ລາວໂຮມລາວ ເພື່ອປະຊາທິປະໄຕ

Members Login
Username 
 
Password 
    Remember Me  
Post Info TOPIC: ຜົນການສຳຣວດ " ເສຖະກິດຄອບຄົວ " ຂອງຜູ່ນຳແນວລາວ ໃນປີ 1973
Anonymous

Date:
ຜົນການສຳຣວດ " ເສຖະກິດຄອບຄົວ " ຂອງຜູ່ນຳແນວລາວ ໃນປີ 1973
Permalink   
 


ໃນປີ 1973 ຫລັງຈາກຣັຖະບານທັງສອງຝ່າຍໄດ້ຕົກລົງເຊັນສັນຍາສັນຕິພາບຢຸດຍິງແລະຫັນໜ້າເຂົ້າມາຫາກັນ

ເພື່ອປະກອບສ່ວນເປັນຣັຖະບານປະສົມສອງຝ່າຍຂຶ້ນທີ່ນະຄອນຫລວງວຽງຈັນ, ທາງສອງຝ່າຍໄດ້ຕົກລົງເປັນເອກະ

ສັນກັນສຳຣວດກວດກາ ເສຖະກິດຂອງຄອບຄົວ ຜູ່ທີ່ຈະເຂົ້າຮ່ວມເປັນຄນະຣັຖະບານປະສົມຊົ່ວຄາວແຫ່ງຊາດ

ເພື່ອຄວາມກະຈ່າງແຈ້ງແລະປ້ອງກັນການທຸດຈະຣິດຫລື້ຣາຊບັງຫລວງຂອງຄນະຣັຖະບານຂອງທັງສອງຝ່າຍຂຶ້ນ

ກ່ອນຈະເຈົ້າມາຮັບຕຳແໜ່ງ.

ລາຍຊື່ແລະສັບສິນຂອງຄນະຣັຖະບານຝ່າຍແນວລາວມີດັ່ງນີ້:

- ເຈົ້າສຸພານຸວົງ.....................ມີເງິນກີບປົດປ່ອຍທັງໝົດ 4500 ກີບ, ຄຳ 3 ບາດ 2 ສລຶງ ແລະ ເງິນກີບເກົ່າ 12 ກີບ.

- ໄກສອນ ພົມວິຫານ.............ມີເງິນກີບປົດປ່ອຍທັງໝົດ 6500 ກີບ, ຄຳ 2 ສລຶງ ແລະ ສາຍຫັດທອງນາກ ໜັກ 18 ບາດ.

- ຄຳໄຕ ສີພັນດອນ................ມີເງິນກີບປົດປ່ອຍທັງໝົດ 5500 ກີບ, ຄຳ 2 ບາດ ແລະ ເງິນກີບເກົ່າ 4ກີບ.

- ສີສວາດ ແກ້ວບຸນຜັນ...........ມີເງິນກີບປົດປ່ອຍທັງໝົດ 3500 ກີບ ຄຳ 4 ບາດ ແລະເງິນຂັນເງິນຮາງຈຳນວນນຶ່ງ.

- ໂສດ ເພັດຣາສີ....................ເງິນວຽງຈັນ 4ແສນກີບ, ເງິນໂດລາ ສຫຣ 400, ຄຳ 8 ບາດ ເເລະ ຣົຖປະຈຳຕຳແໜ່ງ 1 ຄັນ.

- ສິຊະນະ ສືສານ.................ມີເງິນກີບປົດປ່ອຍທັງໝົດ 5000 ກີບ, ຄຳ 3 ບາດ 2 ສລຶງ ແລິເງິນສ້ຽນເງິນຮາງຈຳນວນນຶ່ງ.

ຂ້າພະເຈົ້າຈຳໄດ້ຈຳນວນຄົນພຽງແຕ່ເທົ່ານີ້ ເພາະເປັນເວລາຍາວນານມາກ່ວາສີ່ສິບປິແລ້ວ, ເມື່ອໃດຫາກຄຶດຄົ້ນອອກມາ

ໄດ້ຈະນຳມາໂພສລົງຕື່ມອີກ. ສ່ວນຄນະຣັຖະບານຊຸດຊຽງບຸນຍັງເປັນນາຍົກຂຶ້ນມາຫາບັກເຕັ້ຍທອງສິງແລະປະທານປະເທດ

ສເດັດເຈົ້າພະໝາຫ່າຈູມະຣີນີ້ແມ່ນບໍ່ມີບັກໃດໄດ້ແຈ້ງສັບສິນຂອງຄອບຄົວ ເພາະພວກລີງແລ່ນອອກຈາກຖຳ້ວຽງໄຊເຫລົ່ານີ້

ບໍ່ໄດ້ຢູ່ໃນຄນະຣັຖະບານໃນຍຸກນັ້ນ.

ຢາກໃຫ້ລູກສາວຂອງຄຳໄຕສີພັນດອນອອກມາຖແລງຕໍ່ປະຊາຊົນວ່າ ເລິນທີ່ພໍ່ມັນຝາກຢູ່ທະນາຄານຕ່າງປະເທດທີ່ມີຈຳນວນ

ຫລາຍກ່ວາ 800-900 ລ້ານໂດລາ ສຫຣ ນັ້ນແມ່ນພໍ່ມັນກອບໂກຍມາໄດ້ແນວໃດ?

 



__________________
Page 1 of 1  sorted by
 
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard