ລາວໂຮມລາວ ເພື່ອປະຊາທິປະໄຕ

Members Login
Username 
 
Password 
    Remember Me  
Post Info TOPIC: ອະດີດຣັຖມົນຕຣີການເງິນ ຖືກ ສອບສວນ
Anonymous

Date:
ອະດີດຣັຖມົນຕຣີການເງິນ ຖືກ ສອບສວນ
Permalink   
 


ອະດີດຣັຖມົນຕຣີການເງິນ ຖືກ ສອບສວນ

577e962e-6220-4c45-8179-1ae1cd4590a2.jpeg

 

ທ່ານ ພູເພັດ ຄໍາພູນວົງ ແລະ ພະນັກງານ ກະຊວງ ການເງິນ ອີກ 4 ຄົນ ກໍາລັງ ຖືກ ກວດສອບ ກໍຣະນີ ການສໍ້ຣາສ ບັງຫຼວງ ເຣື້ອງ ການອອກ ພັນທະບັດ ແລະ ໂຄງການ ບໍ່ມີຕົວຕົນ ຢູ່ແຂວງ ຫຼວງນໍ້າທາ, ອີງຕາມ ການເປີດເຜີຍ ຂອງ ເຈົ້າໜ້າທີ່ ກະຊວງ ການເງິນ ທ່ານນຶ່ງ ທີ່ ບໍ່ປະສົງ ອອກຊື່ ໃນ ວັນທີ 7 ມົກກະຣາ ນີ້.

ທ່ານກ່າວ ຕໍ່ ເອເຊັຽເສຣີ ວ່າ ໃນ ເບື້ອງຕົ້ນ ເຈົ້າໜ້າທີ່ ທາງການ ໄດ້ຈັບ ອະດີດ ເລຂາ ຂອງທ່ານ ພູເພັດ ຊື່ ອາລັດ, ຫົວໜ້າກົມ ແລະ ຮອງ ກົມງົປມານ ແລະ ພະນັກງານ ຢູ່ຜແນກ ສັງລວມ ເມື່ອ ທ້າຍເດືອນ ທັນວາ ຜ່ານມາ ໃນຂນະທີ່ ກໍາລັງ ຈັດງານລ້ຽງ ລວມທັງໝົດ 4 ຄົນ.

ພະນັກງານທັງ 4 ຄົນ ແມ່ນ ເຮັດວຽກ ຢູ່ກະຊວງ ການເງິນ ແລະ ເປັນຄົນ ທີ່ໃກ້ຊິດ ກັບ ທ່ານ ພູເພັດ ຕອນທີ່ຍັງມີ ຕໍາແໜ່ງ ເປັນ ຣັຖມົນຕຣີ ກະຊວງ ການເງິນ ແລະ ປັດຈຸບັນ ທັງໝົດ ແມ່ນຖືກ ກັກຂັງ ຢູ່ ຄຸກ ໂພນທັນ, ເມືອງ ສີສັດຕະນາກ, ນະຄອນຫຼວງ ວຽງຈັນ, ອີງຕາມ ການບອກເລົ່າ ຂອງ ເຈົ້າໜ້າທີ່.

ສ່ວນ ທ່ານ ພູເພັດ ຄໍາພູນວົງ ປັດຈຸບັນ ແມ່ນຖືກ ເຈົ້າໜ້າທີ່ ກັກ ບໍຣິເວນ ເພື່ອ ສືບສວນ ສອບສວນ, ແຕ່ບໍ່ ເປີດເຜີຍວ່າ ທ່ານ ຖືກກັກ ຢູ່ໃສ. ທ່ານ ພູເພັດ ຄໍາພູນວົງ ເຄີຍມີຕໍາແໜ່ງ ເປັນຜູ້ວ່າການ ທະນາຄານ ແຫ່ງ ສປປ ລາວ, ແລະ ຖືກຍ້າຍໄປ ຮັບຕໍາແໜ່ງ ຣັຖມົນຕຣີ ວ່າການ ກະຊວງ ການເງິນ ໄດ້ ປະມານ 2 ປີ ຫລັງຈາກ ນັ້ນ ກໍຖືກປົດ ຕໍາແໜ່ງ ໃນເດືອນ ມິນາ ປີ 2014 ແລະ ຖືກຍ້າຍໄປ ຮັບໜ້າທີ່ ຢູ່ ຫ້ອງວ່າການ ຣັຖບານ.

ນອກຈາກນີ້ ຍັງ ມີຣາຍງານ ອີກວ່າ ໃນ ເດືອນ ກັນຍາ 2015 ເຈົ້າແຂວງ ອຸດົມໄຊ ຖືກປົດ ຕໍາແໜ່ງ ແບບ ກະທັນຫັນ ແລະ ແຕ່ງຕັ້ງ ດຣ.ເພັດສາຄອນ ຫຼວງອາໄພ ຣັຖມົນຕຣີ ຊ່ວຍ ຮອງຫົວໜ້າ ຫ້ອງວ່າການ ຣັຖບານ ເປັນເຈົ້າແຂວງ ແທນ, ອີງຕາມການ ບອກເລົ່າ ຂອງ ເຈົ້າໜ້າທີ່ ກະຊວງ ການເງິນ.

ເຫດຜົນ ໃນການ ສັ່ງຍ້າຍ ໃນຄັ້ງນີ້ ແມ່ນເຫັນວ່າ ເຈົ້າແຂວງ ອຸດົມໄຊ ໄປມີສ່ວນ ພົວພັນ ກັບ ໂຄງການ ບໍ່ມີຕົວຕົນ ຊຶ່ງ ເປັນໂຄງການ ທີ່ ຣັຖບານ ອອກ ພັນທະບັດ ໃຫ້ ບໍຣິສັດ ທີ່ ໄດ້ຮັບການ ສໍາປະທານ ກໍ່ສ້າງ ໂຄງລ່າງ ພື້ນຖານ ຢູ່ ແຂວງ ອຸດົມໄຊ ໃນຊ້ວງທີ່ ແຂວງ ອຸດົມໄຊ ເປັນ ເຈົ້າພາບ ກິລາ ແຫ່ງຊາດ ໃນປີ 2014.

ເຈົ້າໜ້າທີ່ ກະຊວງ ການເງິນ ທ່ານນີ້ ກ່າວຕື່ມວ່າ ບັນດາ ບໍຣິສັດ ກໍ່ສ່້າງ ທີ່ໄດ້ ພັນທະບັດ ໄປແລ້ວ ກໍເອົາໄປ ໃຊ້ຈ່າຍກ່ອນ, ແຕ່ບໍ່ໄດ້ ໃຊ້ຈ່າຍ ດໍາເນີນ ການກໍ່ສ້າງ ໂດຍການ ສົມຮູ້ ຮ່ວມຄິດ ກັບ ເຈົ້າໜ້າທີ່ ກະຊວງ ການເງິນ,

ຍັງບໍ່ມີ ການເປີດເຜີຍ ຕົວເລກ ຄວາມເສັຽຫາຍ ຈາກ ໂຄງການ ບໍ່ມີຕົວຕົນ ຢ່າງເປັນ ທາງການ ເທື່ອ.



__________________
Anonymous

Date:
Permalink   
 

/download.spark?ID=1406601&aBID=138054

ທ້າວ ພົງສະຫວັນ ທ້າວ ສົມຈິດ ທ້າວ ບຸນຍອຍ ແລະ ທ້າວ ແສງເພັດ ແມ່ນໂຕການໄຫ່ຍ ໃນການປ່ອຍໄມ້ອອກໄທ

4 ຄົນນີ້  ຄະດີເກົ່າ ສົ່ງໄມ້ອອອກດ່ານແດນສະຫວັນ 15000 ແມັດກ້ອນ ຍັງບໍ່ທັນຕັດສິນ ພັດສ້າງຄະດີໄໝ່ເກີດຂື້ນອີກ ພໍເອົາໄປປະຫານຊີວິດແລ້ວພວກ4ຄົນນີ້

ຍັງລວຍຫົວກັນກັບພວກແກ້ງ ຄ້າງາຊ້າງ ນໍ່ແຮດ ຜ່ານດ່ານ ສົ່ງເຂົ້າຫວຽດນາມນຳອີກ

/download.spark?ID=1406602&aBID=138054/download.spark?ID=1406603&aBID=138054/download.spark?ID=1403532&aBID=138054

 

แก๊งใหญ่ค้างาช้าง-นอแรด

traficante+Vixay+Keosavang.jpgChumlong1-450x450.jpeg/download.spark?ID=1397107&aBID=138054/download.spark?ID=1397102&aBID=138054

house_zpsed79f901.jpg

ເຮືອນເມັຍນ້ອຍ ຫົວໜ້າດ່ານພາສີ ຢູ່ແຂວງອັຕະປື ຊຶ່ງເປັນນາງສາວງາມປະຈຳພາກໃຕ້ໃນປີ

2010.



__________________
Anonymous

Date:
Permalink   
 

ຄັນເຮັດແທ້ແມ່ນຊົມເຊີຍເດີ ຍັງກະຊວງແຜນການ ກະຊວງໂຍທາ ອີກເພາະໂຄງການແມ່ນຕ້ອງມີຫລາຍພາກສ່ວນເຂົ້າຮ່ວມ, ສ່ວນການປ່ອຍໄມ້ມັນບໍ່ມີແຕ່ພາສີຜູ້ດຽວກໍ່ສາມາດເຮັດໄດ້ ຕ້ອງມີ ກອງກວດກາປ່າໄມ້ເປັນໂຕການ ຕຳລວດເສດຖະກິດ ອີກ ຄັນຊີ່ກວດກາຕ້ອງກວດໃຫ້ທົ່ວເຖີງເພາະການສົ່ງໄມ້ອອກແບບຜິດກົດໝາຍມີທຸກໆແຂວງໃນທົ່ວປະເທດ 



__________________
Anonymous

Date:
Permalink   
 

ລໍເບິ່ງສະພາບ ແລະ ເຫດການໄປກ່ອນທີ່ຈະລົງຄວາມເຫັນວ່າເພິ່ນເຮັດແທ້.

ບາງທີ່ເປັນສາກລະຄອນເພື່ອສ້າງກະແສເພື່ອຖັບຖົມເລື່ອງອື່ນທີ່ໃຫຍ່ກວ່ານີ້ກໍ່ເປັນໄດ້.

ຖ້າຈະໃຫ້ໂປ້ງໃສແທ້ຕ້ອງກຳຈັດທຸກປະກົດການຍໍ້ທໍ້ທຳນອງດຽວກັນນີ້ໃຫ້ທົ່ວເຖິງບໍ່ແມ່ນ

ຈະເລືອກທີ່ຮັກມັກທີ່ຊັງເບິ່ງເສັ້ນເບິ່ງສາຍ.ຖ້າເຮັດຢ່າງວ່າສັງຄົມກໍ່ຂາດຄວາມຍຸຕິທຳ.



__________________
Page 1 of 1  sorted by
 
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard