ລາວໂຮມລາວ ເພື່ອປະຊາທິປະໄຕ

Members Login
Username 
 
Password 
    Remember Me  
Post Info TOPIC: ລົດເມຕຳກັບລົດຕູ້ ເສຍຊີວິດຫຼາຍຄົນ.
Anonymous

Date:
ລົດເມຕຳກັບລົດຕູ້ ເສຍຊີວິດຫຼາຍຄົນ.
Permalink   
 


ທຸກຄົນໃນລົດຕູ້ເສຍຊີວິດຫມົດ

ຈາກການລາຍງານໃຫ້ຮູ້ວ່າເຫດເກີດ ເວລາປະມານ 11:00 ວັນທີ 21/2/2016 ສະຖານທີ່ເກີດເຫດແມ່ນຂົວນຳ້ປ່ອງນ້ອຍ. ຈາກຂໍ້ມູນບໍ່ເປັນທາງການ ລົດເມແມ່ນຂີ່ລົງຄ້ອຍ ແລະ ເກີດເສຍຫຼັກ ມາດ້ວຍຄວາມໄວ ຈົນຄວບຄຸມບໍ່ໄດ້. ຈິ່ງມາຕຳເົອາລົດຕູ້ ທະບຽນ ຫຼວງພະບາງ ກກ 5536 ທີ່ມີນັກທ່ອງທ່ຽວຕ່າງປະເທດ ເຕັມລົດ ຈົນເຮັດໃຫ້ລົດຕູ້ ຂາດອອກເຄິ່ງໜື່ງ. ເຮັດໃຜ້ມີຄົນເສຍຊີວິດຈຳນວນຫຼາຍ (ຍັງບໍ່ທັນສະຫຼຸບ) ທັງຄົນທີ່ຢູ່ລົດຕູ້ ແລະ ລົດເມ.

ເຈົ້າໜ້າທີ່ແມ່ນໄດ້ ເລັ່ງໃຫ້ການຊ່ວຍເຫຼືອ ຄົນເຈັບ ແລະ ເຄື່ອຍຍ້າຍ ສົບຜູ້ເສຍຊີວິດ.

ນີ້ເປັນອຸບັດຕິເຫດ ທີ່ຮຸນແຮງ ທີ່ເກີດຂຶ້ນ ໃນເສັ້ນທາງນີ້. ເປັນເສັ້ນທາງທີ່ມີຄວາມສ່ຽງ ເພາະລັກສະນະພູມມີປະເທດ ທີ່ຄ້ອຍຊັນ ບວກກັບເສັ້ນທາງ ທີ່ແຄບ.

12742292_1134090963289241_1455052115359095874_n.jpg?oh=8f4bc21878b7e350375b8933ffa3c0a4&oe=5724333D12717258_1134091133289224_4203916813416293441_n.jpg?oh=aa794dda0bdce721eb1520c5dda46930&oe=5729A05012744141_1134090949955909_1525207905579293087_n.jpg?oh=ccce6540fa48a8c770dd9e2300e159aa&oe=576B0D2D



__________________
Anonymous

Date:
Permalink   
 

ຂປລ.ເວລາປະມານ 10 ໂມງເຊົ້າຂອງວັນທີ 21 ກຸມພາ ນີ້ ໄດ້ເກີດອຸປະຕິເຫດຢ່າງຮຸນແຮງລະຫວ່າງ ລົດເມໂດຍສານຂະໜາດ 45 ບ່ອນນັ່ງ ເບກແຕກເສຍລັກຕຳໃສ່ລົດຕູ້ນຳທ່ຽວ ຂະໜາດ 15 ບ່ອນນັ່ງຂະນະທີ່ຂົນນັກທ່ອງທ່ຽວຕ່າງປະເທດແບບເໝົາຄັນ 10 ຄົນຢູ່ເສັ້ນທາງຕັດໃໝ່ເມືອງກາສີ ແຂວງວຽງຈັນ ຫາ ເມືອງນານ ແຂວງຫລວງພະບາງ ເປັນເຫດໃຫ້ນັກທ່ອງທ່ຽວ ແລະ ຄົນລາວ ເສຍຊີວິດຄ່າທີ່ຈຳນວນ 5 ຄົນ ໃນນັ້ນເປັນຄົນເກົາຫລີ 4 ຄົນ ແລະ ລາວ 1 ຄົນເປັນຄົນຂັບລົດ ແລະ ຈໍານວນໜຶ່ງບາດເຈັບສາຫັດໄດ້ນໍາສົ່ງໂຮງໝໍຮີບດ່ວນ, ຂະນະທີ່ຜູ້ໂດຍສານລົດເມ 45 ບ່ອນນັ່ງ ບາດເຈັບພຽງເລັກໜ້ອຍແຕ່ບໍ່ມີຜູ້ເສຍຊີວິດ.
 
ທ່ານ ຄຳເພົ້າ ວົງພະຈັນ ຮອງຫົວໜ້າຫ້ອງການຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ເມືອງກາສີ ເຊິ່ງເປັນຜູ້ທີ່ໄດ້ໄປເບິ່ງຕົວຈິງຫລັງເກີດເຫດບອກວ່າ: ກ່ອນເກີດເຫດໄດ້ມີລົດຕູ້ ຍີ່ຫໍ້ໂຕໂຍຕາບັນຈຸນັກທ່ອງທ່ຽວທັງໝົດ 10 ຄົນ ປ້າຍລົດ: ຫລວງພະບາງ 5536 ມຸ່ງໜ້າຈາກນະຄອນຫລວງວຽງຈັນ ໄປຍັງແຂວງຫລວງພະບາງ ພໍໄປຮອດຈຸດເກີດເຫດສົ້ນຂົວນ້ຳປອງ ບ້ານທົ່ງເໝືອດ ຫ່າງຈາກເມືອງກາສີ ປະມານ 22 ກິໂລແມັດ ເຊິ່ງກຳລັງເລີ່ມຂຶ້ນຄ້ອຍຊັນ ກໍໄດ້ຕຳປະສານງານກັບລົດເມ 45 ບ່ອນນັ່ງພວມບັນທຸກຄົນໂດຍສານ ຫລວງພະບາງ-ວຽງຈັນ ເຊິ່ງຂະນະນັ້ນລົດເມ 45 ບ່ອນເກີດຄັດຂ້ອງດ້ານເຕັກນິກ ເບກແຕກທີ່ບໍ່ສາມາດຄວບຄຸມໄດ້ ແລ່ນລົງຢ່າງແຮງມາຕຳໃສ່ລົດຕູ້ຄັນດັ່ງກ່າວ ຈົນເຫລືອແຕ່ຊ່ວງລ່າງກັບຝາຂ້າງໜຶ່ງ ເຮັດໃຫ້ມີຜູ້ເສຍຊີວິດເຖິງ 5 ຄົນ. 
 
ເສັ້ນທາງສາຍດັ່ງກ່າວ ແມ່ນກຳລັງໄດ້ຮັບຄວາມນິຍົມຈາກຜູ້ໃຊ້ລົດໃຊ້ຖະໜົນເນື່ອງຈາກເສັ້ນທາງທີ່ມີໄລຍະສັ້ນກວ່າເສັ້ນທາງເກົ່າທີ່ລັດໄປໃສ່ແຂວງຫລວງພະບາງ ກໍຄືບັນດາແຂວງພາກເໜືອ. ນັບແຕ່ປີ 2015 ເຖິງປັດຈຸບັນ, ເຈົ້າໜ້າທີ່ເປີດເຜີຍວ່າ: ຜ່ານມາປະກົດວ່າ ໄດ້ເກີດອຸປະຕິເຫດຂຶ້ນຫລາຍຄັ້ງ ເຮັດໃຫ້ມີຜູ້ເສຍຊີວິດ 18 ຄົນ ແລະ ຊັບສິນເສຍຫາຍພໍສົມຄວນຢູ່ບໍລິເວນດັ່ງກ່າວ,


__________________
Page 1 of 1  sorted by
 
Quick Reply

Please log in to post quick replies.



Create your own FREE Forum
Report Abuse
Powered by ActiveBoard