ລາວໂຮມລາວ ເພື່ອປະຊາທິປະໄຕ

Members Login
Username 
 
Password 
    Remember Me  
Post Info TOPIC: ເຈົ້າຫນ້າທີ່ສືບຫາຄົນ ຫ້າງ ຣະເບີດ
Anonymous

Date:
ເຈົ້າຫນ້າທີ່ສືບຫາຄົນ ຫ້າງ ຣະເບີດ
Permalink   
 


ເຈົ້າຫນ້າທີ່ສືບຫາຄົນ ຫ້າງ ຣະເບີດ

4af6280f-7bca-448b-b503-98e5cfa20d41.jpeg

 

ຈົ້າຫນ້າທີ່ ກະຊວງ ປ້ອງກັນ ຄວາມສງົບ ທີ່ ແຂວງ ໄຊສົມບູນ ກ່າວວ່າ ໃນ ປັດຈຸບັນ ເຈົ້າຫນ້າທີ່ ຕຳຣວດ ທະຫານ ຍັງ ສືບຕໍ່ ຕິດຕາມ ກຸ່ມຄົນ ທີ່ ຫ້າງຣະເບີດ ໃສ່ ຣົດ ຂອງ ບໍຣິສັດ ຈີນ ແລະ ເປົ້າຫມາຍ ທີ່ແນ່ນອນ ຂອງ ພວກເຂົາເຈົ້າ ຄືຫຍັງ ກໍຍັງບໍ່ຮູ້.

ແຕ່ ເຈົ້າຫນ້າທີ່ ສາມາດ ຈັບ ຜູ້ທີ່ກໍ່ເຫດ ລັດຍິງ ຣົດ ຂອງຊາວບ້ານ ທີ່ແຂວງ ໄຊສົມບູນ ເມື່ອປີກາຍ ໄດ້ 5 ຄົນ. ດັ່ງທ່ານ ກ່າວຕໍ່ ເອເຊັຽເສຣີ ໃນ ວັນທີ 9 ກຸມພາ ນີ້ວ່າ:

"ມີ ທັງທະຫານ ມີ ທັງຕຳຣວດ ເຮັດຫນ້າທີ່ ປ້ອງກັນຊາດ ປ້ອງກັນ ຄວາມສງົບ ມັນ ກະບໍ່ທັນແຈ້ງ, ຈຳນວນນຶ່ງ ພວກທີ່ ເຮັດບໍ່ດີ ຈຳນວນນຶ່ງ ເຮົາ ກໍຈັບໄດ້ແລ້ວ 4-5 ຄົນ ແຕ່ວ່າ ຈຳນວນ ທີ່ ເຮັດສະເພາະ ຣາຍນີ້ແທ້ໆ ກະຍັງ ຈັບບໍ່ໄດ້".

ທ່ານ ກ່າວຕື່ມວ່າ ທີ່ຜ່ານມາ ສະພາບການ ຕ່າງໆ ໃນແຂວງ ໄຊສົມບູນ ກໍ ປົກກະຕິດີ ມີການສ້າງສາ ພັທນາ ແລະ ການລົງທຶນ ຈາກ ຕ່າງປະເທດ ການເດີນທາງ ກໍ ສະດວກ ສະບາຍ ແຕ່ຫລັງຈາກ ເກີດເຫດ ຄົນຮ້າຍ ຫ້າງຣະເບີດ ໃສ່ຣົດ ຂອງຊາວຈີນ ຢູ່ເຂດ ຍອດນ້ຳໂມ ເມືອງ ອະນຸວົງ ໃນວັນທີ 24 ເດືອນ ແລ້ວ ກໍເຮັດໃຫ້ ປະຊາຊົນ ແຕກຕື່ນ ທ່ານ ກ່າວເພີ້ມວ່າ:

"ມັນກະບໍ່ມີ ຫຍັງຫຼາຍດອກ ປົກກະຕິ ຫັ້ນນະ ເຂົາກະຍັງສືບ ບໍມີໂຕໃດຢຸດ ມັນຂັດແຍ່ງ ເຂົາຊື່ໆ ຜົລປະໂຫຍດ ຂອງບາງຄົນ ບໍ່ເປັນຫຍັງ".

ທ່ານວ່າ ປັດຈຸບັນ ທຸຣະກິຈ ຕ່າງໆ ຮວມທັງ ຊາວຈີນ ກໍເດີນທາງ ເຂົ້າມາຄ້າຂາຍ ລົງທຶນ ໃນແຂວງ ຫຼາຍຂຶ້ນ, ເຖິງວ່າຈະມີ ຊາວຈີນ ສອງຄົນ ເສັຽຊີວິດ ຈາກການ ຫ້າງຣະເບີດ ໃນຣະຍະ ທີ່ຜ່ານມາ ກໍຕາມ.

ທ່ານວ່າ ຜູ້ທີ່ຖືກ ຈັບໄດ້ 5 ຄົນນັ້ນ ສາຣະພາບ ວ່າ ບໍ່ແມ່ນ ຜູ້ຕໍ່ຕ້ານ ຣັຖບານ ເປັນພຽງ ນັກປຸ້ນຈີ້ ທັມມະດາ ຍ້ອນຄວາມ ທຸກຍາກ ຕ້ອງດີ້ນຮົນ ເພື່ອ ຄວາມຢູ່ລອດ ຂອງ ຄອບຄົວ.



__________________
Anonymous

Date:
Permalink   
 

ເຖິງບໍ່ສືບມັນກໍ່ຮູ້ກ່ອນແລ້ວຄື ແກວແດງ ອີ່ພໍ່ມັນເອງ ແຕ່ມັນເຫັນຫັຽງໃຫ້ພໍ່ມັນບໍ່ໄດ້.

ສິ່ງທີ່ເຮັດໄດ້ຄືການໄປຈັບເອົາແພະຮັບບາບກໍ່ຄືພີ່ນ້ອງລາວຊົນເຜົ່າຜູ້ທຸກຍາກລຳບາກ

ບໍ່ມີຊ່ອງທາງຕໍ່ສູ້ເທົ່ານັ້ນລະມາອ້າງເພື່ອແກ້ໜ້າກັບເຈັກ.ຢ່າເຮັດວ່າເຈັກມັນໂງ່ຄືພວກ

ສູເດີໂຈນລາວແດງ.ດຽວເຈັກມັນຈະສັ່ງສອນທັງພໍ່ທັງລູກຄອຍເບິ່ງ.



__________________
Page 1 of 1  sorted by
 
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard