ລາວໂຮມລາວ ເພື່ອປະຊາທິປະໄຕ

Members Login
Username 
 
Password 
    Remember Me  
Post Info TOPIC: ຂໍຝາກໃຫ້ ພວກຄວາຍ ລືມຕີນ ທັງຫລາຍ
Anonymous

Date:
ຂໍຝາກໃຫ້ ພວກຄວາຍ ລືມຕີນ ທັງຫລາຍ
Permalink   
 


ຂໍຝາກໃຫ້ ພວກຄວາຍ ລືມຕີນ ທັງຫລາຍ

  



__________________
Anonymous

Date:
Permalink   
 

ການກວດກາຂ່າວສານຂອງ ສາກົນ ໃນລາວ

6669b668-cb5d-4aa4-b9c8-f65a94a0b9e2.jpeg

 

 

ປະຈຸບັນ ບັນດາ ອົງການ ສາກົນ ຕ່າງໆໃນລາວ ແລະ ອົງການ ບໍ່ຂຶ້ນກັບ ຣັຖບານ ໄດ້ຮູ້ຂ່າວ ວ່າ ຣັຖບານ ລາວ ຕ້ອງການ ກວດສອບ ເນື້ອຫາ ຂອງຂ່າວ ທີ່ ທາງ ອົງການ ຈະນໍາອອກ ເຜີຍແຜ່ ຜ່ານ ສື່ສັງຄົມ ອອນລາຍ ແລະ ການສື່ສານ ອື່ນໆ, ຈຶ່ງ ຈະປຶກສາ ຫາລືກັນ ກ່ຽວກັບ ເຣື້ອງນີ້.

ເຈົ້າຫນ້າທີ່ ອົງການ ສຸພະນິມິຕ ປະຈຳ ສປປ ລາວ ກ່າວຕໍ່ ເອເຊັຽເສຣີ ເມື່ອ ວັນທີ 7 ມົກກະຣາ ນີ້ວ່າ ກຳລັງ ຂໍຮູ້ ຣາຍລະອຽດ ຈາກ ທາງການລາວ ແລະ ຫາລືກັນ ໃນ ຂັ້ນຕໍ່ໄປ. ດັ່ງ ນາງກ່າວ ຕອນນຶ່ງ ວ່າ:

“ເຮົາກໍຄິດເບິ່ງ ໃນເຊີງຈັດຕັ້ງ ປະຕິບັດ ຫັ້ນແຫຼະ ມັນຈະສາມາດ ຈັດຕັ້ງ ປະຕິບັດ ໄດ້ບໍ, ມັນກໍເປັນໄປ ບໍ່ໄດ້ ທີ່ ເຮົາຈະສົ່ງ ທຸກຢ່າງໄປ. ເຮົາຈະກວດເບີ່ງ ຣາຍລະອຽດ, ຫລັງຈາກນັ້ນ ຈຶ່ງ ຈະລົມກັບ ຄູ່ຮ່ວມງານ ທີ່ເປັນ INGO ວ່າ ເຮົາຈະເຮັດ ແນວໃດ ເພື່ອ ປະສານງານ ຫຼື ສົນທະນາ ກັບ ຄູ່ຮ່ວມງານ ຣັຖບານ ຄືນອີກ”.

ດຳຣັດ ຈາກ ຫ້ອງວ່າການ ຣັຖບານ ສະບັບ ທີ່ອອກມາ ເມື່ອວັນທີ 24 ພຶສຈິກາ 2015 ແລະ ຈະຖືກ ບັງຄັບໃຊ້ ໃນ ວັນທີ 14 ມົກກະຣາ ນີ້ ໄດ້ຂໍໃຫ້ ອົງການ ສາກົນ ສະຖານທູຕ ແລະ ສື່ມວນຊົນ ຕ່າງປະເທດ ໃນລາວ ສົ່ງເນື້ອໃນ ຂອງ ບົດຄວາມ ຫຼື ຂ່າວສານ ໄປຍັງ ກະຊວງ ການຕ່າງປະເທດ ຂອງລາວ ກວດເບິ່ງ ກ່ອນ ທີ່ຈະນໍາ ອອກເຜີຍແຜ່.

ທາງ ເອເຊັຽ ເສຣີ ໄດ້ສອບຖາມ ໄປຍັງ ສະຖານທູຕ ແຫ່ງນຶ່ງ ໃນ ສປປ ລາວ, ເຈົ້າຫນ້າທີ່ ຜູ້ ບໍ່ປະສົງ ອອກຊື່ ເວົ້າວ່າ, ຜ່ານມາ ບໍ່ເຄີຍມີ ການກວດສອບ ຂ່າວສານ ຂອງ ອົງການ ສາກົນ. ດັ່ງ ທ່ານກ່າວວ່າ:

“ເຫັນ ໜັງສືພິມ ຫນ້ານຶ່ງ ທີ່ ເຮົາກໍອ່ານ ຕາມນັ້ນ, ຄືເປັນລັກສນະ ໃບແຈ້ງການ ເຮົາກໍໄດ້ ອ່ານຕາມນັ້ນ. ທີ່ຜ່ານມາ ບໍ່ມີໄດ໋ລະ, ບໍ່ໄດ້ມີ ແນວນັ້ນໄດ໋ລະ".

ເຈົ້າໜ້າທີ່ ສະຖານທູຕ ກ່າວອີກວ່າ ກຳລັງ ພິຈາຣະນາ ຣາຍລະອຽດ ວ່າຈະສາມາດ ປະຕິບັດ ຕາມດຳຣັດ ໄດ້ ຫລືບໍ.



__________________
Anonymous

Date:
Permalink   
 

Anonymous wrote:

ຂໍຝາກໃຫ້ ພວກຄວາຍ ລືມຕີນ ທັງຫລາຍ


 ຂໍໃຫ້ພີ່ນ້ອງຊາວລາວໃນປະເທດທີ່ມັກປະຊາທິປະໄຕ,ບໍ່ຍອມຈະເປັນຂ້ອຍຂ້າມ້າໄຊ້ຕ່າງຊາດ

ດັ່ງ ພັກ ປະຊາຊົນປະຕິວັດລາວ ແລະ ລູກສະໝຸນ,ຈົ່ງສາມະຄີກັນລຸກຂື້ນມາຂັດຂວາງການ

ກະທຳອັນປວ່ງບ້າຂອງພັກ-ລັດຕາມຄວາມສາມາດ ແລະ ໂອກາດທີ່ອຳນວຍຈາກນ້ອຍໄປ

ຫາໃຫ່ຍກໍ່ແປວໄຟຄວາມຮັກຊາດເປັນເຈົ້າຕົນເອງຢຸດເຊົາເສບຢາບ້າ ແລະ ສັງຄົມຟຸມເຟື້ອຍ

ທີ່ພັກ-ລັດເບື່ອເມົາຕາມການບົ່ງການຂອງຕ່າງຊາດເພື່ອດັບສູນໜໍ່ແໜງກຳລັງແຮງຂອງຊາດ

ລາວ.ເພື່ອເຮັດໃຫ້ການຕໍ່ສູ້ຂອງຄົນລາວເປັນທີ່ຍອມຮັບຈາກສາກົນ,ຈຸດຫຼັກກໍ່ຕ້ອງແມ່ນພີ່ນ້ອງ

ພາຍໃນຜູ້ທີ່ບໍ່ມັກລະບອບຜເດັດການໃນລາວຈະດ້ວຍເຫດຜົນຖືກກົດຂີ່,ບໍ່ໄດ້ຮັບຄວາມຍຸຕິທຳ

ກົດໝາຍບໍ່ສັກສິດສັງຄົມເປັນສອງມາດຕະຖານເປັນຜູ້ລຸກຂື້ນມາສ້າງເຫດການຕໍ່ສູ້ຂັດຄ້ານ

ເສຍກ່ອນ.ຄົນລາວນອກຜູ້ມັກປະຊາທິປະໄຕ ແລະ ມີອຸດົມການດຽວກັບພວກທ່ານຈຶ່ງຈະຍືນມື

ເຂົ້າໄປຊ່ວຍ ແລະ ສະເໜີຮຽກຮ້ອງໄປຫາສາກົນທີ່ຮັກຄວາມເປັນທຳໄດ້ເວລານັ້ນ.ເວົ້າແນວນີ້

ບໍ່ແມ່ນຈະຍົວະໃຫ້ພວກທ່ານໄປມີບັນຫາກັບພັກ-ລັດ ແມ່ນເພື່ອແກ່ບັນຫາທີ່ພັກ-ລັດສ້າງໃສ່

ພວກທ່ານກໍ່ຄືປະເທດຊາດລາວຂອງພວກເຮົາກໍ່ຄືພວກຂ້າພະເຈົ້າທີ່ຈຳຕ້ອງອອກໜີຈາກປະ

ເທດປະເຮືອນຊານ,ໄຮ່ນາຮົ່ວສ່ວນ.ຖ້າພວກເຮົາບໍ່ຮ່ວມກັນຕໍ່ສູ້ແຕ່ດຽວນີ້ເປັນຕົ້ນໄປຄຶດວ່າ

ບໍ່ເກີນອີກ 5ທົດສວັດດອກ ລາວຕ້ອງສິ້ນຊາດແນ່ນອນ.



__________________
Page 1 of 1  sorted by
 
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard