ລາວໂຮມລາວ ເພື່ອປະຊາທິປະໄຕ

Members Login
Username 
 
Password 
    Remember Me  
Post Info TOPIC: ລາວຈະປະຊຸມ ເດືອນໜ້າ ແຕ່ງຕັ້ງ ເລຂາທິການ ພັກ ຄົນໃຫມ່ ແທນ ທ່ານ ຈູມມະລີ ໄຊຍະສອນ
Anonymous

Date:
ລາວຈະປະຊຸມ ເດືອນໜ້າ ແຕ່ງຕັ້ງ ເລຂາທິການ ພັກ ຄົນໃຫມ່ ແທນ ທ່ານ ຈູມມະລີ ໄຊຍະສອນ
Permalink   
 


de423f2d-1636-4167-8921-eb0e34143eaf.jpeg

ພັກ ປະຊາຊົນ ປະຕິວັດ ລາວ ຕຣຽມ ຈັດ ກອງປະຊຸມ ຄົບຄນະ ບໍຣິຫານ ສູນກາງ ພັກ ເທື່ອ ສຸດທ້າຍ ຂອງ ສມັຍທີ 9 ແລະ ຈະຈັດ ກອງປະຊຸມ ໃຫຍ່ ຄັ້ງທີ 10 ໃນກາງ ເດືອນຫນ້າ ເພື່ອ ແຕ່ງຕັ້ງ ເລຂາທິການ ພັກ ຄົນໃຫມ່ ແທນ ທ່ານ ຈູມມະລີ ໄຊຍະສອນ ເລຂາທິການ ພັກ ຄົນ ປັດຈຸບັນ ແລະ ກັມມະການ ກົມການເມືອງ ສູນກາງພັກ ຊຸດໃຫມ່. ດັ່ງ ເຈົ້າຫນ້າທີ່ ຄນະ ໂຄສະນາ ອົບຮົມ ສູນກາງພັກ ເປີດເຜີຍ ຕໍ່ ເອເຊັຽເສຣີ ໃນມື້ວັນ ທີ 28 ທັນວາ ນີ້ວ່າ:

"ປະມານ ກາງເດືອນ 1 ນີ້ແຫລະ ກໍຈະແມ່ນ ຜູ້ໃຫມ່ ຖ້າຍັງໄດ້ ຜູ້ເກົ່າຢູ່ ກໍແມ່ນ ຜູ້ເກົ່າ ຖ້າ ເພິ່ນ ສມັກເດ້".

ໃນ ປັດຈຸບັນ ຍັງບໍ່ຮູ້ ແນ່ວ່າ ທ່ານ ຈູມມະລີ ໄຊຍະສອນ ຈະໄດ້ຮັບ ເລືອກເປັນ ເລຂາທິການ ໃຫຍ່ ຂອງພັກ ອີກ ສມັຍນຶ່ງ ໄດ້ບໍ ເພາະ ຕາມກົດຫມາຍ ສະບັບ ປັບປຸງ ປີ 2015 ທີ່ຫາກໍຜ່ານ ສະພາ ໃນອາທິດ ກ່ອນ ຣະບຸວ່າ ຜູ້ມີ ສິດຮັບ ຕຳແຫນ່ງ ປະທານ ປະເທດ ບໍ່ເກີນສອງສມັຍ ຫລື ບໍ່ເກີນ 10 ປີ. ໃນ ຣະຍະ 40 ປີ ຜ່ານມາ ສ່ວນໃຫຍ່ ຜູ້ທີ່ເປັນ ເລຂາທີການ ໃຫຍ່ ຂອງພັກ ຈະເປັນ ປະທານ ປະເທດ ນຳ.

ທ່ານ ທອງສິງ ທັມມະວົງ ນາຍົກ ຣັຖມົນຕຣີ ລາວ ກ່າວຕໍ່ ກອງປະຊຸມ ສະພາ ແຫ່ງຊາດ ໃນ ອາທິດ ທີ່ ຜ່ານມາວ່າ ປີ 2016  ພັກ ປະຊາຊົນ ປະຕິວັດລາວ ຈະມີວຽກ ງານສຳຄັນ ຫລາຍຢ່າງ ນຶ່ງໃນນັ້ນ ກໍແມ່ນ ການຈັດ ກອງປະຊຸມ ໃຫຍ່ ພັກ ຄັ້ງ ທີ 10 ຈື່ງຢາກໃຫ້ ບັນດາສະຫາຍ ເອົາໃຈໃສ່ ໃນການຮັກສາ ຄວາມສງົບ ເພື່ອໃຫ້ ກອງ ປະຊຸມ ດັ່ງກ່າວ ມີບັນຍາກາດ ດີ ແລະ ປະສົບ ຄວາມສຳເຣັດ.



__________________
Anonymous

Date:
RE: ລາວຈະປະຊຸມ ເດືອນໜ້າ ແຕ່ງຕັ້ງ ເລຂາທິການ ພັກ ຄົນໃຫມ່ ແທນ ທ່ານ ຈູມມະລີ ໄຊຍະສອນ
Permalink   
 


ຄົງແມ່ນຈູມມະລີ ຄືເກົ່ານັ້ນລະ ເພາະຜູ້ນີ້ຮູ້ແຈ້ງມີຄວາມສະຫຼາດສ່ອງໃສສາມາດຢັ້ງຮູ້ວ່າ

ດຣ ບຸນທອນ ຈັນທະລາວົງ ແມ່ນຫາເງິນຕົວະຄົນລາວວ່າຊິໄດ້ນັ້ນໄດ້ນີ້.ແຕ່ຈູມມະລີ ກໍ່

ສະຫຼາດກວ່າຊິງໜ້າໄປເວົ້າແຈ້ງເຫດການໃຫ້ພວກລາວລິງຢູ່ຝຣັງເສດຟັງເຊື່ອກັນໝົດ

ໂຄດ,ມາເລົ້າໃຫ້ຜູ້ອະວຸໂສ, ຜູ້ແທນສະພາ ກໍ່ພາກັນຕາເຫຼືອກອ້າປາກງົງວ່າເຫດໄດ້ພວກ

ເຂົາຕ້ອງຖືກຕົວະອີກທັງໆທີ່ເຂົາຮູ້ຄວາມຈິງກັນໝົດແລ້ວ.



__________________
Anonymous

Date:
Permalink   
 

Anonymous wrote:

ຄົງແມ່ນຈູມມະລີ ຄືເກົ່ານັ້ນລະ ເພາະຜູ້ນີ້ຮູ້ແຈ້ງມີຄວາມສະຫຼາດສ່ອງໃສສາມາດຢັ້ງຮູ້ວ່າ

ດຣ ບຸນທອນ ຈັນທະລາວົງ ແມ່ນຫາເງິນຕົວະຄົນລາວວ່າຊິໄດ້ນັ້ນໄດ້ນີ້.ແຕ່ຈູມມະລີ ກໍ່

ສະຫຼາດກວ່າຊິງໜ້າໄປເວົ້າແຈ້ງເຫດການໃຫ້ພວກລາວລິງຢູ່ຝຣັງເສດຟັງເຊື່ອກັນໝົດ

ໂຄດ,ມາເລົ້າໃຫ້ຜູ້ອະວຸໂສ, ຜູ້ແທນສະພາ ກໍ່ພາກັນຕາເຫຼືອກອ້າປາກງົງວ່າເຫດໄດ້ພວກ

ເຂົາຕ້ອງຖືກຕົວະອີກທັງໆທີ່ເຂົາຮູ້ຄວາມຈິງກັນໝົດແລ້ວ.


 ຂ້ອຍຄິດວ່າຄວາມປີຊາສາມາດ ແລະ ຄວາມສ່ອງຊອດ ຂອງທ່ານ ຈູມມະລີ ພ້ອມທັງຄວາມ

ເວົ້າປະກາສິດຂອງທ່ານທີ່ເວົ້າທີ່ຝຣັງເສດ,ແລະ ທີ່ລາວຕໍ່ຜູ້ຮັບຟັງອະວຸໂສ ໄດ້ສະເທືອນອອກ

ລິດເໝືອນມັງກອນຟາດຫາງເຖິງຂັ້ນໄປພັງໂທລະທັດຂອງຝ່າຍລາວປະຊາທິປະໄຕທີ່ອະເມຣິກາ

ອັນມີທ່ານແສງ ຈິດດາໄຣ ແລະ ທ່ານຄຳພຸກ ເປັນຜູ້ຮ່ວມກັນກໍ່ຕັ້ງແຍກກັນຂາດກະຈຸຍແລ້ວ.

ບໍ່ແນ່ວ່າຜູ້ທີ່ຈະມາຊິງຕຳແໜ່ງປະທານປະເທດກັບທ່ານ ຈູມມະລີ ຄັ້ງນີ້ຈະບໍ່ຖືກຄຳອະທິຖານຂອງ

ທ່ານເຮັດໃຫ້ຄູ່ແຂງຂາດກະຈຸຍເໝືອນເລື່ອງ TV ລາວທີ່ອະເມຣິກາຫຼືບໍ່?



__________________
Page 1 of 1  sorted by
 
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard