ລາວໂຮມລາວ ເພື່ອປະຊາທິປະໄຕ

Members Login
Username 
 
Password 
    Remember Me  
Post Info TOPIC: ລາຍຊື່ຜູ້ ສມັກສະພາຂັ້ນແຂວງ ແມ່ນ ພັກ ຄັດເລືອກ ມາໃຫ້ກ່ອນແລ້ວ
Anonymous

Date:
ລາຍຊື່ຜູ້ ສມັກສະພາຂັ້ນແຂວງ ແມ່ນ ພັກ ຄັດເລືອກ ມາໃຫ້ກ່ອນແລ້ວ
Permalink   
 


e1902cec-88d8-4708-a139-4c92e032ff76.jpeg

ສະມາຊິກ ສະພາ ແຫ່ງຊາດ ທ່ານນຶ່ງ ທີ່ ແຂວງ ອັດຕະປື ເວົ້າວ່າ ປັດຈຸບັນ ບັນດາ ແຂວງຕ່າງໆ ໃນ ທົ່ວປະເທດ ກຳລັງ ຮິບໂຮມ ຣາຍຊື່ ຜູ້ສມັກ ເລືອກຕັ້ງເປັນ ສະມາຊິກ ສະພາ ແຫ່ງຊາດ ຊຸດທີ 8 ແລະ ສະພາ ຂັ້ນແຂວງ ເທື່ອ ທຳອິດ ຊຶ່ງ ຜູ້ສມັກ ທັງຫມົດ ແມ່ນ ພັກ ຄັດເລືອກ ມາໃຫ້ກ່ອນແລ້ວ. ດັ່ງທ່ານ ກ່າວ ຕໍ່ເອເຊັຽ ເສຣີ ໃນ ມື້ວັນທີ 12 ມົກກະຣາ ນີ້ວ່າ:

"ອັນນຶ່ງ ເພິ່ນໄດ້ສັນຫາ ຢູ່ໃນຮອງ ເຈົ້າແຂວງ ຜແນກການ ອ້ອມຂ້າງ ຂອງ ແຂວງເຮົານີ້ ໂດຍສະເພາະ ເນັ້ນໃສ່ ແນວລາວ ສ້າງຊາດ ຊາຍຫນຸ່ມ ຍິງສາວ ກຳມະບານ ພາຍຫລັງທີ່ ເພິ່ນຄັດແລ້ວ ຈັ່ງ ມາສມັກ ທີຫລັງ ກໍຢາກຍາກ ໜ້ອຍນຶ່ງ ເພາະວ່າ ທາງ ຄນະໄດ້ຄັດ ເລືອກ ແລ້ວ ພວກເຮົາ ກໍເຮັດຕາມ ມະຕິ ຂອງຄນະ ກັມມະການ ເລືອກຕັ້ງ ແຫ່ງຊາດ".

ທ່ານ ກ່າວຕື່ມວ່າ ທາງການ ໄດ້ ເປີດໂອກາດ ໃຫ້ ພາກສ່ວນ ຕ່າງໆ ແລະ ປະຊາຊົນ ໂດຍທົ່ວໄປ ສາມາດ ຮັບສມັກ ເລືອກຕັ້ງໄດ້ ເຊັ່ນກັນ ແຕ່ອາດຈະຍາກ ທີ່ ຈະມີຜູ້ ປ່ອນບັດ ເລືອກເອົາ. ເອເຊັຽ ເສຣີ ກໍໄດ້ສອບຖາມ ໄປຍັງ ຫ້ອງການ ສະມາຊິກ ສະພາ ແຫ່ງຊາດ ໃນແຂວງ ອື່ນໆ ເປັນຕົ້ນ ແຂວງ ໄຊຍະບູຣີ ກໍໄດ້ຮັບ ຄຳຕອບ ແບບດຽວກັນ ເຈົ້າຫນ້າທີ່ ນາງນຶ່ງ ເວົ້າວ່າ, ກຳລັງ ຮິບໂຮມ ຣາຍຊື່ ຜູ້ສມັກ ເມື່ອປະກາດ ຣາຍຊື່ ຢ່າງເປັນ ທາງການແລ້ວ ກໍຈະເລີ້ມ ໃຫ້ຜູ້ສມັກ ຫາສຽງໄດ້, ຊຶ່ງ ກົດຣະບຽບ ການຫາ ສຽງ ກໍຕ້ອງໃຫ້ ສອດຄ່ອງ ຕາມ ນະໂຍບາຍ ຂອງ ພັກ-ຣັຖ. ດັ່ງ ຍານາງ ກ່າວ ຕອນນຶ່ງວ່າ:

"ມັນຈະເປັນ ຄນະ ໄປຫັ້ນແຫຼະເນາະ ເຮົານີ້ມັນ ພັກດຽວ ບໍ່ແມ່ນວ່າ ໄປເລາະ ໂຄສະນາ ຫາສຽງ ເອົາຜູ້ດຽວ ແມ່ນ ເປັນ ໄປບໍ່ໄດ້ ຕົວນີ້ ພວກເຮົາຕ້ອງ ມີຣະບຽບ ຫລັກການ ມີການນຳ".

ນາງວ່າ ສຳລັບ ການສັນຫາ ຜູ້ສມັກ ທີ່ແຂວງ ໄຊຍະບູຣີ ເກືອບ ຈະສຳເຣັດແລ້ວ ຂນະນີ້ ມີຣາຍຊື່ ຜູ້ສມັກ ສະມາຊິກ ສະພາ ແຫ່ງຊາດ ຢ່າງນ້ອຍ 12 ຄົນ ສະພາ ຂັ້ນແຂວງ 39 ຄົນ ການເລືອກຕັ້ງ ທັງສອງ ສະພາ ຈະມີຂຶ້ນ ພ້ອມກັນ ວັນທີ 20 ມິນາ ປີ ນີ້.

 



__________________
Anonymous

Date:
RE: ລາຍຊື່ຜູ້ ສມັກສະພາຂັ້ນແຂວງ ແມ່ນ ພັກ ຄັດເລືອກ ມາໃຫ້ກ່ອນແລ້ວ
Permalink   
 


ໂຄດ​ແມ່​ສູ​ພວກ​ຊາດ​ໝາ​ສູ​ຕົບ​ຕາ ປ​ຊ​ຊ ພວກ​ສູ​ຄິດ​ວ່າ ປ​ຊ​ຊ

ບໍ່​ຮູ້​ທັນ​ພວກ​ສູ​ຫວະ​ຈຳ​ພວກ​ໝາ​ທີ່​ມີ​ລາຍ​ຊື່​ນັ້ນ​ໂຄດ​ແ​ມ່​ສູ​ເລືອກ

ໃວ້​ກ່ອນ​ແລ້ວ​ໄປ​ຕາຍ​ນຳ​ຫົວ​ໜ້າ​ສູ​ສະ​ບັກ​ຄຳ​ຕາຍ​ມັນ​ຕ້ອງ​ການ​ສູ

ນຳ​ໄປ​ເລັຍ​ດາກ​ມັນ



__________________
Anonymous

Date:
Permalink   
 

" ປາແດກເຫນົ່າຕ່ອນເກົ່າ ເອົາໃສ່ຖ້ວຍໃຫມ່ມາຂາຍ...."

ປະຊາຊົນຈະບໍ່ໄປປ່ອນບັດ ແຕ່ຫນັງສືພິມຂອງລັດຈະບອກວ່າ

ປະຊາຊົນລາວຈຳນວນ 99% ພາກັນອອກໄປປ່ອນບັດເລືອກຕັ້ງຢ່າງເຕັມໃຈແລະຟົດຟື້ນ

 



__________________
Page 1 of 1  sorted by
 
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard