ລາວໂຮມລາວ ເພື່ອປະຊາທິປະໄຕ

Members Login
Username 
 
Password 
    Remember Me  
Post Info TOPIC: ປື້ມບັນທຶກບັນຫາສິດທິ ມະນຸດ ຢູ່ລາວ
Anonymous

Date:
ປື້ມບັນທຶກບັນຫາສິດທິ ມະນຸດ ຢູ່ລາວ
Permalink   
 


ປື້ມບັນທຶກບັນຫາສິດທິ ມະນຸດ ຢູ່ລາວ

c1a64d34-57d3-420f-8373-286044e9ed05.jpeg

 

ຍານາງ ແອນນາ ໂຊຟີ ນັກພັທນາ ຂອງ ອົງກອນ ບໍ່ສັງກັດ ຣັຖບານ ທີ່ ເຄີຍເຮັດວຽກ ຢູ່ ສປປລາວ ແລະ ໄດ້ຖືກ ທາງການລາວ ເນຣະເທດ ອອກຈາກ ສປປລາວ ໃນ ວັນທີ 7 ທັນວາ 2012 ໄດ້ຂຽນປຶ້ມ ກ່ຽວກັບ ບັນຫາ ການຣະເມີດ ສິດທິມະນຸດ ຢູ່ລາວ.

ປຶ້ມ ທີ່ ຍານາງ ຂຽນ ມີຄວາມໜາ 279 ໜ້າ ພິມເປັນ ພາສາຝຣັ່ງ ມີຊື່ວ່າ ເປັນພາສາລາວ ວ່າ ການປາບປາມ ແບບງຽບໆ ໃນລາວ, ໂດຍມີເນື້ອໃນ ຫລັກເວົ້າ ເຖິງບັນຫາ ການບຸກລຸກ ທີ່ດິນ ຂອງ ປະຊາຊົນ ຊາວບ້ານ ຕ້ອງເສັຽ ທີ່ດິນ ໃຫ້ໂຄງການ ສໍາປະທານ, ການຈໍາກັດ ສິດທິ ຂັ້ນພື້ນຖານ ຂອງ ປະຊາຊົນ, ການ ລັກພາຕົວ ທ່ານ ສົມບດ ສົມພອນ, ການນາບຂູ່ ຜູ້ທີ່ມີ ຄວາມຄິດເຫັນ ແຕກຕ່າງ ຈາກ ເຈົ້າໜ້າທີ່ ຣັຖ.

ດັ່ງ ຍານາງ ໄດ້ບອກກັບ ວິທຍຸ ເອເຊັຽເສຣີວ່າ: ເຫດຜົນ ທີ່ຂຽນປຶ້ມ ດັ່ງກ່າວ ກໍຍ້ອນວ່າ ຕ້ອງການ ແລກປ່ຽນ ປະສົພການ ຂອງຕົນເອງ ຕອນຢູ່ ປະເທດລາວ ແລະ ບອກເລົ່າ ກ່ຽວກັບ ການປາບປາມ ແລະ ກົດຂີ່ີ ຜູ້ທີ່ມີ ແນວຄິດເຫັນ ທີ່ ແຕກຕ່າງ ແລະ ຍັງເປັນການ ສັລເສີນ ທ່ານ ສົມບັດ ສົມພອນ ແລະ ຄົນດີຫລາຍໆ ຄົນ ທີ່ ຍານາງ ເຄີຍໄດ້ຮ່ວມ ວຽກງານນໍາ ໃນ ເວລາຢູ່ ປະເທດ ລາວ.

ຍານາງ ແອນນາ ໂຊຟີ ຍັງ ກ່າວອີກວ່າ ຕ້ອງການ ຢາກ ຈະສື່ສານ ໄປເຖິງ ອົງການຈັດຕັ້ງ ສາກົນ ທີ່ເຮັດວຽກ ໃນ ປະເທດລາວ ບໍ່ຄວນຖືເບົາ ຕໍ່ກັບສິດທິ ໃນ ການປາກເວົ້າ, ຂໍ້ຈໍາກັດ ຄັບແຄບ ຕໍ່ອົງການ ຈັດຕັ້ງ ທາງສັງຄົມ ຂອງລາວ ໃນການ ເຮັດວຽກ, ການຄວບຄຸມ ສື່ມວນຊົນ ໃນການ ນໍາສະເໜີ ຂ່າວ.

ຍານາງ ແອນນາ ໂຊຟີ ເປັນອະດີດ ຜູ້ອໍານວຍການ ອົງການ ຈັດຕັ້ງ ບໍ່ສັງກັດ ຣັຖບານ ຈາກ ປະເທດ ສະວິສເຊີແລັນ ປະຈໍາລາວ ຊຶ່ງ ເປັນຜູ້ທີ່ ຕໍານິວິຈານ ໂຄງການ ພັທນາ ຂອງຣັຖບານ ລາວ ທີ່ສົ່ງ ຜົນກະທົບ ຕໍ່ ສິ່ງແວດລ້ອມ ແລະ ຄົນ, ໂດຍສະເພາະ ການສ້າງ ເຂື່ອນ, ການໃຫ້ ສໍາປະທານ ທີ່ດິນ ປູກໄມ້ ອຸດສາຫະກັມ ແລະ ການສໍາປະທານ ບໍ່ແຮ່ ແລ້ວ ຕໍ່ມາ ຍານາງ ກໍຖືກ ຣັຖບານລາວ ເນຣະເທດ ອອກຈາກ ປະເທດລາວ ພາຍໃນ 48 ຊົ່ວໂມງ ໃນ ວັນທີ 7 ທັນວາ 2012 ແລະຕໍ່ມາ ໃນວັນທີ 12 ທັນວາ ທ່ານ ສົມບັດ ສົມພອນ ກໍ ຖືກລັກພາຕົວ ໄປ ຕໍ່ໜ້າຕໍ່ຕາ ຂອງ ຊາວໂລກ ຈາກ ກ້ອງ ວົງຈອນປິດ.



__________________
Page 1 of 1  sorted by
 
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard