ລາວໂຮມລາວ ເພື່ອປະຊາທິປະໄຕ

Members Login
Username 
 
Password 
    Remember Me  
Post Info TOPIC: ເຫລົ່າເກົ່າ ໃນກວດ ໃໝ່
Anonymous

Date:
ເຫລົ່າເກົ່າ ໃນກວດ ໃໝ່
Permalink   
 


ພັກເກົ່າເລືອກຜູ້ເຮັດວຽກ ໃໝ່

0bc00b46-5910-4b49-ba79-9610f54552bf.jpeg25.JPEG

 

ໃນວັນທີ 18 ມົກກະຣາ ນີ້ ຈະເປັນມື້ ເລີ້ມຕົ້ນ ຂອງ ກອງປະຊຸມໃຫ່ຽ ເປັນເວລາ 5 ວັນ ຂອງ ພັກ ປະຊາຊົນ ປະຕິວັດລາວ ຊຶ່ງ ຈະດໍາເນີນ ໄປຮອດ ວັນທີ 22 ທີ່ ສໍານັກງານ ສູນກາງພັກ ນະຄອນຫຼວງ ວຽງຈັນ.

ກອງປະຊຸມ ໃຫ່ຽນີ້ ມີຂຶ້ນທຸກໆ 5 ປີ ເພື່ອເລືອກ ຜູ້ນໍາພັກ ຊຸດໃໝ່. ຣາຍການ ກອງປະຊຸມ ຄາດວ່າ ຈະບໍ່ມີຫຍັງ ແຕກຕ່າງ ກັບ ກອງປະຊຸມໃຫ່ຽ ຄັ້ງທີ 9 ທີ່ຈັດຂຶ້ນ ໃນເດືອນ ມິນາ ປີ 2011 ຊຶ່ງ ມີຜູ້ແທນ ສະມາຊິກ ພັກ ທົ່ວປະເທດ ເຂົ້າຮ່ວມ ທັງໝົດ ກວ່າ 570 ຄົນ ໃນຈໍານວນ ສະມາຊິກ ທັງໝົດ ກວ່າ 191,000 ຄົນ. ສໍາຫຼັບ ປີນີ້ ກໍຄາດວ່າ ຈໍານວນ ຜູ້ແທນ ທັງໝົດ ທີ່ເຂົ້າຮ່ວມ ກອງປະຊຸມ ຈະເພີ້ມຂຶ້ນ.

ກອງປະຊຸມ ໃນປີນັ້ນ ແມ່ນຫົວຂໍ້ ສ້າງຄວາມ ສາມັກຄີ ປຶກແຜ່ນ ພາຍໃນພັກ, ປົກປັກຮັກສາ ການນໍາພາ ແລະສ້າງ ຄວາມສາມາດ ຂອງ ພະນັກງານ ພາຍໃນ ພັກ, ຈັດຕັ້ງ ປະຕິບັດ ນະໂຍບາຍ ການປ່ຽນແປງ ໃໝ່, ສ້າງເງື່ອນໄຂ ພື້ນຖານ ເພື່ອໃຫ້ ປະເທດຊາດ ຫລຸດພົ້ນ ຈາກການເປັນ ປະເທດ ດ້ອຍ ພັທນາ ພາຍໃນ ປີ 2020 ເພື່ອ ກ້າວຂຶ້ນສູ່ ສັງຄົມ ນິຍົມ.

ສໍາລັບ ກອງປະຊຸມ ຄັ້ງນີ້ ຈຸດໝາຍ ກໍບໍ່ແຕກຕ່າງ ຈາກ ປີຜ່ານມາ ຫຼາຍປານໃດ ເພາະວ່າການ ຈັດຕັ້ງ ປະຕິບັດ ແຜນການ ພັທນາ ເສຖກິດ-ສັງຄົມ 5 ປີທີ່ ພັກ ກໍານົດ ແລະ ຊີ້ນໍາ ບໍ່ໄດ້ ຄາດໝາຍ ຫມົດທຸກຢ່າງ ໝາຍຄວາມວ່າ ພະນັກງານ ປະຕິວັດ ຕັ້ງແຕ່ ຣະດັບສູງສຸດ ຮອດຕໍ່າສຸດ ຍັງບໍ່ ເອົາໃຈໃສ່ ນໍາການ ປັບປຸງ ຕົນເອງ ໃຫ້ເປັນ ຕົວຢ່າງ ໃນການເປັນ ຜູ້ເສັຽສຣະ ຕໍ່ ປະເທດຊາຕ ແລະ ສັງຄົມ, ແຕ່ ກົງກັນຂ້າມ ພຍາດຕິດແປດ ການສໍ້ຣາສ ບັງຫຼວງ ຣະບົບ ຫຼີ້ນເສັ້ນ ຫຼິ້ນສາຍ ເກື້ອກຸນ ຄອບຄົວ ແລະ ພັກພວກ ຊຶ່ງ ເປັນສັຕຣູ ຕົວຮ້າຍກາດ ຂອງ ພັກ ພັດແຜ່ລາມ ຢ່າງບໍ່ຢຸດຢັ້ງ.

ເມື່ອເຮົາຖາມ ຄວາມເຫັນ ຂອງ ຊາວລາວ ທີ່ຫາເຊົ້າ ກິນຄໍ່າ ວ່າມີຄວາມ ກະຕືລືລົ້ນ ແນວໃດ ກັບ ກອງປະຊຸມ ຄັ້ງນີ້ ທ່ານ ກໍຕອບວ່າ:

(ເຊີນທ່ານ ຕິດຕາມ ຟັງສຽງ ຕໍ່ໄປໄດ້)



Attachments
__________________
Anonymous

Date:
Permalink   
 

ອະດີດຣັຖມົນຕຣີຍັງຖືກ ກັກຕົວ

ພະນັກງານ ຜແນກ ການເງິນ ແຂວງ ອຸດົມໄຊ ເວົ້າວ່າ ຮູ້ຂ່າວ ທ່ານ ພູເພັດ ຄຳພູນວົງ ອະດີດ ຣັຖມົນຕຣີ ກະຊວງ ການເງິນ ແລະ ພະນັກງານ ຂັ້ນສູງ ອີກ 4 ຄົນ ກໍາລັງ ຖືກ ສອບສວນ ເຣື້ອງ ທຸຈຣິດ ນັ້ນແລ້ວ.

ເຈົ້າຫນ້າທີ່ ຜແນກ ການເງິນ ແຂວງ ອຸດົມໄຊ ກ່າວຕໍ່ ເອເຊັຽ ເສຣີ ໃນວັນທີ 15 ມົກກະຣາ 2016 ນີ້ວ່າ ໄດ້ຮັບ ແຈ້ງການ ເມື່ອ ທ້າຍເດືອນ ທີ່ແລ້ວ ແລະ ຢືນຢັນວ່າ ເຣື້ອງ ໂຄງການ ບໍ່ມີຕົວຕົນ ຢູ່ ແຂວງ ອຸດົມໄຊ ໃນປີ 2014 ນັ້ນ ພະນັກງານ ການເງິນ ແຂວງ ບໍ່ໄດ້ ກ່ຽວຂ້ອງ ນຳ:

“ເພິ່ນແຈ້ງ ເມື່ອ ທ້າຍເດືອນ 12 ແຈ້ງໃຫ້ຮູ້ວ່າ ສາຍການເງິນ 4 ທ່ານ ຖືກ ເຈົ້າຫນ້າທີ່ ເອົາໄປ ກັກຕົວແລ້ວ. ສ່ວນຫຼາຍ ເພິ່ນ ຈະເນັ້ນໃສ່ ພາກສ່ວນ ຮັບຜີດຊອບ ສູງ ກະ ບໍ່ກ່ຽວວ່າ ທາງຂັ້ນສູງ ເພິ່ນຈະປົກປິດ ຫຼື ປ້ອງກັນ ແນວໃດ ເຮົາກໍບໍ່ ສາມາດຮູ້, ແຕ່ວ່າ ສາຍການເງິນ ພາກສ່ວນ ວິຊາການ ນີ້ ບໍ່ມີສ່ວນ ກ່ຽວຂ້ອງ”.

ນາງວ່າ ໃນຣະຍະ ທີ່ ແຂວງ ອຸດົມໄຊ ເປັນເຈົ້າພາບ ຈັດ ງານກິລາ ແຫ່ງຊາດ ເມື່ອປີ 2014 ນັ້ນ ມີຄວາມຜົດ ປົກກະຕິ ກ່ຽວກັບ ໂຄງການ ບໍ່ມີຕົວຕົນ. ຫລັງແລ້ວງານ ຈຶ່ງມີການ ກວດສອບ ແລະ ສັ່ງປົດ ເຈົ້າແຂວງ ແລະ ຜູ້ຮອງ ຢ່າງ ກະທັນຫັນ.

ນາງກ່າວ ປຽບທຽບໃສ່ ປະເທດຈີນ ແລະ ວຽດນາມ ທີ່ ມີການ ປາບປາມ ການສໍ້ຣາສ ບັງຫຼວງ ຢ່າງເຂັ້ມງວດ ຊຶ່ງນາງ ຖືວ່າ ເປັນເຣື້ອງດີ, ແຕ່ຢູ່ ປະເທດລາວ ອາດຈະ ເຮັດບໍ່ໄດ້ ປານນັ້ນ.

“ຄືຊິຍາກຢູ່. ເຮົາໄດ້ໄປ ຖອດຖອນບົດຮຽນ ຢູ່ ປະເທດ ອ້ອມຂ້າງ ເຮົາກໍເຫັນ ຂະເຈົ້າ ຣະບຽບຫຼາຍ ເຫນືອ ພວກເຮົາແທ້. ພາຫະນະ ປະຈຳ ຕຳແໜ່ງ ຂອງ ການນຳ ຂະເຈົ້າ ຈະບໍ່ມີ ກັມມະສິດ ນອກໂມງ ຣາຊການ, ຄືແນວ ພວກເຮົາ ເອົາໄປສວນ ໄປຫຍັງຫັ້ນ ມັນເປັນໄປ ບໍ່ໄດ້, ພາກສ່ວນໃດ ກະບໍ່ ປະຕິບັດ ເດ”.

ສຳຫຼັບ ກໍຣະນີ ທ່ານ ພູເພັດ ຄຳພູນວົງ ຖືກສອບສວນ ເຣື້ອງ ທຸຈຣິດ ນັ້ນ, ປັຈຈຸບັນ ທ່ານ ຍັງຖືກກັກຕົວ ຢູ່ ຫ້ອງກວດກາ ຂອງຄນະ ກັມມະການ ກົມການເມືອງ ສູນກາງພັກ ຫຼັກ 6, ສ່ວນ ພະນັກງານ ຂັ້ນສູງ 4 ຄົນ ຖືກຂັງ ຢູ່ຄຸກ ໂພນທັນ ນະຄອນຫຼວງ ວຽງຈັນ. ຂນະນີ້ ການສືບສວນ ສອບສວນ ກໍກໍາລັງ ດຳເນີນ ຕໍ່ໄປຢູ່.



__________________
Anonymous

Date:
Permalink   
 

ວິທີການ ໂກງກິນ ຂອງພະນັກງານພັກລັດ

ພວກທ່ານຈະເຫັນວ່າເອກະສານບໍ່ມີລາຍລະອຽດຫຍັງເລີຍ. ແຖມຕົວເລກຈຳນວນເງິນໃນໃບບິນ ແມ່ນ 2000 ກີບ ກະມາແປງເປັນ 5000 ກີບ. ຈິ່ງຢາກສະເໜີ ໃຫ້ພາກສ່ວນພາສີອາກອນ ໄດ້ພິຈາລະນາ ເຮັດໃບບິນເກັບເງິນທີ່ມີມາດຕະຖານກວ່ານີ້.

ຂ້າພະເຈົ້າພູມໃຈທີ່ຈະເສຍພາສີອາກອນ ຫາກເງິນທີ່ເສຍໄປ ຈະໜ້ອຍ ຫຼື ຫຼາຍ ມັນໄດ້ປະກອບສ່ວນເຂົ້າໃນການພັດທະນາປະເທດຊາດ, ແຕ່ບໍ່ແມ່ນການໄປພັດທະນາຖົງບຸກຄົນໃດໜຶ່ງ.

ຫວັງວ່າ ການສະເໜີນີ້ຈະໄດ້ຮັບການພິຈາລະນາ.

ຈາກ: ແມ່ຄ້າຕະຫຼາດສີຂຽວ ດອນກອຍ.

12508781_1114135748618096_1687843945411252096_n.png?oh=75b6847c4046aa330688c8cd340fe478&oe=574194C3



__________________
Anonymous

Date:
Permalink   
 

ປາແດກເຫນົ່າ ຕ່ອນເກົ່າ ໃສ່ຖ້ວຍໃຫມ່ ມາຂາຍ....



__________________
Anonymous

Date:
Permalink   
 

ເພື່ອໃຫ້ເຫດການອັນຊໍ້າຊາກນີ້ໝົດສິ້ນໄປຈາກຜຶນແຜ່ນດິນລາວ,ພີ່ນ້ອງປະຊາຊົນລາວ

ພວກເຮົາບັນດາເຜົ່າຕ່າງໆຕ້ອງພ້ອມກັນລຸກຂື້ນເທເຫຼົ້າອັບປີທີ່ພວກພັກ-ລັດ ສປປ.ລາວ

ຂາຍຊາດກັ່ນມານີ້ພ້ອມທັງທັບກວດທີ່ມັນຈະມາບັນຈຸຖີ້ມໃຫ້ໝົດ.



__________________
Anonymous

Date:
Permalink   
 

ຄະນະຕລົກພັກລາວຄອມມິວນິດ ກຳລັງສະແດງລະຄອນຫລອກຕົວເອງແລະປະຊາຊົນລາວ. 



__________________
Anonymous

Date:
Permalink   
 

ສັນດານຊົ່ວ ຂອງຜູ້ນຳ ພັກລັດ ສິດສອນໃຫ້ພີ່ນ້ອງລາວຂ້າກັນເອງ

25.jpg26.jpg



Attachments
__________________
Anonymous

Date:
Permalink   
 

ກອງປະຊຸມໃຫຽ່ທີ່ໄຮ້ ຄວາມໝາຍ

6c8c0cf8-025e-4bce-9e58-a7a5053841b3.jpeg

 

ຊາວລາວ ຫຼາຍຄົນ ຄິດວ່າ ກອງປະຊຸມ ໃຫຽ່ ຂອງພັກ ປະຊາຊົນ ປະຕິວັດລາວ ຊຶ່ງກຳລັງ ດຳເນີນ ຢູ່ໃນປັດຈຸບັນ ນີ້ ທີ່ ນະຄອນຫຼວງ ວຽງຈັນ ຈະບໍ່ມີ ຄວາມໝາຍ ຫຍັງຫຼາຍ. ກອງປະຊຸມ ອາດຈະເລືອກ ເອົາຜູ້ນຳ ໃໝ່ ຫລື ຄນະ ກົມການເມືອງ ຊຸດໃໝ່ ແຕ່ ອຸດົມການ ນະໂຍບາຍ ແລະ ແຜນການ ສ້າງສາ ພັທນາ ກໍຍັງຈະ ຄືເກົ່າ. ພັກ ປະຊາຊົນ ປະຕິວັດລາວ ຍັງ ຈະຜູກຂາດ ອຳນາດ ຕລອດໄປ ຍັງ ຈະປົກຄອງ ປະເທດດ້ວຍ ຣະບອບ ຜະເດັດການ ສັງຄົມນິຍົມ ຢູ່ຄືເກົ່າ ແລະ ຍັງຈະຈຳກັດ ສິດ ເສຣິພາບ ປະຊາທິປະໄຕ ຂອງ ປະຊາຊົນ ຢ່າງເຄັ່ງຂັດ ສືບຕໍ່ໄປ ເລື້ອຍໆ.

ໃນດ້ານ ການເມືອງ ຕ່າງປະເທດ ຄນະຜູ້ນຳ ພັກ ແລະ ຣັຖບານ ສປປລາວ ຊຸດໃໝ່ ກໍຍັງຈະ ຢູ່ພາຍໃຕ້ ອິດທິພົນ ຂອງວຽດນາມ ແລະ ຈີນ ສືບຕໍ່ໄປ ຢູ່ຄືເກົ່າ. ທ່ານ ພູສີ ສັກດາ ຜູ້ຕາງໜ້າ ຣັຖບານ ພຣະຣາຊອານາຈັກລາວ ສມັຍຮື້ຟື້ນ ກໍໄດ້ອອກ ຖແລງການ ຕອບໂຕ້ ກອງປະຊຸມ ໃຫຽ່ ຂອງພັກ ປະຊາຊົນ ປະຕິວັດ ລາວ ທີ່ ມີເນື້ອໃນ ໃຈຄວາມ ທີ່ສຳຄັນ ຕອນນຶ່ງ ວ່າ: ສຽງ ....

ເພື່ອຄວາມ ກະຈ່າງແຈ້ງ ກ່ຽວກັບ ຖແລງການ ດັ່ງກ່າວ ຂ້າພະເຈົ້າ ກໍໄດ້ ໂທຣະສັບ ຫາ ພະຍາ ສິດທິບຸນ ທີ່ ເປັນນາຍົກ ຣັຖມົນຕຣີ ຂອງ ຣັຖບານ ພຣະຣາຊອານາຈັກລາວ ສມັຍຮື້ຟື້ນ ແລະ ກໍໄດ້ຖາມ ຣາຍລະອຽດ ຕື່ມວ່າ: ສຽງ...

ພັກ ປະຊາຊົນ ປະຕິວັດ ລາວ ຈັດກອງປະຊຸມ ໃຫຽ່ ຂອງພັກ ນັບແຕ່ ວັນທີ່ 18 ເດືອນ ມົກກະຣາ ນີ້ ເປັນຕົ້ນມາ. ຈຸດປະສົງ ໃຫຽ່ ກໍເພື່ອ ເລືອກເອົາ ຜູ້ນຳໃໝ່ ຄນະກົມການເມືອງ ຊຸດໃໝ່ ແລະ ສະມາຊິກ ຄນະ ບໍຣິຫານ ສູນກາງພັກ ຊຸດໃໝ່. ນອກນັ້ນ ກອງປະຊຸມ ຫຼວງ ຂອງພັກ ຍັງຈະວາງແຜນ ພັທນາ ເສຖກິດ-ສັງຄົມ ຫ້າປີ ແລະ ສິບປີ ຂ້າງໜ້າ.

ໃນວັນເປີດ ກອງປະຊຸມ ທ່ານ ຈູມມະລີ ໄຊຍະສອນ ໃນນາມ ເລຂາທິການ ໃຫຽ່ ຂອງພັກ ກໍຣາຍງານວ່າ ໃນລະຍະ 5 ປີຜ່ານມາ ພັກ ໄດ້ນຳພາ ສ້າງສາ ພັທນາ ປະເທດຊາດ ໃຫ້ຈະເຣີນ ກ້າວໜ້າ ຢ່າງ ໜ້າພໍໃຈ ເຊັ່ນໄດ້ສ້າງ ເສຖກິດ ໃຫຽ່ ຂຍາຍຕົວ ຢ່າງໜ້ອຍ 7.4 ສ່ວນຮ້ອຍ ຕໍ່ປີ, ປະຊາຊົນ ມີຣາຍຮັບ ເພິ້ມຂື້ນ ເປັນ ເກືອບຜູ້ລະ 2,000 ດອນລ່າ ສະຫະຣັຖ ຕໍ່ປີ ແລະ ປະຊາຊົນ ທີ່ທຸກຍາກ ໃນ ທົ່ວປະເທດ ຍັງເຫລືອ ພຽງແຕ່ 6.5 ສ່ວນຮ້ອຍ ເທົ່ານັ້ນ.



__________________
Anonymous

Date:
Permalink   
 

7 ຍຸດທະສາດ ຂອງພວກໂກງຊາດ ອີກ 10 ປີຕໍ່ໜ້າ

1917564_1115228875175450_8511651830800164076_n.jpg?oh=6a2c506ba8f5016ddd33fdb34d97d90b&oe=573C087E

1. ຍຸດທະສາດທຳອິດພັດ­ທະ­ນາເສດຖະ ກິດຢ່າງຕໍ່ເນື່ອງໄປຕາມທິດມີຄຸນນະ ພາບ, ສີ­ຂຽວ ແລະຢືນຍົງ ຊຶ່ງເປົ້າໝາຍແມ່ນເຮັດໃຫ້ເສດ­ຖະ­ກິດຂະ­ຫຍາຍ­ຕົວ ຕໍ່ເນື່ອງໝັ້ນທ່ຽງດ້ວຍຈັງ­ຫວະສະ­ເລ່ຍ 7,5% ຕໍ່ປີ, ເສດ­ຖະ­ກິດມະ­ຫາພາກມີສະ ຖຽນລະພາບ, ຄວາມ­ທຸກຍາກສືບ­ຕໍ່ຫຼຸດ ລົງ, ຊີ­ວິດການເປັນຢູ່ຂອງປະ­ຊາ­ຊົນໄດ້ ຮັບການຍົກລະ­ດັບດີຂຶ້ນ, ຮັບ­ປະ­ກັນການ ຜະ­ລິດສະ­ບຽງອາ­ຫານໃຫ້ພຽງ­ພໍກັບ ຄວາມຕ້ອງ­ການພາຍໃນ, ມີສິນ­ຄ້າສົ່ງ ອອກຈຳ­ນວນໜຶ່ງ, ມີການຈັດສັນເຂດ ການພັດ­ທະ­ນາ ແລະຈັດວາງກຳ­ລັງການ ຜະ­ລິດຕາມເຂດແຄວ້ນຢ່າງເປັນລະ­ບົບ

2. ຍຸດທະສາດທີສອງ ເພື່ອພັດ­ທະ­ນາປະ ເທດໃຫ້ຫຼຸດພົ້ນອອກຈາກສະ­ຖາ­ນະພາບ ດ້ອຍພັດ­ທະ­ນາ (LDCs) ແລະປະ­ຕິ­ບັດ ເປົ້າໝາຍການພັດ­ທະ­ນາແບບຍືນຍົງ (SDGs) ໂດຍສຸມໃສ່ປະ­ຕິ­ບັດເປົ້າໝາຍ ຫຼຸດພົ້ນອອກຈາກສະ­ຖາ­ນະພາບດ້ອຍ ພັດ­ທະ­ນາໃຫ້ສຳ­ເລັດໃນປີ 2020 ແລະ ປະ­ຕິ­ບັດເປົ້າໝາຍການພັດ­ທະ­ນາແບບ ຍືນຍົງ.

3. ການພັດ­ທະ­ນາຊັບ­ພະ­ຍາ­ກອນ ມະ­ນຸດ ເລັງໃສ່ພັດ­ທະ­ນາຄົນໃຫ້ມີ ຄຸນສົມ ບັດສິນທຳປະ­ຕິ­ບັດ, ມີສະ­ຕິປັນ­ຍາ, ສຸຂະ ພາບ ແລະຮ່າງ­ກາຍແຂງ­ແຮງ, ການສຶກ ສາອົບ­ຮົມດ້ານແນວຄິດການ­ເມືອງ, ການຄຸ້ມຄອງກໍ່­ສ້າງພະ­ນັກ­ງານ, ຍົກປະສິດ­ທິພາບຂອງແຮງງານ, ສົ່ງ­ເສີມວຽກງານ ໂພ­ຊະນາການ, ຍົກສູງຄຸນ­ຄ່າວັດ­ທະ­ນະ ທຳອັນດີ­ງາມຂອງຊາດ ແລະຂອງບັນ ດາເຜົ່າ.

4. ຍຸດທະສາດການປົກປັກຮັກ­ສາ ແລະນຳໃຊ້ຊັບ­ພະ­ຍາ­ກອນທຳມະຊາດ ຢ່າງມີປະສິດ­ທິຜົນຕາມທິດສີ­ຂຽວ ແລະ ຍືນຍົງ ໂດຍສະ­ເພາະທີ່ດິນ, ປ່າ­ໄມ້, ແຮ່ ທາດ, ແຫຼ່ງນ້ຳ, ອາ­ກາດໃຫ້ມີການນຳໃຊ້ເກີດປະ­ໂຫຍດສູງສຸດ, ມີຄວາມຍືນຍົງໝັ້ນ­ຄົງໄປຕາມທິດສີ­ຂຽວ ແລະຮັບປະກັນການບັນ­ເທົາ, ຮັບມື ແລະປັບຕົວເຂົ້າກັບການປ່ຽນ­ແປງຂອງດິນຟ້າອາ­ກາດ.

5. ຍຸດທະສາດການເພີ່ມທະ­ວີຄວາມ ສັກ­ສິດຂອງລະ­ບົບການປົກ­ຄອງດ້ວຍ ກົດ­ໝາຍຂອງລັດປະ­ຊາທິ ປະໄຕປະ­ຊາ ຊົນ: ປັບ­ປຸງສ້າງລະ­ບົບກົງ­ຈັກການປົກ ຄອງ ແລະການບໍ­ລິ­ຫານລັດໃຫ້ເຂັ້ມ­ແຂງ ມີປະ­ສິດ­ທິ­ພາບສູງຂຶ້ນ, ປັບ­ປຸງສ້າງບັນ ດາອົງການ­ຈັດ­ຕັ້ງຂອງລັດໃຫ້ກະ­ທັດ ຮັດ, ສ້າງ ແລະປັບ­ປຸງບັນ­ດານິ­ຕິກຳ, ນະໂຍບາຍລະ­ບຽບການຕ່າງໆໃຫ້ຄົບຖ້ວນ, ຮັດ­ກຸມ, ຈະ­ແຈ້ງ ແລະປັບ­ປຸງກົນໄກການ ປະ­ສານງານລະ­ຫວ່າງສາຍຕັ້ງ ແລະ ສາຍຂວາງໃຫ້ ກົມ­ກຽວກັນ.

6. ຍຸດທະການເຊື່ອມ ໂຍງ, ເຊື່ອມຈອດກັບພາກພື້ນ ແລະສາ ກົນ ຊຶ່ງຕ້ອງເພີ່ມທະ­ວີການມີເພື່ອນມິດ, ຮັດແໜ້ນຄວາມສາ­ມັກ­ຄີ ແລະຂະ­ຫຍາຍ ການພົວ­ພັນຮ່ວມມືກັບພາກພື້ນ ແລະສາ ກົນໃຫ້ກວ້າງ­ຂວາງ ໂດຍເພີ່ມຂີດຄວາມ ສາ­ມາດໃນການແຂ່ງ­ຂັນ ເຂົ້າຮ່ວມໃນ ເຄືອຂ່າຍການຜະ­ລິດຂອງພາກພື້ນ ແລະ ສາ­ກົນ.

7. ສຳ­ລັບຍຸດທະສາດສຸດທ້າຍແມ່ນ ການຫັນ­ປ່ຽນອຸດ­ສາ­ຫະ­ກຳ ແລະທັນສະ ໄໝ ໂດຍສະ­ເພາະຍົກສູງປະ­ສິດ­ທິ­ພາບ ແລະປະສິດ­ທິຜົນຂອງການຜະ­ລິດໃນ ໂຄງປະ­ກອບເສດ­ຖະ­ກິດແຫ່ງຊາດ, ການນຳໃຊ້ ແລະພັດ­ທະ­ນາເຕັກໂນໂລຊີ ທີ່ທັນສະ­ໄໝ, ສະ­ອາດເປັນມິດກັບສິ່ງ ແວດລ້ອມ, ມີພື້ນ­ຖານໂຄງລ່າງທີ່ທັນ ສະ­ໄໝ ແລະສາ­ມາດຮອງຮັບການເຊື່ອມ ຈອດກັບພາກພື້ນ ແລະສາ­ກົນ, ໂດຍຫັນ ຕົວເມືອງໃຫຍ່ໃຫ້ມີຄວາມທັນສະ­ໄໝ, ການຫັນເປັນອຸດ­ສາ­ຫະ­ກຳຕ້ອງສຸມໃສ່ ຂະ­ແໜງອຸດ­ສາ­ຫະ­ກຳເສົາ­ຄ້ຳເປັນ­ຕົ້ນ ອຸດ­ສາ­ຫະ­ກຳໄຟ­ຟ້າ, ອຸດ­ສາ­ຫະ­ກຳປຸງ ແຕ່ງ (ລວມທັງອຸດ­ສາ­ຫະ­ກຳປຸງແຕ່ງ ກະ­ສິ­ກຳ, ປຸງແຕ່ງບໍ່ແຮ່), ອຸດ­ສາ­ຫະ­ກຳ ທ່ອງທ່ຽວ ພ້ອມນັ້ນ ຕ້ອງເອົາ­ໃຈ­ໃສ່ບັນ ດາຂະ­ແໜງ­ການ ປິ່ນອ້ອມ ໂດຍສະ­ເພາະ ກະ­ສິ­ກຳ-ປ່າ­ໄມ້, ທະ­ນາ­ຄານ, ໂທລະຄົມ ມະນາຄົມ, ການບໍ­ລິ­ການທາງຜ່ານ ແລະ ອື່ນໆ.



__________________
Anonymous

Date:
Permalink   
 

ສົງໃສ ແປມາຈາກ ພາສາຫວຽດນາມ

ໃນ 7 ຍຸດທະສາດ, ຂ້າພະເຈົ້າອ່ານຫລາຍຫລົບຫລາຍຕ່າວຍ້ອນການຂຽນມັນບໍແມ່ນພາສາລາວ, ຕົວຢ່າງ: "1 ຍຸດທະສາດທຳອິດ" ຖ້າບັນຫາດັ່ງກ່າວໝາຍດ້ວຍເລກ 1 ແລ້ວ, ຄຳສັບຕໍ່ໄປຈະບໍ່ມີຄຳວ່າ "ທຳອິດ".
"ພັດທະນາເສດຖະກິດຢ່າງຕໍ່ເນື່ອງໄປຕາມທິດມີຄຸນະພາບສີຂຽວ ແລະ ຍືນຍົງ" ອ່ານເບິ່ງມັນບໍ່ແມ່ນພາສາລາວ ໃນບົດດັ່ງກ່າວບໍ່ຮູ້ເລີຍວ່າບັນຫາສຳຄັນ, ບັນຫາຕົ້ນຕໍແມ່ນຫຍັງ ບໍ່ຮູ້ຈະໄປຂະຫຍາຍຄວາມສອນ ນສ ແນວໃດ.
ການຂຽນປະໂຍກບໍ່່ຮູ້ວ່າສັບໃດເປັນ "ປະທານ" ສັບໃດເປັນ"ກຳ".
"ຄວາມທຸກຍາກສືບຕໍ່ຫລຸດລົງ" ປະໂຍກບໍ່ເປັນພາສາລາວ ແລະກໍບໍ່ active ເລີຍ.
ຂໍໂທດຫລາຍໆເດີ ເປັນພຽງການສັງເກດການຂຽນພາສາລາວຊື່ໆ ບໍ່ໄດ້ຕຳນິ/ຕ້ານແນວທາງ ແລະການນຳ



__________________
Anonymous

Date:
Permalink   
 

ກຳນົດ 7 ຍຸດທະສາດໂກງລະດັບຊາດ ແດກກັນອີກ10ປີ ຄົບ10ປີແລ້ວຈັ່ງມາວາງແຜນໄຫມ່ວ່າຊິແດກກັນຕໍ່ອີກຈັກປີ

ວ່າຊັ້ນບອກມາໂລດແບບນີ້ກະໃດ້ ຊິປິດບັງເຮັດຫຍັງ ມີອຳນາດຜະເດັດການຢູ່ແລ້ວ(ຫມ.ກ.ກ.ຊ)



__________________
Anonymous

Date:
Permalink   
 

7ຢຸດທະສາດ ມັນຫລາຍເກີນໄປ ເອົາຢຸດທະສາດດຽວກ່ອນໃດ້ບໍ່?   ບໍ່ຕ້ອງໃປຮອດ7ດອກ

ເອົາເວລາມີງານລະດັບຊາດບໍ່ຕ້ອງເກັບເງີນນຳປະຊາຊົນໃດ້ບໍ່?

ຄັນບໍ່ມີປັນຍາຈັດ ກະບໍ່ຕ້ອງເຮັດໃຫ້ເດືອດຮ້ອນປະຊາຊົນ.



__________________
Anonymous

Date:
Permalink   
 

ພວກຄວາຍນີ້ ມັນບອກວ່າ

 27.jpg

ບໍ່ມີຍຸກໃດສະ​ໄໝໃດທີ່ປະເທດຊາດໄດ້ຮັບການພັດທະນາຄືຍຸກນີ້

ໃນໂອກາດດໍາເນີນກອງປະຊຸມໃຫຍ່ຄັ້ງທີ 10 ຂອງພັກປະຊາຊົນປະຕິວັດລາວ,



Attachments
__________________
Anonymous

Date:
Permalink   
 

UK Interviews Dr. Bounthone Chanthalavong- Wiese (President ADL)

and Prof Joshua Cooper about the ADL work in the UK.



__________________
Page 1 of 1  sorted by
 
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard