ລາວໂຮມລາວ ເພື່ອປະຊາທິປະໄຕ

Members Login
Username 
 
Password 
    Remember Me  
Post Info TOPIC: ຍຸທະສາດໜ່ວຍໃຕ້ດິນຂອງ ສປປ ລາວ ສົ່ງມາເຄື່ອນໄຫວຢູ່ປະເທດໄທ.
Anonymous

Date:
ຍຸທະສາດໜ່ວຍໃຕ້ດິນຂອງ ສປປ ລາວ ສົ່ງມາເຄື່ອນໄຫວຢູ່ປະເທດໄທ.
Permalink   
 


ຍາຍຫລັງຍຶດອຳນາດທົ່ວປະເທດໃນວັນທີ 2 ທັນວາ 1975 ທາງກະຊວງພາຍໃນ (ໃນຍຸກນັ້ນເອີ້ນ ກຊ ປ້ອງກັນຄວາມສະຫງົບວ່າ ກຊ

ພາຍໃນ) ໄດ້ສົ່ງນັກສືບເຂົ້າໄປປະເທດໄທໃນຄາບຂອງ "ລາວອົພະຍົບ" ນັບເປັນຫລາຍຮ້ອຍຄົນ ຊຶ່ງເລີ່ມຕົ້ນຈາກປີ 1976 ເຖິງ 1983.

ທາງໜ່ວຍສືບລັຖະການລັບເອີ້ນຂະບວນການນີ້ວ່າ ໜ່ວຍໃຕ້ດິນ ທີ່ສຳເລັເການຝຶກແອບມາເປັນຢ່າງດີໃນຫລັກສູດ 6 ເດືອນທີ່ສູນປະ

ຕີບັດງານການຈູ່ໂຈມແລະຊິ່ງຊອມການເຄື່ອນໄຫວຂອງຝ່າຍກົງກັນຂ້າມຫລືສັດຕູຈາກສູນຝຶແອບທີ່ເມືອງໂພນສະຫວັນ. ສ່ວນຫລາຍ

ພວກເຂົາໄດ້ເຂົ້າໄປ 2 ຈຸດສຳຄັນຄືເຂດສູນອົພະຍົບລາວຈັງຫວັດໜອງຄາຍແລະອຸບົນຣາຊທານີ. ພວກໜ່ວຍໃຕ້ດິນພວກນີ້ຈະເຂົ້າມາ

ຍັງໄທແຍກອອກເປັນ 3 ປະເພດຄື: (1)-ຄົນໂສດ. (2)-ອ້າຍເອື້ອຍນ້ອງດຽວກັນ ແລະ (3)-ຄູ່ຜົວເມັຍທີ່ບໍ່ມີລູກ.

ພວກໃດທີ່ສົ່ງມາກ່ອນເມື່ອໄດ້ເຂົ້າຢູ່ໃນສູນອົພະຍົບທີ່ຖືກຕ້ອງຕາມກົດຣະບຽບຂອງອົງການອົພະຍົບສາກົນແລະກົດໝາຍຂອງຣາຊ

ອານາຈັກໄທແລ້ວ ພວກເຂົາຈະປະຕິບັດທຸກຢ່າງບໍ່ຕ່າງກັບອົພະຍົບລາວຕົວຈິງທົ່ວໆໄປເຊັ່ນຜູ້ສະແດງເປັນຄູ່ຜົວເມັຍຫລືຊູ້ສາວກໍຈະ

ຢູ່ເປັນຄອບຄົວຄູ່ກັນ ຜູ່ສະແດງເປັນອ້າຍເອື້ອຍນ້ອງກັນກໍຈະຢູ່ຮ່ວມກັນ ແລະ ຜູ່ທີ່ສະແດງເປັນຊາຍໂສດກໍຈະຢູ່ໂສດ. ເມື່ອພວກເຂົາ

ຖືກບັນຈຸເຂົ້າຢູ່ໃນອາຄານຕ່າງໆເປັນທີ່ຮຽບຮ້ອຍແລ້ວ ການເຄື່ອນໄຫວຂອງພວກເຂົາກໍຈະໄດ້ເລີ່ມຕົ້ນຂຶ້ນດ້ວຍການຄົ້ນຫາພວກທີ່

ອອກໄປປະຕິບັດງານຂອງຝ່າຍອະດີດທະຫານຕຳຫລວດແລະປະຊາຊົນຝ່າຍວຽງຈັນແລ້ວໄປສະໝັກເປັນນັກຮົບກູ້ຊາດນຳເຂົາຊຶ່ງ

ສ່ວນຫລາຍເຂົາອ້າງອິງວ່າເປັນທະຫານປະຈຳກົມກອງຕ່າງໆຂອງຝ່າຍຂວາແລະພວກເຂົາຊື່ຫົວໜ້າກອງຮ້ອຍກອງພັນແລະບາງຄົນ

ມີຮອດບັດປະຈຳຕົວວ່າເປັນນັກຮຽນທະຫານ, ສາຣະວັດທະຫານ, ຕຳຫລວດ ແລະ ຣາຊະການກະຊວງຕ່າງໆຖ້າອ້າງອິງວ່າເປັນຊີ

ວິນ. ບັດປະຈຳຕົວແລະເອກະສານຢັ້ງຢືນຂອງພວກເຂົາລ້ວນແລ້ວແຕ່ເປັນຂອງທຽມທັງນັ້ນຊື່ງມີລາຍເຊັນຂອງອະດິດຜູ້ບັງຄັບບັນຊາ

ແລະຫົວໜ້າກອງບັນຊາເສນາທິການກອງທັບແຫ່ງຊາດຢ່າງຈົບເຈືອ ຊື່ງໄດ້ຕົບຕາຫົວໜ້າກູ້ຊາດຝ່າຍປະດີດວຽງຈັນໄດ້ຢ່າງແນບ

ນຽນ.

ຫລາຍໆຄັ້ງໜ່ວຍກູ້ຊາດຂອງຝ່າຍວຽງຈັນ ບໍວ່າໜ່ວຍພາກສູນໜອງຄາຍຫລືສູນອຸບົນຈະຖືກດັກສະກັດຈາກທະຫານຝ່າຍແນວ

ລາວຫລືລາວແດງໃນເວລາອອກປະຕິບັດງານຢູ່ໃນແຜ່ນດິນລາວ ຖ້າວ່າມີພວກໜ່ວຍໃຕ້ດິນຂອງພວກ ສປປ ລາວ ຮ່ວມຂະບວນການ

ໄປນຳ.

ຍັງມີຕໍ່

 



__________________
Anonymous

Date:
RE: ຍຸທະສາດໜ່ວຍໃຕ້ດິນຂອງ ສປປ ລາວ ສົ່ງມາເຄື່ອນໄຫວຢູ່ປະເທດກໄທ.
Permalink   
 


(2)

ນັບແຕ່ແຄມຂອງຈາກອຳເພີສີຊຽງໃໝ່ຈັງຫວັດໜອງຄາຍລົງໄປຣອດຈັງຫວັດນະຄອນພະນົມປະເທດໄທໄດ້ມີຄ້າຍຂອງກອງກຳລັງກູ້ຊາດຕັ້ງເປັນຈຸດ

ເປັນຈຸດໄປແລະມີຫລາຍຮ້ອຍແຫ່ງ ແລະ ມີທະຫານປະກອບອາວຸດສົງຄາມຄົບຖ້ວນປະມານ 30 ນາຍແຕ່ລະແຫ່ງ, ຊຶ່ງພວກທະຫານເຫຼົ່ານັ້ນສ່ວນ

ຫລາຍແມ່ນຊາຍໂສດ ແລະພາກັນອອກຈາກສູນອົພະຍົບມາເຕົ້າໂຮມກັນຢູ່ທາງນອກສູນ. ຈະສັງເກດເຫັນຄວາມແຕກຕ່າງກັນຣະຫວ່າງທະຫານກູ້

ຊາດໂຕຈິງແລະໂຕປອມທີ່ເປັນນັກສືບໃຕ້ດິນທີ່ທາງ ສປປ ລາວ ສົ່ງເຂົ້າມາເຄື່ອນໄຫວເຊັ່ນວ່າ ໂຕປອມແມ່ນມີນ້ອຍໜັກທີ່ຈະອອກໄປຢູ່ແຄັມນອກ

ສູນອົພະຍົບ ພວກເຂົາຈະຕັ້ງຫຼັກຢູ່ໃນສູນເປັນສ່ວນມາກ ຖ້າຫາກເວລາອອກໄປປະຕິບັດງານຢູ່ປະເທດລາວແມ່ນພວກເຂົາກໍອອກຈາກສູນໄປສົມທົບ

ກັນໂລດ ແລະ ເມື່ອກັບມາແຕ່ປະຕິບັດງານແມ່ນກັບເຂົ້າມາຢູ່ໃນສູນຕາມເຄີຍ. ທາງຜູ່ບັນຊາການທະຫານກູ້ຊາດບໍ່ຮູ້ເລີຍວ່າມີໜອນບອນໄສ້ຫລືວ່າ

ສັຕຣູໄດ້ແຊກຊຶມເຂົ້າມາອາສາສມັກເປັນທະຫານສັງກັດຢູ່ບາຍໃຕ້ບັງຄັບບັນຊາຂອງຕົນຈົນກ່ວາໜ່ວຍສອດແນມທີ່ທຳງານຢູ່ຝັ່ງລາວສົ່ງຂ່າວມາໃຫ້

ຈັບຕາເບິ່ງພວກທະຫານກູ້ຊາດທີ່ໃຊ້ຊີວິດຢູ່ໃນສູນອົພະຍົບ. ແຕ່ກໍຍາກທີ່ຈະສ່ອງເຫັນການເຄື່ອນໄຫວພາຍໃນຂອງພວກເຂົາ, ດັ່ງນັ້ນທາງຜູ່ບັນຊາ

ການສູງສຸດຈຶ່ງສັ່ງໃຫ້ກອງກຳລັງກູ້ຊາດທັງໝົດໃຫ້ອອກຈາກສູນບໍ່ໃຫ້ປະປົນກັບປະຊາຊົນ ແລະ ຄຳສັ່ງນີ້ມີຜົນໃຫ້ປະຕິບັດພາຍໃນ 24 ຊົ່ວໂມງທີ່

ປະກາດນີ້ໄດ້ປະກາດອອກມາໃນວັນທີ 1 ມະກາຣາຄົມ 1978.

ພາຍໃນສອງປີ (76 ຫາ​ 78) ການອອກປະຕິບັດງານຂອງກອງກຳລັງກູ້ຊາດແມ່ນບໍ່ສາມາດຜ່ານເຂົ້າດິນ ສປປ ລາວເກີນກ່ວາ 10ກລມ ແມ່ນ

ສ່ວນຫລາຍໄດ້ຖືກໜ່ວຍດັກສະກັດຂອງທະຫານລາວແດງແລະກອງຫລອນຕາມຊາຍຝັ່ງແມ່ນ້ຳຂອງ ແລະທຸກໆຈຸດທີ່ຝ່າຍທະຫານກູ້ຊາດຍົກທະ

ຫານຂຶ້ນບົກຈາກແມ່ນ້ຳຂອງ. ດ້ວຍເຫດການເກີດຂຶ້ນເຊັ່ນນີ້ຫລາຍຄັ້ງ ຜູ່ບັນຊາການກອງກຳລັງກູ້ຊາດຈຶ່ງໄດ້ເຂົ້າພົບປະຊາຊົນແລະກອງຫລອນທີ່

ເປັນໄສ້ເສິກຫລືນັກສືບໃຫ້ທີ່ຢູ່ຝັ່ງລາວນັ້ນ ແລະຖາມວ່າເປັນຫຍັງຈຶ່ງຖືກໜ່ວຍດັກສະກັດຂອງຝ່າຍລາວແດງ? ທາງຝ່າຍປະຊາຊົນແລະກອງຫຼອນ

ທີ່ເປັນໄສ້ເສິກໃຫ້ນັ້ນຕ່າງກໍງົງເໝືອນກັນວ່າເປັນຫຍັງພວກກອງທະຫານລາວແດງຈຶ່ງຮູ້ວັນເວລາການອອກປະຕິບັດງານຢ່າງສັດເຈນ. ເມື່ອມີເຫດ

ການເຊັ່ນນີ້ເກີດຂຶ້ນບ່ອຍຄັ້ງ ທາງກອງບັນຊາການຈຶ່ງໄດ້ຫລົບລ້າງຕາຕະລາງແຜນການການປະຕິບັດງານທຸກຢ່າງແລະເປັນຄວາມລັບເພາະມີຣະດັບ

ຜູ່ບັນຊາການຫລາຍທ່ານຕ່າງກໍຮູ້ເຫັນເປັນສິ່ງດຽວກັນວ່າມີໜອນບອນໄສ້ແນ່ນອນ. ພາຍຫຼັງປ່ຽນແລະຫຼົບລ້າງຕາຕະລາງເກົ່າແລ້ວມາໃຊ້ແຜນການ

ຕາມຕາຕະລາງໃໝ່ນັ້ນ ທຸກຢ່າງແມ່ນປະສົບຜົນອັນດີງາມແລະກໍຫວິດພົ້ນຈາກການດັກສະກັດຂອງຝ່າຍລາວແດງດັ່ງແຜນການແຫກຊຳເຄ້ເພື່ອຊິງ

ຕົວທ່ານບົງ ສຸວັນນະວົງ, ນາຍທະຫານ ຕຳຣວດ ແລະ ນັກໂທດທຸກຄົນໃນທ້າຍປີຂອງ 1976.  ນອກຈາກຍຸທະສາດແຫກຄຸກຊຳເຄ້ແລ້ວຍັງມີ

ຂະບວນການຈູດເຜົາທຳລາຍສາງອາວຸດ ແລະ ສະບຽງອາຫານຂອງທະຫານລາວແດງອີກຫລາຍໆແຫ່ງ  ສາງອາວຸດປາກຊັນທີ່ເປັນປວັດການທີ່ໜ້າ

ພາກພູມໃຈຂອງເຫຼົ່ານັກຮົບກູ້ຊາດໃນຂະນະນັ້ນ.

ເມື່ອໄດ້ປະກາດໃຫ້ທະຫານກູ້ຊາດອອກຈາກສູນອົພະຍົບໄປປະຈຳການຢູ່ຕາມຄ້າຍກອງກຳລັງກູ້ຊາດຕ່າງໆນັ້ນ ກໍມີເຈົ້າໜ້າທີ່ທະຫານ ອສ ໄທໃຫ້

ຄວາມຮ່ວມມືໃນການໄປຮຽກຕົວຂອງທະຫານກູ້ຊາດຢູ່ໃນສູນອົພະຍົບທີ່ບໍ່ມາສເນີຕົວຕາມວັນແລະເວລາທີ່ປະກາດໃຫ້ຊາບ. ມີນັກສືບໜ່ວຍໃຕ້

ດິນຂອງລາວຄອມມຸຍນິສປະມານ 30 ກ່ວາຄົນທີ່ຫຼົບໜີອອກຈາກສູນໄປທັນ ແຕ່ມີຫລາຍກ່ວາໜຶ່ງຣ້ອຍຄົນທີ່ພວກເຂົາບໍ່ຍອມກັບຄືນເມືອງລາວ

ແລະຊະຕາກັມຂອງພວກເຂົາຈະເປັນແນວໃດຈົ່ງຕິດຕາມອ່ນໃນຕອນຕໍ່ໄປ.

ຍັງມີຕໍ່

 

 

 



__________________
Anonymous

Date:
Permalink   
 

(3)

ເລີ່ມຕົ້ນທີ່ຄົນລາວພາກັນຫຼົບໜີອອກຈາກລາວເຂົ້າໄປລີ້ພັຍຢູ່ປະເທດໄທນັ້ນແມ່ນເລີ່ມແຕ່ປາຍປີ 1974 ຈົນເຖິງທ້າຍປີ 1975 ທີ່ທາງການລາວ

ໄດ້ປ່ອຍໃຫ້ເປັນການຕັດສິນໃຈແບບສິດເສຣີປະຊາທິປະຕັຍຂອງປະຊາຊົນໂດຍປັສະຈາກການຈັບກຸມຄຸມຂັງ ແລະ ທາງການຣັຖະບານໄທກໍບໍ່ໄດ້ໃຊ້

ກົດໝາຍບີບບັງຄັບໃຫ້ຜ່ານການຕຣວດຄົນເຂົ້າເມືອງແຕ່ປະການໃດ ເພາະຄົນລາວອົພະຍົບໃນຣະຍະນັ້ນຕ່າງກໍມີຄວາມຫວັງທີ່ຈະກັບຄືນສູ່ຖິ່ນຖານ

ເດີມເມື່ອໃດຫາກບ້ານເມືອງຄືນສູ່ປົກະຕິ ແລະ ທາງການໄທກໍເຊື່ອວ່າເມືອງລາວຈະຫຼຸດຜ່ອນຄວາມເຄັ່ງຕຶງທາງການເມືອງແລະຄືນສູ່ພາຫວະປົກະຕິ

ໃນບໍ່ຊ້ານານນີ້, ຈຶ່ງໄດ້ອະນຸຍາດໃຫ້ຊາວອົພະຍົບລາວເຫຼົ່ານັ້ນພັກເຊົາກັບຍາດພີ່ນ້ອງຫລືຄົນທີ່ຮູ້ຈັກຮັກແພງກັນຊົ່ວຄາວເພື່ອລໍຖ້າການກັບຄືນສູ່ລຳ

ເນົາເດີມ.

ພາຍຫຼັງຝ່າຍແນວລາວຮັກຊາດຫັກຫຼັງຣັຖະບານປະສົມສອງຝ່າຍຂອງຝ່າຍວຽງຈັນແລະຍຶດອຳນາດຈາກຣັຖະບານປະສົມສອງຝ່າຍໄດ້ໃນວັນທີ 2

ທັນວາ 1975, ພາຍໃຕ້ນະໂຍບາຍຂອງຣັຖະບານໃໝ່ຂອງ ສປປ ລາວ ໄດ້ບັນຍັດອອກມາວ່າການຫຼົບໜີອອກຈາກປະເທດແມ່ນຜິດຕໍ່ກົດໝາຍ

ຈຶ່ງໄດ້ມີການຈັບກຸມຄຸມຂັງຖ້າຜູ້ໃດຫາກບໍ່ຖືກຍິງຕາຍກາງແມ່ນ້ຳຂອງຫຼືຫານຍັງມີຊີວິດໃຫ້ຈັບກຸມຄວບຄຸມຕົວໄດ້. ການເຕີບໃຫຍ່ຂຍາຍໂຕນຳ້ເບີ

ຈຳນວນຂອງຊາວລາວທີ່ຫຼົບໜີອອກຈາກປະເທດນັບວັນຄູນທະວີຂຶ້ນຢ່າງວ່ອງໄວ ຈາກວັນລະຄົນສອງຄົນຂຶ້ນມາເປັນວັນລະຫ້າລະສິບແລະກໍເຜີ້ມ

ຈຳນວນຂຶ້ນເປັຮເໜື່ອງໜິດໃນຕົ້ນປີ 1976 ທາງການໄທຈຶ່ງໄດ້ສ້າງ ສ.ກ.ທ.ຂຶ້ນເພື່ອເປັນສະຖານທີ່ກັກຂັງຊາວອົພະຍົບລາວ ແລະໄດ້ບັງຄັບໃຫ້

ອົພະຍົບລາວທີ່ອາສັຍຢູ່ກັບຍາດພີ່ນ້ອງໍາວໄທຕາມທ້ອງຖິ່ນຫຼືສະຖານທີ່ຕ່າງໆເຂົ້າສເນີຕົວຕໍ່ເຈົ້າໜ້າທີ່ ຕ.ມ.ເພື່ອໃຫ້ເປັນຣະບຽບຕາມອົງການອົພະ

ຍົບຂອງສະຫະປະຊາຊາດ. ຈາກປີ 1976 ຫາ 77 ນັ້ນ ສູນອົພະຍົບລາວທີ່ຈັງຫວັດໜອງຄາຍ ແລະ ອຸບົນ ຍັງບໍ່ທັນໄດ້ສ້າງຂຶ້ນ ຈຶ່ງໃຊ້ ສ.ກ.ທ.

ເປັນບ່ອນອາສັຍຂອງອົພະຍົບຊົ່ວຄາວ ແລະໃນທີ່ສຸດສູນອົພະຍົບລາວໜອງຄາຍກໍສ້າງຂຶ້ນສຳເຣັດໃນປີກາງປີ 1977.

ກັບມາກ່າວເຖິງໜ່ວຍກອງກຳລັງສອບແນມຂອງໜ່ວຍສືຍລັຖະການລັບຂອງ ສປປ ລາວ ທີ່ສົ່ງເຂົ້າມາເຄື່ອນໄຫວປະປົນກັບອົພະຍົບລາວ, ເມື່ອ

ມີຄຳສັ່ງໃຫ້ພວກກູ້ຊາດຍ້າຍອອກຈາກສູນອົພະຍົບໄປປະຈຳການຢູ່ຕາມຄ້າຍຕ່າງໆດັ່ງທີ່ກ່າວມາກ່ອນໜ້ານີ້,   ພວກທີ່ຫຼົບໜີອອກຈາກສູນກ່ອນ

ການກວາດລ້າງຂອງ ອ.ສ. ໄທນັ້ນບາງກໍຖືກຈັບແລະບາງກໍຖືກຍິງຕາຍໃນຣະຫວ່າງການຈະຫຼົບໜີອອກຈາກໄທເຂົ້າໄປ ສປປ ລາວ. ພວກທີ່ບໍ່

ຍອມກັບຄືນລາວດ້ວຍໃຈອາສາສມັກຂອງພວກເຂົາກໍມີແລະກໍຍິນຍອມອອກໄປປະຈຳການຢູ່ນອກສູນຕາມຄຳສັ່ງຂອງຜູ້ບັນຊາການໂດຍດີຢ່າງບໍ່

ໃຫ້ຈັບພິຫຼຸດ ແລະ ຍັງມີອີກຈຳນວນນຶ່ງທີ່ມີຫລາຍສິບຄົນທີ່ບໍ່ໄດ້ໄປສມັກເປົ້າເປັນກູ້ຊາດເພື່ອອອກປະຕິບັດງານແລະສອດແນມຂ້າງນອກ ແມ່ນ

ຍັງຢູ່ໃນສູນອົພະຍົບແລະສະແດງເປັນອົພະຍົບຕໍ່ໄປ.  ພວກໃດທີ່ເຂົ້າມາໃນສູນທີ່ສະແດງເປັນຄູ່ຜົວເມັຍຫຼືຊູ້ສາວກັນນັ້ນກໍຢູ່ກັນແບບປົວເມັຍສາ

ມັນທົ່ວໄປເພື່ອຫຼີກເວັ້ນການສົງໄສຂອງຄົນທົ່ວໄປ ເພາະພາຍຫຼັງປິ 1977 ຂຶ້ນມາແມ່ນຄວາມລັບຜິ່ວແຕກອອກມາວ່າມີນັກສືບໜ່ວຍໃຕ້ດິນ

ຂອງ ສປປ ລາວ ໄດ້ເຂົ້າມາຢູ່ໃນສູນອົພະຍົບແລ້ວ. ເຫດການຕາມລ້າພວກໃຕ້ດິນຂອງ ສປປ ລາວ ບໍ່ວ່າຢູ່ໃນຫຼືນອກສູນແມ່ນເຂັ້ມງວດຫຼາຍ

ທີ່ສຸດໃນຍຸກນັ້ນ ຈົນເກີດມີການປະທະກັນຂ້າກັນເກືອບບໍ່ເວັ້ນແຕ່ລະວັນຈົນກະທົບເຖິງລາວຊາວອົະິຍົບລາວໂຕຈິງຕ່າງກໍບໍ່ມີໃຜອອກນອກໃນ

ຍາມກາງຄ່ຳກາງຄືນ.

ການຢູ່ຮ່ວມກັນຂອງສັງຄົມມະນຸດຈາກຫຼາຍວັນຫຼາຍເດືອນມາເປັນແຮມປີ, ເວລາໄດ້ສ້າງຄວາມຜູກພັນແລະຮັກແພງກັນຂຶ້ນ ຈາກສັຕຣູກັບມາ

ເປັນມິດຮັດສະຫາຍແພງ ຈາກຖານະໝູ່ພວກຮ່ວມພາຣະກິດອັນສະຄັນຣະຫວ່າງຊາຍແລະຍິງສາວກໍກັບກາຍມາເປັນຄວາມຮັກແລະຢູ່ຮ່ວມກັນ

ແບບຜົວເມັຍ, ຈາກບົດບາດສະແດງເປັນອ້າຍນ້ອງທີ່ໜີອອກຈາກພໍ່ແມ່ມາກໍກັບກາຍມາເປັນຮັກເປັນແພງຍິ່ງກ່ວາອ້າຍນ້ອງຮ່ວມໂລຫິດຈິງໆ

ຈຶ່ງເປັນເຫດໃຫ້ສັມະຊິກກອງກຳລັງໃຕ້ດິນຂອງ ສປປ ລາວ ທີ່ປະຕິບັດງານຢູ່ໃນ 2 ສູນອົພະຍົບລາວ ທີ່ໜອງຄາຍ ແລະ ອຸບົນ ໄດ້ຫັນປ່ຽນ

ຢ່າງບໍ່ຄາດຝັນ.

ຍັງມີຕໍ່



__________________
Anonymous

Date:
Permalink   
 

(4)

ສະຖານທີ່ພັກພາອາສັຍສິ່ງແວດລ້ອມປະສົມປະສານກັບກໍຣະນີເຫດການການໃຊ້ອຳນາດຂົ່ມເຫັງຍັດຂໍ້ຫາຄະດີໃສ່ຊາວລາວອົພະຍົບຂອງເຈົ້າໜ້າທີ່ຕຳຣວດ

ແລະ ອໍສໍ ໄທ ເພື່ອຮິດໄຖເງິນຄຳຈາກພີ່ນ້ອງຊາວລາວທີ່ຢູ່ໃນສູນ ຊຶ່ງມີເນື້ອທີ່ຕາດິນບໍ່ພໍເທົ່າໃດພັນຕາລາງແມັດມົນທົນທີ່ບັນຈຸປະຊາກອນຫຼາຍກ່ວາໝື່ນ

ຄົນ ຈົນອາຄານທີ່ສ້າງຂຶ້ນມານັ້ນບໍ່ພຽງພໍກັບປະຊາກອນອົພະຍົບທີ່ຫຼັ່ງໄຫຼເຂົ້າປະເທດໄທບໍ່ຂາດແຕ່ລະວັນ.  ໜັກຍິ່ງໄປກວ່ານີ້ຍັງມີເຫດການຜູ້ມີອຳນາດ

ຂອງເຈົ້າໜ້າທີ່ໄທມາຍາດແຍ່ງດຶງຊຸດເອົາລູກເມັຍຊາວອົພະຍົບລາວທີ່ມີໜ້າຕາສວຍງາມໄປເປັນນາງບຳເລີຫຼືເມັຍນ້ອຍ  ຈົນມີເຫດການເຕະຕ່ອຍອູ້ມຕົວ

ໄປແບບຫາຍສາບສູນ ກ່ວາຈະພົບເຫັນກໍກາຍເປັນຊາກສົບຢູ່ກອງຂີ້ເຫຍື້ອນອກສູນນັ້ນ.ດ້ວຍເຫດການໃນກໍຣະນີໃຊ້ອຳນາດປ່າເຖື່ອນຂູດເນື້ອເຖືອໜັງຊົກ

ຕ່ອຍທຳຮ້າຍຮ່າງກາຍຊາວອົພະຍົບຂອງຕຳຣວດແລະ ອໍສໍ ໄທ ຢ່າງບໍ່ມີມະນຸສທັມ, ເມື່ອເພື່ອນຮ່ວມຊາດຮ່ວມຊະຕາກັມເຫັນກັບຕາໃນກໍຣະນີນີ້ບໍ່ວ່າລາວ

ຈະມາຈາກຝ່າຍໃດຕ່າງກໍມີຄວາມຄຽດແຄ້ນໃຫ້ການກະທຳອັນໄຮ້ມະນຸສທັມຂອງເຈົ້າໜ້າທີ່ໄທ. ທາງຊາວໜຸ່ມແລະຊາຍສະກັນລາວອົພະຍົບຈຶ່ງຮ່ວມໃຈ

ກັນອາສາສມັກເປັນໜ່ວຍປາຍປາມແລະຕອບໂຕ້ພວກບ້າກາມຂອງເຈົ້າໜ້າທີ່ໄທຂຶ້ນ.

ພາຍຫຼັງປະກາດໃຫ້ສັມະຊິກກູ້ຊາດທີ່ຢູ່ໃນສູນໃຫ້ອອກໄປປະຈຳການຢູ່ຕາມຄ້າຍຫຼືແຄັ້ມຕ່າງໆຕາມແນວຊາຍແດນລາວ-ໄທແຕ່ຈັງຫວັດໜອງຄາຍລົງໄປ

ເຖິງນະຄອນພະນົມ ເປັນເຫດໃຫ້ກອງກຳລັງໜ່ວຍໃຕ້ດິນຂອງ ສປປ ລາວ ກໍແຕກກະເຈີງອອກເປັນຫຼາຍກຸ່ມ:    ກຸ່ມທີ່ສມັກເຂົ້າເປັນກູ້ຊາດແຕ່ບໍ່ຍອມ

ທຳຕາມຄຳປະກາດແລ້ວຫາຫົນທາງກັບຄືນສູ່ລາວ,  ກຸ່ມທີ່ບໍ່ໄດ້ສມັກເຂົ້າເປັນກູ້ຊາດແຕ່ສະແດງເປັນຄູຮ່ັກຫລືຜົວເມັຍແລະພວກທີ່ສະແດງເປັນອ້າຍນ້ອງ

ກັນນັ້ນກໍຍັງຢູ່ໃນສູນແລະເດີນວຽກຕໍ່ໄປ,  ກຸ່ມທີ່ສມັກເຂົ້າເປັນກູ້ຊາດແຕ່ຍິນຍອມປະຕິບັດຕາມຄຳສັ່ງຂອງກອງບັນຊາການກໍອອກໄປປະຈຳການຢູ່ຄ້າຍ

ນອກສູນຫວັງຈະໄດ້ຂ່າວການເຄື່ອນໄຫວຫຼືຂ່າວສົ່ງໃຫ້ສູນກາງພັກທີ່ວຽງຈັນ ຫວັງຈະໄດ້ເປັນເຈົ້າໃຫຍ່ນາຍໂຕໃນອານາຄົດ.

ພວກທີ່ຢູ່ໃນສູນອົພະຍົບໃນນາມຄູ່ຮັກຄູ່ຜົວເມັຍແລະເປັນອ້າຍນ້ອງຮ່ວມຄອບຄົວດຽວກັນກໍສືບຕໍ່ຢູ່ໃນສູນແລະດຳຣົງຊີວິດເໝືອນກັນກັບອົພະຍົບທົ່ວໆ

ໄປຈົນບໍ່ມີຄົນໃດສົງໄສວ່າພວກເຂົາເປັນໜ່ວຍໃຕ້ດິນຂອງລາວຄອມມຸຍນິສໃນຄາບຂອງອົພະຍົບ.    ຄົນພວກນີ້ໃຊ້ຊີວິດຢູ້ຮ່ວມກັບຊາວລາວອົພະຍົບ

ຫຼາຍວັນຫຼາຍເດືອນຂຶ້ນມາກໍມີຄົນຮັກຄົນແພງຕາມທັສະນະນິສັຍຂອງຄົນລາວທົ່ວໄປ ຍາມມີບັນຫາແມ່ນແລ່ນຊ່ອຍກັນບໍ່ປະປ່ອຍໃຫ້ສູ້ກັບບັນຫານັ້ນໆ

ໂດຍລຳພັງ. ວັນນຶ່ງ ຄູ່ຜົວເມັຍປອມຂອງໜ່ວຍໃຕ້ດິນຂອງລວແດງພາກັນໄປຂໍບັດອະນຸຍາດເຂົ້າ-ອອກສູນນຳກອງກຳກັບຄວາມສງົບຂອງເຈົ້າໜ້າທີ່ໄທ

ຊຶ່ງມີຮ້ອຍຕຳຣວດຄົນນຶ່ງເປັນຫົວໜ້າ, ດ້ວຍຄວາມສວຍງາມຂອງຍິງສາວຜູ້ທີ່ສະແດງເປັນເມັຍຂອງຊາຍຄົນນັ້ນ ທາງບັກຮ້ອຍຕຳຣວດເອກຄົນນັ້ນຈຶ່ງ

ສັ່ງການອະນຸມັດໃຫ້ທັນທີ ພາຍຫຼັງອາທິດນຶ່ງຜ່ານໄປ ຊາຍທີ່ສະແດງເປັນຜົວຂອງຍິງສາວຄົນນັ້ນຖືກເຈົ້າໜ້າທີ່ຕຳຣວດມາບຸກຈັບຢູ່ທີ່ຫ້ອງພັກຂອງຜູ່

ກ່ຽວໃນຂໍ້ຫາຄ້າສິ່ງຂອງຜິດກົດໝາຍ ແລະໄດ້ນຳໂຕໄປຝາກຂັງໄວ້ທີ່ຫ້ອງຂັງຊົ່ວຄາວໜ້າສູນ. ວັນຕໍ່ມາກໍມີຕຳຣວດລູກນ້ອງຂອງຮ້ອຍເອກຄົນນັ້ນມາ

ຮຽກໂຕນາງສາວຜູ່ເປັນເມັຍເຂົ້າໄປພົບຫົວໜ້າຂອງພວກເຂົາເພາະມີເຣື່ອງຈະແຈ້ງໃຫ້ຊາບກ່ຽວກັບຄະດີຂອງຜົວປູ່ກ່ຽວ, ນາງກໍບໍຂົດຂືນແລະໄປຕາມ

ນັດໝາຍ. ເມື່ອນາງກັບມາແຕ່ໜ້າສູນພວກເພື່ອນຮ່ວມອາຄານຕ່າງກໍພາກັນມາຖາມຂ່າວຄາວເພາະຢາກຮູ້ວ່າທາງການເຂົາວ່າແນວໃດກັບຄະດີຂອງ

ຜົວລາວ, ແຕ່ທຸກຄົນຕ້ອງຢຸດຖາມເມື່ອເຫັນສີໜ້າຂອງຜູ່ກ່ຽວເສົ້າແບບຄົນຂາດຄວາມຫວັງກັບຊີວິດຕົນເອງ.    ນາງໄດ້ນຳຂໍ້ສເນີຮ້ອຍເອກຕຳຣວດ

ນັ້ນເຂົ້າໄປປຶກສາກັບສັມະຊິກຫຼືເພື່ອນຮ່ວມງານທີ່ເປັນນັກສອດແນມໃຕ້ດິນນຳກັນທີ່ຢູ່ໃນສູນນັ້ນ ທຸກຄົນເຫັນດີກັນສົ່ງຂ່າວໄປຫາໜ່ວຍງານຢູ່ຂ້າງ

ນອກເພື່ອອາດໄດ້ຄຳເຫັນບາງຢ່າງທີ່ຈະເຫັນຊ່ອງທາງແກ້ບັນຫານີ້ໄດ້ ແຕ່ກໍມິດໄປບໍ່ໄດ້ຮັບຄຳຕອບຈາກໜ່ວຍງານຂ້າງນອກເລີຍ.

ຍັງມີຕໍ່



__________________
Anonymous

Date:
Permalink   
 

(5)

ການຮ່ວມມືປ້ອງກັນແລະຕອບໂຕ້ພວກຕຳຣວດ, ອໍສໍ ແລະ ກຸ່ມນັກເລງໄທທີ່ເຂົ້າມາກໍ່ກວນອາລະວາດຢູ່ໃນສູນໂດຍການຳຂອງຜູ່ໃຊ້ອຳນາດຂອງເຈົ້າ

ໜ້າທີ່ໄທທີ່ຊອກຫາຜົນປະໂຫຍດສ່ວນຕົວຂອງພວກເຂົາໄດ້ເຣີ່ມຕົ້ນຂຶ້ນ ຊຶ່ງມີຊາຍໜຸ່ມແລະຊາຍສະກັນໂຮມແຮງໂຮມໃຈເຂົ້າເປັນສາມະຄົມປົກປ້ອງ

ຄວາມປອດພັຍຂອງຊາວລາວອົພະຍົບທີ່ອາສັຍຢູ່ໃນສູນຊຶ່ງມີສັມະຊິກປະມານ 300 ກ່ວາຄົນ.    ມີສັມະຊິກຂອງກອງກຳລັງສອດແນມໃຕ້ດິນຂອງ

ສປປ ລາວຈຳນວນຫລາຍສິບຄົນໄດ້ເຂົ້າຮ່ວມເປັນສັມະຊິກຂອງສາມະຄົມຄວາມປອດພັຍຂອງຊາວລາວອົພະຍົບແລະໄດ້ຮ່ວມສ່ຽງລົ້ມສ່ຽງຕາຍຄຽງ

ບ່າຄຽງໄຫຼ່ຕໍ່ສູ້ກັບພວກຄົນໄທທີ່ເຂົ້າມາເບັ່ງສະແດງບາຣະມີຂົ່ມຂູ່ຮີດໄຖບົ່ງການເອົາລູກເມັຍແລະລູກສາວອົພະຍົບລາວໄປເປັນຂອງເຂົາ.  ມີຄົນໄທ

ຫລາຍຄົນທີ່ຖືກຊາວໜຸ່ມລາວອົພະຍົບກຳຈັດໄລ່ອອກຈາກສູນພ້ອມດ້ວຍບາດແຜຕີກາຕາຍຕິດບົນໜາຜາກແລະສີສະເປັນອະນຸສອນຈາກຄົນລາວໄດ້

ມອບໄວ້ໃຫ້, ໜັກໄປກ່ວານັ້ນ ອໍສໍ ໄທຫຼາຍຄົນຖືກຕັດຫົວໄປສຽບຕໍຢູ່ກອງຂີ້ເຫຍື້ອຂ້າງສູນ ແຕ່ເຈົາໜ້າທີ່ໄທບໍ່ສາມາດຈັບມືຊາວລາວອົພະຍົບຄົນ

ໃດຄົນນຶ່ງໄປດົມໄດ້ເພາະບໍ່ມີຫຼັກຖານພິຍານ. ກ່ອນເຫດການການຕອບໂຕ້ຂອງຊາວໜຸ່ມແລະຊາຍສະກັັນອົພະຍົບລາວຈະເກີດຂຶ້ນນັ້ນ ທາງຫົວໜ້າ

ສູນອົພະຍົບໄດ້ນຳກໍຣະນີເຈົ້າໜ້າທີ່ຕຳຣວດ, ອໍສໍ ແລະ ນັກເລງໄທ ທີ່ເຂົ້າໄປກໍ່ກວນອາຣະວາດທຳຮ້າຍຄົນລາວຢູ່ໃນສູນຕໍ່ຜູ່ວ່າຈັງຫວັດໜອງຄາຍ

ທາງຜູ່ວ່າໄດ້ສັ່ງໃຫ້ຄົນລາວຈັດການກັບພວກອັນທະພານໄທເຫຼົ່ານັ້ນແລະຈັບສົ່ງໃຫ້ກອງກຳກັບຕຳຣວດຈັງຫວັດໂດຍຕຣົງ. ພາຍຫຼັງມີການຕອບໂຕ້

ເພື່ອປ້ອງກັນຄວາມທຸກສຸຂຂອງຊາວລາວອົພະຍົບພາຍໃນສູນຂອງສາມະຄົມປ້ອງກັນຄວາມປອດພັຍຂອງຄົນໃນສູນຊຶ່ງຣີ່ມຂຶ້ນຈາກຕົ້ນປິ 1976

ຫາ 78 ພວກຕຳຣວດ ອໍສໍ ແລະ ນັກເລງຄົນໄທກໍບໍ່ມີໃຜກ້າສຳແດງເບັ່ງໂຕອາຣະວາດກັບຄົນລາວຢູ່ໃນສູນໄດ້ ເພາະວ່າທາງຜູ່ວ່າໄດ້ອອກຄຳສັ່ງໃຫ້

ຄົນລາວມີສິດເຕັມໂຕຈັດການກັບຄົນໄທຄົນໃດເຂົ້າມາກໍ່ກວນອາຣະວາດຢູ່ໃນສູນ. ການຍົກກຳລັງເຂົ້າຕ່ອຍຕີກັນນັ້ນກໍບໍ່ຕ່າງຫຍັງກັບສະນຳ້ໃສ່ກັນ

ຕ້ອງປຽກທັງສອງຝ່າຍ, ຄົນລາວເຮົາກໍມີຄົນບາດເຈັບແລະຕາຍກໍມີເພາະຖືກນັກເລງໄທຕອບໂຕ້ດ້ວຍອາວຸດປືນ, ຜູ່ບາດເຈັບກໍມີຄົນໜ່ວຍໃຕ້ດິນ

ຂອງລາວແດງສາມສີ່ຄົນ.

ຢ້ອນຄືນສູ່ກໍຣະນີຂອງສາວໜ່ວຍໃຕ້ດິນຂອງລາວແດງທີ່ຮ້ອຍຕຳຣວດເອກໄທເອີ້ນເຂົ້າພົບກ່ຽວກັບຄະດີຂອງຜູ່ທີ່ເປັນຜົວໃນນາມຂອງນາງ, ຜູ່ກ່ຽວ

ພ້ອມກັບເພື່ອນຮ່ວມງານລໍຖ້າຄຳຕອບຈາກສູນກາງນອກສູນ ແຕ່ກໍລໍ່ມີວີ່ແວວ ຜູ່ກ່ຽວຈຶ່ງຕັດສິນໃຈເຂົ້າໂອ້ລົມກັບຫົວໜ້າອາຄານທີ່ຜູ່ກ່ຽວອາສັຍຢູ່

ນັ້ນ. ໃນວັນເວລານາງເຂົ້າພົບຫົວໜ້າອາຄານນັ້ນມີຫົວໜ້າກູ້ຊາດທີ່ຮັກສາການເຂດອຳເພີບຶງການ (ບຶງການຍັງເປັນອຳເພີຢູ່ໃນຍຸກນັ້ນ) ແລະເປັນອາ

ດີດນາຍທະຫານຊັ້ນພັນເອກຂອງທະຫານຝ່າຍວຽງຈັນຊຶ່ງຫາກໍກັບມາແຕ່ການອອກໄປປະຕິບັດງານຢູ່ຝັ່ງລາວມາ. ທາງຫົວໜ້າອາຄານບໍ່ທັນໄດ້ແນະ

ນຳທ່ານພັນເອກທ່ານນັ້ນໃຫ້ສາວຄົນນັ້ນຊາບເທື່ອ ດ້ວຍຄວາມຮ້ອນໃຈຂອງນາງໆຈຶ່ງເປີດສາກອອກມາກ່ອນແລະເລົ່າສູ່ຫົວໜ້າອາຄານວ່າ: ນາຍຕຳ

ຣວດຕ້ອງການໃຫ້ໄປເປັນມັຍນ້ອຍຫລືນາງບຳເລີມັນເພື່ອແລກເອົາອິສຣະພາບຂອງຜົວທີ່ຖືກຂັງຢູ່ໃນຄຸກນັ້ນອອກມາ ແລະ ຮ້ອຍເອກຕຳຣວດໄທຄົນ

ນັ້ນຍັງບອກນາງອີກວ່າ ມັນຈະປ່ອຍນາງເປັນອິສຣະຂອງການ້ປັນເມັຍນ້ອຍຂອງມັນກໍຈົນກ່ວາມັນຈະພໍໃຈຢ່າງບໍ່ມີກຳໜົດ. ຫຼັງຈາກຫົວໜ້າອາຄານ

ແລະທ່ນອະດີດພັນເອກທະຫານໄດ້ຢັງການບອກເລົ່າຂອງສາວໜ່ວຍໃຕ້ດິນລາວແດງແລ້ວ   ທ່ານອະດີດພັນເອກຈຶ່ງຖາມຫາຊື່ງນາຍຕຳຣວດໄທຄົນ

ຄົນນັ້ນ ເມື່ອຮູ້ວ່າແມ່ນຜູ່ໃດຈຶ່ງຖາມສາວຄົນນັ້ນວ່າຜົວລາວຕ້ອງຄະດີໃດຈຶ່ງໄປຕິດຄຸກ? ຫົວໜ້າອາຄານຈຶ່ງອະທິບາຍໃຫ້ຊາບແລະພ້ອມທັງຢັ້ງຢືນວ່າ

ຖືກການກັ່ນແກ້ງຫລາຍກ່ວາ ເພາະເຈຕະນາຢາກໄດ້ນາງນີ້ໄປເປັນເມັຍນ້ອຍຫຼືນາງບຳເລີ ເພາະບໍ່ເຄີຍເຫັນຄວາມຜິດປົກະຕິໃດໆກ່ຽວກັບຜົວຂອງຍິງ

ຄົນນີ້.   ອະດີດນາຍທະຫານວຽງຈັນທ່ານນັ້ນໄດ້ໃຫ້ສັນຍາກັບຍິງສາວນັ້ນວ່າຈະເອົາຜົວຂອງນາງກັບຄືນມາໃຫ້ຖ້າວ່າບໍ່ໄດ້ກະທຳຄວາມຜິດດັ່ງທີ່ຖືກ

ກ່າວຫາ ແລະໄດ້ແນະນຳໂຕທ່ານໃຫ້ນາງນັ້ນຊາບອີກວ່າເພິ່ນເປັນຜູ່ບັງຄັບບັນຊາກອງກຳລັງກູ້ຊາດເຂດບຶງການໃນຝັ່ງໄທແລະເຂດປາກຊັນຫຼືແຂວງ

ບໍຣິຄັນໃນ ສປປ ລາວ.

ມື້ຕໍ່ມາທ່ານພັນເອກທ່ານນັ້ນກໍນຳເອົາຜົວຂອງນາງສາວລາວແດງຄົນນັ້ນມາສົ່ງໃຫ້ເຖິງທີ່ພັກພາອາສັຍແລະກໍບອກໃຫ້ທັງສອງຜົວເມັຍບໍ່ໃຫ້ຫວັ່ນວິ

ຕົກຫຍັງອີກ ແລະ ທາງສອງຜົວເມັຍປອມຄູ່ນີ້ກໍຖາມທ່ານພັນເອກນັ້ນວ່າ ຈະໃຫ້ພວກເຂົາທັງສອງຕອບບຸນແທນຄຸນດ້ວຍວິທີໃດກໍຈະທຳຖ້າຫາກ

ບໍ່ເຫຼືອບ່າກ່ວາແຮງ, ທາງອະດີດນາຍທະຫານກໍຕອບໄປວ່າໃຫ້ຮັກແພງເອົາກັນຢ່າຖີ້ມຢ່າປະກັນໃຫ້ເປັນຜົວແກ້ວເມັຍທິບໄປຈົນເຖົ້າຈົນແກ່ ພວກ

ເຈົ້າຈຳທຳໄດ້ບໍ່? ສອງຄູ່ຜົວຜອມເມັຍທຽມຕ່າງກໍແນມເບິ່ງໜ້າກັນແລ້ວຕອບອອກໄປວ່າ: ໂດຍ, ພວກນ້ອງຈະທຳທຸກຢ່າງທີ່ຍາອ້າຍຕ້ອງການນີ້

ເພື່ອຕອບບຸນຄຸນທີ່ຍາອ້າຍຊ່ວຍເຫຼືອພວກນ້ອງ.

ຍັງມີຕໍ່

 



__________________
Anonymous

Date:
Permalink   
 

(6)

ຊາຍໜຸ່ມຊາຍສະກັນທີ່ຖືກບາດເຈັບຈາກການປົກປ້ອງແລະຮັກສາລາວອົພະຍົບ, ຜູ່ທີ່ຖືກບັງບຽດຂອງຜູ່ທີ່ນຸ່ງເຄື່ອງແບບຮັກສາກົດໝາຍຂອງໄທທີ່

ເປັນພີ່ເບິ້ມຂອງພວກອັນທະພານ ອໍສໍ ແລະ ນັກເລງທ້ອງຖິ່ນ, ທີ່ນອນຮັກສາຕົວຢູ່ທີ່ໂຮງໝໍໜອງຄາຍ ໂຮງໜໍສູນອົພະຍົບ ຫຼື ຮວມເຖິງຜູ່ທີ່ຮັກສາ

ຕົວຢູ່ໃນທີ່ພັກ ຕ່າງກໍໄດ້ຮັບການເອົາໃຈໃສ່ບິ່ງແຍງຢ່າງດີຈາກພີ່ນ້ອງຊາວລາວທີ່ອາສັຍຢູ່ໃນສູນເປັນຢ່າງດີ.  ມີພີ່ນ້ອງຮ່ວມສູນອົພະຍົບປ່ຽນຝຽນ

ກັນອອກໄປຢາມຜູ່ນີ່ນອນຮັກສາຢູ່ໂຮງໝໍບໍ່ວ່າຢູ່ໃນສູນຫລືຢູ່ທີ່ຈັງຫວັດໜອງຄາຍບໍ່ຂາດສາຍ ພ້ອມກັບມີອາຫານການກິນແລະອື່ນໆຕິດໄມ້ຕິດມື

ໄປຕ້ອນຄົນເຈັບອີກ. ການຮ່ວມມືຮ່ວມກຳລັງເພື່ອປ້ອງກັນຮັກສາຄວາມສງົບຂອງຊາວໜຸ່ມຊາຍສະກັນລາວໃນສູນເປັນສາເຫດສ້າງໃຫ້ເກີດຄວາມ

ຮັກແພງເປັນມິດເປັນສ່ຽວຂອງຊາວໜຸ່ມຊາຍສະກັນທີ່ມາຈາກຄົນລະຖິ່ນ,  ຊຶ່ງກ່ອນມີສາມະຄົມປົກປ້ອງຄວາມສງົບສຸຂຂອງຊາວລາວ ພວກຊາວ

ໜຸ່ມຊາຍສະກັນທີ່ມາຈາກຄົນລະທີບຄົນລະແດນແລ້ວມາພົບພໍ້ກັນນັບແຕ່ວັນແຣກທີ່ເປີດສູນໜອງຄາຍ  ຕ່າງກໍແນມໜ້າກັນບໍ່ໄດ້ເພາະສ່ວນຫຼາຍ

ແລ້ວເປັນອະດີດນັກເລງຫຼືທີ່ຮູ້ກັນດີໃນຍຸກນັ້ນວ່າ ຈິກໂກະ ນັ້ນເອງ. ມີການຍົກທິມປະສານງາກັນຢູ່ຕລອດສ່ວນຫລາຍກໍແມ່ນຊາວໜຸ່ມມີ່ມາຈາກ

ສວນມອນ ທີ່ມີຊື່ສຽງທີ່ເປັນນັກເລງຕະລຸມບອນໃນອາດີດກ່ອນປະເທດລາວຈະຖືກປົດປ່ອຍຢູ່ໃນນະຄອນວຽງຈັນທີ່ຍັງສືບຕໍ່ຄວາມເປັນເຈົ້າພໍ່ຄອງ

ຄວາມໂຫດມາແຜ່ຂຍາຍຢູ່ໃນສູນແລະທາງຝ່າຍຄູ່ອາຣິຂອງສາວນມອນກໍຄື ຊາວໜຸ່ມຊາຍສະກັນທີ່ມາຈາກ ສີໄຄວັດໄຕ ຊຶ່ງເປັນຄູປໍຣະປັກກັນມາ

ໃນເມື່ອກ່ອນ ເມື່ອເຫັນກັນກໍຊົນປະສານງາກັນເພື່ອຕ່າງຝ່າຍຕ່າງຢາກສະແດງແລະຍາດຊິງເອົາຄວາມເປັນເອກຢູ່ໃນສູນ. ນອກຈາກສອງແກັ້ງໃຫຍ່

ນີ້ແລ້ວ ຍັງມີກຸ່ມນັກເລງຕ່າງໆທີ່ມາຈາກເຂດອື່ນທີ່ບໍ່ເຂົ້າຂ້າງກັບສວນມອນ ຫຼື ສີໄຄແມ່ນເຫັນກຸ່ມໃດບໍ່ວ່າສີໄຄສວນມອນຖ້າມີໂອກາດແມ່ນລົງມື

ຍ່ອງກັນໂລດ ກຸ່ມນີ້ແມ່ນມາຈາກທາດຫຼວງແລະໜອງບອນ (ແມວດຳ ຫຼື black cat ໃນອະດີດ). ດ້ວເຫດການທີ່ຊາວອົພະຍົບລາວຖືກກະທຳ

ຢຽບຢ້ຳຈາກຄົນໄທແລ້ວນັກເລງແຕ່ລະກຸ່ມແຕ່ລະຄຸ້ມໄດ້ເຂົ້າມາຮ່ວກຳລັງກັນຕອບໂຕ້ປ້ອງກັນພັຍຮ້າຍໃຫ້ປະຊາຊົນ ຈຶ່ງກັບກາຍມາເປັນມິດແລະຮັກ

ແພງກັນ ຄວາມອາຄາດບາດໝາງຈຶ່ງຫາຍໄປຢ່າງບໍ່ໜ້າເຊື່ອ ແລະຜົນງານນີ້ກໍຂໍມອບໃຫ້ ອາຈານ ຫວັງ ຫົວໜ້າສວນມອນ, ອາຈານ ຊຽນ ຫົວໜ້າ

ສີໄຄ, ອາຈານ ນຶກ ຫົວໜ້າແມວດຳ ໜອງບອນ ທີ່ຫັນໜ້າເຂົ້າຫາກັນແລະຈັບມືກັນປົກປ້ອງຄວາມສງົບສຸຂຂອງພີ່ນ້ອງຊາວລາວຢູ່ໃນສູນ.

ໄດ້ຍິນຂ່າວນັກສອດແນມໃຕ້ດິນລາວແດງທີ່ເຜັ່ນໜີອອກຈາກສູນ (ພວກທີ່ສມັກເຂົາເປັນກູ້ຊາດ) ຫວັງເອົາຊີວິດກັບ ສປປ ລາວ ແມ່ບໍ່ເຫຼືອຈັກ

ຄົນ ທັງຖືກຍິງຕາຍ ທັງຖືກຈັບມາຂັງໄວ້ທີ່ຄຸກໜ້າສູນກໍມີຫລາຍຄົນ. ສ່ວນພວກທີ່ອອກໄປປະຈຳການຢູ່ຕາມແຄັ້ມຕ່າງໆໃນຝັ່ງໄທນັ້ນແມ່ນດົນໆ

ກໍເຫັນກັບເຂົ້າມາໃນສູນແລ້ວກໍກັບອອກໄປອີກ. ໃນປີ 1977 ຫາ 79 ການສູ້ຮົບຣະຫວ່າງກອງກຳລັງກູ້ຊາດປະທະກັບທະຫານກອງຫຼອນຝ່າຍ

ລາວແດງແມ່ນໜັກທີ່ສຸດ. ພວກກຳລັງສອດແນມໃຕ້ດິນລາວແດງທີ່ເຂົ້າຮ່ວມກອງກຳລັງກູ້ຊາດທີ່ອອກປະຕິບັດພາຣະກິດຮ່ວມກັນທີ່ປະເທດລາວ

ນັ້ນກໍມີບາງຄົນໄດ້ພະຍາຍປົບໜີອອກຈາກກຸ່ມເພື່ອກັບຄືນສູ່ສູນກາງຂອງເຂົາ  ແຕ່ບໍ່ມີໂອກາດເພາະຖືກຝ່າຍທະຫານລາວແດງແລະກອງຫຼອນປິ່ນ

ປາຍກະບອກປືນຍິງມາໃສ່ ບາງກໍຖືດບາດເຈັບສາຫັດ  ບາງກໍເສັຍຊີວິດ  ພວກທີ່ບໍ່ຖືກເຈັບຫຼືຍັງມີຊີວິດຢູ່ຈຳຕ້ອງຫັນປາຍປືນຍິງກາດໃສ່ຝ່າຍຕົນ

ເອງເພື່ອປົກປ້ອງຊີວິດຕົນເອງ. ຜູ້ທີ່ຖືກບາດເຈັບແລະເສັຍຊີວິດແມ່ນໄດ້ຮັບການຊ່ວຍເຫຼືອຈາກຫົວໜ້າແລະເພື່ອນຮ່ວມຮົບເປັນຢ່າງດີ ເພື່ອເອົານຳ

ເອົາຮ່າງກັບຄືນໄປເຖິງແຄັ້ມທີ່ໝັ້ນໃນປະເທດໄທ. ເມື່ອໄດ້ສ່ຽງຕາຍແລະສູ້ຮົບຮ່ວມກັນຫລາຍເທື່ອຕໍ່ຫລາຍທີ ພວກທີ່ເປັນນັກສອດແນມຂອງລາວ

ແດງກໍຄ່ອຍໆເອົາໃຈອອກຈາກພາຣະກິດທີ່ສູນກາງພັກທີລະເລັກລະນ້ອຍຈົນໃນທີ່ສຸດກໍເອົາທັງຕົນໂຕແລະຈິດໃຈເຂົ້າສະຫວາມິພັກກັບຝ່າຍກົງກັນ

ຂ້າມທີ່ພວກເຂົາຖືກສົ່ງເຂົ້າມາທຳລັາຍແລະສົ່ງຂ່າວການເຄື່ອນໄຫວໃຫ້ທາງສູນກາງພັກຂອງເຂົາ. ເຫດການປ່ຽນໃຈຂອງພວກໜ່ວຍໃຕ້ດິນຂອງ

ສປປ ລາວ ທີ່ສົ່ງເຂົ້າມາເຄື່ອນໄຫວໃນປະເທດໄທນັ້ນບໍ່ວ່າທາງຟາກຝ່າຍກອງກຳລັງກູ້ຊາດຫຼືຝ່າຍລາວແດງແມ່ນບໍ່ມີໃຜຮູ້ເລີຍ ໂດຍສະເພາະຝ່າຍ

ກອງກຳລັງກູ້ຊາດແມ່ນບໍ່ຮູ້ເລີຍວ່າພວກສັຕຣູໄດ້ແຝງໂຕເຂົ້າມາຢູ່ໃນກົມກອງຂອງຕົນ. ສະຖານະການເຄັ່ງຕຶງໃນ ສປປ ລາວ ໄດ້ສະແດງອອກໃຫ້

ເຫັນວ່າ ສັນຕິພາບ ແມ່ນບໍ່ເຫັນແວວຂອງມັນເລີຍ ເພາະມີການສູ້ຮົບກັນເກີດຂຶ້ນຢູ່ທຸກໆແຫ່ງແຕ່ເໜືອເຖິງໃຕ້ ປະສົມປະສານກັບຄວາມຫຼົ້ມເຫຼວ

ການບໍຣິຫານຂອງຣັຖະບານທີ່ເຮັດໃຫ້ເສຖະກິດເດືອດຮ້ອນຕົກຕ່ຳ ພ້ອມເປັນຜະເດັດການໃຊ້ອຳນາດອັນປ່າເຖື່ອນປົກຄອງປະເທດຈຶ່ງເປັນເຫດໃຫ້

ທະຫານຂອງພວກເຂົາທີ່ຮ່ວມສູ້ຮົບແລະເປັນກຳລັງພົນຂອງພວກເຂົາເຣີ່ມຕົ້ນມີຈິດໃຈບໍ່ອຸນອຽນ. ກອງຫຼອນທີ່ເປັນກຳລັງສຳຄັນຂອງພວກເຂົາທີ່

ຮັກສາແລະປົກປ້ອງຢູ່ຕາມທ້ອງຖິ່ນຕາມແນວຊາຍແດນແມ່ນ້ຳຂອງໄດ້ທະຍອຍກັນໂຕນໜີເຂົ້າປະເທດໄທເກືອບຈົນກ້ຽງ ຄົງເຫຼືອພຽງບໍ່ເທົ່າໃດຄົນ

ທີ່ບໍ່ສາມາດໜີອອກຈາກລາວຫຼືເຫດຜົນອື່ນໄດ້ໝັດໃຈເຂົາໄວ້, ບໍ່ວາແຕ່ກອງຫຼອນ ໂຕທະຫານແນວລາວມາແຕ່ກຳເນີດທີ່ມາແຕ່ງງານກັບຍິງສາວ

ຝ່າຍວຽງຈັນກໍພາກັນໂຕນໜີເຂົ້າມາໄທກັບລູກເມັຍຫລາຍຮ້ອຍຄົນຄືກັນ ເພາະຄວາມຫຼົ້ມເຫຼວການລໍຣິຫານຂອງຣັຖະບານ.

ຍັງມີຕໍ່



__________________
Anonymous

Date:
Permalink   
 

(7)

ກອງບັນຊາການຂອງກອງກຳລັງກູ້ຊາດຊຶ່ງມີຮອດອະດີດຊັ້ນນາຍພົນທະຫານເປັນຢູ່ບັງຄັບບັນຊາຊຶ່ງມີກອງບັນຊາການກາງສູງສຸດຢູ່ທີ່ອຳເພີ

ບຶງການແລະມີແຄັ້ມປະຈຳການຢາຍຢຽດລົງໄປຕາມແຄມນ້ຳຂອງແຕ່ອຳເພີສີຊຽງໃໝ່ລົງໄປເຖິງນະຄອນພະນົມຮວມທັງໝົດ 25 ແຄັ້ມປະ

ກອບດ້ວຍທະຫານກູ້ຊາດທັງໝົດປະມານສາມພັນກ່ວານາຍ ຊຶ່ງສ່ວນຫລາຍເປັນອະດີດນາຍແລະພົນທະຫານຝ່າຍຣັຖະບານວຽງຈັນທີ່ລອດ

ຈາກການຈັບກຸມໄປສັມະນາຕາມສູນດັດສັນດານຕ່າງໆຫົ່ວປະເທດ (ກອງບັນຊາການ ອຳເພີບຶງການ ຈັງຫວັດໜອງຄາຍ ເປັນສູນກາງກອງ

ບັນຊາການສູງສຸດ ແລະ ຮັບຜິດຊອບພາກກາງຂອງລາວ). ພາກເໜືອບໍ່ໄດ້ປະກາດອອກເປັນທາງການສຳຫຼັບກອງກຳລັງກູ້ຊາດ ເພາະໄດ້ຈັດ

ຕັ້ງກັນຂຶ້ນເປັນພຽງກຸ່ມເຫຼັກກຸ່ມນ້ອຍແລະບໍ່ໄດ້ສະແດງພະລັງຂອງການຕໍ່ສູ້ແບບເປີດເຜີຍ, ແລະມີກຸ່ມທີ່ບໍ່ປະກາດຊື່ທີ່ມີແຄັ້ມຢາຍຢູ່ຕາມຊາຍ

ແດນລາວ-ໄທະຫວ່າງແຂວງໄຊຍະບູຣີແລະຈັງຫວັດເລີຍປະເທດໄທ ທີ່ມີຈຳນວນພົນບໍ່ເຖິງ 500 ນາຍ ແລະ ທາງຜູ່ວ່າຈັງຫວັດເລີຍບໍ່ອະນຸ

ຍາດໃຫ້ຝ່າຍລາວກູ້ຊາດຕັ້ງຄ້າຍທີ່ໝັ້ນຂຶ້ນໃນແຜ່ນດິນໄທ ເພາະຊາຍແດນເປັນດິນຕໍ່ແຜ່ນ ຍາກທີ່ຈະປ້ອງກັນການຄວາມຮຽບຮ້ອຍໃນການ

ຮັກສາຄວາມສະຫງົບ. ບັນຫາທີ່ບໍ່ມີການປະກາດອອກເປັນທາງການຂອງໜ່ວຍກູ້ຊາດພາກເໜືອແມ່ນບໍ່ມີຜູ້ໃຫ້ທຶນອຸດໜູນບໍ່ວ່າທາງດ້ານອາ

ວຸດອຸປະກອນສົງຄາມແລະການເງິນຊຶ່ງປັນປັດຈັຍສຳຄັນຂອງການຕໍ່ສູ້. ມີນາຍທະຫານຊັ້ນສູງຫຼາຍທ່ານສ່ວນຫລາຍແມ່ນຂັ້ນພັນເອກລົງມາຫາ

ຮ້ອຍເອກຂອງທະຫານພາກນຶ່ງຫຼວງພະບາງ ໄຊະບູຣິ ແລະ ຫົວຂອງ ທີ່ພາຄອບຄົວຫຼົບໜີເຂົ້າໄປພາກເໜືອຂອງໄທ ແລະມີມວນຊົນປະມານ

ຫຼາຍກ່ວາສາມໝືນຄົນ ແລະ 75% ຂອງນາຍທະຫານແລະມວນຊົນເລົ່ານັ້ນບໍ່ໄດ້ເຂົ້າສູນອົພະຍົບລາວທີ່ຈັງຫວັດເລີຍ ເພາະພວກເຂົາຕັດສິນ

ໃຈທີ່ຈະບໍ່ໄປສ້າງຊີວິດໃໝ່ໃນປະເທດທີສາມ ຈຶ່ງໄດ້ພາກັນແຈກຢາຍໄປອາສັຍຢູ່ກັບຍາດພີ່ນ້ອງໃນຈັງຫວັດຕ່າງທາງພາກເໜືອຂອງໄທ ສ່ວນ

ຫຼາຍແມ່ນຢູ່ຈັງຫວດ ພິສະນຸໂລກ ເລີຍ ແລະ ຈັງຫວັດ ນ່ານ,  ແລະ ຊາວລາວຈຳພວກນີ້ປັຈຸບັນໄດ້ກັບກາຍເປັນຄົນສັນຊາດໄທໄປໝົດແລ້ວ.

ກອງກຳລັງກູ້ຊາດພາກໃຕ້ຂອງລາວຊຶ່ງມີກອງບັນຊາການຢູ່ອຳເພີໂຂງຈຽມຈັງຫວັດອຸບົນຣາຊະທານີປະເທດໄທແລະຂຶ້ນກັບກອງບັນຊາກາສູງ

ສຸດທີ່ອຳເພີບຶງການ ແລະມີແຄັ້ມທີ່ໝັ້ນຫລາຍແຫ່ງນັບແຕ່ຊາຍແດນຈັງຫວັດນະຄອນພະນົມລັງມາເຖິງໂຂຈຽມ.   ມີຄ້າຍກອງອຳນວຍການ

ແຫ່ງນຶ່ງທີ່ລອງລົງມາຈາກກອງບັນຊາການໂຂງຈຽມແມ່ນຢູ່ອຳເພີມຸກດາຫານ (ຍຸກນັ້ນຍັງເປັນອຳເພີຢູ່) ທະຫານຫຼືກອງກຳລັງກູ້ຊາດນັ້ນເປັນ

ທະການເສືອປ່າພາກສາມຂອງນາຍພົນ ລີ ແລະ ນາຍພົນ ໜູເພັດ ດາວເຮືອງ, ຊຶ່ງປະກອບດ້ວຍນັກຮົບທີ່ມີປວັດໃນການສູ້ຮົບຢ່າງເກ່ງກ້າສາ

ມາດ. ຕາມຄວາມເປັນຈິງ ກອງກຳລັງກູ້ຊາດພາກໃຕ້ຂອງລາວໄດ້ປະກົດຜົນງານອັນດີເລີດອອກມາມາກມາຍໃນການປາບປາມທະຫານລາວ

ແດງ ຄມນ, ສາມາດທຳລາຍທີ່ໝັ້ນສຳຄັນສຳຄັນຂອງພວກເຂົາແບບໝຸ່ນທະລາຍຫລາຍສິບແຫ່ງ. ກອງກຳລັງກູ້ຊາດພາກໃຕ້ມີບົດບາດສຳ

ຄັນກັບໂຄງການຣັຖະບານສະຫະຣັຖທີ່ໄປນຳອົາກະດູກຊາກສົບຂອງທະຫານແລະນັກບິນອາເມຣິກາທີ່ເສັຍຊີວິດຢູ່ໃນລາວໃນປາງສົງຄາມ ມີ

ຫຼາຍຊາກສົບທີ່ຄົ້ນພົບແລະນຳກັບເຂົ້າມາໃນປະເທດໄທ ນອກຈາກພົບຊາກສົບຜູ້ເສັຍຊີວິດແລ້ວຍັງພົບທະຫານອາເມຣິກັນ, ອອສເຕຣເລັຍ,

ການາດາ ແລະ ຟີລິປປິນ ທີ່ຍັງມີຊີວິດຢູ່ ຊຶ່ງອາສັຍຫຼົບສ່ອນຢູ່ນຳຄົນຊາວປ່າເຂົາ (ຊົນຂະມຸ) ໃນຈຳນວນທັງໝົດ 11 ນາຍ ແລະ ບາງຄົນກໍ

ມີລູກມີເມັຍເປັນຊາວປ່າເຂົາ ແລະຍາກທີ່ຈະໜີປະຖິ້ມຄອບຄົວລູກເມັຍຂອງເຂົາ ຈຳເປັນຕ້ອງກຳກັບເອົາທຸກຄົນຫຼົບໜີອອກຈາກລາວເຂົ້າສູ່ປະ

ເທດໄທດ້ວຍຄວາມປອດພັຍ. ພາຣະກິດຄົ້ນຫາຊາກສົບທະຫານອາເມຣິການັ້ນແມ່ນມີນັດຊ່ຽວຊານຂອງຍິ່ປຸ່ນທີ່ເດີນທາງເຂົ້າໄປປະເທດລາວ

ກັບທະຫານກູ້ຊາດ ເພາະ ສະຫະຣັຖໄດ້ຈ້າງຄົນຍີ່ປຸ່ນທີ່ມີໜ້າຕາເໝືອນຄົນລາວເພື່ອສະດວກຕໍ່ການປອມໂຕອຳພາງການຊອມການແນມຂອງ

ທະຫານລາວແດງຖ້າມີເຫດສຸກເສີນຫຼ້ພະເຊິນ້າກັນ. ພາຣະກິດນີ້ໜ້ອຍທີ່ສຸດທີ່ຄົນລາວຈະຮັບຮູ້ ເພາະເປັພາຣະກິດລັບແລະປະສົບຜົສຳເຣັດຢ່າງ

ດີຈົນເປັນທີ່ເຜິ່ງພໍໃຈຂອງສະຫະຣັຖແລະເຄືອຄ່າຍພັທະມິດໄດ້ຄົນແລະໂຄງກະດູກທະຫານຂອງພວກເຂົາຄືນ ແລະ ພາຣະກິດນີ້ໄດ້ເຣີ່ມຕົ້ນຂຶ້ນ

ໃນປີ 1976 ຫາ 78 ກໍຢຸດຕິລົງເພາະຮັ້ຖະບານ ສປປ ລາວ ໄດ້ຮ້ອງຂໍທະຫານຈາກຫວຽດນາມປະມານ 10 ກອງພົນເຂົ້າມາເປີດສາກກວາດ

ລ້າງທົ່ວປະເທດ.

ຂໍກັບຄືນມາສູ່ແມ່ບົດຂອງເຣື່ອງນີ້ກໍຄືໜ່ວຍສອດແນມໃຕ້ດິນຂອງລາວແດງທີ່ຢູ່ຕາມຄ້າຍທະຫານກູ້ຊາດພາກກາງ (ວຽງຈັນ) ແລະ ຜູ່ທີ່ອາສັຍ

ຢູ່ໃນສູນໜອງຄາຍ. ທ່ານທີ່ອ່ານເຣື່ອງທີ່ຂ້າພເຈົາຂນຂຶ້ນມານີ້ອາດມີຂໍ້ຂ້ອງໃຈວ່າເປັນຫຍັງຂ້າພະເຈົາຮູ້ວ່າໃຜຄົນໃດທີ່ເປັນສັມະຊິກໜ່ວຍໃຕ້

ດິນຂອງລາວແດງ?  ໃຫ້ທ່ານຜູ່ອ່ານກະຣຸນາອົດໃຈໄວ້ກ່ອນ ແລ້ວຂ້າພະເຈົ້າຈະອະທິບາຍໃຫ້ຮັບຮູ້ນຳກັນກ່ອນຈະສລຸບຕອນສຸດທ້າຍຂອງເຣື່ອງນີ້.

ຍັງມີຕໍ່

 

 



__________________
Anonymous

Date:
Permalink   
 

(8)

ແຜນການເປີດພາຣະກິດຍຸທະສາດສອດແນມຂອງກະຊວງປ້ອງກັນຊາດຂອງລາວແດງທີ່ສົ່ງນັກຮົບໃຕ້ດິນຂອງພວກເຂົາແຊກຊຶມເຂົ້າມາແຝງ

ຕົວເປັນອົພະຍົບປະປົນກັບປະຊາຊົນລາວທີ່ໜີອອກຈາກບ້ານເກີດເມືອງນອນເພື່ອສແວງຫາສິດທິອະທິປະຕັຍແລະຊີວິດໃໝ່ໃນປະເທດທີສາມ

ແມ່ນໄດ້ປະສົບຄວາມຫຼົ້ມເຫຼວຢ່າງໜັກ. ຈະວ່າທາງສູນກາງພັກລາວແດງໄດ້ຂາດຄວາມຮອບຄອບໃນພາຣະກິດນ້ກໍວ່າໄດ້ ເພາະພວກເຂົາຄິດ

ວ່າຖ້າສາມາດສົ່ງນັກຮົບໃຕ້ດິນຂອງເຂົາເຂົ້າເຖິງສູນອົພະຍົບລາວທີ່ຈັງຫວັດໜອງຄາຍໄດ້ແມ່ນສລຸບວ່າໄດ້ຜົນສຳເຣັດຂັ້ນຕົ້ນໄດ້ແລ້ວເພາະວ່າ

ພວກເຂົາເຊື່ອໝັ້ນວ່າສູນກາງກອງກຳລັງກູ້ຊາດແມ່ນຢູ່ພາຍໃນອົພະຍົບນີ້.  ເປັນຄາດເຄື່ອນຜິດພາດຂອງຜູ່ສົ່ງຂ່າວລັບຈາກສູນໜອງຄາຍໄປ

ໃຫ້ຫົວໜ້າຂອງເຂົາທີ່ວຽງຈັນ  ເພາະທ່ານນາຍພົນສັງທີ່ເປັນປະທານເສນາທິການກອງກຳລັງກູ້ຊາດທັງເປັນຫົວໜ້າສູນອົພະຍົບໜອງໄດ້ຮັບ

ຂ່າວຈາກວຽງຈັນຣາງານໃຫ້ຊາບວ່າທາງລາວແດງໄດ້ສົ່ງນັກສືບສອດແນມເຂົ້າມາໃນປະເທດໄທເພື່ອຄົ້ນຫາກອງບັນຊາການຂອງກູ້ຊາດນັ້ນ

ຢູ່ໃສ, ສືບຂ່າວແລະເຂົ້າເຖິງການເຄື່ອນໄຫວຂອງອະດີດທະຫານຝ່າຍວຽງຈັນ, ນີ້ເປັນຈຸດປະສົງຂອງພວກມັນ. ແຕ່ທ່ານນາຍພົນສັງມີໄຫວ

ພິກແລະຊັ້ນເຊີງເໜືອກ່ວາຜູ່ນຳລາວແດງ ຈຶ່ງໃຊ້ກົນອຸບາຍຕັ້ງອາຄານກອງນັບຊາການທຽມຂຶ້ນຢູ່ໃນສູນໜອງຄາຍເພື່ອຕົບຕານັກຮົບຕາທິບ

ຂອງພວກລາວແດງ ຄມນ ແລະໄປຕັ້ງກອງບັນຊາການໂຕຈິງຢູ່ອຳເພີບຶງການຕໍ່ໜ້າເມືອງປາກຊັນປະເທດລາວເຮົານັ້ນເອງ.

ພວກນັກຮົບໃຕ້ດິນຕາທິບຂອງ ສປປ ລາວ ທີ່ສູນໜອງຄາຍແລະປະຈຳການຢູ່ຕາມແຄັ້ມຕ່າງໆໃນວົງໂຂງເຂດຣັສມີຂອງຈັງຫວັດໜອງຄາຍ

ແລະນະຄອນພະນົມເຣີ່ມມີຈິດໃຈຫັນປຽ່ນເຂົ້າຫາກອງກຳລັງກູ້ຊາດແລະຣີ່ມປ່ຽນປິ່ນປາຍກະບອກປືນເລັ່ງແນໃສ່ທະຫານແລະກອງຫຼອນຂອງ

ຝ່າຍລາວແດງ ເພາະຕ່າງກໍຄິດວ່າພວກເຂົາກຳລັງຖືກປະປ່ອຍໃຫ້ເປັນໄປຕາມສະຕາກັມເພາະທາງພັກລັດຂອງເຂົາບໍ່ໄດ້ຕິດຕໍ່ຄົ້ນຄ້ວາຫາມາໄດ້

ຣະຍະນຶ່ງແລ້ວ. ພວກທີ່ສແດງເປັນຄູ່ຜົວເມັຍກັນຫລາຍຄູ່ນັ້ນກໍກັບກາຍມາເປັນຄູ່ຜົວເມັຍກັນຈິງໆແລະກໍອອກແມ່ແຜ່ລູກກັນຢູ່ໃນສູນກໍມີຢູ່

ຫລາຍຄົນ, ຜູ່ທີ່ສະແດງເປັນອ້າຍນ້ອງກັນບໍ່ວ່າຍິງຫຼືຊາຍຕ່າງກໍມາພົບຮັກຢູ່ໃນສູນແລະກໍເອົາຜົວເອົາເມັຍແລະຕັດສິນໃຈໄປສ້າງຊີວິດໃໝ່ຢູ່ປະ

ເທດທີສາມ ເພາະໃນປີ 1976-77 ນັ້ນມີສາມປະເທດທີ່ປະກາດເອົາອົພະຍົບລາວໄປປະເທດເຂົາເຊັ່ນ: ປະເທດຝຣັ່ງເສສ, ອັງກິດ ແລະປະ

ເທດສວິສແລັນ. ການໄປປະເທດທີ່ກ່າວມານັ້ນແມ່ນມີເງື່ອນໄຂຢ່າງດຽວກໍສາມາດເດີນທາງເຂົ້າໄປປະເທດເຂົາໄດ້ ຈະບໍ່ມີການຍື່ນຄຳຮ້ອງຫຼື

ຜ່ານການສຳພາດ ພຽງແຕ່ໄປຍື່ນຊື່ແລະຈຳນວນສັມະຊິກຄອບຄົວມື້ນີ້ ແລ້ວມື້ໜ້າກໍເດີນທາງອອກຈາກສູນເຂົ້າກຸງເທບໂລດ.   ໃນເວລາດັ່ງ

ກ່າວນັ້ນມີຫລາຍໆຄອບຄົວຕ້ອງປົບໜີອອກຈາກສູນໄປລີ້ຢູ່ກັບຍາດພີ່ນ້ອງຊາວໄທນອກສູນເພື່ອຫຼີກຫຼ່ຽງການຄວບຄຸມບັງຄັບໃຫ້ອອກໄປສູ່

ປະເທດທີສາມ ເພາະພາຍຫຼັງປະກາດຍັງບໍ່ມີຈຳນວນຄົນພໍປະມານທີ່ໄປສມັກໃຈອອກສູ່ປະເທດທີສາມ. ເຫດການແບບນີ້ບໍ່ໄດ້ເກີດຂຶ້ນພຽງແຕ່

ຢຸ່ສູນໜອງຄາຍ, ສູນລາວອົພະຍົບຢູ່ໃນປະເທດໄທທຸກສູນແມ່ນຖືກບົ່ງການໃຫ້ປະຕິບັດໝືອນກັນ.

ສອງປີຜ່ານໄປ ຕົກເຖິງປີ 1978 ໄດ້ມີຂ່າວທາງ ສປປ ລາວ ໄດ້ສົ່ງໜ່ວຍໃຕ້ດິນເຂົ້າມາອີກຈຳນວນນຶ່ງຊຶ່ງເປັນຕຳຣວດໂດຍກົງທີ່ຜ່ານການ

ໂອບຮົມແລະຝຶກການຕຳຣວດແລະນັກສືບມາໂດຍກົງແລະຊຸດນີ້ບໍ່ມີເພດຍິງປະປົນເຂົ້າມາແລະຫຼັກລອບເຂົ້າມາແບບຜິດກົດໝາຍຂອງຄົນເຂົ້າ

ເມືອງປະເທດໄທ. ພວກເຂົາຈະບໍ່ເຈົ້າແຈ້ງກັບເຈົ້າໜ້າທີ່ຂອງໄທແມ່ນພາກັນຍ່າງເຂົ້າສູນອົພະຍົບໂດຍຕຣົງໂລດຖ້າບໍ່ຖືກຈັບຕົວກ່ອນ, ເພາະ

ເຂົາໃຊ້ເງິນຈ້າງເຈົ້າໜ້າທີ່ໄທເພື່ອຄວາມສະດວກໃນການເຂົ້າອອກນອກໃນຂອງສູນອົພະຍົບ.     ໜ່ວຍໃຕ້ດິນຂອງລາວແດງຊຸດນີ້ເປັນຄົນ

ລາວແດງ ຄມນ ມາແຕ່ກຳເນີດເພາະລ້ວນແຕ່ມາຈາກເຂດປົດປ່ອຍເກົ່າກໍຄືຊຽງຂວາງ ຊຳເໜືອ ໂດຍກົງ ແລະພວກເຂົາສາມາດປາກເວົ້າອອກ

ເປັນສຳນຽງສຽງວຽງຈັນໄດ້ຢ່າງຄ່ອງແຄ້ວ ແລະຣູ້ຈັກພູມລຳເນົາໂຂງເຂດອ້ອມແອ້ມວຽງຈັນແລະໃນເທສບານນະຄອນຫຼວງເປັນຢ່າງດີ. ເຖິງ

ວ່າພວກເຂົາຈະຜ່ານການຫຼໍ່ຫຼອມມາປັນຢ່າງດີ ເມື່ອໄດ້ເຂົ້າມາຢູ່ຣ່ວມກັບມວນຊົນທີ່ໜາແໜ້ນອາສັຍຢູ່ບົນຜືນດິນທີ່ມີໜ້າກ້ວາງບໍ່ເທົ່າໃດພັນ

ຕາຣາງແມັດມົນທົນແລະກໍມີກຳແພງໜາມໝາກຈັບອັນໜາແໜ້ນພ້ອມກັບມີການຄວບຄຸມຢູ່ຍາມຕລອດ 24 ຊົ່ວໂມງ ແລະຢູ່ພາຍໃຕ້ກົດວິ

ນັຍອັນເຄັ່ງຄັດ ກໍຍ່ອມມີຈິດໃຈຂວ່າຍເຂ. ໜ່ວຍໃຕ້ດິນຊຸດ 2 ນີ້ສ່ວນຫຼາຍຈະບໍ່ນອນຢູ່ໃນສູນນານເຖິງອາທິດ  ຈະອອກໄປປະຕິບັດງານຢູ່

ນອກສູນແລະບາງເທື່ອນານເຖິງສາມສີ່ອາທິດຈຶ່ງກັບເຂົ້າມາພັກຜ່ອນໃນສູນແລະໂຄຊະນາຊວນເຊື່ອວ່າອອກໄປປະຕິບັດງານຢູ່ລາວມາ. ຄວາມ

ບໍ່ມີໃນໂລກຢູ່ມາບໍ່ນານເທົາໃດຄວາມລັບກໍແຕກ ເມື່ອພວກເຂົາເຈິສັມະຊິກໜ່ວຍໃຕ້ດິນຊຸດທຳອິດຢ່າງບັງເອີນແລະກໍຣູ້ຈັກກັນອີກ ແລ້ວຕ່າງ

ຄົນຕ່າງເມີນເສີຍໃສ່ກັນແບບວ່າບໍ່ຣູ້ຈັກກັນ, ສ່ວນຫລາຍພວກເຂົາຈະພົບກັນໂດຍບັງເອີນຢູ່ທີ່ເດີ່ນເຕະບານ ເດີ່ນບານສົ່ງ ແລະເດີ່ນກະຕໍ້.

ຍັງມີຕໍ່



__________________
Anonymous

Date:
Permalink   
 

(9)

ຄວາມແຕກຕ່າງແຜນການນັກສືບສອດແນມຂອງລາວແດງທີ່ສົ່ງມາປະຕິບັດງານຢູ່ໄທໂດຍສະພາະຂອງຊຸດທຳອິດແລະຊຸດທີສອງມີດັ່ງນີ້: ຊຸດທຳອິດ

ໃຊ້ອຸບາຍເປັນອົພະຍົບເພື່ອແຊກຊຶມເຂົ້າໄປເຖິງຈຸດໃນໃຈກາງຂອງສູນອົພະຍົບ ເພາະທາງການ ສປປ ລາວ ເຊື່ອວ່າຂະບວນການຫຼືກອງບັນຊາການ

ຂອງທະຫານກູ້ຊາດນັ້ນຕັ້ງຢູ່ໃນສູນອົພະຍົບນັ້ນ, ດັ່ງນັ້ນພວກເຂົາມາເຖິງຝັ່ງໄທແມ່ນເຂົ້າແຈ້ງຕົວຕໍ່ເຈົ້າໜ້າທີ່ໄທເພື່ອໃຫ້ເປັນໄປຕາມກົດຣະບຽບຫຼື

ກົດໝາຍວ່າດ້ວຍຶົພະຍົບຂອງຣັຖະບານໄທແລະສະຫະປະຊາຊາດໄດ້ວາງອອກ.   ສ່ວນຊຸດທີສອງເຂົາເຂົ້າມາແມ່ນພະຍພຍາມຫຼີກເວັ້ນການຈັບກຸມ

ຂອງເຈົ້າໜ້າທີ່ໄທ ຈະບໍ່ມີການເຂົ້າສເນີຕົວເພື່ອຈະໄດ້ ຕໍມໍ ເຂົ້າສັງກັດເປັນອົພະຍົບຢູ່ໃນສູແບບອົພະຍົບທົ່ວໆໄປ. ເຫັນເງິນໜ້າດຳເຫັນຄຳໜ້າເສົ້າ

ບໍ່່າເຈົ້າໜ້າທີ່ໄທ  ເຈົ້າໜ້າທີ່ລາວຢູ່ໃນສູນອົພະຍົບແມ່ນຖືກພວກຊຸດສອງນີ້ຊື້ຈ້າງໄດ້ໝົດເພື່ອຄວາມສດວກໃນການດຳຣົງກິຈະການຂອງພວກເຂົາ

ແລະພວກເຂົາຈະພາກັນຫຼີ້ນລະຄອນຕົບຕາຄົນທັງຫຼາຍໂດຍອ້າງອິງວ່າພໍ່ແມ່ຍາດພີ່ນ້ອງຢູ່ຕ່າງປະເທດສົ່ງເງິນມາໃຫ້ທຸກໆເດືອນ, ບາງເທື່ອພວກເຂົາ

ກໍຊື້ອາຫານການກິນມາຊຸມແຊວກັບຄົນຢູ່ໃນສູນອ້າງວ່າໄດ້ມັງດາຫຼືເຊັກມາແຕ່ຕ່າງປະເທດ ເພື່ອສ້າງຮັກສ້າງແພງກັບຄົນຢູ່ໃນສູນເອົາໄວ້.   ທີ່ຈິງ

ແລ້ວພວກເຂົາບໍ່ມີຍາດພີ່ນ້ອງສົ່ງເງິນມາໃຫ້ເົາດັ່ງທີ່ພວກເຂົາອ້າງອິງນັ້ນດອກເງິນນັ້ນແມ່ນທາງກະຊວງພາຍໃນຫຼືຣັຖະບານລາວແດງຍື່ນສົ່ງໃຫ້ເຂົາ.

ພວກຢູໃນສູນແມ່ນພາກັນປຸກຕູບຢູ່ນຳກັນຕູບລະສາມສີ່ຄົນ ເພາະນັບແຕ່ປີ 77 ຂຶ້ນມາຈຳນວນອົພະຍົບລົ້ນອາຄານທາງການໄທແລະເຈົ້າໜ້າທີ່ສູນ

ຈຶ່ງໄດ້ອະນຸຍາດໃຫ້ຄົນປຸກຕູບຢູ່ດ້ວຍທືນຂອງໃຜລາວ. ພວກນັກສືບລາວແດງຊຸດສອງນີ້ບໍ່ມີຈຳນວນຫຼາຍເໝືອນຊຸດທຳອິດ ຕາມທີ່ຊາບມີຢູ່ປະບໍ່

ເຖິງຊາວ ແລະພວກເຂົາຈະສັບປ່ຽນກັນເຂົ້າມາເກືອບທຸກສາມເດືອນ ເພາະເຈົ້ານາຍລາວແດງຂອງພວກເຂົາອາດຮຽນບົດຮຽນຈາກພວກຊຸດທຳອິດ

ທີ່ພາກັນຫາຍໂຕສາບສູນໄປແບບບໍ່ມີຮ່ອງຮອຍບໍ່ວ່າຕາຍຫຼືຍັງມີຊີວິດຢູ່. ພວກເຂົາສາມາດເຂົ້າໄປເຖິງແຄັ້ມທະຫານກູ້ຊາດຢູ່ຕາມທ້ອງຖິ່ນຕ່າງໆ

ເພື່ອຕີໂຕເຂົ້າເປັນຮັກເປັນແພງກັບພວກທະຫານ ດ້ວຍການຊື້ອາຫານແລະເຫຼົ້າຢາປາແປ້ງໄປຕ້ອນຊຸມແຊວກັນກັບທະຫາໝົດຄ້າຍ, ແລະກໍບອກ

ວ່າໄດ້ເງິນມາຈາກການເປັນນັກບິນເອົາຄົນຂ້າມຟາກມາແຕ່ລາວຈົນບໍ່ມີທະຫານຫຼືຜູ່ບັງຄັບບັນຊາຄົນໃດວ່າຈະບໍ່ເຊື່ອພວກເຂົາເພາະພວກເຂົາໄດ້

ຖືກຫຼໍ່ຫຼອມມາເປັນພິເສດຢ່າງດີທີ່ຣູ້ເສັ້ນທາງເຂົ້າອອກຈາກຝັ່ງໄທໄປຝັ່ງທຸກຈອກທຸກແຈແຕ່ເກົ້າລ້ຽວ-ສິຊຽງໃໝ່ລົງໄປເຖິງປາກຊັນ-ບຶງການໃນ

ການໄປບິນເອົາຄົນລາວໜີເຂົ້າມາປະເທດໄທ. ການແຝງໂຕຂອງພວກເຂົາເຂົ້າກັບທະຫານກູ້ຊາດຂອງລາວຝຽງຈັນຢູ່ປະເທດໄທແມ່ນໄດ້ຜົນເກີນ

ຄາດ   ຈົນວ່າພວກເຂົາສາມາດອອກເດີນທາງເຂົ້າໄປໃນປະເທດລາວພ້ອມພວກກູ້ຊາດແລະອ້າງວ່າໄປນຳເອົາຄົນເພາະມີຄົນຈ້າງພວກເຂົາໄປແລະ

ເມື່ອຂ້າມໄປເຖິງຝັ່ງລາວພວກເຂົາກໍແຍກທາງກັບທະຫານກູ້ຊາດແລ້ວບອກວ່າເດີນທາງເຂົ້າວຽງຈັນເດີນທາງເຂົ້າໄປບ້ານນັ້ນເມືອງນີ້ວ່າໄປນຳເອົາ

ຕາມຈຸດທີ່ເຂົ່ຮັບຄ່າຈ້າງມາ, ຈະບໍ່ໃຫ້ພວກທະຫານກູ້ຊາດເຊື່ອບໍ່ໄດ້ແນວໃດອັນວ່າອອກໄປຄັ້ງໃດກັບມາພ້ອມເງິນສອງສາມໝື່ນບາດຕິດໂຕມາ

ນຳທຸກເທື່ອ.

ສະຖານະການພາຍໃນສູນທີ່ໜອງຄາຍແລະສູນຕ່າງໆ ເຈົ້າໜ້າທີ່ໄທໄດ້ມີຄຳສັ່ງໃຫ້ໄລ່ຈັບເອົາອົພະຍົບສົ່ງອອກໄປປະເທດທີສາມດັ່ງທີ່ໄດ້ກ່າວມາ

ໃນຕອນທີແລ້ວແລະເປັນເວລາສອງປີເຕັມ, ຄອບຄົວຜູ່ທີ່ຖືກຄວບຄຸມຄົວທີ່ມີສັມະຊິກຄອບຄົວຄົບຖ້ວນແມ່ນປະຕິເສດບໍ່ໄດ້ ເຈົາໜ້າທີ່ໄລ່ຕ້ອນ

ຂຶ້ນຣົຖບັສໂລດ ຖ້າວ່າຄອບຄົບໃດຂາດຄົນຫຼືສັມະຊິກຄອບຄົວຄົນໃດຄົນນຶ່ງກໍຈະຖືກໂຍະຍານໃຫ້ ດັ່ງນັ້ນສ່ວນຫລາຍແມ່ນຫົວໜ້າຄອບຄົວຈຶ່ງ

ເອົາຕົວຫຼົບອອກນອກສູນໄປລີ້ຊ່ອນຢູ່ນອກສູນ  ພວກທີ່ບໍ່ມີຍາດພີ່ນ້ອງແມ່ນໄດ້ໄປເຂົ້າຮ່ວມເປັນທະຫານກູ້ຊາດເພື່ອຢູ່ຊຳຊາໃຫ້ສະຖານະການ

ຜ່ອນຄາຍລົງຈຶ່ງຄ່ອຍກັບເຂົ້າມາສູນ, ແຕ່ສ່ວນຫຼາຍພວກທີ່ເຂົ້າຮ່ວມເປັນກ້ຊາດນັ້ນທາງການກອງອຳນວຍການສູນລາວຈະອອກໜັງສືໂຍະຍານ

ໃຫ້ແລະສາມາດເຂົ້າອອກສູນທຸກວັນເວລາໄດ້ດ້ວຍຄວາມສະດວກ. ດ້ວຍກໍຣະນີໄລ່ຈັບເອົາຄົນໄປປະເທດທີສາມນີ້ເປັນເຫດໃຫ້ຊາຍໜຸ່ມທີ່ບໍ່ມີ

ຄອບຄົວແຕກຕື່ນພາກັນປົບອອກນອກສູນແລ້ວໄປສົມທົບເຂົ້າເປັນກອງກຳລັງກູ້ຊາດຢ່າງອັຕະໂນມັດ ແລະຈຳນວນພົນຂອງທະຫານກູ້ຊາດໄດ້

ເຜີ້ມໂຕເລຂຂຶ້ນເປັນເທົ່າຕົວຈາກຈຳນວນເດີມປະມານສາມພັນຂຶ້ນມາເປັນຫົກພັນກ່ວາຄົນ, ເຫດການນີ້ໄດຢຸດຕິລົງໃນປິ 1977 ສອງປີເຕັມ

ແລະເປັນເຫດການກີດຂຶ້ນກັບໜ່ວຍສອດແນມໃຕ້ດິນຊຸດທຳອິດ ແລະແລ້ວກໍມີຫລາຍຄົນຖືກສົ່ງໄປປະເທດທີສາມໃນເວລານັ້ນ. ພໍເຖິງທ້າຍປີ

1977  ພວກທີ່ຖືກຈັວສົ່ງໄປປະເທດທີສາມໄດ້ສົ່ງຮູບພາບຊີວິດການຢູ່ກິນແລະເງິນມາໃຫ້ຍາດພີ່ນ້ອງແລະໝູ່ເພື່ອນຢູ່ຕາມສູນອົພະຍົບຕ່າງໆ

ຈຶ່ງພາກັນແຕກຕື່ນກັນຂຶ້ນເປັນຄັ້ງທີສອງ ແຕ່ຄັ້ງນີ້ແມ່ນຍາດກັນໄປຈົດຊື່ຫຼືອາສາສມັກອອກໄປສ້າງຊີວິດໃໝ່ຢູ່ປະເທດທີສາມຈົນເກີດມີການຊື້

ຈ້າງກັນຂຶ້ນຖົມເຖໄປ ແລະເຣື່ອງມັນກໍຮ້ອນໄປເຖິງເຈົ້າໜ້າທີອົງການອົພະຍົບສາກົນຈຶ່ງໄດ້ລົງມາທຳຄວາມເຂົ້າໃຈກັບອົພະຍົບໃຫ້ພາກັນປະຕິ

ບັດຕາມກົດຣະບຽບກໍຄື ຢາກໄປປະເທດໃດຕ້ອງໄປປະກອບຄຳຮ້ອງເຂົ້າໄປປະເທດນັ້ນ ແລະຈະມີການຜ່ານການສຳພາດຜ່ານການກວດພຍາດ

ແລະກົດອື່ນໆອີກ.

ຕົກມາຕົ້ນປີ 1978 ກໍເຣີ່ມມີປະທດທີສາມເຜີ້ມຂຶ້ນມາເປັນຣະດັບທີ່ເປີດການຕ້ອນຮັບຊາວອົພະຍົບ ຈາກສາມປະເທດທຳອິດ ກໍມີອາເມຣິກາ

ການາດາ ເຢັຍຣະມັນຕາເວັນຕົກ ຍີ່ປຸ່ນ ແລະ ປະເທດ ນິວຊີແລັນ. ພວກໜ່ວຍສືບສວນໃຕ້ດິນຊຸດທຳອິດທີ່ຢູ່ມນສູນອົພະຍົບໜອງຄາຍນັ້ນໄດ້

ພາກັນອອກໄປສ້າງຊີວິດໃໝ່ຢູ່ປະເທກທີສາມຈົນກ້ຽງ ສ່ວນພວກທີ່ຍັງຢູ່ກັບຄ້າຍທະຫານກູ້ຊາດທີ່ອອກປະຕິບັດງານຢູ່ນັ້ນຕ່າງກໍພາກັນຂໍລາອອກ

ຈາກທະຫານແລ້ວມາຢູ່ໃນສູນເພື່ອຫວັງລໍຖ້າໄປປະເທດທີສາມ ເພາະໄດ້ຮັບຂ່າວຈາກເພື່ອນຮ່ວມພາຣະກິດເກົ່າທີ່ສົ່ງມາໃຫ້ຊາບຈຶ່ງເກີດຄວາມ

ສົນໃຈຢາກໄປຢູ່ປະເທດທີ່ຈະເຣີນຫູຈະເຣີນຕາແລະອຸດົມສົມບູນຕໍ່ການຄອງຊີບຫຼືຊີວິດການຢູ່ກິນ. ຫລາຍຄົນກໍພົບຮັກຢູ່ໃນສູນກໍແຕ່ງງານກັນ

ເໝືອນດັ່ງທຸກຄົນທົ່ວໆໄປ ແລ້ວກໍບໍ່ນານເກີນລໍພວກເຂົາກໍໄດ້ເດີນເຂົາສູ່ປະເທດທີສາມ.

 

ຍັງມີຕໍ່



__________________
Anonymous

Date:
Permalink   
 

ບໍ່ຮູ້ຍຸດທະສາດໄໝ່ໆທີ່ນຳໃສ່ຢູ່ປະເທດທີ່ສາມບໍ?ເພື່ອຈະໄດ້ຫາທາງປ້ອງກັນບໍ່ໃຫ້ນັກສືບ

ລາວແດງມາບີບຫຳຮອດພີ້ອີກເພື່ອຫຼີກເວັ້ນປະຫວັດສາດຊໍ້າຮອຍ.



__________________
Anonymous

Date:
Permalink   
 

(10)

ນາຍພົນສັງລາອອກຈາກເປັນຜູ່ບັງຄັບບັນຊາສູງສຸດຂອງກອງກຳລັງກູ້ຊາດໃນທ້າຍປີ 1976 ເພື່ອເຂົ້າມາເປັນຫົວໜ້າສູນຝ່າຍລາວເຕັມເວລາ

ແລະໄດ້ມອບໜ້າທີ່ຜູ່ບັງຄັບບັນຊາສູງສຸດກູ້ຊາດໃຫ້ທ່ານພັນເອກພອນເພັດເປັນຜູ່ບັນຊາການຄົນໃໝ່ແທນ, ເພາະນາຍພົນສັງໄດ້ຫຼິ່ງເຫັນເສັ້ນ

ທາງທີ່ຈະໄດ້ຮັບຜົນປະໂຫຍດຈາກຊາວອົພະຍົບຫລາຍກ່ວາ.  ເຣີ່ມແຕ່ເດືອນສິບຂອງປີ 76 ນັ້້ນ ອົພະຍົບຊາວຈີນ ຫວຽດນາມ ແລະ ແຂກ

ອິນເດັຍທີ່ມາຈາກປະເທດລາວຕ່າງກໍພາກັນຈົກເງິນຈ້າງເພື່ອໄດ້ມີຊື່ອອກເດີນທາງໄປຕ່າງປະເທດ  ນາຍພົນສັງຈຶ່ງຕີຫົວເຂົ້າກັບເຈົ້າໜ້າທີ່ໄທ

ໃນການຮັບສິນບົນຈາກອົພະຍົບຊາວຕ່າງດ້າວຂອງລາວທີ່ກ່າວມາຂ້າງເທິງນັ້ນ. ສ່ວນອົພະຍົບຊາວລາວແມ່ນຍັງລໍຄວາມຫວັງເພ່ື່ອຈະໄດ້ກັບ

ຄືນສູ່ປະເທດລາວ ເພາະເຊື່ອຕໍ່ການປະກາດອ້າງອິງຂອງນາຍທະຫານບາງທ່ານທີ່ປະກາດປ່າວຂ່າວອອກມາວ່າຈະໄດ້ກັບປະເທດລາວໃນບໍ່ຊ້າ

ບໍ່ນານນີ້ ຊຶ່ງອົພະຍົບຊາວລາວທີ່ມາແຕ່ປີ 75 ຫາ 76 ນັ້ນຍັງພາກັນລໍຄອຍກັບບ້ານກັນຢູ່ ຈົນຖືກໄລ່ລ້າຈັບສົ່ງໄປປະເທດທີສາມດັ່ງທີ່ກ່າວ

ມາກ່ອນໜ້ານີ້.

ພາຍຫຼັງນັກສືບໃຕ້ດິນຊຸດສອງຂອງລາວແດງເຂົ້າມາເຄື່ອນໄຫວ ແລະນາຍພົນສັງໄດ້ລາອອກຈາກເປັນຜູ່ບັນຊາການສູງສຸດຂອງກອງກຳລັງກູ້

ຊາດແລ້ວ ໜ່ວຍກູ້ຊາດເກືອຍວ່າທຸກໝວດທຸກຂະບວນການທີ່ອອກໄປປະຕິບັດງານຢູ່ປະເທດລາວໄດ້ຖືກທະຫານລາວແດງແລະແກວແດງ

ດັກສະກັດຈູ່ໂຈມໃນເວບາຍົກກຳລັງທະຫານຂຶ້ນບົກຈາກແມ່ນ້ຳຂອງຈົນບໍ່ສາມາດຂຶ້ນຝັ່ງໄດ້ ຍ້ອນມີໜອນບອນໄສ້. ເຈົ້າໜ້າທີ່ທະຫານຮັກ

ສາຊາຍແດນຂອງລາວແດງຮູ້ຈັກທຸກການເຄື່ອນໄຫວຫຼືການເດີນເກມຂອງຝ່າຍລາວກູ້ຊາດເປັນຢ່າງດີຈາກການສົ່ງຂ່າວຂອງໜ່ວຍໃຕ້ດິນຊຸດ

ສອງຂອງເຂົາ ກ່ວາຝ່າຍກູ້ຊາດຈະສົງສັຍວ່າມີໜອນບອນໄສ້ຫຼືໄສ້ເສິກປະປົນຢູ່ກັບພວກຕົນເອງກໍສວາຍໄປເສັຍແລ້ວເພາະໄດ້ສູນເສັຍນັກຮົບ

ແລະອາວຸດສົງຄາມໄປຢ່າງມາກມາຍ.

ຕົກມາທ່າຍປີ 77 ອົພະຍົບລາວໄດ້ຫຼົບໜີເຂົ້າປະເທດໄທແມ່ທະວີຄູນຈຳນວນຂຶ້ນຢ່າງໜ້າຕົກໃຈເພາະຣັຖະບານ ສປປລາວ ປ່ຽນແຜນການ

ບໍຣິຫານປະເທດແບບຜະເດັດການ ຕັດສິດທິຂອງປະຊາຊົນໃນການເປັນເຈົ້າຂອງໄຮ່ນາຮົ້ວສວນແລະສັດລ້ຽງນັບແຕ່ໄກ່ຫຼືນົກກາງແກໂຕນຶ່ງ

ຂຶໄປຮອດງົວຄວາຍຊ້າງມ້າຫຼືສັດລ້ຽງທຸກຊະນິດໃຫ້ນຳເຂົາມາເປັນຂອງສ່ວນຮວມຫຼືທີ່ຊາວລາວເອີ້ນກັນວ່າຂອງຮວມໝູ່.  ເມື່ອຣັຖະບານ

ໄດ້ອອກປະກາດມາແລ້ວບໍ່ວ່າຫ້າງຮ້ານຄ້າບໍຣິສັດຕ່າງໆຣັດກໍໄປຍຶດເອົາຈົນກ້ຽງແລະສັ່ງການໃຫ້ຊາວໄຮ່ຊາວນາເຂົ້າມາແຈ້ງວ່າມີນາຈັກໄຮ່

(ໄຮ່ນາ) ສັດລ້າຽງແຕ່ລະຊະນິດມີຈັກໂຕ ແລະສັ່ງການຫ້າມຂາຍຫຼືຂ້າສັດກິນກ່ອນຈະໄດ້ຮັບອະນຸຍາດ. ພວກເຂົາໃຊ້ຜະເດັດການກັບຊາວ

ໄຮ່ນາປະຊາຊົນແລະເຈົ້າຂອງຫ້າງຮ້ານແລະບໍຣິສັດຕ່າງໆຂອງຊາວຕ່າງດ້າວຢູ່ໃນລາວເພື່ອບີບບັງຄັບໃຫ້ໜີອອກຈາກປະເທດທາງອ້ອມຂອງ

ຜວກເຂົາ ເພື່ອເຂົາຈະນຳເອົາປະຊາຊົນຢູ່ເຂດປົດປ່ອຍເກົ່າເຂົ້າມາແທນທີ່.   ແຜນການຂອງເຂົາແທ່ນໄດ້ຜົນເກີນຄາດໝາຍ ປະຊາຊົນຊາວ

ແລະຄົນຕ່າງດ້າວຢູ່ໃນລາວຕ່າງກໍພາກັນສ່ຽງຊີວິດພາຄອບຄົວຫຼົບໜີເຂົ້າສູ່ປະເທດໄທ ແລະພວກຣັຖະບານລາວແດງກໍນຳເອົາປະຊາຊົນຂອງ

ພວກເຂົາມາແຕ່ຊຳເໜືອ ຊຽງຂວາງ ແລະເຂດອື່ນໆທີ່ເປັນຄົນຂອງພວກເຂົາເຂົ້າມາແທນທີ່ຕາມແຜນຂອງພວກເຂົາໄດ້ວາງໄວ້.   ດັ່ງນັ້ນ

ມວນຊົນອົພະຍົບຈຶ່ງລົ້ນສູນ ທາງເຈົ້າໜ້າທີ່ອົງການຂ້າຫຼວງໃຫຍ່ສະຫະປະຊາຊາດວ່າດ້ວຍຊາວອົພະຍົບຈຶ່ງເລັ່ງໃຫ້ສົ່ງຄົນໄປປະເທດທີສາມ

ຢ່າງດ່ວນ ແຕ່, ຫົວໜ້າສູນແລະເຈົ້າໜ້າທີ່ປົກຄອງສູນຝ່າຍລາວໄດ້ສິດສອນການໂກງຫຼືຄໍຣັປຊັນໃຫ້ເຈົ້າໜ້າທີ່ຝ່າຍໄທຈົນໃນທີ່ສຸດເກີດມີ

ການຮ່ວມກັນໂກງອົພະຍົບລາວຮອດຂັ້ນຜູ່ວ່າຈັງຫວັດໜອງຄາຍເຂົ້າຮ່ວມໃນຂະບວນການນີ້. ນາຍພົນສັງໄດ້ສົ່ງຄອບຄົວບິນເຂົ້າປະເທດ

ຝຣັ່ງເສສແຕ່ປີ 76 ພຸ້ນ ແທນທີ່ຢູ້ທີ່ຢູ່ປະເທດທີສາມຈະເປັນຝ່າຍທີ່ສົ່ງເງິນມາຊ່ວຍເຫຼືອຄອບຄົວຫຼືຍາດພີ່ນ້ອງຢູ່ໃນສູນອົພະຍົບ ແຕ່ກົງກັນ

ຂ້າມກັບນາຍພົນສັງຜູ່ທີ່ຢູ່ສູນອົພະຍົບເປັນຜູ່ສົ່ງເງິນໄປໃຫ້ຄອບຄົວລູກເມັຍຢູ່ຝຣັ່ງເດືອນນຶ່ງບໍ່ຕຳ່ກ່ວາສິບພັນໂດລາສະຫະຣັຖ (ຂໍໂຈະເຣື່ອງ

ການຄໍຣັປຊັນແະນາຍພົນສັງຢູ່ໃນສູນໄວ້ກ່ອນ ).

ຄວາມຮູ້ບຸນຄຸນຂອງມະນຸດແມ່ນເປັນສິ່ງທີ່ສວຍງາມທີ່ສຸດຂອງສັງຄົມມະນຸດ, ຂໍກ່າວເຖິງມີນາຍທະຫານຊັ້ນພັນເອກທ່ານນຶ່ງທີ່ຊ່ວຍເຈຣະຈາ

ນຳເອົາຊາຍຄົນນຶ່ງທີ່ຖືກຂັງໃນການຍັດຂໍ້ຫາຄ້າສິ່ງຂອງທີ່ຜິດກົດໝາຍອອກມາໄດ້ຈາກນາຍຮ້ອຍຕຳຣວດເອກໄທຄົນນຶ່ງທີ່ຫວັງຈະງາບເມັຍ

ເຂົາ ແລະສອງຜົວເມັຍນີ້ເປັນພຽງຜົວເມັຍໃນນາມການສະແດງຂອງສັມະຊິກນັກສືບໜ່ວຍໃຕ້ດິນຊຸດທະອິດຂອງລາວແດງ. ທ່ານພັນເອກ

ຜູ່ນັ້ນກໍແມ່ນທ່ານພັນເອກພອນເພັດທີ່ຖືກເລື່ອນໜ້າທີ່ການຈາກຜູ່ຮອງບັນຊາການຂຶ້ນມາເປັນຜູ້ບັນຊາການສູງສຸດກອງກຳລັງກູ້ຊາດ. ສອງ

ຜົວເມັຍນີ້ເປັນຜົວເມັນກັນຈິງແລະກຳລັງລໍອອກເດີນທາງໄປປະເທດສວິສແລັນແລະບັງເອີນໄດ້ພົບພໍ້ກັບທ່ານພັນເອກຜູ່ທີ່ຊ່ວຍປົດປ່ອຍພວກ

ເຂົາໃຫ້ພົ້ນເຫດການຮ້າຍທີ່ຮັບບໍ່ໄດ້ຈາກນ້ຳມືແສນສົກະປົກຂອງຜູ້ພິທັກຮັກສາກົດໝາຍຂອງນາຍຕຳຣວດໄທ ຜູ່ກ່ຽວຈຶ່ງໄດ້ຣາຍງານຫຼືບອກ

ເລົ່າໃຫ້ທ່ານພັນເອກທະຫານນັ້ນວ່າກຳລັງມີສິ່ງໃດເກີດຂຶ້ນ.

ຈັງມີຕໍ່



__________________
Anonymous

Date:
Permalink   
 

(11)

ການພົບປະຣະຫວ່າງທ່ານພັນເອກພອນເພັດຜູ່ບັງຄັບສູງສຸດກອງກຳລັງກູ້ຊາດຄົນໃໝ່ແລະຄູ່ຜົວເມັຍອະດີດສັມະຊິກໜ່ວຍສືບສວນໃຕ້ດິນຂອງ

ລາວແດງກບໍ່ມີຫຍັງນອກຈາກຖາມສຸຂທຸກກັນຕາມສບັບແບບຂອງຄົນທີ່ນັບຸືແລະຮັກແພງກັນກໍຖາມຂ່າວຄາວການດຳຣົງຊີວິດພ້ອມດ້ວຍພາ

ລະກິດການງານຫລືກາໃຊ້ຊີວິດອງແຕ່ລະຝ່າຍ, ນອກຈາກນີ້ແລ້ວຝ່າຍສອງຜົວເມັຍພຽງແຕ່ເຕືອນທ່ານພັນເອກນັ້ນໃຫ້ຈັບຕາຄົນຈຳພວກທີ່ບໍ່

ແມ່ນຄົນທີ່ຢູ່ພາຍໃຕ້ບັງຄັບບັນຊາຫຼືເປັນທະຫານກູ້ຊາດຂອງເພິ່ນ. ທ່ານພັນເອກພອນເພັດຈຶ່ງຖາມກັບຄືນໄປຍັງສອງຜົວເມັຍນັ້ນວ່າໄດ້ຂ່າວ

ແລະຮັບຮູ້ສິ່ງໃດມາ,   ແຕ່ສອງຜົວເມັຍນັ້ນຍັງບໍ່ທັນຢາກເປີດເຜີຍຕົວຕົນອັນແທ້ຈິງຂອງເຂົາໃຫ້ຊາບເທື່ອເພາະຍັງຫວັ່ນວິຕົກຕໍ່ຄວາມປອດ

ພັຍຈຶ່ງໄດ້ຊວນຄຸຍໄປເຣື່ອງໃໝ່ ແລະ ກໍບອກອຳລາກັບນາຍທະຫາທ່ານນັ້ນວ່າຈະໄດ້ເດີນທາງອອກໄປປະເທດທີສາມໃນສອງວັນຂ້າງໜ້ານີ້,

ສອງຜົວເມັຍຈຶ່ງຂໍຊື່ແລະທີ່ຢູ່ຂອງນາຍທະຫານທ່ານນັ້ນໄວ້ກ່ອນຈະແຍກຍ້າຍກັນໄປ.

ສອງເດືອນຕໍ່ມາ ພັນເອກພອນເພັດໄດ້ຮັບຈົດໝາຍຂອງສອງຜົວເມັຍທີ່ກ່າວມານັ້ນຈາກປະເທດສວິສແລັນ ແລະໃນຊອງຈົດໝາຍນັ້ນມີຮູບ

ພາບຂອງຊາຍສະກັນຫົກຄົນແລະມີຈົດໝາຍບັລະຍາຍເຣື່ອງຂອງຄົນໃນພາບນັ້ນ ແລະ ທັງສອງຜົວເມັຍກໍໄດ້ເປີດຕົນຕົວແລະເລົ່າຄວາມຈິງ

ໃຫ້ນາຍທະຫານທ່ານນັ້ນຟັງທຸກຢ່າງພ້ອມທັງມ້ວນທ້າຍດ້ວຍຄຳຂໍໂທດທີ່ໄດ້ປົກປິດຄວາມຈິງຕລອດມາ. ຂໍ້ຄວາມໃນຈົດໝາຍທີ່ສຳຄັນທີ່

ສຸດແມ່ນບອກໃຫ້ຈັບຕາການເຄື່ອນໄຫວຂອງຄົນຫົກຄົນໃນພາບນັ້ນເພາະຄົນໃນພາບນັ້ນລ້ວນແລ້ວແຕ່ເປັນນັກສືບໃຕ້ດິນທີ່ທາງການລາວ

ສົ່ງເຂົ້າມາສືບການເຄື່ອນໄຫວຂອງກອງກຳລັງກູ້ຊາດໂດຍກົງ ແລະ  ພາບເຫຼົ່ານັ້ນໄດ້ລັກລອບຖ່າຍຈາກກ້ອງຖ່າຍຮູບທີ່ທາງການລາວມອບ

ໃຫ້ສະເພາະສອງຜົວເມັຍນີ້ກ່ອນເດີນທາງຫຼືສົ່ງອອກມາປະຕິບັດງານ ແລະ ສອງຜົວເມັຍນີ້ໄດ້ສຳເຣັດຜ່ານການຝືກວິຊານີ້ໂດຍຕຣົງ.  ເມື່ອ

ນາຍທະຫານທ່ານນັ້ນໄດ້ອ່ານຈົດໝາຍແລະສັງເກດເບິ່ງໜ້າຕາຂອງຄົນຫົກຄົນໃນຮູບນັ້ນແລ້ວກໍປະກົດວ່າເຄີຍເຫັນສອງຄົນທີ່ເຄີຍເຂົ້າໄປ

ໃນແຄັ້ມບຶງການເລື້ອຍໆແລະສເນີໂຕເຂົາເອງວ່າເປັນນັກບິນຮັບຈ້າງເອົາຄົນຂ້າຟາກຈາກລາວມາປະເທດໄທ,  ແຕ່ບໍ່ເຫັນຜິດສັງເກດຫຍັງ

ເລີຍໃນຕອນພວກເຂົາເຂົ້າມາຄ້າຍແລະກໍຄິດວ່າເປັນນັກຮັບຈ້າງອົາຄົນຂ້າມຟາກຈິງໆຈຶ່ງບໍ່ໄດ້ສັງເກດ.     ຫຼັງຈາກໄດ້ຂ່າວມາແຕ່ປະເທດ

ສວິສແລັນແລ້ວ ໃນນາມຜູ່ບັງຄັບບັນຊາສູງສຸດຈຶ່ງໄດ້ສັ່ງການໃຫ້ຫົວໜ້າແຄັ້ມທີ່ຜູ່ກ່ຽວຮັບຜິຊອບເຂົາມາປະຊຸມກັນທີ່ກອງບັນຊາການສູງ

ສຸດແລະໄດ້ຍົກເອົາບັນຫານີ້ຂຶ້ນມາຄົ້ນຄ້ວາສືບສວນກັນ ແລະກໍພົບເຫັນເປັນເອກະສັນກັນວ່າ ນັກບິນຮັບຈ້າງເອົາຄົນຂ້າມຟາກນັ້ນເປັນຄົນ

ທີ່ຢູ່ໃນຮູບນັ້ນສອງຄົນ. ຫົວໜ້າໜວດທີ່ອອກປະຕິບັດງານຢູ່ລາວຈຶ່ງລາຍງານສູ່ກອງປະຊຸມວ່າ ເວລາໃດຫາກມີຊາຍທີ່ອ້າງອິງວ່າໄປຮັບຄົນ

ຢູ່ລາວຮ່ວມເດີທາງເຂົ້າໄປລາວນຳ ຈະບໍ່ເກີດມີການດັກສະກັດຢູ່ແຄມຂອງກ່ອນເຄື່ອນທະຫານຂຶ້ນບົກ ແລະເມື່ອເຖິງເມືອງລາວແລ້ວພວກ

ເຂົາກໍຈະໄປພໍເຂົາ ກ່ວາຈະພົບພໍ້ພວກເຂົາສອງຄົນນັ້ນກໍເປັນສີ່ຫ້າວັນຕໍ່ມາທີ່ພວກເຂົາຫອບເອົາອາຫານການກິນມາຊຸມກັນຢູ່ຄ້າຍຕ່າງກໍພາ

ກັນເຂົ້າໃຈວ່າພວກເຂົາໄປໄດ້ເງິນຄ່າຈ້າງມາຫຼາຍໝື່ນບາດເທົ່ານັ້ນ. ຫຼາຍເທື່ອທີ່ພວກເຂົາບໍ່ໄປນຳ ພໍແຕ່ເຮືອທຽບຝັ່ງກໍຖືກດັກສະກັດທັນ

ທີຈົນເກືອບເອົາຊີວິດບໍ່ລອດເພາະບໍ່ທັນຕັ້ງຫຼັກໄດ້ ແລະ ອີກປະການນຶ່ງໜ່ວຍສືບຫຼືທຳງານໃຫ້ຝ່າຍກູ້ຊາດຢູ່ຝັ່ງລາວກໍແຈ້ງບອກມາວ່າທຸກ

ຢ່າງຕາມເສັ້ນທາງແມ່ນປອດໄສບໍ່ມີໜ່ວຍລາຕະເວນຂອງຝ່າຍສັຕຣູ. ຢູ່ຕໍ່ມາບໍ່ພໍເທົ່າໃດອາທິດ ສອງຄົນທີ່ອ້າງວ່າເປັນນັກບິນຮັບຈ້າງເອົາ

ຄົນໜີຂ້າມຟາກກໍເຂົ້າມາຖືກແຮ້ວເອງ ພວກເຂົາຫອບເຄື່ອງຢູ່ຂອງກິນເຂົ້າມາຊຸມກັນຢູ່ທີ່ແຄັ້ມເດີມນັ້ນ ພໍແຕ່ຊູມແຊວກັນໄປບໍ່ພໍເທົ່າໃດ

ນາທີກໍຖືກທະຫານກູ້ຊາດເອົາປືນຈີ້ກະບານແລະແປ້ສອກອອກໄປຈາກແຄັ້ມແລະສົ່ງໄປທາງໃດກໍບໍ່ມີໃຜຕິດຕາມແລະຊະຕາກັມຂອງສອງ

ນັກບິນນັ້ນກໍບໍ່ມີໃຜຄາດໝາຍໄດ້ວ່າຈະມີຊີວິດຢູ່ຫຼືບໍ່?

ຍັງມີຕໍ່



__________________
Anonymous

Date:
Permalink   
 

(12)

ພາຍຫຼັງສູນອົພະຍົບລາວໜອງຄາຍເປີດເປັນທາງການແລະໄດ້ຫຍຸບສູນເກົ່າຫຼືທີ່ຮູ້ກັນວ່າ ສກທ ຊຶ່ງມີໜ້າກ້ວາງປະມານ 100ມ x 100ມ

ມົນທົນແລະໄດ້ສ້າງແຫຼ່ງກັກຂັງຊາວອົພະຍົບລາວແຕ່ເຣີ່ມແຣກທີ່ຊາວລາວຫຼັ່ງກັນເຂົ້າມາປະເທດໄທໃນປີ 1975, ແລະໄດ້ໂຍກຍ້າຍປະຊາ

ກອນເຂົ້າຢູ່ໃນສູນໃໝ່ໃນທ້າຍປີ 1976.   ຈະຂໍກ່າວເຖິງຊາວລາວນທີ່ໜີອອກຈາກປະເທດລາວເຂົ້າມາຫາຈັງຫວັດໜອງຄາຍປະເທດໄທ

ໃນປີ 1975 ນັ້ນ ໄດ້ພາກັນພັກພາອາສັຍຢູ່ກັບວັດຕ່າງໆແລະາດພີ່ນ້ອງຫຼືຄົນທີ່ຄຸ້ນເຄີຍຮັກແພງກັນເປັນສະຖານທີ່ຊົ່ວຄາວ ນີ້ສະເພາະປະຊາ

ຊົນແລະຂ້າຣາຊະການຕຳຣວດ ສ່ວນທະຫານທາງການໄທມີສະຖານທີ່ລັບພິເສດຕ້ອນຮັບແຍກອອກຈາກປະຊາຊົນ.  ນັບມື້ນັບວັນຈຳນວນ

ຊາວລາວອົພະຍົບທະວີຄູນຂຶ້ນຈາກຫົວສິບເປັນຫົວຮ້ອຍຈາກຫົວຮ້ອຍຫົວພັນ ທາງການໄທຈຶ່ງໄດ້ປຸກອາຄານ (ແບບຕຶກຫ້ອງແຖວສອງຊັ້ນ)

ຂຶ້ນໃຫ້ສອງຫຼັງຕິດກັນແລະສາມາດບັນຈຸຄົນໄດ້ຫຼາຍກ່ວາ 5-600 ຄົນ ແລະຕັ້ງຊື່ສະຖານທີ່ນັ້ນວ່າ ສກທ. ຕອນແຣກສະຖານທີ່ແຫ່ງນີ້ບໍ່ມີ

ຮົ້ວຫຼືກຳແພງໜາມໝາກຈັບອ້ອມໄວ້ເລີຍ ເຂົາເປີດໃຫ້ຢູ່ແບບເສຣີພາຍໃຕ້ນະໂຍບາຍຖານບ້ານພີ່ເມືອງນ້ອງ ຊາວລາວອົພະຍົບມີສິດອອກໄປ

ໃສກໍໄດ້ໂດຍບໍ່ມີກຳຈັດຂອບເຂດ, ແຕ່ມີພວກຊາຍໜຸ່ມເກເລອອກໄປລັກເຄື່ອງປູກຂອງຝັງ ໝູໝາເປັດໄກ່ເຈົ້າຂອງບ້ານເຂົາມາກິນແລະໜັກ

ໄປກ່ວານັ້ແມ່ນໄປລວນລາມກຸມຂົ່ມຂືນສຳເລົາລູກແສ້ຫຼານສາວຂອງເຈົ້າຖິ່ນເຂົາ  ສະຖານທີ່ມີຊື່ວ່າ ສກທ  ນັ້ນຖືກອ້ອມລ້ອມດ້ວຍກຳແພງ

ສັງກະສີສູງປະມານ 4ມ ແຖມດ້ວຍຮົ້ວໜາມໝາກຈັບອັນແໜ້ນໜາແລະແລ້ວເຂົາກໍຕັດສິດເສຣີພາບຂອງອົພະຍົບທຸກຄົນບໍ່ໃຫ້ອອກໄປໃສ

ຖ້າຈະອອກນອກກຳແພງຫຼທ ສກທ ໄປຕ້ອງໄດຮັບອະນຸຍາດຈາກເຈົ້າໜ້າທີ່ເສັຍກ່ອນແລະກໍມີວຽກຈຳເປັນເທົານັ້ນ. ຍ້ອນຄວາມຊົ່ວຂອງບໍ່

ພໍເທົ່າໃດຄົນທີ່ເຮັດໃຫ້ໝົດທຸກຄົນຖືກຕັດສິດເສຣີດັ່ງສຸພາສຸດລາວກ່າວໄວ້ວ່າ ປາຕົວດຽວເໜົ່າຄັບຄ້ອງ.

ສູນອົພະຍົບລາວໜອງຄາຍແຫ່ງໃໝ່ໄດ້ສ້າງຂຶ້ນຢູ່ໜອງສະໂນກົງກັນຂ້າມກັບ ສກທ ມີຖນົນຂັ້ນເທົ່ານັ້ນ ເມື່ອສູນແຫ່ງໃໝ່ໄດ້ເປີດເປັນທາງ

ການ ມວນຊົນທີ່ຢູ່ ສກທ ກໍຖືກຍົກຍ້າຍເຂົ້າໄປຢູ່ສູນໃໝ່ ແລະຕັ້ງ ສກທ ເປັນສູນກັກຂັງຊົ່ວຄາວຊອງອົພະຍົບທີ່ຖືກຈັບຫຼືສົ່ງມາແຕ່ທ່າດ່ນ

ແລະສາລາກາງຈັງຫວັດເມື່ອໄດ້ ຕໍມໍ ເພື່ອລໍຖ້າການສັບຊ້ອນເຂົ້າສັງກັດຢູ່ໃນສູນໃຫຍ່.   ຈະຂໍກ່າວເຖິງເຄື່ອງອຸປະໂພກແລະບໍຣິໂພກທີ່ທາງ

UN ນຳມາແຈກຢາຍໃຫ້ອົພະຍົບໃນ ປີ 1975 ຫາ ທ້າຍປີ 1977 ນັ້ນມີຄຸນະພາບສູງ: ເຊົ້າກໍເຂົ້າໜຽວສັນປາຕອງແບບບໍ່ມີເມັດຫັກແມ້

ແຕ່ເມັດດຽວ, ໄຂ່ 12 ຟອງຕໍ່ຄົນຕໍ່ອາທິດ, ນົມຂຸ້ນສົດ 2 ປັອງຕໍ່ຄົນຕໍ່ອາທິດແຖມດ້ວຍໂອວັນຕິນປັອງໃຫຍ່ 1ປັອງ, ແປງແລະຢາສີຟັນ

1 ຊຸດຕໍ່ຄົນຕໍ່ເດືອນ ສ່ວນພືດຜົລກະເສດແມ່ນເບີດເປັນລາຍວັນແລະຍັງສົດໆທັງນັ້ນ ເໝືອນດຽວກັນກັບ ຊ້ີນໄກ່ ໝູ ແລະ ງົວ ກໍມາເປີດ

ໂຮງຂ້າສັດຂຶ້ນຢູ່ໃນສູນ ໄດ້ກິນແບບສົດໆຄືກັນແລະກໍປ່ຽນສັດແຕ່ລະວັນ. ການເບີກຈ່າຍໃຫ້ຢ່າງອີ່ມໜຳສຳຣານບາງຄອບຄົວຈົນເຫຼືອກິນຖ້າ

ມີຫລາຍຄົນຈົນໄດ້ແບ່ງປັນໃຫ້ພີ່ນ້ອງຊາວໄທຳເອົາໄປກິນກໍຫຼາຍລາຍ. ແຕ່ມີພວກຫວັງຜົນປະໂຫຍດຫຼືໂກງກິນໄດ້ສຸມຫົວສິດສອນເຈົ້າໜ້າ

ທີ່ໄທສົມຮູ້ຮ່ວມມືກັນໂກງອາຫານຊາວອົພະຍົບໂດຍຝ່າຍລາວແມ່ນຫົວໜ້າສູນກໍຄທ ນາຍພົນສັງ ເປັນຫົວໜ້າ ແລະເຈົ້າໜ້າທີ່ຝ່າຍໄທກໍຄື

ປູ່ວ່າຣາຊະການຈັງຫວັດ. ນາຍພົນສັງໄດ້ສເນີຂ້າຫຼວງໄຫຍ່ ສຫປຊ ຝ່າຍອາຫານໃຫ້ທາງສູນກຳກັບອາຫານການກິນໃຫ້ອົພະຍົບເອງພື່ອຫຼຸດ

ຜ່ອນການໃຊ້ຈ່າຍລົງເພາະເປັນອາສາສມັກທຳງານໃຫ້ຟຣີ ໂດຍມີການອູ້ມຊູຈາກຜູ່ວ່າ ທາງ ສຫປຊ ຝ່າຍອາຫານຈຶ່ງຕົກລົງ. ຈາກເຂົ້າໜຽວ

ສັນປາຕອງກາຍມາເປັນເຂົ້າໝົດຄຸນະພາບທີ່ເອົາໄປເຮັດອາຫານສັດໄດ້ເທົ່ານັ້ນທີ່ຳເອົາມາແຈກໃຫ້ຄົນລາວອົພະຍົບ,   ຕັດສະບຽງໄຂ່ ກາເຟ

ນົມຂຸ້ນສົດ ໂອວັນຕິນ ຢາແປງຟັນລົງທັງໝົດ, ປາ ໄກ່ ໝູ ແລະ ງົວ ກໍປ່ຽນມາເປັນຊີ້ນແສ່ເຢັນທີ່ໝົດຄຸນະພາບມາແທນຈາກໂຮງຂ້າສັດຢູ່

ໃນສູນ (ປາກໍເຫຼືອແຕ່ປາທູໜຶ້ງແລະປາສະຫວາຍແສ່ແຂງ) ແລະ ອາຫານທາງການກະເສດກໍຕັດພືດຜົນທີ່ມີຣາຄາອອກໄປໝົດ ເຫຼືອພຽງຜັກ

ບົ້ງ ກະລຳປີທົ່ານັ້ນ. ຜ່ານໄປພຽງປີດຽວທົ່ານັ້ນ ຄວາມແຕກຕ່າງຂອງຜູ່ມີອຳນາດຝ່າຍໄທກໍແຕກຕ່າງມາຢ່າງນີ້ນັບແຕ່ຊາງລາວຫຼັ່ງກັນເຂົ້າມາ

ໄທ, ຈະຂໍກ່າວພວກທີ່ເຫັນກັບຕາຢູ່ໜອງຄາຍເທົ່ານັ້ນ ແລະເປັນຜູ່ກ່ວຂ້ອງກັບສູນອົພະຍົບໜອງຄາຍໂດຍກົງດັ່ງນີ້: ຕຳຣວດນາຍສິບ ກ່ອນ

ມີໜ້າທີ່ການງານຢູ່ສູນອົພະຍົບ ໄປມາທາງໃດແມ່ນຂີ່ສາມລໍ້ຫຼືຍ່າງ ແລ້ວຍົກຣະດັບຂຶ້ນມາມີຣົຖຖີບຂີ່......  ຕຳຣວດນາຍຈ່າ ກອ່ນມີໜ້າທີ່

ການງານຢູ່ສູນອົພະຍົບ ໄປມາທາງໃດຂີ່ຣົຖຖີບ ແລ້ວຍົກຣະດັບຂຶ້ນມາມີຣົຖຈັກຂີ່...... ນາຍຕຳຣວດຮ້ອຍຕຣີຮ້ອຍໂທ ຍົກຣະດັບຈາກຂີ່

ຣົຖຈັກຂຶ້ນມາຂີ່ຣົຖກາບະຫຼືພິກອັບ.....ຮ້ອຍເອກຂຶ້ນຫາຜູ້ການ ຍົກຣະດັບຈາກຂີ່ຣົຖກາບະຂຶ້ນມາຂີ່ຣົຖເກງ ສ່ວນຜູ່ວ່າຣາຊະການຈັງຫວັດ

ເມື່ອກ່ອນເຫັນມາເບິ່ງເຕະບານຢູ່ໃນສູນຂີ່ຣົຖເກງຫຼຸ້ນເກົ່າໆຂອງຍີ່ປຸ່ນ  ແຕ່ຍົກຣະດັບຂຶ້ນມາຂີ່ຣົຖເກງສປອດຫຍີ່ຫໍ້ດັງ (brand name)

BMW ຂອງເຢັຍຣະມັນ. ສ່ວນເຈົ້າໜ້າທີ່ຝ່າຍລາວໃຜໆກໍພາກັນຄໍເຫຼືອງແຂນເຫຼືອງທັງຜົວທັງເມັຍ ສົມນ້ຳໜ້າບາງຄົນຢາກອວດລຳ້ອວດຣວຍ

ຫຼາຍພາກັນຄໍຂາດແຂນຂາດໄປກໍມີ, ສ່ວນນາຍພົນສັງຫົວໜ້າສູນຈົນມີເງິນສົ່ງໄປໃັ້ລູກເມັຍຢູ່ຝຣັ່ງເດືອນນຶ່ງບໍ່ຕຳ່ກ່ວານຶ່ງໜື່ນໂດລາ ສຫຣ.

ຍັງມີຕໍ່

 

 



__________________
Anonymous

Date:
Permalink   
 

(13)

ທີ່ເດີ່ນກິລາຕີບານຫຼື ວອນເລບອນ ປະຈຳສູນອົພະຍົບລາວໜອງຄາຍ ມີພິທີແຂ່ງຂັນຕີບານກັນຣະຫວ່າງທິມຕ່າງໆຂອງຊາວລາວທີ່ອາສັຍຢູ່

ໃນສູນເພື່ອຄວາມສາມັກຄີແລະສຸຂະພາບ, ໃນຂະນະທີ່ຂ້າພະເຈົ້າເດີນເຂົ້າໄປເຖິງແລະກໍຢືນຊົມການແຂ່ງຂັນຕີບານກັນຢູ່ນັ້ນແລະກໍຫ່າງໄກ

ຈາກເດີ່ນປະມານສາມສີແມັດກໍມີນັກກິລາຄົນນຶ່ງຊຶງກຳລັງຕີບານຢູ່ໃນເດີ່ນຮ່ວມກັບເພື່ອນຮ່ວມທິມອີກຫ້າຄົນ ໃນຊ່ວງນັ້ນບານກຳລັງບິນ

ເຂົ້າມາຫາຜູ່ກ່ຽວຊຶ່ງເປັນໜ້າທີ່ຂອງຜູ່ກ່ຽວຕ້ອງຍົກບານໃຫ້ມືຕົບຫຼືຂາກຸບທີ່ຄົນລາວເຮົານິຍົມເອີ້ນກັນ,  ແຕ່ຂາຊູຫຼືມືຍົກຄົນນັ້ນບໍ່ສົນໃຈ

ນຳໜ້າທີ່ຮັບຜິດຊອບຫຼືໝາກບານທີ່ຖືກສົ່ງມາຫາ ຜູ່ກຽວຍ່າງອອກຈາກເດີ່ນບານຕຣົງມາຫາຂ້າພະເຈົ້າພ້ອມກັບເອົາມືຈັບບ່າແລ້ວສື່ມໃສ່

ຫູວ່າ: ຢ່າເອົາເຣື່ອງເຮົາໄປບອກໃຜເດີ້ ເຮົາຂໍຮ້ອງຖ້າບໍ່ເຫັນໃຈເຮົາໃຫ້ສະຫາຍເຫັນໃຈລູກກັບເມັຍເຮົາທີ່ລໍຖ້າເຮົາຢູ່ອາຄານພຸ້ນ. ນັກກິລາ

ຄົນທີ່ວ່ານີ້ເປັນທະຫານອ້າຍນ້ອງມາແຕ່ກຳເນີດແລະມີຍົດຮອດນາຍຮ້ອຍຊຶ່ງຂ້າພະເຈົ້າເຄີຍຮູ້ຈັກແລະລຶ້ງແກ່ວນມາກ່ອນໜ້ານີ້ຕອນຜູ່ກ່ຽວ

ນຳພາລູກນ້ອງໄປຂົນຂວາຍຢູ່ບ້ານຂອງຂ້າເຈົ້າ.   ຂ້າພະເຈົ້າຟ້າວຊຸກຫຼັງຜູ່ກ່ຽວໃຫ້ຄືນເຂົ້າໄປໃນເດີ່ນບານເພື່ອສືບຕໍ່ຊ່ວຍເພື່ອນຮ່ວມທິມ

ແຂ່ງຂັນໃຫ້ຈົບເກມເສັຍກ່ອນແລ້ວຈຶ່ງຄ່ອຍເວົ້າກັນ.  ຫຼັງຈົບເກມບານລົງແລ້ວຜູ່ກ່ຽວຈຶ່ງພາຂ້າພະເຈົ້າໄປແວ່ຫຼີ້ນທີ່ອາຄານພັກແລະກໍໄດ້

ພົບກັບລູກເມັຍຂອງຜູ່ກ່ຽວ ຊຶ່ງຜູ່ທີ່ເປັນເມັຍນັ້ນຂ້າພະເຈົ້າຮູ້ດີເພາະເປັນໄທບ້ານດຽວກັນກັບຕົນອງ ແລະ ລູກສາວອາຸປະມານສາມສີ່ປີທີ່

ພວມເວົ້າໄດ້ດີ. ເຫັນສີໜ້າຂອງຜູ່ເປັນເມັຍເປັນສີໆເກງກົວຢ່າງໃດຢ່າງນຶ່ງ ແຕ່ຂ້າພະເຈົ້າເຊື່ອແນ່ວ່າພວກເຂົາທັງສາມພໍ່ແມ່ລູກນີ້ບໍ່ແມ່ນ

ເປັນນັກສືບຫຼືທາງການ ສປປ ລາວ ສົ່ງມາເຄື່ອນໄຫວໃນສູນລາວອົພະຍົບ ແຕ່ຂ້າພະເຈົ້າແລະສອງຜົວເມັຍີ້ກໍບໍ່ສາມາດເອີ່ຍປາກອອກມາ

ອະທິບາຍຫຼືຮ້ອງຂໍສິ່ງໃດຕໍ່ຂ້າພະເຈົ້າເພາະເກງກົວຄົນຢູ່ຫ້ອງສອງຂ້າງຊ້າຍແລະຂວາຈະໄດ້ຍິນ ຂ້າພະເຈົາຈຶ່ງຊວນເອົາຜູ່ກ່ຽວຍ່າງໄປໜ້າ

ສູນເພື່ອສວຍໂອກາດໂອ້ລົມກັນໄປຕາມທາງທີ່ປອດໂປ່ງບໍ່ມີຄົນທີ່ສົນໃຈຟັງວ່າສົນທະນາກັນເຮື່ອງອັນໃດ. ຂ້າພະເຈົ້າໄດ້ຮູ້ວ່າຜູ່ທີ່ເປັນທະ

ຫານແນວລາວນັບເປັນຮ້ອຍທີ່ໄດ້ຫຼົບໜີອອກຈາກລາວມາອາສັຍຢູ່ໃນສູນໜອງຄາຍນີ້ແລ້ວໃນຂະນະນັ້ນ ເພາະຜູ່ກ່ຽວບອກໃຫ້ຮູ້ ແລະ

ຍັງມີອີກຫຼາຍຄົນທີ່ຂ້າພະເຈົ້າຮູ້ຈັກກັບພວກເຂົາ ແລະ ພວກເຂົາລ້ວນແລ້ວແຕ່ມີລູກມີເມັຍກັນໝົດ ບໍ່ມີໂຊດຈັກຄົນ. ຜູ່ທີ່ບອກເລົ່າໃຫ້

ຂ້າພະເຈົ້າຟັງນັ້ນໄດ້ແຕ່ງງານກັບ ນາງດວງຈັນ ໂນລາ ເປັນລູກສາວບຸນທັມຂອງໂກໂລແນນ ພັນ ໂນລາ CM-BV 15B ວັງວຽງ ແຕ່

ມີບ້ານພັກຢູ່ບ້ານໂພນຕອງວຽງຈັນ. ຂ້າພະເຈົ້າໄດ້ພົບເຫັນອີກຫຼາຍນາຍທີ່ອະດີດເປັນພະນັກງານຂົນຂວາຍທີ່ຫຼົບໜີມາຢູ່ທີ່ສູນອົພະຍົບ

ແຫ່ງນັ້ນດ້ວຍການນຳພາໄປພົບກັບພວກເຂົາໂດຍຜູ່ທີ່ເປັນສາມີຂອງນາງດວງຈັນໂນລາຊຶ່ງອະດີດເປັນຫົວໜ້າຂອງພວກເຂົາ. ທີ່ຈິງແລ້ວ

ພວກຂົນຂວາຍຫຼືເຂົາເອີ້ນກັນວ່າພະນັກງານຂົນຂວາຍນັ້ນເຂົາບໍ່ໄດ້ຮຽນຍຸທະວິທີທາງການທະຫານຫຼືການສູ້ຮົບ ພວກນີ້ແມ່ນຮຽນທາງ

ດ້ານວິຊາການເມືອງເພື່ອນຳລົງມາເຜີຍແຜ່ຫຼືສຳມະນາໃຫ້ປະຊາຊົນເທົ່ານັ້ນ ແລະເວລາພວກເຂົາລົງພື້ນຖານກໍບໍ່ປະກົດເຫັນພວກເຂົາມີອາ

ວຸດຕິດໂຕລົງໄປນຳ ແລະ ກໍບໍ່ຂ່ອຍເຫັນພວກຂົນຂວາຍປະຊາຊົນນີ້ທຳຮ້າຍໃຫ້ໂທດແກ່ປະຊາຊົນ ຫຼືອາດຈະເປັນໃນວາຣະໃໝ່ໆກ່ອນມີ

ການຍຶດອຳນາດທີ່ພວກເຂົາພະຍາຍາມທຳຄວາມດີກັບປະຊາຊົນ? ຂ້າພະເຈົ້າບໍ່ເຄີຍຄິດທີ່ຈະໄປແຈ້ງຫຼືຟ້ອງຮ້ອງພວກເຂົາວ່າເປັນທະຫານ

ແນວລາວມາກ່ອນເພາະເຫັນແກ່ລູກເມັຍຂອງພວກເຂົາ , ພວກເຂົາຍັງມີຄວາມຫວັ່ນວິຕົກອັນຕລາຍຈະມາເຖິງພວກເຂົາເມື່ອຂ້າພະເຈົ້າ

ບອກພວກເຂົາໃຫ້ຣະວັງພວກໜ່ວຍສອບແນມໃຕ້ດິນທີ່ ສປປ ລາວ ສົ່ງມາເມືອງໄທ ແລະດຽວນີ້ພວກເຂົາແຊກຊຶມເຂົ້າມາປະປົນກັບ

ພວກເຮົາຢູ່ໃນສູນນີ້ແລ້ວ ໃຫ້ຊ່ວຍເປັນຫູເປັນຕາ ຖ້າຮູ້ເຫັນຄົນໃດໃຫ້ບອກເພື່ອຄວາມປອດພັຍຂອງພວກເຮົາທຸກຄົນ.

ຍັງມີຕໍ່



__________________
Anonymous

Date:
Permalink   
 

(14)

ເຖິງປາຍປີ 1978 ຕາມທີ່ໄດ້ຮູ້ຈັກ ສັມະຊິດນັກສອບແນມໃຕ້ດິນຊຸດທຳອິດທີ່ ສປປ ລາວສົ່ງເຂົ້າມາເຄື່ອນໄຫວຢູ່ສູນອົພະຍົບລາວ

ທີ່ໜອງຄາຍນັ້ນ, ພວກທີ່ຍັງເຫລືອທີ່ບໍຕາຍແລະບໍຍອມກັບປະເທດລາວຕ່າງກໍໄດ້ເດີນທາງໄປສ້າງຊີວິດໃໝ່ຢູ່ປະເທດທີສາມຕາມ

ປະເທດຕ່າງໆກັນໝົດແລ້ວ, ສ່ວນຫລາຍແມ່ນໄປປະເທດຝຣັ່ງເສສ, ສວິສແລນ ແລະ ເຢັຍຣະມັນ.     ໂດຍໄດ້ຮັບຄວາມຮ່ວມມື

ຈາກສັມະຊິກໜ່ວຍໃຕ້ດິນຊຸດທຳອິດທີ່ສົ່ງຂ່າວໃຫ້ອະດີດຫົວໜ້າຫລືຜູ່ບັງຄັບບັນຊາທີ່ຢູ່ໃນສູນໜອງຄາຍແລະຕາມແຄັມໜ່ວຍ

ກູ້ຊາດຢູ່ຕາມທ້ອງຖິ່ນຕ່າງໆໃນຝັ່ງໄທທີ່ຂຶ້ນກັບເຂດຍຸທດສາດວຽງຈັນ, ບໍຣິຄັນ ແລະ ຄຳມ່ວນ,    ຊຶ່ງພວກເຂົາເຄີຍໄດ້ຮັບຄວາມ

ຊ່ວຍເຫລືອຍາມຕົກວາຣະຈົນຕາແຈ ແລະໄດ້ເຂົ້າຮ່ວມພາຣະກິດສ່ຽງແລະລອດຊີວິດຮ່ວມກັນມາ.  ພວກເຂົາຕອບບຸນແທນຄຸນ

ໂດຍສົ່ງຂ່າວມາໃຫ້ພ້ອມພາບຖ່າຍຂອງນັກຮົບໜ່ວຍໃຕ້ດິນຊຸດສອງຂອງລາວແດງທີ່ກຳລັງປະຕິບັດງານເຄື່ອນໄຫວຢູ່ໃນປະເທດ

ໄທມາໃຫ້ ແລະພ້ອມກັບກ່າວຄຳຂໍໂທດທີ່ພວກເຂົາໄດ້ປິດເປັນຄວາມລັບຕລອດມາທີ່ບໍໄດ້ບອກຄວາມຈິງວ່າພວກເຂົາແມ່ນໃຜມາ

ຈາກໃສແລະມາເຮັດອັນໃດຢູ່ເມືອງໄທພີ້. ດ້ວຍໄດ້ຮັບການສົ່ງຂ່າວແລະແນະນຳຂອງພວກອະດີດໜ່ວຍໃຕ້ດິນຂອງລາວແດງທີ່ຢູ່

ປະເທດທີສາມ ເຈົ້າໜ້າທີ່ທີ່ກ່ຽວຂອງຂອງກອງກຳລັງກູ້ຊາດຈຶ່ງສາມາດຈັບກຸມຂະບວນການໜ່ວຍໃຕ້ດິນຊຸດສອງຂອງລາວແດງ

ໄດ້ຈຳນວນນຶ່ງ ເຖິງຈະບໍ່ໄດ້ທັງໝົດແຕ່ກໍສາມາດສັ່ນຄອນແຜນການຫລືຂະບວນການຂແງພວກເຂົາໃຫ້ຊັກຊ້າລົງແລະໃນທີ່ສຸດ

ກໍເຫືອດຫາຍໄປຊົ່ວຣະຍະນຶ່ງ. ນັກສືບຂອງກອງກຳລັງກູ້ຊາດທີ່ປະຕິບັດງານຢູ່ປະເທດລາວໃນເຂດພາກກາງໄດ້ສົ່ງຂ່າວໃຫ້ກອງ

ບັນຊາການສູງສຸດຊາບວ່າ ຕົກປິໃໝ່ 1979 ທາງ ສປປ ລາວ   ຈະມີຍຸທະວິທີອອກມາເຄື່ອນໄຫວແລະບຸກຣຸກເພື່ອທຳລາຍທຸກອົງ

ກອນການຈັດຕັງຂອງອະດີດຝ່າຍວຽງຈັນທີ່ໜອງຄາຍປະເທດໄທ ບໍວ່າຈະເປັນອົງກອນພາກປະຊາຊົນຫລືທະຫານຕຳຣວດແມ່ນ

ຢູ່ໃນເປົ້າການລົງມືທຳລາຍຂອງພວກມັນໝົດ, ຈະເປັນຂ່າວຈິງຫລືເປັນການຂົ່ມຂູ່ຂອງຝ່າຍສັຕຣູກໍບໍ່ມີໃຜສາມາດວິເຄາະໄດ້ ສິ່ງ

ທີ່ຄວນທຳກໍຄືຄວນມີສະຕິລະວັງຕົວເພື່ອຮັບກັບສະຖານະການຫລືເຫດຮ້າຍອາດເກີດຂຶ້ນໄດ້ທຸກເວລາ.

ດ້ວຍຄວາມລົ້ນເຫລືອສູນຫລືສະຖານທີ່ຕ້ອນຮັບຊາວອົພະຍົບນັບແຕ່ປີ 1979 ເປັນຕົນມາ ມີຫລາຍປະເທດໄດ້ເປີດຮັບເອົາອົພະ

ຍົບລາວຂຶ້ນມາໃໝ່ດັ່ງເຊັ່ນ: ປະເທດຈີນແດງ ຄມນ ແລະ ຍີ່ປຸ່ນ ຢູ່ໃນທະວີບອາຊີ, ປະເທດສະເປນ, ເນເທີແລນ ແລະ ແດັນມາກ

ໃນທະວີບເອີໂຣປ ແລະ ປະເທດ ອາກເຊັນຕີນາ ແລະ ປະເທດ ກຸຍຢານນາ ທະວີຍອາເມຣິກາໃຕ້.    ປີ 1979 ເປັນປິວິກິດຫລາຍ

ທີ່ສຸດບໍວ່າຢູ່ປະເທດລາວຫລທຢູ່ທີ່ສູນອົພະຍົບລາວໜອງຄາຍ, ມີການສູ້ຮົບກັນຣະຫວ່າງທະຫານລາວແດງແລະ ນປຂ ຂອງໄທ

ຊຶ່ງເກີດຂະເໝັ່ນກັນແລະຍິງໂຕ້ຕອບກັນເປັນຣາຍວັນ. ປີນີ້ເປັນປີນ້ຳຂອງກາຍເປັນສີເລືອດເພາະປະຊາຊົນລາວຖືກເຈົ້າໜ້າທີ່ທະ

ຫານລາວແດງແລະກອງຫລອນສັງຫານຕອນພວກຂະເຈົ້າກຳລັງລອຍຂ້າມແມ່ນຳ້ຂອງຢູ່ນັ້ນ ບໍຈັກຜູ່ເລັກເດັກນ້ອຍຍິງຊາຍເຖົ້າ

ແກ່ກະສຽນແມ່ນເອົາຮ່າງກາຍແລະເລືອດຈົມລົງແມ່ຂອງເປັນພັນເປັນໝື່ນຊີວິດ ໂດຍນ້ຳມືຄາຕະກອນ ສຸພານຸວົງ, ໄກສອນ ພົມ

ວິຫານ ແລະ ຄຳໄຕ ສີພັນດອນ ທີ່ສັ່ງຂ້າປະຊາຊົນຢ່າງໄຮ້ມະນຸສທັມ. ຢ່າວ່າແຕ່ຄົນທີ່ພະຍາຍາມຫລົບໜີອອກຈາກດິນລາວໃນ

ປີນັ້ນແມ່ນແຕ່ສຸນັກຍັງພາກັນລອຍຂ້າມແມ່ຂອງເຂົ້າໄປໄທ ນອກຈາກສຸນັກແລ້ວ ຊ້າງປ່າ ງົວຄວາຍ ແມ້ກະທັງຝູງສາກຸນາຍັງພາ

ຫອບສັງຂານຂ້າມຂອງເຂົ້າໄປໄທເໝືອນກັນ.  ສາຍເງິນນັກຮ້ອງລາວຊື່ດັງກໍຍັງພະຍາຍາມລອຍຂ້າມຂອງເພື່ອຕິດຕາມມິດຮັກ

ແຟນເພງຢູ່ທີ່ສູນໜອງຄາຍແຕ່ກໍໜ້າສົງສານແກ່ທີ່ແກ່ໄປບໍ່ມົ້ມກົ້ມບໍ່ວິດ, ເຣື່ອງມີຢູ່ວ່າ:

- ດ້ວຍຄວາມອຶດຫີວ ປະຊາຊົນລາວໃນປີ 79 ແມ່ນກິນເສັນໝີ່ແປ້ງມັນຕົ້ນຂອງໂຊຫວຽດແທນເຂົ້າ ຍ້ອນຄວາມຫລົ້ມເຫລວບໍ

ຣິຫານປະເທດຂອງຣັຖະບານທີ່ອອກຈາກຖຳ້ຊຳເໜືອມາບໍຣິຫານປະເທດ, ແຟນຄລັບ ຂອງສາຍເງິນແມ່ນພາກັນໄປຢູ່ວຽງຈັນ

ສອງໝົດແລ້ວຈຶ່ງບໍມີມິດຮັກແຟນເພງໃຫ້ຄວາມອຸດໜູນ. ຜູ່ກ່ຽວຈຶ່ງຕັດສິນໃຈຈະລອຍຂ້າມແມ່ນ້ຳຂອງເຂົ້າໄປໄທ, ວັນນັນເປັນ

ກາງເວັນແສດໆ ຜູ່ກ່ຽວແບກເອົາກິດຕ້າຍ່າງລົງຫາດຊາຍສີໄຄ ໃນທ່າມກາງຍ່າງລົງໄປຫາດຊາຍນ້ັນທັກທາຍຖາມວ່າໄປໃສ?

ສາຍເງິນກໍຕອບວ່າ ຮ້ອນຫລາຍລົງໄປອາບນ້ຳຣະບາຍຄວາມຮ້ອນຈັກໜ່ອຍ. ພໍລົງໄປຮອດແຄມຝັ່ງກໍເອົາອຸປະກອນທີ່ຕຽມມາ

ພ້ອມນັນອອກມາປະກອບກັນເຂົ້າແລ້ວກໍລົງລອຍນ້ຳຂອງເພື່ອຫວັງເອົາຊີວິດໄປເຖິງຈຸໝາຍປາຍທາງທີ່ຫວັງໄວ້. ກອງຫລອນສີ

ໄຄກໍຫລອຍຈອບຍ່າງນຳຫລັງສາຍເງິນນັບແຕ່ລົງເຮືອນມາຈົນເຖິງຜູ່ກ່ຽວລົງລອຍນ້ຳ, ສາຍເງິນລອຍປິ່ນຊ້າຍປິ່ນຂວາໄປຕາມ

ກະແສນ້ຳ ກອງຫລອນກໍຂີ່ເຮືອພາຍນຳກົ້ນລົງໄປກັບສາວເງິນ ແລະອີກໝູ່ນຶ່ງກໍຕິດຕາມລົງໄປທາງບົກ. ສາຍເງິນລອຍລ່ອງລົງ

ໄປຕິດຢູ່ກົວຫາດຊາຍດອນຈັນ ຕີນເພິ່ນເລີຍໄປຊູນຂີ້ຊາຍກໍຄິດວ່າລອຍໄປຮອດຝັ່ງໄທແລ້ວ ຈຶ່ງແບກເອົາກິດຕ້າໃສບ່າຍ່າງຂຶ້ນ

ບົກແບບທ່າທາງທາງສະຫງ່າຜ່າເຜີຍ. ຍ່າງຂຶ້ນໄປບໍພໍເທົ່າໃດນາທີກໍມີສຽງຈາກກອງ;ລອນທີ່ດັດສຽງເປັນພາສາໄທ: ຢຸດ! ຢົກ

ມືຂຶ້ນ. ເມື່ອສາຍເງິນໄດ້ຍິນເປັນພາສາໄທກໍສັດພາສາໄທຕອບໄປທັນທີວ່າ: ຢ່າຍິງຜົມຄຣັບ....ຜົມສາຍເງິນ..ນັກຣ້ອງດັງຈາກ

ວຽງຈັນ..ຜົມໜີຣ້ອນມາຜຶ່ງເຢັນຄຣັບ....ໄອ້ລາວແດງຄູດຣີດຜົມມາກຄຣັບ. ພໍແຕ່ຕອບອອກໄປແລະຊຶງຟັງຢູ່ບຶດໜຶ່ງແຕ່ບໍ່ມີຄຳ

ຕອບຈາກກອງຫລອນ ຜູ່ກຽວຈຶ່ງຖາມໄປວ່າ: ທີ່ນີ່ທີ່ໄໜຄຣັບ?????  ກອງຫລອນຕອບຂຶ້ນທັນທີວ່າ: ທີ່ນີ້ທ່າວັດຈັນອ້າຍສາຍເງິນ.

ສາຍເງິນໄດ້ແຕ່ຈົ່ມພຸມໆພຳໆວ່າ:  ກູວ່າແລ້ວ.....ວ່າກູສິໄປບໍມົ້ມ.

ຍັງມີຕໍ່



__________________
Anonymous

Date:
Permalink   
 

(15)

ສະຖານະການພາຍໃນສູນໜອງຄາຍຫຼືມີສາຍານາມວ່າ ວຽງຈັນ2 ນັ້ນກໍວິກິດທາງດ້ານສັງຄົມ ເມື່ອຊາວອົພະຍົບບໍ່ພໍໃຈທີ່ນາຍພົນສັງຮ່ວມຫົວ

ເຂົ້າກັບຜູ່ວ່າຣາຊະການຈັງຫວັດໜອງຄາຍໃນການໂກງອັຕາເຄື່ອງອຸປະໂພກແລະບໍຣິໂພກຂອງພວກຊາວລາວອົພະຍົບ,  ມີຫ່າງສຽງອອກມາຕໍ່

ວ່າຮຽກຮ້ອງຫາສິ່ງທີ່ຄວນຈະເປັນແລະຄວນທີ່ຈະໄດ້ຮັບເໝືອນດັ່ງສອງປີທີ່ຜ່ານມາ (1975-77)  ທີ່ຊາວອົພະຍົບໄກ້ຮັບແຕ່ສິ່ງດີໆມີຄຸນະ

ພາບແລະພຽງພໍແລະມີມາຕະຖານທາງສຸຂະພາບໃນດຳຣົງຊິວິດ. ເຫດການວິກິດນີ້ແມ່ນເຣີ່ມມາຈາກນັກສຶກສາລາວທ່ານນຶ່ງທີ່ໄປສຶກສາຢູ່ທີ່ປະ

ເທດອັງກິດຊຶ່ງເປັນທຶຂອງຣັຖະບານວຽງຈັນແລະຖືກສົ່ງໄປໃນປີ 1973 ກ່ອນຣາຊະອານາຈັກລາວຈະຕົກຢູ່ພາຍໃຕ້ກຳມືຂອງກະບົດຊາດ, ຜູ່

ກ່ຽວບໍ່ຍອມກັບປະເທດແລະຂໍລີ້ພັຍຢູ່ທີ່ປະເທດອັງກິດເລີຍ,  ທີ່ພົບເຫັນງົປະມານຂອງອົງການສະຫະປະຊາຊາດວ່າດ້ວຍອາຫານສະເພາະອົພະ

ຍົບລາວປະຈຳສູນໜອງຄາຍ ແຕ່ຜົນທີ່ອົພະຍົບໄດ້ຮັບຜູ່ກ່ຽວໄດ້ຄິດສເລັ່ຍແລ້ວພຽງໃຊ້ງົບປະມານເກືອບຕຳ່ເຖິງ 1/4 ຂອງງົບທີ່ທາງອົງກອນ

ອາຫານເພື່ອອົພະຍົບທີ່ສະຫະປະຊາຊາດຈ່າຍອອກໄປໃຫ້ສູນອົພະຍົບໜອງຄາຍພາຍໃຕ້ການຮັບຜິດຊອບຂອງນາຍພົນສັງ. ງົບປະມານນຳນວນ

ເກືອບເຖິງ 3/4 ຂອງງົບທັງໝົດແມ່ນຕົກເຂົ້າຖົງພວກໂກງຫຼືຄໍຣັປຊັນທີ່ເຈົ້າໜ້າທີ່ລາວແລະໄທຮ່ວມຫົວກັນໂກງ. ທ່ານນັກສຶກສາລາວຜູ່ທີ່

ກ່າວມານີ້ໄດ້ເດີນທາງມາທີ່ສູນໜອງຄາຍແບບລຶກລັບຊຶ່ງໄດ້ທຶນໃນການເດີນທາງຈາກອົງການຂ້າຫຼວງໃຫຍ່ສະຫະປະຊາຊາດເພື່ອມາພົບກັບພໍ່

ແມ່ແລະນ້ອງໆຂອງຜູ່ກ່ຽວທີ່ຫຼົບໜີອອກຈາກປະເທດລາວມາເຖິງສູນໜອງຄາຍໃນເວບານັ້ນ ແລະເພື່ອມາຄົ້ນຄ້ວາຫາຂໍ້ເທັດຈິງການໂກງຂອງ

ເຈົ້າໜ້າທີ່ລາວແລະໄທຢູ່ໃນສູນອົພະຍົບເພື່ອຣາຍງານຕໍ່ອົງກອນອາຫານເພື່ອອົພະຍົບລາວໃນປະເທດໄທ. ການຄົ້ນຄ້ວາແລະສືບສ່າວທາວຫາ

ກໍໄດ້ຜົນພໍທີ່ຈະເອົາຜິດກັບເຈົ້າໜ້າທີ່ລາວແລະໄທໄດ້ຫາກເມື່ອໃດສຳເຣັດການທ້ອນໂຮມເອກະສານທີ່ເປັນຫຼັກຖານກໍສາມາດຍື່ນຕໍ່ສານໂລກ

ໄດ້ທັນທີ. ການສືບສວນຂອງນັກສຶກສາລາວປະຈຳປະເທດອັງກິດທ່ານນີ້ຍັງໄດ້ເອກະສານການສົ່ງເງິນຫຼືໂອນເງິນຂອງນາຍພົນສັງໄປໃຫ້ຄອບ

ຄົວລູກເມັຍທີ່ປະເທດຝຣັ່ງເສສຈາກໄປຣສະນີຈັງຫວັດໜອງຄາຍ, ອຸດອນ ແລະ ຂອນແກ່ນ ໃນຣາຍະເວລາ 2ປີ (1977-79) ຣວມຍອດ

ເງິນເປັນໂດລາ ສຫຣ $145,000.00 (ໜຶ່ງຮ້ອຍສີ່ສິບຫ້າພັນ) ຖ້າຄິດເປັນເງິນບາດໄທໃນຍຸກນັ້ນກໍປະມານເກືອຍສິບລ້ານບາດ. ຂໍໂຈະ

ວິກິດການທີ່ເກີດຂຶ້ນຢູ່ໃນສູນອົພະຍົບໜອງຄາຍໄວ້ກ່ອນ.

ປະທານ, ເລຂາ ແລະ ສັມະຊິກ 21 ອົງການຂອງສະຫະພັນນັກສຶກສາລາວຈຳນວນນຶ່ງຊຶ່ງອະດີດເປັນຕີນເປັນມືຂອງພວກແນວລາວໃນວາຣະ

ຣາຊະອານາຈັກລາວມີຣັຖະບານປະສົມສອງຝ່າຍ ທີ່ປະທ້ວງຣັຖະບານຝ່າຍວຽງຈັນແລະເປັນປໍຣະປັກກັບພັກການເມືອງພັກນຶ່ງຊຶ່ງແມ່ນທ່ານບົງ

ສຸວັນນະວົງເປັນຫົວໜ້າພັກ ໄດ້ພາກັນຫອບສັງຂານຫຼົບີອອກຈາກປະເທດລາວເຂົ້າມາໄທຫວັງຈະເຂົ້າສູນອົພະຍົບເພື່ອມີໂອກາດໄດ້ໄປຕັ້ງຕົ້ນ

ຊີວິດໃໝ່ໃນປະເທດທີສາມເໝືອນອົພະຍົບລາວທົ່ວໄປ ເພາະຢູ່ປະເທດລາວບໍ່ໄດ້ ແນວລາວຫຼືລາວແດງ ຄມນ ໃຊ້ຄະຕິ    ເມື່ອແລ້ວນາ ຂ້າ

ຄວາຍເທິກ (ກິນຊີ້ນມັນ) ເມື່ອແລ້ວເສິກ ຂ້າຂຸນພົນ (ເພາະຢ້ານແຫວ້ງກັດທາງຫຼັງ) ພວກ 21 ອົງການຈຶ່ງກາຍເປັນເປົ້າສັງຫານຂອງຣັຖະບານ

ລາວແດງຈຶ່ງຢູ່ເມືອງລາວບໍ່ໄດ້. ແຕ່ໂຊກບໍ່ເຂົ້າຂ້າງພວກເຂົາ ນາຍ ຈອນ ທັກເກີ (John Tucker) ຕິດຕາມພວກນີ້ທີ່ພາກັນຈູດແລະຫຍ່ຽວ

ຮົດທຸງຊາດອາເມຣິກາທີ່ ຢູເສສ ນາໄຮ່ດຽວໃນຄາວພວກ 21 ອົງການໄປຂັບໄລ່ອາເມຣິກາອອກຈາກລາວ, ພວກ 21 ອົງການໂຕສຳຄັນແມ່ນ

ເຂົ້າສູນບໍ່ໄດ້ ສ່ວນຫລາຍແມ່ນປ່ຽນຊື່ແລະນາມສະກຸນແຕ່ບໍ່ສາມາດປ່ຽນໃນໜ້າແລະບຸກຄະລິກໄດ້ ຈຶ່ງຖືກຊາວໜຸ່ມນັກສຶກສາລາວຢູ່ໃນສູນຂູ່

ຖ້າບໍ່ຢາກຖືກເອົາຫົວໄປສຽບຕໍຢູ່ປ່າຂີ້ເຫຍື້ອໃຫ້ອອກຈາດສູນໄປຢູ່ທາງນອກຫຼ້ກັບໄປເປັນຂີ້ຂ້າມ້າໃຊ້ລາວແດງແລະແກວແດງຢູ່ ສປປ ລາວ. ບໍ່

ມີບັກໃດອີ່ໃດທີ່ເປັນອະດີດມືຂວາຂອງແນວລາວທີ່ດີນຂະບວນເນຣະເທດອາເມຣິກາແລະປະຕິການຂວາຈັດອອກຈາກລາວຈາກ 21 ອົງການ

ສາມາດສ່ຽງເອົາຊີວິດເຂົ້າມາຢູ່ໃນສູນອົພະຍົບໄດ້ ບໍ່ວ່າສູນໃດໆໃນປະເທດໄທ.

ເມື່ອສະພາຍການວິກິດຢູ່ໃນສູນອົພະຍົບລາວໜອງຄາຍ ກໍເປັນໂອກາດຂອງພວກສອບແນມໃຕ້ດິນຂອງ ສປປ ລາວ ໄດ້ຟື້ນໂຕຂຶ້ນມາໃໝ່ພາຍ

ຫຼັງໄດ້ມິດລົງໄປເປັນເວລາສອງສາມເດືອນຜ່ານມາ, ແຕ່ການເຂົ້າມາຂອງພວກເຂົາຄັ້ງນີ້ສິ່ງທຳອິດທີ່ເຂົາປະຕິບັດກໍຄືຍົວະຫຼືຫາທາງໃຫ້ລາວອົພະ

ຍົບຂ້າກັນເອງ ສວຍໂອກາດຕອນປະຊາຊົນລາວພາກັນທວງຖາມຫາສະບຽງອາຫານທີ່ມີຄຸນະພາບແລະໃຫ້ພຽງພໍກັບການບຳຣຸງຢ່າງມີມາຕະຖານ

ສູງໃຫ້ສົມກັບງົບທີ່ສະຫະປະຊາຊາດໄດ້ມອບໃຫ້ຫົວໜ້າສູນເປັນຢູ່ຮັບປິດຊອບ. ບໍ່ຊາບວ່າຜູ່ຕາງໜ້າຊາວລາວໃນສູນໄດ້ໃບຈ່າຍເງິນໃຫ້ບໍຣິສັດ

ອາຫານມາແຕ່ທາງໃດທີ່ຊີ້ບອກໃຫ້ເຫັນເປັນເຂົ້າປາອາຫານແລະພືດຜົນທີ່ໝົດອາຍຸໃນການບໍຣິໂພກຂອງມະນຸດແລ້ວ ຊຶ່ງອາການການກິນເຫຼົ່ານັ້ນ

ຈະມີແຕ່ບຣິສັດຫຼືໂຮງງານອຸດສາຫະກັມຜລິດອາຫາສັດທົ່ານັ້ນທີ່ໄປປະມູນເອົາມາເຮັດອາຫານ ແລະຫົວອາຫານສັດ. ພວກໜ່ວຍໃຕ້ດິນລາວແດງ

ຍົວະໃຫ້ຄົນໃນສູນລຸກຂຶ້ນປະທ້ວງຫົວໜ້າສູນນີ້ຄືແຜນການຂອງເຂົາ, ເມື່ອມີການປະທ້ວງ ພວກປະທ້ວງແມ່ນພາກັນໄປຕິດຄຸກກັນໝົດ ບາງເທື່ອ

ມີການຕະລູມບອນລົງມວຍລົງລາຍກັນຢູ່ໜ້າກອງອຳນວຍການສູນ ແຕ່ພວກທີ່ຖືກຈັບລ້ວນແລ້ວແຕ່ເປັນອົພະຍົບທີ່ມີເອກະສານວ່າເປັນອົພະຍົບ

ລາວຮ້ອຍເປີເຊັນ ແຕ່ເມື່ອຊອກຫາຜູ້ໃຫ້ຂ່າວແມ່ບໍ່ເຫັນ ພາກັຍຫາຍຕົວອອກຈາກສູນໄປຢ່າງພິບຕາ.

ຍັງມີຕໍ່

 

 



__________________
Anonymous

Date:
Permalink   
 

(16)

ເມື່ອຕົກມາປີ 1978 ທາງການໄທໄດ້ນຳເອົາຊາວອົພະຍົບລາວມົ້ງແຍກອອຳຈາກສູນໜອງຄາຍເອົາໄປໄວ້ຢູ່ສູນເມືອງເລີຍແລະອ້າງເຫດ

ຜົນວ່າພວກຊາວເຂົາບໍ່ລຶ້ງກັບສະພາບດິນຟ້າອາກາດທີ່ເປັນເຫດເຮັດໃຫ້ພວກຂະເຈົ້າລົ້ມປ່ວຍລົງຫລາຍຄົນ ນີ້ກໍເປັນເຫດຜົນທີ່ທາງການ

ໄທແລະສູນລາວອົພະຍົບອ້າງອິງ, ແຕ່ຜູ້ທີ່ມັກສັງເກດຫລືເປັນນັກສັງເກດການກໍຈະຮູ້ເຫັນເຫດຜົນນັ້ນເກີດມາຈາກຫຍັງ? ພວກອົພະຍົບ

ມົ້ງລາວບໍ່ໄດ້ສເນີທາງການວ່າຢາກຍ້າຍອອກຈາກສູນໜອງຄາຍໄປຢູ່ສູນຈັງຫວັດເລີຍປະເທດໄທແຕ່ປະການໃດ, ແຕ່ວ່າ  ເປັນແນວຄິດ

ຂອງເຈົ້າໜ້າສູນລາວສເນີຂຶ້ນໄປຫາຜູ່ວ່າໜອງຄາຍໃຫ້ແຍກພວກມົ້ງອອກຈາກສູນຄົນລາວດ້ຍເຫດຜົນແນວອື່ນຕ່າງຫາກ. ພວກມົ້ງຈະ

ບໍ່ຮັບສິ່ງໃດທີ່ພວກຂະເຈົ້າບໍມັກແລະເຮັດຜິດຕໍ່ກົດຣະບຽບຫລືກົດເກນຂອງຄວາມຍຸຕີທັມທຸຢ່າງ. ພວກມົ້ງພາກັນປະທ້ວງບໍຍອມຮັບເອົາ

ສະບຽງອາຫານທີ່ທາງການໄທປ່ຽນຣະບົບໃໝ່ທີ່ເອົາເຂົ້າປາອາຫານທີ່ໝົດອາຍຸຫລືຄຸນະພາບມາແຈກຢາຍໃຫ້, ພວກເຂົາໄດ້ນຳເອົາອາ

ໄປສົ່ງຄືນແລະເທຖິ້ມໃຫ້ຫົວໜ້າສູນຝ່າຍລາວຢູ່ຕໍ່ໜ້າຕຶກກອງອຳນວຍການທຸກເທື່ອທີ່ພວກເຂົາໄດ້ຮັບການແຈກຢາຍສະບຽງອາຫານທີ່

ໝົດອາຍຸໃນການບໍຣິໂພກ. ຫລາຍຄົນຖືກຈັບກຸມຖານຖອກເທອາຫານໃສ່ຕໍ່ໜ້າເຈົ້າໜ້າທີອຳນວຍການສູນຫລືຄົນລາວຮູ້ໃນນາມຫົວໜ້າ

ສູນ, ແຕ່ຖ້າວ່າຈັບມົ້ງຄົນນຶ່ງແມ່ນພວກຂະເຈົ້າຈະພາກັນຫລັ່ງໄປຕໍ່ວ່າແລະຍິນຍອມເຂົ້າຫ້ອງຂັງນຳກັນເປັນຮ້ອຍຄົນໂລດກັບຜູ່ທີ່ຖືກຈັບໄປ

ແລະກໍບໍແຕກຕ່າງກັບສິ່ງໃດທີ່ທາງການປະຕິບັດບໍ່ສເມີພາບກັນແມ່ນພວກເຂົາຈະປະຕິເສດດ້ຍສຽງດຽວກັນໝົດທຸກຄົນໃນສູນໂລດ. ເມື່ອ

ມົ້ງປະທ້ວງເຣື່ອງເຄື່ອງບໍຣິໂພກທີ່ພວກເຂົາໄດ້ຮັບນັ້ນ ທາງຫົວໜ້າສູນຈຳເປັນຕ້ອງຈັດແຍກສຳບຽງອາຫານລາວແລະມົ້ງອອກຈາກກັນຊຶ່ງ

ກ່ອນໜ້ານັນແມ່ນຈັດມາບ່ອນດຽວກັນກ່ອນຈະສົ່ງໄປໃຫ້ແຕ່ລະເຂດເພື່ອໄປແຈກຢາຍລູກອາຄານຂອງເຂົາ. ສູນສະບຽງອາຫານຢູ່ທີ່ສູນ

ເບື້ອງຝ່າຍຂອງສູນເຜົ່າລາວລຸ່ມ ແຕ່ລະວັນຫົວໜ້າສະບຽງອາຫານຂອງຊາວມົ້ງກໍຈະມາຮັບເອົາທີ່ສູນສະບຽງເພື່ອນຳເອົາໄປ ຈະບໍ່ມີສິ່ງ

ໃດທີ່ຈະໄດ້ຮັບບໍຣິໂພກແຕກຕ່າງກັນນັບແຕ່ວັນແຣກທີ່ສູນເກີດ,  ຈົນມາເຖິງຕອນນາຍພົນສັງເຂົ້າຮັບໜ້າທີ່ເປັນຫົວໜ້າສູນຝ່າຍລາວ ຈຶ່ງ

ເກີດມີການປະທ້ວງບໍ່ພໍໃຈສະບຽງອາຫານຂອງພີ່ນ້ອງເຜົ່າມົ້ງເກີດຂຶ້ນ.  ສ່ວນຝ່າຍຄົນລາວບໍ່ມີຫົວໜ້າຫລືຜູ່ນຳເຂດແລະອາຄານຄົນໃດ

ນຳພາປະທ້ວງດ້ວຍເຫດຜົນອັນໃດນັ້ນຕ່າງກໍຮູ້ກັນດີວ່າມາຈາກເຫດຜົນອັນໃດ?   ເພາະພວກເຂົາຖືກເອົາເງິນຍັດອັດປາກໝົດທຸກຄົນທີ່ບໍ່

ເທົ່າໃດຮ້ອຍບາດເງິນໄທຕໍ່ເດືອນຈາກນາຍພົນສັງແລະຜູ່ວ່າໜອງຄາຍ. ພາຍຫລັງເຈົ້າໜ້າທີສູນຝ່າຍໄທໄດ້ສ້າງຕຶກສະບຽງອາຫານຢູ່ທີ່

ສູນຝ່າຍມົ້ງສຳເຣັດພວກເຂົາຍັງສ້າງຮົ້ວໜາມໝາກຈັບແຍກກາງຣະຫວ່າງສູນລາວ-ມົ້ງອອກເປັນສອງພາກສ່ວນ     ເພື່ອຫວັງບໍ່ໃຫ້ຄົນ

ລາວເຂົ້າໄປເຫັນພວກມົ້ງທີ່ໄດ້ຮັບສະບຽງອາຫານທີ່ມີຄຸນະພາບດີຄືນມາເໝືອນເດີມ ແລະຫົວໜ້າສູນຍັງສັ່ງພວກມົ້ງບໍ່ໃຫ້ໄປບອກຫລື

ເວົ້າສູ່ຄົນລາວຟັງນຳອີກ.  ພວກນັກກໍ່ກວນຄວາມບໍ່ສະຫງົບຫລືນັກສອດແນມໃຕ້ດິນຂອງລາວແດງກໍຮີບຟ້າວຫາສ່ອງທາງເຂົ້າມາເຄື່ອນ

ໄຫວສ້າງໃຫ້ຄົນລາວໄປຕໍ່ວ່າຫົວໜ້າສູນແລະນຳເອົາເຣື່ອງຂຶ້ນໄປຖາມເຖິງຜູ່ວ່າໜອງຄາຍວ່າເປັນຫຍັງຄົນລາວຈຶ່ງໄດ້ຮັບສະບຽງອາ

ຫານແຕກຕ່າງກັນກັບພວກມົ້ງ? ແຕ່ກໍບໍ່ໄດ້ຮັບການແກ້ໄຂຕາມຄວາມຮ້ອງຂໍ  ຄົນລາວຈຶ່ງຂູ່ວ່າຈະນຳເອົາເຣື່ອງຂຶ້ນໄປສເນີແຈ້ງການຕໍ່ຜູ່

ຕາງໜ້າຂ້າຫລວງໃຫຍ່ສະຫະປະຊາຊາດປະຈຳໄທທີ່ໜອງຄາຍ ແລະໃນທີ່ສຸດກ່ອນເຣື່ອງຈະບານປາຍທາງການໄທຈຶ່ງສົ່ງອົພະຍົບມົ້ງ

ອອກຈາກສູນໜອງຄາຍໄປທີ່ຈັງຫວັດເລີຍ.

ໃນຕົ້ນປີ 1978 ຫາ 79 ຄົນລາວຢູ່ໃນສູນໜອງຄາຍຂ້າກັນຕາຍເປັນເນື່ອງນິດ ໂດຍບໍ່ຮູ້ວ່າແມ່ນເກີດມາຈາກເຫດຜົນອັນໃດ, ໄດ້ຍິນແຕ່

ຂ່າວລືກັນວ່າພວກທີ່ຂ້າກັນນັນແມ່ນເຂົານຳມາຂ້າກັນຢູ່ສູນເພາະມີຄວາມແຄ້ນສ່ວນໂຕມາແຕ່ປະເທດລາວຈຶ່ງນຳມາສະສາງແຄ້ນເກົ່າ

ທີ່ມີແລ້ວກໍຂ້າມນຳ້ຂອງຄືນເມືອປະເທດລາວ. ທີ່ຈິງແລ້ວຈະບໍ່ມີການສືບສວນຫລືສອບສວນຄະດີໃດໆທີ່ເກີດຂຶ້ນພາຍໃນສູນ ແຕ່ຖ້າວ່າ

ຄົນລາວອອກໄປກໍ່ຄະດີຢູ່ນອກສູນທີ່ມີປະຊາຊົນໄທກ່ຽວຂອງຫລືເປັນຝ່າຍເສັຍຫາຍແມ່ນທາງເຈົ້າໜ້າທີ່ໄທຈະບໍ່ປ່ອຍເດັດຂາດ ຫາກ

ກົງກັນຂ້າມກັບຄົນລາວອອກໄປນອກສູນຖືກຂ້າຕາຍດ້ວຍວິທີໃດຫລືຈາກການກະທຳຂອງໃຜກໍຕາມຈະຕາຍເໝືອນໝາກາງຖນົນໂດຍ

ບໍ່ມີການສືບສວນໃດໆທັງສິ້ນ. ພວກທີ່ຖືກຄາຕະກັມຢູ່ໃນສູນສ່ວນຫລາຍແມ່ນມີປວັດທາງການເມືອງຢູ່ໃນລາວມາກ່ອນທີ່ເປັນສັມະຊິກ

ຂອງສະຫະພັນນັກສຶກສາລາວກລືທີ່ຮູ້ກັນວ່າສພວກ 21 ອົງການ ຈົນເປັນເຫດໃຫ້ຫົວໜ້າແລະສັມະຊິກອົງການນີ້ທີ່ມີບັດບາດແລະຊື່

ສຽງມາກ່ອນນັ້ນບໍສາມາດດຳຣົງຊີວິດຢູ່ໃນສູນໄດ້ ຈຳຕ້ອງໜີອອກຈາກສູນໄປຢູ່ນອກສູນກັນໝົດ.

ຂ່າວທີ່ທາງຜູ່ບັນຊາການກູ້ຊາດໄດ້ຮັບມາຈາກໜ່ວຍສືບຢູ່ ສປປ ລາວ ສົ່ງມາໃຫ້ວ່າລາວແດງໄດ້ສົ່ງນັນຮົບໃຕ້ດິນເຂົ້າມາກໍ່ການຮ້າຍ

ຢູ່ໃນສູນໜອງຄາຍກໍກຳລັງເຫັນກະຈ່າງແຈ້ງອອກມາທຸກຣາຍະຣາຍະ ຊຶ່ງເຫັນຈາກການຄາຕະກັມເກີດຂຶ້ນໃນສູນ ຄວາມຂັດແຍ້ງຣະ

ຫວາງຊາວອົພະຍົບກັບເຈົ້າໜ້າທີ່ສູນຝ່າຍລາວກໍມີການທະເລາະວາທະກັນຢູ່ຕລອດ ແລະ ນາຍພົນສັງກັບກາຍເປັນເປົ້າຂອງເປັນຜູ່ນຳ

ອັນເລວຊາມໃນສາຍຕາຂອງຊາວອົະຍົບລາວທັ້ງສູນ ແຕ່ບໍ່ມີໃຜສາມາດເຮັດຫຍັງໄດ້ ເພາະຂາດຫົວໜ້ານຳພາຫລືວ່າເປັນແກ່ນນຳໃນ

ການປະທ້ວງເພື່ອຣະງັບຢັບຢັ້ງການຄໍຣັບຊັນຂອງເຈົ້າໜ້າທີ່ສູນອົພະຍົບໜອງຄາຍ.

ຍັງມີຕໍ່

 

 

 



__________________
Anonymous

Date:
Permalink   
 

(17)

ໄດ້ຮັບຂ່າວແຕ່ລະວັນຈົນຖືເປັນເຣື່ອງປົກະຕິທີ່ໄດ້ຍິນວ່າຊາວລາວບໍ່ວ່າຢູ່ໃນສູນອົພະຍົບໜອງຄາຍຫຼືຢູ່ປະເທດລາວແມ່ນແຂ່ງຂັນກັນຂ້າລ້າງເຜົາຜານເອົາ

ຊີວິດກັນບໍ່ຂາດແຕ່ລະວັນ, ແຕ່ເຫດການທີ່ບໍ່ໜ້າຈະເກີດຂຶ້ນຂອງຜູ່ມີອຳນາດທີ່ປົກຄອງປະເທດລາວແບບບ້າຜະເດັດການຂອງຣັຖະບານໃນຍຸກນັ້ນທີ່ໄດ້

ອອກຄຳສັ່ງສັງຫານປະຊາຊົນຊາວລາວທຸກຄົນທີ່ພາກັນຫຼົບໜີລອຍຂ້າມແມ່ນ້ຳຂອງຫຼືດ້ວຍຍ່າງທາງຕີນເຂົ້າໄປປະເທດໄທ.  ຄວາມໂຫດຣ້າຍປ່າເຖື່ອນ

ຢ່າງສັດປ່າເດັຍຣະສານຂອງຣັຖະບານ ສປປ ລາວ ສັ່ງຂ້າຄົນລາວດ້ວຍກັນຈົນກາຍເປັນຣັຖະບານຄາຕະກອນມືເປືອນເລືອດຈຶ່ງເປັນເຫດໃຫ້ປະເທດລາວ

ກາຍປັນແປງໄຟລຸກໄໝ້ລາມໄປທົ່ວສາຣະທິດ. ການທີ່ຣັຖະບານສັ່ງຂ້າປະຊາຊົນທີ່ພາກັນຫຼົບໜີອອກປະເທດນັ້ນຍິ່ງເປັນພຶດຕິການອັນຊົ່ວຊ້າເລວຊາມ

ຂອງພວກບ້າອຳນາດທີ່ທຳຕໍ່ປະຊາຊົນທຸກເພດທຸກວັຍທີ່ມີແຕ່ມືເປົ່າທີ່ກຳລັງພະຍາຍາມສ່ຽງເອົາຊີວິດຄອບຄົວທຸກຄົນເພື່ອຫວັງໃຫ້ລອດປອດພັຍໄປເຖິງ

ຈຸດໝາຍປາຍທາງ, ພຽງແຕ່ສ່ຽງຕາຍພາເອົາຄອບຄົວລອຍລອດປອດພັຍໃຫ້ໄປເຖິງຝັ່ງໄທກໍແສນໜັກແສນໜາຢູ່ແລ້ວ ຊ້ຳຍັງສັ່ງໃຫ້ທະຫານແລະກອງ

ຫຼອນໃຊ້ປືນຍິງໄລ່ຂ້າໄລ່ແກງເຜີ້ມເຕີມຂຶນອີກຈົນປະຊາຊົນລາວນັບບໍ່ຖ້ວນທີ່ຈົບຊີວິດຈົມລົງພື້ນແມ່ນ້ຳຂອງແລະນ້ຳຂອງຈົນກາຍເປັນສີເລືອດໄປເລີຍ

ໃນຍຸກນັ້ນ. ຖ້າຣັຖະບານ ສປປ ລາວ ຮັກປະຊາຊົນດັ່ງທີ່ພາກັນເຫົ່າກັນຫອນອອກມາທາງປາກຂອງພວກເຂົາທີ່ກະຈາຍສຽງອອກທຸກໆວັນແຕ່ເຊົ້າຈົນ

ມືດຄ່ຳທີ່ວ່າປະຊາຊົນເປັນມິດທີ່ດີກັບທະຫານແລະເປັນທີ່ເຜິ່ງຂອງພັກລັດ ແຕ່ເປັນຫຍັງຈຶ່ງສັ່ງຂ້າພວກທີ່ລັກລອບລອຍຂ້ານ້ຳຂອງໜີ,  ຖ້າຣັຖະບານມີ

ຈິດໃຈຮັກປະຊາຊົນແທ້ຈິງດັ່ງທີ່ພາກັນອ້າປາກອອກມາຖແລງຢູ່ກອງປະຊຸມສັມະນາທີ່ປຸກຣະດົມປະຊາຊົນນັ້ນ ເຈົ້າໜ້າທີ່ຣັຖຄືບໍ່ເອົາເຮືອອອກໄປຕ້ອນ

ເອົາກັບຄືນສູ່ປະເທດດ້ວຍດີ ຄືມາສັ່ງຍິງຖິ້ມຢ່າງສັດສາວາສິ່ງ (ນີ້ຄືແຜນການສັງຫານປະຊາຊົນລາວຂອງນາຍເໜືອຫົວແກວແດງຂອງພວກຄອງອຳນາດ

ຂອງ ສປປ ລາວ ເພື່ອພວກແກວແດງຈະໄດ້ສົ່ງປະຊາຊົນແກວເຂົ້າມາແທນທີ່ປະຊາຊົນລາວທາງອ້ອມ ດັ່ງທີ່ພວກເຮົາເຫັນຜົນປະຈັກຕາປະກົດໃຫ້ເຫັນ

ຢູ່ທຸກວັນນີ້ທ່ເມືອງລາວເຕັມໄປດ້ວຍພວກແກວຫຼຸຫຼັ່ງທັ່ງເທກັນເຂົ້າມາຢູ່ເມືອງລາວຈົນປະເທດລາວກັບກາເປັນຣັຖນຶ່ງຂອງປະເທດແກວ).

ເຖິງຣັຖະບານ ສປປ ລາວ ຈະໃຊ້ອຳນາດຜະເດັດການເພື່ອກຳຈັດກັບຊາວລາວທີ່ພາກັນຫຼົບໜີອອກຈາກປະເທດດ້ວຍອຳນາດປາຍປືນ ແຕ່ກໍບໍ່ສາມາດ

ຢັບຢັ້ງການຫຼຸຫຼັ່ງທັ່ງເທໜີອອກຈາກປະເທດຂອງປະຊາຊົນລາວບໍ່ໄດ້ ຍິ່ງປາຍຍິ່ງທະວິຄູນໂຕເລດຂອງຈຳນວນປະຊາກອນລາວທີ່ໜີອອກຈາກບ້ານເກີດ

ເມືອງນອນໄປຫາຕາຍດາບໜ້າເພາະທົນໃຊ້ຊີວິດຢູ່ກັບຄວາມອຶດຢາກແລະຕີນເບື້ອງນຶ່ງຢຽບປາກຄຸກແລະອີກເບື້ອງນຶ່ງຢຽບປາກເຫວທີ່ຕີນຈະຫວິດດິນ

ແລ້ວເອົາຊີວິດຕົກລົງໃຂ້າງໃດຂ້າງນຶ່ງ. ອົພະຍົບລາວຫຼົ່ງເຂົ້າມາຈົນລົ້ນສູນ ທາງອົງກອນຄຣິສຈັກສາກົນຈົນໄດ້ນຳເອົາເຕັນມາຫາງລົງທຸກຍ່ອມນ້າດິນ

ໃນວົງຕາດິນທີ່ມີສາຍາຊື່ວ່າ ວຽງຈັນ 2 ໃນຍຸກນັ້ນ,  ຈຳນວນຄົນເພີ້ມຂຶ້ນ  ຈຳນວນກໍ່ວິນາສກັມຢູ່ພາຍໃນສູນອົພະຍົບກໍເຜີ້ມຂຶ້ນຈົນປະຊາຊົນບໍ່ກ້າ

ຈະອອກຈາກອາຄານໄປເລາະຫຼີ້ນຫຼັງຈາກຕາເວັນຕົກດິນ. ດັ່ງທີ່ໄດ້ກາວມາເມືອນຕອນທີ່ຜ່ານມາທີ່ວ່າພວກທີ່ຖືກຂ້າຕາຍຢູ່ໃນສູນນັ້ນລ້ວນແລ້ວສ່ວນ

ຫຼາຍເປັນສັມະຊິກສະຫະພັນນັກສຶກສາຫຼື 21 ອົງການທັງນັ້ນ. ຂ່າວ ດອກເຕີ ຕານ ໄດ້ເຂົ້າມາເຖິງສູໜອງຄາຍແລະມີເປົ້າໝາຍຂອງຜູ່ທີ່ຈະເປັນຫົວ

ໜ້າສູນອົພະຍົບຄົນຕໍ່ໄປຫລັງຈາກນາຍພົນສັງລາອອກຫຼືໄດ້ເດີນທາງນຳໄປຫາຄອບຄົວທີ່ປະເທດຝຣັ່ງເສສ,   ແຕ່ ທ່ານ ດຣ. ຕານ ອາດຍັງບໍ່ຮູ້ວ່າມີ

ໜ່ວຍໃຕ້ດິນຂອງລາວແດງກຳລັງຈ້ອງມອງຂອງການເຄື່ອນໄຫວຂອງເພິ່ນຢູ່ ບໍ່ມີແຕ່ຝ່າຍໜ່ວຍໃຕ້ດິນຂອງລາແດງທີ່ຈ້ອງມອງ ແຕ່ຫາກຍັງມີອີກຈຳ

ພວກນຶ່ງທີ່ຈັບຕາສັງເກດເບິ່ງເພິ່ນຄືກັນ ຈຳພວກນັ້ນກໍຄືໜ່ວຍຕໍ່ຕ້ານ ສະຫະພັນ 21 ອົງການ ທີ່ເປັນລູກຫລານຂອງອະດີດນາຍພົນນາຍພັນແລະຂ້າ

ຣາຊະການຊັ້ນສູງແລະປະຊາຊົນທີ່ເສັຍຜົນປະໂຫຍດທາງການເມືອງຊຶ່ງພໍ່ແມ່ຍາດພີ່ນ້ອງຖືກຈັບກຸມຄຸມຂັງໄປສູນສັມະນາ ແລະສິ່ງທີ່ໃຫຍ່ຫຼວງນັ້ນກໍ

ຄື 21 ອົວການນີ້ເປັນມືຂວາຂອງຝ່າຍແນວລາວຮັກຊາດຂັບໄລ່ຜູ້ນຳຝ່າຍວຽງຈັນແລະອາເມຣິກາອອກຈາກວຽງຈັນພາຫຼັງມີຣັຖະບານສອງຝ່າຍຕັ້ງ

ຂຶ້ນໃນປິ 1973. ທ່ານ ດຣ. ຕານ ໃນອະດີດກໍເປັນຜູ້ສນັບສນູນພວກ 21 ອົງການກ່ອນປະເທດລາວເຊັນສັນຍາສັນຕິສົງຄາມໃນປີ 72, ພາຍ

ຫຼັງຈາກນັ້ນຊື່ຂອງເພິ່ນກໍຫາຍຫ່າງເຫີນອອກຈາກອົງກອນນີ້ຈົນເຖິງວັນທີ່ເພິ່ນໂຜ່ມາທີ່ສູນໜອງຄາຍໃນນາມລາວອົພະຍົບຄົນນຶ່ງ. ຖ້າເມື່ອໃດ ດຣ.

ຕານເປັນຫົວໜ້າສູນ ໂຊກຂອງຄນະສັມະຊິກ 21  ອົງການແລະແກ່ນນຳແມ່ນມີສູງທີ່ຈະໄດ້ເຂົ້າມາຢູ່ໃນສູນແລະມີສິດໄປສ້າງຊີວິດໃໝ່ຢູ່ປເທດທີ

ສາມເໝືອນອົະຍົບລາວທົ່ວໆໄປ.

ຍັງມີຕໍ່

 



__________________
Anonymous

Date:
Permalink   
 

(18)

ດຣ. ຕານ ຫລອນເອົາຕົນຕົວໂຜ່ເຂົ້າມາປະກົດຕົວຢູ່ໃນສູນອົພະຍົບລາວໄດ້ເຮັດໃຫ້ຄົນບາງຈຳພວກແລະບາງກຸ່ມເກີດມີຄວາມຫວັ່ນ

ໄຫວແລະອັສຈັນໃຈເປັນອັນມາກ ເພາະ ດຣ. ຕານ ບໍ່ໜ້າຈະສ່ຽງເອົາຄອບຄົວລອຍຂ້າມແມ່ນ້ຳຂອງເຂົ້າປະເທດໄທໃນຣະຍະເວລາ

ສະຖານະການອັນເຄັ່ງຕຶງຕາມຊາຍແດນ ລາວ-ໄທ  ແຕ່ເໜືອເຖິງໃຕ້ທີ່ມີການປະທະຍິງກັນບໍຂາດແຕ່ລະວັນຣະຫວ່າງເຈົ້າໜ້າທີ່ຮັກ

ສາຊາຍແດນຂອງໄທ (ນປຂ) ກັບກອງກຳລັງທະຫານລາວແດງແລະກອງຫລອນຝ່າຍລາວແດງ,  ຈົນເຫດການແບບນີ້ຍັງເກີດຂຶ້ນທີ່

ຕໍ່ໜ້າຫໍຄຳທີ່ປິ່ນໜ້າໄປປະເຊີນກັບຫາດຊາຍດອນຈັນຢູ່ເລື້ອຍໆທີ່ມີການຍິງຕໍ່ສູ້ກັນ ບາງຄັ້ງກໍເປັນກາງເວັນແສກໆອີດ້ວຍ ເພາະທະ

ຫານລາວແດງແລະກອງຫລອນຍິງຕ້ານເຮືອ ນປຂ ໄທທີ່ກຳລັງເຂົ້າໄປຊ່ວຍເຫລືອຊາວລາວ   ທີ່ກຳລັງລອຍຂ້າມນ້ຳຂອງເຂົ້າໄປໄທ

ເມື່ອພບກເຂົາຜ່ານເຂົ້າໄປເຖິງເຂດນ່ານນຳ້ຂອງໄທແລ້ວ, ນປຂ ຈຶ່ງຍິງໂຕ້ຕອບຝ່າຍທະຫານແລະກອງຫລອນລາວ ຄມນ ເພາະເປັນ

ການປ້ອງກັນຕົວ.  ຢູ່ໃນສະພາບການອັນຮ້ອນຮົນແບບນີ້ທີ່ເກີດຂຶ້ນຕາມສອງຝັ່ງແມ່ນ້ຳຂອງສ່ວນທີ່ເປັນເສັ້ນຊາຍແດນຂອງສອງປະ

ເທດນີ້ແມ່ນເປັນໄປບໍ່ໄດ້ທີ່ ດຣ. ຕານຈະສ່ຽງເອົາຄອບຄົວຫລົບໜີອອກຈາກປະເທດ. ເກີດມີຄວາມຊ່າລືແຕກຕ່າງກັນກ່ຽວກັບການ

ປະກົດຕົວຂອງ ດຣ. ຕານ  ບາງກໍວ່າເພິ່ນພາຄອບຄົວໜີອອກຈາກລາວແຕ່ກ່ອນມີການຍຶດອຳນາດ ວັນທີ 2 ທັນວາ 75 ພຸ້ນ ແລະມາ

ພັກພາອາສັຍກັບຍາດພີ່ນ້ອງຢູ່ນອກສູນຫວັງລໍໃນການກັບຄືນເມືອງຖ້າຫາກມີການປ່ຽນແປງການປົກຄອງຄືນສູ່ຣະບອບເດີມ, ບາງ

ກໍເວົ້າວ່າ ອາຈແມ່ນຣັຖະບານ ສປປ ລາວ    ສົ່ງອອກຈາກປະເທດເພື່ອແລກປ່ຽນສິ່ງໃດສິ່ງນຶ່ງທີ່ມີຄຸນປະໂຫຍດອັນລ້ຳຄ່າຈາກ ດຣ.

ຕານ,   ເພາະມີຫລາຍຄົນທີ່ເປັນອະດີດຣັຖະການກະຊວງອຸດສາຫະກັມການຄ້າຕ່າງກໍເວົ້າເປັນສຽງດຽວກັນວ່າເຫັນເພິ່ນເປັນຫົວ

ຫ້ອງການຜູ່ຈັດການພະແນກຣັດວິສາຫະກິດຢູ່ ກ່ອນພວກອະດີດພະນັກງານທີ່ກ່າວມານັ້ນຫລົບໜີອອກເມືອງລາວມາ.  ເຣື່ອງຂອງ

ດຣ. ຕານພາຄອບຄົວຫລົບໜີອອກຈາກປະເທດດ້ວຍວິທີໃດນັ້ນກໍຍັງເປັນປິສນາຢູ່ ແຕ່ວ່າຊາວລາວອົພະຍົບສ່ວນຫລາຍບໍ່ໄດ້ຖືເປັນ

ເຣື່ອງສຳຄັນ ຫາກແຕ່ວ່າມີຄົນບາງກຸ່ມບາງຈຳພວກເທົ່ານັ້ນຖືເປັນເຮື່ອງໃຫຍ່ແລະເປັນເຣື່ອງຂອງພວກຂະເຈົ້າ ເຊັ່ນ: ພວກ 21 ອົງ

ການແມ່ນພາກັນດີໃຈ ເພາະຈະຳດ້ອາສັຍບາຣະມີຂອງ ດຣ. ຄົນນີ້ໃນການທີ່ຈະໄດ້ມີໂອກາດໄປຕ່າງປະເທດເຖິງຈະບໍ່ສາມາດເຂົ້າ

ໄປຢູ່ໃນສູນກໍຕາມ, ອີກກຸ່ມນຶ່ງກໍເປັນກຸ່ມທີ່ຕໍ່ຕ້ານ 21 ອົງການ ກໍພາກັນເກີດມີຄວາມເກງກົວຂຶ້ນມາຖ້າຫາກເພິ່ນໄດ້ຂຶ້ນມາເປັນຫົວ

ໜ້າສູນເມື່ອໃດຢ້ານຈະຖືກຝ່າຍ 21 ອົງການເຂົ້າມາຄິດບັນຊີຄືນ.

ຕົກເຖິງກາງປີ 1979   ມີຊ່າວລືກັນວ່າອີກປີສອງປີຂ້າງໜ້າທາງຣັຖະບານໄທຈະຫຍຸບສູນໜອງຄາຍເພາະດ້ວຍເຫດຜົນອັນໃດນັ້ນ

ຍັງບໍມີໃຜຮູ້ ແລະຂ່າວລືນີ້ກໍບໍ່ໄດ້ແມ່ຂ່າວອອກມາເປັນທາງການແຕ່ປະການໃດ ເປັນພຽງຂ່າວທີ່ຄົນພາກັນນຳອອກມາໂອ້ລົມໂຕ້ວາ

ທີກັນຢູ່ຕາມຮ້ານກາເຟແລະທີ່ຮ້ານຕັດຜົມໜອງສະໂນ. ເຖິງວ່າຂ່າວລືບໍ່ແມ່ນຂ່າວເປັນທາງການແຕ່ຮ້ອນຮອດຫົວໜ້າສູນກໍຄືນາຍ

ພົນສັງ  ເພາະມີການລືເຜີ້ມເຕີມຂຶ້ນວ່າທີ່ທາງການໄທຈະຍ້າຍສູນໜີອອກຈາກໜອງຄາຍນັ້ນເພາະຣັຖບານໄທຮູ້ຈັກວ່າມີການໂກງ

ເງິນທຶນຊ່ວຍເຫລືອອົພະຍົບຂອງເຈົ້າໜ້າທີ່ໄທແລະສູນລາວຮ່ວມຫົວກັນ.   ນາຍພົນສັງຈຶ່ງສັ່ງໃຫ້ປ້ອງກັນອອກສືບວ່າແມ່ນໃຜເອົາ

ຂ່າວນີ້ມາເຜີຍແຜ່ ພ້ອມກັບໂຕເພິ່ນເອງກໍຟ້າວເຂົ້າໄປພົບຜູ່ວ່າໜອງຄາຍເປັນການດ່ວນ ເພື່ອຖາມວ່າເປັນເຣື່ອງຈິງບໍ່ທີ່ຈະຍ້າຍສູນ

ນີ້, ທາງຜູ່ວ່າກໍງົງເພາະບໍ່ທັນໄດ້ຍິນຈາກຣັຖະບານຂອງເພິ່ນລາຍງານລົງມາໃຫ້ຊາຍຢ່າງເປັນທາງການ.   ວັນນຶ່ງຜູ່ວ່າເຂົ້າມາເຊັຍ

ທິມກິລາບານເຕະຢູ່ເດີ່ນເຕະບານສູນໜອງຄາຍ ເພາະທິມເຕະບານສູນໜອງຄາຍເປັນທິມຂອງຜູ່ວ່າທີ່ເປັນສະປອນເຊີ  ແລະ ແຕ່

ລະນັດແຂ່ງຂັນກັບທິມ ອຳເພີ ຈັງຫວັດ ແລະ   ອົງກອນສາມະຄົມຕ່າງໆຂອງພາກອິສານ ແມ່ນມີການເດີມພັນກັນຢ່າງໃຫຍ່,  ຊຶ່ງ

ດັ່ງກ່າວຜູ່ວ່າໜອງຄາຍຍັງຕອບຄຳຖາມຊາວລາວວ່າບໍມີແຜນການທີ່ຈະຍ້າຍສູນໜອງຄາຍໄປໃສຖ້າຫາກເພິ່ນຍັງເປັນຜູ່ວ່າຢູ່ຈຶ່ງ

ເັຮດໃຫ້ຄົນລາວບາງໃຈກັນລັງເກືອບວ່າໝົດທັງສູນນັ້ນລະ.

ການສືບສ່າວທາວຫາຕົ້ນຕໍຂອງຜູ່ນຳເອົາຂ່າວເປົ່າປີວນີ້ອອກມາເຜີຍແຜ່ກໍຍັງສືບຕໍ່ ແລະ  ໃນທີ່ສຸດກໍຈັບໄດ້ເປັນສັມະຊິດນັກກໍ່ວິ

ນາສກັມໃຕ້ດິນທີ່ລາວແດງສົ່ງເຂົ້າມາ ທີ່ໄປຝອຍຢູ່ຮ້ານຕັດຜົມຂ້າງໜອງສະໂນ. ນັກຮົບໃຕ້ດິນລາວແດງຄົນນີ້ສາຣະພາບຕໍ່ເຈົ້າ

ໜ້າທີ່ໄທວ່າທາງການລາວໄດ້ເຈາະຮູ້ເຣື່ອງແຜນການຂອງຣັຖະບານໄທຈະຍ້າຍສູນໜອງຕາຍໄປທີ່ອື່ນນັ້ນເປັນຄວາມຈິງແລະຍັງ

ເລົ່າອີກວ່າຈະມີການວາງເພີງໄລ່ທີ່ອີກ. ບັກນັກຮົບໃຕ້ດິນລາວແດງຄົນນີ້ກໍຫາຍສາບສູນໄປກັບກີບເມຂພາຍຫລັງທາງການໄທໄດ້

ເກັບກຳຂໍ້ມູນຈາກມັນ ແລະທາງນາຍພົນສັງ ກໍອອກມາເຕືອນຊາວລາວບໍໃຫ້ວິຕົກກັງວົນກຽວກັບຂ່າວທີ່ນັກສືບລາວແດງນຳເອົາ

ມາເປົ່າຂ່າວນີ້ ເພາະອາຈເປັນການສ້າງກະແສເພື່ອໃຫ້ສັງຄົມໃນສູນກະທົບກະເທືອນກໍເປັນໄດ້.

ຍັງມີຕໍ່

 



__________________
Anonymous

Date:
Permalink   
 

(19)

ດ້ວຍຄົນແອອັດຍັດແໜ້ນຊຶ່ງມີສະຖານທີ່ນ້ອຍກວ່າພໍທີ່ຈະຮອງຮັບປະຊາກອນຫຼາຍໝື່ນຈົນເປັນເຫຕໃຫ້ສະພາບການໃນສູນລາວອົພະຍົບໜອງ

ຄາຍກາຍເປັນແຫຼ່ງສວຍໂອກາດຂອງພວກມິດສາຊີບທຳການປຸ້ນຈີ້, ຢ່ອງເບົາເອົາຊັບ ແລະ  ໂຫດຮ້າຍໄປກ່ອນັ້ນແມ່ນຂົ່ມຂືນແລະທຳຮ້າຍຮ່າງ

ກາຍຍິງສາວ ຈົນເປັນທີ່ຫວາດຜະຫວາຂອງມວນຊົນທີ່ອາສັຍຢູ່ພາຍໃນສູນແຫ່ງນີ້. ເຫຕການແບບນີ້ແມ່ນທະວິຂຶ້ນທຸກວັນຊຶ່ງເກີດຂຶ້ນໜັກໜາ

ສາຫັດນັ້ນແມ່ນເຣີ່ມຕົ້ນປີ 1979 ຂຶ້ນມາ ເພາະມີຄົນຫຼັ່ງເຂົ້າມາໃນສູນຢ່າງມາກມາຍຈົນບໍ່ມີອາຄານສະຖານທີ່ໃຫ້ພວກອົພະຍົບເຫຼົ່ານັ້ນອາສັຍ

ຈົນພາກັນໄປນອນແລະອາສັຍຢູ່ຕາມໂບດຄຣິສຈັກ, ອົງກອນຕ່າງໆ ແລະ ວັດລາວໃນສູນ  ແລະ ກອງອຳນວຍການສູນຈົນແໜ້ນໃນຍາມກາງ

ຄືນ ເມື່ອຮຸ່ງແຈ້ງມາກໍພາກັນແຕກກະຈາຍກັນໄປ.    ຍ້ອນຄົນໜັບເປັນຫລາຍພັນຄົນທີ່ຍັງແຕກກະຈາຍຢາຍໄປແບບບໍ່ມີຫຼັກແຫຼ່ງຈຶ່ງເກີດໃຫ້

ການດູແລຄຸ້ມຄອງບໍ່ທົ່ວເຖິງ, ບາງກໍໄດ້ຮັບສະບຽງອາຫານບາງກໍບໍ່ໄດ້ຮັບຈຶ່ງເປັນຜົນໃຫ້ຄົນຫີວໂຫຍຕ້ອງລັກຂອງຄົນອື່ນກິນແລ້ວເກີດມີປາກ

ມີສຽງດ່າທັ່ງດ່າແທງກັນເຖິງຂັ້ນລົງໄມ້ລົງມືທຳຮ້າຍຮ່າງກາຍກັນຂຶ້ນ.   ເມື່ອເກີດສະພາບການຢ່າງນີ້ຢູ່ໃນສູນຈຶ່ງເປັນໂອກາດດີສຳຣັບຂະບວນ

ການກໍ່ວິນາສກັມຂອງລາວແດງໄດ້ຍຸຍົງສ້າງເຣື່ອງໃຫ້ເກີດມີການທະເລາະວິວາດກັນຂຶ້ນຢ່າງບໍ່ຂາດແຕ່ລະຊົ່ວໂມງ, ຈົນເຈົ້າໜ້າທີ່ຮັກສາຄວາມ

ສງົບໃນສູນຖືກບາດເຈັບໄປຫລາຍຄົນໃນເວລາເຂົ້າໄປກັ່ຍເກັ່ຍເຫຕຕ່າງໆທີ່ເກີດຂຶ້ນ. ເຖິງຈະເປັນໂອກາດສຳຣັບພວກລາວແດງທີ່ເຂົ້າມາຫວັງ

ກໍ່ວິນາສກັມແຕ່ກໍບໍ່ສາມາດລອດສາຍຫູສາຍຕາຂອງເຈົ້າໜ້າທີ່ລາວຢູ່ໃນສູນແລະເຈົ້າໜ້າທີ່ໄທຢູ່ນອກສູນໄດ້.  ມີຊາຍສະກັນຫລາຍສິບທ່ຖືກ

ຈັບກຸມໃນນາມອົພະຍົບລາວທີ່ບໍ່ມີໜັງສືຢັ້ງຢືນຫຼືທີ່ຮູ້ກັນວ່າຕໍມໍນັ້ນ, ມີອະດີດທະຫານອ້າຍນ້ອງຫຼືລາວແດງທີ່ມີຄອບຄົວເປັນອົພະຍົບຄົນນຶ່ງ

ຢູ່ໃນສູນໄດ້ບອກເຂັດລັບແລະແຈ້ງໃຫ້ເຈົ້າໜ້າທີ່ຮັກສາຄວາມປອດພັຍໃຫ້ສັງເກດເບິ່ງກົກແຂນເທິງຂີ້ແຮ້ເບື້ອງຂວາ ຖ້າໃຜມີຮູບສັກເໝິກສີ

ດຳເປັນຮູບເງົາດຳ (ແມງເງົາ) ແມ່ນເປັນໜ່ວຍກໍ່ວິນາສກັມຫລືສອແນມໃຕ້ດິນທີ່ ສປ ລາວ ສົ່ງເຂົ້າມາເຄື່ອນໄຫວຢູ່ໃນປະເທດໄທ. ທາງເຈົ້າ

ໜ້າລາວຈຶ່ງຖາມຄືນວ່າຜູ່ກ່ຽວເປັນຫຍັງຈຶ່ງຮູ້ແລະຮູ້ເຣື່ອເຂັດລັບນີ້ມາຈາກໃສ? ແຕ່ກໍບໍ່ທັນໄດ້ຄຳຕອບຈາກຊາຍຄົນນັ້ນເພາະຜູ່ກ່ຽວບອກຕອນ

ຜູ່ກ່ວກຳລັງພາຄອບຄົວຂຶ້ນຣົຖບັສເຂົ້າກຸງເທບເມື່ອເດີນທາງອອກໄປປະເທດທີສາມ. ເມື່ອຊາບເຂັດລັບດັ່ງກ່າວຈຶ່ງພາກັນໄປກວດກາເບິ່ງຊາຍ

ໜຸ່ມທີ່ຖືກກັກຂັງຢູ່ນັ້ນແລະກໍພົບວ່າມີຮູບສັກເໝິກກາແມງເງົາດຳຢູ່ກ້ອງກົກແຂນເບື້ອງຂວາເກືອບທຸກຄົນທີ່ຖືກຂັງຢູ່ນັ້ນ, ພວກບໍ່ມີຮອຍສັກ

ທີ່ກວ່ານັ້ນແມ່ນຖືກສົ່ງໄປທ່າດ່ານເພື່ອພິມລາຍມືອົາໃບຕໍມໍຕາມຣະບຽບ   ສ່ວນພວກທີ່ມີເຄື່ອງໝາຍເງົາດຳທາງການລາວຂໍນຳໄປສອບສວນ

ແລະສືບສວນເຜີ້ມເຕີມຈາກເຈົ້າໜ້າທີ່ໄທກ່ອນຈະສົ່ງຄືນໃຫ້ທາງການໄທ. ມີຫລາຍຄົນກໍສາຣະພາບ່າເປັນໜ່ວຍໃຕ້ດິນທີ່ມີຊື່ງຣະຫັດວ່າ ເງົາ

ດຳ ທີ່ທາງ ສປປ ລາວ ສົ່ງມາເພື່ອສ້າງສະຖານະການປັ່ນປ່ວນໃນສູນໜອງຄາຍ ແລະ ໜ່ວຍກູ້ຊາດຢູ່ຕາມແຄັ້ມຕ່າງໆທີ່ປະເທດໄທ, ໃຜຄົນໃດ

ບໍ່ຮັບສາຣະພາບແມ່ນບໍ່ຮູ້ຊະຕາກັມວ່າຖືກສົ່ງໄປໃສແລະກໍຫາຍສາບສູນໄປເລີຍ ແລະ ພວກທີ່ສາຣະພາບກໍພາກັນປະກາດຂໍລີ້ພັຍຢູ່ປະເທດໄທ

ແລະວາງແຜນອອກໄປປະທດທີສາມຕາມສບັບແບບຂອງອົພະຍົບລາວທົ່ວໄປ ເພາະພວກເຂົາເວົ້າວ່າຖ້າຖືກສົ່ງຄືນກັບເມືອງລາວແມ່ນຈະຖືກຂ້າ

ຖິ້ມໝົດ.

ຍັງມີຕໍ່

 

 



__________________
Anonymous

Date:
Permalink   
 

(20)

ຄວາມອັ່ງແໜ້ນຂອງອົພະຍົບຈົນລົ້ນສູນຕ້ອນຮັບກໍພາຍຫຼັງນາຍພົນສັງຂຶ້ນມາເປັນຫົວໜ້າສູນທີ່ສົມຮູ້ຮ່ວມຄິດກັບເຈົ້າໜ້າທີ່ໄທຫາຜົນປະໂຫຍດ

ຈາກໂຄງການຊ່ວຍເຫຼືອອົພະຍົບລາວປະຈຳສູນໜອງຄາຍຂອງຂ້າຫຼວງໃຫຍ່ສະຫະປະຊາຊາດ ແລະ ອົງກອນສາກົນຕ່າງໆ, ຈະເຫັນໄດ້ວ່າກ່ອນປີ

1977 ນ້ຳເບີຈຳນວນຊາວອົພະຍົບລາວທີ່ສູນໜອງຄາຍແມ່ນບໍ່ໄດ້ລົ້ນສູນ ເພາະມີການສົ່ງຊາວອົພະຍົບໄປປະເທດທີສາມອອກໄປແຕ່ລະຣະຍະ

ຣະຍະເພື່ອໃຫ້ສົມດູນກັບຈຳນວນອົພະຍົບທີ່ໄດ້ຫຼັ່ງໄຫຼກັນເຂົ້າມາແທນທີ່ທຸກໆວັນເພື່ອຫຼີກເວັ້ນບໍ່ໃຫ້ມີບັນຫາກັບອາຄານສະຖານທີ່ພັກພາອາສັຍ

ແລະງົປະມານເຄື່ອງອຸປະໂພກແລະບໍຣິໂພກ, ແລະເພື່ອຕອບສນອງຄວາມຕ້ອງການຫຼືຊ່ວຍເຫຼືອບັນເທົາທຸກສຸຂກັບຊາວອົພະຍົບໃໜ່ໃຫ້ທ່ວງທັນ

ກັບເວລາ ດັ່ງນັ້ນຫົວໜ້າສູນເກົ່າຈຶ່ງໄດ້ຂໍຄວາມຮ່ວມມືກັຍເຈົ້າໜ້າທີ່ໄທຈັດສົ່ງອົພະຍົບອອກໄປປະເທດທີສາມແບບສົ່ງອອກສິບເຂົ້າມາແທນທີ່

ສິບພາຍຫຼັງສູນອົພະຍົບລາວໜອງຄາຍເປີດເປັນທາງການ.  ດັ່ງທີ່ໄດ້ກ່າວມາກ່ອນໜານັ້ນໄດ້ມີການໄລ່ຈັບເອົາອົພະຍົບໄປປະເທດທີສາມຈົນຜູ່

ທີ່ປັນຫົວໜ້າຄອບຄົວຕ້ອງອອກໄປລີ້ຢູ່ນອກສູນ ແລະ  ໄປຢູ່ກັບພວກກູ້ຊາດຢູ່ຕາມແຄັ້ມຕ່າງໆເພາະຍັງມີຄວາມຫວັງຈະໄດ້ກັບຄືນສູ່ບ້ານເກີດ

ເມືອງນອນຢູ່. ເມື່ອ 2 ປີ ຜ່ານໄປກໍຍັງບໍ່ເຫັນຫລີ່ແວວທີ່ຈະໄດ້ກັບຄືນເມືອງລາວປະສົມກັບໄດ້ຮັບຂ່າວຄາມຈາກຍາດພີ່ນ້ອງຜູ່ທີ່ໄປສ້າງຊີວິດ

ຢູ່ປະເທດທີສາມວ່າມີຄວາມສຸຂຄວາມສບາຍຫາອັນປຽບບໍ່ໄດ້ ແລະໄດ້ເງິນຊ່ວຍເຫຼືອຫຼາຍຮ້ອຍໂດລ້າຕໍ່ຫົວຄົນຕໍ່ເດືອນ ເມື່ອມາຄິໄລ່ເປັນເງີນ

ບາດໄທກໍໄດ້ເຖິງສາມສີ່ໝື່ນບາດຕໍ່ເດືອນ, ຈຶ່ງພາກັນຍາດຫົວຄິວກັນເພື່ອຈະໄດ້ໄປປະເທດທີສາມ. ເມື່ອຫົວໜ້າສູນຄົນເກົ່າຈາກໄປປະເທດທີ

ສາມກໍແມ່ນນາຍພົນສັງເຂົ້າມາແທນຕຳແໜ່ງຫົວ້າສູນ,ແຕ່ຫົວໜ້າສູນຄົນໃໝ່ນີ້ເປັນຄົນຂອງຜູ່ວ່າຣາຊການຈັງຫວັດຈຶ່ງພາກັນຮັບເງິນກ້ອງໂຕະ

ຈາກຊາວອົພະຍົບຕ່າງດ້າວມີ່ອອກຊື່ວ່າອົພະຍົບມາແຕ່ລາວເຊັ່ນຊາວຈີນ, ຫວຽດນາມ ແລະ ແຂກອິນເດັຍຫຼືຊາດອື່ນໆທີ່ພວກເຂົາມີເງິນ.ນອກ

ຈາກຊາວອົພະຍົບຕ່າງດ້າວລາວ, ຍັງມີຄົນໄທແລະຕ່າງດ້າວໄທທີ່ຢາກໄປປະເທດທີສາມຊ້ອງກັນຢູ່ຊາບລາບຕ່າງກໍມາເສັຍຄ່າທຳນຽມກ້ອງໂຕະ

ແລ້ວຮອດວັນອອກເດີນທາງກໍມາລໍຖ້າເອີ້ນຊື່ຂຶ້ນຣົຖບັສເຂົ້າໄປກຸງເທບໂລດ.    ດ້ວຍເຫດຜົນອັນນີ້ຈຶ່ງເປັນເຫດໃຫ້ຊາວອົພະຍົບລາວຜູ່ທີ່ບໍ່ມີ

ເລິເສັຍຄ່າທຳນຽມຈຶ່ງພາກັນຕົກຄ້າງຢູ່ໃນສູນຈົນເຮັດໃຫ້ຄົນລົ້ນສູນສືບມາຕລອດນັບຕັ້ງແຕ່ນາຍພົນສັງຂຶ້ນມາເປັນຫົວໜ້າສູນ. ຄອບຄົວຂອງ

າຍພົນສັງຢູ່ປະເທດຝຣັ່ງເສສຈົນບໍ່ຫາເຮັດການເຮັດງານ  ເພາະເງິນນາຍພົນສັງສົ່ງອອກຈາກສູນໜອງຄາຍໄປໃຫ້ເດືອນນຶ່ງບໍ່ຫຼູດໝື່ນຫ້າພັນໂດ

ລາຫາສອງໝື່ນ.

ບໍ່ໜ້າເຊື່ອວ່າຈະໄດ້ຮັບມັງດາແລະເຊັກເງິນຈາກເຫຼົ່າອະດີດທະຫານແນວລາວທີ່ຄຸ້ນເຄີຍກັນໃນອະດີດທີ່ພາຄອບຄົວຫຼົບໜີຈາກປະເທດແລ້ວມາ

ພົບພໍ້ກັນຢູ່ທີ່ສູນໜອງຄາຍ, ເງິນທີ່ພວກເຂົາສົ່ງມາໃຫ້ນັ້ນກໍບໍ່ຫຼວງບໍ່ຫຼາຍພໍປະມານດອກ ແຕ່ພວກເຂົາສົງມາໃຫ້ເພື່ອຕອບແທນນ້ຳໃຈທີ່ຂ້າພະ

ເຈົ້າບໍ່ໄດ້ໄປຢ້ອງເຈົ້າໜ້າທີ່ຝ່າຍລາວຫຼືຫົວໜ້າກູ້ຊາດ ແລະພວກເຂົາກໍໄດ້ໄປເຖິງຈຸດໝາຍປາຍທາງທີ່ພາກັນສ້າງຝັນກັນເອົາໄວ້ກັບລູກເມັຍກ່ອນ

ຈະຕັດສິນໃຈຫອບເອົາລູກເມັຍສ່ຽງຕາຍລອຍຂ້າມແມ່ນ້ຳຂອງເຂົ້າມາໄທ ພາຍໃຕ້ລູກກະສຸນປືນທີ່ທາງທະຫານແລະກອງຫຼອນລແດງຍິງສຸມເຂົ້າ

ໃສ່. ພວກອະດີດທະຫານແນວລາວທີ່ຂ້າພະເຈົ້າຮູ້ຈັກສ່ວນຫລາຍແມ່ນໄປຕົກປະເທດຝຣັ່ງເສສ ແລະ ເຢັຍຣະມັນ,ມີສ່ວນໜ້ອຍທີ່ໄປຕົກສະຫະ

ຣັຖ ເພາະໃນເວລານັ້ນອາເມຣິກາເຂົາຈະຮັບເອົາອົພະຍົບລາວຜູ່ທີ່ເຮັດວຽກໃຫ້ມັນໄປກ່ອນ ມັນບໍ່ທັນມີໂຄຕາເອົາປະຊາຊົນທັມະດາໄປທື່ອ.

ຄວາມເຂັ້ມຂົ້ນຂອງການກໍ່ຄວາມບໍ່ສງົບຢູ່ໃນສູນໜອງຄາຍໄດ້ໜັກໜ່ວງຂຶ້ນທຸກຣະຍະເມື່ອຕົກເຂົ້າປິ 1979 ຂຶ້ນມາ,  ບໍ່ມີໃຜຮູ້ເລີຍວ່າເຫດ

ເຫຼົ່ານັ້ນເກີດຂຶ້ນມາໄດ້ຢ່າງໃດ ເພາະເປັນເຫດເຫຼືອວິສັຍຫລາຍເຫຕການທີ່ບໍ່ເປັນໜ້າເຊື່ອ. ຜົວເມັຍກໍຕ້ອງມາຂ້າກັນເອົາຊີວິດກັນແບບສາມານ

ໂຫດຫ້ຽມຫຼັງພາກັນສ່ຽງຕາຍລອຍນ້ຳຂອງໜີມາຫວິດຕາຍແລ້ວກໍມາພົບຈຸດຈົບກັນຢູ່ທີ່ສູນແຫ່ງນັ້ນ, ບໍ່ມີແຕ່ຜົວໆເມັຍໆຂ້າກັນ ເຣື່ອງພໍ່ເຖົ້າ

ຂ້າລູກເຂີຍກໍມີຫລາຍ ແມ່ເຖົ້າຂ້າລູກໃພ້ກໍມີ ຍິ່ງໄປກ່ວານັ້ນອ້າຍຈົວບວດເປັນເນນຫົ່ມຜ້າເຫຼືອງຢູ່ວັດຮູ້ວ່າຍິງສາວຜູ່ເພິ່ນໝາຍໃຈໄວ້ນັ້ນຈະໄດ້

ອອກເດີນທາງໄປປະເທດທີສາມກັບພໍ່ແມ່ ໄປຂໍອ້ອນວອນໃຫ້ໂຈະການເດີນທາງເພື່ອລໍຖ້າໄປພ້ອມກັນ ແຕ່ທາງພໍ່ແມ່ບໍ່ຍອມໂຈະ ແລະບອກໃຫ້

ເນນຕມໄປທີຫຼັງແລະຈະເບິ່ງລູກສາວໄວ້ໃຫ້ຈົນກ່ວາເນນຈະໄປເຖິງໃນປະເທດທີສາມ, ເມື່ອເນນຄົນນັ້ນໄດ້ຮັບຄຳຕອບອັນບໍ່ພໍໃຈກໍຕັດສິນໃຈ

ເອົາມີດແທງຍິງລາວນັ້ນຕາຍຄາສາມລໍ້ຕອນກຳລັງຂຶ້ນສາມລໍ້ໄປໜ້າສູນເພື່ອຕຽມຂຶ້ນຣົຖບັສເຂົ້າກຸງເທບ.

ປີ 1979 ຜ່ານພົ້ນໄປ ແລະປີ 1980 ກໍເຂົ້າມາແທນທີ່ ສະພາບການເຄັ່ງຕຶງຢູ່ຕາມຊາຍແດນລາວ-ໄທຍັງບໍ່ມີຮ່ອງຮອຍຈະຫຼຸດຫຼືຈະຍານລົງ

ທະຫານອ້າຍນ້ອງຫຼືລາວແດງຖືກສັງຫານຢູ່ເປັນເນື່ອງນິດ, ພວກກອງຫຼອນທີ່ເປັນກຳລັງທ້ອງຖິ່ນທີ່ຊ່ວຍເປັນກຳລັງສຳຄັນກໍພາກັນເອົາໃຈຖອຍ

ອອກ ແລະສຸດທ້າຍກໍຫຼອນສົມຊື່ ຂ້າພວກທະຫານລາວແດງແລ້ວກໍເຂົ້າສົມທົບກັບໜ່ວຍກູ້ຊາດແລະແລ້ວກໍເຂົ້າມາຢູ່ໃນສູອົພະຍົບໃນນາມອົພ

ຍົບເຕັມໂຕພາຍຫຼັງຮ່ວມພາຣະກິດກັບທະຫານກູ້ຊາດຄົບກຳໜົດ 3 ເດືອນ. ຂ່າວຊ່າວ່າຈະມີການຍ້າຍອົພະຍົບລາວອອກຈາກສູນໜອງຄາຍກໍ

ດັງອອກມາອີກພາຍຫຼັງພາກັນສລອງສົ່ງທ້າຍປີເກົ່າຕ້ອນຮັບປີໃໝ່ຂອງປິ 1980,  ຄຽງຂ້າງກັບຂ່າວຍ້າຍອົພະຍົບຍັງມີຂ່າວວ່າຫະຫານໃຕ້ດິນ

ຂອງລາວແດງຊຶ່ງເປັນແກວລ້ວນໆຈຳນວນ 12000 ຄົນໄດ້ເຂົ້າມາເຖິງຝັ່ງໄທແລ້ວເພື່ອລໍຖ້າເປີດການໂຈຣະກັມທຳລາຍສູນອົພະຍົບລາວທຸກ

ສູນຢູ່ໃນປະເທດໄທ ແລະບຸກທຳລາຍຄ້າຍທະຫານກູ້ຊາດທີ່ຢູ່ໃນປະເທດໄທແຕ່ເໜືອເຖິງໃຕ້ທີ່ຢູ່ລຽບແມ່ນ້ຳຂອງ.

ຍັງມີຕໍ່ = (ທ່ານຈະໄດ້ພົບການຊະຕາກັມຂອງາຍພົນສັງແລະຄນະປົກຄອງສູນຈະເປັນແນວໃດໃນສບັບໜ້າ)

 



__________________
Anonymous

Date:
Permalink   
 

(21)

ຫ້າປີເຕັມເມື່ອວັນທີ 1 ມະກາຣາ 1980 ໄດ້ມາເຖິງແລະຫ້າປີເຕັມໆທີ່ປະຊາຊົນລາວພາກັນຫຼົບໜີອອກຈາກປະເທດຊຶ່ງໄດ້ບັນທຶກເຂົ້າໃນປວັດສາດ

ຄົນລາວທີ່ເປັນຊົນຊາດອົພະຍົບແລະຍົກຍ້າຍຈາກຖິ່ນເດີມແຕ່ປະຖົມບູຮານຈາກ "ມົງໂກລີ" ລົງມາຫາຕີເບຕແລະຍັງອົພະຍົບໜີລົງມາເລື້ອຍໆຈົນມາ

ຢຸດປັກຫຼັກຢູ່ເມືອງຊວາຫຼືນະຄອນຈຳປາຈົນກັບກາຍມາເປັນອານາຈັກລ້ານຊ້າງຊຶ່ງມີເນື້ອທີ່ແຜ່ນດິນອັນກ້ວາງຂວາງແລະເປັນຮູບໃບບົວພ້ອມກັບມີນ້ຳ

ຂອງໄຫຼຜ່າເຄິ່ງກາງແຕ່ເໜືອເຖິງໃຕ້ກາຍຫຼີ່ຜີລົງໄປກວມເອົາຊຽງແຕງກະແຈະຂອງກຳປູເຈັຍທຸກວັນນີ້, ທາງທິດບູຣະພາເຂດເດີມນັບຕັ້ງແຕ່ດຽນບຽນ

ຟູຢຽດກວມເອົາສາຍພູຫຼວງຫຼືອີກຊື່ນຶ່ງວ່າສາຍພູແດນແກວລົງໄປເຖິງຊຽງແຕງກະແຈະ, ທາງທິດຕາເວັນຕົກແມ່ນແຜ່ອອກໄປກວມເອົາພາກອິສານປະ

ເທດໄທທຸກວັນນີ້. ແຕ່ຜືນແຜ່ນດິນລ້ານຊ້າງປຽບສເມືອນຊີ້ນກ້ອນໃຫຍ່ກ້ອນນຶ່ງທີ່ມີຣົສຊາດອັນແສນອະຣ່ອຍຕັ້ງຢູ່ຕໍ່ໜ້າຂອງໝາຫີວ ດັ່ງນັ້ນຕ່ອນ

ຊີ້ນຕ່ອນນີ້ຈຶ່ງຖືກໝາຫີວມາລັກສວບລັກກັດແລະລັກແຫ້ນຈົນຂາດສຸນໄປເປັນຍ່ານເປັນຍ່ານ ຈົນແມ່ນ້ຳຂອງທີ່ເຄີຍໄຫຼຜ່າເຄິ່ງກາງປະເທດລາວແມ່ນ

ບໍ່ໄດ້ເປັນດັ່ງເມື່ອສອງສັຕວັດທີ່ຜ່ານມາ ເພາະຖືກໝາຫີວກັດແຫ້ນເອົາພາກສ່ວນທາງທິດຕາເວັນຕົກອງແມ່ນ້ຳຂອງໄປຈົນກ້ຽງພ້ອມດ້ວຍປະຊາກອນ

ຫລາຍສິບລ້ານຄົນ.   ທາງພາກເໜືອຂອງໄທກໍເປັນຊີ້ນຕ່ອນນຶ່ງຊຶ່ງເປັນອານາຈັກນຶ່ງທີ່ຂຶ້ນກັບອານາຈັກຊງທອງໃນເມື່ອປາງພະເຈົ້າຊັຍະເສຖາທິຣາຊ

ຍັງຊົງມີອິດທິພົນດ້ານການສູ້ຮົບປາຍພວກໂຈນພະມ້າແລະຫໍ້, ແຕ່ກໍຖືກສຍາມຍຶດໄປພາຍຫຼັງເຈົ້າຊັຍະເສຖາສິ້ນພະຊົນຍ້ອນການວາງແຜນລອບປົງພະ

ຊົນພະອົງດ້ວຍສ້າງອຸບາຍຂອງກະສັດສຍາມຊຶ່ງເປັນພໍ່ມະເຫສີຫຼືພໍ່ຕາຊວນເຊີນໄປຄ້ອງຊ້າງປ່າຢູ່ພາກໃຕ້ຂອງລາວປະມານຢູ່ໃນເຂດ ສາຣະວັນ ອັຕະປື

ທຸກວັນນີ້. ແຜນການພໍ່ຕາປົງພະຊົນລູກເຂີຍກໍຍ້ອນເຫັນຄວາມຈເຣີນຮຸ່ງເຮືອງຂອງອານາຈັກລ້ານຊ້າງ, ເຖິງວ່າຈົ້າຊັຍະເສຖາທິຣາຊຈະມີບູນຄຸນທີ່ໄດ້

ຊ່ວຍກະສັດສຍາມປາຍປາມແລະຂັບໄລ່ພະມ້າອອກຈາກສຍາມໄປ ຈົນກະສັດສຍາມໄດ້ມອບພະທິດາໃຫ້ເຈົ້າຊັຍະເປັນມະເຫສີແລະມີບຸດຊາຍຫຼືໂອຣົດ

ນຳກັນອົງນຶ່ງກໍຕາມ ເພາະສຍາມໃນຍຸກນັ້ນກໍບໍ່ຕ່າງຫຍັງກັບໂຈນສລັດແລະໝາຈິ້ງຈອກທີ່ລໍແຕ່ຈັງຫວະຈະຫຼອນແທງທາງຫຼັງແລະຫຼອນກັດ. ຄົນລາວ

ຈຶ່ງເປັນອົພະຍົບມາແຕ່ດຶກດຳບັນ ຍ້າຍຸິ່ນຖານທຸກຍຸກທຸກສມັຍສືບຕໍ່ກັນມາຍ້ອນການຮຸກຮານຂອງຕ່າງຊາດທັງນັ້ນແລະໃນທີ່ສຸດໃນຍຸກນີ້ກໍຫຼົບໜີໄປ

ປະເທດຕາເວັນຕົກດັ່ງທີ່ພວກເຮົາເຫັນກັນຢູ່ທຸກວັນນີ້.

ການສລອງສົ່ງທ້າຍປິເກົ່າ 1979 ແລະຕ້ອນຮັບປີໃໝ່ 1980 ກໍຜ່ານພົ້ນໄປດ້ວຍເລືອດອາບທາແຜ່ນດິນຂອງສອງຟາກຝັ່ງແມ່ນ້ຳຂອງເພາະຢູ່ຝັ່ງ

ລາວກໍມີການດັກຍິງສັງຫານປະຊາຊົນທີ່ກຳລັງລັກລອບໜີອອກຈາກປະເທດ ແລະທີ່ສູນໜອງຄາຍກໍມີການຄາຕະກັມກັນຫຼາຍລາຍໃນຄຳ່ຄືນທີ່ປະ

ຊາຊົນຊາວລາວອົພະຍົບພາກັນສລອງຕ້ອນຮັບປີໃໝ່ກັນນັ້ນ,   ແທນທີ່ທຸກຄົນຄວນມີຄວາມສຸຂຊື່ນບານຕ້ອນຮັບປີໃໝ່ກັນທັງໝົດ ແຕ່ຍັງມີຄົນ

ອີກຟາກນຶ່ງຕ້ອງເກີດມີຄວາມເສົ້າໂສກເສັຍໃຈຕໍ່ຄົນທີ່ເປັນສຸດຮັກແສນແພງຂອງພວກເຂົາຕ້ອງມາຈົບຊີວິດລົງໄປໃນທ່າມກາງສຽງຮ້ອງລຳທຳເພງ

ຂອງຄົນອີກຝ່າຍນຶ່ງທີ່ກຳລັງສົ່ງສຽງຮ້ອງໂຮ່ແຊວຕ້ອນຮັບປີໃໝ່. ນັບວ່າເປັນວິນາສກັມຄັ້ງໃຫຍ່ໃນຕົ້ນປີຂອງປີນັ້ນທີ່ມີຄົນຂ້າກັນຕາຍຢູ່ໃນສູນມີ

ຮອດເຖິງ 13 ສົບ ຍິງສາວ 5 ແລະ ຊາໜຸ່ມ 8 ບໍ່ມີຄົນໃດມີອາຍຸເກີນ 22ປິ ແລະບໍ່ຕ່ຳ 17ປີ ແລະ  ກໍບໍ່ມີໃຜຊາບເລີຍວ່າແມ່ນພວກໃດມາຂ້າ

ພວກເຂົາ ທຸກຄົນແມ່ນຖືກຍິງດ້ວຍອາວຸດປືນທັງນັ້ນ ແລະນັກສັງຫານໂຫດພວກນັ້ນລົງມືຫຼັ່ນໄກປືນໃນເວລາຄົນພາກັນຍິງດອກໄປແລະກະໂຜກ

ຕ້ອນຮັບປີໃໝ່. ບໍ່ວ່າທາງເຈົ້າໜ້າທີ່ໄທຫຼືລາວບໍ່ສາມາດຈັບຄາຕະກອນມາລົງໂທດໄດ້,    ໂດຍສະເພາະເຈົ້າໜ້າທີ່ໄທກໍບໍ່ໄດ້ເອົາໃຈໃສ່ເຕັມເມັດ

ເຕັມໜ່ວຍໃນການສືບສວນຫາມືສັງຫານ, ບໍ່ວ່າຄະດີອັນໃດຈະເປັນຄະດີໃຫຍ່ຫຼືນ້ອຍກໍບໍ່ເຄີຍໄດ້ຄວາມຍຸຄິທັມໃຫ້ແກ່ຜູ່ທີ່ຖືກກະທຳເເລະເສັຍຫາຍ

ເລີຍ ເພາະເຈົ້າໜ້າທີ່ໄທປ່ອຍປະລະເລີຍໜ້າທີ່ຂອງພວກເຂົາໃນຍຸກນັ້ນ,   ຖ້າວ່າແມ່ຄົນໄທຖືກຄົນລາວອົພະຍົບຂ້າຕາຍແມ່ນຣຽບຣ້ອຍໂຮງຮຽນ

ແກວ ຄົນລາວໄປຕິດຄຸກທັນທີ ລາງເທື່ອຍັງຈັບເອົາແຜະໄປຮັບກັມຖ້າເຂົາສືບບໍ່ເຂົ້າບໍ່ອອກ.

ຫຼັງຈາກເກີດເຫດການໂຊດນາຕະກັມໃນຄ່ຳຄືນຕ້ອນຮັບປີໃໝ່ນັ້ນຜ່ານມາບໍ່ນານເທົ່າໃດກໍເປັນວາຣະປີໃໝ່ຈີນ ຫວຽດ ແລະ ໄຕດຳ ກ້າວມາເຖິງ,

ທຸກຄົນຢູ່ໃນສູນໜອງຄາຍທີ່ເປັນຄົນລາວຕ່າງກໍພາກັນດີໝົດດີໃຈເພື່ອສລອງວັນປີໃໝ່ຫຼືທີ່ຮູ້ກັນວ່າ ຕຸດຈີນ ນຳພີ່ນ້ອງຊາວຈີນ ແລະ ໄຕດຳ ຢູ່

ໃນສູນ, ສ່ວນອົພະຍົບຊາວຫວຽດນາມແມ່ນຖືກສົ່ງໄປສູນ ສີຄິວ ກັນໝົດກ່ອນປີໃໝ່ 80 ຈະມາເຖິງ. ໃນທີ່ສຸດວັນລໍຄອຍຂອງຊາວຈີນແລະໄຕ

ດຳຢູ່ໃນສູນເພື່ອສລອງວັນປີໃໝ່ຂອງພວກເຂົາກໍມາເຖິງ, ໃນເວລາ 7 ໂມງກາງຄືນຂອງວັນຕຸດຈີນປີ 80 ຊຶ່ງທັງຊາວລາວ ຈີນ ແລະ ໄຕດຳ ກຳ

ລັງສລອງປີໃໝ່ຈີນຢູ່ນັ້ນ ກໍປະກົດເຫັນແປວໄຟໄໝ້ຂຶ້ນທາງອາຄານຂອງພວກໄຕດຳທີ່ຕິດກັບໂບດຄຣິສຕຽນ, ສງຄົນຮ້ອງໄຟໄໝ້ໄຟໄໝ້ດັງສນັ່ນ

ແລະຊາຍສະກັນຕ່າງກໍພາກັນແລ່ນໄປຫາອາຄານທີ່ເພີງກຳລັງລຸກໄໝ້ລາມຢູ່ນັ້ນ, ບໍ່ພໍຫ້ານາທີກໍປະກົດເຫັນເພີງໄໝ້ອີດທາງຟາກນຶ່ງຂອງສູນຊື່ງໄກ

ກັນປະມານສາມສີ່ຮ້ອຍແມັດ ຄົນກໍພາກັນແລ່ນໄປຊ່ອຍດັບເພີງໃນຈຸດທີສອງແຕ່ກໍບໍ່ສາມາດດັບເພີງນັ້ນໄດ້ ເພາະຄົນຫຼັ່ງກັໄປມອດຈຸດນີ້ ກໍມີຈຸດ

ໄຟໄໝ້ອີຈຸດໃໝ່ເກີດຂຶ້ນ ແລະແລ້ວຄົນຈຶ່ງພາກັນຊອກຫາຜູ້ວາງເພີງຫຼາຍຄົນທີ່ຊ່ອຍກັນດັບເພີງ.......ໃນທີ່ສຸດຣົຖດັບເພີງແລະເຈົ້າໜ້າທີ່ຕຳຣວດ

ໄທພ້ອມດ້ວຍອໍສໍກໍເຂົ້າມາເຖິງສູນອົພະຍົບແຕ່ຊ້າເກີນໄປ ສູນອົພະຍົບລາວໜອງຄາຍຖືກສັງເຫີຍດ້ວຍອັກຄີພັຍວອດວາຍໄປສ່ວນໃຫຍ່ຂອງສູນ.

ນາຍພົນສັງຫາຍສາຍສູນໂຕໄປໃນເວລາໄຟກຳລັງໄໝ້ສູນຢູ່ນັ້ນ ພ້ອມກັບຫົວໜ້າການເງິນແລະບັນຊີພ້ອມດ້ວຍຫົວໜ້າເຂດບາງເຂດຝ່າຍລາວຊື່ງ

ເປັນລູກນ້ອງນາຍພົນສັງກໍຫາຍສາບສູນໄປພ້ອມກັນກັບນາຍພົນສັງ. ຕາມທີ່ຄົນປະກົດເຫັນມີທະຫານແລະຕຳຣວດໄທເຂົ້າມາໃນສູນແລະມາກ້ຽວ

ວົນວຽນຢູ່ທີ່ອາຄານຫ້ອງພັກຂອງາຍພົນສັງກ່ອນໄຟຈະໄໝ້ພຽງບໍ່ເທົ່າໃດນາທີ ເມື່ອຄົນຕະໂກນຮ້ອງວ່າໄຟໄໝ້ ຄົນກໍພາກັນແລ່ນສົລະວົນກັນໄປ

ມາ ແລະ ນາຍພົນສັງກໍຫາຍໂຕໄປໃນຣະຍະນັ້ນ ເພາະມີຫົວໜ້າປ້ອງກັນແລ່ນໄປຫາທີ່ພັກຂອງນາຍພົນສັງເພື່ອຣາຍງານວ່າເກີດເພີງຂຶ້ນທີ່ອາຄານ

ຂອງໄຕດຳຫລັງຈາກໄຟໄໝ້ປະກົດການຂຶ້ນພຽງສີ່ຫ້ານາທີ ແຕ່ຫົວໜ້າປ້ອງກັນຄົນນັ້ນບໍ່ເຫັນນາຍພົນສັງຢູ່ໃນທີ່ພັກຂອງເພິ່ນ, ຖ້າເພິ່ນຕະອອກ

ໄປທາງໃດຕ້ອງມິບາດີກາດຂອງເພິ່ນຕິດຕາມໄປທຸກທີ່ ແຕ່ຜູ່ທີ່ເປັນບາດີກາດເພິ່ນນັ້ນກໍຊອກຫາເພິ່ນເໝືອນກັນ.

ຍັງມີຕໍ່



__________________
Anonymous

Date:
Permalink   
 

(22)

ເຫຕການໄຟໄໝ້ສູນໜອງຄາຍຄັ້ງນີ້ໄດ້ສ້າງຄວາມເສັຍຫາຍໃຫ້ຊາວອົພະຍົບທີ່ອາສັຍຢູ່ໃນສູນນັ້ນຢ່າງໜັກ ແຕ່ກໍໂຊກດີທີ່ບໍ່ມີຄົນເສັຍຊີວິດໃນ

ເຫດເພີງໄໝ້ຄັ້ງນີ້ ແຕ່ກໍມີຄົນຖືກບາດເຈັບຫລາຍຄົນແຕ່ບໍ່ມີບາດເຈັບສາຫັດທີ່ສ່ຽງຕໍ່ຊີວິດ. ນັກສັງເກດການຄົນລາວຕ່າງກໍສັນນິຖານວ່າກໍຣະ

ນີເກີດເພີງໄໝ້ສູນຄັ້ງນີ້ບໍ່ແມ່ນອຸບັດເຫດ ເປັນການວາງເພີງເຜົາສູນຫລາກ່ວາ ເພາະເຫຕຕົ້ນເພີງເກີດຂຶ້ນອາຄານທຳອິດແມ່ນຢູ່ຕິດກັບຮົ້ວຫຼືກຳ

ແພງໜາມໝາກຈັບຂອງສູນທາງທິດໃຕ້ຊຶ່ງບໍ່ຫ່າງໄກຈາກປ້ອມຍາມເຈົ້າໜ້າທີ່ຮັກສາສູນຂອງໄທຊຶ່ງມີເຈົ້າໜ້າທີ່ຮັກສາເວນຍາມຕລອດຊາວສີ່

ຊົ່ວໂມງຢູ່ເມິງປ້ອມຍາມທີ່ມີຄວາມສູງປະມານສິບຫ້າແມັດ ແລະມີຈົ້າໜ້ທີ່ຢູ່ເທິງປ້ອມຍາມນັ້ນສີ່ຄົນທຸກໆເວລາ.  ເພີງໄໝ້ເກີດຂຶ້ນຈຸດທຳອິດ

ບໍ່ເຖິງຫ້ານາທີກໍມີເພີງໄໝ້ຂຶ້ນອີກຈຸດທີສອງຫ່າງຈາກຈຸດທຳອິດເຂົ້າໄປໃຈກາງຂອງສູນປະມານສາມຮ້ອຍແມັດ, ຫລັງຈາກນັ້ນບໍ່ພໍເທົ່າໃດນາ

ທີກໍເກີດເພີງໄໝ້ຂຶ້ນອີກຈຸດທີສາມທີ່ຕິດກັບເດີ່ນເຕະບານສູນຊຶ່ງຫ່າງໄກຈາກຈຸດທີສອງປະມານສີ່ຮ້ອຍແມັດ. ອາຄານທີ່ເກີດເພີງໄໝ້ຂຶ້ນນັ້ນ

ລ້ວນແລ້ວແຕ່ເປັນຫລັງຄາທີ່ມຸງດ້ວຍຫຍ້າຄາແລະເປັນຢາກະແຕະໄມ້ປ່ອງຈຶ່ງເກີດເປົນເຊື້ອເພີງຂຶ້ນຢ່າງວ່ອງໄວ,  ອາຄານທີ່ມຸງຫຍ້າຄາແມ່ນ

ຜູ່ບໍ່ມີເສັ້ນສາຍດີກໍຈະບໍ່ສາມາດເຂົ້າໄປຢູ່ໄດ້ ເພາະອາຄານມຸງຫຍ້າຝາໄມ້ໄຜ່ນັ້ນເຮັດໃຫ້ຊຸ່ມເຢັນໃນຍາມຮ້ອນຫລືຍາມກາງເວັນ,   ສ່ວນອາ

ຄານມຸງສັງກະສີນັ້ນບໍ່ມີຄົຢາກຈະໄປຢູ່ຖ້າວ່າເລືອກໄດ້ ເພາະມັນຮ້ອນເອົ້າທັງເວັນທັງຄືນ. ເພີງມັຈຸຣາດໄດ້ເຜົາຜານ 3/4 ຂອງສູນວອດລົງ

ພຽງບໍ່ເທົ່າໃດຊົ່ວໂມງ ຊາວອົພະຍົບທີ່ອາສັຍຢູ່ຕາມອາຄານທີ່ຖືຫໄຟເຜົາຜານນັ້ນເຫຼືອແຕ່ໂສ້ງເສື້ອຄາຄີງແລະເງິນຄຳຕິດຕົວເທົ່ານັ້ນຖ້າຜູ່ໃດ

ມີ. ໄຟໄໝ້ສູນຄັ້ງນີ້ຈຶ່ງສັນນິຖານກັນວ່າ ວາງເພີງເຜົາ ແນ່ນອນ ເພາະຜິດສັງເກດທີ່ເຈົ້າໜ້າທີ່ຮັກສາເວນຍາມຂອງໄທທີ່ຢູ່ເທິງປ້ອມຍາມມີ

ຈຳນວນສິບກ່ວາປອ້ມອ້ອມສູນຢູ່ແລະມີເຈົ້າໜ້າທີ່ເວນຍາມສີ່ຄົນແຕ່ລະປ້ອມຍາມ, ສັງເກດວ່າເຈົ້າໜ້າເຫຼົ່ານັ້ນເໝືອນທຳທ່າເຮັດຕາບໍ່ເຫັນ

ຜູ່ທີ່ວາງເພີງແຕ່ລະຈຸດ, ສ່ວນຣົຖດັບເພີງຈາກໜອງຄາຍໄປຫາສູນໃຊ້ເວລາສອງຊົ່ວໂມງປາຍຈຶ່ງໄປຮອດ ແທນທີ່ເປັນຣົຖທີ່ມີອຳນາດເດັດ

ຂາດໃນການໃຊ້ຄວາມໄວສູງແລະຣົຖແລ່ນຕາມຖນົນຕ້ອງຢຸດໃຫ້ ແລະສາມາດແລ່ນຜ່ານໄຟແດງໄດ້ ແຕ່ໄປຮອດຊ້າກ່ອນຣົຖທັມະດາທົ່ວໆ

ໄປທີ່ເຂົາໃຊ້ເວລາພຽງ 20-25 ນາທີເທົ່ານັ້ນ.

ຂ່າວຊ່າລືເມື່ອປີສອງປີກ່ອນໄຟໄໝ້ສູນນັ້ນວ່າທາງການໄທມີແຜນການຍົກຍ້າຍອົພະຍົບລາວອອກຈາກສູນໜອງຄາຍໄປໄວ້ທີ່ສູນນາໂພນະ

ຄອນພະນົມນັ້ນກໍຄ່ອຍໆເຫັນປະຈັກຕາແຈ້ງອອກມາແຈ້ງອອກມາ, ແລະຍັງໄດ້ຍິນຂ່າວວ່າຈະມີແຜນການເຜົາສູນເພື່ອຫາຣາຍໄດ້ຈາກອົງ

ການສະຫະປະຊາຊາດກ່ອນຈະຍ້າຍສູນໄປນະຄອນພະນົມ ນີ້ເປັນຂ່າວລືຂອງດ້ານນຶ່ງ ແລະອີກດ້ານນຶ່ງທີ່ໄດ້ຍິນມາພ້ອມກັນເມື່ອປີສອງປີທີ່

ຜ່ານມາວ່າແມ່ນພວກຮັກຮົບໃຕ້ດິນຂອງ ສປປ ລາວ ທີ່ມີຊື່ລັບວ່າ ນັກຮົບໃຕ້ດິນເງົາດຳຈະເຂົ້າມາກໍ່ວິນາສກັມໃນສູນອົພະຍົບລາວທົ່ວປະ

ເທດໄທທີ່ຢູ່ໃກ້ກັບຊາຍແດນລາວ-ໄທ. ຍັງບໍ່ທັນສລຸບໄດ້ວ່າເປັນຜົນງານຂອງໃຜກັນແທ້ເພາະບໍ່ມີໃຜຫຼືພວກໃດອອກມາອ້າງຄວາມຮັບຜິດ

ຊອບເທື່ອເລີຍ ເບິ່ງໆໄປແລ້ວຄືຈະມິດໄປຊື່ໆ.      ວັນຮຸ່ງແຈ້ງຕໍ່ມາຫຼັງໄຟໄໝ້ ຊ່າລືການຫາຍຕົວຂອງາຍພົນສັງແລະລູກນ້ອງຈຳນວນນຶ່ງ

ໄປພ້ອມກັບເວລາໄຟກຳລັງໄໝ້ສູນຢູ່ນັ້ນກໍເປັນເຣື່ອງທີ່ແປກປະຫລາດ ເພາະຄົນທີ່ອາສັຍຢູ່ຕິດຫ້ອງອາຄານດຽວກັບນາຍພົນສັງນັ້ນຢັ້ງຢືນ

ວ່າຍັງໄດ້ໂອ້ລົມກັບເພິ່ນກ່ຽວເຣື່ອງເຮົດບຸນປີໃໝ່ລາວໃນສູນ ຢາກໃຫ້ມີພິທີແຫ່ນາງສັງຂານແລະແຂ່ງຂັນເຕະບານສມັກຫຼີ້ນຂຶ້ນ ພໍໂອ້ລົມ

ແລ້ວກໍກັຫ້ອງໃຜຫ້ອງລາວ ບໍ່ນານພໍຊາວນາທີກໍຍິນຄົນຮ້ອງຂຶ້ນວ່າໄຟໄໝ້ສູນແລ້ວສິບນາທີຕໍ່ມາເພິ່ນກໍຫາຍຕົວໄປແລ້ວ. ຕາມປົກະຕິແລ້ວ

ນາຍພົນສັງສ່ວນຫລາຍແມ່ນອອກໄປນອນຢູ່ນອກສູນ ໜ້ອຍໜັກທ່ຈະມານອນຢູ່ໃນສູນຫຼືທີ່ຫອງພັກຂອງເພິ່ນ  ເພາະເພິ່ນຢູ່ຄົນດຽວ ລູກ

ເມັຍເພ່ນໄປປະເທດຝຣັ່ງແຕ່ປິ 76 ພຸ້ນ. ຮອງຫົວໜ້າສູນຝ່າຍຄວາມໝັ້ນຄົງໄດ້ສເນີຕໍ່ເຈົ້າໜ້າທີ່ເຣື່ອງການຫາຍສາບສູນຂອງນາຍພົນສັງ

ເພື່ອໃຫ້ຝ່າຍໄທຊ່ວຍສືບສວນຊອກຫາຕົວຊ່ອຍ, ທາງໄທກໍຮັບປາກວ່າຈະຊ່ວຍທົ່າທີ່ຈະຊ່ວຍໄດ້ແຕ່ບໍ່ກາລັງຕີວ່າຈະນຳຕົວຄືນມາໃຫ້ໄດ້

ຍັງເປັນຫ້າສິບຫ້າສິບຢູ່, ແລະທາງຜູ່ວ່າໜອງຄາຍຍັງຢ້ອນຄຳຖາມຄືນມາໃຫ້ເຈົ້ໜ້າທີ່ສູນຝ່າຍລາວວ່າ ທ່ານນາຍພົນໄປຢຽບຫາງໃຜເຂົ້າບໍ້

ຫຼືແມ່ນພວກນັກຮົບໃຕ້ດິນລາວແດງເຂົ້າມາອູ້ທ່ານໄປດັ່ງທີ່ໄດ້ຍິຂ່າວລືກັນມາກ່ອນໜ້ານັ້ນ, ຟັງຜູ່ວ່າໜອງຄາຍຢ້ອນຄຳຖາມກັບມາສະແດງ

ວ່າທາງຝ່າຍໄທໄດ້ປັດປ່າຍການສືບສວນໄປແລ້ວ. ຄົນລາວອົພະຍົບ 90% ຢູ່ໃນສູນໜອງຄາຍພາກັສົມນ້ຳໜ້ານາຍພົນສັງທີ່ຖືກອູ້ມໄປ

ແບບບໍ່ມີຮ່ອງບໍ່ມີຮອຍ ເພາະຍ້ອນນາຍພົນສັງນີ້ຂຶ້ນມາເປັນຫົວໜ້ສູນຈຶ່ງພາກັຄ້າງຄາຢູ່ສູນເພາະບໍ່ມີເງິນຈ່າຍກ້ອງໂຕະ  ແລະຍັງມີການມາ

ປ່ຽນອາຫານການກິນທ່ເມື່ອກ່ອນມີແຕ່ອາຫານທີ່ມີຄຸນະພາບດີແລະພຽງພໍ  ແຕ່ນາຍພົນສັງເອົາອາຫານທີ່ໝົດອາຍຸມາເບີກໃຫ້ແທນ ຊຳ້ບໍ່

ໜຳເປັນອາຫານໝົດຄຸນະພາບແລ້ວຍັງບໍ່ແລ້ວຍັງບໍ່ພໍກັນກິນອີກຖ້າວ່າລໍແຕ່ຖ້າກິນນຳອາຫານທາງສູນເບີກໃຫ້.   ພາຍຫຼັງໄຟໄໝສູນແລະ

ນາຍພົສັງຫາຍສາບສູນໄປບໍ່ພໍສອງເດືອນກໍໄດ້ຍິນຂ່າວວ່າຈັງຫວັດໜອງຄາຍມີຜູ່ວ່າຄົນໃໝ່ເຂົ້າແທນຜູ່ເກົ່າທີ່ຖືກຮຽກຄືນໄປທຳຣາຊະການ

ຢູກະຊວງມະຫາດໄທທີ່ບາງກອກ. ມີກະແສຂ່າວເປົ່າປີວມາວ່າຜູ່ວ່າໜອງຄາຍຄົນເກົ່າຖືກຈັບເພາະຣຳຣວຍຜິດປົກະຕິ ແລະ ໄດ້ສັມຮູ້ຮ່ວມ

ກັບກັບນາຍພົນສັງຫົວໜ້າສູນລາວໃນການຄໍຣັປຊັນຢູ່ໃນສູນລາອົພະຍົບໜອງຄາຍ. ມີອໍສໍ ແລະ  ຕຳຣວດຂ້ີເມົາຫລາຍຄົນມາຝອຍອ່ອຍ

ກິນເຫຼົ້ານຳຄົນລາວໃນສູນເລົ່າໃຫ້ຟັງວ່າ ນາຍພົນສັງ ຖືກສົ່ງໄປງົມຫອຍຢູ່ແກ້ງເຂັມມະຣາດແລ້ວພ້ອມກັບລູກນ້ອງສີ່ຄົນ   ສ່ວນຜູ່ວ່າຄົນ

ເກົ່າກໍຖືກສົ່ງໄປເຮືອນຈຳກຸງເທບ ກຳລັງສູ້ຄະດີຢູ່.

ເກີນຄວາມຄາດໝາຍ ທາງສູນອົພະຍົບລາວໄດ້ແຕ່ງຕັ້ງ ດຣ.ຕານເປັນຫົວໜ້າສູນພາຍຫຼັງໄຟໄໝ້ສູນໄດ້ເດືອນໜຶ່ງ ແລະ ໄດ້ປ່ຽນຄນະຮັບ

ຜິຊອບຄນະໃໝ່ໝົດເພາະ ດຣ. ຕານ ຕ້ອງທຳໄປຕາມຄວາມຕ້ອງການຂອງຜູ່ວ່າຈັງຫວັດຄົນໃໝ່ທີ່ໄດ້ແນະນຳມາ, ກ່ວາຈະເຂົ້າທີ່ເຂົ້າທາງ

ໄດ້ນັ້ນກໍໃຊ້ເວລາຍາວພໍສົມຄວນ.

ຍັງມີຕໍ່ = (ມາເບິ່ງ ດຣ. ຕານ ບໍຣິຫານສູນລາວອົພະຍົບໜອງຄາຍຈະເປັນແນວໃດໃນຕອນໜ້າ).



__________________
Anonymous

Date:
Permalink   
 

(23)

ບໍ່ວ່າຫົວໜ້າສູນຄົນໃດເຂົ້າມາບໍຣິຫານກໍໜີຈາກບ້ວງເຫ່ງການສໍ້ໂກງໄປບໍ່ຫວິດບໍ່ມົ້ມເພາະກິເລດຕັນຫາຍັງຄອງຈິດຄອງໃຈຂອງມະນຸດຢູ່ໃຕ້ຫຼຸ່ມຟ້າ

ນີ້ຢູ່, ເໝືອນເຫຼົ້າເກົ່າມາໃສ່ຂວດໃໝ່ກໍເທົ່ານັ້ນ. ທຸກຄົນຕ່າງກໍຫວັງເຫັນຜົນງານຂອງຫົວໜ້າສູນຄົນໃໝ່ອອກມາໃນຊ່ອງທາງທີ່ຖືກຕ້ອງແລະເປັນ

ທີ່ເຜິ່ງຄັ້ງສຸດທ້າຍກ່ອນຈະເດີນທາງອອກໄປປະເທດທີສາມ,  ອັນນີ້ເປັນຄວາມຫວັງຂອງຊາວອົພະຍົບລາວທີ່ສູນໜອງຄາຍພາຍຫຼັງໄຟໄໝ້ສູນວອດ

ວາຍໄປກາຍເຄິ່ງສູນ.   ຂ່າວທີ່ຊາວອົພະຍົບພາກພູມໃຈທີ່ສຸດແມ່ນທາງອົງການສະຫະປະຊາຊາດມີງົປະມານມາປຸກອາຄານໃໝ່ເພື່ອແທນທຸກໆອາ

ຄານທີ່ດັບໄປຍ້ອນມືວາງເພີງລຶກລັບທີ່ເຈົ້າໜ້າທີ່ເຝົ້າຍາມສູນທຸກປ້ອມຍາມທຳທ່າເຮັດຕາບໍ່ເຫັນ. ໃນທີ່ສຸດພາຍຫຼັງໄຟໄໝ້ໄດ້ອາທິດນຶ່ງກໍເຣີ່ມປຸກ

ອາຄານຂຶ້ນແລະສຳເຣັດເປັນຣາຍວັນໄປປະມານ 10 ອາຄານຕໍ່ວັນເພາະມີອາສາສມັກທັງຊ່າງໄມ້ແລະຊ່າງກໍ່ສ້າງທັງລາວແລະໄທນັບເປັນຮອ້ຍຄົນທີ່

ຮ່ວມໃຈກັນປຸກສ້າງຂຶ້ນ.  ມີຄຳສັ່ງຂອງຫົວໜ້າສູນຄົນໃໝ່ສັ່ງໃຫ້ອົພະຍົບແຕ່ລະອາຄານທີ່ສ້າງແລ້ວໃຫ້ຍ້າຍເຂົ້າຢູ່ໄດ້ທັນທີໂລດທັ່ງໆທີ່ອາຄານຍັງ

ບໍ່ທັນໄດ້ແອ້ມຝາ ປູພື້ນ ແລະ ຂັ້ນຫ້ອງ ມີແຕ່ຫລັງຄາເທົ່ານັ້ນທີ່ວ່າແລ້ວແລະກໍເປັນສັງກະສີອີກ. ເມື່ອໄດ້ຍິນຫົວໜ້າສູນສັ່ງການຕ່າງກໍພາກັນຍ້າຍ

ເຂົ້າໄປຈອງຫ້າງໃຜຫ້ອງລາວຕາມແບບແຜນອາຄາມທີ່ໄຟໄໝ້ໄປກ່ອນໜ້ານັ້ນ, ຕ່າງກໍພາກັນປູສາດປູເສື່ອນອນກາງດິນທີ່ເປັນພື້ນເຮືອນຫຼືພື້ນອາ

ຄານ ສ່ວນຝາແອ້ມນັ້ນກໍພາກັນເອົາຜ້າກັ້ງມາກັ້ງກັນໄປເປັນແຕ່ລະຫ້ອງ.     ການທີ່ປະຊາຊົນພາກັນຍ້າຍເຂົ້າຢູ່ອາຄານທີ່ບໍ່ທັນສຳເຣັດກໍາສ້າງນັ້ນ

ແທນທີ່ທາງການໄທຫຼືຫົວໜ້າຮັບຜິດຊອບການກໍ່ສ້າງຕ້ອງມີຄຳສັ່ງມາບອກປະຊາຊົນອອກໄປໃນມື້ກາງເວັນເພື່ອໃຫ້ຊ່າງປຸກອາຄານມາສ້າງໃຫ້ສຳ

ເຣັດໃນການແອ້ມຝາແລະປູແປ້ນພື້ນດັ່ງຮູບແບບແຜນຜັງທີ່ຂຽນອອກ (ພິມຂຽວ ຫຼື Blue Print)  ແຕ່ທີ່ໃດໄດ້ບໍ່ວ່າຝ່າຍລາວຝ່າຍໄທພາກັນ

ມິດເສີຍໄປເລີຍແລະເປັນເຊັ່ນດຽວກັນທຸກໆອາຄານທີ່ສ້າງຂຶ້ນພຽງແຕ່ມຸງຫຼັງຄາສັງກະສີໃຫ້ເທົ່ານັ້ນ.   ມີການຕໍ່ວ່າຮ້ອງຂໍຈາກປະຊາຊົນໃຫ້ມາປູ

ພື້ນແລະແອ້ມຝາເປັນຫ້ອງເປັນຫ້ອງໃຫ້ ເພາະມີພຽງຜ້າກັ້ງບາງໆເປັນຝາຂັ້ນແຕ່ລະຫ້ອງ ຍາມກາງຄືນຄົນເຮັດຫຍັງກັນກໍໄດ້ຍິນໄປທັງອາຄານ. ບໍ່

ມີຄຳຕອບຈາກຝ່າຍຜູ້ມີໜ້າທີ່ຮັບຜິດຊອບເລີຍ ມີແຕ່ຄົນຊື່ດົມເປັນຫົວໜ້າຝ່າຍປ້ອງກັນສູນທີ່ນຳຄຳສັ່ງຈາກ ດຣ. ຕານ ຫົວ້າສູນສັ່ງລົງມາຖ້າໃຜ

ຜູ່ໃດລໍຖ້າບໍ່ໄດ້ໃຫ້ຊື້ໄມ້ມາປູພື້ນແລະແອ້ມເອົາເອງ ບໍ່ດັ່ງນັ້ນກໍໃຫ້ລໍຖ້າຈົນກ່ວາຈະເຖິງເວລາພວກຮັບເໝົາກໍ່ສ້າງກັບຄືນມາສຳເຣັດໃຫ້ ເພາະວ່າໃນ

ຂະນະນີ້ກຳລັງເຈຣະຈາຕໍ່ວ່າກັນຢູ່.    ຄົນລາວເປັນຄົນບໍ່ມັກຍາກຢູ່ແລ້ວຈຶ່ງຮ້ອງຂໍຄວາມຊ່ວຍເຫຼືອຈາກພີ່ນ້ອງແລະຍາດມິດທີ່ໄປຢູ່ປະເທດທີສາມ

ສົ່ງເງິນມາຊ່ອຍຊື້ໄມ້ໄຜ່ມາເຮັດພື້ນແລະແອ້ມຝາຫັ້ງໃຜຫ້ອງລາວ   ໃນທີ່ສຸດບໍ່ພໍຮອດເດືອນທຸກໆອາຄານກໍຟູພື້ນແລະແອ້ມຝາຫ້ອງສຳເຣັດທຸກອາ

ຄານທີ່ປຸກໃໝ່ຂຶ້ນມານັ້ນ ແລະແລ້ວການເຈຣະຈາກັບຜູ່ຮັບໝົາກໍມິດໄປຈົນບໍ່ມີຄົນຍົກເອົາເຣື່ອງນີ້ໄປທວງຖາມອີກເລີຍ. ຄວາມລັບບໍ່ມີໃນໂລກ

ຄືດັ່ງຄຳຕົງໂຕຍທີ່ກ່າວໄວ້,   ເຈົ້າໜ້າທີ່ຝ່າຍລາວແລະໄທເອົາງົປະມານແປ້ນປູອາຄານແລະຂັ້ນຫ້ອງມັງໝົດໄປປັນກັນໃສ່ຖົງໃຜຖົງມັນແບບລອຍ

ໄປເລີຍ. ໃຫ້ຄິດໄລ່ເບິ່ງວ່າຈະຕົກເປັນຈຳນວນເງິນກີ່ແສນກີ່ລ້ານບາດ?  ມີ 64 ອາຄານ, (ອາຄານນຶ່ງ = 16m x 48m,  ມີ 12 units

ຫຼືຫ້ອງ, ຫ້ອງນຶ່ງ=8m x 8m). ຕາມທີ່ຂ່າວລືກັນວ່າປະມານ 8 ລ້ານກ່ວາບາດ ຮວມທັງຄ່ວັດຖຸແລະຄ່າແຮງ, ກໍປະມານ $134,000.00

($1 = 60 baht thai during that time). ນີ້ຄືຜົນງານສິ້ນໂບແດງຂອງຫົວໜ້າສູນຄົນໃໝ່ຂຶ້ນມານັ່ງຕັ່ງຮັບຕຳແໜ່ງກົ້ນຍັງວໍ່ທັນອຸ່ນ

ຈັ່ແມ່ນວາສນາຂອງຊາວລາວທີ່ສູນໜອງຄາຍເນາະທີ່ຍັງມີກັມຢູ່ໜີອອກຈາກບ້ວງຄໍຣັປຊັນບໍຫວິດບໍ່ມົ້ມຈັກເທື່ອ.

ພວກຍາດມິດສິດສະຫາຍຂອງ 21 ອົງການພາກັນແຊກຊຶມເຂົ້າມາມີບົດບາດຢູ່ໃນສູນພາຍຫຼັງ ດຣ. ຕານ ເປັນຫົວໜ້ສູນ ແຕ່ພວກເຂົາຍັງອາສັຍ

ພັກເຊົ້າຢູ່ນອກສູນຢູ່ ເພາະຍັງບໍ່ພາກັນກ້າຈະເຂົ້າມາຢູ່ໃນສູນ ແຕ່ຫລາຍໆຄົນຖືກສຳພາດເພື່ອໄປສະຫະຣັຖ ເພາະໃນປິ 1980 ນັ້ນມີແຕ່ສະຫະຣັຖ

ປະເທດດຽວທີ່ຍັງຮັບເອົາອົພະຍົບແລະກໍຖືກສົ່ງອອກໄວເພື່ອໄປຮຽນ ປະເພນີແລະວັທະນະທັມອາເມຣິກັນຢູ່ທີ່ປະເທດຟີລິປປິນຫົກເດືອນກ່ອນເດີນ

ທາງເຂົ້າປະເທດເຂົາ. ຂ້າພະເຈົ້າຈະບໍ່ເອີຍຊື່ຂອງອະດີດຜູ່ນຳແລະສັມະຊິກຜູ່ທີ່ສຳຄັນຂອງ ສະຫະພັນນັກສຶກສາລາວ ຫຼື 21 ອົງການ ເພາະບໍ່ຢາກຊ້ຳ

ເຕີມພວກເຂົາ ເພາະມີຫບາຍຄົນຖືດເຂົ້າສຳພາດໄປສະຫະຣັຖ ຖືກ ບັກ ຈອນ ທັກເກີ ເອົາຮູບຂອງພວກເຂົາທີ່ກຳລັງເອົາຕີນຢຽບທຸງຊາດອາເມຣິກາ

ຢູ່ຢູເສສນາໄຮ່ດຽວ ຮູບເອົາໄຟຈູດແລະຍ່ຽວໃສ່ທຸງຊາດເຂົາທີ່ສະຖານທູດອາເມຣິກາຢູ່ຂ້າງທາດດຳວຽງຈັນ ອອກມາຖາມວ່າແມ່ນໃຜ? ທັ່ງໆທີ່ພວກ

ເຂົາພາກັນປ່ຽນຊື່ນາມສກຸນຢ່າງດີ ແຕ່ຫຼີກບໍ່ມົ້ມສາຍຕາການສັງເກດການຊອງບັກຈອນທັກເກີຈັກຄົນ. ປີ 1980 ທາງຣັຖະບານລາວໄດ້ເປີດດອນ

ສັນຕິພາບຂຶ້ນເພື່ອປ່ອຍໃຫ້ຄົນລາວຄົນໃດຢາກໜີຂ້າມຂອງໄປໄທໃຫ້ໄປລອຍຂ້າມອອກຈາກດອນນັ້ນໂລດ ແລະ ພວກທີ່ໂຕນໄປກ່ອນແລ້ວແລະບໍ່

ໄດ້ເລືອດວ່າປີໃດ ນັບແຕາ 75 ຂຶ້ນມາ ຖ້າຢາກກັບຄືນປະເທດກໍໃຫ້ລອຍອອກຈາກຝັ່ງໄທເຂົ້າໄປຫາດອນສັນຕິພາຍນັ້ນ ແລະ ໄດ້ປະກາດວ່າຈະບໍ່ມີ

ການຈັບກຸມແລະຍິງເດັດຂາດ. ມີແຕ່ພວກສ່ຽງຕາຍຫຼືກິນຢາບ້າເທົ່ານັ້ນທີ່ສາມາດລອຍໜີລອຍກັບໃນມືີນັ້ນ ເພາະປະກາດວ່າບໍ່ມີການຈັບກຸມແລະຍິງ

ແຕ່ມີທະຫານເປັນກອງຮ້ອຍອາວຸດຄົບມື ມີທັງ ເບ40-41 ພຽງພ້ອມ ແລ້ວຈະມີຄົນດີໆຄົນໃດທີ່ຈະລົງລອຍໜີອອກຈາກເກະນັ້ນ?

ຍັງມີຕໍ່

 



__________________
Anonymous

Date:
Permalink   
 

(24)

ຫົວໜ້າສູນອົພະຍົບລາວໜອງຄາຍຄົນໃໝ່ ມາໃນມຸກໃໝ່, ວິທີການໃໝ່ ແລະ ປະຕິກິຣິຍາແບບໃໝ່ ໃນການບໍຣິຫານສູນອົພະຍົບແຫ່ງນັ້ນນັບຕັ້ງ

ແຕ່ງົປະມານງວດແຣກເພື່ອສ້າງອາຄານໃໝ່ແທນອາຄານທີ່ຖືກມືດີວາງເພີງເພື່ອຈົນວອດໄປ 75% ຂອງອາຄານທັງໝົດທີ່ມີຢູ່ໃນສູນແລະຕູບຫລື

ກະທ້ອມນ້ອຍທີ່ຊາວອົພະຍົບອອກທຶນຕົນເອງສ້າງຂຶ້ນເພື່ອເປັນທີ່ພັກພາອາສັຍນັບເປັນຫລາຍສິບຫຼັງ,  ຊຶ່ງເງິນງົປະມານກໍໄປຕົກໃສ່ອົ້ງມືຂອງເຈົ້າ

ໜ້າທີ່ສູນທັງລາວແລະໄທແບ່ງປັນກັນໂກງ. ທາງເຈົ້າໜ້າທີ່ໄທໄດ້ຈັບກຸມຫົວໜ້າໄປສະນີລາວແລະໄທໃນສູນທີ່ຮ່ວມຫົວກັນລັກເຊັກ (Checks)

ຂອງຊາວອົພະຍົບເປັນຈຳນວນຫລາຍກ່ວາສາມໝື່ນໂດລາສະຫະຣັຖນາຫຼັງເຈົ້າຂອງເຊັກແລະຜູ່ຮັບທວງຖາມມາແຕ່ສມັຍອະດີດຫົວໜ້າສູນຄົນເກົ່າ

ນາຍພົນສັງ (1977-80) ແລະໂຍງຄວາມຜິດໄປເຖິງນາຍພົນສັງແລະຄນະວ່າໃຫ້ຄວາມຮ່ວມມືໃນການແລກເຊັກເປັນເງິນຕຣາບາດໄທ ແຕ່ບໍ່ມີ

ໃຜທີ່ເປັນເຈົ້າຂອງເງິນແລະຜູ່ຮັບໄດ້ເງິນສົດໃຊ້ຄືນແມ້ແຕ່ສລຶງແດງດຽວ ເພາະຄົນຜູ່ທີ່ພາດພິງເຖິງນັ້ນພາກັນຫາຍສາບສູນໄປກັບແປວຄັວນໄຟໃນ

ຄືນໄຟໄໝ້ສູນນັ້ນ. ເມື່ອມີເຫດການຍັກຍອກເຊັກຂອງຊາວອົພະຍົບທາງໄປສະນີເກີດຂຶ້ນ, ທາງ ດຣ. ຕານຈຶ່ງປ່ຽນແຜນການໃຫ້ຈົດໝາຍທີ່ລົງທະ

ບຽນທຸກສບັບບໍ່ໃຫ້ສົ່ງເຂົ້າມາໃນໄປສະນີສູນໜອງຄາຍ ໃຫ້ສົ່ງໃບແຈ້ງມາທີ່ກອງອຳນວຍການສູນໂດຍຕຣົງ ແລ້ວທາງກອງອຳນວຍການຈະຕິດປະ

ກາດໃຫ້ເຈົ້າຂອງຜູ່ຮັບມາເອົາໃບແຈ້ງອອກໄປຮັບເອົາທີ່ໄປສະນີກາງຈັງຫວັດໜອງຄາຍພຸ້ນເພື່ອຫລີກຫລ່ຽງການຍັກຍອກຂອງພະນັກວານໄປສະນີ

ທີ່ຢູ່ໃນສູນອົພະຍົບ.

ຂ່າວຊ່າລືການຫາຍສາບສູນຊອງນາຍພົນສັງອີກທາງນຶ່ງວ່າແມ່ນພວກນັກຮົບໃຕ້ດິນລາວແດງຫລືແກ໊ງ ເງົາດຳ ເປັນຜູ້ອູ້ມຕົວໄປແລ້ວຂ້າໂຍນລົງນ້ຳ

ຂອງໄປແຕ່ຄືນໄຟໄໝ້ສູນ, ແຕ່ອີກຂ່າວລືກັນອີກຂ້າງນຶ່ງວ່າຖືກຢາສັ່ງໃຫ້ອູ້ມໄປນັ່ງຢາງເພື່ອປິດປາກອຳພາງຄະດີ ເພາະນາຍພົນສັງເປັນພະຍານປາກ

ສຳຄັນທີ່ຮູ້ເຫັນເປັນໃຈກັບຜູ່ວ່າຈັງຫວັດໜອງຄາຍໃນການຄໍຣັປຊັນງົປະມານ  (foods for refugees)  ທີ່ເປັນຈຳນວນຫລາຍແສນໂດລາ,

ໃນກໍຣະນີນີ້ ຊາວລາວອົພະຍົບສ່ວນຫລາຍແມ່ນແນໃສ່ດ້ານຖືກອູ້ມໄປນັ່ງຢາງເພື່ອປິດປາກຫລາຍກ່ວາທີ່ຊ່າກັນວ່າພວກໃຕ້ດິນລາວແດງມາອູ້ມໄປ

ປາດຄໍຖິ້ມລົງແມ່ນຳ້ຂອງ ເພາະເຫດຜົນມີໜ້ອຍກວ່າຂ້າປິດປາກ ເພາະຫລັງໄຟໄໝ້ຜູ່ວ່າກໍຖືກສົ່ງໄປກຸງເທບແລະມີຜູ່ວ່າຄົນໃໝ່ມາຮັບໜ້າທີ່ເປັນຜູ່

ວ່າຄົນໃໝ່ແທນ. ເວົ້າເຣື່ອງໜ່ວຍໃຕ້ດິນຂອງລາວແດງແມ່ນບໍ່ໄດ້ຍິນຂ່າວຊ່າກັນຂຶ້ນມາອີກພຍຫລັງໄຟໄໝ້ສູນ, ແຕ່ໄດ້ຂ່າວພຽງແຕ່ພວກເຂົາພາ

ກັນຕຽມລົງໄປທ້ອນໂຮມກຳລັງກັນພາກກາງແລະພາກໃຕ້ເພື່ອຕຣຽມກຳລັງບຸກກອງກຳລັງກູ້ຊາດຢູ່ຈັງຫວັດນະຄອນພະນົມແລະອຸບົນເພາະທາງການ

ໄທມີແຜນການຈະຫຍຸບສູນອົພະຍົບລາວໜອງຄາຍໃນສິ້ນປີ 1980. ໃນວາຣະໜ້າທີ່ເປັນຫົວໜ້າສູນຂອງ ດຣ. ຕານ ປະກົດເຫັນຄົນໄທອິສານ

ທີ່ເປັນ ອໍສໍ ແລະ ຕຳຣວດ ພ້ອມຄອບຄົວພາກັນຈ້າງເງິນເຈົ້າໜ້າທີ່ການອົພະຍົບລາວ-ໄທ ເປັນຈຳນວນຫລາຍໝື່ນຕໍ່ຄອບຄົວເພື່ອໄດ້ມາຍັງເອກະ

ສານທີ່ຖືກຕ້ອງຕາມກົດຣະບຽບຂອງອົພະຍົບແລ້ວພາກັນເຂົ້າມາຢູ່ໃນສູນເພື່ອກຽມໄປປະເທດທີສາມ, ນອກຈາກ ອໍສໍ ແລະ ຕຳຣວດແລ້ວຍັງມີ

ຍິງໜຸ່ມຊາຍໜຸ່ມໄທຫລາຍຮ້ອຍຄົນທີ່ມາຈ້າງແຕ່ງງານກັບຍິງສາວຊາຍໜຸ່ມລາວອົພະຍົບແລ້ວກໍໄປແຈ້ງກັບເຈົ້າໜ້າທີ່ການອົພະຍົບວ່າໜີຕາມກັນ

ມາຈາກປະເທດລາວທີຫລັງແລະອ້າງເັດຜົນວ່າຖືກໄປສັມະນາແລ້ວໂຕນມາຫລືຖືກປົດປ່ອຍກັບຄືນສູ່ຄອບຄົວເມື່ອຮູ້ວ່າປູ່ເປັນຜົວຫລືເມັຍໜີອອກ

ຈາກປະເທດໄປຢູ່ໄທຈຶ່ງຫຫລົບໜີຕາມມາ. ພວກຄົນໄທມີ່ສະແດງເປັນອົພະຍົບລາວນັ້ນຈະຖືກສິດສອນໃຫ້ຮູ້ທຸກສະຖານທີ່ໃນເມືອງລາວ ທີ່ໄດ້

ອ້າງອິງວ່າເປັນບ້ານເກີດເມືອງນອນ ວ່າຂຶ້ນກັບບ້ານໃດ ຕາແສງໃດ ເມືອງໃດ ແລະ ແຂວງໃດ. ຄົນໄທທີ່ເຂົ້າມາຢູ່ສູນໜອງຄາຍພວກເຂົາຈະອ້າງ

ໂຕເຂົາເອງວ່າເປັນຄົນບ້ານນາຄວາຍ, ເມືອງນ້ອຍຊຽງດາ, ໜອງໜ່ຽວ, ຮ່ອງລົ້ວ ແລະ ໜອງປິງໜອງແຕ່ງ ເພາະຄົນລາວທີ່ອາສັຍຢູ່ໃນຖິ່ນຖານ

ທີ່ກ່າວມານັ້ນລ້ວນແລ້ວແຕ່ເວົ້າເປັນສຽງສຳນຽງຄົນໄທອິສານ, ຖ້າຄົນໄທມາແຕ່ໜອງຄາຍ ໂພນພິໄສ ແລະ ສີຊຽງໃໝ່ ທີ່ມີສຳນຽງສຍງປາກເວົ້າ

ເໝືອນກັນກັບຄົນວຽງຈັນກໍຈະພາກັນອ້າງວ່າມາຈາກຄຸ້ມຕ່າງໆໃນນະຄອນຫລວງວຽງຈັນ. ສິ່ງເຫຼົ່ານີ້ເປັນຂະບວນການຄ້າເອກະສານອົພະຍົບທີ່ມີ

ຈຳນວນເງິນມະຫາສານທີ່ເປັນຜົນງານສ້ນໂບແດງຂອງ ດຣ. ຕານ ແລະ ເຈົ້າໜ້າທີ່ໄທໄດ້ສົມຮູ້ຮ່ວມຄິດກັນ ແລະ ຄົນໄທຈຳພວກນີ້ເຂົ້າມາຢູ່ໃນ

ສູນບໍ່ເຖິງສາມເດືອນແມ່ນໄດ້ບິນໄປປະເທດທີສາມໂລດຖ້າວ່າໄປປະເທດອື່ນນອກຈາກສະຫະຣັຖແມ່ນໄກດຜ່ານການໄປຮຽນຮູ້ປະເພນີການຢູ່ກິນ

ຂອງຊາວອາເມຣິກັນທີ່ປະເທດຟີລິປປິນກ່ອນໆຈະເດີນທາງເຂົ້າໄປ USA. ພວກຄົນໄທທີ່ເປັນອົພະຍົບປອມນັ້ນມັກມີບັນຫາກັບການສຳພາກໄປ

ປະເທດອາເມຣິກາສ່ວນຫລາຍແມ່ນຕົກສຳພາດແລະຜູ່ທີ່ອົດຖ້າບໍ່ໄດ້ກໍອາສາສມັກໄປປະເທດທາງເອີຣົປ ແຕ່ຜູ່ທົນໄດ້ພາຍຫລັງມາກໍໄດ້ໄປອາເມຣິ

ກາຕາມຈຸດປະສົງຂອງພວກເຂົາ. ພວກຄົນໄທຍັງໄດ້ພາກັນຈົກເງິນຈ້າງນາຍພາສາໃນການສຳພາດເພື່ອຄວາມສດວກແລະໃຫ້ຜ່ານການສຳພາກໄປ

ອາເມຣິກາ, ແຕ່ມີຄົນອາເມຣິກາ 2 ຄົນ ທີ່ເວົ້າແລະອ່ານພາສາລາວເກ່ງກ່ວາຄົນລາວຫລາຍໝື່ນຄົນທີ່ຄົນສຳພາດອົາອົພະຍົບໄປປະເທດເຂົານັ້ນກໍ

ຄື ບັກຈອນ ທັກເກີ ແລະ ອ່ຽນ ທອມຊັນ ບັກອຽນ ປາກເປັນສຳນຽງໄທໂພນໂຮງເລີຍເພາະມີເມັຍເປັນໄທໂພນໂຮງ ແລະຂຽນພາສາລາວຖືກຕ້ອງ

ຕາມຫລັກວັຍະກອນລາວດີກ່ວາຄົນລາວທີ່ຈົບມໍຕົ້ນ ອັນພວກຈົບປະຖົມນັ້ນບໍ່ຕ້ອງມາທຽບກັບມັນ,ໄກມັນຫລາຍ.

ຍັງມີຕໍ່ = (ທ່ານຈະໄດ້ຊາບຊະຕາກັມຂອງ ດຣ. ຕານ ບໍ່ຂາດ ກໍຍ້ອນຂ້າພະເຈົ້າຜູ່ຂຽນ ໃນຕອນໜ້າ).



__________________
Anonymous

Date:
Permalink   
 

ກ່ອນອື່ນ ຜຂ ຕ້ອງຂໍອານຸຍາດຈາກເຈົ້າຂອງກະທູ້ຫລາຍໆ

ເພາະ ຜຂ ໄດ້ຕິດຕາມອ່ານບົດຂໍ້ຄວາມຂອງທ່ານມາຕັ້ງແຕ່ຕົ້ນ

ແລະຈະຕິດຕາມອ່ານຈົນເຖິງຕອນອາວະສານ (ສຸດ).

 

ຜຂ ໄດ້ເຫັນຊື່ຂອງບຸກຄົນທີ່ ຜຂ ຮູ້ຈັກຊຶ່ງເປັນລຸ້ນຂອງພໍ່.

ຊື່: ນາຍພົນສັງທອງ (ແຕ່ຄົນທົ່ວໄປຮ້ອງແຕ່ ນາຍພົນສັງ )

ນາຍພົນຄົນນີ້ ເປັນເຊື້ອຊາດ, ສັນຊາດແກວ ພໍ່ແມ່ເປັນແກວ

ເກີດແລະໃຫຍ່ຢູ່ ບ້ານໃຕ້, ຕາແສງແລະເມືອງບໍ່ໂພນຕີ້ວ, ແຂວງຄຳມ່ວນ

ທຸກຄົນທີ່ຢູ່ໃນເມືອງແລະເຂດໃກ້ຄຽງແລະຄົນແຂວງຄຳມ່ວນເອງ ກໍຮູ້ຈັກດີວ່າ

ຜູ່ທີ່ຊື່ນາຍພົນສັງຄົນນີ້ແມ່ນໃຜແລະມາຈາກໃສ????.



__________________
Anonymous

Date:
Permalink   
 

Anonymous wrote:

ກ່ອນອື່ນ ຜຂ ຕ້ອງຂໍອານຸຍາດຈາກເຈົ້າຂອງກະທູ້ຫລາຍໆ

ເພາະ ຜຂ ໄດ້ຕິດຕາມອ່ານບົດຂໍ້ຄວາມຂອງທ່ານມາຕັ້ງແຕ່ຕົ້ນ

ແລະຈະຕິດຕາມອ່ານຈົນເຖິງຕອນອາວະສານ (ສຸດ).

 

ຜຂ ໄດ້ເຫັນຊື່ຂອງບຸກຄົນທີ່ ຜຂ ຮູ້ຈັກຊຶ່ງເປັນລຸ້ນຂອງພໍ່.

ຊື່: ນາຍພົນສັງທອງ (ແຕ່ຄົນທົ່ວໄປຮ້ອງແຕ່ ນາຍພົນສັງ )

ນາຍພົນຄົນນີ້ ເປັນເຊື້ອຊາດ, ສັນຊາດແກວ ພໍ່ແມ່ເປັນແກວ

ເກີດແລະໃຫຍ່ຢູ່ ບ້ານໃຕ້, ຕາແສງແລະເມືອງບໍ່ໂພນຕີ້ວ, ແຂວງຄຳມ່ວນ

ທຸກຄົນທີ່ຢູ່ໃນເມືອງແລະເຂດໃກ້ຄຽງແລະຄົນແຂວງຄຳມ່ວນເອງ ກໍຮູ້ຈັກດີວ່າ

ຜູ່ທີ່ຊື່ນາຍພົນສັງຄົນນີ້ແມ່ນໃຜແລະມາຈາກໃສ????.


 ບໍ່ຊາບວ່າທ່ານໄດ້ຂໍ້ມູນພໍ່ແມ່ຂອງນາຍພົນສັງເປັນຄົນແກວມາຈາກໃສ ຈະເທັຈຫລືຈິງ

ນັ້ນຈະບໍ່ອອກຄຳຕັດສິນ ເພາະທີ່ແນ່ໆຂ້າພະເຈົ້າໄດ້ຖາມລູຊາຍເມັຍຜູ່ທີ່ສອງເພິ່ນທີ່ຢູ່

ເມືອງດຽວແລະຣັຖດຽວກັນກັບຂ້າພະເຈົ້າຢູ່ໃນສະຫະຣັຖ ແລະກໍໄດ້ຂໍ້ມູນຊີວາປວັດຂອງ

ເພິ່ນມາແລະກໍໜ້າເຊື່ອຖືໄດ້ຈາກລູກຊາຍຂອງເພິ່ນເອງເຖີງວ່າຈະເປັນລູກທີ່ເປັນເມັຍ

ຜູ່ທີ່ສອງກໍຈິງ. ຕາມຄຳບອກເລົ່າຂອງລູກຊາຍເພິ່ນກ່ຽວກັບເຊື້ອຊາດຕຣະກູນເພິ່ນນັ້ນ

ຊ່າງແຕກຕ່າງກັບຂໍ້ມູນທີ່ທ່ານໄດ້ມາ, ລູກຊາຍເພິ່ນຍັງເລົ່າອີກວ່າ ພໍ່ເປັນຄົນກຽດຊັງ

ພວກແກວເຂົ້າກະດູກເລີຍລະ ແລະຮັບຮອງວ່າພໍ່ຕູ້ແມ່ຕູ້ບໍ່ແມ່ນແກວເພາະເພີ່ນເວົ້າພາ

ສາແກວບໍ່ເປັນ ແລະກໍບໍ່ມັກິນອາຫານແກວອີກ ສອງຕູ້ເພິ່ນມັກເຂົ້າໜຽວ ແລະ ປາ

ແດກຫລາຍກ່ວາຂົ້ວຫລືອາຫານຜັດຫວານໆຈາງໆຂອງແກວ. ອັນວ່າເພີ່ນເປັນຄົນ

ທ່າແຂກຫລືແຂວງຄຳມ່ວນນັ້ນແມ່ນຖືກຕ້ອງ.



__________________
Anonymous

Date:
Permalink   
 

(25)

ທາງການໄທໄດ້ສເນີສົ່ງນັກຮົບໃຕ້ດິນ ເງົາດຳ ໃຫ້ຣັຖະບານ ສປປ ລາວ ໃນຈຳນວນ 21 ຄົນ ໃນເດືອນ ເມສາ 1980 ແຕ່ຣັຖະບານ

ສປປ ລາວ ໄດ້ປະຕິເສດຮັບເອົາຊາຍໜຸ່ມ 21 ຄົນນັ້ນ ແລະ ທັງປະຕິເສດວ່າບໍ່ແມ່ນສັມະຊິກຫລືອົງກອນໃດໆຂອງຝ່າຍລາວທີ່ສົ່ງ

ໄປກໍ່ການຮ້າຍຢູ່ປະເທດໄທແຕ່ຢ່າງໃດ. ແຕ່ທັງ 21 ຊາຍໜຸ່ມໃຫ້ການແກ່ເຈົ້າໜ້າທີ່ສືບສວນຂອງໄທເປັນສຽງດຽວກັນວ່າເປັນທະ

ຫານໜ່ວຍສອດແນມແຈະຈູ່ໂຈມພິເສດທີ່ຜ່ານການຝຶກຫັດຫລັກສູດປີຫົກເດືອນທີ່ສູນກາງໂຮງຮຽນນາຍຮ້ອຍທະຫານໂພນສວັນ

ແຂວງຊຽງຂວາງ, ໂດຍເຈົ້າໜ້າທີ່ໄທໄດ້ແຍກການສອບສວນແຕ່ລະຄົນແລະແຕ່ລະສະຖານທີ່.  ສັມະຊິກເງົາດຳ 21 ຄົນທີ່ຣັຖບານ

ລາວປະຕິເສດຮັບເອົາຄືນສູ່ປະເທດຕາມຄຳສເນີຂອງຣັຖະບານໄທນັ້ນໄດ້ພາກັນຮ້ອງຂໍລີ້ພັຍຢູ່ໃນປະເທດໄທໃນຖານະອົພະຍົບຕໍ່ຣັຖ

ບານໄທ ແລະບໍ່ຍິນຍອມກັບຄືນປະເທດລາວດ້ວຍເຫດຜົນເກງກົວຕໍ່ຊີວິດເພາະຖືກຣັຖະບານ ສປປ ລາວໄດ້ປະຕິຮັບຄືນໄປແລ້ວ. ດັ່ງ

ນັ້ນທາງຣັຖະບານໄທຈຶ່ງໄດ້ອະນຸຍາດໃຫ້ຊາຍໜຸ່ມ 21 ຄົນດັ່ງກ່າວນີ້ລີ້ພັຍຢູ່ໃນປະເທດໄທໃນຖານະຜູ້ລີ້ພັຍເໝືອນກັນກົບຄົນລາວ

ອົພະຍົບທົ່ວໆໄປ, ແຕ່ພວກເຂົາຕ້ອງຖືກປັບໄໝໃນຂໍ້ຫາເຂົ້າເມືອງຜິດກົດໝາຍແລະເມື່ອເຂົ້າມາເຖິງດິນແດນປະເທດໄທແລ້ວບໍໄປ

ຣາຍງານຕົວຕໍເຈົ້າໜ້າທີ່ປົກຄອງບ້ານເມືອງ, ແລ້ວ ອີກຍັງຫລົບລີ້ຊ່ອນຕົວກໍ່ກວນການຮ້າຍ ສານໄທຈຶ່ງຕັດສິນຈຳຄຸກຄົນລະໜຶ່ງປີ

ແລະປັບໄໝຄົນລະ ຫ້າພັນບາດ ຖ້າບໍມີເງິນເສັຍຄ່າປັບໄໝແມ່ຈຳຕ້ອງຕິດຄຸກຄົນລະຫົກເດືອນເຜີ້ມຂຶ້ນເປັນປີຫົກເດືອນທັງໝົດທີ່

ຖືກກັກຂັງຕົວຢູ່ເຮືອນຈຳ, ແຕ່ຖືກອະພັຍໂທດຈາກ ພຣະຣາຊີນີ ໄທ ເນື່ອງໃນວັນເກີດຂອງເພິ່ນ ທັງ 21 ຄົນນັ້ນຈຶ່ງຫລຸດພົ້ນອອກຈາກ

ເຮືອນຈຳແລະຖືກໂອນເຂົ້າມາອາສັຍຢູ່ໃນສູນອົພະຍົບຢ່າງຖືກຕ້ອງຕາມກົດໝາຍທຸກຢ່າງ.  ກໍຣະນີຂອງ 21 ຄົນນີ້ບໍ່ໄດ້ເປີດເຜີຍຂຶ້ນ

ສູ່ສັງຄົມໃນການຮ້ອງຂໍຂອງພວກເຂົາເພາະເກງກົວຄວາມປອດພັຍພາຍໃນສູນ ເພາະເກງກົວວ່າຄົນລາວທີ່ອາສັຍຢູ່ໃນສູນນັ້ນອາດ

ຄິດວຫລືຖືວ່າພວກເຂົາເປັນສັດຕຣູ ແຕ່ທີ່ໃດໄດ້ ຄວາມລັບບໍ່ມີໃນໂລກ ຄວາມລັບກໍແຕກອອກມາ ແລະຄົນກໍຮູ້ກັນໄປທົ່ວສູນ ແຕ່ຄົນ

ລາວສ່ວນຫລາຍເປັນຊາວພຸທທີ່ມີນ້ຳໃຈເມຕາສົງສານເພື່ອນມະນຸສຮ່ວມໂລກດຽວກັນແລະຍິ່ງໄປກ່ວານັ້ນພວກເຂົາຍັງເປັນເພື່ອນ

ຮ່ວມຊາດດຽວກັນອີກ ຈຶ່ງພາກັນໃຫ້ອະພຍັະໂທສແກ່ພວກເຂົາ ແລະທັງ 21 ຄົນກໍພາກັນບວດຈຳພັນສາຢູ່ໃນວັດສູນອົພະຍົບລາວ

ນັ້ນກ່ອນຈະສິຂາອອກມາເພື່ອລໍຖ້າເດີນທາງໄປປະເທດທີສາມເໝືອນກັນກັບຊາວອົພະຍົບລາວທຸກຄົນ.

ດຣ. ຕານ ຜູ່ທີ່ເປັນຫົວໜ້າສູນຄົນໃໝ່ແທນນາຍພົນສັງ ກັບກາຍມາເປັນເປົ້າສາຍຕາຂອງຊາວອົພະຍົບວ່າຈະບໍ່ມີສິ່ງໃດດີກ່ວາໃນ

ສມັຍນາຍພົນສັງເປັນຫົວໜ້າສູນ ທີ່ນຳເອົາເຂົ້າປາອາຫານທີ່ໝົດອາຍຸຫລືຂາດຄຸນະພາບມາໃຫ້ອົພະຍົບບໍຣິໂພກອີກ, ແຕ່ວ່າຊາວ

ລາວໃນສູນພາກັນອ່ານຜິດໄປ, ເຂົ້າປາອາຫານທີ່ອົພະຍົບໄດ້ຮັບຫລັງໄຟໄໝ້ສູນແລະ ດຣ. ຕານ ຂຶ້ນມາຮັບຕຳແໜ່ງຫົວໜ້າສູນໄດ້

ນຳເອົາສະບຽງອາຫານຈະເປັນເຂົ້າສານໜຽວກໍເປັນເຂົ້າມີຄຸນະພາບດີ ແຕ່ບໍເຖິງຂັ້ນສັນປາຕອງບໍມີເມັດຫັກ, ຊີ້ນໄກ່ແລະໝູ ແມ່ນ

ແມ່ນກັບມາຂ້າແລະຄົວຢູ່ໂຮງຂ້າສັດໃນສູນອີກ, ຜັກນາງອາງຫຍ້າກໍບໍ່ມີສີເຫລືອງຫລືຈຸດເໜົ່າເໝືອນເກົ່າ ໄຂ່ ນ້ຳຕານ ກາເຟ ແລະ

ນົມຂຸ້ນຫວານກໍໄດ້ກັບມາບຳຣຸງຮ່າງກາຍຂອງໍາວອົພະຍົບເໝືອນເດີມ   ແຕ່ບໍໍໄດ້ເຫລືອກິນເໝືອນຂັ້ນຕົ້ນໆກ່ອນນາຍພົນສັງເຂົາມາ

ເປັນຫົວໜ້າສູນ, ເຖິງຈະໜ້ອຍກ່ອນແຕ່ກໍມີແນວບຳຣຸງກໍເຮັດໃຫ້ຄົນລາວພາກັນຍ້ອງ ແລະ  ຮຽກຫົວໜ້າສູນຄົນໃໝ່ວ່າ ທ່ານ ດຣ.

ຕານ. ຈະບໍ່ມີຫົວໜ້າສູນຄົນໃດທີ່ຈະບໍມີແນວຄິດຄໍຣັປຊັນຫລືໂກງ  ຫາກແຕ່ວ່າຕ່າງຄົນຕ່າງມີວິທີການກິນຕ່າງກັນ ກິນແຕ່ບໍໃຫ້ໄປ

ເດືອດຮ້ອນຊາວອົພະຍົບ ນີ້ອາຈເປັນວີທີການກິນຂອງ ດຣ. ຕານ ເພິ່ນຈຶ່ງບໍ່ມີສຽງວິພາກວິຈານພໍປານໃດ ຖືວ່າມີຄົນຮັກເພິ່ນຫລາຍ

ກ່ວານາຍພົນສັງ.

ມື້ນຶ່ງເປັນວັນພຸດ ຂ້າພະເຈົ້າໄດ້ເຂົ້າໄປພົບ ດຣ. ຕານ ເພື່ອໂອ້ລົມທຸຣະກິດສ່ວນຕົວຢູ່ທີ່ຫ້ອງການເພິ່ນ ແຕ່ເພິ່ນຍັງມີແຂກຢູ່ໃນຫ້ອງ

ລົມກັບເພິ່ນຢູ່ ຈຶ່ງນັ່ງຢູ່ຕັ່ງເກົ້າອີ້ທີ່ຢູ່ຂ້າງເລຂາໜ້າຫ້ອງຂອງເພິ່ນ (ເລຂາເພິ່ນຜູ່ຊາຍບໍ່ແມ່ນຜູ່ຍິງ) ແລະເລຂາເພິ່ນກໍເປັນເພື່ອນຮຽນ

ຮ່ວມຫ້ັງກັບຂ້າພະເຈົ້າເອງ, ຜູ່ກ່ຽງປວດທ້ອງໜັກກໍໄປຫ້ອງນ້ຳ ແລະປ່ອຍໃຫ້ຂ້າພະເຈົ້ານັ່ງຢູ່ຄົນດຽວ, ໃນທັນໃດນັ້ນກໍມີຊາຍຄົນ

ນຶ່ງຢ່າງຕຣົງເຂົ້າມາເພື່ອຈະເດີນຕຣົງເຂົ້າໄປໃນຫ້ອງການຂອງ ດຣ. ຕານ ແຕ່ຜູ່ກ່ຽວກໍຢຸດແລ້ວຖາມຂ້າພະເຈົ້າວ່າ ອ້າຍ ເຈົ້າມາ

ເຮັດຫຍັງຢູ່ນີ້? ໂອຍ! ເຈົ້ານີ້ມາຂັດຈັງຫວະຂ້ອຍພໍດີເນາະ ມື້ໜ້າພໍ້ກັນແລ້ວນ້ອງຈະເລົ່າສູ່ຟັງ ແລະຫ້າມບອກໃຜວ່ານ້ອງມາທີ່ນີ້ເດີ້.

ຊາຍຄົນນັ້ນເປັນເດັກນ້ອຍບ້ານບໍ່ໂອແລະກໍເປັນນັກເລງຫົວໄມ້ທີ່ບໍ່ຍອມລົງຫລືອ່ອນໃຫ້ໃຜ ແຕ່ເປັນນ້ອງຊາຍຂອງໝູ່ຂ້າພະເຈົ້າເອງ,

ເມື່ອຜູ່ກ່ຽວຖັກຖາມຂ້າພະເຈົ້າເັສດແລ້ວກໍຫັນຫລັງຍ່າງອອກໄປ ແຕ່ຂ້າພະເຈົ້າເປັນຄົນມີນິສັຍມັກສັງເກດ ຈຶ່ງເຫັນປືນລູກຊອງໄທ

ປະດິດສຽບຢູ່ແອວຂອງຜູ່ກ່ຽວ ຕອນຜູ່ກ່ຽວກົ້ມລົງເກັບເອົາຊອງຢາສູນທີ່ເຮັດເຫັ່ຍລົງພື້ນຫ້ອງຕໍ່ໜ້າປາກປະຕູເຂົ້າຕຶກກອງອຳນວຍ

ການ. ຂ້າພະເຈົ້າງົງແລະກໍເຮັດໃຫ້ບໍ່ມີຈິດໃຈທີ່ເຂົ້າພົບ ດຣ. ຕານ ຈຶ່ງເດີນອອກຈາກກອງອຳນວຍການໄປ, ເພາະຮູ້ສັນດານຊາຍໜຸ່ມ

ຄົນນັ້ນດີວ່າມັນມີຈຸດປະສົງມາເຮັດຫຍັງ ຈຶ່ງຍ່າງດັກໃສ່ຫ້ອງການຂອງຫົວໜ້າສູນ? ນັບວ່າໂຊກຊະຕາຂອງ ດຣ. ຕານ ຍັງບໍທັນເຖິງ

ເວລາຂາດທີ່ຂ້າພະເຈົ້າໄດ້ໄປນັ່ງຢູ່ຕໍ່ໜ້າຫ້ອງການຂອງເພິ່ນ, ຖ້າວັນນັ້ນຂ້າພະເຈົ້າບໍ່ໄດ້ມີແຜນການເຂົ້າໄປພົບເພິ່ນ ຂ່າວຈະດັງຄຶກ

ໂຄມຂຶ້ນໃນສູນນັ້ນອີກເທື່ອນຶ່ງແນ່ນອນ.

ຍັງມີຕໍ່

 



__________________
Anonymous

Date:
Permalink   
 

(26)

ວັນນັ້ນຫຼັງທີ່ກັບມາທີ່ພັກກໍນັ່ງຄຶດນອນຄຶດກ່ຽວກັບກໍຣະນີຊາຍໜຸ່ມບໍ່ໂອທີ່ໄປກອງອຳນວຍການແລະເດີນຕຣົງເຂົ້າໄປຫ້ອງການຂອງຫົວໜ້າສູນ,

ຕັ້ງຄຳຖາມໆໂຕເອງວ່າຈະເໝາະສົມບໍ່ຖ້າໄປບອກ ດຣ. ຕານ ໃຫ້ມີສະຕິຣະວັງໂຕ ແລະກໍຕອບຄຳຖາມຕົນເອງວ່າ ບໍ່ສົມຄວນເອົາຕົນເອງເຂົ້າໄປ

ພົວພັນກັບເຣື່ອງນີ້ ເພາະຕົນເອງອາຈເຂົ້າໃຈຜິດຄິດໄປແງ່ຫຼົບເອງ.  ນັບແຕ່ວັນນັ້ນກໍບໍ່ມີໂອກາດພົບເຫັນຊາຍໜຸ່ມບໍ່ໂອຄົນນັ້ນເລີຍແລະເວລາກໍ

ຜ່ານໄປເປັນເດືອນສອງເດືອນແລ້ວ, ຂ້າພະເຈົ້າຈຶ່ງຂຽນຈົດໝາຍໄປຫາໝູ່ທີ່ປະເທດອັງກິດຜູ່ທີ່ເປັນເພື່ອນຮັກແພງກັນແລະກໍເປັນອ້າຍຂອງຊາຍ

ໜຸ່ມບໍ່ໂອທີ່ພໍ້ກັນຢູ່ຕໍ່ໜ້າຫ້ອງການຂອງດຣ. ຕານ ທີ່ຕຶກກອງອຳນວຍການສູນອົພະຍົບລາວໜອງຄາຍໃນສອງເດືອນຜ່ານມາ.   ຂ້າພະເຈົ້າໄດ້

ຖາມກ່ຽວກັບນ້ອງຊາຍຂອງຜູ່ກ່ຽວວ່າກະລັງເຮັດຫຍັງຢູ່ທີ່ສູນໜອງຄາຍ ແລະ ເລົ່າເຫຕການທີ່ຕົນເອງພົບເຫັນຄວາມຜິດສັງເກດຂອງນ້ອງຊາຍ

ຂອງຜູ່ກ່ຽວຟັງ. ປະມານສອງອາທິດຕໍ່ມາກໍໄດ້ຮັບຈົດໝາຍຂອງໝູ່ຜູ່ທີ່ກ່າວມານັ້ນຈາກປະເທດອັງກິດຈຶ່ງໄດ້ຊາບວ່ານ້ອງຊາຍຂອງໝໍແມ່ນບໍ່ໄດ້

ຢູ່ໃນສູນໜອງຄາຍ ອອກຈາກສູນໄປຢູ່ຂ້າງນອກກັບພີ່ນ້ອງທີ່ບ້ານພ້າວໜອງຄາຍ ແລະ ໄປໆມາໆຣະຫວ່າງສອງຟາກຝັ່ງແຜ່ນດິນລາວໄທ, ຮັບ

ຈ້າງທຳງານທຸກປະເພດທີ່ໄດ້ເງິນ ສ່ວນຫຼາຍຈະເປັນງານສົ່ງຄົນຂ້າມຟາກຈາກລາວເຂົ້າໄທ ແລະ ງານລອບສັງຫານຄົນ ບໍ່ເລືອກຈະເປັນຍິງຫຼືຊາຍ

ແມ່ນຮັບທັງນັ້ນຖ້າເງີນງາມ. ຜູ່ກ່ຽວຍັງເລົ່າສູ່ຟັງວ່າມື້ທີ່ຊາຍນ້ອງໝໍໄປຫ້ອງການຂອງຫົວໜ້າສູນແມ່ນຈຸດປະສົງໄປປິດຊີບຂອງ ດຣ. ຕານ ຊື່ງ

ມີຄົນຈ້າງເປັນແສນບາດເງິນໄທ, ແຕ່ຜູ່ກ່ຽວມາພົບຂ້າພະເຈົ້າທີ່ເປັນເພື່ອນຮັກຂອງອ້າຍແລະເຄີຍມີບຸນຄຸນກັບຜູ່ກ່ຽວແລະຜູ່ກ່ຽວຮັກແລະນັບຖື

ຂ້າພະເຈົ້າເໝືອນອ້າຍຄົນນຶ່ງຈຶ່ງໄດ້ລົ້ມເລີກຄວາມຕັ້ງໃຈທີ່ຈະປິດຊີບຫົວໜ້າສູນ,ຖ້າຜູ່ກ່ຽວລົງມືໃນວັນນັ້ນຜູ່ກ່ຽວຕ້ອງມ້ຽນພະຍານປາກສຳຄັນ

ພ້ອມໆກັນຊຶ່ງພະຍານປາກສຳຄັນຄົນນັ້ນກໍຄືຂ້າພະເຈົ້ເອງ, ໝູ່ຂ້າພະເຈົ້າຍັງບອກວ່າ ດີທີ່ນ້ອງຊາຍໝໍຍັງຈື່ຈຳໜ້າຕາຂອງຂ້າພະເຈົ້າໄດ້ ເພາະຫ້າ

ຫົກປິແລ້ວທີ່ບໍ່ໄດ້ພົບໜ້າພໍ້ຕາກັນ ຄັ້ງສຸດທ້າຍທີ່ພົບກັນແມ່ນປີ 1973  ທີ່ບຸນຫົວຫ້າກໍເປັນປີດຽວກັນທີ່ຂ້າພະເຈົ້າໄດ້ຊ່ອຍນ້ອງຊາຍຂອງໝູ່

ໃຫ້ຫຼຸດພົ້ນຈາກການເປັນຈຳເລີຍຈາກຄະດີຂົນຣົຖເຖື່ອນເຂົ້າລາວທີ່ຫາດດອກແກ້ວຊື່ງມີການຍິງປະທະກັນກັບທະຫານ ແລະຕຳຣວດປະສົມຈົນ

ເປັນເຫຕໃຫ້ທະຫານອ້າຍນ້ອງເສັຍຊີວິດຫ້າຄົນແລະບາດເຈັບສອງຄົນ ສ່ວນຄຳຣວດຝ່າຍວຽງຈັນປອດພັຍທຸກຄົນ   ແລະ  ພວກເອົາຣົຖເຖື່ອນ

ຂ້າມຂອງຖືກຈິງຈົມລົງແມ່ນ້ຳຂອງສີ່ຄົນລອດຕາຍສອງຄົນ  (ທີ່ຈິງສາມຄົນ)  ຄົນທີ່ສາມກໍແມ່ນນ້ອງຊາຍໝູ່ຂອງຂ້າພະເຈົ້າເອງ ຊຶ່ງຂ້າພະເຈົ້າ

ໄດ້ນຳເອົາຜູ່ກ່ຽວຂຶ້ນຣົຖຈິບແລ້ວຮີບແລ່ນອອກຈາກຫາດດອກແກ້ວເຂົ້າວຽງຈັນທັນທີເພື່ອບໍ່ໃຫ້ນ້ອງຊາຍໝູ່ຕົກເປັນຈຳເລີຍຂ້າເຈົ້າພະນັກງານ

ທະຫານອ້າຍນ້ອງ ແລະ ຄ້າຂອງເຖື່ອນ. ໝໍງູຕາຍຍ້ອນງູ ໝໍຜີຕາຍຍ້ອນຜີ ແລະ ໝໍນັກເລງກໍຕາຍຍ້ອນໝໍນັກເລງ ຊາຍໜຸ່ມທີ່ຮັບຈ້າງສັງຫານ

ຫລືປິດຊີບຄົນດັ່ງນ້ອງຊາຍໝູ່ຊຶ່ງກໍຖືກປິດຊີບດ້ວຍນັກເລງປືນເໝືອນກັນໃນປີ 1982  ທີ່ໄປຂະເໝັ່ນກັບນັກເລງໄທທີ່ໄນຄລັບແຫ່ງນຶ່ງທີ່ອຸ

ດອນ.

ເຄີຍໄດ້ພົບປະກັບອະດີດນັກຮົບໃຕ້ດິນ ເງົາດຳ (Black scorpion) 21 ຄົນທີ່ຖືກຣັຖະບານ ສປປ ລາວ ຕັດຫາງປ່ອຍວັດພາຍຫລັງຖືກ

ເຈົ້າໜ້າທີ່ໄທແລະລາວກູ້ຊາດຈັບໄດ້ ແລ້ວຣັຖະບານໄທສເນີໃຫ້ຣັຖະບານ ສປປ ລາວ ວ່າຈະສົ່ງພວກເຂົາຄືນໃຫ້ຝ່າຍລາວ,  ແຕ່ຖືກປະຕິເສດ

ຈາກຣັຖະບານລາວ. ພວກ 21 ຄົນນັ້ນຕ່າງກໍພາກັນປະນາມຣັຖະບານ ສປປ ລາວ ວ່າຊົ່ວຍິ່ງກ່ວາໝາທີ່ບໍ່ຍອມຮັບພວກເຂົາວ່າເປັນທະຫານ

ໜ່ວຍໃຕ້ດິນພິເສດທີ່ພວກເຂົາເອງເປັນຜູ່ສົ່ງ 21 ຄົນທີ່ຖືກຈັບພ້ອມກັບທັງໝົດກອງຮ້ອຍນຶ່ງຊຶ່ງມີພົລຮວມກັນ 85 ຄົນ ເຂົ້າມາເຄື່ອນໄຫວ

ໃນປະເທດໄທໃນປີ 79 ຫາ 80. ການຕັດສິນໃຈຂອງຣັຖະບານ ສປປ ລາວ ໃນຄັ້ງນັ້ນແມ່ນເປັນການປະຕິເສດທີ່ຕ່າງຊາດເຄີຍກ່າວປະນາມ

ສປປ ລາວ ທີ່ສົ່ງໜ່ວຍກໍ່ວິນາສກັມຜ່ານແດນເຂົ້າສູ່ປະເທດເພື່ອນບ້ານຢ່າງທ້າທາຍຕໍ່ອະທິປະຕັຍຂອງເຂົາ,    ແຕ່ເປັນການຕັດສິນໃຈທີ່ຂາດ

ຄວາມຮັບຜິດຊອບແລະເປັນທີ່ຮັບບໍ່ໄດ້ຂອງເຫຼົ່ານັດຮົບທີ່ຖືກຈັບເປັນສະເລີຍ. ເຄີຍຖາມພວກ 21 ຄົນນັ້ນກ່ຽວກັບຊະຕາກັມຂອງເພື່ອນທັງ

ໝົດ 85 ຄົນທີ່ຖືກສົ່ງເຂົ້າມາປະເທດໄທງວດສຸດທ້າຍນັ້ນເປັນແນວໃດນອກຈາກພວກເຂົນ 21 ຄົນ, ໄດ້ຊາບລາຍລະອຽດພຽງເລັກໜ້ອຍ

ຊຶ່ງພວກເຂົາທັງ 21 ຈະຖືກຈັບເທົ່ານັ້ນກໍຄືຄົນນຶ່ງກ່າວວ່າ ຮູ້ພຽງວ່າຖືກຍິງຕາຍຕອນປະທະກັບເຈົ້າໜ້າທີ່ໄທ 8 ຄົນ ຢູ່ທີ່ແຄມຂອງອຳເພີບຶງ

ການ, ແລະ ຖືກຂ້າຕາຍອີກ 6 ຄົນຢູ່ໃນສູນອົພະຍົບໜອງຄາຍ ສ່ວນທີ່ເຫຼືອນັ້ນແມ່ນບໍ່ຮູ້ຂ່າວເລີຍເພາະຖືກຈັບເສັຍກ່ອນ ການຕິດຕໍ່ຫາກັນ

ແມ່ນຖືກເປັນອຳມະພາດມາເລີຍ.

ດັ່ງທີ່ໄດ້ກ່າວມາຂ້າງເທິງນັ້ນທີ່ຂ້າພະເຈົ້າຕັດສິນໃຈບໍ່ເອົາຕົນຕົວເຂົ້າພົວພັນກັບເຣື່ອງ ດຣ. ຕານ ຖືກປອງດັບຊີບເພາະດີບໍ່ດີຕົນເອງຈະຖືກໃສ່

ຮ້າຍວ່າເປັນຄົນຫາເຣື່ອງຂູ່ເຂັນແລ້ວຈະກາຍເປັນຄົນຢູ່ໃນສາຍຕາຂອງຜູ່ຫຼັກຜູ່ໃຫຍ່ວ່າເປັຄົນຈຸເຍົ້າເປົ່າຫູຜູ່ໃຫຍ່ແລ້ວກໍເກັບມ້ຽນໄວ້ຢ່າງບໍ່ໄດ້

ເລົ່າສູ່ໃຜຟັງນອກຈາກອ້າຍຂອງຊາຍໜຸ່ມບໍ່ໂອທີ່ກ່າວມານັ້ນຈົນເຖິງວັນນີ້ວັນທີ່ຂ້າພະເຈົ້ານັ່ງຂຽນສາຣະຄະດີເຣື່ອງນີ.   ກ່າວຄືນເຖິງອົພະຍົບ

ລາວທີ່ຢູ່ໃນສູນມີຫລາຍຮ້ອຍຄອບຄົວທີ່ພາກັນຕັດສິນໃຈເດີນທາງໄປສ້າງຊີວິດໃໝ່ໃນປະເທດຄອມມຸຍນິສຈີນ ຫລື ຈີນແດງໃນປີ 1980

ເພາະພວກນີ້ຖືກຝັງຄົວຢູ່ສູນມາເປັນເວລາຍາວນານແລ້ວເກີດມີອາການພິການທາງດ້ານຈິດໃຈຈຶ່ງຕັດສິນໃຈຜິດໆໄປປະທດຄອມມຸຍນິສທັ່ງໆ

ທີ່ຕົນອງໜີອອກຈາກປະເທດຄອມມຸຍນິສມາແທ້ໆ ຄົນດີໆມີສັມປະຕິປະຕັງຈະບໍ່ຫຼົງຫຼັບຫູ ຫຼັບຕາລ້ຽວກັບຫຼື(U-Tern)ຄືນໄປຫາດິນແດນ

ທີ່ມີການປົກຄອງອັນດຽວກັນ.  ຢູ່ມາກໍໄດ້ຍິນຂ່າວຊີວິດການເປັນຢູ່ຂອງປະຊາຊົນລາວອົພະຍົບທີ່ໄປສ້າງຊີິດໃໝ່ຢູ່ທີ່ຈີນແດງບໍ່ແຕກຕ່າງກັບ

ການໃຊ້ຊີວິດຢູ່ໃນສູນໜອງຄາຍ, ຂ້າພະເຈົ້າຄິດວ່າຢູ່ສູນໜອງຄາຍແນ່ນອນດີກ່ອນຢູ່ທີ່ປະເທດຈີນແດງ ພາະຍັງມີອະທິປະຕັຍຄວາມເປັນຄົນ

ອັນຄົບຖ້ວນ ແລະ ຍັງມີຄວາມຫວັງທີ່ຈະໄດ້ເດີນທາງໄປປະເທດທີສາມທາງປະເທດຕາເວັນຕົກທີ່ມີອານາຄົດອັນແຈ່ມໃສສູງກ່ອນປະເທດທີ່

ອອກຊື່ວ່າ ຄອມມຸຍນິສ.

ຍັງມີຕໍ່



__________________
Anonymous

Date:
Permalink   
 

(27)

ເມື່ອໄດ້ກ່າວເຖິງຊາວອົພະຍົບລາວທີ່ອາສາສມັກໄປສ້າງຊີວິດໃໝ່ຢູ່ທີ່ປະເທດຈີນແດງກໍຈະນຳເອົາເຣື່ອງຣາວທີ່ເກີດຂຶ້ນກັບພວກຂະເຈົ້າມາເລົ່າສູ່ກັນ

ຟັງເພື່ອວ່າພວກທີ່ເກີດໃໝ່ໃຫຍ່ລຸນຫຼືຍັງບໍ່ທັນຮູ້ຈັກໄດ້ຮນຮູ້ເອົາໄວ້ວ່າຣະບົບການບໍຣິຫານປະເທດຂອງຈີນແດງໃນຍຸກນັ້ນກໍບໍ່ແຕກຕ່າງຫຍັງຫຼາຍ

ກັບປະເທດ ສປປ ລາວ ພຽງເທົ່າໃດ ເພາະຈີນແດງກໍກຳລັງເປັນປະເທດພັທະນາຢູ່. ໃນສມັຍ 88 ລົງໄປ ປະຊາຊົນຈີນແດງທີ່ທຸກຍາກຈົນບໍ່ມີເຂົ້າ

ປາອາຫານກິນພຽງພໍນັບເປັນສອງສາມຮ້ອຍລ້ານຄົນ, ໃນຈຳນວນພົລະເມືອງຈີນແດງໃນຍຸກນັ້ນມີປະມານ 8 ຫາ 9 ຮ້ອຍລ້ານຄົນ.  ການທີ່ຈີນ

ແດງຮັບເອົາອົພະຍົບລາວໄປນັ້ນແມ່ນພວກເຂົາຕ້ອງການເງິນຈຳນວນຫລາຍພັນລ້ານໂດລາທີ່ທາງຂ້າຫລວງໃຫຍ່ສະຫະປະຊາຊາດວ່າດ້ວຍອົພະຍົບ

ທີ່ມອບໃຫ້ຣັຖະບານຈີນເພື່ອເປັນທຶນບັນເທົາທຸກແລະຊ່ວຍສ້າງເຄຫາສະຖານ ແລະທີ່ດິນເພື່ອການກະເສດໃຫ້ອົພະຍົບເຣີ່ມຕົ້ນສ້າງຊີວິດໃໝ່ຂອງ

ພວກເຂົາໄປຈົນກ່ວາພວກເຂົາຈະສາມາດຊ່ວຍເຫຼືອຫຼືກຸ້ມຕົນເອງໄດ້ຈຶ່ງປະປ່ອຍໃຫ້ພວກເຂົາດຳຣົງຊີວິດດ້ວຍຕົວເຂົາເອງ. ແລະຄົນລາວອົພະຍົບ

ທີ່ໄປຈີນແດງນັ້ນສ່ວນຫລາຍແມ່ນບໍ່ມີປະເທດໃດທີ່ເປັນປະເທດເສຣີທຶນນິຍົມຫລືປະເທດຕາເວັນຕົກຕ້ອງການ ເພາະພວກເຂົາຖືກປະຕິເສດຈາກ

ປະເທດທີ່ພວກເຂົາສມັກໄປກໍວ່າໄດ້ ເພາະຊິວະປວັດບໍ່ແຈ່ມແຈ້ງ ບໍ່ຜ່ານການສຳພາດ ຕົກສຳພາດຕໍມໍ ແລະຕົກກວດພຍາດ ຈຶ່ງເປັນເຫຕໃຫ້ພວກ

ເຂົາເຈົ້າທໍ້ຖອຍຫຼືວ່າເສັຍແນວຄິດຈຶ່ງພາກັນຕັດສິນໃຈໜີເພື່ອໃຫ້ມົ້ມຫລືອອກຈາກສູນອົພະຍົບນັ້ນໄປ.

ຕາມທີ່ໄດ້ຂ່າວ ເມື່ອພວກຂະເຈົ້າໄປເຖິງປະເທດຈີນແລ້ວຖືກສົ່ງໄປມົນທົນຢູນານເປັນສ່ວນຫລາຍແລະສາມເດືອນທຳອິດແມ່ນຢູ່ໃນສູນຊົ່ວຄາວ

ທີ່ບໍ່ແຕກຕ່າງກັບສູນໜອງຄາຍ ຕ່າງແຕ່ບໍ່ມີຮົ້ວຫຼືກຳແພງໜາມໝາກຈັບອ້ອມລ້ອມ ແລະ ສາມາດອອກໄປຫາຢູ່ຫາກິນຕາມປ່າຕາມດົງໃກ້ຄຽງ

ນັ້ນໄດ້ຢ່າງເສຣີ. ຫລັງຈາກທາງການຈີນແດງໄດ້ສະຖານທີ່ໃຫ້ພວກຂະເຈົ້າເພື່ອເປັນຖິ່ນຖານເຣີ່ມຕົ້ນສ້າງຊີວິດຫລືທຳມາຫາກິນໃໝ່ແລ້ວກໍຖືກ

ສົ່ງໄປຫາສະຖານທີ່ໆທາງຣັຖຈັດສັນໄວ້ໃຫ້ ແລະພ້ອມກັບມອບອຸປະກອນການກະເສດແລະເຄື່ອງໃຊ້ຂອງສອຍອັນຈຳເປັນໃຫ້ແຕ່ລະຄອບຄົວທີ່

ບໍ່ໄດເສເມີກັນ ຜູ່ຄອບຄົວໜ້າຍຄົນກໍໄດ້ໜ້ອຍ ຜູ່ຄອບຄົວຫຼາຍຄົນກໍໄດ້ຫຼາຍກ່ອນໝູ່.   ເຮືອນທີ່ທາງການຈີນສ້າງໄວ້ໃຫ້ນັ້ນເປັນເຮືອນໄມ້ທີ່

ມຸງດ້ວຍກາຍໄມ້ຕາມສບັບແບບເຮືອນໂບຮານຊາວຈີນຢາຍໄປຕາມສອງແຄມທາງດິນແດງທີ່ພໍແຕ່ຫຼົມຣົຖຄັນດຽວ ລັກສະນະເຮືອນແມ່ນມີ 2

ຫ້ອງນອນຂຶ້ນໄປຮອດສີ່ຫ້ອງນອນ ເຮືອນຄົວ ແລະດິນເພື່ອເປັນສວນຄົວແມ່ນມີໝົດທຸກຫຼັງຄາເຮືອນ ໜ້າກ້ວາງຂອງດິນປູກຝັງຂຶ້ນກັບຈຳສະ

ພາບນ້ອຍໃຫຍ່ຂອງຄອບຄົວ ແລະ ທາງການຈີນແດງຍັງໄດ້ມອບເງິນເປັນທຶນໃຫ້ຄົນລະ 2500ຢວນ. ການຊ່ວຍເຫຼືອຊາວອົພະຍົບຂອງທາງ

ການຈີນແມ່ນຊ່ວຍຄັ້ງດຽວແມ່ນແລ້ວໄປເລີຍ ເພາະພວກເຂົາໄດ້ມອບມຸກຢ່າງທີ່ເປັນສິ່ງຈຳເປັນທີ່ຂາດບໍ່ໄດ້ໃຫ້ກັບທຸກໆຄອບຄົວແລ້ວຫຼັງຈາກ

ນັ້ນເປັນກຸ້ມຕົນເອງ ສິ່ງທີ່ທາງການຍັງແຈກໃຫ້ແຕ່ລະເດືອນນັ້ນແມ່ນເຂົ້າເທົ່ານັ້ນ. ພໍຢູ່ມາໄດ້ປີກ່ວາໆ ຫຼາຍໆຄົນກໍເຣີ່ມເກີດມີຄວາມເບື່ອໜ່າຍ

ຊີວິດການເປັນຢູ່ທີ່ບໍ່ແຕກຕ່າງຫຍັງກັບຢູ່ປະເທດລາວທີ່ພາກັນຫຼົບໜີມາຈຶ່ງມີແນວຄິດຫຼົບໜີອອກຈາກຈີນແດງເພື່ອເດີນກັບເຂົ້າປະເທດໄທອີກ

ຄັ້ງນຶ່ງ ແລະ ໃນທີ່ສຸດພວກຂະເຈົ້າກໍຕັດສິນໃຈເປັນອົພະຍົບອີກຄັ້ງແລະພາກັນຫຼົບໜີແລະມຸ້ງໜ້າເຂົ້າໄປພາກເໜືອຂອງປະເທດໄທໂດຍການຳພາ

ຂອງນັກສຶກສາແລະອະດີດນາຍທະຫານທີ່ຈົບນາຍຮ້ອຍມາກ່ອນຍຶດອຳນາດສາມສີ່ຄົນ ແລະ ຄົນສ່ວນຫລາຍທີ່ຫຼົບໜີນັ້ນເປັນຄອບຄົວທີ່ບໍ່ມີລູກ

ນ້ອຍຮວມກັນ 72 ຄົນ. ພວກຂະເຈົ້າຈະຢຸດພັກແຮງໃນຍາມກາງເວັນແລະອອກເດີນທາງໃນຍາມກາງຄືນແລະໃຊ້ເວລາເດີນທາງນໜັບເດືອນຈຶ່ງ

ເຂົ້າເຖິງດິນແດນປະເທດໄທກໍຄືຈັງຫວັດຊຽງຮາຍ, ມີພາກສ່ວນນຶ່ງທີ່ຫຼົງທາງແຕກໝູ່ໄປຕົກພະມ້າກໍມີ ແຕ່ກໍຖືກສົ່ງເຂົ້າໄປປະເທກໄທເພາະພວກ

ຂະເຈົ້າຕົວະພະມ້າວ່າເປັນຄົນໄທຫລົງປ່າມາ. ໃນຈຳນວນ 72 ຄົນທີ່ພາກັນໜີອອກມານັ້ນກໍເປັນຈັ່ງບຸນບໍ່ມີໃຜໄດ້ຮັບອັນຕຣາຍຫຼືເຈັບປ່ວຍໃນ

ເວລາເດີນທາງ, ພວກຂະເຈົ້າບໍ່ໄດ້ຫອບຫຼືຂົນເອົາເຂົ້າປາອາຫານມານຳ ພຽງແຕ່ພາກັນອົາເຂົ້າໜົມປັງທີ່ທະຫານຈີນໃຊ້ບັນເທົາໃນເວລາເດີນທາງ

ໄກມານຳເທົ່ານັ້ນ ສ່ວນຫລາຍແມ່ນຢວກກ້ວຍແລະໜາກໄມ້ປ່າເປັນອາຫານ ຕາມຄວາມບອກເລົ່າຂອງຂເຈົ້າຕໍ່ນັກຂ່າວໄທທີ່ຈັງຫວັດຊຽງຮາຍ.

ເກີດມີບັນຫາທີ່ທາງການໄທຈະບໍ່ຍອມຮັບພວກດັ່ງກ່າວມາເປັນອົພະຍົບຫຼືມີສິດລີ້ພັຍຢູ່ປະເທດໄທເປັນຄັ້ງທີ່ສອງອີກ ເພາະຖືຕາມກົດໝາຍທີ່ບົ່ງ

ບອກອອກມາວ່າພວກຂະເຈົ້າຫຼົບໜີອອກມາແຕ່ປະເທດຈີນ ແລະທາງການໄທຈະສົ່ງພວກຂະເຈົ້າຄືນໃຫ້ຈີນເພາະຖືວ່າປັນຄົນຈີນທີ່ເຂົ້າເມືອງຜິດ

ກົດໝາຍເທົ່ານັ້ນ. ເມື່ອໄດ້ຍິນວ່າທາງການໄທຈະສົ່ງກັບຄືນຈີນແລະບໍ່ຍອມໃຫ້ເຂົ້າລີ້ພັຍຢູ່ປະເທດໄທ ກໍພາກັນຂໍຮ້ອງແລະຂໍເຂົ້າພົບຜູ່ຕາງໜ້າສະ

ຫະປະຊາຊາດ ໃນທີ່ສຸດສະຫະປະຊາຊາດກໍບໍ່ສາມາດຊ່ວຍເຫຼືອພວກຂະເຈົ້າໄດ້ ຈຶ່ງຍັງເຫຼືອແຕ່ຣັຖະບານຈີນເທົ່ານັ້ນວ່າຈະຮັບເອົາຄືນຫຼືມອບຄືນ

ໃຫ້ອົງການອົພະຍົບຂອງສະຫະປະຊາຊາດເປັນຜູ່ຮັບພາລະຕໍ່. ຢູ່ໃນຣະຫວ່າງການເຈຣະຈາສາມຝ່າຍຄື ຈີນ, ໄທ ແລະ ອົງການສະຫະປະຊາຊາດ

ກໍມີຫລາຍໆຄົນພາກັນຫຼົບໜີອອກຈາກສູນກັກຂັງຊົ່ວຄາວແຕກກະຈາຍກັນໄປຄົນລະທີບລະທາງ ເພາະຢ້ານຈະຖືກສົ່ງຄືນໄປຫາຈີນແດງ, ບາງ

ກໍປົບເຂົ້າຄືນໄປປະເທດ ສປປ ລາວ ບາງກໍດັນເຂົ້າໄປປະເທດພະມ້າທີ່ມີຣະບອບການປົກຄອງທີ່ບໍ່ແຕກຕ່າງກັບຈີນແລະ ສປປ ລາວໃນເວລານັ້ນ

ແລະສ່ວນຫລາຍແມ່ນລີ້ຊ່ອນຢູ່ຕາມສະຖານທີ່ຕ່າງໆໃນພາຫເໜືອຂອງໄທ, ແລະໃນທີ່ສຸດຈີນຮຽກຮ້ອງໃຫ້ຣັຖະບານໄທສົ່ງພວກຂະເຈົ້າຄືນໃຫ້

ຈີນແລະມີຄົນເຫຼືອພຽງແຕ່ 24 ຄົນ,ໃນຈຳນວນ 72ຄົນ ທີ່ີໜີອອກມາພ້ອມກັນນັ້ນ, ຊຶ່ງສ່ວນຫລາຍເປັນຜູ່ຍິງແລະເດັກວັຍຣຸ່ນໃນ 24ຄົນນັ້ນ

ເຫຼືອນັ້ນແມ່ນພາກັນແຕກກະເຈີງກັນໄປຄົນລະທິດລະທາງແລະກໍບໍ່ມີຂ່າວຄາວໂຊກຊະຕາກັມຂອງພວກຂະເຈົ້າເລີຍ.

ຍັງມີຕໍ່



__________________
Anonymous

Date:
Permalink   
 

(28)

ຣະຍະ 3 ເດືອນສຸດທ້າຍຂອງປີ 1980 ຊາວຈີນທີ່ໜີອອກຈາກປະເທດລາວເຂົ້າໄປປະເທດໄທທີ່ບໍ່ໄດ້ໜີໄປໃນນາມເປັນອົພະຍົບແລະສ່ວນຫລາຍ

ແມ່ນເຂົ້າໄປອາສັຍຢູ່ນຳຍາຕິພີ່ນ້ອງຢາຍກັນໄທທຸກຈັງຫວັດທົ່ວປະເທດໄທແມ່ນກະທັ້ງຢູ່ກຸງເທບ ແລະທັງໝົດມີຈຳນວນມາກມາຍຕ່າງກໍພາກັນທະ

ຍອຍກັນມາຈ້າງເຈົ້າໜ້າທີ່ ຕໍມໍ ໄທທີ່ທ່າດ່ານໜອງຄາຍທີ່ຮູ້ໃນນາມ ທ່າສເດັດ ເພື່ອຂໍເປັນອົພະຍົບຊາວຕ່າງດ້າວຂອງລາວເພື່ອຈະໄດ້ໄປສ້າງຊີວິດ

ໃໝ່ຢູ່ປະເທດທີສາມໃນທະວີບເອີໂຣປແລະອາເມຣິກາເໜືອ. ມີຫລາຍໆຄອບຄົວທີ່ໜີອອກຈາກລາວແຕ່ເຣີ່ມແຣກກ່ອນການຍຶດອຳນາດຂອງລາວ

ຄມນ ໃນປີ 73-74 ແລະກໍຫວັງຈະປັກຫຼັກສ້າງຊວິດຢູ່ປະເທດໄທກໍໄດ້ສົ່ງສູກຫລານວັຍສຶກສາເຂົ້າໂຮງຮຽນໄທແລະສ່ວນມາກແມ່ນເດັກຊັ້ນປະ

ຖົມແລະມໍຕົ້ນ ແລະເດັກເຫຼົ່ານັ້ນຕ່າງກໍມາເຕີບໃຫຍ່ຢູ່ປະເທດໄທແລະເຂົ້າໂຮງຮຽນໄທຈຶ່ງປາກເວົ້າພາສາໄທໄດ້ຢ່າງຖນັດແລະແຈ່ມແຈ້ງ, ຈຶ່ງເປັນ

ເຫຕໃຫ້ມີບັນຫາໃນການຜ່ານສຳພາດໄປສະຫະຣັຖ ເພາະເຈົ້າໜ້າທີ່ພະນັກງານສຳພາດຂອງອາເມຣິກາມີສອງສາມຄົນທີ່ຮູ້ຈັກເວົ້າແລະຂຽນພາສາ

ລາວໄດ້ດີ ແລະ ສ່ວນຫລາຍພວກເຂົາບໍ່ຕ້ອງການຫຼ່າມແປພາສາໃຫ້ເໝືອນດັ່ງກັບພະນັກງານສຳພາດປະເທດອື່ນໆ.   ເຖິງຈະມີບັນຫາກັບພະນັກ

ສຳພາດທີ່ເວົ້າແລະເຂົ້າໃຈາສາລາວເປັນຢ່າງດີຂອງພະນັກງານສຳພາດອາເມຣິກັນ ແຕ່ພວກຈີນທີ່ຕ້ອງການໄປສະຫະຣັຖເຫຼົ່ານັ້ນກໍບໍທໍ້ຖອຍ ເພາະ

ພວກເຂົາມີເງິນ ແລະເງິນນັ້ນໃຜໆກໍຮູ້ວ່າຊື້ຫຍັງກໍໄດ້ໝົດດັ່ງສຸພາສິດລາວເຮົາໄດ້ກ່າວໄວ້ວ່າ ເອົາເງິນຖິ້ມໃສ່ຫີ ຫີກໍອ້າ ຖິ້ມໃສ່ຫຍ້າ ຫຍ້າກໍຕາຍ

ດັ່ງນັ້ນພວກຄົນຈີນຈຶ່ງພາກັນຕີຫົວເຂົ້າກັບຫຼ່າມແປພາສາແລະພະນັກງານຈັດຕາຕະລາງວັນເວລາສຳພາດກັບພະນັກງານສຳພາດອາເມຣິກັນໃຫ້ຈັດ

ໃສ່ຕາຕະລາງສຳພາດກັບພະນັກງານສຳພາດຄົນອາເມຣິກັນທີ່ບໍ່ຮູ້ເວົ້າແລະບໍ່ເຂົ້າຈພາສາລາວເປັນຢູ້ສຳພາດພວກຄົນຈີເຫຼົ່ານັ້ນ. ບໍ່ວ່າຫົວໜ້າສູນລົງ

ມາເຖິງພະນັກງານຄົນລາວເຮັດວຽກໃຫ້ອົງກອນ JVA ແລະຫ້ອງການກອງອຳນວຍການຝ່າຍລາວຕ່າງກໍກະເປົາຕຶ່ງຂຶ້ນໄປຕາມໆກັນແລະໃນທີ່ສຸດ

ພວກຈີນທີ່ໜີອອກຈາກລາວໃນນາມຄົນຕ່າງດ້າວແລະມີໃບຜ່ານແດນອັນຖືກຕ້ອງຕາມກົດໝາທີ່ທາງຣັຖະບານ ສປປ ລາວເຮັດໃຫ້ກໍມີສິດໄປປະ

ເທດທີສາມໄດ້ເໝືອນກັນກັບຄົນລາວທີ່ເອົາຄອບຄົວສ່ຽງຕາບລອຍຂ້າມແມ່ນ້ຳຂອງເຂົ້າມາປະເທດໄທ ເມື່ອເຖິງດິນໄທແລ້ວຍັງໄປຕິດຄຸກຕິດຕະ

ລາງນານເຖິງເດືອນສອງເດືອນເອົາຕາມສະຖານະຂອງຄອບຄົວນັ້ນໆວ່າມີເງິນເສັຍຄ່າປັບໄໝເຂົ້າເມືອງເຂົາຜິດກົດໝາຍຫຼືບໍ່? ຖ້າມີເງິນເສັຍກໍຕິດ

ຄຸກພໍເປັນພິທີປະມານເຄິ່ງຊົ່ວໂມງທາງຫົວໜ້າສານກໍຕັດສິນປ່ອຍ ຖ້າບໍ່ມີເງິນກໍພາຄອບຄົວຕິດຄຸກແທນເງິນປັບໃໝເຂົ້າເມືອງຜິດກົດໝາຍຂອງ

ເຂົາຈົນໝົດກຳໜົດ ແຕ່ກໍບໍ່ມີໃຜຄິນານກ່ວາ 60 ມື້. ຊ່າງແຕກຕ່າງກັບຄົນຈີນທີ່ໜີອອກຈາກລາວ ຫລາຍໆຄອບຄົວຂຶ້ນຍົນບິນອອກຈາກເດີ່ນ

ບິນວັດໄຕເຂົ້າກຸງເທບເລີຍແລະອີກຈຳນວນນຶ່ງກໍຂຶ້ນເຮືອຈາກທ່າເດື່ອຂ້າມໄປທ່າເດື່ອໂລດ ຈັ່ງແມ່ນແຕກຕ່າງກັບອົພະຍົບລາວເຮົາທີ່ເຫຼືອຕາຍຈຶ່ງ

ໄປເຖິງສູນອົພະຍົບ ເຖິງວ່າຫວິດຕາຍຕອນລອຍນ້ຳຂອງຈາກການໄລ່ຂ້າໄລ່ຍິງຂອງທະຫານລາວແດງແລ້ວຫລາຍໆຮ້ອຍຄົນຍັງຖືກຄົນໄທທີ່ແສນ

ຊົ່ວຊ້າສາມານທີ່ມີຈິດໃຈອຳມະຫິດຜິດມະນຸດມະນາບຸກເຂົ້າປົ້ນຈີ້ຂ້າເຈົ້າເອົາຂອງແລະຂ້າຂົ່ມຂືນຍິງສາວເດັກນ້ອຍຢ່າງໂຫດຮ້າຍທາຣຸນຕອນທີ່ພາ

ກັນຂຶ້ນຝັ່ງໄທເພື່ອຈະພາກັນໄປແຈ້ງຕໍ່ເຈົ້າໜ້າທີ່ໄທ.

ມີຕຳຣວດແລະອໍສໍໄທຫລາຍຄົນທີ່ແຕ່ງງານກັບສາວລາວເພື່ອຫວັງໄປສ້າງຊີວິດຢູ່ປະເທດຕາເວັນຕົກ ບາງຄົນກໍລອດແລະບາງຄົນກໍບໍ່ລອດເພາະວ່າ

ຕອນພວກເຂົາເປັນເຈົ້າໜ້າທີ່ຮັກສາແລະປ້ອງກັນຄວາມສງົບຢູ່ໃນສູນອົພະຍົບລາວນັ້ນ  ໄດ້ພາກັນຂົ່ມຂູ່ທາຣຸນຄົນລາວປານຂ້າທາດຫຼືສັດເດັຍຣະ

ສານ, ແຕ່ເມື່ອເວລາອອກເດີທາງໄປປະເທດທີ່ສາມແລະໄດ້ໄປພັກເຊົາລໍຖ້າຂຶ້ນຍົນຢູ່ກຸງເທບ ພວກຕຳຣວດ ແລະ ອໍສໍໄທ ກໍຖືກລາວອົພະຍົບຟ້ອງ

ນຳຂຶ້ນຟ້ອງຕໍ່ເຈົ້າໜ້າທີ່ໄທທີ່ກຸງເທບ ແລະແລ້ວພວກເຂົາກໍຖືກຈັບຄຸມຂັງ. ກໍມີຕຳຣວດແລະອໍສໍໄທຜູ່ເຂົາດີມີຄວາມອິຕົນສົງສານຄົນລາວອົພະຍົບ

ຖານບ້ານພີ່ເມືອງນ້ອງແລະກິນເຂົ້າໜຽວປາແດກຄືກັນທີ່ເຂົ້າໄປປະຕິບັດງານເປັນພະນັກງານຮັດສາຄວາມປອດພັຍຢູ່ໃນສູນທີ່ບໍ່ໄດ້ສ້າງຄວາມຄຽດ

ແຄ້ນຫຼືຂົ່ມເຫັງຈິດໃຈຄົນລາວ ພວກເຂົາກໍຫວິດແລະດີນທາງໄປປະເທດທີສາມກັບລູກເມັຍທີ່ເປັນສາວລາວອົພະຍົບດ້ວຄວາມສວັດດີກາຣ. ຍັງມີ

ຕຳຣວດແລະອໍສໍໄທທີ່ເດີນທາງໄປຮອດປະເທດຟີລິປປິນຮຽບຮ້ອຍແລ້ວແລະຖືກຈັດເຂົ້າຮຽນວັທະນະທັມຂອງຊາວອາເມຣິກັນເພື່ອກຽມບິນເຂົ້າສະ

ຫະຣັຖ ແຕ່ກໍຖືກຕຳຣວດແລະທະຫານເນວີຂອງຟີລິປປິນກັກແລະຄຸມຕົວສົ່ງຄືນໄທຫລາຍສິບຄົນ ນຶ່ງໃນນັ້ນມີ ຈ່າເສີດ ທີ່ຄົນລາວໃຫເນິກເນມວ່າ

ບັກໜ້າມອດ ຊຶ່ງເປັນຫົວໜ້າອໍສໍແລະມີພຶດຕິການສາມານທີ່ສຸດທີ່ມັນເຮັດກັບຄົນລາວແບບບໍ່ສົນບໍ່ຮ່ວງວ່າເປັນເດັກນ້ອຍຫລືຜູ່ເຖົ້າຜູ່ໂອ່ ທັນເຕະ

ມັນເຕະທັນຖີບມັນຖີບ ບິ່ງໄປກ່ອນນັ້ນມັນຂົ່ມຂືນຮອດເດັກນ້ອຍຜູ່ຍິງທີ່ມີອາຍຸພຽງ 11 ປີ ຈົນອະວັຍະວະເພທສີກຂາດ ແຕ່ຜູ້ເຄາະຮ້າຍແລະພໍ່ແມ່

ບໍ່ສາມາດເຮັດຫຍັງໃຫ້ມັນໄດ້ເພາະມັນຂູ່ໄວ້. ບັກໜ້າມອດນີ້ຖືກຊາວໜຸ່ມແລະຊາຍສະກັນລາວຢູ່ຟີລິປປິນຮຸມກະທືບຈົນຕາຍຄືນກ່ອນສົ່ງໃຫ້ເຈົ້າ

ໜ້າທີ່ຟີລິປປິນ, ຄິດວ່າບໍ່ຕາຍກໍລ້ຽງບໍ່ໃຫຍ່ດອກອັຍບັກຈ່າເສີດໜ້າມອດນັ້ນ.

ຕົກມາປີ 1981 ທາງການໄທໄດ້ປະກາດອອກເປັນທາງການຖ້າວ່າອົພະຍົບລາວຄົນໃດຫຼົບໜີເຂົ້າມາໄທໃນເຂດຮັບຜິຊອບຂອງຈັງຫວັດໜອງຄາຍ

ແມ່ນຈະຖືກສົ່ງໄປສູນນາໂພຈັງຫວັດນະຄອນພະນົມ ເພາະຈະຫຍຸບສູນໜອງຄາຍ, ແຕ່ອົພະຍົບລາວພາກັນຫຼັ່ງໄຫຼຫຼົບໜີຂ້າມຂອງມາໄທຢ່າງບໍ່ຂາດ

ສາຍ ແລະມີເຫດການທະຫານອໍສໍໄທກັດກັນຢ່າງໝາຍາດຜູ່ສາວລາວອົພະຍົບ, ຈະເລົ່າສູ່ຟັງໃນຕອນຕໍ່ໄປເຣື່ອງຂອງເຣື່ອງມັນເປັນແນວໃດ ແລະ ມີ

ຂ່າວເປົ່າປີວກ່ຽວກັບ ສປປ ລາວ ສົ່ງໜ່ວຍໃຕ້ດິນຂອງພວກເຂົາເຂົ້າມາໄທເພື່ອສັງຫານພວກເງົາດຳທີ່ຖືກຈັບທີ່ທ່ານຈະໄດ້ອ່ານໃນຕອນຕໍ່ໄປເຊັ່ນກັນ.

ຍັງມີຕໍ່

 



__________________
Anonymous

Date:
Permalink   
 

(29)

ຫົກປີຜ່ານໄປນັບແຕ່ວັນຍຶດອຳນາດແລະປ່ຽນແປງການປົກຄອງຈາກ ຣາຊະອານາຈັກ ມາເປັນ ສາທາຣະນະຣັຖ ຂອງລາວແດງໃນວັນທີ 2 ທັນວາ

1975 ເຖິງ 1981 ກໍຍັງບໍ່ສາມາດຢຸດຢັ້ງປະຊາຊົນລາວຜູ່ທີ່ເປັນອະດີດປະຊາຊົນພົລະເມືອງເກົ່າຂອງຝ່າຍຣາຊະອານາຈັກພາກັນຫຼົບໜີອອກຈາກ

ປະເທດ ເພາະຖືກກົດດັນທາງຈິດໃຈຈາກອຳນາດການປົກຄອງຂອງຜູ່ມີອຳນາດຈາກທ້ອງຖິ່ນຂຶ້ນໄປເຖິງຂັ້ນເທິງທີ່ເຂົ້າເອີ້ນກັນວ່າພັກຣັຖ.   ນອກ

ຈາກປະຊາຊົນລາວປູ່ທີ່ຖືກກົດດັນທາງການເມືອງທີ່ຫຼົບໜີແລ້ວ, ຍັງມີພວກທີ່ຖືກເສຖະກິດກົດດັນເພາະຣັຖະບາລລາວແດງບໍ່ສາມາດບໍຣິຫານດ້ານ

ເສຖະກິດໃຫ້ຢືນຍົງຢູ່ໄດ້ຈຶ່ງເປັນຜົນໃຫ້ເສຖະກິດຕົກຕຳ່ຈົນເປັນເຫຕໃຫ້ປະເທດອຶດຢາກຂາດເຂີນ ຈົນປະຊາຊົນລາວທັງປະເທດພາກັນກິນເສັ້ນໝີ່

ແລະກະປັອງຊີ້ນມ້າຈາກໂຊຫວຽດແທນເຂົ້າໜຽວແລະປາແດກທີ່ເປັນອາຫານປະຈຳຊາດຂອງພວກເຂົາໄດ້ພາກັນຫຼຸຫຼັ່ງທັ່ງເທໜີອອກຈາກປະເທດ

ໃນຕົ້ນປີ 1981 ຢ່າງບໍ່ຂາດສາຍ.     ຊາວອົພະຍົບລາວໃນປີ 81 ນັ້ນ ທີ່ຫຼົບໜີເຂົ້າໄປປະເທດໄທໃນເຂດຮັບຜິດຊອບຂອງຈັງຫວັດໜອງຄາຍ

ແມ່ນຖືກໂອນໄປຢູ່ສູນນາໂພນະຄອນພະນົມຕາມແຜນຫຍຸບສູນອົພະຍົບລາວອອກຈາກໜອງຄາຍ, ອົພະຍົບຊຸດນີ້ຈະຖືກພັກເຊົາຢູ່ທີ່ສູນໜອງຄາຍ

ເປັຊົ່ວຄາວແຕ່ບໍ່ໄດ້ຢູ່ຮ່ວມກັບອົພະຍົບເກົ່າ ທາງການໄທໄດ້ປຸກເຕັນໃຫຍ່ 3 ເຕັນຢູ່ຂາ້ງກອງອຳນວຍການສູນແລະເດີ່ນເຕະບານສູນ ພ້ອມທັງສ້າງ

ຮົ້ວໜາມໝາກຈັບອ້ອມກັ້ນເຕັນນັ້ນໄວ້ເອົາແບບຕົນໃນບໍ່ໃຫ້ອອກຄົນນອນບໍໃຫ້ເຂົ້າ ແຕ່ໃນທີ່ສຸດຮົ້ວໜາວໝາກຈັບນັ້ນກໍໄດ້ມ້າງອອກເພາະຊາວ

ລາວທີ່ໃນສູນມາກ່ອນນັ້ນພາກັນປະທ້ວງໃຫ້ມ້າງຮົ້ວນັ້ນຖິ້ມ ເພາະບໍ່ຢາກແບ່ງແຍກກັບປະຊາຊົນຊາວລາວທີ່ເປັນອົພະຍົບຄົນລາວຄືກັນແລະຕ່າງກໍ

ມີອຸດົມກັານອັນດຽວກັນແລະກໍມາຈາກປະເທດດຽວກັນ. ທາງເຈົ້າໜ້າທີ່ຮັບຜິດຊອບສູນອົພະຍົບລາວນາໂພຈັງຫວັດນະຄອນພະນົມໄດ້ສົ່ງຈົ້າໜ້າ

ທີ່ອໍສໍແລະຕຳຣວດຂອງເຂົາມາຮັກສາຄວາມປອດພັຍແລະຄວບຄຸມອົພະຍົບຢູ່ທີ່ສະຖານທີ່ພັກຊົ່ວຄາວທີ່ໜອງຄາຍໃນສູນໜອງຄາຍ. ອົພະຍົບລາວ

ຊຸດ 81 ນີ້ສ່ວນຫລາຍມີແຕ່ເປັນຄົນທີ່ມາແຕ່ແຂວງຕ່າງໆໃນພາກເໜືອຂອງລາວທີ່ໄດ້ເດີນທາງເຂົ້ມາຢູ່ທີ່ນະຄອນຫຼວງວຽງຈັນເມື່ອສີ່ຫ້າປີກ່ອນປີ

81 ເພື່ອລໍຖ້າໂອກາດຫຼົບໜີອອກຈາກປະເທດ, ແລະ ພວກເຂົາລ້ວນແລ້ວແຕ່ເປັນຄົນໜ້າຕາຜີວພັນດີໂດຍສະເພາະຍິງສາວລ້ວນແຕ່ເປັນຄົນສວຍ

ສົດງົດງາມຈຶ່ງເປັນທີ່ຕ້ອງຕາຕ້ອງໃຈຂອງຊາຍໝຸ່ມທີ່ພົບເຫັນ ຈຶ່ງເກີດເປັນເຫຕໃຫ້ອໍສໍແລະຕຳຣວດມາແຕ່ນະຄອນພະນົມເກີດຄວາມຫວງແຫນບໍ່

ຍອມໃຫ້ອໍສໍແລະຕຳຣວດໜອງຄາຍເຈົ້າຖິ່ນເຂົ້າໄປລົ້ວເລັ້ຍຢູ່ໃນສາມເຕັນທີ່ພັກຂອງອົພະຍົບພວກເຂົາຈົນເກີດວາງມວຍກັດກັນຢ່າງໝາຂຶ້ນຕໍ່ໜ້າ

ສາວໆອົພະຍົບຈົນເຖິງຂັ້ນຖອດມີດຄັວກໄສ້ກັນອອກມາຢ່າງໝາບ້າກາມ  ແລະ  ເຫຕການນັ້ນໄດ້ເປັນເຫຕໃຫ້ທາງການໄທກັບມາສ້າງຫົວໜາມ

ອ້ອມສາມເຕັນນັ້ນເປັນຄັ້ງທີສອງຂຶ້ນເພື່ອກັ້ນອໍສໍແລະຕຳຣວຕເຈົ້າຖິ່ນເຂົ້າໄປອາຣະວາດຂ້າງໃນໄດ້. ເຖິງຈະມີຮົ້ວໜາມໝາກຈັບຂຶ້ນມາອີກເທື່ອທີ່

ສອງແຕ່ກໍບໍ່ສາມາດສະກັກກັ້ນເຈົ້າຖິ່ນລິດລອດເຂົ້າໄປໃນສະຖານທີ່ຕ້ອນຮັບສາມເຕັນນັ້ນໃນຊຸດຊີວິນແລະອ້າງອິງວ່າມາຢາມຍາດຢູ່ໃນເຕັນນັ້ນ,

ແລະ ເມື່ອເຈົ້າໜ້າທີ່ຮັກສາແລະຄວບຄຸມທີ່ຢູ່ໃນເຕັນສາມຫລັງນັ້ນຈັບໄດ້ວ່າເປັນອໍສໍຫຼືຕຳຣວຕເຈົ້າຖິ່ນປອມຕົວເຂົ້າມາຫລີ້ນສາວເຂົາກໍພາກັນໄລ່

ນັກເລງເຈົ້າຖິ່ນອອກຈາກວົງຣັສມີຂອງເຕັນທີ່ເຂົາຮັບຜິດຊອບນັ້ນໄປຈົນເກີດຝັດກັນກັດກັນຂຶ້ນຫລາຍໆເທື່ອ. ອົພະຍົບທີ່ຢູ່ສູນໜອງຄາຍມາແຕ່

ເກົ່ານັ້ນຕ່າງກໍທະຍອຍກັນອອກເດີນທາງໄປປະທດທີ່ສາມແຕ່ລະອາທິດບໍ່ໄດ້ຂາດ ແລະ ພ້ອມກັນນັ້ນອົພະຍົບທີ່ມາພັກຊົ່ວຄາວເພື່ອຕຽມໄປສູນນາ

ໂພຕ່າງກໍຖືກຂົນສົ່ງໄປທຸກອາທິດເໝືອນກັນ, ໂດຍສະເພາະອົພະຍົບທີ່ຢູ່ມາແຕ່ເກົ່າທີ່ສູນໜອງຄາຍກ່ອນປີ 81 ນັ້ນແມ່ນບໍ່ມີແຜນການໂຍກຍ້າຍ

ໄປຢູ່ສູນນາໂພແຕ່ປະການໃດ ແຕ່ຫາກຈະຖືກສົ່ງອອກໄປສູ່ປະເທດທີ່ສາມຫຼືທີ່ສີ່ຫາກໃຜຈະໄປສະຫະຣັຖໂດຍຜ່ານການໄປຮຽນຢູ່ທີ່ປະເທດຟີລິປ

ປິນ.

ນັກສືບເທິງດິນ (ບໍ່ແມ່ນໃຕ້ດິນແບບຝ່າຍລາວແດງ) ຂອງຝ່າຍລກູ້ຊາດທີ່ທຳພາຣະກິດຢູ່ໃນ ສປປ ລາວ ໄດ້ສົ່ງຂ່າວລັບມາໃຫ້ກອງບັນຊາການສູງ

ສຸດໃນກໍຣະນີທີ່ໄດ້ຊາບຂ່າວລາວແດງຈະສົ່ງໜ່ວຍປະຕິບັດງານໃຕ້ດິນເຂົາມາປະເທດໄທອີກເພື່ອຕາມລ້າພວກໃຕ້ດິນເງົາດຳເພື່ອຣະງັບຄຳໃຫ້ການ

ຕໍ່ອົງກອນສື່ຕ່າງໆທັງພາຍໃນປະເທດໄທແລະຕ່າງປະເທດທີ່ໄດ້ສຳພາດພວກ 21ຄົນ ທີ່ອະດີດເປັນໜ່ວຍໃຕ້ດິນເງົາດຳຂອງລາແດງທີ່ຖືກເຈົ້າໜ້າ

ທີ່ໄທແລະທະຫານກູ້ຊາດຈັບກຸມໄດ້ແລະທັງ  21ຄົນ ນັ້ນກໍໄດ້ຮັບພະຣາຊະທານອະພັຍະໂທດຈາກພະຣາຊີນີໄທເນື່ອງໃນໂອກາດວັນຄ້າຍວັນເກີດ

ຂອງເພິ່ນ ກ່ອນຈະໄດ້ເອກະສານທີ່ຖືກກົດໝາຍໃນການຂໍເປັນອົພະຍົບໄປລີ້ພັຍການເມືອງຢູ່ທີ່ປະເທດທີສາມ.  ທັງ 21ຄົນນັ້ນຕ່າງກໍໃຫ້ການວ່າ

ເປັນນັກສືບແລະກໍ່ວິນາສກັມຂອງລາວແດງທີ່ຜ່ານການຝຶກຊ້ອມຈົນຈົບວິຊາຈາກສູນກາງກ່ອນຈະຖືກສົ່ງພວກເຂົາເຂົ້າມາປະຕິບັດງານຢູ່ປະເທດໄທ

ເປັນສຽງດຽວກັນໝົດ ແຕ່ຖືກຣັຖະບາລ ສປປ ລາວ ປະຕິເສດຣັຖະມົນຕຣີຕ່າງປະເທດຂອງໄທທີ່ຈະຈັດສົ່ງພວກເຂົາຄືນໃຫ້, ແລະພວກເຂົາກໍໄດ້

ໃຫ້ຕຳເຫັນຫຼືຕອບຄຳຖາມນັກຂ່າວທີ່ຖາມວ່າ: ເປັນຫຍັງຣັຖະບາລ ສປປ ລາວ ຈຶ່ງບໍ່ຍອມຮັບວ່າພວກເຂົາວ່າເປັນໜ່ວຍກໍ່ວິນາສກັມຂອງເຂົາທີ່ສົ່ງ

ເຂົ້າມາປະຕິບັດງານຢູ່ໃນໄທ?   ພວກເຂົາກໍພາກັນຕອບນັກຂ່າວໄປວ່າ ຣັຖະບານລາວເຂົາປະຕິເສດເພາະວ່າເປັນເຣື່ອງຣະອຽດອ່ອນທີ່ສຸດ ຖ້າຣັຖະ

ບາລລາວແດງຮັບເອົາພວກເຂົາຄືນຈາກໄທກໍສ່ຳກັບວ່າເປັນການຮັບສາຣະພາບເຖິງການລ່ວງຣະເມີດກົດໝາຍ ແລະອະທິປະຕັຍຣະຫວ່າງປະເທດທີ່

ໄທ-ລາວ ໄດ້ເຊັນສັນຍາກັນໄວ້ ແລ້ວກໍຈະຖືກຣັຖະບາລໄທຮ້ອງຟ້ອງຕໍ່ອົງການສະຫະປະຊາຊາດວ່າດ້ວຍການແຊກແຊງອະທິປະຕັຍຂອງໄທ.

ຍັງມີຕໍ່

 

 

 

 

 

 



__________________
Anonymous

Date:
Permalink   
 

(30)

ພົບເຫັນຂ້າຣາຊະການແລະພົລະຮືອນຂອງອະດີດຣັຖະບາລຝ່າຍວຽງຈັນທີ່ເປັນຕີນເປັນມືໃຫ້ແກ່ອຳນາດການປົກຄອງຜະເດັດການຂອງລາວແດງຫຼື

ພວກເຂົາມີສານຍນາມວ່າ ພວກໂຕເດັ່ນ ທີ່ພາກັນປົບໜີຈາກຄວາມອຶດຫີວເຂົ້າມາປະເທດໄທມາກທີ່ສຸດໃນຕົ້ນປີ 1981, ໃນນັ້ນມີຄນະປົກຄອງ

ຕາແສງ, ຄນະບ້ານ, ກອງຫຼອນ ພ້ອມດ້ວຍ ພະນັກງານຢູ່ຕາມກະຊວງທະບວງກົມຕ່າງໆ. ຫຼັງຈາກຍຶດອຳນາດປີ 75 ພວກນີ້ໄດ້ພາກັນແຂ່ງຂັນຜົນ

ງານເພື່ອຍາດແຍ່ງກັນເປັນໂຕເດັ່ນໂດຍສ່ວນຫລາຍແມ່ນແນໃສ່ການຫາເຣື່ອງໃສ່ປະຊາຊົນທຸກເພດເຣີ່ມແຕ່ອາຍຸ 13ປີ ຂຶ້ນໄປເຖິງ 70 ປີ ວ່າເປັນ

ລູກນ້ອງປະຕິການເຄື່ອນໄຫວຕໍ່ຕ້ານການປະຕິວັດ, ບໍ່ນັບຖືການຈັດຕັ້ງ, ເປັຍພັຍສັງຄົມ ແລະອື່ນໆ ແລ້ວນຳຂຶ້ນໄປຟ້ອງຮ້ອງຕໍ່ອຳນາດການປົກຄອງ

ຫຼືຫ້ອງການຕຳຣວດເມືອງແລະກໍຂຶ້ນເຖິງແຂວງເພື່ອເອົາຜິດກັບປະຊາຊົນທີ່ພວກເຂົາຫາເຣື່ອງໃສ່ນັ້ນ. ອັນພວກຫົວໜ້າຫ້ອງການຕຳຣວດທີ່ອ່ານໜັງ

ສຶໂຕລາວພໍແຕ່ຖູໄປໄຖມາຫຼືມີຄວາມຮູ້ທີ່ສັ້ນກ່ວາຫາງອື່ງນັ້ນ, ພໍແຕ່ມີຜູ່ຂຶ້ນມາຟ້ອງກໍຈັດຕຳຣວດແລະກອງຫຼອນໄປເອົາເຊືອກແປ້ສອກຜູ່ທີ່ຖືກກ່າວ

(ທີ່ຈິງຜູ່ທີ່ບໍຣິສຸດ) ມາຍັດໃສ່ຄຸກໂລດໂດຍວໍ່ມີການສືບສວນແລະສອບສວນກ່ອນຈະມີຄຳສັ່ງໄປຈັບກຸມຄຸມຂັງ. ເຫຕການແບບນີ້ແມ່ນເກີດຂຶ້ນແລະ

ແຜ່ລາວໄປທົ່ວປະເທດທີ່ປະຊາຊົນລາວຜູ່ບໍຣິສຸດຖືກຈັບກຸມເອົາໄປດັດສ້າງທຊຣະມານຢູ່ສູນຕ່າງໆ ແລະຮ້າຍໄປກ່ວານັ້ນແມ່ນຖືກຫາຍສາບສູນໂດຍ

ຄອບຄົວພໍ່ແມ່ບໍ່ຊາບໂຊກຊະຕາຂອງເຂົາເລີຍ ແລະສ່ວນຫຼາຍແມ່ນສັນນິຖານວ່າຕາຍໄປແລ້ວ. ມີຫລາຍໆຄົນທີ່ຂ້າພະເຈົ້າພົບເຫັນຢູ່ທີ່ສູນ ຊົ່ວຄາວ

ຂອງຈັງຫວັດນະຄອນພະນົມ, ທີ່ຕັ້ງເປັນເຕັນ 3 ຫຼັງຢູ່ໃນສູນໜອງຄາຍເພື່ອຕຽມສົ່ງພວກອົພະຍົບຊຸດປີ 81 ໄປສູນນາໂພ, ທີ່ເປັນຫົວກະທິຢູ່ໃນ4

ຕົວເມືອງເຂດກຳແພງນະຄອນວຽງຈັນ ເມື່ອພວກເຂົາເຫຼົ່ານັ້ນເຫັນຂ້າພະເຈົ້າຕ່າງກໍພາກັນຫຼົບໜ້າລີ້ຕາແບບເຮັດຕາບໍ່ເຫັນ. ໃນນັ້ນມີສອງຄົນທີ່ເປັນ

ຫົວກະທິທີ່ຊອກເຣື່ອງຫາເຣື່ອງໃສ່ຜູ່ບໍຣິສຸດໃຫ້ຕົກເປັນນັກໂທດແລະຖືກຈັບກຸມໄປດັດສັນດານພຽງພວກເຂົາຕ້ອງການຜົນງານເພື່ອໃຫ້ໄດ້ເປັນໂຕ

ເດັ່ນເທົ່ານັ້ນ ແລະໃນນັ້ນມີໝູ່ໃກ້ສິດມິດສະຫາຍແລະຍາດພີ່ນ້ອງຂອງຂ້າພະເຈົ້າຮ່ວມຢູ່ດ້ວຍທີ່ຕົກເປັນນັກໂທດໃນການຫາເຣື່ອງຂອງສອງຄົນນັ້ນ,

ຂ້າພະເຈົ້າເດີນຕຣົງເຂົ້າໄປທັກທາຍພວກເຂົາທັງສອງທີ່ພວມພາກັນກຳລັງຍ່າງວ້ຽນໜີຂ້າພະເຈົ້າໄປທາງໃໝ່ ຂ້າພະເຈົ້າປ່ອຍພວກເຂົາໄປໂດຍບໍ່ໄດ້

ຕິດຕາມພວກເຂົາໄປ, ສອງຄົນນີ້ເປັນນັກສຶກສາຢູ່ວິທະຍາລັຍຟ້າງຸ່ມວຽງຈັນແລະກໍເປັນຫົວໜ້າຊາວໜຸ່ມຕາແສງ ແລະ ອີກຄົນນຶ່ງເປັນຫົວໜ້າກອງ

ຫຼອນຕາແສງເຊັ່ນກັນ. ຂ້າພະເຈົ້າບໍ່ໄດ້ຄິດວ່າຈະໄປທຳຮ້າຍພວກສອງຄົນນັ້ນ ແຕ່ສົງໄສຢ່າງດຽວວ່າເປັນຫຍັງພວກເຂົາຈຶ່ງພາກັນຫຼົບໜີອອກຈາກ

ລາວທັ່ງໆທີ່ພວກເຂົາຢູ່ສະດວກທຸກຢ່າງນຳຣະບອບການປົກຄອງຂອງລາວແດງ, ແລະກໍອົດສົງສັບບໍ່ໄດ້ວ່າເຂົາສອງຄົນອາຈເປັນໜ່ວຍໃຕ້ດິນຂອງ

ລາວແດງທີ່ສົ່ງພວກເຂົາເຂົ້າມາຕາມໄດ້ຍິຂ່າວຈາກນັກເຄື່ອນໄຫວຂອງຝ່າຍກູ້ຊາດທີ່ວຽງຈັນສົ່ງຣາຍງານມາໃຫ້ກອງບັນຊາການຊາບເມື່ອອາທິດທີ່

ຜ່ານມາ. ມື້ໜ້າຂ້າພະເຈົ້າເຂົ້າໄປເຕັນທີ່ພັກຊົ່ວຄາວຂອງອົພະຍົບນາໂພທີ່ສູນໜອງຄາຍອີກເທື່ອນຶ່ງເພື່ອນຳຊອກພາສອງຄົນທີ່ກ່າວມານັ້ນ ແຕ່ບໍ່ມີ

ວີ່ແວວທີ່ພົບເຫັນພວກເຂົາ ແລະກໍຊາບດີວ່າບໍ່ມີຂະບວນການຂົນສົ່ງອົພະຍົບໄປສູນນາໂພໃນຄຳ່ຄືນທີ່ຜ່ານມາ, ເພື່ອຄວາມແນ່ນອນຈຶ່ງເຂົ້າໄປຖາມ

ແລະຄົ້ນຫາຊື່ຂອງພວກເຂົານຳເຈົ້າໜ້າທີ່ທະບຽນແຕ່ກໍບໍ່ພົບເຫັນວ່າມີຊື່ງສອງຄົນນັ້ນ (ຂ້າພະເຈົ້າຣູ້ຮອດຊື່ແບະນາມສະກຸນພວກເຂົາທັງສອງ). ເພື່ອ

ຄວາມແນ່ນອນອີກເທື່ອນຶ່ງຈຶ່ງເຂົ້າໄປເລາະຊອກຫາຢູ່ໃນສາມເຕັນນັ້ນອີກ ແລະກໍໄປຫາໝ້ອງທີ່ພົບເຫັນພວກເຂົາມື້ກ່ອນນັ້ນ ແລະ ຖາມຄົນຢູ່ອ້ອມ

ແຕ່ບໍ່ມີຄົນໃດຮູ້ຄົນມນຊື່ທີ່ຂ້າພະເຈົ້າຖາມຫາ, ເຫັນແມ່ປ້າຄົນນຶ່ງທີ່ເພິ່ນນັ່ງຢູ່ຂ້າງພວກສອງຄົນມື້ກ່ອນນັ້ນຈຶ່ງເຂົ້າໄປຖາມ ແມ່ປ້າເອີ້ນຊື່ພວກເຂົາ

ຕ່າງຊື່ທີ່ຂ້າພະເຈົ້າເຄີຍຮູ້ໃນເມື່ອກ່ອນ ແລະແມ່ປ້ານັ້ນບອກວ່າ: ມື້ຄືນນີ້ເຂົາກໍຍັງຢູ່ນີ້ຢູ່ ແຕ່ວ່າປ້າຕື່ນນອນຂຶ້ນມາກໍບໍ່ເຫັນເຂົາຈົ້າ ຫຼືວ່າໄປສູນນາໂພ

ແລ້ວບໍ່ຈັກ? ຄິດວ່າພວກສອງຄົນນີ້ເປັນໜ່ວຍໃຕ້ດິນລາວແດງສົ່ງມາເພື່ອຕາມລ້າຂ້າປິດປາກພວກເງົາດຳຕາມທີ່ໄດ້ຍິຂ່າວມາ ຂ້າພະເຈົ້າຈຶ່ງອອກໄປ

ອຳເພີບຶງການເພື່ອພົບກັບຫົວໜ້າກອງບັນຊາການກູ້ຊາດແລະໄດ້ເລົ່າລາຍລະອຽດສູ່ເພິ່ນຟັງໃນວັນດຽວກັນ, ແລະໃນທີ່ສຸດພວກສອງຄົນທີ່ກ່າວນັ້ນ

ກໍໄດ້ຂ່າວວ່າກັບເມືອວຽງຈັນ ອາຈເປັນເພາະແຜນການຫຼືຄວາມລັບແຕກພບກເຂົາຈຶ່ງຖືກຮຽກກັບປະເທດ.

ອົພະຍົບລາວຊຸດປີ 81 ກໍຖືກສົ່ງອອກຈາກສູນພັກຊົ່ວຄາວທີ່ສູນໜອງຄາຍໄປສູນນາໂພຈົນບໍ່ມີໃຜເຫຼືອຫຼືຄ້າງຄາໄວ້ ແລະ ອົພະຍົບເກົ່າຂອງສູນໜອງ

ຄາຍກໍພາກັນເດີນທາງໄປປະເທດທີສາມທຸກຣະຍະຣະຍະ ແລະຂ້າພະເຈົ້າຜູ່ຂຽນກໍຖືກສົ່ງອອກໄປປະເທດຟີລິປປິນໃນເດືອນຫ້າປີດຽວກັນເພື່ອໄປຮຽນ

ແລະຕຽມເດີນທາງໄປສະຫະຣັຖ ແລະກໍໄດ້ເດີນທາງເຖິງສະຫະຣັຖໃນ 6 ເດືອນຕໍ່ມາໃນປີດຽວກັນ.

                                                         ຈົບແລ້ວ.



__________________
Anonymous

Date:
Permalink   
 

ຈາກຜູ່ຂຽນ:

ຂໍຂອບໃຈທ່ານແອັດມິນລາວໂຮມລາວເພື່ອປະຊາທິປະຕັຍທີ່ໄດ້ໃຫ້ຊ້ອງຫວ່າງເວັບບອດຂອງທ່ານໃຫ້ຜູ່ຂຽນໄດ້ມີໂອກາດ

ເຂົ້າມາຂຽນສາຣະຄະດີເຣື່ອງນີ້ໃຫ້ຊາວລາວທີ່ເກີດໃໝ່ໃຫຍ່ລຸນໄດ້ອ່ານແລະຮັບຮູ້ເຣື່ອງຣາວຂອງຊາວອົພະຍົບລາວແລະ

ການຈອງລ້າງຈອງຜານຂອງຣັຖະບາລ ສປປ ລາວ ຕໍ່ປະຊາຊົນລາວຜູ່ທີ່ບໍ່ມັກຣະບອບການປົກຄອງແບບປ່າເຖື່ອນທີ່ໄຮ້

ມະນຸສທັມ ແລະ ໃຫ້ຮູ້ເຖິງນັກຮົບທີ່ພວກຜະດັດການ ສປປ ລາວ ປັ້ນພວກເຂົາມາດ້ວຍມືເພື່ອນໄປກຳຈັດລາວກູ້ຊາດ

ແລະ ອົພະຍົບ ແຕ່ຜົນສຸດທ້າຍປະຖິ້ມພວກເຂົາພາຍຫລັງຄວາມລັບແຕກ, ແຕ່ຊາວອົພະຍົບແລະກອງກຳລັງກູ້ຊາດ

ລາວຍັງມີນຳ້ໃຈໃຫ້ອະພັຍໂທດແກ່ພວກນັກຮົບໃຕ້ດິນເຫຼົ່ານັ້ນ ເພື່ອໃຫ້ພວກເຂົາມີໂອກາດໄດ້ໄປສ້າງຊີວິດໃໝ່ຢູ່ທີ່ປະ

ເທດທີສາມ. ນອກຈາກນັກຮົບໃຕ້ດິນທີ່ ຣັຖບາລ ສປປ ລາວ ສົ່ງໄປໄທແລ້ວ ຍັງມີທະຫານທີ່ອະດີດເປັນນັກຮົບປະຕິ

ວັດຂອງພວກເຂົາທີ່ພາກນເຕັ້ນໂຕນໂຍນໜີອອກຈາກລາວເຂົ້າໄປປະເທດໄທໃນນາມອົພະຍົບຫຼືຜູ້ລີ້ພັຍຈຳນວນຫລາຍ

ພັນຄົນ.  ພ້ອມກັນນີ້ຂໍຂອບໃຈທ່ານຜູ່ເຂົ້າມາອ່ານບົດຂຽນຂອງຂ້າພະເຈົ້າທຸກທ່ານມານະໂອກາດນີ້ດ້ວຍ, ຖ້າຫາກມີ

ສິ່ງໃດຂາດຕົກບົກຜ່ອງກໍຂໍອະພັຍນຳ.

 



__________________
Anonymous

Date:
Permalink   
 

ຂພຈ ກໍເປັນຜູ້ຫນຶ່ງທີ່ໄດ້ຕິດຕາມອ່ານການຂຽນຂອງທ່ານຈົນຈົບ ແລະຢາກສະແດງຄວາມຂອບໃຈທີ່ທ່ານຍັງຈື່ຈຳເຫດການເຫຼົ່ານັ້ນ

ແລ້ວເອົາມາເຜີຍແຜ່ໃຫ້ສາທາຣະນະຊົນລາວທັງຫລາຍໃຫ້ຮູ້ແລະເຂົ້າໃຈ.

ຂອບໃຈ



__________________
Page 1 of 1  sorted by
 
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard