ລາວໂຮມລາວ ເພື່ອປະຊາທິປະໄຕ

Members Login
Username 
 
Password 
    Remember Me  
Post Info TOPIC: ໄຟໄໜ້ສູນການຄ້າທີ່ເມືອງປາກເຊ ຂ.ຈໍາປາສັກ
Anonymous

Date:
ໄຟໄໜ້ສູນການຄ້າທີ່ເມືອງປາກເຊ ຂ.ຈໍາປາສັກ
Permalink   
 


ໄຟໄໜ້ສູນການຄ້າທີ່ເມືອງປາກເຊ ຂ.ຈໍາປາສັກ

12715225_1128629093835428_4859424954194883583_n.jpg?oh=57b19acbf2fabd46c3d28e4a2ac923d9&oe=57616F3F12734160_1214453441928811_2302418371592950401_n.jpg?oh=8b9b4a75701616498fc63b353921287f&oe=57247E4D12742612_1214457078595114_2616363594383522561_n.jpg?oh=592ed40fd7c018fc4a785f2a44c28b8e&oe=57691E8312734272_1214456995261789_2991274413763467862_n.jpg?oh=964c55d3b3c7f66ec08f2be311e541f6&oe=57277D0A



__________________
Anonymous

Date:
Permalink   
 

ເວລາປາມານ11ໂມງຄຸມໄຟຢູ່ແລ້ວ. ໄຊ້ລົດດັບເພີງປະມານສີບກວ່າຄັນສັບປ່ຽນໄປບັນຈຸນ້ຳ..ເຊິ່ງມີກຳລັງເສີມຈາກລົດບັນທຸກນ້ຳແລະລົດດູດປູນມາດູດນ້ຳ

ຂື້ນສີດໄສ່ທີ່ສູງຕາມພາບຂອງບໍລິສັດເອກະຊົນແລະລົດດັບເພີງສະຫນາມບິນປາກເຊກໍ່ມາຊວ່ຍ..ໄຊ້ເວລາປະມານ2ຊົ່ວໂມງຈີ່ງຄຸມໄຟໄດ້..
ອາຄານເປັນ3ຊັ້ນ.ຊັ້ນ3ຄາດວ່າເສຍຫາຍເບີດ. ຊັ້ນ2ປະມານ50% ຊັ້ນ1ຫນ້າຈະປອດໄຟ.

12717684_889988207776387_21451774121916447_n.jpg?oh=5907894f95e1a88f9e0ab157bd4d7f40&oe=57281F70



__________________
Anonymous

Date:
Permalink   
 

ຄຣູປະຊາສຶກສາບໍ່ໄດ້ເງິນ ເດືອນ

23ba6025-ced2-4481-80ee-5eecf7cc816d.jpeg

 

 

ຄຣູ ອາຈານ ຢູ່ 3 ບ້ານ ເມືອງນາໝໍ້ ແຂວງ ອຸດົມໄຊ ທີ່ ເລີ້ມໂຄງການ ສຶກສາ ນອກໂຮງຮຽນ ຫຼື ປະຊາສຶກສາ ຍັງບໍ່ໄດ້ ຮັບ ເງິນເດືອນ. ພະນັກງານ ຄຣູ ແມ່ນ ໃຊ້ຫລັກສູດ ການສອນ ໃນຣະດັບ ມັທຍົມຕົ້ນ ຊຶ່ງ ເປັນຫລັກ ນອກໂຮງຮຽນ ເປັນເວລາ 6 ເດືອນ ແລະ ໄດ້ຈົບລົງ ໃນ ເດືອນ 5 ປີ 2015 ທີ່ ຜ່ານມາ. ດັ່ງ ພະນັກງານ ຄຣູ ທ່ານນຶ່ງ ໄດ້ກ່າວ ຕໍ່ເອເຊັຽເສຣີ ວ່າ:

"ການສຶກສາ ຢູ່ໃນບ້ານ ຂອງໂຮງຮຽນ ເຮົານີ້ ເຂົາເອີ້ນວ່າ ສໍາເຣັດແລ້ວ ການຮຽນ ເຮົານີ້ ເຮົາເລີ້ມແຕ່ ວັນທີ 8 ເດືອນ 12 ຈົນຮອດ ວັນທີ 28 ເດືອນ 5, 2015  ກະສໍາເຣັດ ລົງແລ້ວ ເສັງໄດ້ ເສັງແລ້ວ ທາງຫ້ອງການ ເຂົາມາປະເມີນ ລະກະ ທາງ ຫ້ອງການ ຂະເຈົ້າ ລົງມາ ປະເມີນເສັງ ສໍາເຣັດແລ້ວ".

ແຕ່ສິ່ງທີ່ ຍັງຄ້າງຄາ ກໍຄື ເຂົາເຈົ້າ ຍັງບໍ່ທັນ ໄດ້ຮັບ ເງິນເດືອນ. ດັ່ງຄຣູ ທ່ານນັ້ນ ໄດ້ກ່າວຕື່ມ ອີກວ່າ:

"ແຕ່ວ່າ ສິ່ງທີ່ຄ້າງຄາ ສໍາລັບ ຄຣູອາຈານ ເຮົານີ້ ມັນ ກະຍັງແຕ່ ການອຸດໜູນ ຂອງຄຣູ ພວກເຮົານີ້ ສໍາລັບ ເງິນເດືອນ ຍັງບໍ່ ທັນໄດ້. ບ້ານທີ່ຍັງ ບໍ່ທັນໄດ້ ຮັບເງິນເດືອນ ນີ້ ລະມີຢູ່ 3 ບ້ານ ເຮົາ ກະເລີຍ ໄປຕໍ່ສູ້ ສູ້ຊົນ ນໍາຫ້ອງການ ຂະເຈົ້າ ໄດ້ 3-4 ເທື່ອກະເລີຍ ກະເລີຍ ບໍມີຄໍາຕອບ ຫຍັງ".

ພະນັກງານ ຄຣູ ໄດ້ ກ່າວອີກວ່າ ສໍາລັບເງິນເດືອນ ສອນພາກ ປົກກະຕິ ແມ່ນ ໄດ້ຮັບເປັນ ທີ່ຮຽບຮ້ອຍ ແລ້ວ, ແຕ່ ຍັງບໍ່ໄດ້ ຮັບພຽງແຕ່ ເງິນເດືອນ ສອນ ໃນຣະບົບ ນອກໂຮງຮຽນ ນັ້ນ.

ຄຣູອາຈານ ເວົ້າວ່າ ກ່ອນທີ່ ຈະດໍາເນິີນ ໂຄງການ ມີບົດບັນທຶກ ກັນຄັກແນ່, ແຕ່ ຄຣູອາຈານ ກໍເວົ້າວ່າ ທາງໜ່ວຍງານ ຂອງເມືອງ ໃຫ້ ລໍຖ້າກ່ອນ ແລະ ຍັງບໍ່ມີ ກໍານົດ ເວລາ ວ່າຈະໄດ້ ເມື່ອໃດ.



__________________
Anonymous

Date:
Permalink   
 

ໃຜເປັນເຈົ້າຂອງ ແລະ ການນຳພັກ-ລັດ ໃຜຖືຫຸ້ນ ແລະ ມີອ່ຽວ?



__________________
Page 1 of 1  sorted by
 
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard