ລາວໂຮມລາວ ເພື່ອປະຊາທິປະໄຕ

Members Login
Username 
 
Password 
    Remember Me  
Post Info TOPIC: ວົງການເພງລາວໄດ້ສູນເສຍ ສິນລະປິນແຫ່ງຊາດ ແລະ ຣາຊາເພງອຳມະຕະ "ອາຈານ ຄຳພູ ທະວີວັນ" ລວມອາຍຸໄດ້ 74 ປີ
Anonymous

Date:
ວົງການເພງລາວໄດ້ສູນເສຍ ສິນລະປິນແຫ່ງຊາດ ແລະ ຣາຊາເພງອຳມະຕະ "ອາຈານ ຄຳພູ ທະວີວັນ" ລວມອາຍຸໄດ້ 74 ປີ
Permalink   
 


 ວົງການເພງລາວໄດ້ສູນເສຍ ສິນລະປິນແຫ່ງຊາດ ແລະ ຣາຊາເພງອຳມະຕະ "ອາຈານ ຄຳພູ ທະວີວັນ" ລວມອາຍຸໄດ້ 74 ປີ

2016-02-07_012013.jpg

ຄ້ອຍແລງວັນສຸກທີ 5 ກຸມພາ 2016 ຂ້ອຍໄດ້ຮັບການສົ່ງຂ່າວຈາກນ້ອງຊາຍທີ່ຊື່ ອາ ນັກດົນຕຣີມືຄີບອດວົງ "ເມກກາ" ວ່າວົງການເພງລາວໄດ້ສູນເສຍບໍຣົມຄູແຫ່ງວົງການເພງລູກທົ່ງບ້ານນາໄປອີກ 1 ຄົນນັ້ນກໍ່ຄື ອາຈານ ຄຳພູ ທະວີວັນ ສິລະປິນແຫ່ງຊາດ ສາຂາສິລະປະການສະແດງ ຜູ້ມີຜົນງານຫລວງຫລາຍພາຍມາກ...ນີ້ຊ່າງເປັນຂ່າວທີ່ໜ້າເສຍດາຍຍິ່ງ! ແລະສ້າງຄວາມຕົກໃຈກັບຂ້ອຍບໍ່ໜ້ອຍ...ເພາະຂະນະນີ້ເພງໃໝ່ຫຼ້າສຸດ " ຫົກໂມງເຄິ່ງ"(6.30ນ)ຂອງເພິ່ນກຳລັງໂດ່ງດັງແລະມາແຮງຢູ່ໃນຂະນະນີ້.

12688062_1109607282417872_2073100665390733823_n.jpg?oh=60fe1ac25c99c3786d54ab705440d8c7&oe=5723F25B

 

ປະຫວັດຂອງອາຈານ ຄຳພູ ທະວີວັນ
.....................
ຄຳພູ ທະວີວັນ ເກີດທີ່ບ້ານວັດເໜືອ ເມືອງໂຂງ ແຂວງຈຳປາສັກ ໃນຄອບຄົວເຊິ່ງພໍ່ເປັນຊ່າງໄຟຟ້າ...ຄາວຍັງເປັນເດັກນ້ອຍມີພອນສະຫວັນໃນການອ່ານບົດກອນ ແລະ ບົດສູດເທດດ້ວຍນ້ຳສຽງທີ່ອອນຊອນໃຫ້ຜູ້ເຖົ້າໃນບ້ານຟັງຈົນກາຍເປັນຄວາມຊິນເຄີຍແລະຊຶມຊັບມໍລະດົກທາງສິລະປະວັນນະຄະດີເຂົ້າໃນສາຍເລືອດ...
.........................
ປີ 1959 ຄຳພູ ທະວີວັນ ກ້າວເຂົ້າສູ່ວົງການເພງດ້ວຍການເປັນນັກຮ້ອງສະໝັກຫຼິ້ນ ສັງກັດກົມແຜນທີ່ແຫ່ງຊາດ ເປັນການເປີດແລວທາງສິລະປະຕາມທີ່ຕົນເອງໄຝ່ຝັນ...
.................................
ປີ1961 ມີການເສັງເພງທີ່ປາກເຊ ຄຳພູ ທະວີວັນ ເຊິ່ງເວລານັ້ນສັງກັດ ວົງດົນຕຣີ ກອງທັບພາກ 4 ເຂົ້າແຂ່ງຂັນ ແຕ່ຍັງບໍ່ທັນໄດ້ແຕ່ງເພງເອງ ເພງທີ່ນຳເຂົ້າແຂ່ງຂັນມີຊື່ວ່າ "ແຄນແສນແສບ"ແຕ່ງໂດຍ ອາຈານ ມໍລະດົກເຊິ່ງໄດ້ຮັບລາງວັນຊະນະເລີດໃນງານນັ້ນ...ສິ່ງນັ້ນເປັນກຳລັງໃຈອັນແຮງກ້າໃຫ້ ຄຳພູ ທະວີວັນ ເດີນໜ້າໃນສາຍທາງເພງ , ການເສັງເພງປີຕໍ່ມາ (1962) ເພິ່ນຈຶ່ງສືບຕໍ່ເຂົ້າແຂ່ງຂັນອີກ ແລະ ໄດ້ແຕ່ງເພງເອງເປັນເພງທຳອິດໃນຊີວິດ ມີຊື່ເພງວ່າ "ທະນີນາງຄວນ" ແລະກໍ່ຄວ້າລາງວັນຊະນະເລີດເປັນປີທີ 2 ຈາກລາງວັນດັ່ງກ່າວຈາກນັກຮ້ອງທຳມະດາເພິ່ນຈຶ່ງໄດ້ຖືກແຕ່ງຕັ້ງໃຫ້ເປັນຫົວໜ້າວົງດົນຕຣີ ກອງທັບພາກ 4 ໃນເວລາຕໍ່ມາ
.....................
ລະຫວ່າງປີ 1963 -65 ຄຳພູ ທະວີວັນໄດ້ເຂົ້າຮຽນທີ່ ໂຮງຮຽນ ນາຍຮ້ອຍສຳຮອງ (ຮຸ່ນທີ 7 )ທີ່ຈຳປາສັກ ຈາກຜົນງານແລະຊື່ສຽງທີ່ສ້າງມາເຂົາກໍ່ຖືກມອບໝາຍໃຫ້ເປັນຮອງຫົວໜ້າວົງດົນຕຣີ "ຍຸດທະການພາກໃຕ້" (ປະຈຳການທີ່ສະຫວັນນະເຂດ) ແລະເປັນໄລຍະທີ່ເຂົາໄດ້ຮູ້ຈັກຮັກແພງກັບ "ຈຳປາ ຣັຕນະສະຫວັນ" (ສຸລິວັດ)ນັກແຕ່ງເພງຊັ້ນອາຈານອີກຄົນໜຶ່ງຊຶ່ງເປັນຫົວໜ້າວົງ.
.............................
ຈາກນັ້ນ 2 ປີ ຄຳພູ ທະວີວັນ ຖືກຍົກຍ້າຍຂື້ນມາປະຈຳການຢູ່ໂພນເຄັງ ນະຄອນຫຼວງວຽງຈັນມາຮັບໜ້າທີ່ຫົວໜ້າວົງດົນຕຣີກົມຈິດຕະວິທິຍາ ເພິ່ນເລົ່າວ່າໄລຍະມາປະຈຳການຢູ່ວຽງຈັນທຳອິດແມ່ນຖືກໄປປະຈຳການເວນຍາມຢູ່ແຄມນ້ຳຂອງ ຍ່ານບໍ່ໂອ - ແກ້ງຍາງ ການໄກບ້ານໄກຄົນຮັກມາຈຶ່ງເກີດມາຣົມຂຽນເພງ "ສຽງແຄນ" ອອກມາ ...ແລະການປະຈຳການທີ່ຄ້າຍແບບບໍ່ໄດ້ເງິນເດືອນກໍ່ແມ່ນອີກອາຣົມໜຶ່ງທີ່ພາໃຫ້ມີເພງ "ຫິວ"...ຈາກນັ້ນກໍ່ມີອີກຫຼາຍເພງທີ່ເຂົາແຕ່ງຕາມມາຕິດໆ ເຊັ່ນ "ຮັກສາວວຽງຈັນ" "ຈົດໜາຍນ້ອຍ"



__________________
Anonymous

Date:
RE: ປິດສາກຊີວິດ ສິລະປິນແຫ່ງຊາດ ແລະ ຣາຊາເພງອຳມະຕະ "ອາຈານ ຄຳພູ ທະວີວັນ" ລວມອາຍຸໄດ້ 74 ປີ
Permalink   
 


ປູ່ຈັນ ຄຳພູ ທະວີວັນ

ນະຄອນວຽງຈັນເວລານັ້ນເວົ້າໄດ້ວ່າຕົກຢູ່ໃນໃຕ້ອິດທິພົນຂອງວັດທະນະທຳຕາເວັນຕົກເຂົາຈຶ່ງແຕ່ງເພງເຍາະເຍີ້ຍສຽດສີແມ່ຍິງທີ່ຫຼົງໄຫຼນຳແຟຊັນແລະຄວາມທັນສະໄໝ ເຊັ່ນເພງ "ໄກ້ຍາມຍ້ອນຂົນ ຄົນງາມຍ້ອນແຕ່ງ" ເພງ "ຄົນຫຼືຜີ"..ດັ່ງນີ້ເປັນຕົ້ນ
..............................
ດ້ວຍອາຣົມສິລປ໌ ທີ່ຫຼາກຫຼາຍ..ຍາມເຮຮາເບົາສະໝອງເຂົາກໍ່ແຕ່ງເພງ "ພໍ່ຕູ້ເຜີຍ"ອອກມາ (ເປັນເພງແຕ່ງຢອກເຍີ້ອຍໝູ່ຮັກໝູ່ແພງທຳມະດາ ແຕ່ດັງທົ່ວບ້ານທົ່ວເມືອງ)
..............................
ປີ 1969 ຄຳພູ ທະວີວັນ ໄດ້ອັດແຜ່ນສຽງ 2 ຊຸດ(ລວມ 24 ເພງ) ຄືຊຸດ "ຊາຍພະເນຈອນ" ແລະ "ນ້ຳຕາພໍ່" ນອກຈາກແຕ່ງເພງ-ຮ້ອງເພງເອງແລ້ວເຂົາຍັງແຕ່ງເພງໃຫ້ນັກຮ້ອງຜູ້ອື່ນໆອີກເຊັ່ນ : ຄຳແພງ ຈຸນລະມະນີ (ເພງ "ສາມສາວ") ໃຫ້ ສຸພັດ ເພງ "ອອກພັນສາແຄ້ນໃຈ" ແຕ່ງໃຫ້ ນາງສາວ ນວນສີ ເພງ "ນ້ຳຕາແມ່" ໃຫ້ ນາງສາວ ນາຣຽມ ແກ້ວປະຊາ ເພງ "ວັນຊື່ນຄືນສຸກ" ໃຫ້ ເທບພອນ ເທບພິທັກ ແລະຜູ້ອື່ນໆຫຼາຍເຕີບ!...ນອກຈາກນີ້ຍັງໄດ້ແຕ່ງເພງປະກອບຮູບເງົາຫຼາຍເລື່ອງ ເຊັ່ນ : "ສາຍນ້ຳດົງໂຈນ" "ບ້ານນາປ່າສະຫວັນ" "ສາຍເລືອດດຽວກັນ" ແລະເພງປະກອບລະຄອນເວທີຂອງກົມຈິດຕະວິທະຍາທັງໝົດ!
.......................................
ເມື່ອປະເທດຊາດໄດ້ຮັບການປົດປ່ອຍ ເວລານັ້ນ ຄຳພູ ທະວີວັນມີຍົດຮ້ອຍໂທ ຖືກຊັບຊ້ອນເຂົ້າກົມການເມືອງກອງທັບປົດປ່ອຍປະຊາຊົນລາວ
ສັງກັດກອງສິລະປະກອນກອງທັບມີໜ້າທີ່ເປັນນັກແຕ່ງເພງ ແລະ ນັກຮ້ອງໄປພ້ອມຈາກຜົນງານທີ່ສະໝ່ຳມ້ເໝີ ເຂົາກໍ່ໄດ້ເປັນຫົວໜ້າວົງດົນຕຣີກອງທັບອາກາດ ໃນປີ 1979 ໄລຍະນີ້ມີເພງໃໝ່ໆອອກມາໃຫ້ໄດ້ຟັງກັນຫຼາຍເພງເຊັ່ນ : "ຊີວິດຄູ" "6 ປີແຫ່ງຄວາມຫຼັງ" "ອວຍພອນພັກ" "ນ້ຳງຶ່ມສາຍໃຈ"
.................................
ປີ 1983 ຄຳພູ ທະວີວັນ ໄດ້ອຳລາຊີວິດຊຸດຂຽວ (ກອງທັບ) ແລະຄິດວ່າຈະວາງມືຈາກອາຊີບນັກຮ້ອງ...ຂ່າວຄາວຂອງເຂົາຫາຍງຽບໄປໃນສັງຄົມຈົນແຟນເພງເຂົ້າໃຈວ່າເຂົາໂຕນໜີໄປອາເມຣິກາຂ່າວນີ້ແຜ່ກະຈາຍໄປທົ່ວສັງຄົມ.. ຈົນຮອດປີ 1989 ຄຳພູ ທະວີວັນ ອົດບໍ່ໄດ້ຕໍ່ຂ່າວຄາວອັນບໍ່ເພິ່ງປາຖະໜາຄືດັ່ງກ່າວ ຈຶ່ງຕັດສິນໃຈກັບຄືນສູ່ວົງການເພງ ແລະໄດ້ອອກອັລບັ້ມຊຸດ "ແກ້ຂ່າວ "...ເຊິ່ງມີເນື້ອເພງຫຍໍ້ໆວ່າ " ຫຼາຍຄົນກ່າວວ່າເຮົານັ້ນຈາກໄປແລ້ວ..ໜີແນວໄປຫາກິນແກ່ວແຖວໃໝ່.. ບັງຄົນກໍ່ວ່າເຮົາໜີໄປຢູ່ເມືອງໄທຍ ຍັງມີຫຼາຍໆກໍ່ວ່າໄປຢູ່ອາເມຣິກາ...ຫຼາຍຄົນກ່າວວ່າເຮົາລືມພີ່ລືມນ້ອງ ລືມພວກພ້ອງບໍ່ຫວັງປອງເຫັນໜ້າ ປານນີ້ຄົງຢູ່ອາເມຣິກອກ ອາເມຣິກາ ຫຼາຍຄົນກໍ່ວ່າຍັງຄ້າງຄາຢູ່ເມືອງໄທ" ເພງນີ້ສ້າງກະແສຮືຮາທີ່ສຸດພ້ອມໆກັບການປາກົດຕົວເທິງເວທີຄອນເສີດຄັ້ງໃໝ່ ຂອງຄຳພູ ທະວີວັນ...
.............................
ໃນຍຸກການເສີມສ້າງສາຍພົວພັນຄັ້ງໃໝ່ລະຫວ່າງສອງຊາດ ລາວ - ໄທຍ ພາຍຫຼັງເກີດການເກາະຜິດກັນມາເປັນໄລຍະ...ຄຳພູ ທະວີວັນ ກໍ່ມີເພງ "ປູ່ຈັນ" ອອກມາສ້າງຈິດສຳນຶກ ເຖິງຄວາມເປັນເຊື້ອສາຍລາຍລ່ອງອັນດຽວຂອງຄົນສອງຝັ່ງນ້ຳໄດ້ຢ່າງດູດດື່ມ ແລະ ປະທັບໃຈ..
............................
ຈາກນັ້ນເຂົາກໍ່ເດີນໜ້າສ້າງສັນເພງອອກມາເລື້ອຍ ເພງ "ສາວຮ້ານນ້ອຍ " ໃນຊຸດຕໍ່ມາກໍ່ໂດ່ງດັງບໍ່ຢອກ ຮ້ອງໄດ້ກັນທົ່ວບ້ານທົ່ວເມືອງ
ຕະຫຼອດຊີວິດເທົ່າທີ່ຈື່ໄດ້ ຄຳພູ ທະວີວັນ ບອກວ່າແຕ່ງເພງມາແລ້ວບໍ່ຕ່ຳກວ່າ 1000 ເພງ ທັງທີ່ໄດ້ບັນທຶກສຽງ ແລະ ຍັງ...ສຸດທ້າຍຂອງຊີວິດ ເພງ "ຫົກໂມງເຄິ່ງ "(6,30 ນ) ຂອງເຂົາກໍ່ໂດ່ງດັງທົ່ວບ້ານທົ່ວເມືອງ ແລະ ຍັງດັງຢູ່ທຸກວັນນີ້
..............................
ຄຳພູ ທະວີວັນ ກາຍເປັນຕຳນານເພງບ້ານນາຜູ້ຍິ່ງໃຫຍ່ຄົນໜຶ່ງຂອງແຜ່ນດິນລາວ ມີຮູບແບບກການແຕ່ງເພງທີ່ມີເອກລັກສະເພາະທີ່ບໍ່ຄືໃຜ...ນອກຈາກແຕ່ງເພງທົ່ວໄປ ຍັງຮ່ວມແຕ່ງເພງຮັບໃຊ້ໜ້າທີ່ການເມືອງຂອງອົງການຈັດຕັ້ງພັກ-ລັດບໍ່ໄດ້ຂາດຈົນໄດ້ຮັບການມອບນາມມະຍົດໃຫ້ເປັນສິລະປິນແຫ່ງຊາດ ສາຂາສິລະປະການສະແດງ ເມື່ອ ປີ 2012
.......................
ວັນນີ້ສິ້ນແລ້ວສິລະປິນຜູ້ຍິ່ງໃຫຍ່ຂໍແຜ່ນດິນ ດ້ວຍຈິດຄາຣະວະຂໍໃຫ້ດວງວິນຍານຂອງທ່ານ ຈົ່ງໄປສູ່ສຸຂຕິເຖີດ ..ຊື່ສຽງແລະຜົນງານຈະຟູ່ເຟື້ອງຄຸ່ແຜ່ນດິນ ແລະ ລູກຫຼານສິລະປິນຕາບນານແສນນາມອັນເປັນນິຣັນ%



__________________
Page 1 of 1  sorted by
 
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard