສັງຂານຈາກ

ຊຳເຫນືອມາວຽງຈັນໃນປີ ໑໙໗໓ ນັ້ນມີການສຳຫລວດສັບສິນຂອງຄອບ

ຄົວ ມີເງິນພຽງແຕ່ ໕໐໐໐ ກີບ ເງິນປົດປ່ອຍ ຄຳສອງສະຫລຶງແລະເງິນ

ກີບຫົວຫນາມ ໓ ກີບ ເທົ່ານັ້ນ, ແຕ່ບັກຄຳໄຕລຳ້ລວຍມີເງິນ ໘໖໐ ລ້ານ

ໂດລາ ສຫຣ ໄດ້ແນວໃດ ອັນເງິນເດືອນພໍ່ມັນເດືອນນຶ່ງບໍ່ຮອດຫ້າຮ້ອຍໂດ

ລາເລີຍ.

__________________
Anonymous

Date:
Permalink   
 
Anonymous wrote:

ລທບ ລາວ ເລີ້ມເຮັດແທ້ແລ້ວເດີ ອາທິດຜ່ານມາມີການຈັບກຸມການນຳຂັ້ນສູງຈຳນວນ 6 ຄົນ ມີທັງເລຂາ ລມຕ ຫົວຫນ້າກົມ ຮອງກົມ ງົບປະມານ ກະຊວງການເງີນ ຂໍ້ຫາສໍ້ລາດບັງຫລວງ ລ້ຳລວຍຜິດປົກກະຕິ ແຫລ່ງຂ່າວທັງລັດ ແລະໂທລະໂຄ່ງ ລາວໂພສ ເອເຊັຍເສລີ VOA ຕົກຂ່າວກັນໝົດ ຮາ ຮາ ຮາ ຄາດວ່າຈະມີການຊັກທອດກັນໄປອີກຫລາຍທ່ານ ໂດຍສະເພາະ ນາຍດ່ານພາສີທັງຫລາຍ ຫົວໜ້າກວດກາປ່າໄມ້ ອີກພວກປ່ອຍໄມ້ເອົາເງີນຄັນລະ 2000$ ໄດ້ຍີນຂ່າວວ່າຍາວໜາວ ເປີດແອນອນ ກໍ່ຍັງຮ້ອນຢູ່ວ່າຊັ້ນເດ

 ເປັນໄປຍາກທີ່ພວກນີ້ຈະໄດ້ຮັບໂທດ.ມີແຕ່ຈະຍ້າຍໄປກຳບ່ອນໄໝ່ທີ່ມີໂອກາດສູງ

ໃນການໂກງໄດ້ຫຼາຍກວ່າເກົ່າ.ຖ້າຟັງເບິ່ງຄັນບໍ່ແມ່ນຄວາມ ຂພຈ.

 ອີ່ ຫ້າ  ວຽງທອງ ສີພັນດອນ, ກວດສອນ ໂຄດຕະກຸນມຶງແດ່

ຢ່າໃຫ້ກູເປີດເຜີຍຫລາຍ ຄວາມຊົ່ວຂອງຕະກຸນ "ສີພັນດອນ"

ໃຜອອກໃບອານຸຍາດ ໃຫ້ບັກນີ້ຕັດໄມ້ໃນປ່າສະຫງວນແຫງຊາດ, ມຶງຕອບກູໄດ້ບໍ່?

/download.spark?ID=1740774&aBID=138054/download.spark?ID=1740777&aBID=138054

__________________
Page 1 of 1  sorted by
 
Quick Reply

Please log in to post quick replies.

Create your own FREE Forum
Report Abuse
Powered by ActiveBoard