ລາວໂຮມລາວ ເພື່ອປະຊາທິປະໄຕ

Members Login
Username 
 
Password 
    Remember Me  
Post Info TOPIC: ການສົ່ງໄມ້ອອກນອກ ປະເທດ
Anonymous

Date:
ການສົ່ງໄມ້ອອກນອກ ປະເທດ
Permalink   
 


ການສົ່ງໄມ້ອອກນອກ ປະເທດ

cbf3969a-238b-4917-81fd-b2d1185fdc96.jpeg

 

ຫລັງຈາກ ຣັຖບານ ສປປລາວ ໄດ້ອອກ ແຈ້ງການ ຫ້າມ ບໍ່ໃຫ້ສົ່ງ ໄມ້ທ່ອນ ແລະ ໄມ້ຕັບອອກ ຕ່າງ ປະເທດ ຕັ້ງແຕ່ ເດືອນ ສິງຫາ 2015 ຜ່ານມາ ແລ້ວນັ້ນ ແຕ່ມີບາງ ແຂວງ ກໍຍັງມີ ການຂົນສົ່ງ ໄມ້ອອກໄປ ປະເທດ ເພື່ອນບ້ານ ຢ່າງ ຫຼວງຫຼາຍ ຊຶ່ງມີທັງ ການລັກ ຂົນສົ່ງ ແລະ ການຂົນສົ່ງ ຢ່າງເປີດເຜີຍ.

ກ່ຽວກັບ ແຈ້ງການສັ່ງຫ້າມ ດັ່ງກ່າວ ເຈົ້າຂອງ ໂຮງງານ ປຸງແຕ່ງໄມ້ ແຂວງ ຄໍາມ່ວນ ໄດ້ກ່າວຕໍ່ ເອເຊັຽເສຣີ ໃນ ວັນທີ 29 ທັນວາ ນີ້ວ່າ ມາຕການ ນັ້ນ ໃຊ້ໄດ້ຜົລ ໃນ ຣະດັບນຶ່ງ ແຕ່ຢູ່ ບາງ ແຂວງ ກໍຍັງມີ ການລັກ ສົ່ງໄມ້ອອກ ຢູ່:

“ກໍມີຜົລ ຢູ່ ແຕ່ກໍຍັງ ມີບາງ ແຂວງ ຍັງລັກລອບ ຄືກັນ ເພາະມັນ ຍັງກວດກາ ບໍ່ທົ່ວເຖິງ. ບັນດາ ໂຮງເລື່ອຍ ສ່ວນຫລາຍ ກໍຈ່າວຂາຍ ອອກ ບໍ່ມີ ວັຕຖຸດິບ ປ້ອນ, ໂຮງເລື່ອຍໄທເຮົາ ນີ້ ກໍຢຸດແລ້ວ ມີແຕ່ຜູ້ ມີ ອິດທິພົລ ແດ່ ເຂົາຈຶ່ງ ເຮັດໄດ້”.

ເວົ້າສະເພາະ ຢູ່ແຂວງ ສະຫວັນນະເຂດ ກໍມີການ ສົ່ງໄມ້ຕັບ ອອກໄປ ວຽດນາມ ໂດຍໃຊ້ຣົດ ຂົນສົ່ງ ຂນາດໜັກ ກວ່າ 100 ຄັນ ຂົນ ຜ່ານດ່ານ ຊາຍແດນ ລາວບາວ ແລະ ມີ ຣົດມ້າຂາວ ເປີດທາງໃຫ້ ໃນ ວັນທີ 15 ທັນວາ 2015 ແລະ ໃນ ຕອນແລງ ຂອງ ວັນດຽວກັນ ນັ້ນ ກໍມີງານ ກິນລ້ຽງ ໃຫຍ່ໂຕ ຢູ່ ສະຫວັນນະເຂດ ຊຶ່ງ ຕາມຂ່າວ ວ່າມີ ຜູ້ນໍາ ຄົນສໍາຄັນ ຂອງ ພັກ-ຣັຖ ທີ່ ມີ ອິດທິພົນ ຈາກ ນະຄອນ ຫຼວງວຽງຈັນ ເຂົ້າຮ່ວມ.

ທາງ ວິທຍຸ ເອເຊັຍເສຣີ ໄດ້ຖາມ ເຣື່ອງນີ້ ນໍາ ທ່ານ ຄຳພຸດ ພັນດານຸວົງ ຫົວຫນ້າກົມ ກວດກາ ປ່າໄມ້ ກະຊວງ ກະສິກັມ ແລະ ປ່າໄມ້, ແຕ່ ທ່ານ ບໍ່ສະດວກ ທີ່ຈະຕອບ ຫຼືໃຫ້ ສຳພາດ.

ເວົ້າເຖິງ ໄມ້ຂະຍຸງ ຊຶ່ງເປັນນຶ່ງ ໃນບັນຊີ ໄມ້ ຫວງຫ້າມ ຢູ່ລາວ ແລະ ໃນຫຼາຍ ປະເທດ ທົ່ວໂລກ, ເຈົ້າຂອງ ໂຮງງານ ທ່ານ ດຽວກັນນີ້ ກ່າວວ່າ ປັຈຈຸບັນ ຢູ່ ປະເທດ ລາວ ໄມ້ຂະຍຸງ ເກືອບ ຈະບໍ່ເຫຼືອ ແລ້ວ ເພາະ ຖືກຕັດ ສົ່ງໄປຂາຍ ໃຫ້ ຈີນ ແລະ ວຽດນາມ.

“ປັຈຈຸບັນ ບໍ່ຢາກມີ ແລ້ວ ເກັບ ຊື້ຫມົດ ຕໍ ກໍຊື້ ນ້ອຍໆ ສັ້ນໆ 20-30 ເຊັນ ມັນ ກໍຊື້ເນາະ. ທີ່ ຜ່ານມາ ກໍມີແຕ່ ວຽດນາມ ແລະ ຈີນ ມັກຊື້, ສົ່ງໄປ ວຽດນາມ ສົ່ງໄປ ຈີນ ຫັ້ນແຫລະ".

ສະມາຄົມ Forest Trends ຊຶ່ງ ເປັນອົງການ ຮັກສາ ປ່າ ທີ່ ມີ ສຳນັກງານ ໃຫຍ່ ຢູ່ ປະເທດ ອັງກິດ ອອກຣາຍງານ ປະຈຳເດືອນ ທັນວາ ນີ້ວ່າ ປະເທດ ລາວ ເປັນຜູ້ສົ່ງ ໄມ້ຂະຍຸງ ຣາຍໃຫຍ່ ໃຫ້ ຈີນ. ເມື່ອ ປີ 2014 ລາວ ສົ່ງໄມ້ອອກ ທັງຖືກ ກົດໝາຍ ແລະ ຜິດ ກົດໝາຍ ໄປ ປະເທສ ຈີນ ເຖິງ 430,000 ແມັດກ້ອນ, ມູນຄ່າ ກວ່າ 750 ລ້ານ ໂດລາ ສະຫະຣັຖ. ແຕ່ ຈີນ ຂຶ້ນທະບຽນ ພຽງແຕ່ 50,000 ແມັດກ້ອນ, ມູນຄ່າ 120 ລ້ານ ໂດລາ ສະຫະຣັຖ ເທົ່ານັ້ນ.



__________________
Page 1 of 1  sorted by
 
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard