ລາວໂຮມລາວ ເພື່ອປະຊາທິປະໄຕ

Members Login
Username 
 
Password 
    Remember Me  
Post Info TOPIC: ພິທີຊັກທຸງຊາດ ຊ້າງສາມຫົວ
Anonymous

Date:
ພິທີຊັກທຸງຊາດ ຊ້າງສາມຫົວ
Permalink   
 
ພິທີຊັກທຸງຊາດ ຊ້າງສາມຫົວ

30aa87e0-9d8e-4433-9c56-3524a145071f.jpeg

ໃນ ວັນທີ 1 ມົກກະຣາ 2016 ຊຸມຊົນ ຊາວລາວ ໃນເຂດ ພາກຕາເວັນ ຕົກ ນະຄອນ ສິດນີ ຣັຖ New South Wales ປະເທດ ອອສເຕຣເລັຽ ໄດ້ພາກັນ ຈັດພິທີ ເຄົາຣົບ ທຸງ ຊາດລາວ ຊ້າງສາມຫົວ ແລະ ທຸງຊາດ ອອສເຕຣລຽນ ຂຶ້ນ ປິວສະບັດ ຢູ່ ສູນ ວັທນະທັມລາວ.

ໃນພິທີ ດັ່ງກ່າວ ໄດ້ມີຜູ້ ອາວຸໂສ ໜຸ່ມນ້ອຍ ເຍົາວະຊົນ ເຂົ້າຮ່ວມ ຢ່າງຫຼວງຫຼາຍ. ຜູ້ ປະສານງານ ແລະ ນຳພາ ການຈັດງານ ທ່ານ ບຸນທັມ ວົງໄຊຍາ ກ່າວເຖິງ ຈຸດປະສົງ ຂອງການ ຈັດພິທີ ເຄົາຣົບ ທຸງ ຊາດລາວ ຊ້າງສາມຫົວ ຕໍ່ ວິທຍຸ ເອເຊັຽເສຣີ ວ່າ:

"ຄື ຈຸດປະສົງ ໃນການຈັດ ມື້ນີ້ ເພື່ອຢາກໃຫ້ ມີມູນເຊື້ອ ສືບຕໍ່ໄປ ວ່າ ຄົນລາວເຮົາ ຢູ່ ຕ່າງປະເທດ ນີ້ ເຖິງວ່າ ຈະຢູ່ ແຫ່ງຫົນໃດ ເຮົາກໍຍັງ ຫ່ວງໃຍນຳ ປະເທດຊາດ ຫ່ວງໃຍນຳ ຄວາມເປັນ ເອກກະຣາດ ຫ່ວງໃຍນຳ ຄວາມທຸກ ຄວາມສຸຂ ຂອງ ເພື່ອນພີ່ນ້ອງ ຊາວລາວເຮົາ ຢູ່ ໃນປະເທດ ເພາະວ່າ ທຸງ ຊ້າງສາມຫົວ ນີ້ເປັນ ສັນຍາລັກ ຂອງ ປະຊາທິປະໄຕ ສັນຍາລັກ ຂອງ ຄວາມເປັນ ເອກກະຣາດ ຂອງ ປະເທດລາວ ພວກ ຂ້າພະເຈົ້າ ຢູ່ ຕ່າງປະເທດ ນີ້ ກະຢາກ ເຮັດໃຫ້ ພໍ່ແມ່ ພີ່ນ້ອງ ທົ່ວໂລກນີ້ ໄດ້ຮູ້ວ່າ ເຮົາຍັງ ບໍ່ລືມ ແລະ ກໍສືບຄວາມ ເປັນລາວ ນີ້ຕໍ່ໄປ".

ສ່ວນ ຜູ້ອາວຸໂສ ທ່ານໜຶ່ງ ຍາພໍ່ ສິມ ວິຈິດວົງສາ ອາຍຸ 92 ປິ ກໍກ່າວ ກ່ຽວກັບ ຄວາມສຳຄັນ ຂອງການ ຈັດພິທີ ເຄົາຣົບ ທຸງ ຊາດລາວ ຊ້າງສາມຫົວ ວ່າ:

"ແມ່ນຄວາມໝາຍ ຂອງຊາດ ທີ່ວ່າເຮົາ ເກີດມາ ຢູ່ ໃນໂລກນີ້ ມີຊາດໜຶ່ງ ເອີ້ນຊື່ວ່າ ຊາດລາວ ມື້ນີ້ເຮົາໄດ້ ສລອງກັນ ຍົກສູງ ຍົກ ຄວາມສຳຄັນ ຍົກຄວາມເປັນ ເອກກະຣາດ ຂອງ ເຮົາໄວ້ ເພື່ອເປັນ ສັນຍາລັກ ໃຫ້ລູກ ໃຫ້ຫຼານ ເຫລັນລ້ອນ ເຮົາຮູ້ຈັກ ຄວາມເປັນ ຊາດ ຂໍໄຫວ້ວອນ ນ້ຳຈິດນ້ຳໃຈ ຂອງ ລູກຫຼານ ບ້ານເມືອງ ໃຫ້ຖື ໜັກ ຄວາມເປັນຊາດ ວ່າ ຊ້າງສາມຫົວ ຢູ່ບ່ອນໃດ ວ່າແມ່ນ ຄົນລາວ ຢູ່ບ່ອນນັ້ນ".

ທຸກໆປິ ໃນວັນທີ 1 ມົກກະຣາ ຊຸມຊົນ ລາວ-ອອສເຕຣເລັຽ ອົພຍົບ ຈະມີພິທີ ເຄົາຣົບ ທຸງ ຊາດລາວ ຊ້າງສາມຫົວ ເພື່ອລະລຶກ ເຖິງ ຄວາມຮູ້ ບຸນຄຸນ ບໍ່ລືມ ເຊື້ອຊາດ ວົງຕຣະກູນ ບໍ່ລືມ ຜືນແຜ່ນດິນ ຣາຊອານາຈັກລາວ ທີ່ໄດ້ໃຫ້ ກຳເນີດ ໃຫ້ຄວາມ ເປັນ ຄົນລາວ ແຕ່ ດັ້ງເດີມມາ.

__________________

Member

Status: Offline
Posts: 24
Date:
Permalink   
 
ຄືບໍ່ຈັດເປັນພິທີໃຫຍ່ໆ ຄືພິທີປະເທດລາວເຂົາຈັດແນ່ ໄຫ້ໂລກເຂົາຊົມວ່າພວກທ່ານມີກອງກຳລັງພຽງພໍ ສົມຄິດຢາກຕໍ່ສູ້ ແຕ່ລະທ່ານນັ້ນຈະມີຄວາມສາມາດລົງເຮືອນໄປນອນປ່າໄດ້ຈັກມື້. ຈັດພິທີກໍຈັດວັນພັກການຊໍ້າ ບໍ່ແມ່ນຢ້ານເຂົາໃລ່ອອກການບໍ ຖ້າຈະຈັດໃສ່ວັນລັດຖະການ ອາຍລູກຫຼານເດັກນ້ອຍແນ່ ໃນການເປັນບ້າຂອງພວກທ່ານ ກະດຽວວ່າຈະເກັບເງິນກັນໃປເຮັດເສິກ ມີແຕ່ນັ່ງປັກທຸງຢູ່ນີ້ ຂ້າພະເຈົ້າວ່າ ຢ້ານໃປເກີດຊາດໜ້າ ພຸ້ນລະ ເມືອງລາວຈິ່ງຈະເອົາທຸງສາມຫາງພວກທ່ານຂື້ນ. ຢູ່ສະຫະປະຊາຊາດ ປະເທດລາວເຂົາເອົາຂື້ນທຸງດຽວນື່ງ ໂລກກໍຍັງຮັບຮູ້ໝົດໂລກ ສຳພາດກໍໃປຍົວະ ເອົາຜູ້ເຖົ້າ 92 ປີມາສຳພາດ ບອກລາວເວົ້າແນວໃດລາວກໍຫັ້ນແຫຼະ ຂອງພໍ່ເຖົ້າລາວຈົນບໍ່ຈຳຫຍັງແລ້ວ ຄັນຈະເອົາ ພວກນຸ່ມນ້ອຍມາ ເຂົາຊໍ້າພັດບໍ່ສະນັບສະນູນໂຕ ຢາກເມື່ອທ່ຽວເມືອງລາວ ກໍເມືອບໍ່ໄດ້ ເມັຍຈະເອົາໃສ່ຖົງຂີ້ເຍື່ອໃຫ້ ເພາະອີ່ເຖົ້າຢ້ານພວກເສັ້ນໃປເຮັດຂອງນ້ອຍ ໝົດຕາແຈກໍພາກັນເປັນວໍ້ຢູ່ນີ້ ເມຍກໍຍັງຢ້ານແລ້ວ ໃດ້ຍິນສຽງປືນແຕກ ບໍ່ແມ່ນສີ່ຢຽບຫົວກັນ ແລ່ນລົງນໍ້າທະເລ ໝົດບໍ.

__________________
Anonymous

Date:
Permalink   
 
Anonimous wrote:

 ຈະໃຫ້ເຂົາໄປນອນປ່າຢູ່ໃສໂຄດພໍ່ມຶງໃຫ້ແກວມາຕັດໄປໝົດແລ້ວ.ມີແຕ່ເຂົາຊິໄປນອນຢູ່ໂຮງແຮມຫ້າດາວ ດາວສະຫວັນ ລໍຖ້າການຮ່ວມ

ມືກັບທ່ານເລຂາພັກ ປະທານປະເທດຄົນໄໝ່ ເຮັດການປະຕິວັດຊາດປະຊາທິປະໄຕອັນແທ້ຈິງນຳຜົນປະໂຫຍດມາສູ່ຊາດກໍ່ຄືປະຊາຊົນບັນດາເຜົາຊາວສະຫວັນນະເຂດ

ເວົ້າສະເພາະກໍ່ຄືຊາວລາວທົ່ວປະເທດເວົ້າຮວມ.ເວລານັ້ນທຸງຊ້າງສາມຫົວກໍ່ຈະຈັດພິທີຊັກຂື້ນຢ່າງສະຫງ່າງາມອອ້ມຮ້ອມໄປດ້ວຍປະຊາຊົນລາວຢ່າງເປັນເອກະພາບ.

__________________

Member

Status: Offline
Posts: 24
Date:
Permalink   
 
ໂອຍມີປະເທດໃດແນ່ຈະໃປຕໍ່ສູ້ໃປນອນຢູ່ໂຮງແຮມຫ້າດາວ ຟັງຄວາມເວົ້າອອກມາກະຕ່າງເພີ່ນໂລດ ເວົ້າແນວຄອມມິວນິດເຂົາຫົວຂັວນໂລດ. ຂັ້ນຈະໄປເຄື່ອນໃຫວຢູ່ເມືອງໄທຊາຍແດນ ກໍຍັງບໍ່ກ້າໄປແລ້ວ ຢ່າມາກ່າວ ລອງລົງເຮືອນໄປເບີ່ງຕີ ຄັນອີ່ເຖົ້າຢູ່ບ້ານບໍ່ເອົາເຄື່ອງໃສ່ຖົງຂີ້ເຍື່ອໄຫ້ຢູ່ໜ້າບ້ານ.
ກ້າແຢມກັບອີ່ເຖົ້າຢູ່ບ້ານນີ້ເສັຍກ່ອນ ຈຶ່ງເວົ້າເລື້ອງໃປຕໍ່ສູ້ ເວົ້າເລາະບ້ານຢູ່ນີ້ແມ່ຕູ້ລາວໄຫ້ເວົ້າຢູ່ ຂໍແຕ່ຢ່າອອກນອກຮົ້ວ ລາວຢ້າພວກທ່ານໄປຕິດຫີນ້ອຍ ແລ້ວລືມເວົ້າເລື້ອງທຸງສາມຫາງ ຢ້ານຄຶດເຫັນແຕ່ຮູສາວນ້ອຍຫັ້ນ. ດັ່ງນັ້ນ ເປັນຕາຍອີ່ເຖົ້າກໍຕ້ອງເອົາ ພວກທ່ານຕາຍກັບຮູລາວຢູ່ນີ້ລະ ບໍ່ຕ້ອງຄິດດອກວ່າຈະໄດ້ ຂີ່ຍົນໄປນັ່ງຄອງເມືອງ ຄືພວກທ່ານຄິດ. ຢ່າລືມໄປການເດີ ເຂົາໃລ່ອອກການແລ້ວ ເມຍປະພວກທ່ານໃດ ວັກພັກການມື້ໃດຈະຊວນກັນໄປອີກ ຂ່າວແນ່ຈະໄປຖ່າຍຮູບສົ່ງໄຫ້ ປະເທດລາວຕຽມຕອນຫຳພວກທ່ານໄວ້.

__________________

Member

Status: Offline
Posts: 24
Date:
Permalink   
 
ໄປໃສໝົດແລ້ວນໍ ທ່ານຜູ້ນຳທັງຫຼາຍເອີຍ ຄາໄປການບໍ ກະດຽວວ່າຈະພາກັນໄປປັກທຸງສາມຫົວ ສາມຫາງ ພວກທ່ານແຕ່ລະມື້ ເຮັດໄຫ້ປະເທດລາວ ຂະເຈົ້າແຕກໜີອອກປະເທດ ຢ້ານຊ້າງ. ຈະໄປລໍຖ້າແຕ່ວັນພັກການຈື່ງເລາະຊວນກັນ ຜູ້ຖ້າຢາກເມືອງຄອງປະເທດນຳທ່ານ ກະຈົນສິກິນບຳນານແລ້ວ ຫຼືວ່າອາຍເດັກນ້ອຍເຮັດແລ້ວບໍ່ມີຮອດໃຜສົນໃຈນຳ.

ມັກຍ້ອງຍໍ ວ່າພັກລັດດີຫລາຍ, ຄືບໍ່ເມືອຢູ່ລາວ ລະທ່ານ? ມາຢູ່ເຮັດຫຍັງ Forwort TEXAS. USA

__________________
Anonymous

Date:
Permalink   
 
Anonymous wrote:

ພວກຫມາພານຮັບໄຊ້ຄອມມິວນິສໂຈນລາວແດງມັນມາເຫົ່າຫອນຫຍັງຢູ່ນີ້,ຄັນມັກຫລາຍ

ຄືບໍ່ກັບເມືອຢູ່ສປປລນໍາໂຄດພໍ່ໂຈນລາວແດງມັນພຸ້ນ

ມັກຍ້ອງຍໍ ວ່າພັກລັດດີຫລາຍ, ຄືບໍ່ເມືອຢູ່ລາວ ລະທ່ານ? ມາຢູ່ເຮັດຫຍັງ Forwort TEXAS. USA

__________________
ສຽງປະຊາຊົນລາວ

Date:
Permalink   
 
Anonymous wrote:

ພິທີຊັກທຸງຊາດ ຊ້າງສາມຫົວ

30aa87e0-9d8e-4433-9c56-3524a145071f.jpeg

ໃນ ວັນທີ 1 ມົກກະຣາ 2016 ຊຸມຊົນ ຊາວລາວ ໃນເຂດ ພາກຕາເວັນ ຕົກ ນະຄອນ ສິດນີ ຣັຖ New South Wales ປະເທດ ອອສເຕຣເລັຽ ໄດ້ພາກັນ ຈັດພິທີ ເຄົາຣົບ ທຸງ ຊາດລາວ ຊ້າງສາມຫົວ ແລະ ທຸງຊາດ ອອສເຕຣລຽນ ຂຶ້ນ ປິວສະບັດ ຢູ່ ສູນ ວັທນະທັມລາວ.

ໃນພິທີ ດັ່ງກ່າວ ໄດ້ມີຜູ້ ອາວຸໂສ ໜຸ່ມນ້ອຍ ເຍົາວະຊົນ ເຂົ້າຮ່ວມ ຢ່າງຫຼວງຫຼາຍ. ຜູ້ ປະສານງານ ແລະ ນຳພາ ການຈັດງານ ທ່ານ ບຸນທັມ ວົງໄຊຍາ ກ່າວເຖິງ ຈຸດປະສົງ ຂອງການ ຈັດພິທີ ເຄົາຣົບ ທຸງ ຊາດລາວ ຊ້າງສາມຫົວ ຕໍ່ ວິທຍຸ ເອເຊັຽເສຣີ ວ່າ:

"ຄື ຈຸດປະສົງ ໃນການຈັດ ມື້ນີ້ ເພື່ອຢາກໃຫ້ ມີມູນເຊື້ອ ສືບຕໍ່ໄປ ວ່າ ຄົນລາວເຮົາ ຢູ່ ຕ່າງປະເທດ ນີ້ ເຖິງວ່າ ຈະຢູ່ ແຫ່ງຫົນໃດ ເຮົາກໍຍັງ ຫ່ວງໃຍນຳ ປະເທດຊາດ ຫ່ວງໃຍນຳ ຄວາມເປັນ ເອກກະຣາດ ຫ່ວງໃຍນຳ ຄວາມທຸກ ຄວາມສຸຂ ຂອງ ເພື່ອນພີ່ນ້ອງ ຊາວລາວເຮົາ ຢູ່ ໃນປະເທດ ເພາະວ່າ ທຸງ ຊ້າງສາມຫົວ ນີ້ເປັນ ສັນຍາລັກ ຂອງ ປະຊາທິປະໄຕ ສັນຍາລັກ ຂອງ ຄວາມເປັນ ເອກກະຣາດ ຂອງ ປະເທດລາວ ພວກ ຂ້າພະເຈົ້າ ຢູ່ ຕ່າງປະເທດ ນີ້ ກະຢາກ ເຮັດໃຫ້ ພໍ່ແມ່ ພີ່ນ້ອງ ທົ່ວໂລກນີ້ ໄດ້ຮູ້ວ່າ ເຮົາຍັງ ບໍ່ລືມ ແລະ ກໍສືບຄວາມ ເປັນລາວ ນີ້ຕໍ່ໄປ".

ສ່ວນ ຜູ້ອາວຸໂສ ທ່ານໜຶ່ງ ຍາພໍ່ ສິມ ວິຈິດວົງສາ ອາຍຸ 92 ປິ ກໍກ່າວ ກ່ຽວກັບ ຄວາມສຳຄັນ ຂອງການ ຈັດພິທີ ເຄົາຣົບ ທຸງ ຊາດລາວ ຊ້າງສາມຫົວ ວ່າ:

"ແມ່ນຄວາມໝາຍ ຂອງຊາດ ທີ່ວ່າເຮົາ ເກີດມາ ຢູ່ ໃນໂລກນີ້ ມີຊາດໜຶ່ງ ເອີ້ນຊື່ວ່າ ຊາດລາວ ມື້ນີ້ເຮົາໄດ້ ສລອງກັນ ຍົກສູງ ຍົກ ຄວາມສຳຄັນ ຍົກຄວາມເປັນ ເອກກະຣາດ ຂອງ ເຮົາໄວ້ ເພື່ອເປັນ ສັນຍາລັກ ໃຫ້ລູກ ໃຫ້ຫຼານ ເຫລັນລ້ອນ ເຮົາຮູ້ຈັກ ຄວາມເປັນ ຊາດ ຂໍໄຫວ້ວອນ ນ້ຳຈິດນ້ຳໃຈ ຂອງ ລູກຫຼານ ບ້ານເມືອງ ໃຫ້ຖື ໜັກ ຄວາມເປັນຊາດ ວ່າ ຊ້າງສາມຫົວ ຢູ່ບ່ອນໃດ ວ່າແມ່ນ ຄົນລາວ ຢູ່ບ່ອນນັ້ນ".

ທຸກໆປິ ໃນວັນທີ 1 ມົກກະຣາ ຊຸມຊົນ ລາວ-ອອສເຕຣເລັຽ ອົພຍົບ ຈະມີພິທີ ເຄົາຣົບ ທຸງ ຊາດລາວ ຊ້າງສາມຫົວ ເພື່ອລະລຶກ ເຖິງ ຄວາມຮູ້ ບຸນຄຸນ ບໍ່ລືມ ເຊື້ອຊາດ ວົງຕຣະກູນ ບໍ່ລືມ ຜືນແຜ່ນດິນ ຣາຊອານາຈັກລາວ ທີ່ໄດ້ໃຫ້ ກຳເນີດ ໃຫ້ຄວາມ ເປັນ ຄົນລາວ ແຕ່ ດັ້ງເດີມມາ.

ຜົນງານຂອງພັກລັດມີຫຍັງແດ່?
ໃຜຮູ້ກໍ່ຊ່ວຍຕອບແດ່ເດີ ເພາະວ່າປະຊາຊົນ ບໍ່ຮູ້ ບໍ່ຈັກ ບໍ່ເຫັນ!
 
https://www.youtube.com/watch?v=WaHHSHDxhxs

__________________
Page 1 of 1  sorted by
 
Quick Reply

Please log in to post quick replies.

Create your own FREE Forum
Report Abuse
Powered by ActiveBoard