ລາວໂຮມລາວ ເພື່ອປະຊາທິປະໄຕ

Members Login
Username 
 
Password 
    Remember Me  
Post Info TOPIC: ຜູ້ຄຸມສວນກ້ວຍປະກອບ ອາວຸດ
Anonymous

Date:
ຜູ້ຄຸມສວນກ້ວຍປະກອບ ອາວຸດ
Permalink   
 


ຜູ້ຄຸມສວນກ້ວຍປະກອບ ອາວຸດ

image

ເຈົ້າຫນ້າທີ່ ທ້ອງຖິ່ນ ທີ່ ແຂວງ ດຸດົມໄຊ ກ່າວວ່າ ຄົນງານລາວ ທີ່ເຮັດວຽກ ຢູ່ສວນກ້ວຍ ຈີນ ບ້ານນ້ຳມຽງ ເມືອງຮຸນ ແຂວງ ອຸດົມໄຊ ມີຜູ້ຄຸມງານ ຄົນຈີນ ໃຊ້ປືນອາກາ ຄວບຄຸມ ການເຮັດວຽກ ເນື່ອງຈາກ ຢ້ານວ່າ ແຮງງານລາວ ຈະຕໍ່ຕ້ານ ຫລື ຂືນ ຄຳສັ່ງ ນາຍຈ້າງ ຈື່ງມີປືນ ໄວ້ປ້ອງກັນ ແຕ່ບໍ່ໄດ້ຂໍ ອະນຸຍາດ ຈາກ ທາງການ ລາວ. ດັ່ງ ທ່ານ ກ່າວຕໍ່ ເອເຊັຽເສຣີ ໃນວັນທີ 4 ກຸມພາ ນີ້ວ່າ:

"ມີປືນອາກາ ຫັ້ນແຫລະ ໄປຄຸມງານນະ ຄຸມກັບຄົນລາວ ຫັ້ນແຫຼະ ຄົນຈີນ ເປັນຜູ້ແຕ່ງຕັ້ງ ແລ້ວເປັນປ້ອງກັນ ການຢູ່ຫັ້ນ ມີທັງ ປືນພ້ອມ ແຕ່ບໍ່ໄດ້ ຍິງ ຫຍັງເທື່ອ ແນ່ນອນ ແຫຼະເພິ່ນຕ້ອງ ມີແນວໃດ ແນວນຶ່ງຢ້ານ ແຕ່ເພິ່ນ ບໍ່ແຈ້ງໃຫ້ຊາບ ຊື່ໆດອກ".

ທ່ານກ່າວ ຕື່ມວ່າ ຢູ່ໃນສວນກ້ວຍ ແຫ່ງນີ້ ສ່ວນໃຫຍ່ແມ່ນ ຄົນງານລາວ ມາຈາກແຂວງ ຜົ້ງສາລີ ແລະ ແຂວງຫົວພັນ ຊື່ງ ເປັນແຂວງ ທີ່ທຸກຍາກ ມາເຮັດວຽກ ຫາລ້ຽງ ຄອບຄົວ ແຕ່ບໍ່ຮູ້ວ່າ ຈະພົບກັບ ສະພາບແບບນີ້.

ທ່ານວ່າ ການໃຊ້ອາວຸດ ສົງຄາມ ມາຄວບຄຸມ ຄົນງານ ໂດຍບໍ່ໄດ້ຮັບ ອະນຸຍາດ ຖືວ່າ ມີຄວາມຜິດ ພາກສ່ວນ ທີ່ກ່ຽວຂ້ອງ ຄວນໄປ ກວດກາ ທ່ານກ່າວ ເພີ້ມວ່າ:

"ເຮັດແບບນີ້ ບໍ່ໄດ້ ກົດຫມາຍລາວ ມີແຕ່ຕຳຣວດ ມີແຕ່ທະຫານ ຖືປືນໄດ້ ແຕ່ເຂົາ ມາແຕ່ງເອງ ຖືປືນດ້ວຍ ບໍ່ມີແຕ່ງຕັ້ງ ຈາກຂັ້ນເທິງ ແບບວ່າ ເຮົາມີເງີນແລ້ວ ເຮົາຊື້ປືນມາ ເຮົາຢາກແຕ່ງ ໃຫ້ຜູ້ໃດ ເປັນນາຍ ກໍແຕ່ງເອົາໂລດ".

ກ່ຽວກັບ ບັນຫານີ້ ເອເຊັຽເສຣີ ໄດ້ຕິດຕໍ່ ໄປຍັງຫ້ອງການ ປ້ອງກັນ ຄວາມສງົບ ທີ່ເມືອງຮຸນ ເຈົ້າຫນ້າທີ່ ທ່ານນຶ່ງ ກ່າວສັ້ນໆວ່າ ບໍ່ໄດ້ຍິນຂ່າວ ນີ້ເທື່ອ ແຕ່ຈະອອກໄປ ກວດກາ.



__________________
Anonymous

Date:
Permalink   
 

ທະຫານລາວຖືກຕູ່ວ່າຍິງ "ງົວຄວາຍ"

7b7be220-1137-4cbb-9ff7-af3c7249664e.jpeg

 

ຈາກກໍຣະນີ ທີ່ ສື່ມົນຊົນ ຂອງ ກໍາພູຊາ ຣາຍງານວ່າ ໃນວັນທີ 2 ກຸມພາ ວ່າມີ ທະຫານລາວ ລັກລອບ ເຂົ້າໄປຍິງ ງົວແລະຄວາຍ ຂອງຊາວບ້ານ ຢູ່ແຂວງຊຽງແຕຼງ ກໍາພູຊາ ທີ່ຕິດກັບ ຊາຍແດນ ແຂວງ ຈໍາປາສັກ ພາກໃຕ້ ຂອງລາວ. ຫລ້າສຸດ ເຈົ້າໜ້າທີ່ ຫ້ອງການ ປກຊ-ປກສ ແຂວງ ຈໍາປາສັກ ໄດ້ອອກມາ ປະຕິເສດ ວ່າບໍ່ມີ ກໍຣະນີ ດັ່ງກ່າວ. ດັ່ງ ເຈົ້າໜ້າທີ່ ປກຊ-ປກສ ແຂວງ ຈໍາປາສັກ ໄດ້ກ່າວຕໍ່ ເອເຊັຽເສຣີ ໃນວັນທີ 4 ກຸມພາ ວ່າ:

"ໂອບໍ່ເປັນຄວາມຈິງ ດອກ ໂຕນີ້, ການເຂົ້າໄປ ກໍອາດຈະມີແທ້ ແຕ່ວ່າໄປຕາມ ລຽບເລາະ ສາລະເວ ໄປເລາະລຽບ ຊາຍແດນເດ້ ມັນອາດ ຈະມີຄົດມີງໍ ມັນ ອາດຈະມີ ການເລື່ອມລໍ້າ ເຂົ້າໄປຢູ່ ແຕ່ວ່າບໍ່ມີ ທະຫານ ບໍ່ມີ ເຮົາບໍ່ມີ ແນວນັ້ນ".

ເຈົ້າໜ້າທີ່ ທ່ານ ນີ້ ກ່າວອີກວ່າ ຕອນນີ້ ຍັງບໍ່ທັນໄດ້ ຮັບຣາຍງານ ຈາກ ເຈົ້າໜ້າທີ່ ຝ່າຍ ກໍາພູຊາ ກ່ຽວກັບ ເລື້ອງ ດັ່ງກ່າວ, ແຕ່ ກໍພ້ອມ ທີ່ຈະປະສານ ກັບ ກໍາພູຊາ ເພື່ອແກ້ ໄຂບັນຫາ ດັ່ງກ່າວ ຖ້າວ່າໄດ້ ຮັບການຢືນຢັນ ຈາກ ທາງການ ກໍາພູຊາ ກ່ຽວກັບ ເລື້ອງນີ້.

ແຂວງຊຽງແຕຼງ ຂອງ ກໍາພູຊາ ມີຊາຍແດນ ຕິດກັບ ແຂວງ ຈໍາປາສັກ ພາກໃຕ້ ຂອງປະເທດ ລາວ. ຈຸດທີ່ ສື່ມວນຊົນ ກໍາພູຊາ ຣາຍງານວ່າ ມີທະຫານລາວ ເຂົ້າໄປຍິງ ງົວແລະຄວາຍ ຊາວບ້ານ ທີ່ເປັນ ຄົນຊົນເຜົ່າ ແມ່ນຢູ່ຈຸດ ບໍລິເວນ ຫລັກຊາຍແດນ ທີ 31, 32 ແລະ 34.



__________________
Anonymous

Date:
Permalink   
 

ເປັນ​ແບບ​ນີ້​ມັນ​ບໍ່​ແມ່ນ​ຄົນ​ງານ​ແລ້ວ​ເຮັດ​ງານ​ມີ​ຄົນ​ຄຸມ

ມັນ​ແມ່ນ​ນັກ​ໂທດ100%ເຕັມ​ພີ່​ນ້ອງ​ເອີຍ​ພວກ​ຊາດ​ໝາ​ຄອງ​ເມືອງ

ມັນ​ເຮັດ​ກັບ​ພີ່​ນ້ອງ​ຄົນ​ລາວ​ໄດ້​ແນວ​ໃດ​ຫວະ​ມັນ​ຊິ​ແຕກ​ໝາຫຼາຍ​ມັນ

ຄິດ​ໄດ້​ຊ່ຳ​ໝາ​ເນາະ​ໂຄດ​ພໍ່​ໂຄດ​ແມ່​ສູ​ພາ​ກັນ​ໄປ​ຕາຍ​ແທນ​ໝາ​ສະ



__________________
Page 1 of 1  sorted by
 
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard