ລາວໂຮມລາວ ເພື່ອປະຊາທິປະໄຕ

Members Login
Username 
 
Password 
    Remember Me  
Post Info TOPIC: ທາງການຈະກວດກາຂ່າວສານ ຂອງ ສາກົນ
Anonymous

Date:
ທາງການຈະກວດກາຂ່າວສານ ຂອງ ສາກົນ
Permalink   
 


ທາງການຈະກວດກາຂ່າວສານ ຂອງ ສາກົນ

image

 

ອົງການ ສາກົນ ທີ່ ຕັ້ງສຳນັກງານ ຢູ່ ສປປລາວ ກຳລັງ ປຶກສາ ຫາລືກັນ ກ່ຽວກັບ ເຣື້ອງ ທີ່ ທາງການລາວ ອອກດຳຣັດ ກວດສອບ ເນື້ອຫາ ຂໍ້ຄວາມ ຂ່າວສານ ຂອງທຸກ ອົງການ ກ່ອນຈະເອົາ ອອກເຜີຍແຜ່ ໃນເຄືອຂ່າຍ ອິນເຕີເນັດ ແລະ ຊ້ອງຕ່າງໆ ທີ່ ກ່ຽວກັບ ລາວ. ເຈົ້າຫນ້າທີ່ ອົງການ ຕ່າງຊາດ ແຫ່ງນຶ່ງ ໃນ ນະຄອນຫຼວງ ວຽງຈັນ ຜູ້ທີ່ ບໍ່ປະສົງ ອອກຊື່ ກ່າວຕໍ່ ເອເຊັຽເສຣີ ໃນ ມື້ວັນທີ 6 ມົກກະຣາ ນີ້ວ່າ ທີ່ຜ່ານມາ ຂ່າວສານ ບົດຄວາມ ແລະ ຂໍ້ມູນຕ່າງໆ ທີ່ ເອົາລົງໃນ ເວັບໄຊ ຂອງ ອົງການ ບໍ່ຈຳເປັນ ຕ້ອງໄດ້ສົ່ງ ໃຫ້ ຣັຖບານ ກວດກາ ກ່ອນ. ດັ່ງທ່ານ ກ່າວວ່າ:

"ໄດ້ຮັບຂ່າວ ຄືກັນ ບໍ່ນະ ທີ່ຜ່ານມາ  ແຕ່ພວກເຮົາ ກໍຈະໄດ້ ລົມກັນ ນະເຈົ້າ".

ທ່ານກ່າວ ຕື່ມວ່າ ປັດຈຸບັນ ທາງອົງການ ຕ່າງຊາດ ກຳລັງ ປຶກສາ ຫາລືກັນ ແລະ ຈະ ອອກຖແລງການ ກ່ຽວກັບ ເຣື້ອງນີ້ ໃນໄວໆນີ້. ຫນັງສືພິມ ພາກຣັດ ສປປລາວ ຣາຍງານ ວ່າ ທ່ານ ທອງສິງ ທັມມະວົງ ນາຍົກ ຣັຖມົນຕຣີ ລາວ ໄດ້ອອກ ດຳຣັດ ລົງວັນທີ 24 ພຶສຈິກາ ປີ 2015 ໃຫ້ບັນດາ ສະຖານທູດ ແລະ ອົງການ ສາກົນ ໃນລາວ ສົ່ງເນື້ອຫາ ຂ່າວສານ ກ່ອນທີ່ຈະອອກ ເຜີຍແຜ່ ໃນເຄືອຂ່າຍ ອິນເຕີເນັດ ຂອງຕົນ ໃຫ້ ກະຊວງ ຕ່າງປະເທດ ກວດກາ ກ່ອນ.

ດຳຣັດ ດັ່ງກ່າວ ຍັງໄດ້ ອະນຸຍາດ ໃຫ້ ສື່ ຕ່າງປະເທດ ເຂົ້າມາຕັ້ງ ສຳນັກ ໃນລາວ ແຕ່ຕ້ອງຂໍ ອະນຸຍາດ ຈາກ ກະຊວງ ຕ່າງປະເທດ ກ່ອນ ຊື່ງ ໃນປັດຈຸບັນ ມີພຽງແຕ່ ຈີນ ແລະ ວຽດນາມ ເທົ່ານັ້ນ ທີ່ ມີສຳນັກງານ ຢູ່ລາວ. ເອເຊັຽ ເສຣີ ກໍໄດ້ສອບຖາມ ເຣື້ອງ ນີ້ ຕໍ່ ກົມການຂ່າວ ກະຊວງ ຕ່າງປະເທດ ເຈົ້າຫນ້າທີ່ ຢູ່ທີ່ນັ້ນ ບອກວ່າ ໃຫ້ລໍຖ້າຟັງ ຣາຍລະອຽດ ໃນ ມື້ວັນທີ 14 ມົກກະຣາ ນີ້ ທີ່ ດຳຣັດ ດັ່ງກ່າວ ຈະ ຖືກ ບັງຄັບ ໃຊ້.



__________________
Anonymous

Date:
Permalink   
 

  • ..........................................
  • pre>ຣາຍການວັນທີ 5
  • Jan 05ລາຍການພີເສດ ປີໄຫ່ມ​ແລ້ວ ໄລ່ແກວ
  • www.siengserixonlao.com
  • NGUYỄN MẠNH HÙNG ທູດແກວຂີ້ຫີດທີ່ ວຈ ເຈົ້າພໍ່ໄຫ່ຍ​ຜູ້ກຳບັງຫຽນ​ຜູ້ນຳໂຈນ500​ລາວແດງ​ບໍພໍໄຈກັບ​ລາຍການ​ຜ່ານມາ​ຂອງພວກເຣົາ
  • ລາຍການພີເສດ ປີໄຫ່ມແລ້ວ ໄລ່ແກວ ລາຍການພີເສດ ປີໄຫ່ມແລ້ວໄລ່ແກວ
  • .Bonne et Heureuse Année 2016.Santé,prospérité,richesse , bonne chance et victoire absolue
  • pour notre lutte sans merci contre les Laoviet-Keodeng sans scrupule qui colonisent et éliminent notre pays.
  • .Bravo et bonne continuation à vous tous.
  • .ລາວໂຄຣາຊ ປຣະຢຸດຈັນໂອຊາ ໃຫ້ ທານ ລາວຊຳເຫນຶອ ນຍ ລາວແດງທອງສິງ 313 ລ້ານ ບາດ ຫລື 10ລ້ານ ດລ ເພື່ອ ຫຍັງນໍ?? ມາຟັງ!!
  • .http://www.aseanthai.net/ewt_news.php?nid=5131&filename=index
  • .ແກວຂີ້ຫິດຮັກ ລ າ ວ ຫລາຍບາດຍາມສະຫາຍ ລ າ ວ ຂັດສົນຊ້ຳພະປ່ອຍໃຫ້ປີ່ນຫ້ນາໄປຂໍທານນຳ ລາວຝັ່ງຂວະ . ບະ ແບບນີ້ ປຊຊລາວຈະບໍປ່ອຍໃຫ້ພວກນີ້ ມາຢຽບແມ່ນ້ຳຂອງເດັດຂາດ
  • .ລີງແມ່ຕຸ້ຍເຖົ້າທອງສີສອນລາຊວົງ ອະດີດ ຜອນກ ວີທຍຸ ຝຣັ່ງແອງແຕກເສຶອກແລ່ນແອ້ມແປະໄປຮວ່ມນຳຂະບວນການລາວນອກປະເທດທີ່ຖືກດືງໄປຮັບຫລຽນຂີ້ກົ່ວຄົບຮອບການປຸ້ນອຳນາດ໔໐ ປິ
  • .ສຫ ສະເຫລີມໄຊເປັນຜູ້ມອບຫລຽນຂີ້ກົ່ວໃຫ້. ຂາ່ວບໍ່ໃດ້ແຈ້ງວ່າ: ລິງແມ່ຕຸ້ຍທອງສີໃດ້ຮັບບໍຫລືບໍ່ຄືດວ່າຄົງຈະບໍ່ໃດ້
  • .ເພາະການຂໍໄປຮວ່ມນຳຂະບວນກໍຍັງເປັນບັນຫາຈົນຮອດນາທີສຸດທາ້ຽເພາະແນວລາວຍັງບໍ່ປົງໃຈວ່າອຶ່ງເຖົ້າຕຸ້ຍມັນຍອມຈຳນົນແທ້ບໍຈົນມີພວກສະມາຄົມລາວລີງຢູ່ຝລັ່ງຮັບປະກັນເອົາ
  • .ຍິງລາວໄຈກ້າ ທີ່ ອມຣກ ລູກ ຂື້ນແບບປັສຈາກຄວາມຢ້ານກົວໄດໆທັງຊີ້ນ ເອົາກະໂປ່ງຫຸບກະບານພວກຜູ້ນຳ ອັນຕະພານ40ປີ ວຽງຈັນ
  • .ຫູ່ນມລາວຕື່ນຕົວ ເວົ້າເລື້ອງການເມຶອງແລ້ວນະເວລານີ້ ທີ່ ສປປລ ກ້າຕັ້ງຄຳຖາມຜູ້ນຳເຊຶ້ອແກວແນວໂຈນໄປແລ້ວ
  • .ການພາສີເສັຍ ຍຸກ ແກວ ອາສາສະມັກ ເຕັມບ້ານເຕັມເມຶອງ ປີ 2015+16 ໃນສາຍຕາຊອງຊາວລາວ ທີ່ຢູ່ກັບພຶ້ນທີ່
  • .ອະດີດ ສສແຂວງຫົວພັນ ທີ່ ອົສຕຣາບິ ຍາພໍ່ທ່ານ ສີມ ວິຈີດວົງສາອາຍຸ92ປີ ລຸກຂຶ້ນຊູ ທູງຊ້າງ ອວດໂຈນ ວຈ
  • .ທ່ານ ບຸນທັນ ວົງໄຊຍາ ປະທານ ສຸນວັທນະທັມ ທີ່ Sydney ຊີ້ແຈງຄວາມຫມາຍຂອງການເຊີດຊູ ທູງ ພຣະຣາຊອານາຈັກ ຄືຫຍັງ?
  • .ທູດ ແກວ ຂີ້ຫີດ ທີ່ ວຽງຈັນ ຕົບຫ້ນາ ສຫ ນາຍພົນ ດວງໄຈ ພີຈິດ ຣມຕ ປ້ອງກັນປະເທດ ຍ້ອນອີ່ຫຍັງນໍ? ມາຟັງເດີ!!


__________________
Page 1 of 1  sorted by
 
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard