ລາວໂຮມລາວ ເພື່ອປະຊາທິປະໄຕ

Members Login
Username 
 
Password 
    Remember Me  
Post Info TOPIC: ລາວອາຈເປັນຈຸດຂັດແຍ່ງ ສໍາຄັນ
Anonymous

Date:
ລາວອາຈເປັນຈຸດຂັດແຍ່ງ ສໍາຄັນ
Permalink   
 


ລາວອາຈເປັນຈຸດຂັດແຍ່ງ ສໍາຄັນ

d3a32a45-9831-426f-b118-ded92f848878.jpeg

 

ນັກວິເຄາະ ຈາກ ສະຖາບັນ ຄົ້ນຄວ້າ ບັນຫາໂລກ ຫລື GLOBAL RESOURCES ໃຫ້ ທັສນະວ່າ ສປປລາວ ອາດກາຍເປັນ ພື້ນທີ່ ຄວາມຂັດແຍ່ງ ຣະຫວ່າງ ປະເທດ ມະຫາອຳນາດ ດັ່ງ, ຈີນ ກັບ ສະຫະຣັດ ອີກໃຫມ່ ເປັນແບບດຽວ ກັບສມັຍ ສົງຄາມເຢັນ ແຕ່ເທື່ອນີ້ ອາດແຕກຕ່າງ ກັບຄັ້ງ ທີ່ຜ່ານມາ ເພາະ ຈີນແລະຣັຖເຊັຽ ມີອຳນາດ ທາງດ້ານ ເສຖກິດ ແລະ ການທະຫານ ຫຼາຍຂື້ນ ໃນຂົງເຂດ.

ທ່ານວ່າ ຈຸດ ສົງຄາມເຢັນ ທີ່ ອາດຈະເກີດຂຶ້ນ ໃນໂລກ ໃນ ປັດຈຸບັນ ກໍແມ່ນທີ່ ຢູເຄຣນ, ຊີເຣັຽ ແລະ ເຂດ ທະເລຈີນໃຕ້ ແຕ່ບ່ອນທີ່ ບໍ່ເປັນຂ່າວ ແລະ ຫຼາຍຄົນ ຍັງຄິດ ບໍ່ເຖີງນັ້ນ ກໍແມ່ນ ສປປລາວ ຊື່ງ ເປັນພື້ນທີ່ ທີ່ມີຄວາມ ຂັດແຍ່ງ ຣະຫວ່າງ ຈີນ ກັບ ສຫະຣັດ ໃນສມັຍ ສົງຄາມເຢັນ ອາດຈະກຳເລີບຂື້ນ ມາໃຫມ່.

ສະຫະຣັຖ ມີແຜນການ ຈຳກັດ ຂອບເຂດ ຫລື containment ການຂຍາຍອຳນາດ ທາງດ້ານ ເສຖກິດ ແລະ ການທະຫານ ໃນຂົງເຂດ ຂອງຈີນ ທີ່ເອີ້ນວ່າ ເສັ້ນທາງ ສາຍໄຫມ ທີ່ຈີນ ມີແຜນການ ຈະສ້າງ ໃນຫຼາຍແຫ່ງ ໃນໂລກ. ໃນຂົງເຂດ ອາຊຽນ ກໍແມ່ນ ເສັ້ນທາງຣົດໄຟ ຄວາມໄວສູງ ຜ່ານລາວ ໄປຮອດ ສິງກະໂປ ລົງໄປສູ່ ຊ່ອງແຄບ ມາລາກາ ຊື່ງ ເປັນເສັ້ນທາງຜ່ານ ຂອງເຮືອສີນຄ້າ ຈາກພາຍນອກ ເຂົ້າໄປຫາ ຈີນ ຖ້າຊ່ອງແຄບ ດັ່ງກ່າວ ຖືກປີດລົງ ຈີນ ຈະມີບັນຫາ ໃນການ ຂົນສົ່ງສີນຄ້າ ໄປຕ່າງປະເທດ ແລະ ນຳສີນຄ້າ ທີ່ຈຳເປັນ ເຂົ້າຈີນ, ດັ່ງ ນ້ຳມັນ.

ສະຫະຣັດ ຕັ້ງເປົ້າ ໃນການຈຳກັດ ການຂຍາຍ ອິດຕິພົນ ຂອງຈີນ ໃນສີ່ເຂດ ແນວຫນ້າ ຫລື front lines ດັ່ງ: 1-ທາງພາກເຫນືອ ແລະ ພາກຕາເວັນຕົກ ສ່ຽງເຫນືອ ໃຫ້ ຣັຖເຊັຽ ເປັນຜູ້ຕ້ານ ຈີນ ແຕ່ ໃນປັດຈຸບັນ ຣັຖເຊັຽ ເປັນມິດ ກັບຈີນ ແລ້ວ. ເຂດແນວຫນ້າ ທີສອງ- ແມ່ນຍີ່ປຸ່ນ ແລະ ເກົາຫລີໃຕ້ ຕ້ານຈີນ. ທີສາມ- ແມ່ນເຂດ ອີນເດັຽ ແລະ ປາກີສຖານ ແລະ ທີສີ່- ແມ່ນເຂດ ເອເຊັຽ ຕາເວັນອອກ ສ່ຽງໃຕ້ ແລະ ປະເທດ ທີ່ຕິດກັບ ຈີນ ກ່ອນຫມູ່ ກໍແມ່ນ ສປປລາວ.

ສະຫະຣັດ ຈຶ່ງເພີ້ມ ການພົວພັນ ກັບ ບັນດາ ປະເທດ ດັ່ງກ່າວຫຼາຍຂຶ້ນ ດັ່ງ, ກັບຣັຖເຊັຽ ໃນຣະຍະ ທີ່ຜ່ານມາ ກໍມີເພີ້ມ ຄວາມສຳພັນ ກັນຫຼາຍຂື້ນ ແຕ່ ມາເສັຽ ຄວາມ -ສຳພັນ ໃນຊ່ວງ ທີ່ມີບັນຫາ ໃນເຂດ ຄຣີເມັຽ ໃນ ຢູເຄຣນ ທີ່ ຣັຖເຊັຽ ຊ່ອຍ ກຸ່ມຕໍ່ຕ້ານ ຣັຖບານ ໃນການ ແຍກດີນແດນ ຈາກ ຣັຖບານ ຢູເຄຣນ.

ສຳລັບ ເຂດແນວຫນ້າ ທີສອງ ດັ່ງ ຍີ່ປຸ່ນ ແລະ ເກົາຫລີໃຕ້ ສະຫະຣັຖ ກໍເພີ້ມ ສາຍພົວພັນ ທາງດ້ານ ທະຫານ ກັບ ສອງປະເທດ ດັ່ງກ່າວ ດ້ວຍການຊ້ອມຣົບ ຮ່ວມ ແລະ ເຊັນສັນຍາ ການປ້ອງກັນ ປະເທດຮ່ວມກັນ.

ເຂດແນວຫນ້າ ທີສາມ- ອີນເດັຽ ແລະ ປາກີສຖານ ສະຫະຣັດ ກໍໄດ້ຍັບຍັ້ງ ບໍ່ໃຫ້ ສອງປະເທດ ດັ່ງກ່າວ ມີບັນຫາ ຣະຫວ່າງກັນ ແລະ ເພີ້ມຄວາມສຳພັນ ກັບສອງ ປະເທດ ຫຼາຍຂຶ້ນ, ແຕ່ ໃນປັດຈຸບັນ ອີນເດັຽ ມີທ່າອ່ຽງ ໄປຫາຈີນ ຫຼາຍກວ່າ ດ້ວຍການ ເຂົ້າຮ່ວມ ເປັນສະມາຊິກ ຂອງ ກຸ່ມປະເທດ brick.

ເຂດສີ່ ຊື່ງເປັນໂຊນ ເອເຊັຽ ຕາເວັນອອກ ສ່ຽງໃຕ້ ສະຫະຣັດ ກໍເພີ້ມ ການພົວພັນ ກັບ ປະເທດ ພັນທະມິດ ເກົ່າດັ່ງ ຟີລິປປິນ ໄທ ມາເລເຊັຽ ແລະ ສິງກະໂປ ອິນໂດເນເຊັຽ ສຳລັບ ກັບ ພະມ້າ ກໍມີການ ຍົກເລີກ ການຂວ້າມບາດ, ພະມ້າ ສ້າງຕັ້ງຣັຖບານ ປະຊາທິປະຕັຍ ທີ່ ນຳໂດຍ ຍານາງ ອອງຊານຊູຈີ ສະຫະຣັດ ກໍເພີ້ມ ຄວາມສຳພັນ ກັບ ພະມ້າ ຫຼາຍຂຶ້ນ.

ກຳພູຊາແລະ ສປປລາວ ຊື່ງເປັນ ພັນທະມິດ ອັນໃກ້ຊິດ ກັບຈີນ ມາແຕ່ ດຶກດຳບັນ ສະຫະຣັຖ ກໍເຂົ້າ ໄປເກັ້ຽກ່ອມ ສອງປະເທດ ດັ່ງກ່າວ ຮ່ວມທັງ ວຽດນາມ ຊຶ່ງເປັນ ສັດຕຣູເກົ່າ ຂອງ ສະຫະຣັດ. ແຕ່ຍັງ ບໍ່ແນ່ວ່າ ຈະປະສົບ ຜົລສຳເຣັດ ຫຼາຍປານໃດ.

ນັກວິເຄາະ ທ່ານນີ້ ອະທິບາຍ ຕໍ່ໄປວ່າ ສະຫະຣັດ ອາດມາຊ້າເກີນໄປ ເພາະ ການເຊື່ອມ ອຳນາດ ຂອງຈີນ ໃນບັນດາ ປະເທດ ເຫລົ່ານັ້ນ ລົງເລິກ ຫຼາຍແລ້ວ ດັ່ງ ຕົວຢ່າງ ຣັຖເຊັຽ ກໍເຊັນສັນຍາ ເພີ້ມການພົວພັນ ກັບຈີນ ໃນຫຼາຍດ້ານ ເປັນຜູ້ສ້າງຕັ້ງ ກຸ່ມ ປະເທດ BRICK ຮ່ວມກັນ ສ້າງ ທະນາຄານ, ທະນາຄານ ການລົງທຶນ ສ້າງໂຄງຮ່າງ ພື້ນຖານ ເອເຊັຽ ຫລື AIIB ຮ່ວມກັນ ແລະ ເພີ້ມການພົວພັນ ທາງດ້ານ ທະຫານ ຣະຫວ່າງ ກັນຫຼາຍຂຶ້ນ,

ອີນເດັຽ ແລະ ປາກິສຖານ ກໍລົງນາມ ຄວາມສຳພັນ ກັບຈີນ ໃນຫຼາຍໂຄງການ ທີ່ຮ່ວມດ້ວຍ ໂຄງການ ຣົດໄຟ ຄວາມໄວສູງ ໃນ ປາກິສຖານ. ສ່ວນ ຍີ່ປຸ່ນ ແລະ ເກົາຫລີໃຕ້ ກໍຍັງແຕ່ ຍີ່ປຸ່ນ ຍັງຕ້ານ ຈີນ ຢູ່ ແຕ່ ເກົາຫລີໃຕ້ ບໍ່ປານໃດແລ້ວ ຍ້ອນຕ້ອງການ ຈີນ ຊ່ອຍແກ້ໄຂ ບັນຫາ ກັບ ເກົາຫລີເຫນືອ.

ສຳລັບ ປະເທດ ອາຊຽນ ແລ້ວ ຈີນ ໄດ້ລົງນາມ ສ້າງເສັ້ນທາງ ຣົດໄຟ ກັບ ສປປລາວ ອິນໂດເນເຊັຽ ແລະ ໄທ. ເສັ້ນທາງ ຣົຖໄຟ ສາຍດັ່ງກ່າວ ຈະຜ່ານ ຫຼາຍປະເທດ ໃນອາຊຽນ ທີ່ເລີ້ມຈາກ ສປປລາວ ໄປຮອດ ສີງກະໂປ ນອກຈາກນັ້ນ ຈີນ ກໍລົງທຶນ ໃນຫຼາຍໂຄງການ ໃນຂົງເຂດ ຈຶ່ງ ເຮັດໃຫ້ ສະຫະຣັດ ເຂົ້າຍາກ ໃນການຕ້ານ ຈີນ ໃນເຂດນີ້ ແລະ ເຂດອື່ນໆ ທີ່ ສະຫະຣັດ ຕັ້ງເປົ້າໃວ້.

ບັນຫາ ທີ່ ສະຫະຣັດ ຍົກຂຶ້ນມາ ໃນການ ຈຳກັດຂອບເຂດ ການຂຍາຍ ອຳນາດ ທາງດ້ານ ເສຖກິດຂອງຈີນ ໃນຂົງເຂດ ເອເຊັຽ ກໍແມ່ນບັນຫາ ທະເລຈີນໃຕ້ ທີ່ຈະເປັນ ຈຸດຂນວນ ໃນການເກີດ ສົງຄາມ ໃນການ ທັບມ້າງຈີນ. ແຕ່ຫຼາຍປະເທດ ອາດບໍ່ເອົານຳ ຍົກເວັ້ນ ວຽດນາມ ແລະ ຟີລິປປີນ.

ບັນຫາ ພາຍໃນຈີນ ກໍແມ່ນ ຄວາມຂັດແຍ່ງ ທາງດ້ານສາສນາ, ບັນຫາ ຊົນເຜົ່າ ບັນຫາ ສີດທິມະນຸດ ສິດທິ ທາງສາສນາ ແລະ ການຈັບກຸມ ນັກເຄື່ອນໄຫວ ຕ່າງໆ ໃນຈີນ ເພື່ອຕ້ອງການ ຢາກໃຫ້ຄົນຈີນ ພາຍໃນປະເທດ ລຸກຂຶ້ນ ຕ້ານຣັຖບານ.

 



__________________
Anonymous

Date:
Permalink   
 

ສຳລັບ ສປປລາວ ແລ້ວ ເປັນຫຍັງຈຶ່ງວ່າ ສປປລາວ ອາດເປັນພື້ນທີ່ ຂັດແຍ່ງ ຣະຫວ່າງ ສະຫະຣັດ ກັບຈີນ ອີກໃຫມ່ ເປັນແບບດຽວກັບ ສມັຍສົງຄາມເຢັນ ທີ່ ສະຫະຣັດ ເຄີຍໃຊ້ລາວ ເປັນທາງຜ່ານ ໃນການຕ້ານ ການແຜ່ຂຍາຍ ລັດທິຄອມມິວນິສ ໃນເວລານັ້ນ ແຕ່ໃນເວລານີ້ ແມ່ນຕ້ານ ການຂຍາຍ ອຳນາດທາງດ້ານ ເສຖກິດ ແລະ ການທະຫານ ຂອງຈີນ ຍ້ອນລາວ ເປັນປະເທດ ທີ່ ຕິດກັບ ຈີນ ປະເທດທຳອິດ ໃນຂົງເຂດ ກ່ອນຈະລົງໄປສູ່ ປະເທດ ອາຊຽນ ທັງຫຼາຍ ຕ້ອງຕ້ານພັຍ ແຕ່ຕົ້ນລົມ. ແຕ່ ສປປລາວ ລົງເລິກ ໃນການ ພົວພັນກັບຈີນ ຫຼາຍແລ້ວ ໂຄງການໃຫຍ່ໆ ສ່ວນໃຫຍ່ ເປັນ ຂອງຈີນ ໃນລາວ ດັ່ງຄົນລາວ ທ່ານນື່ງ ເວົ້າວ່າ:

"ທຸກສີ່ງທຸກຢ່າງ ເປັນຂອງຈີນ ຫມົດແລ້ວ ດັ່ງໂຄງການ ໃຫຍ່ໆໃນລາວ".

ຈີນ ກໍຕ້ອງການ ລາວ ເປັນແປ້ນຢັນ ໃນການ ເຊື່ອມອຳນາດ ຂອງຕົນ ໄປສູ່ ປະເທດ ອາຊຽນ ທັງຫຼາຍ ຈຶ່ງທຸ້ມເທ ການລົງທຶນ ການສ້າງ ໂຄງຮ່າງພື້ນຖານ ປະເພດ ຕ່າງໆ ໃນລາວ ຮ່ວມດ້ວຍ ເສັ້ນທາງຣົຖໄຟ ລາວ-ຈີນ ທີ່ ຈີນ ລົງທືນ 70% ໃນໂຄງການ ດັ່ງກ່າວ. ຫລາຍໂຄງການ ຈີນ ກໍໃຫ້ເງີນກູ້ ດ້ວຍດອກເບັ້ຽຕ່ຳ ແລະ ບາງໂຄງການ ກໍຊ່ອຍເຫລືອລ້າ. ເພື່ອຕ້ອງການ ໃຊ້ລາວ ເປັນທາງຜ່ານ ໄປສູ່ອາຊຽນ ແລະ ຊ່ອງແຄບ ມາລາກາ ຫລື ອ່າວໄທ.

ສະຫະຣັດ ຈື່ງຢາກມາຕັນ ເສັ້ນທາງສາຍນີ້ ແຕ່ຕອ້ງໄດ້ ເລີ້ມຕົ້ນຈາກ ລາວ, ດັ່ງນັ້ນ ການມາຢ້ຽມ ສປປລາວ ຂອງ ທ່ານ ຈອນ ແຄຣີ ທີ່ຜ່ານມານີ້ ແລະ ທ່ານ ບາລັກ ໂອບາມາ ໃນທ້າຍປີນີ້ ແມ່ນການລີເລີ້ມ ນະໂຍບາຍ ຂອງ ສະຫະຣັດ ໃນການຈຳກັດ ຂອບເຂດ ຈີນ ໃນຂົງເຂດ.

ສະຫະຣັດ ຈຶ່ງຢາກເລີ້ມຕົ້ນ ຈາກການ ຍົກຣະດັບ ຄວາມສຳພັນ ກັບລາວ ປົວແປງ ບາດແຜສົງຄາມ ຍ້ອນການ ຖິ້ມຣະເບີດ ແລະ ເຊື່ອມສຳພັນ ການຄ້າ ແລະ ເສຖກິດ ກັບລາວ ໃຫ້ຫຼາຍຂຶ້ນ ແຕ່ຍັງ ບໍ່ແນ່ວ່າ ສປປລາວ ຈະປ່ຽນທ່າທີ ຂອງຕົນ ໄດ້ຫຼາຍປານໃດ ເພາະໄດ້ເຂົ້າຫາ ຈີນ ຫຼາຍເກີນໄປແລ້ວ ແລະຍັງຖືກ ຄວບຄຸມ ຈາກວຽດນາມ ນຳອີກ.

ສົງຄາມເຢັນ ຄັ້ງນີ້ ອາດບໍ່ແມ່ນ ການປະຊັນຫນ້າກັນ ທາງດ້ານ ທະຫານ ໃນລາວ ເຫມືອນດັ່ງ ໃນອະດີດ ອາດຈະເປັນ ການຍາດແຍ່ງ ການພົວພັນ ແລະ ການຊ່ອຍເຫລືອ ຫລື PROXY WAR ສົງຄາມຫຸ່ນ ໃນລາວ ເພື່ອຢາກໃຫ້ ລາວ ຫລຸດພົ້ນ ຈາກການເພິ່ງ ຈີນ ຫັນມາໃຫ້ ຄວາມຮ່ວມມື ກັບ ສະຫະຣັດ ຫຼາຍຂຶ້ນ ດ້ວຍການໃຊ້ ນະໂຍບາຍ ທີ່ເອີ້ນວ່າ CARROT AND STICK ຂອງ ສະຫະຣັດ ນັ້ນເອງ. CARROT  ກໍ່ແມ່ນເອົາ ການຊ່ອຍເຫລືອ ມາອ່ອຍ ແຕ່ STICK ນັ້ນ ແມ່ນການ ສົ່ງເສີມໃຫ້ ມີການຕໍ່ຕ້ານ ຈີນ ໃນລາວ.



__________________
Page 1 of 1  sorted by
 
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard